ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ26 ມັງກອນ ໜ້າ 8-13
  • ເຈົ້າ​ສາມາດ​ຕໍ່ສູ້​ກັບ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ​ໄດ້

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຈົ້າ​ສາມາດ​ຕໍ່ສູ້​ກັບ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ​ໄດ້
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2026
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ອັນ​ໃດ​ເຮັດ​ໃຫ້​ໂປໂລ​ມີ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ?
  • ໂປໂລ​ຮັບມື​ກັບ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ​ແນວ​ໃດ?
  • ເຮົາ​ຈະ​ຕໍ່ສູ້​ກັບ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ​ໄດ້​ແນວ​ໃດ?
  • ເບິ່ງ​ໄປ​ທີ່​ອະນາຄົດ​ດ້ວຍ​ຄວາມ​ໝັ້ນໃຈ
  • ເຮົາ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ​ໃນ​ການ​ປະກາດ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ໃຫ້​ຖ່ອມ​ໃຈ​ຍອມຮັບ​ວ່າ​ມີ​ບາງ​ຢ່າງ​ທີ່​ເຮົາ​ບໍ່​ຮູ້
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ພະ​ເຢໂຫວາ “ປິ່ນປົວ​ຄົນ​ທີ່​ຫົວໃຈ​ແຕກ​ສະຫຼາຍ”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ຊອກ​ຫາ​ຄຳ​ຕອບ​ສຳລັບ​ຄຳ​ຖາມ​ຕໍ່​ໄປ​ນີ້
    ລາຍການ​ການ​ປະຊຸມ​ໝວດ​ທີ່​ມີ​ຜູ້​ເບິ່ງແຍງ​ໝວດ​ປີ 2025-2026
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2026
ຫ26 ມັງກອນ ໜ້າ 8-13

ວັນ​ທີ 9-15 ມີນາ 2026

ເພງ​ທີ 45 ສິ່ງ​ທີ່​ຄິດ​ຕຶກຕອງ​ໃນ​ໃຈ

ເຈົ້າ​ສາມາດ​ຕໍ່ສູ້​ກັບ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ​ໄດ້

“ຈັ່ງ​ແມ່ນ​ຂ້ອຍ​ສົມ​ເພດ​ໂຕເອງ​ເດ້.”—ຣມ. 7:24

ຈຸດ​ສຳຄັນ

ວິທີ​ຮັບມື​ກັບ​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ.

1-2. ບາງ​ເທື່ອ​ອັກຄະສາວົກ​ໂປໂລ​ຮູ້ສຶກ​ແນວ​ໃດ ແລະ​ເຮົາ​ຮູ້ສຶກ​ຄ້າຍຄື​ກັບ​ລາວ​ແນວ​ໃດ? (ໂຣມ 7:21-24)

ເມື່ອ​ເວົ້າ​ເຖິງ​ອັກຄະສາວົກ​ໂປໂລ ເຈົ້າ​ຄິດ​ເຖິງ​ຫຍັງ? ເຈົ້າ​ຄິດ​ເຖິງ​ລາວ​ວ່າ​ເປັນ​ມິດຊັນນາຣີ​ທີ່​ກ້າຫານ ເປັນ​ຄູ​ສອນ​ທີ່​ເກັ່ງ ຫຼື​ເປັນ​ຜູ້​ໜຶ່ງ​ທີ່​ຂຽນ​ຄຳພີ​ໄບເບິນ​ບໍ? ລາວ​ເປັນ​ແບບ​ນັ້ນ​ແທ້ໆ. ແຕ່​ບາງ​ເທື່ອ​ລາວ​ກໍ​ຮູ້ສຶກ​ເສົ້າໃຈ ທໍ້ໃຈ ຫຼື​ກັງວົນ. ຄື​ກັບ​ເຮົາ​ໃນ​ທຸກ​ມື້​ນີ້ ບາງ​ເທື່ອ​ລາວ​ກໍ​ຕ້ອງ​ຕໍ່ສູ້​ກັບ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ​ຄື​ກັນ.

2 ອ່ານ​ໂຣມ 7:21-24. ໃນ​ຈົດໝາຍ​ທີ່​ໂປໂລ​ຂຽນ​ໄປ​ຫາ​ພີ່ນ້ອງ​ຢູ່​ເມືອງ​ໂຣມ ລາວ​ໄດ້​ເວົ້າ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ໂຕເອງ​ແລະ​ພວກ​ເຮົາ​ຫຼາຍ​ຄົນ​ກໍ​ຮູ້ສຶກ​ຄື​ກັບ​ລາວ. ເຖິງ​ວ່າ​ໂປໂລ​ເປັນ​ຜູ້​ຮັບໃຊ້​ທີ່​ສັດຊື່​ແລະ​ຢາກ​ເຮັດ​ຕາມ​ກົດໝາຍ​ຂອງ​ພະເຈົ້າ​ເຕັມທີ ແຕ່​ການ​ເປັນ​ຄົນ​ບໍ່​ສົມບູນແບບ​ຈຶ່ງ​ຍາກ​ຫຼາຍ​ສຳລັບ​ລາວ​ທີ່​ຈະ​ເຮັດ​ແບບ​ນັ້ນ​ໄດ້​ຕະຫຼອດ ຍ້ອນ​ມີ​ການ​ຕໍ່ສູ້​ກັນ​ພາຍ​ໃນ​ໂຕ​ລາວ​ລະຫວ່າງ​ການ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ​ກັບ​ການ​ເຮັດ​ຕາມ​ຄວາມ​ຕ້ອງການ​ທີ່​ຜິດໆ​ຂອງ​ໂຕເອງ. ນອກ​ຈາກ​ການ​ຕໍ່ສູ້​ທີ່​ຢູ່​ພາຍ​ໃນ​ແບບ​ນີ້​ແລ້ວ ບາງ​ເທື່ອ​ໂປໂລ​ຍັງ​ຕ້ອງ​ຕໍ່ສູ້​ກັບ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ​ກ່ຽວກັບ​ສິ່ງ​ທີ່​ລາວ​ເຄີຍ​ເຮັດ​ໃນ​ອະດີດ​ແລະ​ກ່ຽວກັບ​ບັນຫາ​ໜຶ່ງ​ທີ່​ລາວ​ກຳລັງ​ເຈິ​ຢູ່.

3. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ນີ້? (ເບິ່ງ “ການ​ອະທິບາຍ​ຄຳສັບ” ນຳ)

3 ເຖິງ​ວ່າ​ໂປໂລ​ຕ້ອງ​ຕໍ່ສູ້​ກັບ​ຄວາມ​ຮູ້ສຶກ​ທີ່​ຢູ່​ພາຍ​ໃນ​ໂຕ​ລາວ ແຕ່​ລາວ​ກໍ​ບໍ່​ຍອມ​ໃຫ້​ຄວາມ​ຮູ້ສຶກ​ໃນ​ແງ່​ລົບaຄວບຄຸມ​ຄວາມ​ຄິດ​ຂອງ​ລາວ. ໃນ​ບົດ​ນີ້ ເຮົາ​ຈະ​ເບິ່ງ 3 ຄຳ​ຖາມ​ຕໍ່​ໄປ​ນີ້: (1) ອັນ​ໃດ​ທີ່​ເຮັດ​ໃຫ້​ໂປໂລ​ຮູ້ສຶກ​ທໍ້ໃຈ​ໃນ​ບາງ​ເທື່ອ? (2) ອັນ​ໃດ​ຊ່ວຍ​ລາວ​ໃຫ້​ຮັບມື​ກັບ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ? ແລະ (3) ເຮົາ​ຈະ​ຕໍ່ສູ້​ກັບ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ​ໄດ້​ແນວ​ໃດ?

ອັນ​ໃດ​ເຮັດ​ໃຫ້​ໂປໂລ​ມີ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ?

4. ອັນ​ໃດ​ເຮັດ​ໃຫ້​ໂປໂລ​ມີ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ?

4 ສິ່ງ​ທີ່​ໂປໂລ​ເຄີຍ​ເຮັດ​ໃນ​ອະດີດ. ກ່ອນ​ເຂົ້າ​ມາ​ເປັນ​ຄລິດສະຕຽນ ໂປໂລ​ມີ​ອີກ​ຊື່​ໜຶ່ງ​ວ່າ​ໂຊໂລ. ລາວ​ໄດ້​ເຮັດ​ສິ່ງ​ທີ່​ເຮັດ​ໃຫ້​ໂຕເອງ​ເສຍໃຈ​ພາຍ​ຫຼັງ. ຕົວຢ່າງ​ເຊັ່ນ: ຕອນ​ທີ່​ຊະເຕຟາໂນ​ທີ່​ເປັນ​ຜູ້​ຮັບໃຊ້​ທີ່​ສັດຊື່​ຖືກ​ດຶກ​ກ້ອນ​ຫີນ​ໃສ່​ຈົນ​ຕາຍ ໂຊໂລ​ກໍ​ຢືນ​ເບິ່ງ​ດ້ວຍ​ຄວາມ​ພໍໃຈ. (ກຈກ. 7:58; 8:1) ນອກ​ຈາກ​ນັ້ນ ລາວ​ຍັງ​ເປັນ​ຜູ້​ນຳໜ້າ​ໃນ​ການ​ຂົ່ມເຫງ​ຄລິດສະຕຽນ​ຢ່າງ​ໂຫດ​ຮ້າຍ.—ກຈກ. 8:3; 26:9-11

5. ໂປໂລ​ຮູ້ສຶກ​ແນວ​ໃດ​ກ່ຽວກັບ​ສິ່ງ​ທີ່​ລາວ​ເຄີຍ​ເຮັດ​ໃນ​ອະດີດ?

5 ຫຼັງ​ຈາກ​ເຂົ້າ​ມາ​ເປັນ​ຄລິດສະຕຽນ ບາງ​ເທື່ອ​ໂປໂລ​ຍັງ​ຮູ້ສຶກ​ຜິດ​ກັບ​ສິ່ງ​ທີ່​ລາວ​ເຄີຍ​ເຮັດ​ໃນ​ອະດີດ. ແຮ່ງ​ລາວ​ເຂົ້າ​ມາ​ເປັນ​ຄລິດສະຕຽນ​ດົນ​ເທົ່າ​ໃດ ລາວ​ກໍ​ແຮ່ງ​ອາດ​ຈະ​ຮູ້ສຶກ​ຜິດ​ຫຼາຍ​ເທົ່າ​ນັ້ນ​ກ່ຽວກັບ​ສິ່ງ​ບໍ່​ດີ​ທີ່​ລາວ​ເຄີຍ​ເຮັດ. ຕົວຢ່າງ​ເຊັ່ນ: ຕອນ​ທີ່​ໂປໂລ​ຂຽນ​ຈົດໝາຍ​ສະບັບ​ທຳອິດ​ໄປ​ຫາ​ພີ່ນ້ອງ​ໃນ​ເມືອງ​ໂກຣິນໂທ​ປະມານ​ປີ 55 ລາວ​ເວົ້າ​ວ່າ: “ຂ້ອຍ . . . ບໍ່​ສົມຄວນ​ທີ່​ຈະ​ຖືກ​ເອີ້ນ​ວ່າ​ອັກຄະສາວົກ​ຊ້ຳ ຍ້ອນ​ຂ້ອຍ​ເຄີຍ​ຂົ່ມເຫງ​ປະຊາຄົມ​ຂອງ​ພະເຈົ້າ.” (1ກຣ. 15:9) ປະມານ 5 ປີ​ຕໍ່​ມາ ໃນ​ຈົດໝາຍ​ທີ່​ໂປໂລ​ຂຽນ​ໄປ​ຫາ​ພີ່ນ້ອງ​ໃນ​ເມືອງ​ເອເຟໂຊ ລາວ​ເວົ້າ​ເຖິງ​ໂຕເອງ​ວ່າ​ເປັນ “ຄົນ​ທີ່​ເບິ່ງ​ຄື​ຕ່ຳຕ້ອຍ​ທີ່​ສຸດ​ໃນ​ພວກ​ຜູ້​ບໍລິສຸດ.” (ອຟຊ. 3:8) ຕອນ​ທີ່​ຂຽນ​ຈົດໝາຍ​ໄປ​ຫາ​ຕີໂມທຽວ ໂປໂລ​ເວົ້າ​ເຖິງ​ໂຕເອງ​ວ່າ​ລາວ​ເຄີຍ​ເປັນ​ຄົນ “ໝິ່ນ​ປະໝາດ​ພະເຈົ້າ ຂົ່ມເຫງ​ຄົນ​ຂອງ​ເພິ່ນ ແລະ​ເປັນ​ຄົນ​ອວດ​ດີ.” (1ຕມ. 1:13) ໃຫ້​ຄິດ​ເບິ່ງ​ວ່າ​ໂປໂລ​ຊິ​ຮູ້ສຶກ​ແນວ​ໃດ​ຕອນ​ທີ່​ໄປ​ຢາມ​ປະຊາຄົມ​ຕ່າງໆ​ແລະ​ເຈິ​ກັບ​ຄົນ​ທີ່​ລາວ​ເຄີຍ​ຂົ່ມເຫງ​ຫຼື​ຄົນ​ໃນ​ຄອບຄົວ​ຂອງ​ຄົນ​ເຫຼົ່າ​ນັ້ນ.

6. ມີ​ຫຍັງ​ອີກ​ທີ່​ເຮັດ​ໃຫ້​ໂປໂລ​ທຸກໃຈ​ຫຼາຍ? (ເບິ່ງ​ໄຂເງື່ອນ​ນຳ)

6 ໜາມ​ຢູ່​ໃນ​ຮ່າງກາຍ. ໂປໂລ​ສົມທຽບ​ສິ່ງ​ທີ່​ເຮັດ​ໃຫ້​ລາວ​ທຸກໃຈ​ຫຼາຍ​ວ່າ​ເປັນ​ຄື​ກັບ “ໜາມ​ຢູ່​ໃນ​ຮ່າງກາຍ.” (2ກຣ. 12:7) ໂປໂລ​ບໍ່​ໄດ້​ບອກ​ວ່າ​ອັນ​ໃດ​ທີ່​ເຮັດ​ໃຫ້​ລາວ​ເຈັບ​ປວດ​ແບບ​ນັ້ນ ມັນ​ອາດ​ຈະ​ເປັນ​ບັນຫາ​ດ້ານ​ສຸຂະພາບ ບັນຫາ​ທາງ​ອາລົມ ຫຼື​ສິ່ງ​ອື່ນ.b

7. ເປັນ​ຫຍັງ​ຈຶ່ງ​ຍາກ​ສຳລັບ​ໂປໂລ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຢູ່​ສະເໝີ? (ໂຣມ 7:18, 19)

7 ຄວາມ​ບໍ່​ສົມບູນແບບ. ໂປໂລ​ຕ້ອງ​ຕໍ່ສູ້​ກັບ​ຄວາມ​ບໍ່​ສົມບູນແບບ​ຂອງ​ໂຕເອງ. (ອ່ານ​ໂຣມ 7:18, 19) ເຖິງ​ວ່າ​ລາວ​ຢາກ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແຕ່​ຄວາມ​ບໍ່​ສົມບູນແບບ​ເຮັດ​ໃຫ້​ເປັນ​ເລື່ອງ​ຍາກ​ທີ່​ລາວ​ຈະ​ເຮັດ​ຕາມ​ທີ່​ຕັ້ງໃຈ​ໄວ້. ລາວ​ຍອມຮັບ​ວ່າ​ພາຍ​ໃນ​ໂຕ​ລາວ​ມີ​ການ​ຕໍ່ສູ້​ກັນ​ຕະຫຼອດ​ລະຫວ່າງ​ຄວາມ​ຕ້ອງການ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຜິດ​ແລະ​ຄວາມ​ຕ້ອງການ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ແຕ່​ລາວ​ກໍ​ພະຍາຍາມ​ຫຼາຍ​ແທ້ໆ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ປັບປຸງ​ໂຕເອງ​ໃຫ້​ດີ​ຂຶ້ນ. (1ກຣ. 9:27) ເຖິງ​ຈະ​ເປັນ​ແນວ​ນັ້ນ ລາວ​ກໍ​ຍັງ​ເຮັດ​ຜິດ​ພາດ​ຢູ່ ແລະ​ເມື່ອ​ລາວ​ສະແດງ​ນິດໄສ​ທີ່​ບໍ່​ດີ​ອອກ​ມາ ລາວ​ຄື​ຊິ​ຜິດ​ຫວັງ​ກັບ​ໂຕເອງ​ຫຼາຍ.

ໂປໂລ​ຮັບມື​ກັບ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ​ແນວ​ໃດ?

8. ຈາກ​ຈົດໝາຍ​ທີ່​ໂປໂລ​ຂຽນ ລາວ​ຈັດການ​ກັບ​ຈຸດ​ອ່ອນ​ຂອງ​ໂຕເອງ​ແນວ​ໃດ?

8 ຕາມ​ຈົດໝາຍ​ທີ່​ໂປໂລ​ຂຽນ ລາວ​ຄິດ​ຕຶກຕອງ​ເຖິງ​ວິທີ​ທີ່​ລາວ​ແລະ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ​ສາມາດ​ຕໍ່ສູ້​ແລະ​ເອົາ​ຊະນະ​ຄວາມ​ຕ້ອງການ​ທີ່​ຜິດໆ​ໄດ້​ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະລັງ​ຂອງ​ພະເຈົ້າ. (ຣມ. 8:13; ຄລຕ. 5:16, 17) ໂປໂລ​ມັກ​ເວົ້າ​ເຖິງ​ຄວາມ​ຕ້ອງການ​ທີ່​ຜິດໆ​ແລະ​ຄວາມ​ຕ້ອງການ​ທີ່​ຄລິດສະຕຽນ​ຄວນ​ຕໍ່ສູ້​ເພື່ອ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ. (ຄລຕ. 5:19-21, 26) ແນ່ນອນ​ວ່າ​ໂປໂລ​ໄດ້​ຄິດ​ເຖິງ​ຈຸດ​ອ່ອນ​ຂອງ​ໂຕເອງ ຊອກ​ຫາ​ຄຳ​ແນະນຳ​ໃນ​ພະຄຳພີ ແລະ​ເບິ່ງ​ວ່າ​ມີ​ວິທີ​ໃດ​ແດ່​ທີ່​ລາວ​ເຮັດ​ໄດ້​ເພື່ອ​ຈັດການ​ກັບ​ຈຸດ​ອ່ອນ​ຂອງ​ໂຕເອງ. ເຮົາ​ໝັ້ນໃຈ​ວ່າ​ໂປໂລ​ໄດ້​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ລາວ​ໃຫ້​ຄົນ​ອື່ນ.

9-10. ມີ​ຫຍັງ​ແດ່​ທີ່​ຊ່ວຍ​ໂປໂລ​ໃຫ້​ຕໍ່ສູ້​ກັບ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ? (ເອເຟໂຊ 1:7) (ເບິ່ງ​ຮູບ​ນຳ)

9 ເຖິງ​ວ່າ​ບາງ​ເທື່ອ​ໂປໂລ​ຮູ້ສຶກ​ທໍ້ໃຈ ແຕ່​ກໍ​ມີ​ຫຼາຍ​ສິ່ງ​ທີ່​ຊ່ວຍ​ລາວ​ໃຫ້​ມີ​ຄວາມ​ສຸກ. ຕົວຢ່າງ​ເຊັ່ນ: ລາວ​ມີ​ຄວາມ​ສຸກ​ທີ່​ໄດ້​ຍິນ​ເລື່ອງ​ດີໆ​ກ່ຽວກັບ​ປະຊາຄົມ​ຕ່າງໆ​ຈາກ​ໝູ່​ທີ່​ຮັບໃຊ້​ນຳ​ກັນ​ກັບ​ລາວ​ທີ່​ມາ​ເລົ່າ​ໃຫ້​ລາວ​ຟັງ. (2ກຣ. 7:6, 7) ສາຍ​ສຳພັນ​ທີ່​ລາວ​ມີ​ຕໍ່​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ​ເຮັດ​ໃຫ້​ລາວ​ມີ​ຄວາມ​ສຸກ. (2ຕມ. 1:4) ໂປໂລ​ມີ​ຄວາມ​ສຸກ​ຍ້ອນ​ລາວ​ມີ​ສາຍ​ສຳພັນ​ທີ່​ໃກ້ຊິດ​ກັບ​ພະ​ເຢໂຫວາ ແລະ​ລາວ​ຮູ້​ວ່າ​ລາວ​ສາມາດ​ຮັບໃຊ້​ເພິ່ນ​ໂດຍ “ບໍ່​ມີ​ຫຍັງ​ລົບກວນ​ໃຈ​ຮູ້​ຜິດ​ຮູ້​ຖືກ” ຂອງ​ລາວ. (2ຕມ. 1:3) ແມ່ນ​ແຕ່​ຕອນ​ທີ່​ໂປໂລ​ຕິດ​ຄຸກ​ຢູ່​ເມືອງ​ໂຣມ ລາວ​ບອກ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ “ໃຫ້​ມີ​ຄວາມ​ສຸກ​ສະເໝີ​ທີ່​ໄດ້​ຮັບໃຊ້​ຜູ້​ເປັນ​ນາຍ.” (ຟລປ. 4:4) ຄຳເວົ້າ​ຂອງ​ໂປໂລ​ຟັງ​ແລ້ວ​ບໍ່​ຄື​ກັບ​ຄຳເວົ້າ​ຂອງ​ຄົນ​ທີ່​ພະຍາຍາມ​ຕໍ່ສູ້​ກັບ​ຄວາມ​ຄິດ​ໃນ​ແງ່​ລົບ. ເຫັນ​ໄດ້​ແຈ້ງ​ວ່າ​ເມື່ອ​ໂປໂລ​ມີ​ຄວາມ​ຄິດ​ໃນ​ແງ່​ລົບ​ທີ່​ເຮັດ​ໃຫ້​ລາວ​ທໍ້ໃຈ ລາວ​ພະຍາຍາມ​ປ່ຽນ​ໄປ​ຄິດ​ເຖິງ​ສິ່ງ​ທີ່​ເຮັດ​ໃຫ້​ລາວ​ມີ​ຄວາມ​ສຸກ​ຄວາມ​ຍິນດີ.

10 ໂປໂລ​ຍັງ​ສາມາດ​ຕໍ່ສູ້​ກັບ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ​ໄດ້ ຍ້ອນ​ລາວ​ເຊື່ອ​ວ່າ​ຄ່າໄຖ່​ຂອງ​ພະ​ເຢຊູ​ເປັນ​ຂອງຂວັນ​ທີ່​ພະ​ເຢໂຫວາ​ໃຫ້​ລາວ​ເປັນ​ສ່ວນ​ໂຕ. (ຄລຕ. 2:20; ອ່ານ​ເອເຟໂຊ 1:7) ຍ້ອນ​ແນວ​ນີ້ ລາວ​ຈຶ່ງ​ໝັ້ນໃຈ​ເຕັມທີ​ວ່າ​ພະ​ເຢໂຫວາ​ໄດ້​ຍົກໂທດ​ໃຫ້​ລາວ​ຜ່ານ​ທາງ​ຄ່າໄຖ່​ຂອງ​ພະ​ເຢຊູ. (ຣມ. 7:24, 25) ເຖິງ​ວ່າ​ໂປໂລ​ເປັນ​ຄົນ​ບໍ່​ສົມບູນແບບ​ແລະ​ເຄີຍ​ເຮັດ​ຜິດ​ຮ້າຍ​ແຮງ​ໃນ​ອະດີດ ແຕ່​ລາວ​ກໍ​ສາມາດ “ເຮັດ​ວຽກ​ຮັບໃຊ້​ທີ່​ສັກສິດ” ໃຫ້​ພະ​ເຢໂຫວາ​ຕໍ່ໆ​ໄປ​ຢ່າງ​ມີ​ຄວາມ​ສຸກ.—ຮຣ. 9:12-14

ຮູບ: ຮູບ​ທີ 1. ອັກຄະສາວົກ​ໂປໂລ​ຄິດ​ຕຶກຕອງ. ຮູບ​ທີ 2. ໂປໂລ​ຈື່​ເຫດການ​ໜຶ່ງ​ໃນ​ຫຼາຍ​ປີ​ກ່ອນ​ຕອນ​ທີ່​ລາວ​ສັ່ງ​ເຈົ້າ​ໜ້າ​ທີ​ຄົນ​ໜຶ່ງ​ໃຫ້​ລາກ​ຜູ້​ຊາຍ​ທີ່​ເປັນ​ຄລິດສະຕຽນ​ອອກ​ຈາກ​ເຮືອນ​ຂອງ​ຜູ້​ຊາຍ​ຄົນ​ນັ້ນ. ຮູບ​ທີ 3. ລາວ​ຄິດ​ເຖິງ​ຕອນ​ທີ່​ພະ​ເຢຊູ​ຕາຍ​ຢູ່​ເທິງ​ເສົາ​ທໍລະມານ.

ເຖິງ​ວ່າ​ບາງ​ເທື່ອ​ໂປໂລ​ຮູ້ສຶກ​ຜິດ​ເມື່ອ​ຄິດ​ເຖິງ​ສິ່ງ​ທີ່​ລາວ​ເຄີຍ​ເຮັດ​ໃນ​ອະດີດແຕ່​ການ​ຄິດ​ຕຶກຕອງ​ໃນ​ເລື່ອງ​ຄ່າໄຖ່​ຂອງ​ພະ​ເຢຊູ​ຊ່ວຍ​ລາວ​ໃຫ້​ຕໍ່ສູ້​ກັບ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ​ໄດ້ (ເບິ່ງ​ຂໍ້ 9-10)


11. ເປັນ​ຫຍັງ​ຕົວຢ່າງ​ຂອງ​ໂປໂລ​ຈຶ່ງ​ໃຫ້​ກຳລັງ​ໃຈ​ເຮົາ?

11 ຄື​ກັບ​ໂປໂລ ເຮົາ​ອາດ​ຮູ້ສຶກ​ວ່າ​ມີ​ສິ່ງ​ທີ່​ກຳລັງ​ຕໍ່ສູ້​ກັນ​ຢູ່​ພາຍ​ໃນ​ໂຕ​ເຮົາ​ຕະຫຼອດ​ເຊິ່ງ​ອາດ​ຈະ​ແມ່ນ​ສິ່ງ​ທີ່​ເຮົາ​ຄິດ ສິ່ງ​ທີ່​ເຮົາ​ເວົ້າ ຫຼື​ສິ່ງ​ທີ່​ເຮົາ​ເຮັດ. ສະນັ້ນ ເຮົາ​ອາດ​ຮູ້ສຶກ​ທໍ້ໃຈ​ຫຼາຍ​ເປັນ​ບາງ​ເທື່ອ​ທີ່​ບໍ່​ສາມາດ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ​ໄດ້​ເຕັມທີ. ພີ່ນ້ອງ​ຍິງ​ຊື່​ເອລິຊ້າcອາຍຸ 26 ປີ​ເວົ້າ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ໂຕເອງ​ວ່າ: “ການ​ຄິດ​ເຖິງ​ເລື່ອງ​ຂອງ​ໂປໂລ​ໃຫ້​ກຳລັງ​ໃຈ​ຂ້ອຍ​ຫຼາຍ. ຂ້ອຍ​ຮູ້ສຶກ​ໂລ່ງໃຈ​ທີ່​ບໍ່​ໄດ້​ມີ​ແຕ່​ຂ້ອຍ​ຄົນ​ດຽວ​ທີ່​ຮູ້ສຶກ​ຈັ່ງ​ຊັ້ນ. ເລື່ອງ​ນີ້​ເຕືອນ​ຂ້ອຍ​ວ່າ​ພະ​ເຢໂຫວາ​ຮູ້​ວ່າ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ກຳລັງ​ເຈິ​ກັບ​ຫຍັງ.” ຄື​ກັບ​ໂປໂລ ເຮົາ​ຈະ​ເຮັດ​ຫຍັງ​ເພື່ອ​ຈະ​ມີ​ໃຈ​ຮູ້​ຜິດ​ຮູ້​ຖືກ​ທີ່​ສະອາດ​ແລະ​ມີ​ຄວາມ​ສຸກ​ຢູ່​ສະເໝີ​ເຖິງ​ວ່າ​ຈະ​ມີ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ?

ເຮົາ​ຈະ​ຕໍ່ສູ້​ກັບ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ​ໄດ້​ແນວ​ໃດ?

12. ການ​ເຮັດ​ສິ່ງ​ທີ່​ຊ່ວຍ​ເຮົາ​ໃຫ້​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ຕໍ່ສູ້​ກັບ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ?

12 ເຮົາ​ຕ້ອງ​ເຮັດ​ສິ່ງ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ຕໍ່ໆ​ໄປ. ເມື່ອ​ເຮົາ​ເຮັດ​ສິ່ງ​ເຫຼົ່າ​ນີ້​ເປັນ​ປະຈຳ ເຮົາ​ກໍ​ຈະ​ຮັກສາ​ຄວາມ​ຄິດ​ໃນ​ແງ່​ບວກ​ໄວ້​ໄດ້. ເຮົາ​ສາມາດ​ສົມທຽບ​ການ​ເຮັດ​ສິ່ງ​ເຫຼົ່າ​ນີ້​ກັບ​ການ​ເບິ່ງແຍງ​ສຸຂະພາບ​ເພື່ອ​ເຮົາ​ຈະ​ມີ​ສຸຂະພາບ​ທີ່​ແຂງແຮງ. ເມື່ອ​ເຮົາ​ກິນ​ອາຫານ​ທີ່​ມີ​ປະໂຫຍດ ອອກ​ກຳລັງ​ກາຍ​ເປັນ​ປະຈຳ ແລະ​ນອນ​ໃຫ້​ພຽງ​ພໍ ເຮົາ​ກໍ​ຈະ​ຮູ້ສຶກ​ດີ. ຄ້າຍຄື​ກັນ ເຮົາ​ທຸກ​ຄົນ​ເຫັນ​ວ່າ​ເຮົາ​ຮູ້ສຶກ​ດີ​ເມື່ອ​ເຮົາ​ອ່ານ​ຄຳພີ​ໄບເບິນ​ທຸກ​ມື້ ກຽມ​ການ​ປະຊຸມ ເຂົ້າ​ຮ່ວມ​ປະຊຸມ​ແລະ​ອອກ​ຄວາມ​ຄິດ​ເຫັນ ແລະ​ໄປ​ປະກາດ. ການ​ເຮັດ​ສິ່ງ​ທີ່​ດີ​ເຫຼົ່າ​ນີ້​ຊ່ວຍ​ເຮົາ​ໃຫ້​ຮັບມື​ກັບ​ຄວາມ​ຄິດ​ໃນ​ແງ່​ລົບ​ໄດ້.—ຣມ. 12:11, 12

13-14. ພີ່ນ້ອງ​ບາງ​ຄົນ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຮັດ​ສິ່ງ​ທີ່​ຊ່ວຍ​ເຂົາເຈົ້າ​ໃຫ້​ສະໜິດ​ກັບ​ພະ​ເຢໂຫວາ​ຕໍ່ໆ​ໄປ?

13 ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ພີ່ນ້ອງ​ຈອນ. ຕອນ​ທີ່​ລາວ​ອາຍຸ 39 ປີ ທ່ານ​ໝໍ​ກວດ​ພົບ​ວ່າ​ລາວ​ເປັນ​ມະເຮັງ​ຊະນິດ​ທີ່​ຄົນ​ບໍ່​ຄ່ອຍ​ເປັນ. ທຳອິດ ລາວ​ຮູ້ສຶກ​ຢ້ານ​ແລະ​ກັງວົນ​ຫຼາຍ. ລາວ​ຕົກໃຈ​ແລະ​ບໍ່​ເຊື່ອ​ວ່າ​ລາວ​ເປັນ​ພະຍາດ​ນີ້​ໄດ້​ແນວ​ໃດ​ທັງໆ​ທີ່​ຍັງ​ໜຸ່ມ. ຕອນ​ນັ້ນ ລູກ​ຊາຍ​ຂອງ​ລາວ​ຫາກໍ​ໄດ້ 3 ປີ. ອັນ​ໃດ​ຊ່ວຍ​ພີ່ນ້ອງ​ຈອນ​ໃຫ້​ຮັບມື​ກັບ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ? ລາວ​ເວົ້າ​ວ່າ: “ເຖິງ​ວ່າ​ຂ້ອຍ​ຮູ້ສຶກ​ເມື່ອຍ​ຫຼາຍ ແຕ່​ຄອບຄົວ​ຂອງ​ເຮົາ​ກໍ​ເຂົ້າ​ຮ່ວມ​ການ​ປະຊຸມ​ທຸກ​ລາຍການ ໄປ​ປະກາດ​ທຸກ​ອາທິດ ແລະ​ນະມັດສະການ​ປະຈຳ​ຄອບຄົວ​ທຸກ​ອາທິດ. ພວກ​ເຮົາ​ເຮັດ​ສິ່ງ​ເຫຼົ່າ​ນີ້​ແມ່ນ​ແຕ່​ຕອນ​ທີ່​ມັນ​ຍາກ​ຫຼາຍ.” ເມື່ອ​ເບິ່ງ​ຄືນ​ຫຼັງ ພີ່ນ້ອງ​ຈອນ​ເວົ້າ​ຕື່ມ​ວ່າ: “ຫຼັງ​ຈາກ​ຄວາມ​ຕົກໃຈ​ຄ່ອຍໆ​ຫຼຸດ​ລົງ ຄວາມ​ຄິດ​ທີ່​ລົບກວນ​ໃຈ​ກໍ​ຖືກ​ປ່ຽນ​ແທນ​ດ້ວຍ​ຄວາມ​ຮັກ​ແລະ​ກຳລັງ​ທີ່​ມາ​ຈາກ​ພະ​ເຢໂຫວາ. ພະ​ເຢໂຫວາ​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ເຂັ້ມແຂງ​ຄື​ກັບ​ທີ່​ເພິ່ນ​ໄດ້​ຊ່ວຍ​ຂ້ອຍ.”

14 ພີ່ນ້ອງ​ເອລິຊ້າ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ເວົ້າ​ວ່າ: “ທຸກ​ເທື່ອ​ທີ່​ຂ້ອຍ​ເຂົ້າ​ຮ່ວມ​ການ​ປະຊຸມ​ແລະ​ສຶກສາ​ສ່ວນ​ໂຕ ສິ່ງ​ເຫຼົ່າ​ນີ້​ເຕືອນ​ຂ້ອຍ​ວ່າ​ພະ​ເຢໂຫວາ​ຟັງ​ຄຳ​ອະທິດຖານ​ຂອງ​ຂ້ອຍ​ແລະ​ເພິ່ນ​ຮັກ​ຂ້ອຍ​ຫຼາຍ​ແທ້ໆ. ເລື່ອງ​ນີ້​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ.” ພີ່ນ້ອງ​ໂນລັນ​ທີ່​ເປັນ​ຜູ້​ເບິ່ງແຍງ​ໝວດ​ຢູ່​ອາຟຣິກາ​ເວົ້າ​ເຖິງ​ສິ່ງ​ທີ່​ຊ່ວຍ​ລາວ​ກັບ​ພີ່ນ້ອງ​ໄດແອນ​ເມຍ​ຂອງ​ລາວ​ວ່າ: “ເຮົາ​ອະທິດຖານ​ທຸກ​ມື້ ສຶກສາ​ຄຳພີ​ໄບເບິນ ເຂົ້າ​ຮ່ວມ​ການ​ປະຊຸມ​ທຸກ​ລາຍການ ແລະ​ໄປ​ປະກາດ​ເປັນ​ປະຈຳ​ແມ່ນ​ແຕ່​ຕອນ​ທີ່​ເຮົາ​ຮູ້ສຶກ​ທໍ້ໃຈ. ພະ​ເຢໂຫວາ​ເຮັດ​ໃຫ້​ເຮົາ​ເຫັນ​ສະເໝີ​ວ່າ​ເພິ່ນ​ກຳລັງ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ຄິດ​ທີ່​ຖືກຕ້ອງ. ເມື່ອ​ເຮົາ​ທໍ້ໃຈ ເຮົາ​ພະຍາຍາມ​ຈື່​ໄວ້​ຕະຫຼອດ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ແລະ​ອວຍພອນ​ເຮົາ. ເຮົາ​ບໍ່​ຮູ້​ວ່າ​ເພິ່ນ​ຈະ​ເຮັດ​ສິ່ງ​ເຫຼົ່າ​ນີ້​ໂດຍ​ວິທີ​ໃດ ແຕ່​ເຮົາ​ໝັ້ນໃຈ​ວ່າ​ເພິ່ນ​ຈະ​ເຮັດ​ແນ່ນອນ.”

15. ເຮົາ​ອາດ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ເອົາ​ຊະນະ​ຄວາມ​ຄິດ​ໃນ​ແງ່​ລົບ? ຂໍ​ໃຫ້​ຍົກ​ຕົວຢ່າງ

15 ຖ້າ​ເຮົາ​ຍັງ​ມີ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ ນອກ​ຈາກ​ອະທິດຖານ ສຶກສາ​ຄຳພີ​ໄບເບິນ ເຂົ້າ​ຮ່ວມ​ການ​ປະຊຸມ ແລະ​ໄປ​ປະກາດ​ແລ້ວ ເຮົາ​ອາດ​ຕ້ອງ​ໄດ້​ເຮັດ​ບາງ​ຢ່າງ​ຕື່ມ​ອີກ. ຕົວຢ່າງ​ເຊັ່ນ: ສົມມຸດ​ວ່າ​ເຈົ້າ​ເລີ່ມ​ຮູ້ສຶກ​ເຈັບ​ຫຼັງ ການ​ນວດ​ອາດ​ຊ່ວຍ​ໄດ້ ແຕ່​ຖ້າ​ເຈົ້າ​ຢາກ​ເຊົາ ເຈົ້າ​ອາດ​ຕ້ອງ​ໄດ້​ເຮັດ​ຫຼາຍ​ກວ່າ​ນັ້ນ. ເພື່ອ​ຈະ​ຮູ້​ສາເຫດ​ວ່າ​ເປັນ​ຫຍັງ​ເຈົ້າ​ຈຶ່ງ​ເຈັບ​ຫຼັງ ເຈົ້າ​ອາດ​ຕ້ອງ​ຊອກ​ຫາ​ຂໍ້ມູນ​ຫຼື​ປຶກສາ​ກັບ​ທ່ານ​ໝໍ. ຄ້າຍຄື​ກັນ ເພື່ອ​ຈະ​ຮັບມື​ກັບ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ​ໄດ້ ເຮົາ​ອາດ​ຕ້ອງ​ຄົ້ນຄວ້າ​ເບິ່ງ​ຫຼັກການ​ໃນ​ຄຳພີ​ໄບເບິນ​ແລະ​ໃນ​ປຶ້ມ​ຕ່າງໆ​ຂອງ​ອົງການ ແລະ​ລົມ​ກັບ​ພີ່ນ້ອງ​ຜູ້​ທີ່​ຈະ​ໃຫ້​ຄຳ​ແນະນຳ​ທີ່​ດີ​ກັບ​ເຮົາ​ໃນ​ເລື່ອງ​ນັ້ນ​ໄດ້. ໃຫ້​ເຮົາ​ມາ​ເບິ່ງ​ຄຳ​ແນະນຳ​ບາງ​ຢ່າງ​ທີ່​ຊ່ວຍ​ເຮົາ​ໄດ້.

16. ອັນ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວ່າ​ເປັນ​ຫຍັງ​ເຈົ້າ​ຈຶ່ງ​ມີ​ຄວາມ​ຄິດ​ໃນ​ແງ່​ລົບ? (ເພງ​ສັນລະເສີນ 139:1-4, 23, 24)

16 ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ຄວາມ​ຈຳເປັນ​ຂອງ​ໂຕເອງ. ກະສັດ​ດາວິດ​ຮູ້​ວ່າ​ພະ​ເຢໂຫວາ​ຮູ້​ຈັກ​ລາວ​ດີ. ລາວ​ຈຶ່ງ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ລາວ​ໃຫ້​ຮູ້​ວ່າ​ອັນ​ໃດ​ທີ່​ເຮັດ​ໃຫ້​ລາວ “ອຸກໃຈ.” (ອ່ານ​ເພງ​ສັນລະເສີນ 139:1-4, 23, 24) ເຮົາ​ກໍ​ສາມາດ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ເປັນ​ຫຍັງ​ເຮົາ​ຈຶ່ງ​ມີ​ຄວາມ​ຄິດ​ໃນ​ແງ່​ລົບ​ແລະ​ຂໍ​ເພິ່ນ​ຊ່ວຍ​ເຮົາ​ໃຫ້​ຮູ້​ວິທີ​ຈັດການ​ກັບ​ມັນ. ເຈົ້າ​ອາດ​ຖາມ​ໂຕເອງ​ວ່າ: ‘ອັນ​ໃດ​ທີ່​ເປັນ​ສາເຫດ​ຫຼັກ​ທີ່​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ຄິດ​ໃນ​ແງ່​ລົບ? ມີ​ຫຍັງ​ທີ່​ເຮັດ​ໃຫ້​ຂ້ອຍ​ຄິດ​ໃນ​ແງ່​ລົບ? ຕອນ​ທີ່​ຄິດ​ໃນ​ແງ່​ລົບ ຂ້ອຍ​ພະຍາຍາມ​ປ່ຽນ​ໄປ​ຄິດ​ເລື່ອງ​ອື່ນ​ເພື່ອ​ຈະ​ເຮັດ​ໃຫ້​ຮູ້ສຶກ​ດີ​ຂຶ້ນ​ບໍ?

17. ມີ​ເລື່ອງ​ຫຍັງ​ແດ່​ທີ່​ເຈົ້າ​ສາມາດ​ສຶກສາ​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ໃຫ້​ກຳລັງ​ໃຈ? (ເບິ່ງ​ຮູບ​ນຳ)

17 ປັບ​ການ​ສຶກສາ​ສ່ວນ​ໂຕ​ຂອງ​ເຈົ້າ​ໃຫ້​ເໝາະ​ກັບ​ຄວາມ​ຈຳເປັນ​ຂອງ​ໂຕເອງ. ບາງ​ເທື່ອ​ການ​ສຶກສາ​ຄຸນລັກສະນະ​ບາງ​ຢ່າງ​ຂອງ​ພະ​ເຢໂຫວາ​ອາດ​ເປັນ​ປະໂຫຍດ​ຕໍ່​ເຈົ້າ. ຕົວຢ່າງ​ເຊັ່ນ: ອັກຄະສາວົກ​ໂປໂລ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຈາກ​ການ​ຄິດ​ຕຶກຕອງ​ເລື່ອງ​ຄ່າໄຖ່​ຂອງ​ພະ​ເຢຊູ​ແລະ​ເລື່ອງ​ການ​ໃຫ້​ອະໄພ​ຂອງ​ພະ​ເຢໂຫວາ. ເຈົ້າ​ກໍ​ເຮັດ​ແບບ​ນັ້ນ​ໄດ້​ຄື​ກັນ. ໃຫ້​ໃຊ້​ປຶ້ມ​ຄູ່ມື​ຄົ້ນຄວ້າ​ສຳລັບ​ພະຍານ​ພະ​ເຢໂຫວາ ແລະ​ບົດ​ຄວາມ​ຕ່າງໆ​ໃນ​ປຶ້ມ​ຂອງ​ອົງການ​ຫຼື​ໃນ​ເວັບໄຊ jw.org ທີ່​ເວົ້າ​ເຖິງ​ຄຸນລັກສະນະ​ຕ່າງໆ​ຂອງ​ພະ​ເຢໂຫວາ ເຊັ່ນ: ຄວາມ​ເມດຕາ ການ​ໃຫ້​ອະໄພ ແລະ​ຄວາມ​ຮັກ​ທີ່​ໝັ້ນຄົງ. ເມື່ອ​ເຈິ​ບົດ​ຄວາມ​ທີ່​ເປັນ​ປະໂຫຍດ​ຕໍ່​ເຈົ້າ ໃຫ້​ຈົດ​ຊື່​ບົດ​ຄວາມ​ເຫຼົ່າ​ນັ້ນ​ໄວ້. ຈາກ​ນັ້ນ ໃຫ້​ຕິດ​ມັນ​ໄວ້​ໃນ​ບ່ອນ​ທີ່​ເຈົ້າ​ຈະ​ເຫັນ​ໄດ້​ງ່າຍ ແລະ​ຄົ້ນຄວ້າ​ບົດ​ຄວາມ​ເຫຼົ່າ​ນັ້ນ​ເມື່ອ​ເຈົ້າ​ເລີ່ມ​ຄິດ​ໃນ​ແງ່​ລົບ. ໃຫ້​ພະຍາຍາມ​ຄິດ​ເບິ່ງ​ວ່າ​ຈະ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ໄປ​ໃຊ້​ກັບ​ສະພາບການ​ຂອງ​ເຈົ້າ​ແນວ​ໃດ.—ຟລປ. 4:8

ຜູ້​ຊາຍ​ຄົນ​ໜຶ່ງ​ກຳລັງ​ໃຊ້​ຄຳພີ​ໄບເບິນ ແທັບເລັດ ແລະ​ປຶ້ມ​ບັນທຶກ​ເພື່ອ​ຈະ​ສຶກສາ​ສ່ວນ​ໂຕ. ລາວ​ຂຽນ​ຂໍ້​ຄວາມ​ໃສ່​ພະຄຳພີ​ຂອງ​ລາວ.

ເລືອກ​ສຶກສາ​ບົດ​ຄວາມ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ເອົາ​ຊະນະ​ຄວາມ​ຄິດ​ໃນ​ແງ່​ລົບ​ໄດ້ (ເບິ່ງ​ຂໍ້ 17)


18. ພີ່ນ້ອງ​ບາງ​ຄົນ​ສຶກສາ​ຫຍັງ​ເຊິ່ງ​ເປັນ​ປະໂຫຍດ​ຕໍ່​ເຂົາເຈົ້າ?

18 ພີ່ນ້ອງ​ເອລິຊ້າ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ໄດ້​ເອົາ​ເລື່ອງ​ຂອງ​ໂຢບ​ມາ​ເປັນ​ຫົວຂໍ້​ໃນ​ການ​ສຶກສາ​ສ່ວນ​ໂຕ. ລາວ​ເວົ້າ​ວ່າ: “ຂ້ອຍ​ເຈິ​ບັນຫາ​ຫຼາຍ​ຢ່າງ​ໃນ​ເວລາ​ດຽວ​ກັນ. ສະນັ້ນ ຂ້ອຍ​ຈຶ່ງ​ສຶກສາ​ເລື່ອງ​ຂອງ​ໂຢບ. ລາວ​ເຈິ​ເລື່ອງ​ຮ້າຍໆ​ຫຼາຍ​ຢ່າງ​ແລະ​ທໍ້ໃຈ​ຫຼາຍ. ເຖິງ​ວ່າ​ໂຢບ​ບໍ່​ຮູ້​ວ່າ​ເປັນ​ຫຍັງ​ລາວ​ຈຶ່ງ​ເຈິ​ເລື່ອງ​ຮ້າຍໆ​ແບບ​ນັ້ນ ແຕ່​ລາວ​ກໍ​ເພິ່ງ​ພະ​ເຢໂຫວາ​ໃຫ້​ຊ່ວຍ​ລາວ​ຕໍ່ໆ​ໄປ.” (ໂຢບ 42:1-6) ພີ່ນ້ອງ​ໄດແອນ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ເວົ້າ​ວ່າ: “ຂ້ອຍ​ກັບ​ຜົວ​ໃຊ້​ປຶ້ມ​ໃຫ້​ໃກ້ຊິດ​ກັບ​ພະ​ເຢໂຫວາເພື່ອ​ສຶກສາ​ນຳ​ກັນ. ເຮົາ​ຂອບໃຈ​ພະ​ເຢໂຫວາ​ຫຼາຍ​ແທ້ໆ​ທີ່​ຊ່ວຍ​ເຮົາ​ໃຫ້​ມີ​ຄຸນລັກສະນະ​ຄື​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ເມື່ອ​ເຮົາ​ທໍ້ໃຈ​ຍ້ອນ​ຄວາມ​ຜິດ​ທີ່​ເຮົາ​ເຮັດ ເຮົາ​ຈະ​ຈື່​ໄວ້​ສະເໝີ​ວ່າ​ພະ​ເຢໂຫວາ​ກຳລັງ​ສອນ​ເຮົາ​ແລະ​ກຳລັງ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ທີ່​ດີ​ຂຶ້ນ. ເລື່ອງ​ນີ້​ຊ່ວຍ​ເຮົາ​ໃຫ້​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ.”—ອຊຢ. 64:8

ເບິ່ງ​ໄປ​ທີ່​ອະນາຄົດ​ດ້ວຍ​ຄວາມ​ໝັ້ນໃຈ

19. ບາງ​ເທື່ອ​ເຮົາ​ຮູ້ສຶກ​ແນວ​ໃດ ແຕ່​ເຮົາ​ໝັ້ນໃຈ​ໄດ້​ໃນ​ເລື່ອງ​ຫຍັງ?

19 ເຖິງ​ວ່າ​ເຮົາ​ເຮັດ​ຕາມ​ຄຳ​ແນະນຳ​ທຸກ​ຢ່າງ​ທີ່​ຢູ່​ໃນ​ບົດ​ນີ້​ແລ້ວ ແຕ່​ບາງ​ເທື່ອ​ເຮົາ​ອາດ​ຈະ​ຍັງ​ມີ​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ​ຢູ່. ບາງ​ມື້​ເຮົາ​ອາດ​ເຖິງຂັ້ນ​ທໍ້ໃຈ​ຫຼາຍ​ຊ້ຳ! ແຕ່​ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ເຮົາ​ຈະ​ບໍ່​ຈົມ​ຢູ່​ກັບ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ​ໄປ​ຕະຫຼອດ. ເຮົາ​ໝັ້ນໃຈ​ໄດ້​ວ່າ​ເຮົາ​ສາມາດ​ມີ​ຄວາມ​ສຸກ​ກັບ​ຊີວິດ​ໄດ້​ເກືອບ​ທຸກ​ມື້​ຍ້ອນ​ເຮົາ​ມີ​ໃຈ​ຮູ້​ຜິດ​ຮູ້​ຖືກ​ທີ່​ສະອາດ ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ ແລະ​ຮູ້​ວ່າ​ເພິ່ນ​ພໍໃຈ​ໃນ​ສິ່ງ​ທີ່​ເຮົາ​ເຮັດ​ເພື່ອ​ເພິ່ນ.

20. ເຈົ້າ​ຕັ້ງໃຈ​ທີ່​ຈະ​ເຮັດ​ຫຍັງ?

20 ຂໍ​ໃຫ້​ເຮົາ​ຕັ້ງໃຈ​ທີ່​ຈະ​ບໍ່​ປ່ອຍ​ໃຫ້​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ​ກ່ຽວກັບ​ສິ່ງ​ທີ່​ເຮົາ​ເຄີຍ​ເຮັດ​ຜິດ​ພາດ​ໃນ​ອະດີດ ບັນຫາ​ຂອງ​ເຮົາ ຫຼື​ຄວາມ​ບໍ່​ສົມບູນແບບ​ຂອງ​ເຮົາ​ມາ​ເຮັດ​ໃຫ້​ເຮົາ​ບໍ່​ມີ​ຄວາມ​ສຸກ​ໃນ​ຊີວິດ. ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ເຮົາ​ສາມາດ​ຄວບຄຸມ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ​ໄດ້. (ພສ. 143:10) ເຮົາ​ລໍ​ຖ້າ​ທີ່​ຈະ​ໄດ້​ຢູ່​ໃນ​ໂລກ​ໃໝ່​ເຊິ່ງ​ຕອນ​ນັ້ນ​ຈະ​ບໍ່​ເປັນ​ເລື່ອງ​ຍາກ​ອີກ​ຕໍ່​ໄປ​ທີ່​ເຮົາ​ຈະ​ຄິດ​ໃນ​ແງ່​ບວກ​ຢູ່​ສະເໝີ. ທຸກໆ​ເຊົ້າ​ເຮົາ​ຈະ​ຕື່ນ​ຂຶ້ນ​ມາ​ແລ້ວ​ບໍ່​ຕ້ອງ​ກັງວົນ​ກ່ຽວກັບ​ເລື່ອງ​ຫຍັງ​ເລີຍ ແລະ​ເຮົາ​ຈະ​ຮັບໃຊ້​ພະ​ເຢໂຫວາ​ພະເຈົ້າ​ທີ່​ເຮົາ​ຮັກ​ຢ່າງ​ມີ​ຄວາມ​ສຸກ.

ເຈົ້າ​ຈະ​ຕອບ​ແນວ​ໃດ?

  •  ອັນ​ໃດ​ທີ່​ເຮັດ​ໃຫ້​ໂປໂລ​ຮູ້ສຶກ​ທໍ້ໃຈ​ໃນ​ບາງ​ເທື່ອ?

  •  ອັນ​ໃດ​ຊ່ວຍ​ໂປໂລ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆ​ໄປ​ຢ່າງ​ມີ​ຄວາມ​ສຸກ​ເຖິງ​ວ່າ​ບາງ​ເທື່ອ​ລາວ​ມີ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ?

  •  ເຮົາ​ຈະ​ຕໍ່ສູ້​ກັບ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ​ໄດ້​ແນວ​ໃດ?

ເພງ​ທີ 34 ສັດຊື່​ຕໍ່​ພະເຈົ້າ​ສະເໝີ

a ການ​ອະທິບາຍ​ຄຳສັບ: ໃນ​ບົດ​ນີ້ ຄຳ​ວ່າ “ຄວາມ​ຮູ້ສຶກ​ໃນ​ແງ່​ລົບ” ໝາຍ​ເຖິງ​ຄວາມ​ຮູ້ສຶກ​ເສຍໃຈ​ແລະ​ຄວາມ​ກັງວົນ​ທີ່​ເຮົາ​ມີ​ໃນ​ບາງ​ເທື່ອ ແຕ່​ບໍ່​ໄດ້​ໝາຍ​ເຖິງ​ອາການ​ຊຶມເສົ້າ​ເປັນ​ເວລາ​ດົນ​ເຊິ່ງ​ເປັນ​ບັນຫາ​ສຸຂະພາບ​ທີ່​ຮ້າຍ​ແຮງ​ແລະ​ຕ້ອງ​ໄດ້​ໄປ​ຫາ​ໝໍ.

b ຈົດໝາຍ​ຂອງ​ໂປໂລ​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ລາວ​ມີ​ບັນຫາ​ທາງ​ສາຍ​ຕາ​ເຊິ່ງ​ເຮັດ​ໃຫ້​ຍາກ​ຫຼາຍ​ສຳລັບ​ລາວ​ທີ່​ຈະ​ຂຽນ​ຈົດໝາຍ​ແລະ​ໄປ​ປະກາດ. (ຄລຕ. 4:15; 6:11) ຫຼື​ໂປໂລ​ອາດ​ກຳລັງ​ເວົ້າ​ເຖິງ​ຄວາມ​ກັງວົນ​ທີ່​ລາວ​ມີ​ຍ້ອນ​ພວກ​ຜູ້​ສອນ​ປອມ​ບາງ​ຄົນ​ເວົ້າ​ໃຫ້​ລາວ. (2ກຣ. 10:10; 11:5, 13) ບໍ່​ວ່າ​ຄວາມ​ກັງວົນ​ຂອງ​ໂປໂລ​ຈະ​ເປັນ​ຍ້ອນ​ສາເຫດ​ໃດ​ກໍ​ຕາມ ມັນ​ກໍ​ເຮັດ​ໃຫ້​ໂປໂລ​ຮູ້ສຶກ​ທໍ້ໃຈ​ໃນ​ບາງ​ເທື່ອ.

c ຊື່​ສົມມຸດ

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌