ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫສ18 ສະບັບທີ 3 ໜ້າ 8-9
  • ອົງ​ສັກສິດ​ມີ​ຄວາມ​ເຫັນອົກເຫັນໃຈ​ບໍ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ອົງ​ສັກສິດ​ມີ​ຄວາມ​ເຫັນອົກເຫັນໃຈ​ບໍ?
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສາທາລະນະ)—2018
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ວິທີ​ທີ່​ພະເຈົ້າ​ສ້າງ​ເຮົາ​ບອກ​ໃຫ້​ຮູ້​ຫຍັງ?
  • ຄຳພີ​ໄບເບິນ​ສອນ​ວ່າ​ພະເຈົ້າ​ເຫັນອົກເຫັນໃຈ​ເຮົາ
  • ພະເຈົ້າ​ສົນໃຈ ເຂົ້າໃຈ ແລະ​ເປັນ​ຫ່ວງ​ເຮົາ
  • ສະແດງຄວາມເຫັນອົກເຫັນໃຈ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • “ຈົ່ງຮ້ອງໄຫ້ດ້ວຍກັນກັບຜູ້ທີ່ຮ້ອງໄຫ້”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
  • ເປັນ​ຫ່ວງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2019
  • ເຫັນອົກເຫັນໃຈ
    ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສາທາລະນະ)—2018
ຫສ18 ສະບັບທີ 3 ໜ້າ 8-9
ເດັກນ້ອຍ​ຜູ້​ຍິງ​ຄົນ​ໜຶ່ງ​ອອຍ​ໝູ່​ທີ່​ລົ້ມ​ຫົວ​ເຂົ່າ​ເຫຼີ້ນ; ຜູ້​ຍິງ​ຄົນ​ໜຶ່ງ​ປອບ​ໃຈ​ໝູ່​ທີ່​ຮ້ອງໄຫ້

ອົງ​ສັກສິດ​ມີ​ຄວາມ​ເຫັນອົກເຫັນໃຈ​ບໍ?

ວິທີ​ທີ່​ພະເຈົ້າ​ສ້າງ​ເຮົາ​ບອກ​ໃຫ້​ຮູ້​ຫຍັງ?

ຄວາມ​ເຫັນອົກເຫັນໃຈ​ແມ່ນ “ການ​ຮ່ວມ​ຄວາມ​ຮູ້ສຶກ​ໃນ​ຄວາມ​ທຸກ​ຂອງ​ຄົນ​ອື່ນ.” ດຣ. ຣິກ ແຮນສັນ ຜູ້​ຊ່ຽວຊານ​ດ້ານ​ສຸຂະພາບ​ຈິດ​ບອກ​ວ່າ: “ມະນຸດ​ເຮົາ​ມີ​ຄວາມ​ເຫັນອົກເຫັນໃຈ​ຕິດ​ໂຕ​ມາ​ຕັ້ງແຕ່​ເກີດ.”

ລອງ​ຄິດ​ເບິ່ງ: ເປັນ​ຫຍັງ​ຈຶ່ງ​ມີ​ແຕ່​ມະນຸດ​ເທົ່າ​ນັ້ນ​ທີ່​ມີ​ຄວາມ​ເຫັນອົກເຫັນໃຈ? ຄຳພີ​ໄບເບິນ​ບອກ​ວ່າ​ພະ​ເຢໂຫວາ​ພະເຈົ້າ​ສ້າງ​ມະນຸດ​ໃຫ້​ຄ້າຍຄື​ກັບ​ເພິ່ນ. (ປະຖົມມະການ 1:26) ຍ້ອນ​ເຮົາ​ຖືກ​ສ້າງ​ໃຫ້​ຄ້າຍຄື​ກັບ​ພະ​ເຢໂຫວາ ເຮົາ​ຈຶ່ງ​ສາມາດ​ສະທ້ອນ​ນິດໄສ​ໃຈ​ຄໍ​ຂອງ​ເພິ່ນ​ແລະ​ສະແດງ​ຄຸນລັກສະນະ​ທີ່​ດີ​ແບບ​ເພິ່ນ​ໄດ້​ໃນ​ລະດັບ​ໜຶ່ງ. ສະນັ້ນ ເມື່ອ​ເຮົາ​ຊ່ວຍ​ເຫຼືອ​ຄົນ​ອື່ນ​ດ້ວຍ​ຄວາມ​ເຫັນອົກເຫັນໃຈ ເຮົາ​ກໍ​ກຳລັງ​ສະທ້ອນ​ຄຸນລັກສະນະ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ເຊິ່ງ​ເປັນ​ຜູ້​ສ້າງ​ທີ່​ມີ​ຄວາມ​ຮັກ​ແລະ​ເມດຕາ.—ສຸພາສິດ 14:31

ຄຳພີ​ໄບເບິນ​ສອນ​ວ່າ​ພະເຈົ້າ​ເຫັນອົກເຫັນໃຈ​ເຮົາ

ພະ​ເຢໂຫວາ​ພະເຈົ້າ​ເຫັນອົກເຫັນໃຈ​ເຮົາ​ແລະ​ບໍ່​ຢາກ​ໃຫ້​ເຮົາ​ເຈິ​ຄວາມ​ທຸກ​ລຳບາກ. ຄົນ​ອິດສະຣາເອນ​ໃນ​ສະໄໝ​ແຕ່​ກີ້​ເຄີຍ​ເປັນ​ທາດ​ຢູ່​ເອຢິບ ແລ້ວ​ຫຼັງ​ຈາກ​ນັ້ນ​ກໍ​ຢູ່​ບ່ອນ​ກັນດານ​ດ້ວຍ​ຄວາມ​ຍາກ​ລຳບາກ​ດົນ​ຮອດ 40 ປີ ຄຳພີ​ໄບເບິນ​ເວົ້າ​ເຖິງ​ເຂົາເຈົ້າ​ວ່າ: “ຕອນ​ທີ່​ເຂົາເຈົ້າ​ທຸກໃຈ ພະເຈົ້າ​ກໍ​ທຸກໃຈ​ນຳ.” (ເອຊາຢາ 63:9) ຂໍ​ໃຫ້​ສັງເກດ​ວ່າ​ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ຮັບ​ຮູ້​ວ່າ​ເຂົາເຈົ້າ​ກຳລັງ​ທົນທຸກ​ເທົ່າ​ນັ້ນ ແຕ່​ເພິ່ນ​ຮູ້ສຶກ​ເຖິງ​ຄວາມ​ທຸກ​ນັ້ນ​ຄື​ກັນ. ເພິ່ນ​ບອກ​ວ່າ: “ເຮົາ​ຮູ້​ວ່າ​ເຂົາເຈົ້າ​ເຈັບ​ປວດ​ຫຼາຍ​ແທ້ໆ.” (ອົບພະຍົບ 3:7) ພະ​ເຢໂຫວາ​ເວົ້າ​ວ່າ: “ໃຜ​ທີ່​ແຕະ​ຕ້ອງ​ພວກ​ເຈົ້າ​ກໍ​ສ່ຳ​ກັບ​ແຕະ​ຕ້ອງ​ໜ່ວຍ​ຕາ​ຂອງ​ເຮົາ.” (ເຊຄາຣີຢາ 2:8) ເມື່ອ​ຄົນ​ອື່ນ​ເຮັດ​ໃຫ້​ເຮົາ​ເຈັບ ພະ​ເຢໂຫວາ​ກໍ​ເຈັບ​ນຳ​ເຮົາ​ຄື​ກັນ.

ເຖິງ​ວ່າ​ບາງ​ເທື່ອ​ເຮົາ​ຈະ​ໂທດ​ໂຕເອງ​ແລະ​ຄິດ​ວ່າ​ບໍ່​ສົມຄວນ​ທີ່​ຈະ​ໄດ້​ຮັບ​ຄວາມ​ເຫັນອົກເຫັນໃຈ​ຈາກ​ພະ​ເຢໂຫວາ ແຕ່​ຄຳພີ​ໄບເບິນ​ຮັບຮອງ​ກັບ​ເຮົາ​ວ່າ: “ພະເຈົ້າ​ຮູ້​ຈັກ​ພວກ​ເຮົາ​ດີ​ກວ່າ​ທີ່​ພວກ​ເຮົາ​ຮູ້​ຈັກ​ໂຕເອງ ແລະ​ເພິ່ນ​ຮູ້​ທຸກ​ສິ່ງ.” (1 ໂຢຮັນ 3:19, 20, ໄຂເງື່ອນ) ເພິ່ນ​ຮູ້​ທຸກ​ຢ່າງ​ວ່າ​ເຮົາ​ເຈິ​ຫຍັງ​ແດ່ ຮູ້​ວ່າ​ເຮົາ​ຄິດ​ແລະ​ຮູ້ສຶກ​ແນວ​ໃດ ແລະ​ເພິ່ນ​ເຫັນອົກເຫັນໃຈ​ເຮົາ.

ເຮົາ​ສາມາດ​ຊອກ​ຫາ​ການ​ປອບ​ໂຍນ ສະຕິ​ປັນຍາ ແລະ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ພະເຈົ້າ ຍ້ອນ​ເຮົາ​ຮູ້​ວ່າ​ເພິ່ນ​ພ້ອມ​ຈະ​ຊ່ວຍ​ທຸກ​ຄົນ​ທີ່​ເຈິ​ຄວາມ​ຍາກ​ລຳບາກ

ຄຳພີ​ໄບເບິນ​ຊ່ວຍ​ເຮົາ​ໃຫ້​ໝັ້ນໃຈ​ວ່າ

  • “ເມື່ອ​ພວກ​ເຈົ້າ​ເອີ້ນ ພະ​ເຢໂຫວາ​ຈະ​ຕອບ. ເມື່ອ​ພວກ​ເຈົ້າ​ຮ້ອງ​ຂໍ​ໃຫ້​ຊ່ວຍ ເພິ່ນ​ຈະ​ເວົ້າ​ວ່າ ‘ເຮົາ​ຈະ​ຊ່ວຍ​ພວກ​ເຈົ້າ.’”—ເອຊາຢາ 58:9

  • “ພະ​ເຢໂຫວາ​ເວົ້າ​ວ່າ ‘ເຮົາ​ຮູ້​ວ່າ​ເຮົາ​ຕັ້ງໃຈ​ຈະ​ໃຫ້​ຫຍັງ​ກັບ​ພວກ​ເຈົ້າ. ເຮົາ​ຢາກ​ໃຫ້​ພວກ​ເຈົ້າ​ມີ​ຊີວິດ​ທີ່​ສະຫງົບສຸກ​ແລະ​ບໍ່​ຢາກ​ໃຫ້​ພວກ​ເຈົ້າ​ເຈິ​ແນວ​ບໍ່​ດີ. ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ມີ​ອະນາຄົດ​ທີ່​ດີ​ແລະ​ມີ​ຄວາມ​ຫວັງ. ພວກ​ເຈົ້າ​ຈະ​ເອີ້ນ​ເຮົາ​ແລະ​ຈະ​ມາ​ອະທິດຖານ​ຫາ​ເຮົາ ແລະ​ເຮົາ​ຈະ​ຟັງ​ພວກ​ເຈົ້າ.’”—ເຢເຣມີຢາ 29:11, 12

  • “ຂໍ​ພະອົງ​ເກັບ​ນ້ຳ​ຕາ​ຂອງ​ລູກ​ໄວ້​ໃນ​ຖົງໜັງ​ຂອງ​ພະອົງ. ພະອົງ​ນັບ​ນ້ຳ​ຕາ​ທຸກ​ຢົດ​ຂອງ​ລູກ​ແລະ​ຈົດ​ໄວ້​ໃນ​ປຶ້ມ​ຂອງ​ພະອົງ.”—ເພງ​ສັນລະເສີນ 56:8

ພະເຈົ້າ​ສົນໃຈ ເຂົ້າໃຈ ແລະ​ເປັນ​ຫ່ວງ​ເຮົາ

ການ​ຮູ້​ວ່າ​ພະ​ເຢໂຫວາ​ພະເຈົ້າ​ເຫັນອົກເຫັນໃຈ​ເຮົາ ມັນ​ຊ່ວຍ​ເຮົາ​ໄດ້​ແນວ​ໃດ​ໃຫ້​ຮັບມື​ກັບ​ຄວາມ​ຍາກ​ລຳບາກ? ຂໍ​ໃຫ້​ເບິ່ງ​ເລື່ອງ​ຂອງ​ຜູ້​ຍິງ​ຄົນ​ໜຶ່ງ​ຊື່​ມາເຣຍ.

“ຫຼັງ​ຈາກ​ສູ້​ກັບ​ພະຍາດ​ມະເຮັງ​ຢູ່ 2 ປີ ລູກ​ຊາຍ​ຂອງ​ຂ້ອຍ​ກໍ​ຕາຍ​ຕອນ​ອາຍຸ 18 ປີ. ຕອນ​ນັ້ນ​ຂ້ອຍ​ເຈັບ​ປວດ​ຫຼາຍ. ຂ້ອຍ​ຮູ້ສຶກ​ວ່າ​ຊີວິດ​ໂຫດ​ຮ້າຍ​ແລະ​ບໍ່​ຍຸຕິທຳ. ຂ້ອຍ​ໃຈ​ຮ້າຍ​ໃຫ້​ພະ​ເຢໂຫວາ​ແທ້ໆ​ທີ່​ບໍ່​ຍອມ​ຊ່ວຍ​ລູກ​ຂອງ​ຂ້ອຍ​ໃຫ້​ເຊົາ.

ຫົກ​ປີ​ຕໍ່​ມາ ຂ້ອຍ​ເລົ່າ​ໃຫ້​ໝູ່​ຄົນ​ໜຶ່ງ​ໃນ​ປະຊາຄົມ​ທີ່​ເປັນ​ຄົນ​ທີ່​ມີ​ຄວາມ​ຮັກ​ແລະ​ຄວາມ​ເຫັນອົກເຫັນໃຈ​ຟັງ. ຂ້ອຍ​ບອກ​ລາວ​ວ່າ​ຂ້ອຍ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ບໍ່​ຮັກ​ຂ້ອຍ. ລາວ​ຟັງ​ຂ້ອຍ​ລະບາຍ​ຫຼາຍ​ຊົ່ວໂມງ​ໂດຍ​ທີ່​ບໍ່​ຂັດ​ຈັງຫວະ​ເລີຍ ແລ້ວ​ລາວ​ກໍ​ເວົ້າ​ເຖິງ​ຂໍ້​ຄຳພີ​ໜຶ່ງ​ທີ່​ໃຫ້​ກຳລັງ​ໃຈ​ຂ້ອຍ​ຫຼາຍ. ຂໍ້​ນັ້ນ​ແມ່ນ 1 ໂຢຮັນ 3:19, 20 ທີ່​ບອກ​ວ່າ: “ພະເຈົ້າ​ຮູ້​ຈັກ​ພວກ​ເຮົາ​ດີ​ກວ່າ​ທີ່​ພວກ​ເຮົາ​ຮູ້​ຈັກ​ໂຕເອງ ແລະ​ເພິ່ນ​ຮູ້​ທຸກ​ສິ່ງ.” ລາວ​ບອກ​ວ່າ​ພະ​ເຢໂຫວາ​ເຂົ້າໃຈ​ຄວາມ​ທຸກ​ຂອງ​ເຮົາ.

ເຖິງ​ວ່າ​ຮູ້​ແນວ​ນັ້ນ ຂ້ອຍ​ກໍ​ຍັງ​ໃຈ​ຮ້າຍ​ໃຫ້​ພະ​ເຢໂຫວາ​ຢູ່. ແຕ່​ເມື່ອ​ໄດ້​ອ່ານ​ເພງ​ສັນລະເສີນ 94:19 ທີ່​ບອກ​ວ່າ: ‘ເມື່ອ​ລູກ​ອຸກໃຈ​ຫຼາຍ ພະອົງ​ກໍ​ປອບ​ໃຈ​ລູກ.’ ຂ້ອຍ​ຮູ້ສຶກ​ຄື​ກັບ​ວ່າ​ຂໍ້​ນີ້​ຂຽນ​ໃຫ້​ຂ້ອຍ​ສະເພາະ​ເລີຍ! ໃນ​ທີ່​ສຸດ ຂ້ອຍ​ກໍ​ຮູ້ສຶກ​ສະບາຍ​ໃຈ​ຂຶ້ນ​ທີ່​ໄດ້​ເວົ້າ​ກັບ​ພະ​ເຢໂຫວາ​ກ່ຽວກັບ​ຄວາມ​ທຸກໃຈ​ຂອງ​ຂ້ອຍ ຍ້ອນ​ຮູ້​ວ່າ​ເພິ່ນ​ຟັງ​ແລະ​ເຂົ້າໃຈ​ຂ້ອຍ.”

ເຮົາ​ຮູ້ສຶກ​ສະບາຍ​ໃຈ​ອີ່ຫຼີ​ທີ່​ຮູ້​ວ່າ​ພະເຈົ້າ​ເຂົ້າໃຈ​ຄວາມ​ທຸກ​ຂອງ​ເຮົາ​ແລະ​ເຈັບ​ປວດ​ໃຈ​ນຳ​ເຮົາ​ຄື​ກັນ. ແຕ່​ເປັນ​ຫຍັງ​ໂລກ​ນີ້​ຈຶ່ງ​ມີ​ຄວາມ​ທຸກ​ລຳບາກ​ຫຼາຍ​ແທ້? ມັນ​ເປັນ​ຍ້ອນ​ພະເຈົ້າ​ກຳລັງ​ລົງໂທດ​ເຮົາ​ທີ່​ເຮັດ​ຜິດ​ບໍ? ພະເຈົ້າ​ຈະ​ເຮັດ​ຫຍັງ​ບໍ​ເພື່ອ​ໃຫ້​ຄວາມ​ທຸກ​ລຳບາກ​ໝົດ​ໄປ? ບົດ​ຕໍ່​ໄປ​ຈະ​ຕອບ​ຄຳ​ຖາມ​ເຫຼົ່າ​ນີ້.

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌