ວັນທີ 6-12 ເມສາ 2026
ເພງທີ 82 ‘ໃຫ້ຄວາມສະຫວ່າງຂອງເຈົ້າສ່ອງອອກໄປ’
ວິທີຮັກສາສາຍສຳພັນທີ່ດີກັບຄົນໃນຄອບຄົວທີ່ບໍ່ແມ່ນພະຍານພະເຢໂຫວາ
“ຂໍໃຫ້ພວກເຮົາຢ່າເຊົາເຮັດດີ.”—ຄລຕ. 6:9
ຈຸດສຳຄັນ
ເຮົາຈະຮຽນກ່ຽວກັບວິທີຮັກສາສາຍສຳພັນທີ່ດີກັບຄົນໃນຄອບຄົວທີ່ບໍ່ແມ່ນພະຍານພະເຢໂຫວາ ແລະວິທີຊ່ວຍເຂົາເຈົ້າໃຫ້ຮູ້ຈັກພະເຢໂຫວາຖ້າເຂົາເຈົ້າເຕັມໃຈຢາກຟັງ.
1-2. ຕອນທີ່ຮຽນຄຳພີໄບເບິນໃໝ່ໆ ອັນໃດອາດສົ່ງຜົນຕໍ່ສາຍສຳພັນຂອງເຮົາກັບຄົນໃນຄອບຄົວ?
ພະເຢຊູເວົ້າກັບຜູ້ຊາຍຄົນໜຶ່ງທີ່ຢາກເຂົ້າມາເປັນລູກສິດຂອງເພິ່ນວ່າ: “ໃຫ້ເມືອເຮືອນເດີ້ ແລະໄປຫາພີ່ນ້ອງຂອງເຈົ້າ. ເລົ່າໃຫ້ເຂົາເຈົ້າຟັງວ່າພະເຢໂຫວາໄດ້ເຮັດຫຍັງເພື່ອເຈົ້າແດ່.” (ມຣກ. 5:19) ພະເຢຊູເວົ້າແບບນີ້ຍ້ອນເພິ່ນຮູ້ວ່າມັນເປັນນິດໄສຂອງມະນຸດທີ່ຢາກເລົ່າເລື່ອງດີໆໃຫ້ຄົນທີ່ເຮົາຮັກຟັງ.
2 ເຈົ້າຈື່ໄດ້ບໍວ່າເຈົ້າຮູ້ສຶກແນວໃດຕອນທີ່ຮຽນຄຳພີໄບເບິນໃໝ່ໆ. ເຈົ້າຄືຊິຮູ້ສຶກຕື່ນເຕັ້ນຫຼາຍແລະຢາກບອກທຸກຄົນໃນຄອບຄົວກ່ຽວກັບເລື່ອງດີໆທີ່ເຈົ້າກຳລັງຮຽນໃຫ້ເຂົາເຈົ້າຟັງ. ແຕ່ຄົນໃນຄອບຄົວພັດບໍ່ມັກສິ່ງທີ່ເຈົ້າກຳລັງຮຽນ ຫຼືວິທີທີ່ເຈົ້າເວົ້າຄວາມຈິງກັບຄົນໃນຄອບຄົວອາດເຮັດໃຫ້ເກີດຄວາມບໍ່ພໍໃຈລະຫວ່າງເຈົ້າກັບເຂົາເຈົ້າ. ຖ້າເປັນແບບນັ້ນ ບົດນີ້ຈະຊ່ວຍເຈົ້າໃຫ້ຮູ້ວ່າຄວນເຮັດແນວໃດເພື່ອຈະຮັກສາຄວາມສັດຊື່ຕໍ່ພະເຢໂຫວາຕໍ່ໆໄປແລະຍັງມີສາຍສຳພັນທີ່ດີກັບຄົນໃນຄອບຄົວ.
3. ເຮົາຈະຮຽນຫຍັງໃນບົດນີ້?
3 ໃນບົດນີ້ ເຮົາຈະຮຽນ (1) ຄວາມອີ່ຕົນຈະກະຕຸ້ນເຮົາແນວໃດໃຫ້ສະແດງຄວາມສົນໃຈເປັນສ່ວນໂຕຕໍ່ຄົນໃນຄອບຄົວທີ່ບໍ່ແມ່ນພະຍານເຖິງວ່າເຂົາເຈົ້າບໍ່ຢາກຮຽນຮູ້ກ່ຽວກັບພະເຢໂຫວາ? (2) ເຮົາຈະເບິ່ງຂ້າມຄຳເວົ້າແລະການກະທຳທີ່ເຮັດໃຫ້ເຮົາເສຍໃຈໄດ້ແນວໃດ? (3) ຄວາມອົດທົນແລະຄວາມຫວັງຊ່ວຍເຮົາແນວໃດວ່າຄົນໃນຄອບຄົວຈະເຂົ້າມາຮັບໃຊ້ພະເຢໂຫວາໃນອະນາຄົດ? ແລະ (4) ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາຮັກຄົນໃນຄອບຄົວ?
ໃຫ້ຄວາມອີ່ຕົນກະຕຸ້ນເຈົ້າຊ່ວຍຄົນໃນຄອບຄົວ
4. ພະເຢຊູເຮັດແນວໃດກັບຄົນທີ່ບໍ່ສົນໃຈໃນສິ່ງທີ່ເພິ່ນສອນ?
4 ພະເຢຊູບໍ່ໄດ້ໝົດຫວັງທັນທີກັບຄົນທີ່ບໍ່ສົນໃຈໃນສິ່ງທີ່ເພິ່ນສອນ. ເພິ່ນສົມທຽບໂຕເອງວ່າເປັນຄືກັບຄົນທີ່ເບິ່ງແຍງສວນໝາກລະແຊັງທີ່ພະຍາຍາມຫຼາຍວິທີເພື່ອໃຫ້ຕົ້ນໝາກເດື່ອທີ່ບໍ່ເປັນໝາກໃຫ້ມັນເປັນໝາກ. (ລກ. 13:6-9) ຕອນທີ່ພະເຢຊູເລົ່າຕົວຢ່າງປຽບທຽບນີ້ ເປັນເວລາຫຼາຍກວ່າ 3 ປີແລ້ວທີ່ເພິ່ນໄດ້ພະຍາຍາມຊ່ວຍຄົນຢິວໃຫ້ມີຄວາມເຊື່ອໃນເພິ່ນແລະເຂົ້າມາເປັນລູກສິດຂອງເພິ່ນ. ເປັນຫຍັງພະເຢຊູຈຶ່ງພະຍາຍາມຊ່ວຍເຂົາເຈົ້າ? ພະເຢຊູຮູ້ສຶກອີ່ຕົນເຂົາເຈົ້າ ແລະຍ້ອນແນວນີ້ເພິ່ນຈຶ່ງອົດທົນກັບເຂົາເຈົ້າ.
5. ເປັນຫຍັງພະເຢຊູຈຶ່ງອີ່ຕົນຄົນຢິວ?
5 ພະເຢຊູຮູ້ສຶກອີ່ຕົນຄົນຢິວຍ້ອນພວກຫົວໜ້າສາສະໜາບໍ່ໄດ້ຊ່ວຍເຂົາເຈົ້າໃຫ້ມີຄວາມເຊື່ອແທ້ໃນພະເຢໂຫວາ. ພະເຢຊູເຫັນວ່າ ເຂົາເຈົ້າ “ເປັນຄືແກະທີ່ບໍ່ມີຄົນລ້ຽງ.” (ມຣກ. 6:34) ບໍ່ດົນກ່ອນທີ່ພະເຢຊູຈະຕາຍ ເພິ່ນແນມເບິ່ງເມືອງເຢຣູຊາເລັມແລ້ວກໍຮ້ອງໄຫ້ ຍ້ອນເພິ່ນຮູ້ວ່າຄົນສ່ວນຫຼາຍໃນເມືອງນີ້ຈະຕາຍຍ້ອນເຂົາເຈົ້າຂາດຄວາມເຊື່ອ. (ລກ. 19:41-44) ຄ້າຍຄືກັນ ຖ້າເຮົາຮູ້ສຶກອີ່ຕົນຄົນໃນຄອບຄົວ ເຮົາກໍຢາກຈະຊ່ວຍເຂົາເຈົ້າ.
6. ເປັນຫຍັງເຮົາຄວນອົດທົນກັບຄົນໃນຄອບຄົວທີ່ບໍ່ແມ່ນພະຍານ? (ຄາລາເຕຍ 6:9)
6 ອ່ານຄາລາເຕຍ 6:9. ເຖິງວ່າຄົນໃນຄອບຄົວຂອງເຮົາບໍ່ສົນໃຈທີ່ຈະຮຽນຮູ້ກ່ຽວກັບພະເຢໂຫວາໃນຕອນນີ້ ແຕ່ເຮົາຄວນອົດທົນກັບເຂົາເຈົ້າແລະຢ່າເຊົາ “ເຮັດດີ.” ເຮົາຮູ້ວ່າມັນຕ້ອງໃຊ້ເວລາທີ່ຜູ້ໃດຜູ້ໜຶ່ງຈະປ່ຽນຄວາມເຊື່ອຂອງໂຕເອງທີ່ມີມາດົນແລ້ວແລະເຂົ້າມາເຊື່ອໃນພະເຢໂຫວາ. ແຕ່ກີ້ເຈົ້າກໍເປັນຄືກັບຄົນທີ່ “ບໍ່ມີຄວາມຫວັງແລະບໍ່ຮູ້ຈັກພະເຈົ້າ.” (ອຟຊ. 2:12) ແຕ່ບາງຄົນໄດ້ອົດທົນກັບເຈົ້າ ຊ່ວຍເຈົ້າໃຫ້ປ່ຽນແປງໂຕເອງ ແລະຮຽນຮູ້ກ່ຽວກັບພະເຢໂຫວາ. ຖ້າເຈົ້າອົດທົນກັບຄົນໃນຄອບຄົວ ເຈົ້າກໍອາດມີໂອກາດຄືກັນທີ່ຈະຊ່ວຍເຂົາເຈົ້າໃຫ້ຮຽນຮູ້ຫຼາຍຂຶ້ນກ່ຽວກັບພະເຢໂຫວາ.
ເບິ່ງຂ້າມຄຳເວົ້າແລະການກະທຳທີ່ເຮັດໃຫ້ເຮົາເສຍໃຈ
7. ອັນໃດທີ່ອາດເຮັດໃຫ້ພວກນ້ອງຊາຍຂອງພະເຢຊູບໍ່ໄດ້ສະແດງຄວາມເຊື່ອໃນເພິ່ນ?
7 ເປັນໄປໄດ້ທີ່ພວກນ້ອງຊາຍຂອງພະເຢຊູໄດ້ຍິນກ່ຽວກັບການອັດສະຈັນຕ່າງໆທີ່ເພິ່ນໄດ້ເຮັດຢູ່ແຂວງຄາລີເລ. (ລກ. 4:14, 22-24) ແຕ່ໃນຕອນທຳອິດ ເຂົາເຈົ້າບໍ່ໄດ້ສະແດງຄວາມເຊື່ອໃນພະເຢຊູ. (ຢຮ. 7:5) ຍ້ອນຫຍັງ? ຄຳພີໄບເບິນບໍ່ໄດ້ບອກ. ແຕ່ຄຳພີໄບເບິນບອກວ່າຢ່າງໜ້ອຍມີ 2 ເຫດຜົນທີ່ຄົນຢິວບາງຄົນບໍ່ຢາກເຂົ້າມາເປັນລູກສິດຂອງພະເຢຊູ. ເຫດຜົນທີ 1 ບາງຄົນຢ້ານວ່າຈະຖືກໄທບ້ານໄທເມືອງບໍ່ເວົ້າບໍ່ລົມນຳ. (ຢຮ. 9:18-22) ເຫດຜົນທີ 2 ບາງຄົນຮູ້ຈັກພະເຢຊູຕັ້ງແຕ່ຍັງນ້ອຍ ແລະມັນຍາກສຳລັບເຂົາເຈົ້າທີ່ຈະເຊື່ອວ່າເພິ່ນເປັນລູກຂອງພະເຈົ້າ. (ມຣກ. 6:1-4) ພວກນ້ອງຊາຍຂອງພະເຢຊູອາດຮູ້ສຶກແບບນີ້ຄືກັນ. ເປັນໄປໄດ້ບໍທີ່ຄົນໃນຄອບຄົວຂອງເຈົ້າອາດຈະຮູ້ສຶກຈັ່ງຊີ້?
8. ອັນໃດທີ່ອາດເຮັດໃຫ້ຄົນໃນຄອບຄົວຂອງເຮົາທີ່ບໍ່ແມ່ນພະຍານເວົ້າຫຼືເຮັດບໍ່ດີກັບເຮົາ?
8 ໃຫ້ຄິດເບິ່ງວ່າເປັນຫຍັງຄົນໃນຄອບຄົວຂອງເຮົາຈຶ່ງເວົ້າຫຼືເຮັດໃນສິ່ງທີ່ເຮັດໃຫ້ເຮົາເສຍໃຈ. ພວກນ້ອງຊາຍຂອງພະເຢຊູອາດຢູ່ໃນກຸ່ມຍາດຕິພີ່ນ້ອງທີ່ເຄີຍເວົ້າໃຫ້ພະເຢຊູວ່າເພິ່ນ “ເປັນບ້າແລ້ວ.” (ມຣກ. 3:21) ເປັນຫຍັງພວກນ້ອງຊາຍຂອງພະເຢຊູຈຶ່ງເວົ້າໃຫ້ເພິ່ນແບບນັ້ນ? ສິ່ງທີ່ຂຽນໄວ້ໃນຄຳພີໄບເບິນບອກໃຫ້ຮູ້ວ່າພະເຢຊູຫຍຸ້ງຫຼາຍກັບການປະກາດແລະການປົວຄົນຈົນເພິ່ນບໍ່ມີເວລາກິນເຂົ້າ. (ມຣກ. 3:20) ບາງເທື່ອພວກນ້ອງຊາຍຂອງພະເຢຊູອາດຄິດວ່າເພິ່ນເຮັດພິລຶກໂພດຍ້ອນເພິ່ນປະກາດເອົາແທ້ເອົາວ່າຈົນບໍ່ມີເວລາຮອດຊິກິນເຂົ້າ. ຄົນໃນຄອບຄົວຂອງເຮົາກໍອາດຄິດຄືກັນວ່າເຮົາເຮັດພິລຶກໂພດໃນການຮັບໃຊ້ພະເຢໂຫວາ. ຖ້າເຂົາເຈົ້າຮູ້ສຶກແບບນັ້ນ ເຮົາຄວນສະແດງໃຫ້ເຂົາເຈົ້າເຫັນໂດຍທາງຄຳເວົ້າແລະການກະທຳວ່າເຮົາເປັນຄົນມີເຫດຜົນ.
9. ອັນໃດອາດຊ່ວຍຄົນໃນຄອບຄົວໃຫ້ປ່ຽນຄວາມຄິດທີ່ມີຕໍ່ພະຍານພະເຢໂຫວາ? (1 ເປໂຕ 3:1, 2) (ເບິ່ງຮູບນຳ)
9 ໃຫ້ເຮັດດີແລະເປັນຄົນມີເຫດຜົນ. ຄຳເວົ້າແລະການກະທຳທີ່ດີຂອງເຮົາສາມາດປ່ຽນຄວາມຄິດຂອງຄົນໃນຄອບຄົວທີ່ມີຕໍ່ພະຍານພະເຢໂຫວາໄດ້. (ອ່ານ 1 ເປໂຕ 3:1, 2) ຜົວທີ່ບໍ່ໄດ້ເປັນພະຍານອາດຮູ້ສຶກຖືກປະຖິ້ມຫຼືຮູ້ສຶກບໍ່ພໍໃຈເມື່ອເມຍໄປປະຊຸມຫຼືໄປປະກາດ. ຍ້ອນເມຍບໍ່ຢາກໃຫ້ຜົວຮູ້ສຶກແບບນັ້ນ ລາວອາດຈະປັບຕາຕະລາງການປະກາດເພື່ອຈະໃຊ້ເວລາຫຼາຍຂຶ້ນກັບຜົວ. ຕົວຢ່າງເຊັ່ນ: ເມຍອາດຈະໄປປະກາດຕອນທີ່ຜົວຄາວຽກຫຼືບໍ່ຢູ່ເຮືອນ. ເມຍທີ່ຮູ້ຈັກຜ່ອນສັ້ນຜ່ອນຍາວແລະມີເຫດຜົນອາດຈະຊ່ວຍຜົວໃຫ້ເບິ່ງພະຍານພະເຢໂຫວາໃນແງ່ດີ.
ຄຳເວົ້າແລະການກະທຳທີ່ດີຂອງເຮົາສາມາດປ່ຽນຄວາມຄິດຂອງຄົນໃນຄອບຄົວທີ່ມີຕໍ່ພະຍານພະເຢໂຫວາໄດ້ (ເບິ່ງຂໍ້ 9)f
10. ເມື່ອມີຄົນເວົ້າໃຫ້ ເຮົາຈະຮຽນແບບພະເຢຊູແນວໃດ?
10 ເມື່ອຄົນໃນຄອບຄົວເວົ້າໃຫ້ ເຮົາບໍ່ຕ້ອງຮູ້ສຶກວ່າຕ້ອງຕອບໂຕ້ຄືນທຸກເທື່ອ. ເມື່ອພະເຢຊູຖືກເວົ້າໃຫ້ວ່າເປັນຄົນມັກກິນມັກດື່ມ ເພິ່ນບໍ່ໄດ້ໃຈຮ້າຍຫຼືພະຍາຍາມພິສູດວ່າສິ່ງທີ່ເຂົາເຈົ້າເວົ້າມັນບໍ່ຖືກ. ແທນທີ່ຈະເຮັດແນວນັ້ນ ເພິ່ນຢາກໃຫ້ເຂົາເຈົ້າສັງເກດເບິ່ງສິ່ງທີ່ເພິ່ນເຮັດແລ້ວຕັດສິນໃຈເອງວ່າສິ່ງທີ່ເຂົາເຈົ້າໄດ້ຍິນກ່ຽວກັບເພິ່ນນັ້ນເປັນຄວາມຈິງຫຼືບໍ່. (ມທ. 11:19) ເພິ່ນຍັງເຮັດໃຫ້ເຂົາເຈົ້າເຫັນວ່າເພິ່ນເປັນຄົນມີເຫດຜົນແລະມີຄວາມສຸກກັບຊີວິດ. (ສົມທຽບກັບໂຢຮັນ 2:2, 6-10) ຄືກັບພະເຢຊູ ເມື່ອມີຄົນເວົ້າໃຫ້ ເຈົ້າກໍບໍ່ຕ້ອງຮູ້ສຶກວ່າຕ້ອງຕອບໂຕ້ຄືນທຸກເທື່ອ. ແທນທີ່ຈະເຮັດຈັ່ງຊັ້ນ ໃຫ້ເຈົ້າເຮັດໃຫ້ຄົນໃນຄອບຄົວເຫັນໂດຍທາງການກະທຳວ່າເຈົ້າເປັນຄົນມີເຫດຜົນແລະມີຄວາມສຸກໃນຊີວິດ. ເມື່ອເຂົາເຈົ້າເຫັນແບບນັ້ນ ເຂົາເຈົ້າອາດຈະຮູ້ວ່າສິ່ງບໍ່ດີທີ່ເຂົາເຈົ້າໄດ້ຍິນກ່ຽວກັບພະຍານພະເຢໂຫວາບໍ່ແມ່ນຄວາມຈິງ.
ໃຫ້ມີຄວາມອົດທົນແລະມີຄວາມຫວັງ
11. ພະເຢຊູປະຕິບັດກັບພວກນ້ອງຂອງເພິ່ນແນວໃດ?
11 ປຶ້ມຂ່າວດີກ່ຽວກັບຊີວິດຂອງພະເຢຊູບອກໃຫ້ຮູ້ວ່າເພິ່ນອົດທົນກັບພວກນ້ອງຂອງເພິ່ນຕໍ່ໄປ. ຕົວຢ່າງເຊັ່ນ: ເຂົາເຈົ້າກໍເຫັນຄືກັນຕອນທີ່ພະເຢຊູເຮັດການອັດສະຈັນເທື່ອທຳອິດຢູ່ເມືອງການາ. (ຢຮ. 2:11, 12) ຄືກັບທີ່ໄດ້ເວົ້າມາແລ້ວ ຕອນທຳອິດພວກນ້ອງຂອງພະເຢຊູບໍ່ໄດ້ສະແດງຄວາມເຊື່ອໃນເພິ່ນ ແຕ່ພະເຢຊູກໍບໍ່ໄດ້ຕັດຂາດຈາກເຂົາເຈົ້າ. ຄຳພີໄບເບິນບອກວ່າ ປະມານ 3 ປີຫຼັງຈາກພະເຢຊູເຮັດການອັດສະຈັນເທື່ອທຳອິດຢູ່ເມືອງການາ ພະເຢຊູກໍຍັງເວົ້າດີກັບພວກນ້ອງຂອງເພິ່ນ.—ຢຮ. 7:5-8
12. ອັນໃດຈະຊ່ວຍເຮົາໃຫ້ມີຄວາມຫວັງຢູ່ສະເໝີວ່າມື້ໜຶ່ງຄົນໃນຄອບຄົວຈະເຂົ້າມາຮັບໃຊ້ພະເຢໂຫວາ?
12 ການທີ່ເຮົາຮູ້ວ່າພະເຢໂຫວາມີຄວາມເມດຕາຈະຊ່ວຍເຮົາໃຫ້ມີຄວາມຫວັງສະເໝີ. ເມື່ອສາສະໜາປອມຖືກທຳລາຍ ຄົນໃນຄອບຄົວອາດຈະຄິດພໍ້ວ່າເຮົາເຄີຍບອກເຂົາເຈົ້າແລ້ວກ່ຽວກັບເຫດການນີ້.a (ພນມ. 17:16) ເຂົາເຈົ້າອາດເຖິງຂັ້ນຕັດສິນໃຈເຂົ້າມາຮັບໃຊ້ພະເຢໂຫວານຳກັນກັບເຮົາກໍໄດ້ຫຼັງຈາກຄວາມທຸກລຳບາກຄັ້ງໃຫຍ່ເລີ່ມຕົ້ນ. ແຕ່ກ່ອນຈະຮອດເວລານັ້ນ ຖ້າຕອນນີ້ຄົນໃນຄອບຄົວເຈິຄວາມຍາກລຳບາກ ແນ່ນອນວ່າເຮົາຈະພະຍາຍາມເຕັມທີທີ່ຈະຊ່ວຍເຂົາເຈົ້າ. ເມື່ອເຂົາເຈົ້າເຫັນວ່າເຮົາຮັກເຂົາເຈົ້າແທ້ໆ ເຂົາເຈົ້າອາດຈະຢາກຮຽນຮູ້ຫຼາຍຂຶ້ນກ່ຽວກັບສິ່ງທີ່ຄຳພີໄບເບິນສອນ.
ເຮັດໃຫ້ຄົນໃນຄອບຄົວເຫັນວ່າເຈົ້າຮັກເຂົາເຈົ້າ
13. ເຖິງວ່າເຮົາຫຍຸ້ງຢູ່ກັບການຮັບໃຊ້ພະເຢໂຫວາ ແຕ່ເຮົາຄວນລະວັງໃນເລື່ອງຫຍັງ?
13 ເຖິງວ່າເຮົາຫຍຸ້ງຢູ່ກັບການຮັບໃຊ້ພະເຢໂຫວາ ແຕ່ເຮົາກໍບໍ່ຢາກໃຫ້ຄົນໃນຄອບຄົວຄິດວ່າເຮົາບໍ່ມີເວລາໃຫ້ເຂົາເຈົ້າ ຫຼືເຮົາບໍ່ຮັກເຂົາເຈົ້າແລ້ວ. (ມທ. 7:12) ເຮົາຈະເຮັດໃຫ້ເຂົາເຈົ້າເຫັນແນວໃດວ່າເຮົາຮັກແລະສົນໃຈເຂົາເຈົ້າ? ມີຫຼາຍວິທີທີ່ເຮົາຈະເຮັດແບບນັ້ນໄດ້.
14. ວິທີໜຶ່ງທີ່ສະແດງວ່າເຮົາຮັກຄົນໃນຄອບຄົວແມ່ນການເຮັດຫຍັງ?
14 ຕິດຕໍ່ກັບຄອບຄົວເປັນປະຈຳແລະສະແດງໃຫ້ເຫັນວ່າເຈົ້າຮັກເຂົາເຈົ້າ. ເຮົາສະແດງໃຫ້ຄົນໃນຄອບຄົວເຫັນວ່າເຮົາຮັກເຂົາເຈົ້າໂດຍຕິດຕໍ່ກັບເຂົາເຈົ້າເປັນປະຈຳແລະບອກເຂົາເຈົ້າໃຫ້ຮູ້ວ່າເຮົາເປັນແນວໃດ. ຕົວຢ່າງເຊັ່ນ: ເຮົາອາດສົ່ງຂໍ້ຄວາມໄປຫາເຂົາເຈົ້າພ້ອມກັບສົ່ງຮູບຕອນທີ່ເຮົາໄປທ່ຽວຫຼືໄປຫຼິ້ນກັບໝູ່ໃຫ້ເຂົາເຈົ້າເບິ່ງ. ເຮົາອາດຈະຊື້ຂອງຂວັນເລັກໆນ້ອຍໆໃຫ້ເຂົາເຈົ້າຫຼືໂທໄປຫຼິ້ນນຳ. ການເຮັດແບບນີ້ສະແດງໃຫ້ເຫັນວ່າເຮົາສົນໃຈເຂົາເຈົ້າແລະເຮັດໃຫ້ສາຍສຳພັນຂອງເຮົາກັບເຂົາເຈົ້າດີຂຶ້ນ. ເມື່ອເຮົາເປັນຝ່າຍເລີ່ມເຮັດສິ່ງເຫຼົ່ານີ້ ມັນກໍຈະເຮັດໃຫ້ເຂົາເຈົ້າຮູ້ວ່າເຮົາຮັກເຂົາເຈົ້າ.
15. ພີ່ນ້ອງແອນນາສະແດງໃຫ້ເຫັນແນວໃດວ່າລາວຮັກຄອບຄົວ?
15 ຂໍໃຫ້ເບິ່ງເລື່ອງຂອງພີ່ນ້ອງຍິງຊື່ແອນນາທີ່ຢູ່ປະເທດອາກເມນີ. ຄອບຄົວຂອງລາວມັກໃຊ້ເວລານຳກັນໂດຍສະເພາະໃນມື້ວັນເກີດແລະຍາມເທດສະການຕ່າງໆ. ເມື່ອແອນນາເຂົ້າມາເປັນພະຍານພະເຢໂຫວາ ຄອບຄົວຂອງລາວເປັນຫ່ວງວ່າສາຍສຳພັນຂອງລາວກັບເຂົາເຈົ້າຈະປ່ຽນໄປ. ເຂົາເຈົ້າຍັງກັງວົນວ່າການທີ່ລາວຕັດສິນໃຈເຂົ້າມາເປັນພະຍານພະເຢໂຫວາຈະກະທົບໃສ່ອະນາຄົດຂອງລາວ. ແອນນາເຮັດແນວໃດເພື່ອບໍ່ໃຫ້ເຂົາເຈົ້າກັງວົນ? ລາວເວົ້າວ່າ: “ເມື່ອຂ້ອຍໄປຢາມຄອບຄົວ ຂ້ອຍເລົ່າໃຫ້ເຂົາເຈົ້າຟັງວ່າຊີວິດຂ້ອຍເປັນແນວໃດ ແລະຂ້ອຍກຳລັງເຮັດຫຍັງ. ຂ້ອຍຍັງຊວນເຂົາເຈົ້າມາເຮືອນຂ້ອຍແລະແນະນຳເຂົາເຈົ້າໃຫ້ຮູ້ຈັກກັບໝູ່ຂອງຂ້ອຍທີ່ເປັນພະຍານ. ເມື່ອເຮັດແບບນີ້ ຫຼາຍຄົນໃນຄອບຄົວກໍຮູ້ຈັກກັບໝູ່ສະໜິດຂອງຂ້ອຍ ແລະເຂົາເຈົ້າກໍຮູ້ສຶກສະບາຍໃຈທີ່ຈະລົມກັບໝູ່ຂອງຂ້ອຍ.” ແອນນາເວົ້າຕື່ມວ່າ: “ຫຼາຍຄົນໃນຄອບຄົວເວົ້າວ່າເຂົາເຈົ້າດີໃຈທີ່ເຫັນຂ້ອຍມີຄວາມສຸກ ແລະເຂົາເຈົ້າກໍບໍ່ເປັນຫ່ວງຂ້ອຍອີກຕໍ່ໄປ.”
16. ພະເຢຊູສະແດງໃຫ້ເຫັນແນວໃດວ່າເພິ່ນສົນໃຈຢາໂກໂບ? (ເບິ່ງໄຂເງື່ອນນຳ)
16 ສະແດງຄວາມສົນໃຈຕໍ່ຊີວິດການເປັນຢູ່ຂອງຄົນໃນຄອບຄົວ. ຫຼັງຈາກພະເຢຊູຟື້ນຄືນມາຈາກຕາຍ ເພິ່ນກໍສະແດງໃຫ້ເຫັນວ່າເພິ່ນສົນໃຈຢາໂກໂບນ້ອງຊາຍຂອງເພິ່ນໂດຍໄປຫາລາວແລະລົມກັບລາວເປັນສ່ວນໂຕ. (1ກຣ. 15:7) ໃຫ້ຄິດເບິ່ງວ່າຢາໂກໂບຊິຮູ້ສຶກແນວໃດເມື່ອເຫັນວ່າພະເຢຊູບໍ່ໄດ້ໝົດຫວັງໃນໂຕລາວ. ເບິ່ງຄືວ່າການເຈິກັບພະເຢຊູເທື່ອນີ້ເຮັດໃຫ້ຢາໂກໂບເຊື່ອວ່າພະເຢຊູເປັນເມຊີອາ. ຫຼັງຈາກພະເຢຊູໄປຫາຢາໂກໂບ ລາວອາດໄປເລົ່າໃຫ້ຄົນອື່ນໃນຄອບຄົວຟັງແລະພະຍາຍາມຊ່ວຍເຂົາເຈົ້າໃຫ້ເຂົ້າໃຈວ່າພະເຢຊູເປັນເມຊີອາ.b—ກຈກ. 1:14
17. ເຮົາຈະເຮັດຕາມຄຳແນະນຳໃນໂຣມ 12:15 ແນວໃດ? (ເບິ່ງຮູບນຳ)
17 ອ່ານໂຣມ 12:15. ຖ້າເຮົາສະແດງຄວາມສົນໃຈຕໍ່ຄົນໃນຄອບຄົວຕອນທີ່ເຂົາເຈົ້າຕ້ອງການຫຼາຍທີ່ສຸດບໍ່ວ່າຈະເປັນຕອນທີ່ເຂົາເຈົ້າເຈິເລື່ອງດີໆຫຼືເລື່ອງທີ່ບໍ່ດີ ເຮົາກໍອາດຈະຊ່ວຍເຂົາເຈົ້າໃຫ້ຄິດໃນແງ່ດີກ່ຽວກັບເຮົາ.c ຕົວຢ່າງເຊັ່ນ: ເມື່ອອ້າຍເອື້ອຍນ້ອງຂອງເຮົາເກີດລູກ ເຮົາສາມາດສະແດງຄວາມຍິນດີໂດຍຊື້ຂອງຂວັນໄປຕ້ອນເຂົາເຈົ້າ. ເມື່ອຄົນໃນຄອບຄົວສູນເສຍຄົນທີ່ເຂົາເຈົ້າຮັກ ເຮົາອາດຈະເວົ້າໃຫ້ກຳລັງໃຈເຂົາເຈົ້າ ຫຼືສົ່ງຂໍ້ຄວາມໄປຫາ ຫຼືສະເໜີທີ່ຈະຊ່ວຍເຫຼືອເຂົາເຈົ້າ. ແນ່ນອນວ່າເຮົາຄວນຕິດຕໍ່ຫາເຂົາເຈົ້າເປັນປະຈຳໂດຍສະເພາະຕອນທີ່ເຂົາເຈົ້າກຳລັງເຈິກັບຄວາມຫຍຸ້ງຍາກ.
ຖ້າເຈົ້າສະແດງຄວາມສົນໃຈຕໍ່ຄົນໃນຄອບຄົວຕອນທີ່ເຂົາເຈົ້າຕ້ອງການຫຼາຍທີ່ສຸດ ເຈົ້າອາດຈະຊ່ວຍເຂົາເຈົ້າໃຫ້ຄິດໃນແງ່ດີກ່ຽວກັບເຈົ້າແລະຄວາມເຊື່ອຂອງເຈົ້າ (ເບິ່ງຂໍ້ 17)g
18. ເຮົາຈະຮຽນແບບອັນເດອາແນວໃດ?
18 ແນະນຳຄົນໃນຄອບຄົວໃຫ້ຮູ້ຈັກກັບພະຍານພະເຢໂຫວາ. ເມື່ອອັນເດອາຮູ້ວ່າພະເຢຊູເປັນເມຊີອາ ລາວກໍໄປຫາເປໂຕທີ່ເປັນອ້າຍນ້ອງຂອງລາວແລະແນະນຳເປໂຕໃຫ້ຮູ້ຈັກພະເຢຊູ. (ຢຮ. 1:40-42) ເຮົາກໍເຮັດຄ້າຍໆກັນນີ້ໄດ້. ຕົວຢ່າງເຊັ່ນ: ເຮົາອາດຈະຊວນຄົນໃນຄອບຄົວໄປປະຊຸມຫຼືໄປກິນເຂົ້ານຳກັນກັບໝູ່ຂອງເຮົາທີ່ເປັນພະຍານ. ເມື່ອເຂົາເຈົ້າຮູ້ຈັກກັບພະຍານພະເຢໂຫວາແລ້ວ ເຂົາເຈົ້າກໍຈະເຫັນວ່າພະຍານກໍເປັນຄືກັບຄົນທຳມະດາທົ່ວໄປແລະເປັນຄົນດີ.
19. ເຖິງວ່າຄົນໃນຄອບຄົວອາດຈະບໍ່ເຂົ້າໃຈກ່ຽວກັບຄວາມເຊື່ອຂອງເຮົາ ແຕ່ເຮົາຄວນປະຕິບັດກັບເຂົາເຈົ້າແນວໃດ? (1 ເປໂຕ 3:15)
19 ອ່ານ 1 ເປໂຕ 3:15. ຄົນໃນຄອບຄົວຂອງເຮົາອາດບໍ່ເຂົ້າໃຈເຫດຜົນວ່າເປັນຫຍັງເຮົາເຮັດບາງຢ່າງນຳເຂົາເຈົ້າບໍ່ໄດ້ ແຕ່ເຂົາເຈົ້າຈະຈື່ຄວາມດີແລະຄວາມນັບຖືທີ່ເຮົາສະແດງຕໍ່ເຂົາເຈົ້າ. ເຖິງວ່າເຮົາຈະບໍ່ສະຫຼອງເທດສະການຕ່າງໆຫຼືບໍ່ເຂົ້າຮ່ວມພິທີທາງສາສະໜາກັບເຂົາເຈົ້າ ແຕ່ເຂົາເຈົ້າກໍອາດຈະດີໃຈເມື່ອເຮົາພະຍາຍາມໃຊ້ເວລານຳເຂົາເຈົ້າໃນໂອກາດອື່ນ. ຕົວຢ່າງເຊັ່ນ: ເຖິງວ່າເຮົາຈະບໍ່ສະຫຼອງເທດສະການຕ່າງໆຫຼືບໍ່ເຂົ້າຮ່ວມປະເພນີບາງຢ່າງທີ່ຂັດກັບຫຼັກການໃນຄຳພີໄບເບິນ ແຕ່ເຮົາສາມາດໄປຢາມເຂົາເຈົ້າ ກິນເຂົ້ານຳກັນ ແລະເອົາຂອງຂວັນໃຫ້ເຂົາເຈົ້າໃນຍາມອື່ນ.
ຢ່າໝົດຫວັງກັບຄົນໃນຄອບຄົວ
20. ເປັນຫຍັງເລື່ອງຂອງຢາໂກໂບຈຶ່ງໃຫ້ກຳລັງໃຈເຮົາ?
20 ຢາໂກໂບພາດໂອກາດທີ່ຈະຮ່ວມເດີນທາງໄປປະກາດກັບພະເຢຊູ ແຕ່ໃນທີ່ສຸດລາວກໍເຂົ້າມາເປັນລູກສິດຂອງເພິ່ນ. (ຄລຕ. 1:18, 19; 2:9) ເຖິງວ່າຢາໂກໂບບໍ່ໄດ້ເຂົ້າມາເປັນລູກສິດລຸ້ນທຳອິດຂອງພະເຢຊູ ແຕ່ລາວຄືຊິໄດ້ຮຽນຮູ້ຫຼາຍຢ່າງຈາກສິ່ງທີ່ພະເຢຊູສອນຕອນທີ່ເພິ່ນຢູ່ໃນໂລກນີ້. ຕົວຢ່າງເຊັ່ນ: ໃນຈົດໝາຍທີ່ຢາໂກໂບຂຽນໄປຫາພີ່ນ້ອງຄລິດສະຕຽນ ລາວໄດ້ເວົ້າເຖິງບົດຮຽນຕ່າງໆທີ່ຄ້າຍຄືກັບສິ່ງທີ່ພະເຢຊູສອນໃນຄຳບັນລະຍາຍເທິງພູຂອງເພິ່ນ.d
21. ເປັນຫຍັງເຮົາບໍ່ຄວນໝົດຫວັງກັບຄົນໃນຄອບຄົວທີ່ບໍ່ແມ່ນພະຍານ?
21 ເຖິງວ່າເຮົາພະຍາຍາມສຸດຄວາມສາມາດແລ້ວທີ່ຈະເຮັດດີກັບຄົນໃນຄອບຄົວທີ່ບໍ່ແມ່ນພະຍານ ແລະສະແດງໃຫ້ເຫັນວ່າເຮົາຮັກແລະສົນໃຈເຂົາເຈົ້າ ແຕ່ເຂົາເຈົ້າອາດຈະຍັງເຮັດບໍ່ດີກັບເຮົາແລະບໍ່ຢາກຮຽນຮູ້ກ່ຽວກັບພະເຢໂຫວາ. ເປັນຫຍັງເຮົາບໍ່ຄວນໝົດຫວັງກັບເຂົາເຈົ້າ? ຍ້ອນວ່າທຸກເທື່ອທີ່ເຮົາເຮັດດີກັບຄົນໃນຄອບຄົວ ເຮົາກໍຮຽນແບບພະເຢໂຫວາພະເຈົ້າທີ່ມີຄວາມເມດຕາແລະຮຽນແບບພະເຢຊູລູກຊາຍຂອງເພິ່ນ. (ລກ. 6:33, 36) ເມື່ອເວລາຜ່ານໄປ ຄວາມຮັກທີ່ເຮົາສະແດງຕໍ່ເຂົາເຈົ້າອາດກະຕຸ້ນເຂົາເຈົ້າໃຫ້ປ່ຽນຄວາມຮູ້ສຶກທີ່ມີຕໍ່ເຮົາ. ເຂົາເຈົ້າອາດເຖິງຂັ້ນຈື່ເລື່ອງຕ່າງໆທີ່ເຮົາເຄີຍບອກເຂົາເຈົ້າກ່ຽວກັບພະເຢໂຫວາແລະສິ່ງທີ່ເພິ່ນສັນຍາວ່າຈະເຮັດ. ຖ້າເຮົາບໍ່ໝົດຫວັງກັບຄົນໃນຄອບຄົວ ເຮົາອາດຈະມີຄວາມສຸກທີ່ໄດ້ເຫັນບາງຄົນເຂົ້າມາຮັບໃຊ້ພະເຢໂຫວາ.
ເພງທີ 60 ນີ້ໝາຍເຖິງຊີວິດຂອງເຂົາເຈົ້າ
a ເບິ່ງບົດຄວາມ “ເຮົາຮູ້ຫຍັງແດ່ກ່ຽວກັບການຕັດສິນຂອງພະເຢໂຫວາໃນອະນາຄົດ?” ໃນຫໍສັງເກດການ ເດືອນເມສາ ປີ 2024 ໜ້າ 11 ຂໍ້ 11-13.
b ຢ່າງໜ້ອຍນ້ອງຊາຍຂອງພະເຢຊູ 2 ຄົນເຊິ່ງກໍຄືຢາໂກໂບກັບຢູດາໄດ້ເຂົ້າມາເປັນຄລິດສະຕຽນຫຼັງຈາກພະເຢຊູຕາຍແລະຖືກປຸກໃຫ້ຄືນມາຈາກຕາຍ.
c ເບິ່ງຂອບ “ເຈົ້າຄວນໄປງານດອງຫຼືໄປສົ່ງສະການຄົນໃນຄອບຄົວທີ່ບໍ່ແມ່ນພະຍານພະເຢໂຫວາບໍ?”
d ສົມທຽບຢາໂກໂບ 1:2 ກັບມັດທາຍ 5:11, 12; ຢາໂກໂບ 1:19 ກັບມັດທາຍ 5:22; ຢາໂກໂບ 1:22; 2:24 ກັບມັດທາຍ 7:21; ຢາໂກໂບ 2:13 ກັບມັດທາຍ 5:7; 6:14, 15.
e ສຳລັບຂໍ້ມູນເພີ່ມເຕີມວ່າຈະເຮັດແນວໃດກ່ຽວກັບເລື່ອງນີ້ ໃຫ້ເບິ່ງ “ຄຳຖາມຈາກຜູ້ອ່ານ” ໃນຫໍສັງເກດການ 15 ພຶດສະພາ 2002 ແລະ 15 ພະຈິກ 2007. (ພາສາໄທ)
f ຄຳອະທິບາຍຮູບ: ກ່ອນພີ່ນ້ອງຍິງຄົນໜຶ່ງຈະອອກໄປປະກາດ ລາວກຽມຂອງກິນໃຫ້ຜົວກ່ອນ.
g ຄຳອະທິບາຍຮູບ: ພີ່ນ້ອງຍິງຄົນດຽວກັນນີ້ຍັງໃຊ້ເວລາໄປຢາມແມ່ຂອງຜົວທີ່ບໍ່ແມ່ນພະຍານພະເຢໂຫວາ.