ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫສ18 ສະບັບທີ 3 ໜ້າ 4-5
  • ອົງ​ສັກສິດ​ສົນໃຈ​ເຈົ້າ​ບໍ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ອົງ​ສັກສິດ​ສົນໃຈ​ເຈົ້າ​ບໍ?
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສາທາລະນະ)—2018
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ວິທີ​ທີ່​ພະເຈົ້າ​ສ້າງ​ມະນຸດ​ບອກ​ເຮົາ​ໃຫ້​ຮູ້​ຫຍັງ?
  • ຄຳພີ​ໄບເບິນ​ສອນ​ວ່າ​ພະ​ເຢໂຫວາ​ເຝົ້າ​ເບິ່ງ​ເຮົາ​ດ້ວຍ​ຄວາມ​ເປັນ​ຫ່ວງ
  • “ຂ້ອຍ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ບໍ່​ຮັກ​ຂ້ອຍ”
  • ເມື່ອ​ມີ​ລູກ​ແລ້ວ​ຊີວິດ​ທ່ານ​ຈະ​ປ່ຽນ​ໄປ
    ຄອບຄົວຂອງທ່ານຈະມີຄວາມສຸກໄດ້ແນວໃດ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສາທາລະນະ)—2018
ຫສ18 ສະບັບທີ 3 ໜ້າ 4-5
ຜົວ​ເມຍ​ຄູ່​ໜຶ່ງ​ນັ່ງ​ຢູ່​ຕັ່ງ​ເບິ່ງ​ນົກ​ໃນ​ສວນ​ສາທາລະນະ

“ຍ້ອນ​ພວກ​ເຈົ້າ​ມີ​ຄ່າ​ຫຼາຍ​ກວ່າ.”—ມັດທາຍ 10:31

ອົງ​ສັກສິດ​ສົນໃຈ​ເຈົ້າ​ບໍ?

ວິທີ​ທີ່​ພະເຈົ້າ​ສ້າງ​ມະນຸດ​ບອກ​ເຮົາ​ໃຫ້​ຮູ້​ຫຍັງ?

ໃນ​ໄລຍະ 1 ຊົ່ວໂມງ​ທຳອິດ​ທີ່​ແອນ້ອຍ​ເກີດ​ມາ​ເປັນ​ຊ່ວງ​ເວລາ​ທີ່​ສຳຄັນ​ຫຼາຍ​ສຳລັບ​ການ​ປັບ​ໂຕ​ຂອງ​ແອນ້ອຍ. ເປັນ​ຫຍັງ​ຈຶ່ງ​ສຳຄັນ? ຍ້ອນ​ວ່າ​ເມື່ອ​ແມ່​ສ້າງ​ສາຍ​ສຳພັນ​ທີ່​ໃກ້ຊິດ​ກັບ​ລູກ​ໃນ​ໄລຍະ​ນີ້ ມັນ​ຈະ​ກະຕຸ້ນ​ການ​ເຕີບໃຫຍ່​ແລະ​ພັດທະນາການ​ຂອງ​ລູກ​ໄດ້​ຫຼາຍ.a

ອັນ​ໃດ​ເຮັດ​ໃຫ້​ແມ່​ເບິ່ງແຍງ​ລູກ​ນ້ອຍ​ຢ່າງ​ອ່ອນໂຍນ? ສາສະດາ​ຈານ​ເຈເນັດ ເຄຣນຊໍ ອະທິບາຍ​ໃນ​ປຶ້ມ​ການ​ສຶກສາ​ແລະ​ການ​ໃຫ້​ຄວາມ​ຮູ້​ກັບ​ພໍ່​ແມ່​ກ່ຽວກັບ​ການ​ເກີດ​ລູກ​ແລະ​ການ​ເບິ່ງແຍງ​ລູກ​ໃນ​ໄລຍະ​ເກີດ​ໃໝ່ (The Journal of Perinatal Education) ວ່າ “ເມື່ອ​ແມ່​ຈັບ​ບາຍ​ລູກ ແນມ​ເບິ່ງ​ລູກ ແລະ​ເອົາ​ນົມ​ໃຫ້​ລູກ​ກິນ” ລະດັບ​ຮອກໂມນ​ອອກຊິໂທຊິນ​ຈະ​ເພີ່ມ​ຂຶ້ນ​ແລະ “ກະຕຸ້ນ​ຄວາມ​ຮູ້ສຶກ​ຂອງ​ຄວາມ​ເປັນ​ແມ່” ແລະ​ຕອນ​ນັ້ນ​ຈະ​ມີ​ຮອກໂມນ​ອີກ​ຊະນິດ​ໜຶ່ງ​ຫຼັ່ງ​ອອກ​ມາ​ເຊິ່ງ “ຊ່ວຍ​ໃຫ້​ແມ່​ຕອບ​ສະໜອງ​ຕໍ່​ຄວາມ​ຕ້ອງການ​ຂອງ​ລູກ” ແລະ​ເຮັດ​ໃຫ້​ແມ່​ກັບ​ລູກ​ມີ​ສາຍ​ສຳພັນ​ກັນ. ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ?

ພະ​ເຢໂຫວາ​ພະເຈົ້າbເປັນ​ຜູ້​ອອກ​ແບບ​ສາຍ​ສຳພັນ​ທີ່​ໃກ້ຊິດ​ລະຫວ່າງ​ແມ່​ກັບ​ລູກ​ນ້ອຍ​ທີ່​ຫາກໍ​ເກີດ. ກະສັດ​ດາວິດ​ຍົກຍ້ອງ​ພະ​ເຢໂຫວາ​ຍ້ອນ​ເພິ່ນ​ພາ​ລາວ “ອອກ​ມາ​ຈາກ​ທ້ອງ​ແມ່” ແລະ​ເຮັດ​ໃຫ້​ລາວ​ປອດໄພ​ຢູ່​ໃນ​ອ້ອມ​ກອດ​ຂອງ​ແມ່. ດາວິດ​ອະທິດຖານ​ວ່າ: “ພະອົງ​ເບິ່ງແຍງ​ລູກ​ຕັ້ງແຕ່​ລູກ​ເກີດ. ພະອົງ​ເປັນ​ພະເຈົ້າ​ຂອງ​ລູກ​ຕັ້ງແຕ່​ລູກ​ຍັງ​ຢູ່​ໃນ​ທ້ອງ​ແມ່.”—ເພງ​ສັນລະເສີນ 22:9, 10

ລອງ​ຄິດ​ເບິ່ງ: ຖ້າ​ພະ​ເຢໂຫວາ​ສ້າງ​ລະບົບ​ທີ່​ຊັບຊ້ອນ​ເພື່ອ​ໃຫ້​ແມ່​ຕອບ​ສະໜອງ​ຕາມ​ຄວາມ​ຕ້ອງການ​ຂອງ​ລູກ​ແລະ​ເບິ່ງແຍງ​ລູກ​ຢ່າງ​ອ່ອນໂຍນ ນັ້ນ​ກໍ​ສະແດງ​ວ່າ​ເພິ່ນ​ສົນໃຈ​ເຮົາ​ແຕ່​ລະ​ຄົນ ຍ້ອນ​ເຮົາ​ເປັນ “ລູກ​ຂອງ​ພະເຈົ້າ.”—ກິດຈະການ 17:29

ຄຳພີ​ໄບເບິນ​ສອນ​ວ່າ​ພະ​ເຢໂຫວາ​ເຝົ້າ​ເບິ່ງ​ເຮົາ​ດ້ວຍ​ຄວາມ​ເປັນ​ຫ່ວງ

ພະ​ເຢຊູ​ຮູ້​ຈັກ​ພະ​ເຢໂຫວາ​ດີ​ກວ່າ​ເຮົາ​ທຸກ​ຄົນ ພະ​ເຢຊູ​ສອນ​ວ່າ: “ນົກ​ກະຈອກ 2 ໂຕ​ເຂົາເຈົ້າ​ຂາຍ​ບໍ່​ຈັກ​ກີບ ແຕ່​ບໍ່​ມີ​ຈັກ​ໂຕ​ຈະ​ຕົກ​ລົງ​ດິນ​ໂດຍ​ທີ່​ພະເຈົ້າ​ພໍ່​ຂອງ​ພວກ​ເຈົ້າ​ບໍ່​ຮູ້​ຈັກ. ຂະໜາດ​ຜົມ​ຂອງ​ພວກ​ເຈົ້າ​ເພິ່ນ​ກໍ​ນັບ​ໄວ້​ແລ້ວ​ທຸກ​ເສັ້ນ. ດັ່ງນັ້ນ ບໍ່​ຕ້ອງ​ຢ້ານ ຍ້ອນ​ພວກ​ເຈົ້າ​ມີ​ຄ່າ​ຫຼາຍ​ກວ່າ​ນົກ​ກະຈອກ​ຫຼາຍ​ໂຕ​ລວມ​ກັນ.”—ມັດທາຍ 10:29-31

ປົກກະຕິ​ແລ້ວ​ເຮົາ​ບໍ່​ໄດ້​ສົນໃຈ​ນົກ​ໂຕ​ນ້ອຍໆ​ທຸກ​ໂຕ​ທີ່​ເຮົາ​ເຫັນ. ເຮົາ​ເກືອບ​ບໍ່​ໄດ້​ສັງເກດ​ຊ້ຳ​ວ່າ​ມີ​ໂຕ​ໃດ​ຕົກ​ລົງ​ດິນ​ແດ່. ແຕ່​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ​ສັງເກດ​ເບິ່ງ​ນົກ​ທຸກ​ໂຕ! ເຖິງ​ວ່າ​ເອົາ​ນົກ​ເຫຼົ່າ​ນີ້​ຫຼາຍໆ​ໂຕ​ມາ​ລວມ​ກັນ​ກໍ​ຍັງ​ບໍ່​ມີ​ຄ່າ​ສ່ຳ​ກັບ​ມະນຸດ​ຄົນ​ໜຶ່ງ. ສະນັ້ນ ບໍ່​ຕ້ອງ​ຢ້ານ​ວ່າ​ພະ​ເຢໂຫວາ​ຈະ​ບໍ່​ສົນໃຈ​ເຈົ້າ. ເພິ່ນ​ສົນໃຈ​ເຈົ້າ​ຫຼາຍ​ອີ່ຫຼີ!

ພະ​ເຢໂຫວາ​ພະເຈົ້າ​ສົນໃຈ​ເຮົາ​ແລະ​ເຝົ້າ​ເບິ່ງ​ເຮົາ​ດ້ວຍ​ຄວາມ​ຮັກ​ແລະ​ຄວາມ​ເປັນ​ຫ່ວງ

ຄຳພີ​ໄບເບິນ​ຊ່ວຍ​ເຮົາ​ໃຫ້​ໝັ້ນໃຈ​ວ່າ

  • “ພະ​ເຢໂຫວາ​ເຫັນ​ສິ່ງ​ທີ່​ເກີດຂຶ້ນ​ທຸກ​ບ່ອນ. ເພິ່ນ​ເບິ່ງ​ທັງ​ຄົນ​ດີ​ແລະ​ຄົນ​ຊົ່ວ.”—ສຸພາສິດ 15:3

  • “ພະ​ເຢໂຫວາ​ເຝົ້າ​ເບິ່ງ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ​ເພິ່ນ​ຟັງ​ຄຳ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຂອງ​ເຂົາເຈົ້າ.”—ເພງ​ສັນລະເສີນ 34:15

  • “ລູກ​ດີ​ໃຈ​ຫຼາຍ​ຍ້ອນ​ພະອົງ​ຮັກ​ລູກ​ຢ່າງ​ໝັ້ນຄົງ. ພະອົງ​ເຫັນ​ຄວາມ​ທຸກ​ຂອງ​ລູກ​ແລ້ວ ແລະ​ພະອົງ​ກໍ​ຮູ້​ວ່າ​ລູກ​ເຈັບ​ປວດ​ຫຼາຍ​ສ່ຳ​ໃດ.”—ເພງ​ສັນລະເສີນ 31:7

“ຂ້ອຍ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ບໍ່​ຮັກ​ຂ້ອຍ”

ການ​ຮູ້​ວ່າ​ພະ​ເຢໂຫວາ​ພະເຈົ້າ​ສົນໃຈ​ເຮົາ​ແລະ​ເຝົ້າ​ເບິ່ງ​ເຮົາ​ດ້ວຍ​ຄວາມ​ຮັກ​ແລະ​ຄວາມ​ເປັນ​ຫ່ວງ ມັນ​ຊ່ວຍ​ເຮົາ​ແນວ​ໃດ? ໃຫ້​ເບິ່ງ​ເລື່ອງ​ຂອງ​ຮັນນາcຈາກ​ປະເທດ​ອັງກິດ. ລາວ​ເລົ່າ​ວ່າ:

“ມີ​ຫຼາຍ​ເທື່ອ​ອີ່ຫຼີ​ທີ່​ຂ້ອຍ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ບໍ່​ຮັກ​ແລະ​ບໍ່​ຕອບ​ຄຳ​ອະທິດຖານ​ຂອງ​ຂ້ອຍ. ຂ້ອຍ​ຄິດ​ວ່າ​ຄື​ຊິ​ເປັນ​ຍ້ອນ​ຂ້ອຍ​ບໍ່​ມີ​ຄວາມ​ເຊື່ອ​ຫຼາຍ​ພໍ. ຂ້ອຍ​ຮູ້ສຶກ​ຄື​ກັບ​ຖືກ​ລົງໂທດ​ແລະ​ບໍ່​ໄດ້​ຮັບ​ຄວາມ​ສົນໃຈ​ຍ້ອນ​ບໍ່​ມີ​ຄວາມ​ສຳຄັນ​ຫຍັງ. ຂ້ອຍ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ບໍ່​ສົນໃຈ​ຂ້ອຍ​ຈັກ​ໜ້ອຍ​ເລີຍ.”

ແຕ່​ຕອນນີ້​ຮັນນາ​ໝັ້ນໃຈ​ແລ້ວ​ວ່າ​ພະ​ເຢໂຫວາ​ສົນໃຈ​ແລະ​ຮັກ​ລາວ. ອັນ​ໃດ​ເຮັດ​ໃຫ້​ຄວາມ​ຮູ້ສຶກ​ຂອງ​ຮັນນາ​ປ່ຽນ​ໄປ? ລາວ​ບອກ​ວ່າ: “ມັນ​ຄ່ອຍໆ​ປ່ຽນ. ຂ້ອຍ​ຈື່​ໄດ້​ວ່າ​ມີ​ຄຳ​ບັນລະຍາຍ​ໜຶ່ງ​ໃນ​ຫຼາຍ​ປີ​ກ່ອນ​ທີ່​ເວົ້າ​ກ່ຽວກັບ​ຄ່າໄຖ່​ຂອງ​ພະ​ເຢຊູ​ເຮັດ​ໃຫ້​ຂ້ອຍ​ເລີ່ມ​ປ່ຽນ​ຄວາມ​ຄິດ. ຄຳ​ບັນລະຍາຍ​ນັ້ນ​ເຮັດ​ໃຫ້​ຂ້ອຍ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ຂ້ອຍ. ເມື່ອ​ຄຳ​ອະທິດຖານ​ຂອງ​ຂ້ອຍ​ໄດ້​ຮັບ​ຄຳ​ຕອບ ຂ້ອຍ​ກໍ​ມັກ​ຈະ​ຮ້ອງໄຫ້​ຍ້ອນ​ຂ້ອຍ​ເຂົ້າໃຈ​ແລ້ວ​ວ່າ​ທີ່​ຈິງ​ພະ​ເຢໂຫວາ​ຮັກ​ຂ້ອຍ​ຫຼາຍ. ການ​ສຶກສາ​ຄຳພີ​ໄບເບິນ​ແລະ​ການ​ເຂົ້າ​ຮ່ວມ​ປະຊຸມ​ເຮັດ​ໃຫ້​ຂ້ອຍ​ຮູ້​ຈັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ໄດ້​ຮຽນ​ຮູ້​ກ່ຽວກັບ​ນິດໄສ​ໃຈ​ຄໍ​ຂອງ​ເພິ່ນ ແລະ​ຮູ້​ວ່າ​ເພິ່ນ​ຮູ້ສຶກ​ແນວ​ໃດ​ກັບ​ເຮົາ. ຕອນນີ້​ຂ້ອຍ​ເຫັນ​ແຈ້ງ​ແລ້ວ​ວ່າ​ພະ​ເຢໂຫວາ​ພ້ອມ​ທີ່​ຈະ​ຊ່ວຍ​ເຫຼືອ​ເຮົາ ເພິ່ນ​ຮັກ​ແລະ​ຢາກ​ເບິ່ງແຍງ​ເຮົາ​ທຸກ​ຄົນ.”

ຄຳເວົ້າ​ຂອງ​ຮັນນາ​ໃຫ້​ກຳລັງ​ໃຈ​ເຮົາ​ຫຼາຍ​ແທ້ໆ. ແຕ່​ເຮົາ​ຈະ​ໝັ້ນໃຈ​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ພະເຈົ້າ​ເຂົ້າໃຈ​ເຈົ້າ​ແລະ​ບໍ່​ລືມ​ຄວາມ​ຮູ້ສຶກ​ຂອງ​ເຈົ້າ? ບົດ​ຕໍ່​ໄປ​ຈະ​ຕອບ​ຄຳ​ຖາມ​ນີ້.

a ຜູ້​ຍິງ​ບາງ​ຄົນ​ທີ່​ມີ​ອາການ​ຊຶມເສົ້າ​ຫຼັງ​ຈາກ​ເກີດ​ລູກ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ສ້າງ​ສາຍ​ສຳພັນ​ກັບ​ລູກ. ແຕ່​ເລື່ອງ​ນີ້​ບໍ່​ແມ່ນ​ຄວາມ​ຜິດ​ຂອງ​ແມ່. ລາຍງານ​ຈາກ​ສະຖາບັນ​ສຸຂະພາບ​ຈິດ​ຂອງ​ປະເທດ​ອາເມຣິກາ​ບອກ​ວ່າ ອາການ​ຊຶມເສົ້າ​ຫຼັງ​ຈາກ​ເກີດ​ລູກ “ອາດ​ເກີດ​ຈາກ​ປັດ​ໃຈ​ຫຼາຍ​ຢ່າງ​ທາງ​ຮ່າງກາຍ​ແລະ​ຈິດ​ໃຈ . . . ແຕ່​ບໍ່​ໄດ້​ເປັນ​ຍ້ອນ​ແມ່​ໄດ້​ເຮັດ​ບາງ​ຢ່າງ.” ສຳລັບ​ຂໍ້ມູນ​ເພີ່ມເຕີມ​ກ່ຽວກັບ​ເລື່ອງ​ນີ້ ໃຫ້​ເບິ່ງ​ບົດ​ຄວາມ “ຂ້ອຍ​ເອົາ​ຊະນະ​ພາວະ​ຊຶມເສົ້າ​ຫຼັງ​ເກີດ​ລູກ” ໃນ​ຕື່ນເຖີດ! 8 ສິງຫາ 2002. (ພາສາ​ໄທ)

b ພະ​ເຢໂຫວາ​ເປັນ​ຊື່​ຂອງ​ພະເຈົ້າ​ຕາມ​ທີ່​ບອກ​ໄວ້​ໃນ​ຄຳພີ​ໄບເບິນ.—ເພງ​ສັນລະເສີນ 83:18

c ຊື່​ສົມມຸດ

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌