ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ26 ກຸມພາ ໜ້າ 14-19
  • ໃຫ້​ຕັ້ງ​ເປົ້າໝາຍ​ທີ່​ຈະ​ຮັບ​ບັບເຕມາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໃຫ້​ຕັ້ງ​ເປົ້າໝາຍ​ທີ່​ຈະ​ຮັບ​ບັບເຕມາ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2026
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ເປັນ​ຫຍັງ​ບາງ​ຄົນ​ລັງເລ​ທີ່​ຈະ​ຮັບ​ບັບເຕມາ?
  • ໃຫ້​ຈື່​ໄວ້​ວ່າ​ຈຸດຈົບ​ຂອງ​ໂລກ​ນີ້​ໃກ້​ຈະ​ມາ​ຮອດ​ແລ້ວ
  • ປະໂຫຍດ​ຂອງ​ການ​ຮັບ​ບັບເຕມາ​ຕັ້ງແຕ່​ຕອນນີ້
  • ການ​ຮັບ​ບັບເຕມາ​ໝາຍ​ເຖິງ​ຫຍັງ​ແລະ​ສຳຄັນ​ຫຼາຍ​ສ່ຳ​ໃດ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2026
  • ເຈົ້າ​ພ້ອມ​ແລ້ວ​ບໍ​ທີ່​ຈະ​ອຸທິດໂຕ​ໃຫ້​ພະ​ເຢໂຫວາ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ຕິດຕາມ​ພະ​ເຢຊູ​ຕໍ່ໆ​ໄປ​ຫຼັງ​ຈາກ​ຮັບ​ບັບເຕມາ​ແລ້ວ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ຢ່າ​ໃຫ້​ມີ​ຫຍັງ​ຢຸດ​ເຈົ້າ​ໄວ້​ຈາກ​ການ​ຮັບ​ບັບເຕມາ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2026
ຫ26 ກຸມພາ ໜ້າ 14-19

ວັນ​ທີ 20-26 ເມສາ 2026

ເພງ​ທີ 49 ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ

ໃຫ້​ຕັ້ງ​ເປົ້າໝາຍ​ທີ່​ຈະ​ຮັບ​ບັບເຕມາ

“ຕອນນີ້​ແຫຼະ​ເປັນ​ເວລາ​ທີ່​ພະເຈົ້າ​ເມດຕາ​ພວກ​ເຮົາ​ເປັນ​ພິເສດ.”—2ກຣ. 6:2

ຈຸດ​ສຳຄັນ

ຕອນນີ້​ເປັນ​ເວລາ​ທີ່​ຈະ​ເປັນ​ໝູ່​ສະໜິດ​ກັບ​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ.

1. (ກ) ເຮົາ​ໄດ້​ຮັບ​ປະໂຫຍດ​ຫຍັງ​ແດ່​ຈາກ​ການ​ຮັບ​ບັບເຕມາ? (ຂ) ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ນີ້?

ເຈົ້າ​ໄດ້​ອຸທິດ​ໂຕ​ໃຫ້​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ​ແລ້ວ​ບໍ? ຖ້າ​ແມ່ນ ນັ້ນ​ກໍ​ໝາຍ​ຄວາມ​ວ່າ​ເຈົ້າ​ໄດ້​ຂໍ​ໃຫ້​ພະ​ເຢໂຫວາ​ຍົກໂທດ​ຄວາມ​ຜິດ​ໃຫ້​ເຈົ້າ​ແລະ​ຍອມ​ໃຫ້​ເຈົ້າ​ເຂົ້າ​ມາ​ເປັນ​ຜູ້​ນະມັດສະການ​ເພິ່ນ. (1ປຕ. 3:21) ນອກ​ຈາກ​ນັ້ນ ເມື່ອ​ເຈົ້າ​ຮັບ​ບັບເຕມາ ເຈົ້າ​ກໍ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ຄົນ​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ບັບເຕມາ​ທີ່​ຢູ່​ໃນ​ປະຊາຄົມ​ຂອງ​ເຈົ້າ. ການ​ມອບ​ຊີວິດ​ໃຫ້​ພະ​ເຢໂຫວາ​ເປັນ​ການ​ຕັດສິນໃຈ​ທີ່​ດີ​ທີ່​ສຸດ. ແຕ່​ຖ້າ​ເຈົ້າ​ຍັງ​ບໍ່​ທັນ​ໄດ້​ຮັບ​ບັບເຕມາ​ເດ? ແນ່ນອນ​ວ່າ​ເຈົ້າ​ກໍ​ຮັກ​ພະ​ເຢໂຫວາ​ແລະ​ຢາກ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ເພິ່ນ​ຄື​ກັນ. ເຈົ້າ​ຮູ້​ວ່າ​ການ​ຮັບ​ບັບເຕມາ​ເປັນ​ສິ່ງ​ທີ່​ສຳຄັນ​ເພື່ອ​ຄວາມ​ຜິດ​ຂອງ​ເຈົ້າ​ຈະ​ໄດ້​ຮັບ​ການ​ຍົກໂທດ​ແລະ​ເພື່ອ​ເຈົ້າ​ຈະ​ໄດ້​ຮັບ​ຄວາມ​ພໍໃຈ​ຈາກ​ພະ​ເຢໂຫວາ. (ກຈກ. 2:38-40) ແຕ່​ເຈົ້າ​ອາດ​ຍັງ​ລັງເລ​ຢູ່. ອັນ​ໃດ​ຈະ​ຊ່ວຍ​ເຈົ້າ​ໄດ້? ໃນ​ບົດ​ນີ້ ເຮົາ​ຈະ​ເບິ່ງ 3 ຈຸດ​ຕໍ່​ໄປ​ນີ້: (1) ເປັນ​ຫຍັງ​ບາງ​ຄົນ​ລັງເລ​ທີ່​ຈະ​ຮັບ​ບັບເຕມາ? (2) ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ຈື່​ໄວ້​ວ່າ​ຈຸດຈົບ​ຂອງ​ໂລກ​ນີ້​ໃກ້​ຈະ​ມາ​ຮອດ​ແລ້ວ? ແລະ (3) ເຈົ້າ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ການ​ຕັ້ງ​ເປົ້າໝາຍ​ທີ່​ຈະ​ຮັບ​ບັບເຕມາ​ໂດຍ​ບໍ່​ຊັກຊ້າ?

ເປັນ​ຫຍັງ​ບາງ​ຄົນ​ລັງເລ​ທີ່​ຈະ​ຮັບ​ບັບເຕມາ?

2. ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ລັງເລ​ທີ່​ຈະ​ຮັບ​ບັບເຕມາ?

2 ບາງ​ຄົນ​ລັງເລ​ທີ່​ຈະ​ຮັບ​ບັບເຕມາ​ຍ້ອນ​ຢ້ານ. ຕົວຢ່າງ​ເຊັ່ນ: ເຖິງ​ວ່າ​ເຂົາເຈົ້າ​ຢາກ​ຮັບໃຊ້​ພະ​ເຢໂຫວາ ແຕ່​ກໍ​ຢ້ານ​ວ່າ​ເຂົາເຈົ້າ​ຈະ​ບໍ່​ດີ​ພໍ​ທີ່​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ​ໄດ້. ຖ້າ​ເຈົ້າ​ຮູ້ສຶກ​ແບບ​ນີ້ ໃຫ້​ອ່ານ​ຂໍ້​ພະຄຳພີ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ຄາດໝາຍ​ຄວາມ​ສົມບູນແບບ​ຈາກ​ເຈົ້າ ແລະ​ເພິ່ນ​ພໍໃຈ​ເມື່ອ​ເຈົ້າ​ເຮັດ​ສຸດ​ຄວາມ​ສາມາດ​ໃນ​ການ​ຮັບໃຊ້​ເພິ່ນ. (ພສ. 103:13, 14; ກລຊ. 3:23) ຖ້າ​ເຈົ້າ​ຢ້ານ​ການ​ຕໍ່ຕ້ານ ໃຫ້​ຂໍ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ໝັ້ນໃຈ​ແບບ​ດຽວ​ກັບ​ຜູ້​ຂຽນ​ເພງ​ສັນລະເສີນ​ເຊິ່ງ​ລາວ​ເວົ້າ​ວ່າ: “ພະ​ເຢໂຫວາ​ຢູ່​ຝ່າຍ​ຂ້ອຍ ຂ້ອຍ​ຈະ​ບໍ່​ຢ້ານ​ຫຍັງ. ມະນຸດ​ຈະ​ເຮັດ​ຫຍັງ​ໃຫ້​ຂ້ອຍ​ໄດ້?”—ພສ. 118:6

3. ບາງ​ຄົນ​ຄິດ​ແນວ​ໃດ​ເຊິ່ງ​ອາດ​ຂັດຂວາງ​ເຂົາເຈົ້າ​ໄວ້​ຈາກ​ການ​ຮັບ​ບັບເຕມາ? (ເບິ່ງ​ຮູບ​ໜ້າ​ປົກ​ນຳ)

3 ບາງ​ຄົນ​ທີ່​ຮັກ​ພະ​ເຢໂຫວາ​ເລື່ອນ​ການ​ຮັບ​ບັບເຕມາ​ອອກ​ໄປ​ຍ້ອນ​ເຂົາເຈົ້າ​ຄິດ​ວ່າ​ໂຕເອງ​ຍັງ​ບໍ່​ມີ​ຄວາມ​ຮູ້​ພຽງ​ພໍ​ກ່ຽວກັບ​ພະ​ເຢໂຫວາ​ແລະ​ຄຳສອນ​ໃນ​ຄຳພີ​ໄບເບິນ. ແຕ່​ເຈົ້າ​ຕ້ອງ​ຮູ້​ທຸກ​ຢ່າງ​ກ່ອນ​ບໍ​ຈຶ່ງ​ຈະ​ຮັບ​ບັບເຕມາ​ໄດ້? ຂໍ​ໃຫ້​ເບິ່ງ​ຕົວຢ່າງ​ໜຶ່ງ​ໃນ​ຄຳພີ​ໄບເບິນ. ມີ​ຄືນ​ໜຶ່ງ ພະ​ເຢໂຫວາ​ໄດ້​ເຮັດ​ໃຫ້​ເກີດ​ແຜ່ນດິນ​ໄຫວ​ເພື່ອ​ປ່ອຍ​ໂປໂລ​ກັບ​ຊີລາ​ອອກ​ຈາກ​ຄຸກ. ຈາກ​ນັ້ນ ສອງ​ຄົນ​ນີ້​ກໍ​ມີ​ໂອກາດ​ສອນ​ຜູ້​ຄຸມ​ຄຸກ​ແລະ​ຄົນ​ໃນ​ເຮືອນ​ຂອງ​ລາວ​ກ່ຽວກັບ​ພະ​ເຢຊູ. ຜູ້​ຄຸມ​ຄຸກ​ກັບ​ຄົນ​ໃນ​ເຮືອນ​ຂອງ​ລາວ​ເຂົ້າໃຈ​ວ່າ​ພະ​ເຢໂຫວາ​ໄດ້​ເຮັດ​ການ​ອັດສະຈັນ​ເພື່ອ​ປ່ອຍ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ອອກ​ຈາກ​ຄຸກ. ນອກ​ຈາກ​ນັ້ນ ເຂົາເຈົ້າ​ຍັງ​ໄດ້​ຮຽນ​ຮູ້​ເລື່ອງ​ທີ່​ສຳຄັນ​ກ່ຽວກັບ​ພະ​ເຢໂຫວາ​ແລະ​ພະ​ເຢຊູ. ຜົນ​ກໍ​ຄື ສິ່ງ​ທີ່​ເຂົາເຈົ້າ​ໄດ້​ຮຽນ​ໃນ​ຄືນ​ນັ້ນ​ມັນ​ພຽງ​ພໍ​ທີ່​ຈະ​ຊ່ວຍ​ເຂົາເຈົ້າ​ໃຫ້ “ຮັບ​ບັບເຕມາ​ທັນທີ.” (ກຈກ. 16:25-33) ຖ້າ​ເຈົ້າ​ຮູ້​ຈັກ​ພະ​ເຢໂຫວາ ຮັກ​ເພິ່ນ​ສຸດ​ຫົວໃຈ ເຂົ້າໃຈ​ຄຳສອນ​ພື້ນຖານ​ໃນ​ຄຳພີ​ໄບເບິນ ກັບໃຈ​ຈາກ​ຄວາມ​ຜິດ​ທີ່​ເຄີຍ​ເຮັດ ແລະ​ຕັ້ງໃຈ​ທີ່​ຈະ​ໃຊ້​ຊີວິດ​ຕາມ​ຫຼັກການ​ຂອງ​ພະ​ເຢໂຫວາ ເຈົ້າ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ຮັບ​ບັບເຕມາ.—ມຣກ. 12:30

ໂປໂລ​ກັບ​ຊີລາ​ສອນ​ຜູ້​ຄຸມ​ຄຸກ​ແລະ​ຄົນ​ໃນ​ເຮືອນ​ຂອງ​ລາວ​ກ່ຽວກັບ​ພະ​ເຢຊູ​ໃນ​ຕອນ​ກາງຄືນ ແລະ​ທຸກ​ຄົນ​ກໍ​ຕັ້ງໃຈ​ຟັງ.

ໂປໂລ​ກັບ​ຊີລາ​ສອນ​ຜູ້​ຄຸມ​ຄຸກ​ແລະ​ຄົນ​ໃນ​ເຮືອນ​ຂອງ​ລາວ​ກ່ຽວກັບ​ພະ​ເຢຊູ. ສິ່ງ​ທີ່​ເຂົາເຈົ້າ​ໄດ້​ຮຽນ​ຊ່ວຍ​ເຂົາເຈົ້າ​ໃຫ້ “ຮັບ​ບັບເຕມາ​ທັນທີ” (ເບິ່ງ​ຂໍ້ 3)


4. ມີ​ຫຍັງ​ອີກ​ທີ່​ເຮັດ​ໃຫ້​ບາງ​ຄົນ​ລັງເລ​ທີ່​ຈະ​ຮັບ​ບັບເຕມາ? (ເບິ່ງ​ຮູບ​ນຳ)

4 ບາງ​ຄົນ​ຢາກ​ປ່ຽນແປງ​ໂຕເອງ​ເພື່ອ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ​ແລະ​ຮັບ​ບັບເຕມາ ແຕ່​ເຂົາເຈົ້າ​ກໍ​ຄິດ​ວ່າ​ມັນ​ຍາກ​ໂພດ​ທີ່​ຈະ​ເຮັດ​ແບບ​ນັ້ນ. (ລກ. 14:27-30) ແນ່ນອນ​ວ່າ​ເປັນ​ເລື່ອງ​ສະຫຼາດ​ທີ່​ຈະ​ຄິດ​ດີໆ​ກ່ອນ​ທີ່​ຈະ​ຕັດສິນໃຈ​ເລື່ອງ​ໃດ​ເລື່ອງ​ໜຶ່ງ​ວ່າ​ມັນ​ຈະ​ສົ່ງ​ຜົນ​ແນວ​ໃດ​ຕໍ່​ຊີວິດ​ຂອງ​ເຮົາ. ແຕ່​ບາງ​ຄົນ​ກັງວົນ​ຫຼາຍ​ໂພດ​ກ່ຽວກັບ​ສິ່ງ​ທີ່​ເຂົາເຈົ້າ​ຕ້ອງ​ເຊົາ​ເຮັດ​ເພື່ອ​ຈະ​ຮັບໃຊ້​ພະ​ເຢໂຫວາ. ຂໍ​ໃຫ້​ເບິ່ງ​ເລື່ອງ​ຂອງ​ແຄນດັດສ໌. ຕອນ​ຍັງ​ນ້ອຍ​ລາວ​ໄດ້​ຮຽນ​ຄຳພີ​ໄບເບິນ ແຕ່​ລາວ​ບໍ່​ເຄີຍ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ໄປ​ໃຊ້. ຕໍ່​ມາ ເມື່ອ​ເປັນ​ຜູ້​ໃຫຍ່​ແລ້ວ ລາວ​ກໍ​ເລີ່ມ​ຮຽນ​ຄຳພີ​ໄບເບິນ​ຄືນ​ອີກ. ລາວ​ເວົ້າ​ວ່າ: “ຂ້ອຍ​ຮູ້​ວ່າ​ຂ້ອຍ​ຄວນ​ເຮັດ​ຫຍັງ​ເພື່ອ​ພະ​ເຢໂຫວາ ແຕ່​ໃຈ​ຂ້ອຍ​ອີກ​ສ່ວນ​ໜຶ່ງ​ບໍ່​ຢາກ​ເຮັດ​ຍ້ອນ​ຂ້ອຍ​ມີ​ຄວາມ​ສຸກ​ກັບ​ການ​ໃຊ້​ຊີວິດ​ແບບ​ຄົນ​ໃນ​ໂລກ​ນີ້. ຂ້ອຍ​ຮູ້​ວ່າ​ມັນ​ຍາກ​ຫຼາຍ​ທີ່​ຈະ​ເຊົາ​ເຮັດ​ສິ່ງ​ເຫຼົ່າ​ນີ້.” ສ່ວນ​ບາງ​ຄົນ​ກັງວົນ​ວ່າ​ເຂົາເຈົ້າ​ຈະ​ບໍ່​ສາມາດ​ໃຊ້​ຊີວິດ​ໃນ​ແບບ​ທີ່​ພະ​ເຢໂຫວາ​ຄາດໝາຍ​ຈາກ​ຄົນ​ທີ່​ຮັບ​ບັບເຕມາ​ແລ້ວ. ເຂົາເຈົ້າ​ຢ້ານ​ວ່າ​ຫຼັງ​ຈາກ​ຮັບ​ບັບເຕມາ​ແລ້ວ ເຂົາເຈົ້າ​ຈະ​ເຮັດ​ຜິດ​ຮ້າຍ​ແຮງ​ແລະ​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ. ຖ້າ​ເຈົ້າ​ຮູ້ສຶກ​ແບບ​ນີ້​ຄື​ກັນ ເຈົ້າ​ຈະ​ເຮັດ​ແນວ​ໃດ?

ພີ່ນ້ອງ​ຍິງ​ສອນ​ຄຳພີ​ໄບເບິນ​ໃຫ້​ຜູ້​ຍິງ​ຄົນ​ໜຶ່ງ. ຕອນ​ທີ່​ພີ່ນ້ອງ​ຍິງ​ກຳລັງ​ເວົ້າ ຜູ້​ຍິງ​ຄົນ​ນັ້ນ​ນຶກພາບ​ໂຕເອງ​ວ່າ​ກຳລັງ​ກິນ​ເຫຼົ້າ​ແລະ​ເຕັ້ນ​ຢູ່​ເທັກ​ກັບ​ໝູ່​ຂອງ​ລາວ.

ບາງ​ຄົນ​ທີ່​ຢາກ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ​ກັງວົນ​ຫຼາຍ​ໂພດ​ກ່ຽວກັບ​ສິ່ງ​ທີ່​ເຂົາເຈົ້າ​ຕ້ອງ​ເຊົາ​ເຮັດ​ເພື່ອ​ຈະ​ຮັບໃຊ້​ເພິ່ນ (ເບິ່ງ​ຂໍ້ 4)


5. ເຮົາ​ຄວນ​ຄິດ​ເຖິງ​ຫຍັງ​ເມື່ອ​ຕັດສິນໃຈ​ວ່າ​ຈະ​ຮັບ​ບັບເຕມາ​ຫຼື​ບໍ່? (ມັດທາຍ 13:44-46)

5 ເມື່ອ​ເຮົາ​ຢາກ​ຊື້​ບາງ​ຢ່າງ ເຮົາ​ບໍ່​ພຽງ​ແຕ່​ເບິ່ງ​ລາຄາ​ເທົ່າ​ນັ້ນ ແຕ່​ເຮົາ​ຈະ​ເບິ່ງ​ຄຸນຄ່າ​ຂອງ​ສິ່ງ​ນັ້ນ​ນຳ. ຖ້າ​ມັນ​ມີ​ຄ່າ​ເກີນ​ລາຄາ ເຮົາ​ກໍ​ຈະ​ຊື້​ທັນທີ​ໂລດ. ຄ້າຍຄື​ກັນ ເມື່ອ​ເຮົາ​ຕັດສິນໃຈ​ວ່າ​ຈະ​ຮັບ​ບັບເຕມາ​ຫຼື​ບໍ່ ເຮົາ​ບໍ່​ຄວນ​ຄິດ​ແຕ່​ວ່າ​ມັນ​ຍາກ​ທີ່​ຈະ​ປ່ຽນແປງ​ໂຕເອງ ແຕ່​ເຮົາ​ຄວນ​ຄິດ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ. ພະ​ເຢຊູ​ໃຊ້​ຕົວຢ່າງ​ປຽບທຽບ 2 ເລື່ອງ​ເພື່ອ​ສອນ​ເຮົາ​ກ່ຽວກັບ​ເລື່ອງ​ນີ້. (ອ່ານ​ມັດທາຍ 13:44-46) ໃນ​ຕົວຢ່າງ​ປຽບທຽບ​ແຕ່​ລະ​ເລື່ອງ ຜູ້​ຊາຍ​ຄົນ​ໜຶ່ງ​ຍອມ​ຂາຍ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ລາວ​ມີ​ເພື່ອ​ຈະ​ຊື້​ສິ່ງ​ໜຶ່ງ​ທີ່​ລາວ​ເຈິ​ເຊິ່ງ​ມີ​ຄ່າ​ຫຼາຍ. ເຈົ້າ​ກໍ​ໄດ້​ເຈິ​ສິ່ງ​ໜຶ່ງ​ທີ່​ມີ​ຄ່າ​ຄື​ກັນ ນັ້ນ​ຄື ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ. ຖ້າ​ເຈົ້າ​ສົງໄສ​ວ່າ​ການ​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ​ຄຸ້ມ​ຄ່າ​ກັບ​ຄວາມ​ພະຍາຍາມ​ຫຼື​ບໍ່ ໃຫ້​ຄິດ​ຄັກໆ​ກ່ຽວກັບ​ຕົວຢ່າງ​ປຽບທຽບ​ຂອງ​ພະ​ເຢຊູ. ເຈົ້າ​ອາດ​ຖາມ​ໂຕເອງ​ວ່າ: ‘ຂ້ອຍ​ເຊື່ອ​ແທ້ໆ​ບໍ​ວ່າ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ເປັນ​ສິ່ງ​ທີ່​ມີ​ຄ່າ​ຫຼາຍ? ຂ້ອຍ​ເຫັນຄ່າ​ສາຍ​ສຳພັນ​ທີ່​ຂ້ອຍ​ມີ​ກັບ​ພະ​ເຢໂຫວາ ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ ແລະ​ສັງຄົມ​ພີ່ນ້ອງ​ທີ່​ມີ​ຄວາມ​ຮັກ​ບໍ?’ ຄຳ​ຕອບ​ຂອງ​ເຈົ້າ​ສຳລັບ​ຄຳ​ຖາມ​ເຫຼົ່າ​ນີ້​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ເຫັນ​ສິ່ງ​ທີ່​ເຈົ້າ​ຈຳເປັນ​ຕ້ອງ​ເຮັດ​ເພື່ອ​ຈະ​ຕັດສິນໃຈ​ຮັບ​ບັບເຕມາ.

6. ເຮົາ​ຈະ​ມີ​ຫົວໃຈ​ທີ່​ດີ​ໄດ້​ແນວ​ໃດ?

6 ໃນ​ຕົວຢ່າງ​ປຽບທຽບ​ຂອງ​ພະ​ເຢຊູ​ເລື່ອງ​ຜູ້​ຫວ່ານ ພະ​ເຢຊູ​ເວົ້າ​ເຖິງ​ສະພາບ​ຂອງ​ຫົວໃຈ​ທີ່​ອາດ​ຂັດຂວາງ​ຄົນ​ເຮົາ​ຈາກ​ການ​ກ້າວໜ້າ​ທາງ​ຄວາມ​ເຊື່ອ. ແຕ່​ພະ​ເຢຊູ​ຍັງ​ເວົ້າ​ວ່າ: “ຄົນ​ທີ່​ມີ​ຫົວໃຈ​ທີ່​ດີ​ແລະ​ສັດຊື່” ຈະ​ຟັງ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ. (ລກ. 8:5-15) ຖ້າ​ເຈົ້າ​ກັງວົນ​ຍ້ອນ​ບໍ່​ແນ່​ໃຈ​ວ່າ​ເຈົ້າ​ພ້ອມ​ທີ່​ຈະ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ໄປ​ໃຊ້​ຫຼື​ບໍ່ ຢ່າ​ຟ້າວ​ທໍ້ໃຈ. ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ເຈົ້າ​ສາມາດ “ປ່ຽນ​ຄວາມ​ຄິດ​ຈິດ​ໃຈ​ໃໝ່” ເຊິ່ງ​ເປັນ​ຄວາມ​ຄິດ​ຈິດ​ໃຈ​ທີ່​ຈະ​ເຊື່ອຟັງ​ພະ​ເຢໂຫວາ. ໃຫ້​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ຮັກ​ສິ່ງ​ທີ່​ເຈົ້າ​ກຳລັງ​ຮຽນ​ແລະ​ເອົາ​ສິ່ງ​ນັ້ນ​ໄປ​ໃຊ້​ໃນ​ຊີວິດ​ຂອງ​ເຈົ້າ.—ອຊກ. 18:31; 36:26

7-8. ເປັນ​ຫຍັງ​ໄວລຸ້ນ​ບາງ​ຄົນ​ຈຶ່ງ​ບໍ່​ກ້າວໜ້າ​ຈົນ​ເຖິງຂັ້ນ​ຮັບ​ບັບເຕມາ? (ເບິ່ງ​ຮູບ​ນຳ)

7 ໄວລຸ້ນ​ບາງ​ຄົນ​ທີ່​ຮັກ​ພະ​ເຢໂຫວາ​ບໍ່​ໄດ້​ກ້າວໜ້າ​ຈົນ​ເຖິງຂັ້ນ​ຮັບ​ບັບເຕມາ​ຍ້ອນ​ເຂົາເຈົ້າ​ໄດ້​ຮັບ​ອິດທິພົນ​ຈາກ​ຄົນ​ອື່ນ. ຕົວຢ່າງ​ເຊັ່ນ: ອາຈານ​ບາງ​ຄົນ​ຢູ່​ໂຮງຮຽນ​ອາດ​ບອກ​ນັກ​ຮຽນ​ວ່າ​ການ​ປະພຶດ​ບາງ​ຢ່າງ​ເປັນ​ເລື່ອງ​ທີ່​ຍອມຮັບ​ໄດ້​ເຖິງ​ວ່າ​ເລື່ອງ​ເຫຼົ່າ​ນັ້ນ​ເປັນ​ສິ່ງ​ທີ່​ພະ​ເຢໂຫວາ​ຖື​ວ່າ​ຜິດ. ແຕ່​ການ​ຟັງ​ຄຳ​ແນະນຳ​ແບບ​ນັ້ນ​ຈະ​ສ້າງ​ຄວາມ​ເສຍຫາຍ​ຫຼາຍ​ແທ້ໆ. (ພສ. 1:1, 2; ສພສ. 7:1-5) ເຈົ້າ​ສາມາດ​ຫຼີກລ່ຽງ​ອັນຕະລາຍ​ແບບ​ນີ້​ໂດຍ​ເຮັດ​ຕາມ​ຕົວຢ່າງ​ຂອງ​ຜູ້​ຂຽນ​ເພງ​ສັນລະເສີນ​ທີ່​ບອກ​ພະ​ເຢໂຫວາ​ວ່າ: “ລູກ​ມີ​ຄວາມ​ເຂົ້າໃຈ​ຫຼາຍ​ກວ່າ​ອາຈານ​ທຸກ​ຄົນ​ຂອງ​ລູກ ຍ້ອນ​ລູກ​ຄິດ​ຕຶກຕອງ​ກ່ຽວກັບ​ຂໍ້​ເຕືອນ​ໃຈ​ຂອງ​ພະອົງ.”—ພສ. 119:99

8 ເບິ່ງ​ຄື​ວ່າ​ພໍ່​ແມ່​ບາງ​ຄົນ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ຖ່ວງ​ດຶງ​ລູກ​ໄວ້​ຈາກ​ການ​ຮັບ​ບັບເຕມາ. ເຂົາເຈົ້າ​ສົນໃຈ​ຫຼາຍ​ໂພດ​ກ່ຽວກັບ​ເລື່ອງ​ການ​ຮຽນ​ແລະ​ວຽກ​ອາຊີບ​ຂອງ​ລູກ ຫຼື​ເຂົາເຈົ້າ​ອາດ​ຈະ​ບໍ່​ໄດ້​ຊ່ວຍ​ລູກ​ໃຫ້​ຕັ້ງ​ເປົ້າໝາຍ​ທາງ​ຄວາມ​ເຊື່ອ. ເຈົ້າ​ຮູ້ສຶກ​ວ່າ​ພໍ່​ແມ່​ສາມາດ​ສະໜັບສະໜູນ​ເຈົ້າ​ຫຼາຍ​ຂຶ້ນ​ໄດ້​ບໍ​ໃນ​ການ​ຊ່ວຍ​ເຈົ້າ​ໃຫ້​ຕັ້ງ​ເປົ້າໝາຍ​ເພື່ອ​ຈະ​ຮັບ​ບັບເຕມາ? ຖ້າ​ເຈົ້າ​ຮູ້ສຶກ​ແບບ​ນັ້ນ ໃຫ້​ລົມ​ເລື່ອງ​ນີ້​ກັບ​ພໍ່​ແມ່. ຂໍ​ໃຫ້​ໝັ້ນໃຈ​ວ່າ​ບໍ່​ວ່າ​ເຈົ້າ​ຈະ​ອາຍຸ​ສ່ຳ​ໃດ ເຈົ້າ​ກໍ​ສາມາດ​ເປັນ​ໝູ່​ສະໜິດ​ກັບ​ພະ​ເຢໂຫວາ​ໄດ້.—ສພສ. 20:11

ໄວລຸ້ນ​ຜູ້​ຊາຍ​ຄົນ​ໜຶ່ງ​ເວົ້າ​ເຖິງ​ບົດ​ທີ 23 ໃນ​ປຶ້ມ “ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!” ຕອນ​ທີ່​ລົມ​ກັບ​ພໍ່​ແມ່.

ໃຫ້​ລົມ​ເລື່ອງ​ການ​ຮັບ​ບັບເຕມາ​ກັບ​ພໍ່​ແມ່ (ເບິ່ງ​ຂໍ້ 8)


9. ເປັນ​ຫຍັງ​ບາງ​ຄົນ​ອາດ​ຍັງ​ບໍ່​ຢາກ​ຮັບ​ບັບເຕມາ?

9 ບາງ​ຄົນ​ທີ່​ມີ​ຄຸນສົມບັດ​ພ້ອມ​ແລ້ວ​ທີ່​ຈະ​ຮັບ​ບັບເຕມາ​ອາດ​ຍັງ​ບໍ່​ຢາກ​ຮັບ​ເທື່ອ​ຍ້ອນ​ຄວາມ​ກົດ​ດັນ​ຈາກ​ໝູ່ ຫຼື​ອາດ​ເປັນ​ຍ້ອນ​ເຂົາເຈົ້າ​ລໍ​ຖ້າ​ທີ່​ຈະ​ຮັບ​ບັບເຕມາ​ພ້ອມ​ກັບ​ຜູ້​ໃດ​ຜູ້​ໜຶ່ງ​ເປັນ​ພິເສດ. ຕົວຢ່າງ​ເຊັ່ນ: ເຂົາເຈົ້າ​ອາດ​ຢາກ​ຮັບ​ບັບເຕມາ​ພ້ອມ​ກັບ​ໝູ່​ສະໜິດ​ຫຼື​ຄົນ​ໃນ​ຄອບຄົວ. ແນ່ນອນ​ວ່າ​ເຈົ້າ​ສາມາດ​ຮັບ​ບັບເຕມາ​ພ້ອມ​ກັບ​ຄົນ​ທີ່​ເຈົ້າ​ຮັກ​ໄດ້. ແຕ່​ທີ່​ຈິງ​ແລ້ວ ເລື່ອງ​ນີ້​ຄວນ​ເປັນ​ເຫດຜົນ​ທີ່​ເຈົ້າ​ບໍ່​ທັນ​ຮັບ​ບັບເຕມາ​ຕອນນີ້​ບໍ? ຂໍ​ໃຫ້​ຈື່​ໄວ້​ວ່າ​ການ​ອຸທິດ​ໂຕ​ເປັນ​ຄຳ​ສັນຍາ​ທີ່​ເຈົ້າ​ເຮັດ​ເປັນ​ສ່ວນ​ໂຕ​ກັບ​ພະ​ເຢໂຫວາ. ສະນັ້ນ ບໍ່​ຄວນ​ໃຫ້​ການ​ຮັບ​ບັບເຕມາ​ຂອງ​ເຈົ້າ​ຂຶ້ນ​ກັບ​ຄົນ​ອື່ນ.—ຣມ. 14:12

ໃຫ້​ຈື່​ໄວ້​ວ່າ​ຈຸດຈົບ​ຂອງ​ໂລກ​ນີ້​ໃກ້​ຈະ​ມາ​ຮອດ​ແລ້ວ

10. ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ຍັງ​ບໍ່​ທັນ​ປ່ຽນແປງ​ໂຕເອງ​ທຸກ​ຢ່າງ​ເພື່ອ​ຈະ​ມີ​ຄຸນສົມບັດ​ທີ່​ຈະ​ຮັບ​ບັບເຕມາ?

10 ນອກ​ຈາກ​ເຫດຜົນ​ຕ່າງໆ​ທີ່​ເວົ້າ​ມາ​ແລ້ວ ບາງ​ຄົນ​ອາດ​ຍັງ​ບໍ່​ທັນ​ປ່ຽນແປງ​ໂຕເອງ​ທຸກ​ຢ່າງ​ເພື່ອ​ຈະ​ມີ​ຄຸນສົມບັດ​ທີ່​ຈະ​ຮັບ​ບັບເຕມາ​ຍ້ອນ​ເຂົາເຈົ້າ​ຄິດ​ວ່າ​ຍັງ​ມີ​ເວລາ​ເຫຼືອ​ເຟືອ​ກ່ອນ​ຈຸດຈົບ​ຈະ​ມາ​ຮອດ. ແຕ່​ການ​ຫາ​ເຫດຜົນ​ແບບ​ນັ້ນ​ເປັນ​ເລື່ອງ​ທີ່​ສະຫຼາດ​ບໍ? ພະ​ເຢຊູ​ເຕືອນ​ພວກ​ລູກສິດ​ຂອງ​ເພິ່ນ​ວ່າ: “[ໃຫ້] ກຽມ​ພ້ອມ . . . ເພາະ​ລູກ​ມະນຸດ​ຈະ​ມາ​ໃນ​ຕອນ​ທີ່​ພວກ​ເຈົ້າ​ບໍ່​ຄາດ​ຄິດ.”—ລກ. 12:40

11. ເມື່ອ​ເຮົາ​ຮຽນ​ຮູ້​ກ່ຽວກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ເຮົາ​ຖືກ​ກະຕຸ້ນ​ໃຫ້​ເຮັດ​ຫຍັງ? (ເພງ​ສັນລະເສີນ 119:60)

11 ເຮົາ​ອຸທິດ​ໂຕ​ໃຫ້​ພະ​ເຢໂຫວາ​ກໍ​ຍ້ອນ​ເຮົາ​ຮັກ​ເພິ່ນ. ແຮ່ງ​ເຮົາ​ຮຽນ​ຮູ້​ກ່ຽວກັບ​ພະ​ເຢໂຫວາ ເຮົາ​ກໍ​ແຮ່ງ​ຖືກ​ກະຕຸ້ນ​ໃຫ້​ຮັກ​ແລະ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ເພິ່ນ. (ອ່ານ​ເພງ​ສັນລະເສີນ 119:60) ຢາໂກໂບ​ເວົ້າ​ເຖິງ​ອີກ​ເຫດຜົນ​ໜຶ່ງ​ທີ່​ສຳຄັນ​ທີ່​ເຮົາ​ຕ້ອງ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ ນັ້ນ​ຄື ເຮົາ​ບໍ່​ຮູ້​ວ່າ​ມື້​ອື່ນ​ຊິ​ເປັນ​ແນວ​ໃດ. ສະນັ້ນ ເຮົາ​ຄວນ​ໃຊ້​ແຕ່​ລະ​ມື້​ເພື່ອ​ເຮັດ “ສິ່ງ [ທີ່] ຖືກຕ້ອງ” ເຊິ່ງ​ກໍ​ຄື​ເຮັດ​ສິ່ງ​ທີ່​ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ.—ຢກບ. 4:13-17

12. ເຮົາ​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ປຽບທຽບ​ຂອງ​ພະ​ເຢຊູ​ເລື່ອງ​ສວນ​ໝາກ​ລະແຊັງ?

12 ໃຫ້​ຄິດ​ເຖິງ​ຕົວຢ່າງ​ປຽບທຽບ​ຂອງ​ພະ​ເຢຊູ​ເລື່ອງ​ສວນ​ໝາກ​ລະແຊັງ. ເພິ່ນ​ບອກ​ວ່າ​ບາງ​ຄົນ​ຈະ​ເຮັດ​ວຽກ​ແຕ່​ຊົ່ວໂມງ​ດຽວ​ແລະ​ຍັງ​ໄດ້​ຮັບ​ຄ່າ​ຈ້າງ​ສ່ຳ​ກັບ​ຄົນ​ທີ່​ເຮັດ​ວຽກ​ໝົດ​ມື້. ເປັນ​ຫຍັງ​ຄົນ​ທີ່​ເຮັດ​ວຽກ​ພຽງ​ແຕ່​ຊົ່ວໂມງ​ດຽວ​ບໍ່​ເລີ່ມ​ເຮັດ​ວຽກ​ແຕ່​ດົນ? ເຂົາເຈົ້າ​ຕອບ​ວ່າ: “ຍ້ອນ​ບໍ່​ມີ​ໃຜ​ຈ້າງ​ພວກ​ເຮົາ.” ຄົນ​ເຫຼົ່າ​ນີ້​ບໍ່​ໄດ້​ຂີ້​ຄ້ານ. ເຂົາເຈົ້າ​ຢາກ​ເຮັດ​ວຽກ​ໝົດ​ມື້ ແຕ່​ບໍ່​ມີ​ໃຜ​ຈ້າງ​ເຂົາເຈົ້າ. ເມື່ອ​ມີ​ຄົນ​ຈ້າງ ເຂົາເຈົ້າ​ກໍ​ໄປ​ເຮັດ​ວຽກ​ທັນທີ​ເລີຍ. (ມທ. 20:1-16) ໃນ​ທຸກ​ມື້​ນີ້ ພະ​ເຢຊູ​ຊວນ​ເຮົາ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ເພິ່ນ​ແລະ​ເຮັດ​ວຽກ​ປະກາດ. ເຮົາ​ຄວນ​ເຮັດ​ຕາມ​ທັນທີ​ເມື່ອ​ເພິ່ນ​ຊວນ.

13. ເຮົາ​ຮຽນ​ຫຍັງ​ຈາກ​ເມຍ​ຂອງ​ໂລດ?

13 ບາງ​ຄົນ​ອາດ​ບໍ່​ທັນ​ຢາກ​ປ່ຽນແປງ​ໂຕເອງ​ເພື່ອ​ເຂົ້າ​ມາ​ຮັບໃຊ້​ພະ​ເຢໂຫວາ​ຍ້ອນ​ເຂົາເຈົ້າ​ຄິດ​ວ່າ​ຈະ​ບໍ່​ສາມາດ​ປ່ຽນແປງ​ໄດ້​ທັນທີ​ກ່ອນ​ທີ່​ຈຸດຈົບ​ຂອງ​ໂລກ​ນີ້​ຈະ​ມາ​ຮອດ. ແຕ່​ແຮ່ງ​ເຈົ້າ​ລໍ​ຖ້າ ມັນ​ກໍ​ແຮ່ງ​ຍາກ​ທີ່​ຈະ​ປ່ຽນແປງ​ໂຕເອງ​ແລ້ວ​ເຂົ້າ​ມາ​ຮັບໃຊ້​ພະ​ເຢໂຫວາ. ພະ​ເຢຊູ​ຮູ້​ເລື່ອງ​ນີ້​ແລະ​ເພິ່ນ​ໄດ້​ເຕືອນ​ພວກ​ລູກສິດ​ວ່າ: “ຈື່​ເລື່ອງ​ເມຍ​ຂອງ​ໂລດ​ໄວ້​ໃຫ້​ດີ.” (ລກ. 17:31-35) ເມຍ​ຂອງ​ໂລດ​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ທຳລາຍ​ເມືອງ​ໂຊໂດມ​ກັບ​ເມືອງ​ໂກໂມຣາ​ໃນ​ໄວໆ​ນີ້ ແຕ່​ເບິ່ງ​ຄື​ວ່າ​ໃຈ​ລາວ​ຍັງ​ຜູກພັນ​ຢູ່​ກັບ​ວັດຖຸ​ເງິນ​ຄຳ​ທີ່​ລາວ​ປະຖິ້ມ​ໄວ້. (ປຖກ. 19:23-26) ເລື່ອງ​ຂອງ​ລາວ​ຍັງ​ເຕືອນ​ເຮົາ​ວ່າ​ປະຕູ​ສູ່​ຄວາມ​ລອດ​ຈະ​ບໍ່​ໄດ້​ເປີດ​ໄວ້​ຢູ່​ຕະຫຼອດ. ເມື່ອ​ຮອດ​ເວລາ​ທີ່​ພະ​ເຢໂຫວາ​ກຳນົດ​ໄວ້ ປະຕູ​ນັ້ນ​ຈະ​ປິດ​ແລະ​ຖືກ​ລ໋ອກ​ໄວ້​ຕະຫຼອດ​ໄປ.—ລກ. 13:24, 25

14. ຄຳ​ພະຍາກອນ​ຕ່າງໆ​ໃນ​ຄຳພີ​ໄບເບິນ​ກ່ຽວກັບ​ຈຸດຈົບ​ຂອງ​ໂລກ​ນີ້​ຄວນ​ສົ່ງ​ຜົນ​ຕໍ່​ເຈົ້າ​ແນວ​ໃດ?

14 ໃນ​ແຕ່​ລະ​ມື້​ທີ່​ຜ່ານ​ໄປ ເຫດການ​ຕ່າງໆ​ທີ່​ກຳລັງ​ເກີດຂຶ້ນ​ໃນ​ໂລກ​ເຮັດ​ໃຫ້​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ​ກ່ຽວກັບ​ຈຸດຈົບ​ຂອງ​ໂລກ​ນີ້​ເກີດຂຶ້ນ​ແທ້. ເຖິງ​ວ່າ​ບາງ​ຢ່າງ​ບໍ່​ໄດ້​ເກີດຂຶ້ນ​ໃນ​ບ່ອນ​ທີ່​ເຈົ້າ​ຢູ່ ແຕ່​ການ​ເຫັນ​ສິ່ງ​ເຫຼົ່າ​ນັ້ນ​ກຳລັງ​ເກີດຂຶ້ນ​ຢູ່​ບ່ອນ​ອື່ນ​ຄວນ​ກະຕຸ້ນ​ເຈົ້າ​ໃຫ້​ປ່ຽນແປງ​ໂຕເອງ​ເພື່ອ​ຈະ​ຮັບ​ບັບເຕມາ​ໃຫ້​ໄວ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້. ໃຫ້​ເບິ່ງ​ສິ່ງ​ທີ່​ອັກຄະສາວົກ​ເປໂຕ​ບອກ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ. ລາວ​ບອກ​ເຂົາເຈົ້າ​ໃຫ້ “ມີ​ສະຕິ” ຍ້ອນ “ຈຸດຈົບ​ຂອງ​ທຸກ​ສິ່ງ​ມາ​ໃກ້​ແລ້ວ.” (1ປຕ. 4:7) ເບິ່ງ​ຄື​ວ່າ “ຈຸດຈົບ” ທີ່​ເວົ້າ​ເຖິງ​ໃນ​ຂໍ້​ນີ້​ໝາຍ​ເຖິງ​ຕອນ​ທີ່​ເມືອງ​ເຢຣູຊາເລັມ​ແລະ​ວິຫານ​ຈະ​ຖືກ​ທຳລາຍ. ຄົນ​ທີ່​ເປໂຕ​ຂຽນ​ຈົດໝາຍ​ໄປ​ຫາ​ຢູ່​ໄກ​ຈາກ​ເມືອງ​ເຢຣູຊາເລັມ ສະນັ້ນ ເຂົາເຈົ້າ​ຈະ​ບໍ່​ໄດ້​ຮັບ​ຜົນ​ກະທົບ​ໂດຍ​ກົງ​ເມື່ອ​ເມືອງ​ນີ້​ຖືກ​ທຳລາຍ. (1ປຕ. 1:1) ແຕ່​ເມື່ອ​ເຂົາເຈົ້າ​ເຫັນ​ວ່າ​ຄຳ​ພະຍາກອນ​ນັ້ນ​ເກີດຂຶ້ນ​ແທ້ ເຂົາເຈົ້າ​ກໍ​ຈະ​ໝັ້ນໃຈ​ຫຼາຍ​ຂຶ້ນ​ໃນ​ຄຳ​ສັນຍາ​ອື່ນໆ​ຂອງ​ພະ​ເຢໂຫວາ. ຄ້າຍຄື​ກັນ ເມື່ອ​ເຈົ້າ​ເຫັນ​ຄຳ​ພະຍາກອນ​ຕ່າງໆ​ກ່ຽວກັບ​ຈຸດຈົບ​ຂອງ​ໂລກ​ນີ້​ກຳລັງ​ເກີດຂຶ້ນ​ແທ້ ເຈົ້າ​ກໍ​ຈະ​ຖືກ​ກະຕຸ້ນ​ໃຫ້​ເຮັດ​ໃນ​ສິ່ງ​ທີ່​ຈຳເປັນ​ຕ້ອງ​ເຮັດ​ເພື່ອ​ຈະ​ຮັບ​ບັບເຕມາ​ໄດ້.

15. ເຮົາ​ຈະ​ກຽມ​ພ້ອມ​ແນວ​ໃດ​ສຳລັບ​ວັນ​ຂອງ​ພະ​ເຢໂຫວາ? (2 ເປໂຕ 3:10-13)

15 ໃນ​ຈົດໝາຍ​ສະບັບ​ທີ 2 ຂອງ​ເປໂຕ ລາວ​ບອກ​ວ່າ​ເຮົາ​ຄວນ​ກຽມ​ພ້ອມ​ແນວ​ໃດ​ສຳລັບ​ວັນ​ຂອງ​ພະ​ເຢໂຫວາ​ເຊິ່ງ​ກໍ​ຄື​ຈຸດຈົບ​ຂອງ​ໂລກ​ນີ້. ສຳລັບ​ຄລິດສະຕຽນ​ທີ່​ມີ​ຊີວິດ​ໃນ​ສະຕະວັດ​ທຳອິດ ມື້​ນັ້ນ​ຍັງ​ຢູ່​ອີກ​ໄກ. ແຕ່​ເປໂຕ​ບອກ​ເຂົາເຈົ້າ​ໃຫ້ “ຄິດ​ຢູ່​ສະເໝີ” ຫຼື​ໃຫ້ “ຢາກ​ເຫັນ​ວັນ​ຂອງ​ພະ​ເຢໂຫວາ​ມາ​ຮອດ​ໄວໆ.” (ອ່ານ 2 ເປໂຕ 3:10-13; ໄຂເງື່ອນ) ເຮົາ​ຄິດ​ເຖິງ​ວັນ​ຂອງ​ພະ​ເຢໂຫວາ​ສະເໝີ​ຖ້າ​ເຮົາ​ສຳນຶກ​ຢູ່​ຕະຫຼອດ​ວ່າ​ວັນ​ນັ້ນ​ຈະ​ມາ​ໃນ​ໄວໆ​ນີ້. ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ກຽມ​ພ້ອມ​ໂດຍ “ປະພຶດ​ໂຕ​ໃຫ້​ບໍລິສຸດ​ແລະ​ເຮັດ​ສິ່ງ​ທີ່​ສະແດງ​ວ່າ [ເຮົາ] ຢ້ານຢຳ​ພະເຈົ້າ.” ພະ​ເຢໂຫວາ​ຕ້ອງ​ດີ​ໃຈ​ຫຼາຍ​ແທ້ໆ​ທີ່​ເຫັນ​ເຈົ້າ ‘ເຮັດ​ສິ່ງ​ທີ່​ສະແດງ​ວ່າ​ເຈົ້າ​ຢ້ານຢຳ​ພະເຈົ້າ.’ ແນ່ນອນ​ວ່າ​ພະ​ເຢໂຫວາ​ຊິ​ດີ​ໃຈ​ຫຼາຍ​ກວ່າ​ທີ່​ເຫັນ​ເຈົ້າ​ອຸທິດ​ໂຕ​ໃຫ້​ເພິ່ນ​ແລະ​ຮັບ​ບັບເຕມາ.

ປະໂຫຍດ​ຂອງ​ການ​ຮັບ​ບັບເຕມາ​ຕັ້ງແຕ່​ຕອນນີ້

16. ຕອນ​ໃດ​ເປັນ​ເວລາ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ຮັບ​ບັບເຕມາ? (2 ໂກຣິນໂທ 6:1, 2) (ເບິ່ງ​ຮູບ​ນຳ)

16 ຕອນນີ້​ເປັນ​ເວລາ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ຮັບ​ບັບເຕມາ. (ອ່ານ 2 ໂກຣິນໂທ 6:1, 2) ຂ້າລາຊະການ​ຄົນ​ເອທິໂອເປຍ​ທີ່​ຟີລິບ​ເຈິ​ເຂົ້າໃຈ​ວ່າ​ລາວ​ຄວນ​ຮັບ​ບັບເຕມາ​ທັນທີ​ເມື່ອ​ລາວ​ໄດ້​ຮຽນ​ຮູ້​ເລື່ອງ​ຂ່າວ​ດີ​ແລະ​ເຫັນ​ວ່າ​ມີ​ບ່ອນ​ທີ່​ຈະ​ຮັບ​ບັບເຕມາ​ໄດ້. ລາວ​ບໍ່​ໄດ້​ຄິດ​ວ່າ: ‘ຂ້ອຍ​ຈະ​ຮຽນ​ຮູ້​ເລື່ອງ​ຂ່າວ​ດີ​ຕື່ມ​ອີກ​ກ່ອນ ແລະ​ຢູ່​ຕາມ​ທາງ​ຄື​ຊິ​ມີ​ໜອງ​ນ້ຳ​ໂຕ​ອື່ນ​ຢູ່​ດອກ.’ ແທນ​ທີ່​ຈະ​ຄິດ​ແບບ​ນັ້ນ ລາວ​ຖາມ​ຟີລິບ​ວ່າ: “ມີ​ຫຍັງ​ທີ່​ເຮັດ​ໃຫ້​ຂ້ອຍ​ຮັບ​ບັບເຕມາ​ບໍ່​ໄດ້?” (ກຈກ. 8:26, 27, 35-39) ນີ້​ເປັນ​ຕົວຢ່າງ​ທີ່​ດີ​ແທ້ໆ. ຫຼັງ​ຈາກ​ຂ້າລາຊະການ​ຄົນ​ເອທິໂອເປຍ​ຮັບ​ບັບເຕມາ​ແລ້ວ ລາວ​ກໍ “ເດີນທາງ​ຕໍ່​ໄປ​ຢ່າງ​ມີ​ຄວາມ​ສຸກ.”

ຮູບ: ຮູບ​ທີ 1. ຂ້າລາຊະການ​ຄົນ​ເອທິໂອເປຍ​ຍ່າງ​ລົງ​ໄປ​ໃນ​ໜອງ​ນ້ຳ​ຕອນ​ທີ່​ຟີລິບ​ເຊີນ​ລາວ​ໃຫ້​ຮັບ​ບັບເຕມາ. ຮູບ​ທີ 2. ນັກສຶກສາ​ຄຳພີ​ໄບເບິນ​ກັບ​ພີ່ນ້ອງ​ຍິງ​ທີ່​ຢູ່​ໃນ​ຮູບ​ກ່ອນ​ໜ້າ​ນີ້​ລົມ​ກັບ​ຜູ້​ເບິ່ງແຍງ 2 ຄົນ​ຢ່າງ​ມີ​ຄວາມ​ສຸກ​ຢູ່​ຫໍປະຊຸມ.

ຕົວຢ່າງ​ຂອງ​ຂ້າລາຊະການ​ຄົນ​ເອທິໂອເປຍ​ສອນ​ເຮົາ​ວ່າ ຕອນນີ້​ເປັນ​ເວລາ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ຮັບ​ບັບເຕມາ! (ເບິ່ງ​ຂໍ້ 16)a


17. ເຮົາ​ສາມາດ​ໝັ້ນໃຈ​ໃນ​ເລື່ອງ​ໃດ?

17 ຖ້າ​ເຈົ້າ​ຍັງ​ລັງເລ​ທີ່​ຈະ​ຮັບ​ບັບເຕມາ ຂໍ​ໃຫ້​ເຈົ້າ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຢາກ​ຊ່ວຍ​ເຈົ້າ​ໃຫ້​ມາ​ເປັນ​ໝູ່​ສະໜິດ​ຂອງ​ເພິ່ນ. (ຣມ. 2:4) ເພິ່ນ​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ເອົາ​ຊະນະ​ຄວາມ​ຢ້ານ ຄວາມ​ກັງວົນ ຫຼື​ອິດທິພົນ​ຈາກ​ຄົນ​ອື່ນ​ທີ່​ອາດ​ເຮັດ​ໃຫ້​ເຈົ້າ​ບໍ່​ກ້າວໜ້າ​ຈົນ​ເຖິງຂັ້ນ​ຮັບ​ບັບເຕມາ. ເມື່ອ​ເຈົ້າ​ຮັບ​ບັບເຕມາ​ແລ້ວ ເຈົ້າ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ ແລະ​ເຈົ້າ​ຈະ​ເຫັນ​ວ່າ “ສິ່ງ​ຕ່າງໆ​ທີ່​ຢູ່​ທາງ​ຫຼັງ” ບໍ່​ມີ​ຄ່າ​ຫຍັງ​ສຳລັບ​ເຈົ້າ. (ຟລປ. 3:8, 13) ຕໍ່​ຈາກ​ນີ້​ໄປ ເຈົ້າ​ສາມາດ​ຕັ້ງໃຈ​ລໍ​ຖ້າ “ສິ່ງ​ທີ່​ຢູ່​ທາງ​ໜ້າ” ເຊິ່ງ​ກໍ​ຄື​ການ​ທີ່​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຄຳ​ສັນຍາ​ຕ່າງໆ​ຂອງ​ເພິ່ນ​ເກີດຂຶ້ນ​ແທ້​ສຳລັບ​ຄົນ​ທີ່​ອຸທິດ​ໂຕ​ໃຫ້​ເພິ່ນ​ແລະ​ຮັບ​ບັບເຕມາ.—ກຈກ. 3:19

ເຈົ້າ​ຈະ​ຕອບ​ແນວ​ໃດ?

  •  ເປັນ​ຫຍັງ​ບາງ​ຄົນ​ອາດ​ລັງເລ​ທີ່​ຈະ​ຮັບ​ບັບເຕມາ?

  •  ເປັນ​ຫຍັງ​ຈຶ່ງ​ບໍ່​ສະຫຼາດ​ທີ່​ຈະ​ຊັກຊ້າ​ໃນ​ການ​ຮັບ​ບັບເຕມາ?

  •  ຕອນ​ໃດ​ເປັນ​ເວລາ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ຮັບ​ບັບເຕມາ?

ເພງ​ທີ 38 ພະອົງ​ຈະ​ເຮັດ​ໃຫ້​ເຈົ້າ​ເຂັ້ມແຂງ

a ຄຳ​ອະທິບາຍ​ຮູບ: ຄື​ກັບ​ທີ່​ຂ້າລາຊະການ​ຄົນ​ເອທິໂອເປຍ​ບອກ​ຟີລິບ​ວ່າ​ລາວ​ຢາກ​ຮັບ​ບັບເຕມາ ນັກສຶກສາ​ຄຳພີ​ໄບເບິນ​ຄົນ​ໜຶ່ງ​ກໍ​ໄປ​ຫາ​ຜູ້​ເບິ່ງແຍງ​ເພື່ອ​ບອກ​ເຂົາເຈົ້າ​ວ່າ​ລາວ​ຢາກ​ຮັບ​ບັບເຕມາ.

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌