ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
ໜັງສືພາສາລາວ (1993-2027)
ອອກຈາກລະບົບ
ເຂົ້າສູ່ລະບົບ
ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ຍິນດີຕ້ອນຮັບ
ນີ້ແມ່ນເຄື່ອງມືຄົ້ນຄວ້າຂໍ້ມູນຈາກໜັງສືຂອງພະຍານພະເຢໂຫວາໃນພາສາຕ່າງໆ.
ຖ້າຕ້ອງການດາວໂຫຼດສິ່ງພິມ ເຊີນເຂົ້າໄປທີ່ jw.org
  • ມື້ນີ້

ວັນ​ສຸກ​ທີ 16 ຕຸລາ

ຢ່າ​ຫຼົງ​ໄປ​ກັບ​ການ​ລໍ້ໃຈ​ຂອງ​ຜູ້​ຍິງ​ແບບ​ນັ້ນ. ຢ່າ​ນຳ​ລາວ​ໄປ​ຕາມ​ບ່ອນ​ຕ່າງໆ.—ສພສ. 7:25

ຕົວຢ່າງ​ນີ້​ເຮັດ​ໃຫ້​ເຫັນ​ວ່າ​ເລື່ອງ​ນີ້​ອາດ​ເກີດຂຶ້ນ​ໄດ້​ກັບ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ທຸກ​ຄົນ. ຄົນ​ເຮົາ​ອາດ​ເຮັດ​ຜິດ​ຮ້າຍ​ແຮງ​ແລະ​ຮູ້ສຶກ​ວ່າ​ທຸກ​ຢ່າງ​ເກີດຂຶ້ນ​ທັນທີ​ຫຼື​ເກີດຂຶ້ນ​ໄວ​ຫຼາຍ​ໂດຍ​ບໍ່​ທັນ​ຕັ້ງ​ໂຕ. ແຕ່​ຖ້າ​ລາວ​ຄິດ​ດີໆ ລາວ​ກໍ​ອາດ​ຈະ​ເຫັນ​ວ່າ​ໂຕເອງ​ຕັດສິນໃຈ​ເຮັດ​ສິ່ງ​ທີ່​ບໍ່​ສະຫຼາດ​ຫຼາຍ​ຢ່າງ​ທີ່​ພາ​ໄປ​ສູ່​ການ​ເຮັດ​ຜິດ ເຊັ່ນ: ລາວ​ອາດ​ຫຼິ້ນ​ນຳ​ໝູ່​ທີ່​ບໍ່​ດີ ເບິ່ງ​ຄວາມ​ບັນເທີງ​ທີ່​ບໍ່​ເໝາະສົມ ຫຼື​ໄປ​ຢູ່​ບ່ອນ​ທີ່​ບໍ່​ຄວນ​ຢູ່​ທັງ​ໃນ​ສະຖານ​ທີ່​ແທ້ໆ​ຫຼື​ທາງ​ອິນເຕີເນັດ. ບາງ​ເທື່ອ​ລາວ​ອາດ​ເຊົາ​ອະທິດຖານ ບໍ່​ອ່ານ​ຄຳພີ​ໄບເບິນ ບໍ່​ໄປ​ປະຊຸມ ຫຼື​ບໍ່​ໄປ​ປະກາດ. ຄື​ກັບ​ຊາຍ​ໜຸ່ມ​ທີ່​ເວົ້າ​ເຖິງ​ໃນ​ສຸພາສິດ ສິ່ງ​ທີ່​ລາວ​ເຮັດ​ບໍ່​ໄດ້​ເກີດຂຶ້ນ​ທັນທີ ແຕ່​ມັນ​ເກີດຂຶ້ນ​ຫຼັງ​ຈາກ​ການ​ຕັດສິນໃຈ​ທີ່​ບໍ່​ສະຫຼາດ​ຫຼາຍ​ເທື່ອ​ກ່ອນ​ໜ້າ​ນັ້ນ. ເຮົາ​ໄດ້​ບົດ​ຮຽນ​ຫຍັງ? ເຮົາ​ບໍ່​ພຽງ​ແຕ່​ລະວັງ​ທີ່​ຈະ​ບໍ່​ເຮັດ​ຜິດ​ເທົ່າ​ນັ້ນ ແຕ່​ເຮົາ​ຕ້ອງ​ລະວັງ​ສິ່ງ​ທີ່​ອາດ​ພາ​ໄປ​ສູ່​ການ​ເຮັດ​ຜິດ​ນຳ. ໂຊໂລໂມນ​ເວົ້າ​ເຖິງ​ເລື່ອງ​ນີ້​ຫຼັງ​ຈາກ​ທີ່​ລາວ​ເວົ້າ​ເຖິງ​ສິ່ງ​ທີ່​ເກີດຂຶ້ນ​ກັບ​ຊາຍ​ໜຸ່ມ​ຜູ້​ນັ້ນ.—ມທ. 5:29, 30. ຫ24.07 ໜ້າ 16 ຂໍ້ 10-11

ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2026

ວັນ​ເສົາ​ທີ 17 ຕຸລາ

ພວກ​ເຮົາ​ກໍ​ເປັນ​ຄື​ເຄື່ອງ​ໃຊ້​ທີ່​ເປັນ​ດິນ​ທີ່​ໃສ່​ເຄື່ອງ​ມີ​ຄ່າ​ໄວ້.—2ກຣ. 4:7

ເຄື່ອງ​ມີ​ຄ່າ​ນີ້​ແມ່ນ​ຫຍັງ? ແມ່ນ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ ເຊິ່ງ​ເປັນ​ວຽກ​ທີ່​ຊ່ວຍ​ຊີວິດ​ຄົນ. (2ກຣ. 4:1) ເຄື່ອງ​ໃຊ້​ທີ່​ເປັນ​ດິນ​ແມ່ນ​ຫຍັງ? ແມ່ນ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ທີ່​ບອກ​ຂ່າວ​ດີ​ໃຫ້​ຄົນ​ອື່ນ​ຮູ້. ໃນ​ສະໄໝ​ຂອງ​ໂປໂລ ພໍ່​ຄ້າ​ຈະ​ໃຊ້​ໄຫ​ດິນ​ເພື່ອ​ຂົນ​ສົ່ງ​ສິ່ງ​ທີ່​ມີ​ຄ່າ ເຊັ່ນ: ຂອງກິນ ເຫຼົ້າແວງ ແລະ​ເງິນ. ຄ້າຍຄື​ກັນ ພະ​ເຢໂຫວາ​ມອບໝາຍ​ເຮົາ​ໃຫ້​ປະກາດ​ຂ່າວ​ດີ​ທີ່​ມີ​ຄ່າ​ໃຫ້​ຄົນ​ອື່ນ​ຮູ້. ເມື່ອ​ພະ​ເຢໂຫວາ​ຊ່ວຍ​ເຮົາ ເຮົາ​ກໍ​ຈະ​ມີ​ກຳລັງ​ເພື່ອ​ຈະ​ປະກາດ​ຕໍ່ໆ​ໄປ​ຢ່າງ​ສັດຊື່. ບາງ​ເທື່ອ​ເຮົາ​ອາດ​ຮູ້ສຶກ​ຢ້ານ​ຄົນ ຫຼື​ອາດ​ຢ້ານ​ວ່າ​ຈະ​ບໍ່​ມີ​ໃຜ​ຟັງ​ເຮົາ. ເຮົາ​ຈະ​ເອົາ​ຊະນະ​ຄວາມ​ຢ້ານ​ແບບ​ນີ້​ໄດ້​ແນວ​ໃດ? ໃຫ້​ເຮົາ​ເບິ່ງ​ຄຳ​ອະທິດຖານ​ຂອງ​ພວກ​ອັກຄະສາວົກ​ຕອນ​ທີ່​ເຂົາເຈົ້າ​ຖືກ​ຫ້າມ​ບໍ່​ໃຫ້​ປະກາດ. ເຂົາເຈົ້າ​ບໍ່​ໄດ້​ຢ້ານ​ຈົນ​ເຊົາ​ປະກາດ ແຕ່​ເຂົາເຈົ້າ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຂົາເຈົ້າ​ໃຫ້​ກ້າ​ປະກາດ​ຕໍ່ໆ​ໄປ ແລະ​ພະ​ເຢໂຫວາ​ກໍ​ຕອບ​ຄຳ​ອະທິດຖານ​ຂອງ​ເຂົາເຈົ້າ​ທັນທີ. (ກຈກ. 4:18, 29, 31) ຖ້າ​ບາງ​ເທື່ອ​ເຮົາ​ຢ້ານ​ຄົນ​ຈົນ​ບໍ່​ກ້າ​ປະກາດ ໃຫ້​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ຮັກ​ຄົນ​ອື່ນ​ຫຼາຍໆ​ເພື່ອ​ເຈົ້າ​ຈະ​ບໍ່​ຢ້ານ​ແລະ​ກ້າ​ປະກາດ​ຂ່າວ​ດີ​ກັບ​ເຂົາເຈົ້າ. ຫ24.04 ໜ້າ 16 ຂໍ້ 8-9

ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2026

ວັນ​ອາທິດ​ທີ 18 ຕຸລາ

ພະເຈົ້າ ພໍ່​ຂອງ​ພວກ​ເຮົາ​ທີ່​ຢູ່​ໃນ​ສະຫວັນ ຂໍ​ໃຫ້​ຊື່​ຂອງ​ພະອົງ​ໄດ້​ຮັບ​ຄວາມ​ນັບຖື​ຫຼາຍ​ທີ່​ສຸດ​ຕະຫຼອດ​ໄປ.—ມທ. 6:9

ເຮົາ​ຮັກ​ພະ​ເຢໂຫວາ ເຮົາ​ຈຶ່ງ​ຢາກ​ເຮັດ​ໃຫ້​ຊື່​ຂອງ​ເພິ່ນ​ໄດ້​ຮັບ​ຄວາມ​ນັບຖື​ຫຼາຍ​ທີ່​ສຸດ​ຕະຫຼອດ​ໄປ. ເຮົາ​ຢາກ​ມີ​ສ່ວນ​ຮ່ວມ​ໃນ​ການ​ລົບ​ລ້າງ​ຂໍ້​ກ່າວຫາ​ທີ່​ຊາຕານ​ເວົ້າ​ຕົວະ​ກ່ຽວກັບ​ພະ​ເຢໂຫວາ. (ປຖກ. 3:1-5; ໂຢບ 2:4; ຢຮ. 8:44) ເມື່ອ​ເຮົາ​ໄປ​ປະກາດ ເຮົາ​ຢາກ​ບອກ​ໃຫ້​ທຸກ​ຄົນ​ຮູ້​ວ່າ​ພະ​ເຢໂຫວາ​ແມ່ນ​ໃຜ​ແລະ​ເພິ່ນ​ເປັນ​ພະເຈົ້າ​ແບບ​ໃດ​ແທ້ໆ. ເຮົາ​ຢາກ​ໃຫ້​ທຸກ​ຄົນ​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ເປັນ​ຄວາມ​ຮັກ ແລະ​ຄວາມ​ຮັກ​ເປັນ​ຄຸນລັກສະນະ​ທີ່​ດີ​ທີ່​ສຸດ​ຂອງ​ເພິ່ນ. ເຮົາ​ຢາກ​ໃຫ້​ທຸກ​ຄົນ​ຮູ້​ວ່າ​ເພິ່ນ​ເປັນ​ພະເຈົ້າ​ທີ່​ຕັດສິນ​ຢ່າງ​ຖືກຕ້ອງ​ແລະ​ຍຸຕິທຳ ແລະ​ອີກ​ບໍ່​ດົນ​ການ​ປົກຄອງ​ຂອງ​ເພິ່ນ​ຈະ​ກຳຈັດ​ຄວາມ​ທຸກ​ລຳບາກ​ທຸກ​ຢ່າງ​ແລະ​ເຮັດ​ໃຫ້​ມະນຸດ​ມີ​ແຕ່​ສະຫງົບສຸກ​ແລະ​ຄວາມ​ສຸກ. (ພສ. 37:10, 11, 29; 1ຢຮ. 4:8) ເມື່ອ​ເຮົາ​ປົກປ້ອງ​ຊື່​ສຽງ​ຂອງ​ພະ​ເຢໂຫວາ​ຕອນ​ທີ່​ເຮົາ​ໄປ​ປະກາດ ເຮົາ​ກໍ​ເຮັດ​ໃຫ້​ຊື່​ຂອງ​ເພິ່ນ​ໄດ້​ຮັບ​ຄວາມ​ນັບຖື​ຫຼາຍ​ທີ່​ສຸດ​ຕະຫຼອດ​ໄປ. ເຮົາ​ຍັງ​ມີ​ຄວາມ​ສຸກ​ຍ້ອນ​ເຮົາ​ກຳລັງ​ເຮັດ​ສິ່ງ​ທີ່​ຄວນ​ເຮັດ​ໃນ​ຖານະ​ເປັນ​ພະຍານ​ພະ​ເຢໂຫວາ. ຫ24.05 ໜ້າ 18 ຂໍ້ 12

ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2026
ຍິນດີຕ້ອນຮັບ
ນີ້ແມ່ນເຄື່ອງມືຄົ້ນຄວ້າຂໍ້ມູນຈາກໜັງສືຂອງພະຍານພະເຢໂຫວາໃນພາສາຕ່າງໆ.
ຖ້າຕ້ອງການດາວໂຫຼດສິ່ງພິມ ເຊີນເຂົ້າໄປທີ່ jw.org
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2026 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌