ວັນທີ 13-19 ເມສາ 2026
ເພງທີ 52 ການອຸທິດຕົວຂອງຄລິດສະຕຽນ
ການຮັບບັບເຕມາໝາຍເຖິງຫຍັງແລະສຳຄັນຫຼາຍສ່ຳໃດ?
“ສອນເຂົາເຈົ້າໃຫ້ເຂົ້າມາເປັນລູກສິດ ໃຫ້ເຂົາເຈົ້າຮັບບັບເຕມາ.”—ມທ. 28:19
ຈຸດສຳຄັນ
ການຮັບບັບເຕມາໝາຍເຖິງຫຍັງ ເປັນຫຍັງຈຶ່ງສຳຄັນ ແລະການຮັບບັບເຕມາຄວນເຮັດແນວໃດ.
1. ເຮົາຮູ້ໄດ້ແນວໃດວ່າການຮັບບັບເຕມາເປັນສິ່ງທີ່ສຳຄັນຫຼາຍ?
ເຮົາດີໃຈຫຼາຍເມື່ອຄົນໃໝ່ໆຮັບບັບເຕມາ. ຄລິດສະຕຽນລຸ້ນທຳອິດກໍຮູ້ສຶກແບບນີ້ຄືກັນເມື່ອເຂົາເຈົ້າເຫັນຫຼາຍຄົນຮັບບັບເຕມາໃນວັນເພັນເຕກອດປີ 33. ໃນຕອນນັ້ນ ອັກຄະສາວົກເປໂຕໄດ້ບັນລະຍາຍເພື່ອອະທິບາຍວ່າການຮັບບັບເຕມາເປັນເລື່ອງທີ່ສຳຄັນຫຼາຍ. (ກຈກ. 2:38, 40, 41) ຕໍ່ມາ ອັກຄະສາວົກໂປໂລຂຽນວ່າ: “ຫຼັກຄຳສອນເບື້ອງຕົ້ນກ່ຽວກັບພະຄລິດ” ລວມເຖິງຄຳສອນ “ເລື່ອງການຮັບບັບເຕມາ” ນຳ. (ຮຣ. 6:1, 2) ສະນັ້ນ ການຮັບບັບເຕມາແມ່ນຄຳສອນຢ່າງໜຶ່ງທີ່ສຳຄັນໃນຄຳພີໄບເບິນທີ່ເຮົາຕ້ອງຮຽນຮູ້ແລະຕ້ອງເຂົ້າໃຈຄັກໆ. ຍ້ອນຫຍັງ?
2. ເປັນຫຍັງເຮົາຕ້ອງເຂົ້າໃຈຄວາມໝາຍຂອງການຮັບບັບເຕມາ?
2 ຖ້າເຮົາຢາກມີເຮືອນທີ່ແໜ້ນໜາເຊິ່ງຈະບໍ່ພັງລົງມາຕອນທີ່ມີລົມພາຍຸ ເຮົາຕ້ອງປຸກເຮືອນໃສ່ຮາກຖານທີ່ແຂງແຮງ. ຄ້າຍຄືກັນ ຖ້າເຮົາຢາກມີຄວາມເຊື່ອທີ່ເຂັ້ມແຂງ ເຮົາຕ້ອງເຂົ້າໃຈຄວາມຈິງໃນຄຳພີໄບເບິນແທ້ໆ. ເລື່ອງນີ້ລວມເຖິງການເຂົ້າໃຈຄວາມໝາຍຂອງການຮັບບັບເຕມາ. ເຖິງວ່າເຮົາຍັງບໍ່ທັນຮັບບັບເຕມາຫຼືຮັບບັບເຕມາດົນແລ້ວ ເປັນເລື່ອງສຳຄັນທີ່ຈະຮູ້ວ່າເປັນຫຍັງການຮັບບັບເຕມາຈຶ່ງສຳຄັນຫຼາຍ. ໃນບົດນີ້ ເຮົາຈະຕອບ 3 ຄຳຖາມຕໍ່ໄປນີ້: ການຮັບບັບເຕມາໝາຍເຖິງຫຍັງ? ການຮັບບັບເຕມາເຮັດແນວໃດ? ແລະເປັນຫຍັງເຮົາຕ້ອງຮັບບັບເຕມາໃນນາມພະເຈົ້າຜູ້ເປັນພໍ່ ໃນນາມລູກຂອງເພິ່ນ ແລະໃນນາມພະລັງບໍລິສຸດ?
ການຮັບບັບເຕມາໝາຍເຖິງຫຍັງແລະເປັນຫຍັງຈຶ່ງສຳຄັນ?
3. ການຮັບບັບເຕມາສະແດງໃຫ້ເຫັນຫຍັງ?
3 ການຮັບບັບເຕມາເປັນການສະແດງໃຫ້ຄົນອື່ນເຫັນຢ່າງເປີດເຜີຍວ່າເຈົ້າຍອມຮັບຄວາມຈິງກ່ຽວກັບພະເຢໂຫວາພະເຈົ້າແລະພະເຢຊູຄລິດ ກັບໃຈຈາກຄວາມຜິດທີ່ເຈົ້າເຄີຍເຮັດ ປ່ຽນແປງຊີວິດໂຕເອງເພື່ອຮັບໃຊ້ພະເຢໂຫວາ ຍອມຮັບວ່າພະເຢຊູເປັນຊ່ອງທາງທີ່ພະເຢໂຫວາຈັດກຽມເພື່ອຊ່ວຍໃຫ້ລອດ ແລະສະແດງໃຫ້ເຫັນວ່າເຈົ້າໄດ້ສັນຍາກັບພະເຢໂຫວາໃນຄຳອະທິດຖານວ່າຈະເຮັດຕາມຄວາມຕ້ອງການຂອງເພິ່ນພາຍໃຕ້ການຊີ້ນຳຂອງອົງການຂອງເພິ່ນ. ເມື່ອເຈົ້າໄດ້ສັນຍາຫຼືອຸທິດໂຕໃຫ້ພະເຢໂຫວາແລະຮັບບັບເຕມາ ເຈົ້າກໍເລີ່ມຍ່າງຢູ່ໃນທາງທີ່ຈະພາໄປເຖິງຊີວິດຕະຫຼອດໄປ.
4. ການຈຸ່ມໂຕຫຼິບລົງໃນນ້ຳແລະຂຶ້ນມາຈາກນ້ຳໝາຍຄວາມວ່າແນວໃດ? (ເບິ່ງຮູບນຳ)
4 ຕອນທີ່ຮັບບັບເຕມາ ເຈົ້າຈະຖືກຈຸ່ມໂຕຫຼິບລົງໃນນ້ຳ ແລ້ວຈາກນັ້ນກໍຂຶ້ນມາຈາກນ້ຳa ເຊິ່ງເປັນຄືກັບວ່າເຈົ້າໄດ້ຕາຍແລ້ວແລະຖືກຝັງ ແລະຈາກນັ້ນກໍຖືກປຸກໃຫ້ຄືນມາຈາກຕາຍ. (ສົມທຽບກັບໂກໂລຊາຍ 2:12) ການຮັບບັບເຕມາສະແດງເຖິງການປ່ຽນແປງທີ່ສຳຄັນທີ່ເຈົ້າໄດ້ເຮັດໃນຊີວິດຂອງເຈົ້າ. ເປັນຫຍັງຈຶ່ງເວົ້າແນວນັ້ນ? ເມື່ອເຈົ້າຈຸ່ມໂຕຫຼິບລົງໃນນ້ຳ ເຈົ້າສະແດງໃຫ້ເຫັນວ່າເຈົ້າໄດ້ເຊົາໃຊ້ຊີວິດແບບເກົ່າ ແລະເມື່ອເຈົ້າຂຶ້ນມາຈາກນ້ຳ ເຈົ້າກໍເລີ່ມຕົ້ນຊີວິດໃໝ່ໂດຍໃຫ້ການເຮັດຕາມຄວາມຕ້ອງການຂອງພະເຢໂຫວາເປັນສິ່ງສຳຄັນທີ່ສຸດໃນຊີວິດ.
ເມື່ອເຈົ້າຮັບບັບເຕມາ ເຈົ້າສະແດງໃຫ້ເຫັນວ່າເຈົ້າເຊົາໃຊ້ຊີວິດແບບເກົ່າ ແລະເລີ່ມຕົ້ນໃຊ້ຊີວິດໃໝ່ໂດຍໃຫ້ການເຮັດຕາມຄວາມຕ້ອງການຂອງພະເຢໂຫວາເປັນສິ່ງສຳຄັນທີ່ສຸດໃນຊີວິດ (ເບິ່ງຂໍ້ 4)
5. ສິ່ງທີ່ເຈົ້າຕ້ອງເຮັດເພື່ອກຽມໂຕທີ່ຈະຮັບບັບເຕມາເປັນຄືກັບວຽກທີ່ໂນອາໄດ້ເຮັດເພື່ອສ້າງເຮືອໃຫຍ່ແນວໃດ? (1 ເປໂຕ 3:18-21)
5 ອ່ານ 1 ເປໂຕ 3:18-21. ເຮົາສາມາດສົມທຽບສິ່ງທີ່ເຮົາຕ້ອງເຮັດເພື່ອກຽມພ້ອມທີ່ຈະຮັບບັບເຕມາວ່າເປັນຄືກັບວຽກທີ່ໂນອາໄດ້ເຮັດໃນການສ້າງເຮືອໃຫຍ່. ຖ້າເຈົ້າຫາກໍເລີ່ມຮຽນຮູ້ກ່ຽວກັບພະເຢໂຫວາ ເຈົ້າອາດຮູ້ສຶກວ່າສິ່ງທີ່ເຈົ້າຕ້ອງເຮັດເພື່ອຈະມີຄຸນສົມບັດທີ່ຈະຮັບບັບເຕມາເປັນສິ່ງທີ່ຍາກຫຼາຍ ມັນອາດເບິ່ງຄືວ່າຍາກສ່ຳກັບທີ່ໂນອາສ້າງເຮືອໃຫຍ່. ການພະຍາຍາມທີ່ຈະມີຄຸນສົມບັດທຸກຢ່າງເພື່ອຈະຮັບບັບເຕມາເປັນສິ່ງທີ່ຈຳເປັນແທ້ໆບໍ? ແມ່ນແລ້ວ. ເປັນຫຍັງຈຶ່ງເວົ້າແນວນັ້ນ? ຂໍໃຫ້ຄິດເຖິງໂນອາ ພະເຢໂຫວາບອກໂນອາວ່າຄວນສ້າງເຮືອແນວໃດ ແລະໂນອາກໍເຮັດຕາມທຸກຢ່າງທີ່ພະເຢໂຫວາສັ່ງເພື່ອຈະລອດຊີວິດຈາກນ້ຳຖ້ວມໃຫຍ່. ໂນອາສາມາດສ້າງເຮືອໃຫຍ່ໄດ້ສຳເລັດຍ້ອນລາວມີຄວາມເຊື່ອໃນພະເຢໂຫວາ ເຊື່ອຟັງເພິ່ນ ແລະຍ້ອນພະເຢໂຫວາຊ່ວຍລາວ. ຄືກັບໂນອາ ເຈົ້າສາມາດເຮັດຕາມທຸກຢ່າງທີ່ ‘ພະເຈົ້າສັ່ງໃຫ້ເຮັດ’ ໄດ້.—ປຖກ. 6:22
6. ການຮັບບັບເຕມາຊ່ວຍເຈົ້າໃຫ້ລອດໃນແງ່ໃດ?
6 ໃນ 1 ເປໂຕ 3:21 ອັກຄະສາວົກເປໂຕຂຽນວ່າ ການຮັບບັບເຕມາ ‘ຊ່ວຍເຈົ້າໃຫ້ລອດ.’ ແຕ່ການຮັບບັບເຕມາພຽງຢ່າງດຽວບໍ່ສາມາດຊ່ວຍເຈົ້າໃຫ້ລອດແລະບໍ່ສາມາດລົບລ້າງຄວາມຜິດທີ່ເຈົ້າເຮັດໄດ້. ມີແຕ່ຄ່າໄຖ່ຂອງພະເຢຊູເທົ່ານັ້ນທີ່ຈະລົບລ້າງຄວາມຜິດຂອງເຈົ້າໄດ້. (1ຢຮ. 1:7) ແຕ່ການຮັບບັບເຕມາເປັນສິ່ງໜຶ່ງທີ່ສຳຄັນຫຼາຍໃນການເຮັດຕາມຄຳສັ່ງຂອງພະເຢໂຫວາ ແລະເມື່ອເຈົ້າຮັບບັບເຕມາເຈົ້າກໍກຳລັງ ‘ຂໍພະເຈົ້າຊ່ວຍບໍ່ໃຫ້ມີຫຍັງລົບກວນໃຈຮູ້ຜິດຮູ້ຖືກ’ ຂອງເຈົ້າ. ພະເຢໂຫວາຍິນດີຍົກໂທດຄວາມຜິດໃຫ້ເຈົ້າໂດຍອາໄສຄ່າໄຖ່ຂອງພະເຢຊູ. ຍ້ອນພະເຢໂຫວາເຮັດແບບນັ້ນ ການຮັບບັບເຕມາຈຶ່ງ ‘ຊ່ວຍເຈົ້າໃຫ້ລອດ’ ຫຼືເຮັດໃຫ້ເປັນໄປໄດ້ທີ່ເຈົ້າຈະມີຊີວິດຕະຫຼອດໄປ.
ການຮັບບັບເຕມາເຮັດແນວໃດ?
7. ການຮັບບັບເຕມາຄວນເປັນແນວໃດ?
7 ຕອນທີ່ຮັບບັບເຕມາ ນອກຈາກຈຸ່ມໂຕຫຼິບລົງໃນນ້ຳແລ້ວ ຄຳພີໄບເບິນກໍບໍ່ໄດ້ໃຫ້ລາຍລະອຽດຫຍັງອີກ. ແຕ່ຄຳພີໄບເບິນກໍຊ່ວຍເຮົາໃຫ້ຮູ້ວ່າອັນໃດເປັນສິ່ງທີ່ເໝາະສົມໃນການຮັບບັບເຕມາ. ຕົວຢ່າງເຊັ່ນ: ຫຼັກການໃນຄຳພີໄບເບິນຊ່ວຍຜູ້ທີ່ຈະຮັບບັບເຕມາໃຫ້ຮູ້ວ່າຄວນນຸ່ງເຄື່ອງແບບໃດແລະຍັງຊ່ວຍຜູ້ທີ່ເບິ່ງການຮັບບັບເຕມາໃຫ້ຮູ້ວ່າຄວນປະພຶດໂຕແນວໃດ. (1ກຣ. 14:40; 1ຕມ. 2:9) ໃນທຸກມື້ນີ້ ຕາມປົກກະຕິແລ້ວຜູ້ເບິ່ງແຍງຈະເປັນຜູ້ທີ່ໃຫ້ບັບເຕມາ ແຕ່ເຮົາຈະບໍ່ໃຫ້ຄວາມສົນໃຈເປັນພິເສດຕໍ່ລາວສຳລັບສິດທິພິເສດນີ້. (1ກຣ. 1:14, 15) ບໍ່ວ່າຈະມີຄົນເບິ່ງການຮັບບັບເຕມາຫຼາຍຫຼືໜ້ອຍ ເມື່ອເຈົ້າໄດ້ຈຸ່ມໂຕຫຼິບລົງໃນນ້ຳກໍຖືວ່າເຈົ້າຮັບບັບເຕມາແລ້ວ.—ກຈກ. 8:36
8. ມີຄຳຖາມຫຍັງແດ່ທີ່ຕ້ອງຖາມຜູ້ທີ່ຈະຮັບບັບເຕມາ ແລະຍ້ອນຫຍັງຈຶ່ງຖາມ? (ກິດຈະການ 2:38-42) (ເບິ່ງຮູບນຳ)
8 ຄຳພີໄບເບິນບອກໃຫ້ຮູ້ວ່າເຮົາຄວນ “ປະກາດຢ່າງເປີດເຜີຍກ່ຽວກັບຄວາມເຊື່ອ” ຂອງເຮົາ. (ຣມ. 10:9, 10) ເປັນເລື່ອງເໝາະສົມແທ້ໆທີ່ເຮົາຈະເຮັດແບບນີ້ເມື່ອເຮົາຮັບບັບເຕມາ ຍ້ອນມັນເປັນສິ່ງທີ່ສຳຄັນຫຼາຍຕໍ່ຄວາມລອດຂອງເຮົາ. ຍ້ອນເຫດຜົນນີ້ຈຶ່ງມີການຖາມຜູ້ທີ່ຈະຮັບບັບເຕມາ 2 ຄຳຖາມ. ຄຳຖາມທຳອິດແມ່ນ “ເຈົ້າໄດ້ກັບໃຈຈາກຄວາມຜິດທີ່ເຈົ້າເຄີຍເຮັດ ອຸທິດໂຕໃຫ້ພະເຢໂຫວາ ແລະຍອມຮັບວິທີທີ່ເພິ່ນຊ່ວຍເຈົ້າໃຫ້ລອດໂດຍທາງພະເຢຊູຄລິດບໍ?” ຄຳຖາມນີ້ບອກໃຫ້ຮູ້ວ່າຜູ້ທີ່ຈະຮັບບັບເຕມາໄດ້ເຮັດແບບນັ້ນແລ້ວ. ເປໂຕເວົ້າຄ້າຍໆກັນນີ້ໃນວັນເພັນເຕກອດເມື່ອລາວບອກຄົນກຸ່ມໃຫຍ່ໃຫ້ກັບໃຈແລະຮັບບັບເຕມາ. ຄຳຖາມທີ 2 ແມ່ນ “ເຈົ້າເຂົ້າໃຈແມ່ນບໍວ່າ ການທີ່ເຈົ້າຮັບບັບເຕມາສະແດງວ່າເຈົ້າເປັນພະຍານພະເຢໂຫວາຄົນໜຶ່ງທີ່ຮັບໃຊ້ຮ່ວມກັບອົງການຂອງພະເຢໂຫວາ?” ຄຳຖາມນີ້ເຕືອນເຮົາວ່າເຮົາຕ້ອງໃຊ້ຊີວິດຕາມທີ່ເຮົາໄດ້ອຸທິດໂຕໂດຍເຮັດຕາມການຊີ້ນຳຈາກພະເຢໂຫວາຜ່ານທາງອົງການຂອງເພິ່ນ ແລະຮັບໃຊ້ພະເຢໂຫວານຳກັນກັບພີ່ນ້ອງຮ່ວມຄວາມເຊື່ອຄືກັບທີ່ພວກລູກສິດລຸ້ນທຳອິດໄດ້ເຮັດ. (ອ່ານກິດຈະການ 2:38-42) ຜູ້ທີ່ຕອບ 2 ຄຳຖາມນີ້ຈາກໃຈວ່າແມ່ນ ກໍມີຄຸນສົມບັດທີ່ຈະຮັບບັບເຕມາ.
ເມື່ອເຈົ້າຮັບບັບເຕມາ ເຈົ້າ “ປະກາດຢ່າງເປີດເຜີຍກ່ຽວກັບຄວາມເຊື່ອ” ຂອງເຈົ້າ (ເບິ່ງຂໍ້ 8)d
9. ເຮົາທຸກຄົນຕ້ອງເຮັດຫຍັງເພື່ອພະເຢໂຫວາຈະພໍໃຈ?
9 ເຖິງວ່າກ່ອນທີ່ຈະເລີ່ມຮຽນຄຳພີໄບເບິນ ເຈົ້າອາດຈະໃຊ້ຊີວິດດີພໍສົມຄວນແລະບໍ່ເຄີຍເຮັດຜິດຮ້າຍແຮງເລີຍ ຫຼືເຈົ້າອາດໃຫຍ່ມາໃນຄອບຄົວທີ່ພໍ່ແມ່ເປັນພະຍານພະເຢໂຫວາເຊິ່ງເຂົາເຈົ້າໄດ້ຊ່ວຍເຈົ້າໃຫ້ຮັກພະເຢໂຫວາ. ເຈົ້າຍັງຕ້ອງກັບໃຈແລະຮັບບັບເຕມາບໍເພື່ອຈະເຮັດໃຫ້ພະເຢໂຫວາພໍໃຈ? ແມ່ນແລ້ວ. ບໍ່ວ່າເຮົາຈະໃຫຍ່ມາໃນຄອບຄົວທີ່ເປັນພະຍານຫຼືບໍ່ ເຮົາທຸກຄົນຕ້ອງຍອມຮັບວ່າເຮົາເປັນຄົນບາບ ແລະບາບເຮັດໃຫ້ເຮົາຫ່າງເຫີນຈາກພະເຢໂຫວາ. (ພສ. 51:5) ແຕ່ເມື່ອເຮົາໄດ້ມາຮູ້ຈັກພະເຢໂຫວາ ເຮົາເລືອກທີ່ຈະເຮັດຕາມຄວາມຕ້ອງການຂອງເພິ່ນບໍ່ແມ່ນເຮັດຕາມຄວາມຕ້ອງການຂອງໂຕເອງ. ເມື່ອເຮັດຈັ່ງຊີ້ ເຮົາກໍສາມາດກັບໃຈຈາກແນວທາງຊີວິດແບບເກົ່າແລະປ່ຽນແປງຊີວິດໃໝ່ ເຊິ່ງເປັນການໃຊ້ຊີວິດໃນແບບທີ່ພະເຢໂຫວາພໍໃຈ. ເມື່ອເຮັດແບບນີ້ແລ້ວ ເຮົາກໍສາມາດຮັບບັບເຕມາໄດ້.—ກຈກ. 3:19
10. ເຈົ້າຕ້ອງເຮັດຫຍັງຖ້າເຈົ້າເຄີຍຮັບບັບເຕມາຕອນທີ່ນັບຖືສາສະໜາອື່ນ?
10 ຖ້າເຈົ້າເຄີຍຮັບບັບເຕມາຕອນທີ່ນັບຖືສາສະໜາອື່ນ ເຈົ້າຍັງຕ້ອງຮັບບັບເຕມາອີກເມື່ອເຂົ້າມາເປັນພະຍານພະເຢໂຫວາ. ຍ້ອນຫຍັງ? ຍ້ອນເຈົ້າບໍ່ໄດ້ເຂົ້າໃຈເຕັມທີເລື່ອງຄວາມຈິງກ່ຽວກັບພະເຢໂຫວາພະເຈົ້າແລະພະເຢຊູ. ເຖິງວ່າເຈົ້າຈະອຸທິດໂຕໃຫ້ພະເຈົ້າໃນຄຳອະທິດຖານ ແຕ່ຄຳສັນຍາຂອງເຈົ້າບໍ່ໄດ້ມາຈາກຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບຄວາມຕ້ອງການຂອງພະເຈົ້າ. ຕອນທີ່ໂປໂລເຈິກັບລູກສິດບາງຄົນໃນເມືອງເອເຟໂຊທີ່ເຄີຍຮັບບັບເຕມາແລ້ວແຕ່ບໍ່ເຂົ້າໃຈຄຳສອນຂອງຄລິດສະຕຽນ ໂປໂລຈຶ່ງໃຫ້ເຂົາເຈົ້າຮັບບັບເຕມາໃໝ່.b (ກຈກ. 19:1-5) ໃນທຸກມື້ນີ້ກໍຄືກັນ ພະເຢໂຫວາຍອມຮັບການຮັບບັບເຕມາຂອງຜູ້ໃດຜູ້ໜຶ່ງເມື່ອລາວມີຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບຄວາມຕ້ອງການຂອງເພິ່ນ.
“ໃນນາມພະເຈົ້າຜູ້ເປັນພໍ່ ໃນນາມລູກຂອງເພິ່ນ ແລະໃນນາມພະລັງບໍລິສຸດ”
11. ການຮັບບັບເຕມາ “ໃນນາມພະເຈົ້າຜູ້ເປັນພໍ່ ໃນນາມລູກຂອງເພິ່ນ ແລະໃນນາມພະລັງບໍລິສຸດ” ໝາຍຄວາມວ່າແນວໃດ? (ມັດທາຍ 28:18-20)
11 ພະເຢຊູສັ່ງວ່າ ພວກລູກສິດໃໝ່ຕ້ອງຮັບບັບເຕມາ “ໃນນາມພະເຈົ້າຜູ້ເປັນພໍ່ ໃນນາມລູກຂອງເພິ່ນ ແລະໃນນາມພະລັງບໍລິສຸດ.” (ອ່ານມັດທາຍ 28:18-20) ເພິ່ນໝາຍຄວາມວ່າແນວໃດ? ໃນຄຳພີໄບເບິນ ຄຳວ່າ “ນາມ” ຫຼື “ຊື່” ມັກຈະໝາຍເຖິງຊື່ສຽງຂອງຜູ້ໃດຜູ້ໜຶ່ງ. ຄຳນີ້ຍັງໝາຍເຖິງຕຳແໜ່ງແລະສິດອຳນາດຂອງຜູ້ທີ່ເປັນຕົວແທນຂອງຊື່ນັ້ນ. ສະນັ້ນ ເມື່ອເຮົາເຮັດບາງຢ່າງ “ໃນນາມ” ຂອງຜູ້ໃດຜູ້ໜຶ່ງຫຼືສິ່ງໃດສິ່ງໜຶ່ງ ເຮົາກຳລັງຍອມຮັບສິດອຳນາດທີ່ຢູ່ເບື້ອງຫຼັງຂອງຊື່ນັ້ນ. (ສົມທຽບກັບມັດທາຍ 10:41; ເບິ່ງຂໍ້ມູນສຳລັບສຶກສາຄຳວ່າ “ຍ້ອນຜູ້ນັ້ນເປັນຜູ້ພະຍາກອນ”) ເມື່ອເຮົາຮັບບັບເຕມາໃນນາມຂອງພະເຢໂຫວາແລະພະເຢຊູ ນີ້ໝາຍຄວາມວ່າເຮົາຮູ້ວ່າພວກເພິ່ນມີສິດແລະມີອຳນາດທີ່ຈະບອກເຮົາໃຫ້ເຮັດຫຍັງກໍໄດ້ ແລະເມື່ອເຮົາຮັບບັບເຕມາໃນນາມພະລັງບໍລິສຸດ ນີ້ໝາຍຄວາມວ່າເຮົາເຮັດຕາມການຊີ້ນຳຂອງພະລັງນັ້ນ. ຕອນນີ້ໃຫ້ເຮົາມາເບິ່ງຢ່າງລະອຽດນຳກັນວ່າເຮົາຈະເຮັດແບບນັ້ນໄດ້ແນວໃດ.
12. ເຮົາຮັບບັບເຕມາໃນນາມພະເຈົ້າຜູ້ເປັນພໍ່ແນວໃດ? (ພະນິມິດ 4:11) (ເບິ່ງຮູບນຳ)
12 ຮັບບັບເຕມາໃນນາມພະເຈົ້າຜູ້ເປັນພໍ່. ນີ້ໝາຍຄວາມວ່າເຮົາຍອມຮັບວ່າພະເຢໂຫວາເປັນພໍ່ຂອງເຮົາທີ່ຢູ່ໃນສະຫວັນແລະເປັນຜູ້ທີ່ໃຫ້ຊີວິດ. ເຮົາຍອມຮັບວ່າເພິ່ນເປັນພະເຈົ້າຜູ້ມີລິດເດດສູງສຸດແລະເປັນຜູ້ສ້າງທຸກສິ່ງ. (ອ່ານພະນິມິດ 4:11) ເຮົາຍອມຮັບວ່າພະເຢໂຫວາເປັນຜູ້ຟັງຄຳອະທິດຖານ ແລະເຮົາໃຊ້ຊື່ຂອງເພິ່ນດ້ວຍຄວາມນັບຖືແລະດ້ວຍຄວາມສະດວກໃຈເມື່ອເຮົາອະທິດຖານແລະເມື່ອເຮົາບອກຄົນອື່ນເລື່ອງຂອງເພິ່ນ. (ພສ. 65:2) ແຕ່ຍັງມີສິ່ງໜຶ່ງອີກທີ່ເຮົາຕ້ອງຍອມຮັບເມື່ອເຮົາຮັບບັບເຕມາໃນນາມພະເຈົ້າຜູ້ເປັນພໍ່. ຜູ້ທີ່ຟັງເປໂຕໃນວັນເພັນເຕກອດຮູ້ຈັກຊື່ຂອງພະເຢໂຫວາແລ້ວ ແຕ່ເຂົາເຈົ້າຍັງຕ້ອງຍອມຮັບວ່າພະເຢໂຫວາໃຫ້ຊີວິດຕະຫຼອດໄປຜ່ານທາງພະເຢຊູເທົ່ານັ້ນ.—ຣມ. 5:8
ຫຼັງຈາກຮັບບັບເຕມາແລ້ວ ໃຫ້ເຈົ້າຍອມຮັບຕຳແໜ່ງແລະສິດອຳນາດຂອງພະເຈົ້າຜູ້ເປັນພໍ່ (ເບິ່ງຂໍ້ 12)
13. ເຮົາຮັບບັບເຕມາໃນນາມລູກຂອງເພິ່ນແນວໃດ? (ເບິ່ງຮູບນຳ)
13 ຮັບບັບເຕມາໃນນາມລູກຂອງເພິ່ນ. ນີ້ໝາຍຄວາມວ່າເຮົາຍອມຮັບວ່າພະເຢຊູເປັນລູກຄົນດຽວຂອງພະເຈົ້າ ແລະຍອມຮັບວ່າພະເຢຊູເປັນ “ທາງນັ້ນ” ເຊິ່ງໝາຍຄວາມວ່າເພິ່ນເປັນຜູ້ດຽວເທົ່ານັ້ນທີ່ສາມາດຊ່ວຍເຮົາໃຫ້ມີສາຍສຳພັນທີ່ດີກັບພະເຢໂຫວາໄດ້. (ຢຮ. 14:6) ເຮົາຍັງຍອມຮັບວ່າພະເຢຊູເປັນຜູ້ທີ່ໄຖ່ພວກເຮົາ ເຊິ່ງເພິ່ນມາຕາຍແທນພວກເຮົາເພື່ອພວກເຮົາອາດຈະໄດ້ຊີວິດ. ຍ້ອນແນວນີ້ເຮົາຈຶ່ງຢາກເຮັດຕາມຕົວຢ່າງຂອງເພິ່ນທຸກໆມື້ໃນການໃຊ້ຊີວິດຂອງເຮົາ ບໍ່ແມ່ນແຕ່ມື້ທີ່ເຮົາຮັບບັບເຕມາເທົ່ານັ້ນ. (1ຢຮ. 2:6) ສະນັ້ນ ເຮົາຈຶ່ງປະກາດຢ່າງກະຕືລືລົ້ນໂດຍບໍ່ໃຫ້ມີຫຍັງມາຂັດຂວາງເຮົາໄວ້ຄືກັບທີ່ພະເຢຊູໄດ້ເຮັດ. (ລກ. 4:43) ເຮົາເຖິງຂັ້ນຍອມອົດທົນກັບການຖືກຂົ່ມເຫງເພື່ອຈະຮັບໃຊ້ພະເຢໂຫວາຢ່າງສັດຊື່. (2ຕມ. 3:12) ເຮົານັບຖືພະເຢຊູໃນຖານະເປັນ “ຜູ້ນຳຂອງປະຊາຄົມ” ສະນັ້ນເຮົາຈຶ່ງເຕັມໃຈເຮັດຕາມການຊີ້ນຳຂອງຜູ້ທີ່ເພິ່ນມອບໝາຍໃຫ້ນຳໜ້າແລະເບິ່ງແຍງພວກລູກສິດຂອງເພິ່ນ.—ອຟຊ. 4:8, 11, 12; 5:23
ຫຼັງຈາກຮັບບັບເຕມາແລ້ວ ໃຫ້ເຈົ້າຍອມຮັບຕຳແໜ່ງແລະສິດອຳນາດລູກຂອງເພິ່ນ (ເບິ່ງຂໍ້ 13)
14. (ກ) ເຮົາຮັບບັບເຕມາໃນນາມພະລັງບໍລິສຸດແນວໃດ? (ເບິ່ງຮູບນຳ) (ຂ) ມີການຮັບບັບເຕມາແບບໃດອີກສຳລັບຜູ້ຖືກເລືອກ? (ເບິ່ງຂອບ “ການຮັບບັບເຕມາອີກແບບໜຶ່ງສຳລັບຜູ້ຖືກເລືອກ”)
14 ຮັບບັບເຕມາໃນນາມພະລັງບໍລິສຸດ. ນີ້ໝາຍຄວາມວ່າເຮົາຍອມຮັບຄວາມຈິງກ່ຽວກັບພະລັງບໍລິສຸດ. ພະລັງບໍລິສຸດບໍ່ແມ່ນບຸກຄົນຫຼືສ່ວນໜຶ່ງຂອງຕີເອການຸພາບ (ພະເຈົ້າ 3 ອົງໃນອົງດຽວ) ແຕ່ແມ່ນພະລັງຂອງພະເຈົ້າ. ເຮົາຍອມຮັບວ່າພະລັງບໍລິສຸດຊີ້ນຳພວກຜູ້ພະຍາກອນແລະຜູ້ຂຽນຄຳພີໄບເບິນໃຫ້ເວົ້າແລະຂຽນຕາມທີ່ພະເຢໂຫວາຕ້ອງການ. ສະນັ້ນ ເຮົາຈຶ່ງອ່ານຄຳພີໄບເບິນທຸກມື້ແລະເຮັດຕາມສິ່ງທີ່ຄຳພີໄບເບິນສອນ. (2ປຕ. 1:20, 21) ເຮົາຕ້ອງຫຼີກລ່ຽງທີ່ຈະບໍ່ເຮັດຜິດຮ້າຍແຮງ ຍ້ອນການເຮັດແບບນັ້ນຈະເຮັດໃຫ້ເຮົາແລະປະຊາຄົມບໍ່ໄດ້ຮັບພະລັງບໍລິດສຸດ.—ອຟຊ. 4:30
ຫຼັງຈາກຮັບບັບເຕມາແລ້ວ ໃຫ້ເຈົ້າເຮັດຕາມການຊີ້ນຳຂອງພະລັງບໍລິສຸດຕໍ່ໆໄປ (ເບິ່ງຂໍ້ 14)
15. ເຮົາຄວນພະຍາຍາມທີ່ຈະເຮັດຫຍັງ?
15 ຖ້າເຈົ້າຮັບບັບເຕມາແລ້ວ ໃຫ້ພະຍາຍາມທີ່ຈະເຂົ້າໃຈຄຳສອນທຸກເລື່ອງກ່ຽວກັບ “ການຮັບບັບເຕມາ”c ແລະໃຊ້ຊີວິດຕາມທີ່ເຈົ້າໄດ້ສັນຍາກັບພະເຢໂຫວາຕອນທີ່ເຈົ້າອຸທິດໂຕໃຫ້ເພິ່ນແລະຮັບບັບເຕມາ. ແຕ່ຖ້າເຈົ້າຍັງບໍ່ໄດ້ຮັບບັບເຕມາເດ? ມີຫຍັງທີ່ເຮັດໃຫ້ເຈົ້າລັງເລບໍ? ໃນບົດຕໍ່ໄປເຮົາຈະຮຽນກ່ຽວກັບການຕັ້ງເປົ້າໝາຍທີ່ຈະຮັບບັບເຕມາ.
ເພງທີ 161 ລູກສຸກໃຈທີ່ໄດ້ເຮັດຕາມພະອົງຕ້ອງການ
a ໃນຄຳພີໄບເບິນ ຄຳວ່າ “ບັບເຕມາ” ໝາຍເຖິງ “ຈຸ່ມໂຕຫຼິບລົງໃນນ້ຳ.” ສະນັ້ນ ການຮັບບັບເຕມາໝາຍເຖິງການຈຸ່ມຜູ້ໃດຜູ້ໜຶ່ງຫຼິບລົງໃນນ້ຳ ບໍ່ແມ່ນມີແຕ່ເອົານ້ຳມາພົມຫຼືຊິດໃສ່ຄືກັບທີ່ບາງສາສະໜາສອນ.
b ລູກສິດບາງຄົນໃນເມືອງເອເຟໂຊໄດ້ຮັບ “ບັບເຕມາຂອງໂຢຮັນ.” (ກຈກ. 19:3) ໂຢຮັນຜູ້ໃຫ້ບັບເຕມາໄດ້ກະຕຸ້ນຄົນຢິວໃຫ້ກັບໃຈໃນສິ່ງທີ່ເຂົາເຈົ້າເຮັດຜິດຕໍ່ກົດໝາຍຂອງໂມເຊ ແລະໂຢຮັນໄດ້ບັບເຕມາໃຫ້ຜູ້ທີ່ກັບໃຈ. (ມຣກ. 1:4, 5) ແຕ່ເມື່ອກົດໝາຍຂອງໂມເຊຖືກຍົກເລີກ ພະເຢໂຫວາກໍບໍ່ໄດ້ຍອມຮັບການຮັບບັບເຕມາແບບນີ້ອີກຕໍ່ໄປ. ນັບຕັ້ງແຕ່ນັ້ນມາ ພະເຢໂຫວາຍອມຮັບພຽງແຕ່ການຮັບ “ບັບເຕມາແບບດຽວ” ທີ່ຈະພາໄປເຖິງຄວາມລອດ.—ອຟຊ. 4:5
c ໃຫ້ເບິ່ງບົດຄວາມ “ການຮັບບັບເຕມາແມ່ນຫຍັງ?” ໃນບົດຄວາມຊຸດ “ຖາມ-ຕອບເລື່ອງຄຳພີໄບເບິນ” ໃນເວັບໄຊແລະໃນແອັບ JW Library®.
d ຄຳອະທິບາຍຮູບ: ຢູ່ການປະຊຸມໝວດ ຜູ້ທີ່ຈະຮັບບັບເຕມາຢືນຂຶ້ນເພື່ອປະກາດຢ່າງເປີດເຜີຍກ່ຽວກັບຄວາມເຊື່ອຂອງເຂົາເຈົ້າ.