ການຮັບບັບເຕມາແມ່ນຫຍັງ?
ຄຳຕອບຈາກຄຳພີໄບເບິນ
ການຮັບບັບເຕມາໝາຍເຖິງການຈຸ່ມໂຕຫຼິບລົງໃນນ້ຳ.a ໃນຄຳພີໄບເບິນເວົ້າເຖິງການຮັບບັບເຕມາຫຼາຍເທື່ອ. (ກິດຈະການ 2:41) ໜຶ່ງໃນນັ້ນແມ່ນການຮັບບັບເຕມາຂອງພະເຢຊູທີ່ເພິ່ນຈຸ່ມໂຕຫຼິບລົງໃນແມ່ນ້ຳຈໍແດນ. (ມັດທາຍ 3:13, 16) ຫຼາຍປີຕໍ່ມາ ຜູ້ຊາຍເອທິໂອເປຍຄົນໜຶ່ງໄດ້ຮັບບັບເຕມາຢູ່ “ໜອງນ້ຳ” ບ່ອນໜຶ່ງທີ່ຢູ່ໃກ້ກັບຫົນທາງທີ່ລາວເດີນທາງຜ່ານ.—ກິດຈະການ 8:36-40
ພະເຢຊູສອນວ່າລູກສິດຂອງເພິ່ນທຸກຄົນຕ້ອງຮັບບັບເຕມາ. (ມັດທາຍ 28:19, 20) ອັກຄະສາວົກໂປໂລຢືນຍັນວ່າລູກສິດທຸກຄົນຕ້ອງເຮັດຕາມຄຳສອນນີ້.—1 ເປໂຕ 3:21
ໃນບົດນີ້
ການຮັບບັບເຕມາໝາຍເຖິງຫຍັງ?
ການຮັບບັບເຕມາເປັນການສະແດງໃຫ້ຄົນອື່ນເຫັນວ່າເຮົາໄດ້ກັບໃຈຈາກການເຮັດຜິດ ແລະຕັ້ງໃຈທີ່ຈະເຮັດຕາມຄວາມຕ້ອງການຂອງພະເຢໂຫວາແບບບໍ່ມີເງື່ອນໄຂ ເຊິ່ງລວມເຖິງການເຊື່ອຟັງແລະໃຊ້ຊີວິດຕາມຄຳສອນຂອງພະເຢໂຫວາແລະພະເຢຊູ. ຄົນທີ່ຮັບບັບເຕມາກຳລັງເຮັດໃຫ້ໂຕເອງຍ່າງຢູ່ໃນທາງທີ່ຈະໄດ້ຮັບຊີວິດຕະຫຼອດໄປ.
ການຈຸ່ມໂຕຫຼິບລົງໃນນ້ຳເປັນສັນຍາລັກທີ່ເໝາະສົມກັບການທີ່ຄົນຜູ້ໜຶ່ງໄດ້ປ່ຽນແປງຊີວິດໂຕເອງແນວໃດ? ຄຳພີໄບເບິນສົມທຽບການຮັບບັບເຕມາວ່າເປັນຄືກັບການຝັງ. (ໂຣມ 6:4; ໂກໂລຊາຍ 2:12) ເມື່ອຄົນຜູ້ໜຶ່ງຈຸ່ມໂຕຫຼິບລົງໃນນ້ຳກໍເປັນຄືກັບວ່າລາວໄດ້ຕາຍຈາກແນວທາງຊີວິດເກົ່າ ແລະຕອນທີ່ຂຶ້ນຈາກນ້ຳກໍເປັນຄືກັບວ່າລາວໄດ້ເລີ່ມຊີວິດໃໝ່ເປັນຄລິດສະຕຽນທີ່ອຸທິດໂຕໃຫ້ພະເຢໂຫວາ.
ຄຳພີໄບເບິນເວົ້າແນວໃດກ່ຽວກັບການຮັບບັບເຕມາໃຫ້ແອນ້ອຍ?
ຄຳພີໄບເບິນບໍ່ເຄີຍສອນວ່າແອນ້ອຍຕ້ອງຮັບບັບເຕມາ.b
ຄຳພີໄບເບິນສອນວ່າຄົນທີ່ຕ້ອງການຈະຮັບບັບເຕມາຕ້ອງເຮັດຕາມຂໍ້ຮຽກຮ້ອງບາງຢ່າງ ເຊັ່ນ: ຢ່າງໜ້ອຍລາວຕ້ອງເຂົ້າໃຈຄຳສອນພື້ນຖານບາງຢ່າງໃນຄຳພີໄບເບິນແລະໃຊ້ຊີວິດຕາມຄຳສອນນັ້ນ. ລາວຕ້ອງກັບໃຈຈາກການເຮັດຜິດ ແລະອະທິດຖານອຸທິດໂຕໃຫ້ພະເຢໂຫວາ. (ກິດຈະການ 2:38, 41; 8:12) ແອນ້ອຍບໍ່ສາມາດເຮັດສິ່ງເຫຼົ່ານີ້ໄດ້.
ການຮັບບັບເຕມາໃນນາມພະເຈົ້າຜູ້ເປັນພໍ່ ໃນນາມລູກຂອງເພິ່ນ ແລະໃນນາມພະລັງບໍລິສຸດໝາຍເຖິງຫຍັງ?
ພະເຢຊູສັ່ງພວກລູກສິດຂອງເພິ່ນວ່າ: “ໃຫ້ພວກເຈົ້າໄປ...ສອນ [ຄົນ] ໃຫ້ເຂົ້າມາເປັນລູກສິດ ໃຫ້ເຂົາເຈົ້າຮັບບັບເຕມາໃນນາມພະເຈົ້າຜູ້ເປັນພໍ່ ໃນນາມລູກຂອງເພິ່ນ ແລະໃນນາມພະລັງບໍລິສຸດ ແລະສອນເຂົາເຈົ້າໃຫ້ເຮັດຕາມທຸກສິ່ງທີ່ຂ້ອຍສັ່ງພວກເຈົ້າໄວ້.” (ມັດທາຍ 28:19, 20) ຄຳວ່າ “ໃນນາມ” ໝາຍຄວາມວ່າຄົນທີ່ຈະຮັບບັບເຕມາຕ້ອງເຂົ້າໃຈກ່ຽວກັບສິດອຳນາດແລະຕຳແໜ່ງຂອງພະເຈົ້າຜູ້ເປັນພໍ່ແລະລູກຊາຍຂອງເພິ່ນ ລວມທັງເຂົ້າໃຈບົດບາດຂອງພະລັງບໍລິສຸດ. ເພື່ອເປັນຕົວຢ່າງ: ອັກຄະສາວົກເປໂຕບອກຜູ້ຊາຍທີ່ເປັນລ່ອຍຕັ້ງແຕ່ເກີດວ່າ: “ໃນນາມຂອງພະເຢຊູຄລິດຄົນນາຊາເຣັດ ໃຫ້ເຈົ້າລຸກຂຶ້ນແລະຍ່າງໄປ!” (ກິດຈະການ 3:6) ເຫັນໄດ້ແຈ້ງວ່າເປໂຕຮູ້ແລະຍອມຮັບສິດອຳນາດຂອງພະເຢຊູ. ລາວຍັງຍົກຍ້ອງນຳວ່າເພິ່ນເປັນຜູ້ທີ່ເຮັດການອັດສະຈັນເພື່ອປົວຜູ້ຊາຍຄົນນັ້ນໃຫ້ເຊົາ.
“ພະເຈົ້າຜູ້ເປັນພໍ່” ໝາຍເຖິງພະເຢໂຫວາcພະເຈົ້າ. ເພິ່ນເປັນຜູ້ທີ່ສ້າງທຸກສິ່ງທຸກຢ່າງ ເປັນຜູ້ໃຫ້ຊີວິດ ແລະເປັນພະເຈົ້າຜູ້ທີ່ມີພະລັງອຳນາດສູງສຸດ.—ປະຖົມມະການ 17:1; ພະນິມິດ 4:11
“ລູກຂອງເພິ່ນ” ໝາຍເຖິງພະເຢຊູຜູ້ທີ່ສະລະຊີວິດເພື່ອເຮົາທຸກຄົນ. (ໂຣມ 6:23) ເຮົາຈະບໍ່ໄດ້ຮັບຄວາມລອດ ຖ້າເຮົາບໍ່ເຂົ້າໃຈແລະບໍ່ຍອມຮັບບົດບາດສຳຄັນຂອງພະເຢຊູກ່ຽວກັບຄວາມຕ້ອງການຂອງພະເຢໂຫວາທີ່ມີຕໍ່ມະນຸດ.—ໂຢຮັນ 14:6; 20:31; ກິດຈະການ 4:8-12
“ພະລັງບໍລິສຸດ” ເປັນພະລັງທີ່ພະເຈົ້າໃຊ້ເຮັດສິ່ງຕ່າງໆ.d ພະເຈົ້າໃຊ້ພະລັງນີ້ສ້າງທຸກສິ່ງ ໃຫ້ຊີວິດ ແລະຖ່າຍທອດຂ່າວສານຂອງເພິ່ນໃຫ້ພວກຜູ້ພະຍາກອນແລະຄົນອື່ນໆ ແລະເພິ່ນໃຫ້ພະລັງນີ້ກັບເຂົາເຈົ້າເພື່ອຈະເຮັດຕາມທີ່ເພິ່ນຕ້ອງການໄດ້. (ປະຖົມມະການ 1:2; ໂຢບ 33:4; ໂຣມ 15:18, 19) ພະເຢໂຫວາຍັງໃຊ້ພະລັງບໍລິສຸດເພື່ອຊີ້ນຳຜູ້ຂຽນຄຳພີໄບເບິນໃຫ້ຂຽນຄວາມຄິດຂອງເພິ່ນນຳ.—2 ເປໂຕ 1:21
ການຮັບບັບເຕມາອີກເທື່ອໜຶ່ງຜິດບໍ?
ບໍ່ແມ່ນເລື່ອງແປກທີ່ຄົນຈະປ່ຽນສາສະໜາ ແຕ່ຖ້າເຂົາເຈົ້າເຄີຍຮັບບັບເຕມາໃນໂບດຂອງເຂົາເຈົ້າມາກ່ອນແລະຍາກຮັບບັບເຕມາອີກເດ. ມັນຜິດບໍ? ບາງຄົນບອກວ່າຜິດ ຍ້ອນເຂົາເຈົ້າຍຶດຕາມເອເຟໂຊ 4:5 ທີ່ບອກວ່າ: “ມີຜູ້ເປັນນາຍຜູ້ດຽວ ຄວາມເຊື່ອອັນດຽວ ບັບເຕມາແບບດຽວ.” ແຕ່ຂໍ້ນີ້ບໍ່ໄດ້ບອກວ່າຄົນເຮົາຈະຮັບບັບເຕມາອີກເທື່ອໜຶ່ງບໍ່ໄດ້. ເປັນຫຍັງຈຶ່ງເວົ້າແບບນັ້ນ?
ແວດບົດ. ໃນເອເຟໂຊ 4:5 ຕອນນັ້ນອັກຄະສາວົກໂປໂລກຳລັງເນັ້ນວ່າຄລິດສະຕຽນແທ້ຕ້ອງເປັນອັນໜຶ່ງອັນດຽວກັນໃນເລື່ອງຄວາມເຊື່ອ. (ເອເຟໂຊ 4:1-3, 16) ຄວາມເປັນອັນໜຶ່ງອັນດຽວກັນແບບນັ້ນຈະເກີດຂຶ້ນໄດ້ເມື່ອເຂົາເຈົ້າຕິດຕາມຜູ້ເປັນນາຍຄົນດຽວກັນເຊິ່ງກໍຄືພະເຢຊູ ມີຄວາມເຊື່ອຫຼືເຂົ້າໃຈຄຳສອນໃນຄຳພີໄບເບິນແບບດຽວກັນ ແລະຕ້ອງເຮັດຕາມຂໍ້ຮຽກຮ້ອງກ່ຽວກັບການຮັບບັບເຕມາຕາມທີ່ບອກໄວ້ໃນຄຳພີໄບເບິນຄືກັນ.
ອັກຄະສາວົກໂປໂລກະຕຸ້ນບາງຄົນທີ່ເຄີຍຮັບບັບເຕມາແລ້ວໃຫ້ຮັບບັບເຕມາອີກເທື່ອໜຶ່ງ ຍ້ອນກ່ອນໜ້ານັ້ນເຂົາເຈົ້າຮັບບັບເຕມາໂດຍທີ່ຍັງບໍ່ທັນເຂົ້າໃຈຄຳສອນຂອງຄລິດສະຕຽນແທ້ໆ.—ກິດຈະການ 19:1-5
ພື້ນຖານທີ່ຖືກຕ້ອງຂອງການຮັບບັບເຕມາ. ເພື່ອຈະໃຫ້ພະເຢໂຫວາຍອມຮັບເຮົາ ການຮັບບັບເຕມາຕ້ອງມີພື້ນຖານມາຈາກຄວາມຮູ້ທີ່ຖືກຕ້ອງໃນຄຳພີໄບເບິນ. (1 ຕີໂມທຽວ 2:3, 4) ຖ້າການຮັບບັບເຕມາມາຈາກພື້ນຖານຄຳສອນທີ່ຂັດກັບຄຳພີໄບເບິນ ພະເຢໂຫວາຈະບໍ່ຍອມຮັບການຮັບບັບເຕມານັ້ນ. (ໂຢຮັນ 4:23, 24) ເຖິງວ່າຜູ້ນັ້ນຈະຕັ້ງໃຈອີ່ຫຼີ ແຕ່ລາວບໍ່ເຂົ້າໃຈແທ້ໆວ່າ “ພະເຈົ້າຕ້ອງການຫຍັງ.” (ໂຣມ 10:2) ສະນັ້ນ ເພື່ອຈະໃຫ້ພະເຢໂຫວາຍອມຮັບ ລາວຕ້ອງຮຽນຄວາມຈິງໃນຄຳພີໄບເບິນ ເອົາສິ່ງທີ່ໄດ້ຮຽນໄປໃຊ້ ອຸທິດຊີວິດໃຫ້ພະເຢໂຫວາ ແລະຮັບບັບເຕມາອີກເທື່ອໜຶ່ງ. ຖ້າລາວເຮັດແບບນີ້ ການຮັບບັບເຕມາເທື່ອໃໝ່ນີ້ກໍບໍ່ໄດ້ຖືວ່າເປັນສິ່ງທີ່ຜິດ. ທີ່ຈິງແລ້ວ ມັນເປັນສິ່ງຖືກຕ້ອງທີ່ລາວຄວນເຮັດ.
ການຮັບບັບເຕມາແບບອື່ນທີ່ເວົ້າເຖິງໃນຄຳພີໄບເບິນ
ຄຳພີໄບເບິນເວົ້າເຖິງການຮັບບັບເຕມາແບບອື່ນນຳ. ການຮັບບັບເຕມາເຫຼົ່ານີ້ມີຄວາມໝາຍຕ່າງຈາກການຈຸ່ມໂຕຫຼິບລົງໃນນ້ຳຂອງຄົນທີ່ເປັນລູກສິດຂອງພະເຢຊູ. ໃຫ້ເຮົາມາເບິ່ງບາງຕົວຢ່າງນຳກັນ.
ການຮັບບັບເຕມາໂດຍໂຢຮັນຜູ້ໃຫ້ບັບເຕມາ.e ຄົນຢິວແລະຄົນທີ່ປ່ຽນມານັບຖືສາສະໜາຢິວໄດ້ຮັບບັບເຕມາຈາກໂຢຮັນ. ການຮັບບັບເຕມານີ້ເປັນສັນຍາລັກວ່າເຂົາເຈົ້າໄດ້ກັບໃຈຈາກຄວາມຜິດທີ່ເກີດຈາກການບໍ່ເຊື່ອຟັງກົດໝາຍຂອງໂມເຊ ເຊິ່ງເປັນກົດໝາຍທີ່ພະເຈົ້າໃຫ້ຄົນອິດສະຣາເອນຜ່ານທາງໂມເຊ. ການຮັບບັບເຕມາທີ່ເຮັດໂດຍໂຢຮັນເປັນການກຽມຄົນໃຫ້ເຂົ້າໃຈແລະຍອມຮັບເມຊີອາເຊິ່ງກໍຄືພະເຢຊູຄົນນາຊາເຣັດ.—ລູກາ 1:13-17; 3:2, 3; ກິດຈະການ 19:4
ການຮັບບັບເຕມາຂອງພະເຢຊູ. ການຮັບບັບເຕມາຂອງພະເຢຊູທີ່ເຮັດໂດຍໂຢຮັນຜູ້ໃຫ້ບັບເຕມາເປັນການຮັບບັບເຕມາທີ່ບໍ່ຄືໃຜ. ພະເຢຊູເປັນມະນຸດສົມບູນແບບແລະບໍ່ເຄີຍເຮັດຜິດ. (1 ເປໂຕ 2:21, 22) ສະນັ້ນ ການຮັບບັບເຕມາຂອງເພິ່ນຈຶ່ງບໍ່ແມ່ນການກັບໃຈ ຫຼື “ເປັນການຂໍພະເຈົ້າເພື່ອຊ່ວຍບໍ່ໃຫ້ມີຫຍັງລົບກວນໃຈຮູ້ຜິດຮູ້ຖືກ.” (1 ເປໂຕ 3:21) ແຕ່ເປັນການສະແດງໃຫ້ເຫັນວ່າເພິ່ນພ້ອມເຮັດຕາມຄວາມຕ້ອງການຂອງພະເຢໂຫວາໃນຖານະເມຊີອາຫຼືພະຄລິດຕາມທີ່ພະຍາກອນໄວ້. ເລື່ອງນີ້ລວມເຖິງການສະລະຊີວິດເພື່ອເຮົາທຸກຄົນ.—ເຮັບເຣີ 10:7-10
ການຮັບບັບເຕມາດ້ວຍພະລັງບໍລິສຸດ. ທັງໂຢຮັນຜູ້ໃຫ້ບັບເຕມາແລະພະເຢຊູເວົ້າເຖິງການຮັບບັບເຕມາດ້ວຍພະລັງບໍລິສຸດ. (ມັດທາຍ 3:11; ລູກາ 3:16; ກິດຈະການ 1:1-5) ການຮັບບັບເຕມາດ້ວຍພະລັງບໍລິສຸດບໍ່ຄືກັບການຮັບບັບເຕມາໃນນາມຂອງພະລັງບໍລິສຸດ. (ມັດທາຍ 28:19) ເປັນຫຍັງຈຶ່ງເປັນແບບນັ້ນ?
ລູກສິດຂອງພະເຢຊູທີ່ຮັບບັບເຕມາດ້ວຍພະລັງບໍລິສຸດມີຈຳນວນຈຳກັດ. ຄົນເຫຼົ່ານີ້ຖືກເລືອກດ້ວຍພະລັງບໍລິສຸດຍ້ອນເຂົາເຈົ້າຖືກເອີ້ນໃຫ້ໄປຮັບໃຊ້ຮ່ວມກັບພະເຢຊູໃນສະຫວັນໃນຖານະກະສັດແລະປະໂລຫິດ ແລະເຂົາເຈົ້າຈະປົກຄອງໂລກນີ້.f (1 ເປໂຕ 1:3, 4; ພະນິມິດ 5:9, 10) ຄົນທີ່ຈະຢູ່ພາຍໃຕ້ການປົກຄອງນີ້ແມ່ນລູກສິດຂອງພະເຢຊູຫຼາຍລ້ານຄົນທີ່ມີຄວາມຫວັງທີ່ຈະມີຊີວິດຕະຫຼອດໄປໃນໂລກທີ່ເປັນສວນທີ່ງາມໆ.—ມັດທາຍ 5:5; ລູກາ 23:43
ການຮັບບັບເຕມາເພື່ອເປັນອັນໜຶ່ງອັນດຽວກັບພະເຢຊູແລະການຮັບບັບເຕມາເພື່ອຈະຕາຍຄືກັບເພິ່ນ. ຄົນທີ່ຮັບບັບເຕມາດ້ວຍພະລັງບໍລິສຸດກໍຮັບບັບເຕມາເພື່ອ “ເປັນອັນໜຶ່ງອັນດຽວກັບພະຄລິດເຢຊູ.” (ໂຣມ 6:3) ການຮັບບັບເຕມານີ້ຈະເກີດຂຶ້ນກັບພວກລູກສິດຂອງພະເຢຊູທີ່ຖືກເລືອກເຊິ່ງເຂົາເຈົ້າຈະປົກຄອງກັບເພິ່ນໃນສະຫວັນ. ການຮັບບັບເຕມາເພື່ອເປັນອັນໜຶ່ງອັນດຽວກັບພະເຢຊູເຮັດໃຫ້ເຂົາເຈົ້າເຂົ້າມາເປັນສ່ວນໜຶ່ງຂອງປະຊາຄົມຜູ້ຖືກເລືອກເຊິ່ງມີພະເຢຊູເປັນຫົວແລະເຂົາເຈົ້າເປັນຮ່າງກາຍ.—1 ໂກຣິນໂທ 12:12, 13, 27; ໂກໂລຊາຍ 1:18
ຄລິດສະຕຽນທີ່ຖືກເລືອກ “ຮັບບັບເຕມາເພື່ອຈະຕາຍຄືກັບ [ພະເຢຊູ].” (ໂຣມ 6:3, 4) ເຂົາເຈົ້າເຮັດຄືກັບພະເຢຊູໂດຍຕັ້ງໃຈເຮັດຕາມຄວາມຕ້ອງການຂອງພະເຢໂຫວາບໍ່ແມ່ນຕາມໃຈໂຕເອງ ແລະເສຍສະລະຄວາມຫວັງທີ່ຈະມີຊີວິດຕະຫຼອດໄປໃນໂລກ. ການຮັບບັບເຕມາແບບນີ້ຈະຄົບຖ້ວນສົມບູນເມື່ອເຂົາເຈົ້າຕາຍແລະຖືກປຸກໃຫ້ມີຊີວິດໃນສະຫວັນ.—ໂຣມ 6:5; 1 ໂກຣິນໂທ 15:42-44
ການຮັບບັບເຕມາດ້ວຍໄຟ. ໂຢຮັນຜູ້ໃຫ້ຮັບບັບເຕມາບອກວ່າ: “ເພິ່ນ [ພະເຢຊູ] ຈະໃຫ້ບັບເຕມາພວກເຈົ້າດ້ວຍພະລັງບໍລິສຸດແລະດ້ວຍໄຟ. ເພິ່ນຖືເຄື່ອງມືທີ່ໃຊ້ແຍກຂີ້ແກບ ແລະຈະມ້ຽນລານຟາດເຂົ້າຂອງເພິ່ນໃຫ້ກ້ຽງ. ເພິ່ນຈະລວບລວມເຂົ້າໄວ້ໃນເລົ້າ ສ່ວນຂີ້ແກບເພິ່ນຈະຈູດມັນຖິ້ມດ້ວຍໄຟທີ່ບໍ່ມີມື້ມອດ.” (ມັດທາຍ 3:11, 12) ການຮັບບັບເຕມາດ້ວຍໄຟແລະການຮັບບັບເຕມາດ້ວຍພະລັງບໍລິສຸດບໍ່ຄືກັນ. ຄັນຊັ້ນ ຕົວຢ່າງປຽບທຽບທີ່ໂຢຮັນເລົ່າໝາຍເຖິງຫຍັງ?
ເຂົ້າວີດໝາຍເຖິງຄົນທີ່ເຊື່ອຟັງແລະເຮັດຕາມຄຳສອນຂອງພະເຢຊູ. ເຂົາເຈົ້າມີຄວາມຫວັງທີ່ຈະຮັບບັບເຕມາດ້ວຍພະລັງບໍລິສຸດ. ສ່ວນຂີ້ແກບເປັນສັນຍາລັກຂອງຄົນທີ່ບໍ່ເຊື່ອຟັງພະເຢຊູ. ຈຸດຈົບຂອງເຂົາເຈົ້າຄືການຮັບບັບເຕມາດ້ວຍໄຟເຊິ່ງເປັນສັນຍາລັກຂອງການຖືກທຳລາຍຕະຫຼອດໄປ.—ມັດທາຍ 3:7-12; ລູກາ 3:16, 17
a ຄຳພາສາກຣີກທີ່ແປວ່າ “ບັບເຕມາ” ໝາຍເຖິງ “ຈຸ່ມໂຕຫຼິບລົງໃນນ້ຳແລະຂຶ້ນຈາກນ້ຳ” ຕາມວັດຈະນານຸກົມ Vine’s Complete Expository Dictionary of Old and New Testament Words.
b ການຮັບບັບເຕມາໃຫ້ແອນ້ອຍເປັນພິທີທີ່ບາງໂບດເຮັດ ເຊິ່ງຈະມີການຕັ້ງຊື່ໃຫ້ແອນ້ອຍ ແລ້ວຈາກນັ້ນກໍໃຫ້ “ບັບເຕມາ” ໂດຍເອົານ້ຳພົມຫຼືເທນ້ຳໃສ່ຫົວແອນ້ອຍ.
c ເຢໂຫວາເປັນຊື່ຂອງພະເຈົ້າ. (ເພງສັນລະເສີນ 83:18) ເບິ່ງບົດຄວາມ “ພະເຢໂຫວາແມ່ນໃຜ?”
d ເບິ່ງບົດຄວາມ “ພະລັງບໍລິສຸດແມ່ນຫຍັງ?”
e ເບິ່ງບົດຄວາມ “ໂຢຮັນຜູ້ໃຫ້ບັບເຕມາແມ່ນໃຜ?”
f ເບິ່ງບົດຄວາມ “ໃຜໄປສະຫວັນ?”
g ຄຳພີໄບເບິນຍັງໃຊ້ຄຳ “ບັບເຕມາ” ເມື່ອເວົ້າເຖິງການເຮັດໃຫ້ສະອາດຕາມພິທີກຳບາງຢ່າງ ເຊັ່ນ: ຈຸ່ມເຄື່ອງໃຊ້ບາງຢ່າງໃນນ້ຳ. (ມາຣະໂກ 7:4; ເຮັບເຣີ 9:10) ເລື່ອງນີ້ບໍ່ຄືກັບການຈຸ່ມໂຕຫຼິບລົງໃນນ້ຳຂອງພະເຢຊູແລະພວກລູກສິດຂອງເພິ່ນ.