ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫສ18 ສະບັບທີ 3 ໜ້າ 6-7
  • ອົງ​ສັກສິດ​ເຂົ້າໃຈ​ເຈົ້າ​ບໍ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ອົງ​ສັກສິດ​ເຂົ້າໃຈ​ເຈົ້າ​ບໍ?
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສາທາລະນະ)—2018
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ວິທີ​ທີ່​ພະເຈົ້າ​ສ້າງ​ເຮົາ​ບອກ​ໃຫ້​ຮູ້​ຫຍັງ?
  • ຄຳພີ​ໄບເບິນ​ສອນ​ວ່າ​ພະເຈົ້າ​ເຂົ້າໃຈ​ເຮົາ
  • ພະ​ເຢໂຫວາ​ພະເຈົ້າ​ມີ​ຄວາມ​ຮັກ​ແລະ​ເມດຕາ
  • ອົງ​ສັກສິດ​ມີ​ຄວາມ​ເຫັນອົກເຫັນໃຈ​ບໍ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສາທາລະນະ)—2018
  • ຂ້ອຍ​ຢາກ​ຕາຍ—ຄຳພີ​ໄບເບິນ​ຊ່ວຍ​ໃຫ້​ເຊົາ​ຄິດ​ຢາກ​ຂ້າໂຕຕາຍ​ໄດ້​ບໍ?
    ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ
  • ຂ້ານ້ອຍຖືກສ້າງຢ່າງອັດສະຈັນໃຈ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2016
  • ຕົວຢ່າງ​ການ​ສົນທະນາ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2019
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສາທາລະນະ)—2018
ຫສ18 ສະບັບທີ 3 ໜ້າ 6-7
ຮູບ​ຜູ້​ຊາຍ​ຄົນ​ໜຶ່ງ​ຕອນ​ເປັນ​ແອນ້ອຍ ຕອນ​ເປັນ​ເດັກນ້ອຍ ຕອນ​ແຕ່ງດອງ ແລະ​ຕອນ​ມີ​ລູກ

“ພະອົງ​ເຫັນ​ລູກ​ຕັ້ງແຕ່​ລູກ​ຍັງ​ເປັນ​ໂຕ​ອ່ອນ.”—ເພງ​ສັນລະເສີນ 139:16

ອົງ​ສັກສິດ​ເຂົ້າໃຈ​ເຈົ້າ​ບໍ?

ວິທີ​ທີ່​ພະເຈົ້າ​ສ້າງ​ເຮົາ​ບອກ​ໃຫ້​ຮູ້​ຫຍັງ?

ສາຍ​ສຳພັນ​ແບບ​ໜຶ່ງ​ທີ່​ໃກ້ຊິດ​ທີ່​ສຸດ​ຂອງ​ມະນຸດ​ແມ່ນ ສາຍ​ສຳພັນ​ຂອງ​ຝາແຝດ. ເຂົາເຈົ້າ​ຜູກພັນ​ກັນ​ຫຼາຍ​ເປັນ​ພິເສດ. ແນນຊີ້ ຊີໂກ້ ຜູ້​ອຳນວຍ​ການ​ສູນ​ສຶກສາ​ຝາແຝດ​ແລະ​ລາວ​ເອງ​ກໍ​ມີ​ຝາແຝດ​ຄື​ກັນ​ບອກ​ວ່າ ຝາແຝດ​ບາງ​ຄູ່​ເຖິງຂັ້ນ “ເວົ້າ​ອັນ​ໃດ​ກໍ​ເຂົ້າໃຈ​ກັນ​ໝົດ​ທຸກ​ເລື່ອງ​ໂດຍ​ບໍ່​ຕ້ອງ​ອະທິບາຍ​ເລີຍ.” ຜູ້​ຍິງ​ຄົນ​ໜຶ່ງ​ເວົ້າ​ເຖິງ​ສາຍ​ສຳພັນ​ຂອງ​ລາວ​ກັບ​ຄູ່​ຝາແຝດ​ວ່າ: “ເຮົາ​ຮູ້​ຈັກ​ແລະ​ຮູ້​ໃຈ​ກັນ​ທຸກ​ເລື່ອງ.”

ເປັນ​ໄປ​ໄດ້​ແນວ​ໃດ? ການ​ວິໄຈ​ສະແດງ​ວ່າ​ນອກ​ຈາກ​ສິ່ງ​ແວດ​ລ້ອມ​ແລະ​ການ​ລ້ຽງ​ດູ​ຈະ​ເປັນ​ປັດ​ໃຈ​ຫຼັກ​ແລ້ວ ລັກສະນະ​ທາງ​ພັນທຸກຳ​ທີ່​ຄ້າຍ​ກັນ​ຫຼາຍ​ເປັນ​ພິເສດ​ກໍ​ມີ​ສ່ວນ​ສຳຄັນ​ຄື​ກັນ.

ລອງ​ຄິດ​ເບິ່ງ: ພະເຈົ້າ​ຜູ້​ອອກ​ແບບ​ພັນທຸກຳ​ທີ່​ເປັນ​ຕາ​ງຶດ​ຂອງ​ມະນຸດ​ຕ້ອງ​ເຂົ້າໃຈ​ຕົວ​ຕົນ​ແລະ​ອົງ​ປະກອບ​ຂອງ​ເຮົາ​ທຸກ​ຄົນ​ເປັນ​ຢ່າງ​ດີ. ດາວິດ​ຜູ້​ຂຽນ​ເພງ​ສັນລະເສີນ​ບອກ​ວ່າ: “ພະອົງ​ປົກປ້ອງ​ລູກ​ຢູ່​ໃນ​ທ້ອງ​ແມ່. ພະອົງ​ເຫັນ​ກະດູກ​ທັງໝົດ​ຂອງ​ລູກ ຕອນ​ທີ່​ລູກ​ຖືກ​ສ້າງ​ໃນ​ບ່ອນ​ທີ່​ບໍ່​ມີ​ຜູ້​ໃດ​ເຫັນ . . . ພະອົງ​ເຫັນ​ລູກ​ຕັ້ງແຕ່​ລູກ​ຍັງ​ເປັນ​ໂຕ​ອ່ອນ. ທຸກ​ສ່ວນ​ຂອງ​ລູກ​ຖືກ​ຈົດ​ໄວ້​ໃນ​ປຶ້ມ​ຂອງ​ພະອົງ.” (ເພງ​ສັນລະເສີນ 139:13, 15, 16) ມີ​ແຕ່​ພະເຈົ້າ​ເທົ່າ​ນັ້ນ​ທີ່​ຮູ້​ແລະ​ເຂົ້າໃຈ​ແທ້ໆ​ວ່າ​ນອກ​ຈາກ​ລັກສະນະ​ທາງ​ພັນທຸກຳ​ແລ້ວ ເຫດການ​ທຸກ​ຢ່າງ​ທີ່​ເກີດຂຶ້ນ​ໃນ​ຊີວິດ​ກໍ​ມີ​ຜົນ​ກັບ​ບຸກຄະລິກ​ແລະ​ນິດໄສ​ຂອງ​ເຮົາ​ນຳ. ຖ້າ​ພະເຈົ້າ​ຮູ້​ຈັກ​ເຮົາ​ດີ​ຂະໜາດ​ນີ້​ແລະ​ຮູ້​ລັກສະນະ​ທາງ​ພັນທຸກຳ​ຂອງ​ເຮົາ ເຮົາ​ກໍ​ໝັ້ນໃຈ​ໄດ້​ວ່າ​ເພິ່ນ​ຕ້ອງ​ເຂົ້າໃຈ​ກ່ຽວກັບ​ໂຕ​ເຮົາ​ແທ້ໆ.

ຄຳພີ​ໄບເບິນ​ສອນ​ວ່າ​ພະເຈົ້າ​ເຂົ້າໃຈ​ເຮົາ

ດາວິດ​ອະທິດຖານ​ວ່າ: “ພະ​ເຢໂຫວາ​ເອີ້ຍ ພະອົງ​ໄດ້​ກວດ​ເບິ່ງ​ລູກ​ຢ່າງ​ລະອຽດ​ແລະ​ພະອົງ​ກໍ​ຮູ້​ຈັກ​ລູກ. ລູກ​ນັ່ງ​ຕອນ​ໃດ​ແລະ​ລູກ​ຢືນ​ຕອນ​ໃດ​ພະອົງ​ກໍ​ຮູ້. ຂະໜາດ​ຢູ່​ໄກໆ​ພະອົງ​ກໍ​ຍັງ​ຮູ້​ຈັກ​ຄວາມ​ຄິດ​ຂອງ​ລູກ. ພະ​ເຢໂຫວາ​ເອີ້ຍ ລູກ​ຍັງ​ບໍ່​ທັນ​ໄດ້​ເວົ້າ​ຫຍັງ​ຊ້ຳ ພະອົງ​ກໍ​ຮູ້​ຈັກ​ໝົດ​ແລ້ວ.” (ເພງ​ສັນລະເສີນ 139:1, 2, 4) ພະ​ເຢໂຫວາ​ຍັງ​ເຂົ້າໃຈ​ອາລົມ​ຄວາມ​ຮູ້ສຶກ​ເລິກໆ​ຂອງ​ເຮົາ​ນຳ ແລະ “ຮູ້​ຄວາມ​ຄິດ​ທຸກ​ຢ່າງ” ຂອງ​ເຮົາ. (1 ຂ່າວຄາວ 28:9; 1 ຊາມູເອນ 16:6, 7) ຂໍ້​ຄຳພີ​ເຫຼົ່າ​ນີ້​ບອກ​ໃຫ້​ຮູ້​ຫຍັງ​ກ່ຽວກັບ​ພະ​ເຢໂຫວາ​ພະເຈົ້າ?

ເມື່ອ​ອະທິດຖານ ເຮົາ​ອາດ​ບໍ່​ໄດ້​ເວົ້າ​ຫຼື​ລະບາຍ​ຄວາມ​ຮູ້ສຶກ​ທຸກ​ຢ່າງ​ອອກ​ມາ ແຕ່​ພະ​ເຢໂຫວາ​ພະເຈົ້າ​ຜູ້​ທີ່​ສ້າງ​ເຮົາ​ກໍ​ເຂົ້າໃຈ​ຍ້ອນ​ເພິ່ນ​ສັງເກດ​ເບິ່ງ​ສິ່ງ​ທີ່​ເຮົາ​ເຮັດ ແລະ​ເພິ່ນ​ຍັງ​ເຂົ້າໃຈ​ນຳ​ວ່າ​ເປັນ​ຫຍັງ​ເຮົາ​ຈຶ່ງ​ເຮັດ​ແບບ​ນັ້ນ. ບໍ່​ແມ່ນ​ແຕ່​ສ່ຳ​ນັ້ນ ເພິ່ນ​ຍັງ​ຮູ້​ຈັກ​ສິ່ງ​ດີໆ​ທີ່​ເຮົາ​ຢາກ​ເຮັດ ແຕ່​ພັດ​ເຮັດ​ບໍ່​ໄດ້​ຍ້ອນ​ຂໍ້​ຈຳກັດ​ຕ່າງໆ​ໃນ​ຊີວິດ. ຍ້ອນ​ພະ​ເຢໂຫວາ​ເປັນ​ຜູ້​ໃສ່​ຄວາມ​ຮັກ​ໄວ້​ໃນ​ຫົວໃຈ​ຂອງ​ເຮົາ​ຕັ້ງແຕ່​ທຳອິດ ເພິ່ນ​ຈຶ່ງ​ສົນໃຈ​ແລະ​ຢາກ​ເຫັນ​ເຮົາ​ຄິດ​ແລະ​ເຮັດ​ໃນ​ແບບ​ທີ່​ສະແດງ​ຄວາມ​ຮັກ.—1 ໂຢຮັນ 4:7-10

ບໍ່​ມີ​ຫຍັງ​ທີ່​ພະ​ເຢໂຫວາ​ພະເຈົ້າ​ບໍ່​ເຫັນ. ເພິ່ນ​ຮູ້​ວ່າ​ເຮົາ​ເຈິ​ຄວາມ​ຍາກ​ລຳບາກ​ຫຍັງ​ແດ່​ເຖິງ​ວ່າ​ຄົນ​ອື່ນ​ອາດ​ຈະ​ບໍ່​ຮູ້​ຫຼື​ບໍ່​ເຂົ້າໃຈ.

ຄຳພີ​ໄບເບິນ​ຊ່ວຍ​ເຮົາ​ໃຫ້​ໝັ້ນໃຈ​ວ່າ

  • “ພະ​ເຢໂຫວາ​ເຝົ້າ​ເບິ່ງ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ​ເພິ່ນ​ຟັງ​ຄຳ​ອ້ອນວອນ​ຂອງ​ເຂົາເຈົ້າ.”—1 ເປໂຕ 3:12

  • ພະ​ເຢໂຫວາ​ສັນຍາ​ວ່າ: “ເຮົາ​ຈະ​ໃຫ້​ເຈົ້າ​ມີ​ຄວາມ​ເຂົ້າໃຈ​ແລະ​ຊີ້ນຳ​ເຈົ້າ​ໃຫ້​ໄປ​ໃນ​ທາງ​ທີ່​ເຈົ້າ​ຄວນ​ໄປ. ເຮົາ​ຈະ​ໃຫ້​ຄຳ​ແນະນຳ​ເຈົ້າ​ແລະ​ເບິ່ງແຍງ​ເຈົ້າ​ສະເໝີ.”—ເພງ​ສັນລະເສີນ 32:8

ພະ​ເຢໂຫວາ​ພະເຈົ້າ​ມີ​ຄວາມ​ຮັກ​ແລະ​ເມດຕາ

ການ​ຮູ້​ວ່າ​ພະ​ເຢໂຫວາ​ພະເຈົ້າ​ເຂົ້າໃຈ​ສະພາບການ​ແລະ​ຄວາມ​ຮູ້ສຶກ​ຂອງ​ເຮົາ ມັນ​ຊ່ວຍ​ເຮົາ​ໃຫ້​ອົດທົນ​ກັບ​ຄວາມ​ຍາກ​ລຳບາກ​ໄດ້​ແນວ​ໃດ? ຜູ້​ຍິງ​ຄົນ​ໜຶ່ງ​ຊື່​ອັນນາ​ຈາກ​ປະເທດ​ນີເຊເຣຍ​ເລົ່າ​ວ່າ: “ຊີວິດ​ຂ້ອຍ​ມີ​ແຕ່​ບັນຫາ ຂ້ອຍ​ຈຶ່ງ​ໝົດ​ຫວັງ​ກັບ​ຊີວິດ. ຂ້ອຍ​ເປັນ​ແມ່​ໝ້າຍ​ແລະ​ມີ​ລູກ​ສາວ​ຜູ້​ໜຶ່ງ. ຕອນ​ທີ່​ລູກ​ເຂົ້າ​ໂຮງໝໍ​ຍ້ອນ​ມີ​ນ້ຳ​ອັ່ງ​ໃນ​ສະໝອງ ທ່ານ​ໝໍ​ກໍ​ກວດ​ພໍ້​ວ່າ​ຂ້ອຍ​ເປັນ​ມະເຮັງ​ເຕົ້າ​ນົມ. ຂ້ອຍ​ຕ້ອງ​ໄດ້​ຜ່າ​ຕັດ ເຮັດ​ເຄມີ​ບຳບັດ ແລະ​ສາຍ​ແສງ. ມັນ​ຍາກ​ອີ່ຫຼີ​ຍ້ອນ​ຂ້ອຍ​ເອງ​ກໍ​ບໍ່​ສະບາຍ​ແຮງ​ແລະ​ຍັງ​ຕ້ອງ​ໄດ້​ເບິ່ງແຍງ​ລູກ​ທີ່​ນອນ​ຢູ່​ໂຮງໝໍ​ນຳ​ອີກ.”

ອັນ​ໃດ​ຊ່ວຍ​ອັນນາ​ໃຫ້​ຮັບມື​ໄດ້? “ຂ້ອຍ​ຄິດ​ເຖິງ​ຂໍ້​ຄຳພີ​ຫຼາຍ​ຂໍ້ ເຊັ່ນ: ຟີລິບປອຍ 4:6, 7 ທີ່​ບອກ​ວ່າ ‘ສັນຕິສຸກ​ຂອງ​ພະເຈົ້າ​ທີ່​ເກີນ​ຄວາມ​ເຂົ້າໃຈ​ທຸກ​ຢ່າງ​ກໍ​ຈະ​ປົກປ້ອງ​ຫົວໃຈ​ແລະ​ຄວາມ​ຄິດ​ຂອງ​ພວກ​ເຈົ້າ​ໄວ້.’ ທຸກ​ເທື່ອ​ທີ່​ຄິດ​ເຖິງ​ຂໍ້​ຄຳພີ​ນີ້ ຂ້ອຍ​ຮູ້ສຶກ​ໃກ້ຊິດ​ກັບ​ພະ​ເຢໂຫວາ​ຍ້ອນ​ຮູ້​ວ່າ​ເພິ່ນ​ເຂົ້າໃຈ​ຂ້ອຍ​ດີ​ກວ່າ​ທີ່​ຂ້ອຍ​ເຂົ້າໃຈ​ໂຕເອງ. ຂ້ອຍ​ຍັງ​ໄດ້​ຮັບ​ກຳລັງ​ໃຈ​ຈາກ​ພີ່ນ້ອງ​ໃນ​ປະຊາຄົມ​ນຳ.

ເຖິງ​ວ່າ​ຂ້ອຍ​ຍັງ​ຕ້ອງ​ຕໍ່ສູ້​ກັບ​ບັນຫາ​ສຸຂະພາບ​ຢູ່ ແຕ່​ສະພາບການ​ຂອງ​ຂ້ອຍ​ກັບ​ລູກ​ສາວ​ກໍ​ດີ​ຂຶ້ນ. ຍ້ອນ​ເຮົາ​ມີ​ພະ​ເຢໂຫວາ​ຢູ່​ຄຽງ​ຂ້າງ ເຮົາ​ໄດ້​ຮຽນ​ຮູ້​ວ່າ​ບໍ່​ຄວນ​ຄິດ​ໃນ​ແງ່​ລົບ​ເມື່ອ​ເຈິ​ບັນຫາ. ຢາໂກໂບ 5:11 ບອກ​ວ່າ: ‘ພວກ​ເຮົາ​ຖື​ວ່າ​ຄົນ​ທີ່​ອົດທົນ​ກໍ​ມີ​ຄວາມ​ສຸກ. ພວກ​ເຈົ້າ​ກໍ​ເຄີຍ​ໄດ້​ຍິນ​ວ່າ​ໂຢບ​ອົດທົນ​ຫຼາຍ​ສ່ຳ​ໃດ​ແລະ​ຮູ້​ວ່າ​ໃນ​ທີ່​ສຸດ​ພະ​ເຢໂຫວາ​ໄດ້​ອວຍພອນ​ລາວ​ແນວ​ໃດ. ເລື່ອງ​ນີ້​ສະແດງ​ວ່າ​ພະ​ເຢໂຫວາ​ມີ​ຄວາມ​ອີ່ຕົນ​ແລະ​ເຫັນອົກເຫັນໃຈ​ຫຼາຍ​ແທ້ໆ.’” ພະ​ເຢໂຫວາ​ເຂົ້າໃຈ​ແລະ​ຮູ້​ທຸກ​ຢ່າງ​ທີ່​ເກີດຂຶ້ນ​ໃນ​ຊີວິດ​ຂອງ​ໂຢບ. ເຮົາ​ກໍ​ໝັ້ນໃຈ​ໄດ້​ຄື​ກັນ​ວ່າ​ເພິ່ນ​ເຂົ້າໃຈ​ບັນຫາ​ແລະ​ຄວາມ​ຍາກ​ລຳບາກ​ຕ່າງໆ​ທີ່​ເຮົາ​ເຈິ.

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌