ອົງສັກສິດມີຄວາມເຫັນອົກເຫັນໃຈບໍ?
ວິທີທີ່ພະເຈົ້າສ້າງເຮົາບອກໃຫ້ຮູ້ຫຍັງ?
ຄວາມເຫັນອົກເຫັນໃຈແມ່ນ “ການຮ່ວມຄວາມຮູ້ສຶກໃນຄວາມທຸກຂອງຄົນອື່ນ.” ດຣ. ຣິກ ແຮນສັນ ຜູ້ຊ່ຽວຊານດ້ານສຸຂະພາບຈິດບອກວ່າ: “ມະນຸດເຮົາມີຄວາມເຫັນອົກເຫັນໃຈຕິດໂຕມາຕັ້ງແຕ່ເກີດ.”
ລອງຄິດເບິ່ງ: ເປັນຫຍັງຈຶ່ງມີແຕ່ມະນຸດເທົ່ານັ້ນທີ່ມີຄວາມເຫັນອົກເຫັນໃຈ? ຄຳພີໄບເບິນບອກວ່າພະເຢໂຫວາພະເຈົ້າສ້າງມະນຸດໃຫ້ຄ້າຍຄືກັບເພິ່ນ. (ປະຖົມມະການ 1:26) ຍ້ອນເຮົາຖືກສ້າງໃຫ້ຄ້າຍຄືກັບພະເຢໂຫວາ ເຮົາຈຶ່ງສາມາດສະທ້ອນນິດໄສໃຈຄໍຂອງເພິ່ນແລະສະແດງຄຸນລັກສະນະທີ່ດີແບບເພິ່ນໄດ້ໃນລະດັບໜຶ່ງ. ສະນັ້ນ ເມື່ອເຮົາຊ່ວຍເຫຼືອຄົນອື່ນດ້ວຍຄວາມເຫັນອົກເຫັນໃຈ ເຮົາກໍກຳລັງສະທ້ອນຄຸນລັກສະນະຂອງພະເຢໂຫວາພະເຈົ້າເຊິ່ງເປັນຜູ້ສ້າງທີ່ມີຄວາມຮັກແລະເມດຕາ.—ສຸພາສິດ 14:31
ຄຳພີໄບເບິນສອນວ່າພະເຈົ້າເຫັນອົກເຫັນໃຈເຮົາ
ພະເຢໂຫວາພະເຈົ້າເຫັນອົກເຫັນໃຈເຮົາແລະບໍ່ຢາກໃຫ້ເຮົາເຈິຄວາມທຸກລຳບາກ. ຄົນອິດສະຣາເອນໃນສະໄໝແຕ່ກີ້ເຄີຍເປັນທາດຢູ່ເອຢິບ ແລ້ວຫຼັງຈາກນັ້ນກໍຢູ່ບ່ອນກັນດານດ້ວຍຄວາມຍາກລຳບາກດົນຮອດ 40 ປີ ຄຳພີໄບເບິນເວົ້າເຖິງເຂົາເຈົ້າວ່າ: “ຕອນທີ່ເຂົາເຈົ້າທຸກໃຈ ພະເຈົ້າກໍທຸກໃຈນຳ.” (ເອຊາຢາ 63:9) ຂໍໃຫ້ສັງເກດວ່າພະເຢໂຫວາບໍ່ພຽງແຕ່ຮັບຮູ້ວ່າເຂົາເຈົ້າກຳລັງທົນທຸກເທົ່ານັ້ນ ແຕ່ເພິ່ນຮູ້ສຶກເຖິງຄວາມທຸກນັ້ນຄືກັນ. ເພິ່ນບອກວ່າ: “ເຮົາຮູ້ວ່າເຂົາເຈົ້າເຈັບປວດຫຼາຍແທ້ໆ.” (ອົບພະຍົບ 3:7) ພະເຢໂຫວາເວົ້າວ່າ: “ໃຜທີ່ແຕະຕ້ອງພວກເຈົ້າກໍສ່ຳກັບແຕະຕ້ອງໜ່ວຍຕາຂອງເຮົາ.” (ເຊຄາຣີຢາ 2:8) ເມື່ອຄົນອື່ນເຮັດໃຫ້ເຮົາເຈັບ ພະເຢໂຫວາກໍເຈັບນຳເຮົາຄືກັນ.
ເຖິງວ່າບາງເທື່ອເຮົາຈະໂທດໂຕເອງແລະຄິດວ່າບໍ່ສົມຄວນທີ່ຈະໄດ້ຮັບຄວາມເຫັນອົກເຫັນໃຈຈາກພະເຢໂຫວາ ແຕ່ຄຳພີໄບເບິນຮັບຮອງກັບເຮົາວ່າ: “ພະເຈົ້າຮູ້ຈັກພວກເຮົາດີກວ່າທີ່ພວກເຮົາຮູ້ຈັກໂຕເອງ ແລະເພິ່ນຮູ້ທຸກສິ່ງ.” (1 ໂຢຮັນ 3:19, 20, ໄຂເງື່ອນ) ເພິ່ນຮູ້ທຸກຢ່າງວ່າເຮົາເຈິຫຍັງແດ່ ຮູ້ວ່າເຮົາຄິດແລະຮູ້ສຶກແນວໃດ ແລະເພິ່ນເຫັນອົກເຫັນໃຈເຮົາ.
ເຮົາສາມາດຊອກຫາການປອບໂຍນ ສະຕິປັນຍາ ແລະຄວາມຊ່ວຍເຫຼືອຈາກພະເຢໂຫວາພະເຈົ້າ ຍ້ອນເຮົາຮູ້ວ່າເພິ່ນພ້ອມຈະຊ່ວຍທຸກຄົນທີ່ເຈິຄວາມຍາກລຳບາກ
ຄຳພີໄບເບິນຊ່ວຍເຮົາໃຫ້ໝັ້ນໃຈວ່າ
“ເມື່ອພວກເຈົ້າເອີ້ນ ພະເຢໂຫວາຈະຕອບ. ເມື່ອພວກເຈົ້າຮ້ອງຂໍໃຫ້ຊ່ວຍ ເພິ່ນຈະເວົ້າວ່າ ‘ເຮົາຈະຊ່ວຍພວກເຈົ້າ.’”—ເອຊາຢາ 58:9
“ພະເຢໂຫວາເວົ້າວ່າ ‘ເຮົາຮູ້ວ່າເຮົາຕັ້ງໃຈຈະໃຫ້ຫຍັງກັບພວກເຈົ້າ. ເຮົາຢາກໃຫ້ພວກເຈົ້າມີຊີວິດທີ່ສະຫງົບສຸກແລະບໍ່ຢາກໃຫ້ພວກເຈົ້າເຈິແນວບໍ່ດີ. ເຮົາຈະໃຫ້ພວກເຈົ້າມີອະນາຄົດທີ່ດີແລະມີຄວາມຫວັງ. ພວກເຈົ້າຈະເອີ້ນເຮົາແລະຈະມາອະທິດຖານຫາເຮົາ ແລະເຮົາຈະຟັງພວກເຈົ້າ.’”—ເຢເຣມີຢາ 29:11, 12
“ຂໍພະອົງເກັບນ້ຳຕາຂອງລູກໄວ້ໃນຖົງໜັງຂອງພະອົງ. ພະອົງນັບນ້ຳຕາທຸກຢົດຂອງລູກແລະຈົດໄວ້ໃນປຶ້ມຂອງພະອົງ.”—ເພງສັນລະເສີນ 56:8
ພະເຈົ້າສົນໃຈ ເຂົ້າໃຈ ແລະເປັນຫ່ວງເຮົາ
ການຮູ້ວ່າພະເຢໂຫວາພະເຈົ້າເຫັນອົກເຫັນໃຈເຮົາ ມັນຊ່ວຍເຮົາໄດ້ແນວໃດໃຫ້ຮັບມືກັບຄວາມຍາກລຳບາກ? ຂໍໃຫ້ເບິ່ງເລື່ອງຂອງຜູ້ຍິງຄົນໜຶ່ງຊື່ມາເຣຍ.
“ຫຼັງຈາກສູ້ກັບພະຍາດມະເຮັງຢູ່ 2 ປີ ລູກຊາຍຂອງຂ້ອຍກໍຕາຍຕອນອາຍຸ 18 ປີ. ຕອນນັ້ນຂ້ອຍເຈັບປວດຫຼາຍ. ຂ້ອຍຮູ້ສຶກວ່າຊີວິດໂຫດຮ້າຍແລະບໍ່ຍຸຕິທຳ. ຂ້ອຍໃຈຮ້າຍໃຫ້ພະເຢໂຫວາແທ້ໆທີ່ບໍ່ຍອມຊ່ວຍລູກຂອງຂ້ອຍໃຫ້ເຊົາ.
ຫົກປີຕໍ່ມາ ຂ້ອຍເລົ່າໃຫ້ໝູ່ຄົນໜຶ່ງໃນປະຊາຄົມທີ່ເປັນຄົນທີ່ມີຄວາມຮັກແລະຄວາມເຫັນອົກເຫັນໃຈຟັງ. ຂ້ອຍບອກລາວວ່າຂ້ອຍຮູ້ສຶກວ່າພະເຢໂຫວາບໍ່ຮັກຂ້ອຍ. ລາວຟັງຂ້ອຍລະບາຍຫຼາຍຊົ່ວໂມງໂດຍທີ່ບໍ່ຂັດຈັງຫວະເລີຍ ແລ້ວລາວກໍເວົ້າເຖິງຂໍ້ຄຳພີໜຶ່ງທີ່ໃຫ້ກຳລັງໃຈຂ້ອຍຫຼາຍ. ຂໍ້ນັ້ນແມ່ນ 1 ໂຢຮັນ 3:19, 20 ທີ່ບອກວ່າ: “ພະເຈົ້າຮູ້ຈັກພວກເຮົາດີກວ່າທີ່ພວກເຮົາຮູ້ຈັກໂຕເອງ ແລະເພິ່ນຮູ້ທຸກສິ່ງ.” ລາວບອກວ່າພະເຢໂຫວາເຂົ້າໃຈຄວາມທຸກຂອງເຮົາ.
ເຖິງວ່າຮູ້ແນວນັ້ນ ຂ້ອຍກໍຍັງໃຈຮ້າຍໃຫ້ພະເຢໂຫວາຢູ່. ແຕ່ເມື່ອໄດ້ອ່ານເພງສັນລະເສີນ 94:19 ທີ່ບອກວ່າ: ‘ເມື່ອລູກອຸກໃຈຫຼາຍ ພະອົງກໍປອບໃຈລູກ.’ ຂ້ອຍຮູ້ສຶກຄືກັບວ່າຂໍ້ນີ້ຂຽນໃຫ້ຂ້ອຍສະເພາະເລີຍ! ໃນທີ່ສຸດ ຂ້ອຍກໍຮູ້ສຶກສະບາຍໃຈຂຶ້ນທີ່ໄດ້ເວົ້າກັບພະເຢໂຫວາກ່ຽວກັບຄວາມທຸກໃຈຂອງຂ້ອຍ ຍ້ອນຮູ້ວ່າເພິ່ນຟັງແລະເຂົ້າໃຈຂ້ອຍ.”
ເຮົາຮູ້ສຶກສະບາຍໃຈອີ່ຫຼີທີ່ຮູ້ວ່າພະເຈົ້າເຂົ້າໃຈຄວາມທຸກຂອງເຮົາແລະເຈັບປວດໃຈນຳເຮົາຄືກັນ. ແຕ່ເປັນຫຍັງໂລກນີ້ຈຶ່ງມີຄວາມທຸກລຳບາກຫຼາຍແທ້? ມັນເປັນຍ້ອນພະເຈົ້າກຳລັງລົງໂທດເຮົາທີ່ເຮັດຜິດບໍ? ພະເຈົ້າຈະເຮັດຫຍັງບໍເພື່ອໃຫ້ຄວາມທຸກລຳບາກໝົດໄປ? ບົດຕໍ່ໄປຈະຕອບຄຳຖາມເຫຼົ່ານີ້.