ວັນທີ 16-22 ມີນາ 2026
ເພງທີ 20 ພະອົງເສຍສະລະລູກຊາຍສຸດທີ່ຮັກ
ເປັນຫຍັງເຮົາຕ້ອງມີຄ່າໄຖ່?
“ຜູ້ໃດຈະຊ່ວຍຂ້ອຍໃຫ້ພົ້ນຈາກຮ່າງກາຍທີ່ຕ້ອງຕາຍນີ້?”—ຣມ. 7:24
ຈຸດສຳຄັນ
ໂດຍທາງຄ່າໄຖ່ຂອງພະເຢຊູ ພະເຢໂຫວາຍົກໂທດຄວາມຜິດໃຫ້ເຮົາໄດ້ ເຮົາມີຄວາມຫວັງທີ່ຈະເປັນຄົນສົມບູນແບບໃນອະນາຄົດ ແລະເຮົາສາມາດຄືນດີກັບພະເຢໂຫວາໄດ້.
1-2. ເຮົາຕ້ອງໃຫ້ມີຄົນມາຊ່ວຍຈາກຫຍັງ ແລະຍ້ອນຫຍັງ? (ໂຣມ 7:22-24) (ເບິ່ງຮູບນຳ)
ໃຫ້ນຶກພາບເຫດການຕໍ່ໄປນີ້: ມີຕຶກຫຼັງໜຶ່ງພັງລົງມາແລະມີຜູ້ຊາຍຄົນໜຶ່ງຄາຢູ່ໃນນັ້ນ. ລາວຍັງບໍ່ຕາຍ ແຕ່ລາວກໍບໍ່ສາມາດອອກມາເອງໄດ້ຖ້າບໍ່ມີຄົນຊ່ວຍ. ສິ່ງທີ່ລາວເຮັດໄດ້ແມ່ນຮ້ອງໃຫ້ຄົນຊ່ວຍແລະຫວັງວ່າຈະມີຄົນມາຊ່ວຍລາວໃຫ້ອອກຈາກຫັ້ນໄດ້.
2 ເຮົາທຸກຄົນກໍຕົກຢູ່ໃນສະພາບແບບນີ້ຄືກັນ. ໃນແງ່ໃດ? ເມື່ອອາດາມບໍ່ເຊື່ອຟັງພະເຢໂຫວາ ລາວກໍກາຍເປັນຄົນບາບ. ຍ້ອນເຮົາທຸກຄົນເປັນລູກຫຼານຂອງອາດາມ ເຮົາຈຶ່ງເປັນຄົນບາບຄືກັນ. ເຮົາທຸກຄົນເປັນຄືກັບຜູ້ຊາຍທີ່ຄາຢູ່ໃນຕຶກນັ້ນ ເຮົາບໍ່ສາມາດຫຼຸດພົ້ນຈາກບາບດ້ວຍໂຕເອງ. ສະນັ້ນ ເຮົາຈຳເປັນຕ້ອງມີຄົນມາຊ່ວຍ. ໃນຈົດໝາຍທີ່ໂປໂລຂຽນໄປຫາພີ່ນ້ອງໃນເມືອງໂຣມ ລາວເວົ້າວ່າເຮົາທຸກຄົນຕົກຢູ່ໃຕ້ອຳນາດຂອງບາບ. (ອ່ານໂຣມ 7:22-24) ສະນັ້ນ ລາວຈຶ່ງຖາມວ່າ: “ຜູ້ໃດຈະຊ່ວຍຂ້ອຍໃຫ້ພົ້ນຈາກຮ່າງກາຍທີ່ຕ້ອງຕາຍນີ້?” ໂປໂລໄດ້ຮັບບາບມາຈາກອາດາມເຊິ່ງເຮັດໃຫ້ລາວຕ້ອງຕາຍ. (ຣມ. 6:23) ເຮົາກໍຕົກຢູ່ໃນສະຖານະການທີ່ຍາກຄືກັນກັບລາວ ແລະເຮົາກໍຕ້ອງການໃຫ້ມີຄົນມາຊ່ວຍເຮົາໃຫ້ຫຼຸດພົ້ນຈາກບາບແລະຄວາມຕາຍ.
ຄືກັບຜູ້ຊາຍທີ່ຄາຢູ່ໃນຊາກຕຶກທີ່ພັງລົງມາຕ້ອງການໃຫ້ຄົນມາຊ່ວຍ ເຮົາທີ່ໄດ້ຮັບບາບມາຈາກອາດາມກໍຈຳເປັນຕ້ອງມີຄົນຊ່ວຍ (ເບິ່ງຂໍ້ 1-2)
3. ຄ່າໄຖ່ຊ່ວຍເຮົາໃຫ້ໄດ້ຮັບປະໂຫຍດແນວໃດແດ່?
3 ໂປໂລບໍ່ໄດ້ປິດທ້າຍຄຳເວົ້າຂອງລາວກ່ຽວກັບບາບໃນແງ່ລົບ. ຫຼັງຈາກທີ່ຖາມວ່າ: “ຜູ້ໃດຈະຊ່ວຍຂ້ອຍໃຫ້ພົ້ນຈາກຮ່າງກາຍທີ່ຕ້ອງຕາຍນີ້?” ລາວກໍເວົ້າຕື່ມວ່າ: “ຂ້ອຍຂອບໃຈພະເຈົ້າໂດຍທາງພະເຢຊູຄລິດຜູ້ເປັນນາຍຂອງພວກເຮົາ.” (ຣມ. 7:25) ໃນຂໍ້ພະຄຳພີນີ້ ໂປໂລກຳລັງໝາຍຄວາມວ່າພະເຢໂຫວາໄດ້ຊ່ວຍເຮົາໃຫ້ລອດໂດຍທາງຄ່າໄຖ່ຂອງພະເຢຊູ.a ຄ່າໄຖ່ເຮັດໃຫ້ເຮົາໄດ້ຮັບປະໂຫຍດຄື: (1) ພະເຢໂຫວາຍົກໂທດຄວາມຜິດໃຫ້ເຮົາໄດ້ (2) ເຮົາມີຄວາມຫວັງທີ່ຈະເປັນຄົນສົມບູນແບບໃນອະນາຄົດ ແລະ (3) ເຮົາສາມາດຄືນດີກັບພະເຢໂຫວາໄດ້. ຕອນທີ່ເຮົາເບິ່ງຈຸດເຫຼົ່ານີ້ ເຮົາຈະຮັກພະເຢໂຫວາ “ພະເຈົ້າຜູ້ຊ່ວຍ . . . ໃຫ້ມີຄວາມຫວັງ” ຫຼາຍຂຶ້ນ. (ຣມ. 15:13) ນອກຈາກນັ້ນ ເຮົາຍັງຈະເຫັນຄ່າຫຼາຍຂຶ້ນທີ່ພະເຢຊູ “ໄດ້ປົດປ່ອຍພວກເຮົາດ້ວຍຄ່າໄຖ່.”—ກລຊ. 1:14
ຄ່າໄຖ່ເຮັດໃຫ້ເຮົາໄດ້ຮັບການຍົກໂທດ
4-5. ເປັນຫຍັງເຮົາທຸກຄົນຕ້ອງມີຄ່າໄຖ່? (ປັນຍາຈານ 7:20)
4 ເຮົາຕ້ອງມີຄ່າໄຖ່ເພື່ອຄວາມຜິດຂອງເຮົາຈະໄດ້ຮັບການຍົກໂທດ. ເຮົາທຸກຄົນເຮັດຜິດອາດຈະທາງຄຳເວົ້າຫຼືການກະທຳ. (ອ່ານປັນຍາຈານ 7:20) ຄວາມຜິດບາງຢ່າງເປັນຄວາມຜິດຮ້າຍແຮງ. ຕົວຢ່າງເຊັ່ນ: ຕາມກົດໝາຍຂອງໂມເຊ ຄົນອິດສະຣາເອນທີ່ຫຼິ້ນຊູ້ຫຼືຂ້າຄົນຈະຕ້ອງຖືກລົງໂທດເຖິງຕາຍ. (ລລວ. 20:10; ຈຊບ. 35:30, 31) ມີຄວາມຜິດຫຼາຍຢ່າງທີ່ບໍ່ຮ້າຍແຮງຂະໜາດນັ້ນ ແຕ່ກໍຍັງຖືວ່າເປັນຄວາມຜິດຢູ່. ຕົວຢ່າງເຊັ່ນ: ດາວິດເວົ້າວ່າ: “ຂ້ອຍຈະລະວັງໂຕ ຂ້ອຍຈະບໍ່ເຮັດຜິດທາງຄຳເວົ້າ.” (ພສ. 39:1) ນີ້ສະແດງໃຫ້ເຫັນວ່າບາງເທື່ອສິ່ງທີ່ເຮົາເວົ້າກໍເປັນການເຮັດຜິດໄດ້.—ຢກບ. 3:2
5 ຂໍໃຫ້ຄິດເຖິງສິ່ງທີ່ເຈົ້າໄດ້ເວົ້າແລະໄດ້ເຮັດໃນອະດີດ. ເຈົ້າເຄີຍເວົ້າບາງຢ່າງໃຫ້ຄົນອື່ນບໍແລ້ວຮູ້ສຶກວ່າບໍ່ໜ້າຈະເວົ້າແບບນັ້ນເລີຍ? ເຈົ້າເຄີຍເຮັດຜິດບາງຢ່າງແລ້ວຮູ້ສຶກເສຍໃຈພາຍຫຼັງບໍ? ແນ່ນອນວ່າເຈົ້າຄືຊິຕອບວ່າເຄີຍ. ຄຳພີໄບເບິນຂຽນວ່າ: “ຖ້າພວກເຮົາບອກວ່າ ‘ພວກເຮົາບໍ່ມີບາບ’ ພວກເຮົາກໍຕົວະໂຕເອງແລະບໍ່ໄດ້ເຊື່ອຄວາມຈິງ.”—1ຢຮ. 1:8
6-7. ອັນໃດເຮັດໃຫ້ເປັນໄປໄດ້ທີ່ພະເຢໂຫວາຈະຍົກໂທດຄວາມຜິດໃຫ້ເຮົາ? (ເບິ່ງຮູບນຳ)
6 ຍ້ອນພະເຢໂຫວາຍຸຕິທຳ ເພິ່ນຈຶ່ງຕ້ອງເຮັດບາງຢ່າງເພື່ອຈະຍົກໂທດຄວາມຜິດໃຫ້ເຮົາໄດ້. ຄ່າໄຖ່ເຮັດໃຫ້ເປັນໄປໄດ້ທີ່ພະເຢໂຫວາຈະຍົກໂທດຄວາມຜິດໃຫ້ເຮົາ. (ອຟຊ. 1:7) ແຕ່ກໍບໍ່ໄດ້ໝາຍຄວາມວ່າພະເຢໂຫວາຈະເບິ່ງຂ້າມຄວາມຜິດນັ້ນຄືກັບວ່າມັນບໍ່ສຳຄັນສຳລັບເພິ່ນ. ພະເຢໂຫວາຊັງການເຮັດຜິດ.—ອຊຢ. 59:2
7 ຕາມກົດໝາຍຂອງໂມເຊ ຄົນອິດສະຣາເອນຈະຕ້ອງເອົາສັດໄປເປັນເຄື່ອງບູຊາໃຫ້ພະເຢໂຫວາເມື່ອເຂົາເຈົ້າເຮັດຜິດ. (ລລວ. 4:27-31; 17:11) ເຄື່ອງບູຊາເຫຼົ່ານີ້ເປັນພາບສະແດງເຖິງເຄື່ອງບູຊາທີ່ດີກວ່າທີ່ພະເຢຊູຈະເສຍສະລະແລະມັນຈະເຮັດໃຫ້ມະນຸດໄດ້ຮັບປະໂຫຍດຫຼາຍຢ່າງ. ການຕາຍຂອງພະເຢຊູເຮັດໃຫ້ພະເຢໂຫວາມີເຫດຜົນທີ່ຈະຍົກໂທດຄວາມຜິດໃຫ້ເຮົາ. ໃນຈົດໝາຍທີ່ໂປໂລຂຽນໄປຫາພີ່ນ້ອງໃນເມືອງໂກຣິນໂທເຮັດໃຫ້ເຮົາຮູ້ວ່າໂປໂລເຂົ້າໃຈວ່າການຕາຍຂອງພະເຢຊູມີປະໂຫຍດຕໍ່ມະນຸດຫຼາຍ. ຫຼັງຈາກລາວເວົ້າເຖິງສິ່ງທີ່ບໍ່ດີຫຼາຍຢ່າງທີ່ເຂົາເຈົ້າເຄີຍເຮັດ ລາວກໍບອກເຂົາເຈົ້າວ່າ: “ພະເຈົ້າເຮັດໃຫ້ພວກເຈົ້າສະອາດແລ້ວ. ເພິ່ນເຮັດໃຫ້ພວກເຈົ້າບໍລິສຸດແລ້ວ ແລະເພິ່ນຍອມຮັບພວກເຈົ້າແລ້ວໃນນາມພະເຢຊູຄລິດຜູ້ເປັນນາຍແລະດ້ວຍພະລັງຂອງພະເຈົ້າ.”—1ກຣ. 6:9-11
ສັດທີ່ເປັນເຄື່ອງບູຊາເຫຼົ່ານີ້ເປັນພາບສະແດງເຖິງຄ່າໄຖ່ຂອງພະເຢຊູແລະປະໂຫຍດຫຼາຍຢ່າງທີ່ມະນຸດຈະໄດ້ຮັບຈາກຄ່າໄຖ່ນີ້ (ເບິ່ງຂໍ້ 6-7)
8. ຕອນທີ່ກຽມໂຕສຳລັບການປະຊຸມອະນຸສອນປີນີ້ ເຈົ້າຄວນຄິດເຖິງເລື່ອງຫຍັງ?
8 ຕອນທີ່ເຈົ້າກຽມໂຕສຳລັບການປະຊຸມອະນຸສອນປີນີ້ ຂໍໃຫ້ໃຊ້ເວລາຄິດຕຶກຕອງເບິ່ງວ່າການຍົກໂທດຂອງພະເຢໂຫວາມີຄວາມໝາຍແນວໃດສຳລັບເຈົ້າ. ຕົວຢ່າງເຊັ່ນ: ຍ້ອນຄ່າໄຖ່ ເຈົ້າກໍບໍ່ຈຳເປັນຕ້ອງຈົມຢູ່ກັບຄວາມຜິດທີ່ເຈົ້າເຄີຍເຮັດໃນອະດີດເຊິ່ງເຈົ້າໄດ້ກັບໃຈແລ້ວ. ແຕ່ຖ້າເຈົ້າຮູ້ສຶກວ່າມັນຍາກທີ່ຈະເຊື່ອວ່າພະເຢໂຫວາໄດ້ຍົກໂທດຄວາມຜິດໃຫ້ເຈົ້າແລ້ວ ເຈົ້າຈະເຮັດແນວໃດ? ບາງເທື່ອເຈົ້າອາດຈະເວົ້າກັບໂຕເອງວ່າ: ‘ຂ້ອຍຮູ້ວ່າພະເຢໂຫວາສາມາດຍົກໂທດໃຫ້ຂ້ອຍໄດ້ ແຕ່ຂ້ອຍຍົກໂທດໃຫ້ໂຕເອງບໍ່ໄດ້.’ ຖ້າເຈົ້າຮູ້ສຶກແບບນັ້ນ ຂໍໃຫ້ຈື່ໄວ້ວ່າມີແຕ່ພະເຢໂຫວາເທົ່ານັ້ນທີ່ຍົກໂທດໃຫ້ໄດ້ ແລະເພິ່ນໃຫ້ອຳນາດພະເຢຊູເປັນຜູ້ຕັດສິນ. ພະເຢໂຫວາບໍ່ໄດ້ໃຫ້ເຈົ້າຫຼືມະນຸດຄົນໃດມີສິດຕັດສິນວ່າເພິ່ນຈະຍົກໂທດໃຫ້ໃຜຫຼືບໍ່ຍົກໂທດໃຫ້ໃຜ. ຄຳພີໄບເບິນບອກວ່າ: “ຖ້າພວກເຮົາຍ່າງຢູ່ໃນຄວາມສະຫວ່າງຄືກັບທີ່ [ພະເຢໂຫວາ] ຢູ່ໃນຄວາມສະຫວ່າງ . . . ເລືອດຂອງພະເຢຊູລູກຂອງເພິ່ນຈະລົບລ້າງບາບທັງໝົດຂອງພວກເຮົາ.” (1ຢຮ. 1:6, 7) ເຮົາໝັ້ນໃຈເລື່ອງນີ້ໄດ້ຄືກັບທີ່ເຮົາໝັ້ນໃຈຄຳສອນເລື່ອງອື່ນໆໃນຄຳພີໄບເບິນ. ຍ້ອນຄ່າໄຖ່ ພະເຢໂຫວາຈຶ່ງສາມາດຍົກໂທດໃຫ້ເຮົາໄດ້ເຊິ່ງສະແດງເຖິງຄວາມເມດຕາຂອງເພິ່ນທີ່ມີຕໍ່ເຮົາ ແລະຄຳພີໄບເບິນກໍບອກວ່າເພິ່ນ “ພ້ອມທີ່ຈະໃຫ້ອະໄພ.”—ພສ. 86:5
ຄ່າໄຖ່ເຮັດໃຫ້ເຮົາມີຄວາມຫວັງທີ່ຈະເປັນຄົນສົມບູນແບບໃນອະນາຄົດ
9. ໃນຄຳພີໄບເບິນ ຄຳວ່າ “ບາບ” ໝາຍເຖິງຫຍັງ? (ເພງສັນລະເສີນ 51:5)
9 ໃນຄຳພີໄບເບິນ ຄຳວ່າ “ບາບ” ບໍ່ໄດ້ໝາຍເຖິງແຕ່ຄວາມຜິດທີ່ເຮົາເຮັດເທົ່ານັ້ນ ແຕ່ຍັງໝາຍເຖິງຄວາມບໍ່ສົມບູນແບບທີ່ເຮົາໄດ້ຮັບມາຕັ້ງແຕ່ເກີດນຳ. (ອ່ານເພງສັນລະເສີນ 51:5) ຄວາມບໍ່ສົມບູນແບບບໍ່ພຽງແຕ່ເຮັດໃຫ້ເຮົາມີທ່າອ່ຽງທີ່ຈະເຮັດຜິດ ແຕ່ຍັງເຮັດໃຫ້ເຮົາເຈັບປ່ວຍ ເຖົ້າແກ່ ແລະຕາຍ. ເລື່ອງນີ້ຊ່ວຍເຮົາໃຫ້ເຂົ້າໃຈວ່າເປັນຫຍັງແອນ້ອຍທີ່ເກີດໃໝ່ຈຶ່ງເຈັບປ່ວຍແລະຕາຍທັງໆທີ່ບໍ່ໄດ້ເຮັດຫຍັງຜິດ. ນອກຈາກນັ້ນ ມັນຍັງຊ່ວຍເຮົາໃຫ້ເຂົ້າໃຈວ່າເປັນຫຍັງທັງຄົນດີແລະຄົນຊົ່ວຈຶ່ງຕ້ອງເຈິຄວາມທຸກແລະຄວາມຕາຍ. ຍ້ອນອາດາມມີບາບ ເຮົາທຸກຄົນທີ່ເປັນລູກຫຼານຂອງລາວຈຶ່ງມີບາບຄືກັນ.
10. ບາບສົ່ງຜົນຕໍ່ອາດາມກັບເອວາແນວໃດ?
10 ໃຫ້ຄິດເບິ່ງວ່າບາບສົ່ງຜົນແນວໃດຕໍ່ອາດາມກັບເອວາ. ບາບສົ່ງຜົນຕໍ່ຄວາມຮູ້ສຶກເລິກໆຂອງເຂົາເຈົ້າ. ທັນທີທີ່ອາດາມກັບເອວາເຮັດຜິດ ເຂົາເຈົ້າກໍຮູ້ສຶກຜິດຍ້ອນບໍ່ໄດ້ເຊື່ອຟັງກົດໝາຍຂອງພະເຢໂຫວາເຊິ່ງ “ກົດໝາຍນັ້ນຢູ່ໃນໃຈຂອງເຂົາເຈົ້າ.” (ຣມ. 2:15) ເຂົາເຈົ້າເລີ່ມຮູ້ສຶກວ່າມີບາງຢ່າງປ່ຽນໄປເຊິ່ງບໍ່ແມ່ນໃນທາງທີ່ດີ. ເຂົາເຈົ້າຮູ້ສຶກວ່າຕ້ອງເອົາຫຍັງບາງຢ່າງມາປົກປິດຮ່າງກາຍແລະຕ້ອງໄປລີ້ພະເຢໂຫວາຄືກັບຄົນທີ່ເຮັດຜິດ. (ປຖກ. 3:7, 8) ນີ້ເປັນເທື່ອທຳອິດທີ່ອາດາມກັບເອວາຮູ້ສຶກຜິດ ກັງວົນ ຢ້ານ ເຈັບປວດ ແລະອາຍ. ເຂົາເຈົ້າຕ້ອງຢູ່ກັບຄວາມຮູ້ສຶກເຫຼົ່ານີ້ໄປຈົນຮອດມື້ຕາຍ.—ປຖກ. 3:16-19
11. ບາບສົ່ງຜົນຕໍ່ເຮົາແນວໃດ?
11 ບາບມີຜົນຕໍ່ກັບເຮົາຄືກັບທີ່ມັນມີຜົນຕໍ່ອາດາມກັບເອວາ. ຄວາມບໍ່ສົມບູນແບບເຮັດໃຫ້ເຮົາເຈັບປວດທາງຮ່າງກາຍແລະຈິດໃຈ. ບໍ່ວ່າເຮົາຈະພະຍາຍາມຫຼາຍສ່ຳໃດເພື່ອຈະແກ້ໄຂເລື່ອງນີ້ ແຕ່ເຮົາກໍບໍ່ສາມາດເຮັດໄດ້. ຍ້ອນຫຍັງ? ຄຳພີໄບເບິນບອກວ່າ ຍ້ອນເຮົາ “ຕົກຢູ່ໃນສະພາບທີ່ບໍ່ມີຄວາມຫວັງ.” (ຣມ. 8:20) ເລື່ອງນີ້ເປັນຈິງສຳລັບເຮົາແລະສຳລັບມະນຸດທຸກຄົນ. ຕົວຢ່າງເຊັ່ນ: ຂໍໃຫ້ຄິດເຖິງຄວາມພະຍາຍາມຂອງມະນຸດທີ່ຈະແກ້ໄຂບັນຫາສິ່ງແວດລ້ອມ ເຮັດໃຫ້ຄວາມຮຸນແຮງໝົດໄປ ກຳຈັດຄວາມທຸກຍາກ ແລະຍຸດຕິສົງຄາມ. ເຖິງວ່າມະນຸດເຮັດໄດ້ໃນລະດັບໜຶ່ງ ແຕ່ເຂົາເຈົ້າກໍບໍ່ສາມາດແກ້ບັນຫາທັງໝົດໄດ້ແທ້ໆ. ຄ່າໄຖ່ຈະຊ່ວຍເຮົາໃຫ້ຫຼຸດພົ້ນຈາກບາບໄດ້ແນວໃດ?
12. ຄ່າໄຖ່ໃຫ້ຄວາມຫວັງຫຍັງ?
12 ຄ່າໄຖ່ຊ່ວຍເຮົາໃຫ້ມີຄວາມຫວັງທີ່ຈະ “ໄດ້ຮັບການປົດປ່ອຍຈາກການເປັນທາດຂອງຄວາມເນົ່າເປື່ອຍ.” (ຣມ. 8:21) ນີ້ໝາຍຄວາມວ່າຫຼັງຈາກທີ່ເຮົາກາຍເປັນຄົນສົມບູນແບບແລ້ວໃນໂລກໃໝ່ ເຮົາຈະບໍ່ຕ້ອງເຈັບປ່ວຍທາງກາຍທາງໃຈຫຼືທາງອາລົມຄວາມຮູ້ສຶກ ແລະເຮົາຈະບໍ່ຮູ້ສຶກຜິດ ຢ້ານ ກັງວົນ ເຈັບປວດ ຫຼືຮູ້ສຶກອາຍອີກຕໍ່ໄປ. ນອກຈາກນັ້ນ ພະເຢຊູ “ຜູ້ປົກຄອງທີ່ເຮັດໃຫ້ມີຄວາມສະຫງົບສຸກ” ທີ່ເປັນຄ່າໄຖ່ໃຫ້ເຮົາຈະປົກຄອງເຮົາ. ເພິ່ນຈະຊ່ວຍມະນຸດແກ້ໄຂຫາບັນຫາທັງໝົດທີ່ເຂົາເຈົ້າແກ້ໄຂດ້ວຍໂຕເອງບໍ່ໄດ້.—ອຊຢ. 9:6, 7
13. ຕອນທີ່ກຽມໂຕສຳລັບການປະຊຸມອະນຸສອນປີນີ້ ເຈົ້າຄວນຄິດເຖິງຫຍັງອີກ?
13 ໃຫ້ຄິດເບິ່ງວ່າຊີວິດຈະເປັນແນວໃດເມື່ອເຈົ້າເປັນຄົນສົມບູນແບບແລ້ວ? ທຸກໆມື້ເຈົ້າຈະຕື່ນຂຶ້ນມາແລ້ວຮູ້ສຶກດີແລະບໍ່ຕ້ອງອຸກໃຈວ່າເຈົ້າຫຼືຄົນໃນຄອບຄົວຈະອຶດຫິວ ເຈັບປ່ວຍ ຫຼືຕາຍ. ແມ່ນແຕ່ຕອນນີ້ ເຈົ້າກໍສາມາດສະຫງົບໃຈໄດ້ເມື່ອເຈົ້າ “ຍຶດໝັ້ນກັບຄວາມຫວັງ. . . . ທີ່ເປັນຄືກັບສະໝໍເຮືອຂອງຊີວິດທີ່ໝັ້ນຄົງ.” (ຮຣ. 6:18, 19) ຄືກັບທີ່ສະໝໍເຮືອຊ່ວຍຍຶດເຮືອໄວ້ ຄວາມຫວັງກໍຈະຊ່ວຍເຈົ້າໃຫ້ມີຄວາມເຊື່ອເຂັ້ມແຂງແລະຊ່ວຍເຈົ້າໃຫ້ອົດທົນກັບບັນຫາຕ່າງໆທີ່ເຈົ້າເຈິໃນຕອນນີ້ໄດ້. ເຈົ້າສາມາດໝັ້ນໃຈໄດ້ແທ້ໆວ່າພະເຢໂຫວາຈະໃຫ້ “ລາງວັນກັບຄົນທີ່ຊອກຫາເພິ່ນຢ່າງຈິງຈັງ.” (ຮຣ. 11:6) ຄວາມຫວັງທີ່ເຈົ້າມີໃນອະນາຄົດແລະການປອບໂຍນທີ່ເຈົ້າໄດ້ຮັບຈາກຄວາມຫວັງນີ້ໃນຕອນນີ້ເປັນໄປໄດ້ກໍຍ້ອນຄ່າໄຖ່ເທົ່ານັ້ນ.
ຄ່າໄຖ່ເຮັດໃຫ້ເຮົາຄືນດີກັບພະເຢໂຫວາໄດ້
14. ບາບມີຜົນຕໍ່ສາຍສຳພັນຂອງເຮົາກັບພະເຢໂຫວາແນວໃດ ແລະຍ້ອນຫຍັງ?
14 ຕັ້ງແຕ່ອາດາມກັບເອວາເຮັດຜິດ ມະນຸດກໍຫ່າງເຫີນຈາກພະເຢໂຫວາ. ຄຳພີໄບເບິນບອກວ່າ ມະນຸດທຸກຄົນໄດ້ກາຍເປັນສັດຕູກັບພະເຢໂຫວາ. (ຣມ. 8:7, 8; ກລຊ. 1:21) ເປັນຫຍັງຈຶ່ງເວົ້າແນວນັ້ນ? ຍ້ອນພະເຢໂຫວາເປັນພະເຈົ້າທີ່ສົມບູນແບບ ເພິ່ນຈຶ່ງບໍ່ສາມາດເບິ່ງຂ້າມການເຮັດຜິດໄດ້. ຄຳພີໄບເບິນເວົ້າເຖິງພະເຢໂຫວາວ່າ: “ຕາຂອງພະອົງບໍລິສຸດຫຼາຍຈຶ່ງທົນເຫັນຄວາມຊົ່ວບໍ່ໄດ້ ແລະພະອົງກໍທົນເຫັນສິ່ງຊົ່ວຕໍ່ໄປບໍ່ໄດ້.” (ຮບກ. 1:13) ບາບເຮັດໃຫ້ສາຍສຳພັນຂອງພະເຈົ້າກັບມະນຸດຖືກທຳລາຍ. ບໍ່ມີມະນຸດຈັກຄົນຈະມີສາຍສຳພັນທີ່ດີກັບພະເຢໂຫວາໄດ້ຖ້າສາຍສຳພັນນັ້ນບໍ່ໄດ້ຮັບການຟື້ນຟູແລະເຮົາບໍ່ໄດ້ຄືນດີກັບເພິ່ນ. ຄ່າໄຖ່ເຮັດໃຫ້ເປັນໄປໄດ້ທີ່ເຮົາຈະຄືນດີກັບພະເຢໂຫວາ.
15. ຄ່າໄຖ່ເປີດໂອກາດໃຫ້ມະນຸດມີສາຍສຳພັນແບບໃດກັບພະເຢໂຫວາ?
15 ຄຳພີໄບເບິນບອກວ່າ ພະເຢຊູ “ເປັນເຄື່ອງບູຊາໄຖ່ບາບຂອງພວກເຮົາເພື່ອໃຫ້ພວກເຮົາຄືນດີກັບພະເຈົ້າ.” (1ຢຮ. 2:2) ຄ່າໄຖ່ຂອງພະເຢຊູເປີດໂອກາດໃຫ້ເຮົາກັບມາມີສາຍສຳພັນທີ່ດີກັບພະເຢໂຫວາໄດ້ແນວໃດ? ຄ່າໄຖ່ແມ່ນສິ່ງທີ່ສອດຄ່ອງກັບມາດຕະຖານເລື່ອງຄວາມຍຸຕິທຳຂອງພະເຢໂຫວາ. ຄ່າໄຖ່ຂອງພະເຢຊູສາມາດເຮັດໃຫ້ມະນຸດກັບມາມີສາຍສຳພັນທີ່ໃກ້ຊິດກັບພະເຢໂຫວາໄດ້ອີກ. (ຣມ. 3:23-26) ພະເຢໂຫວາເຖິງຂັ້ນເບິ່ງວ່າຜູ້ທີ່ນະມັດສະການເພິ່ນຢ່າງສັດຊື່ເປັນຄົນທີ່ເຮັດສິ່ງທີ່ດີແມ່ນແຕ່ກ່ອນທີ່ພະເຢຊູມາຕາຍເປັນຄ່າໄຖ່ຊ້ຳ. (ປຖກ. 15:1, 6) ເປັນແບບນັ້ນໄດ້ແນວໃດ? ເປັນແບບນັ້ນໄດ້ກໍຍ້ອນຄ່າໄຖ່. ພະເຢໂຫວາໝັ້ນໃຈເຕັມຮ້ອຍວ່າພະເຢຊູລູກຊາຍຂອງເພິ່ນຈະຕາຍເປັນຄ່າໄຖ່. (ອຊຢ. 46:10) ຄ່າໄຖ່ເປີດໂອກາດໃຫ້ມະນຸດໄດ້ກັບມາຄືນດີກັບພະເຢໂຫວາ.
16. ຕອນທີ່ກຽມໂຕສຳລັບການປະຊຸມອະນຸສອນປີນີ້ ເຈົ້າຄວນຄິດເຖິງຫຍັງຕື່ມອີກ? (ເບິ່ງຮູບນຳ)
16 ໃຫ້ຄິດເບິ່ງວ່າການຄືນດີກັບພະເຢໂຫວາມີຄວາມໝາຍແນວໃດສຳລັບເຈົ້າ. ຕົວຢ່າງເຊັ່ນ: ເຈົ້າອາດເອີ້ນພະເຢໂຫວາວ່າເປັນ “ພໍ່” ຄືກັບທີ່ພະເຢຊູສອນ. (ມທ. 6:9) ບາງເທື່ອເຈົ້າອາດເອີ້ນເພິ່ນວ່າເປັນ “ໝູ່.” ຕອນທີ່ເຮົາເອີ້ນພະເຢໂຫວາວ່າເປັນ “ພໍ່” ຫຼືເປັນ “ໝູ່” ເຮົາຄວນສະແດງຄວາມຖ່ອມແລະສະແດງຄວາມນັບຖືຕໍ່ເພິ່ນ. ຍ້ອນຫຍັງ? ຍ້ອນເຮົາເປັນຄົນບາບແລະບໍ່ສາມາດໃກ້ຊິດກັບພະເຢໂຫວາດ້ວຍໂຕເຮົາເອງ. ມີພຽງຄ່າໄຖ່ເທົ່ານັ້ນທີ່ຊ່ວຍເຮົາໃຫ້ໃກ້ຊິດກັບພະເຢໂຫວາໄດ້. ໂດຍທາງພະເຢຊູ ພະເຢໂຫວາເຮັດໃຫ້ເປັນໄປໄດ້ທີ່ “ທຸກສິ່ງ [ຈະ] ຄືນດີກັບເພິ່ນ . . . ການຄືນດີນັ້ນເກີດຂຶ້ນໄດ້ໂດຍເລືອດຂອງ [ພະເຢຊູ] ທີ່ໄຫຼອອກຢູ່ເທິງເສົາທໍລະມານ.” (ກລຊ. 1:19, 20) ຍ້ອນແນວນີ້ເຮົາຈຶ່ງມີສາຍສຳພັນທີ່ດີກັບພະເຢໂຫວາເຖິງວ່າຕອນນີ້ເຮົາເປັນຄົນບໍ່ສົມບູນແບບ.
ມີແຕ່ຄ່າໄຖ່ຂອງພະເຢຊູເທົ່ານັ້ນທີ່ເຮັດໃຫ້ເປັນໄປໄດ້ທີ່ພະເຢໂຫວາກັບມະນຸດຈະກັບມາມີສາຍສຳພັນທີ່ດີຕໍ່ກັນອີກ (ເບິ່ງຂໍ້ 16)
ຄ່າໄຖ່ສະແດງເຖິງຄວາມເມດຕາຂອງພະເຢໂຫວາ
17. ຄ່າໄຖ່ເຮັດໃຫ້ເຮົາເຫັນຄວາມເມດຕາຂອງພະເຢໂຫວາແນວໃດ? (ເອເຟໂຊ 2:4, 5)
17 ຄ່າໄຖ່ເຮັດໃຫ້ເຮົາເຫັນວ່າ ພະເຢໂຫວາ “ມີຄວາມເມດຕາຫຼາຍແທ້ໆ.” ເພິ່ນ “ໃຫ້ພວກເຮົາມີຊີວິດ . . . ເຖິງວ່າພວກເຮົາຕາຍໄປແລ້ວຍ້ອນການເຮັດຜິດ.” (ອ່ານເອເຟໂຊ 2:4, 5) ຄົນທີ່ “ເຕັມໃຈຕອບຮັບຄວາມຈິງທີ່ເຮັດໃຫ້ໄດ້ຊີວິດຕະຫຼອດໄປ” ຮ້ອງຂໍຄວາມຊ່ວຍເຫຼືອຍ້ອນເຂົາເຈົ້າຮູ້ວ່າເຂົາເຈົ້າບໍ່ສາມາດຫຼຸດພົ້ນຈາກບາບໄດ້ດ້ວຍໂຕເອງແລະຕ້ອງໃຫ້ມີຄົນມາຊ່ວຍ. (ກຈກ. 13:48) ພະເຢໂຫວາຊ່ວຍຄົນເຫຼົ່ານີ້ໂດຍໃຫ້ເຂົາເຈົ້າຮຽນຮູ້ຂ່າວດີເລື່ອງການປົກຄອງຂອງເພິ່ນເພື່ອເຂົາເຈົ້າຈະຮູ້ຈັກເພິ່ນແລະພະເຢຊູລູກຊາຍຂອງເພິ່ນ. (ຢຮ. 17:3) ຖ້າຊາຕານຄິດວ່າການທີ່ອາດາມກັບເອວາບໍ່ເຊື່ອຟັງພະເຢໂຫວາໄດ້ຂັດຂວາງບໍ່ໃຫ້ຄວາມຕ້ອງການຂອງເພິ່ນເກີດຂຶ້ນແທ້. ມັນກໍຄິດຜິດແລ້ວ.
18. ເມື່ອເຮົາຄິດຕຶກຕອງກ່ຽວກັບຄ່າໄຖ່ ເຮົາຄວນຈື່ຫຍັງໄວ້?
18 ເມື່ອເຮົາຄິດເຖິງປະໂຫຍດທີ່ເຮົາໄດ້ຮັບຈາກຄ່າໄຖ່ ເຮົາຕ້ອງຄິດເຖິງປະເດັນທີ່ສຳຄັນກວ່າ. ແທນທີ່ຈະເບິ່ງວ່າຄ່າໄຖ່ເປັນສິ່ງທີ່ພະເຢໂຫວາຈັດກຽມເພື່ອປະໂຫຍດຂອງເຮົາເທົ່ານັ້ນ ເຮົາຄວນຈື່ໄວ້ວ່າຄ່າໄຖ່ເປັນຊ່ອງທາງທີ່ພະເຢໂຫວາໃຊ້ເພື່ອຕອບຂໍ້ທ້າທາຍທີ່ຊາຕານຍົກຂຶ້ນມາໃນສວນເອເດັນ. (ປຖກ. 3:1-5, 15) ໂດຍທາງຄ່າໄຖ່ ພະເຢໂຫວາເຮັດໃຫ້ຊື່ຂອງເພິ່ນໄດ້ຮັບຄວາມນັບຖືແລະພົ້ນຈາກຄຳຕຳໜິທຸກຢ່າງ. ນອກຈາກນັ້ນ ເພິ່ນຍັງຊ່ວຍເຮົາໃຫ້ຫຼຸດພົ້ນຈາກບາບແລະຄວາມຕາຍ ແລະສະແດງໃຫ້ເຫັນວ່າເພິ່ນເປັນພະເຈົ້າທີ່ມີຄວາມຮັກ. ເຖິງວ່າເຮົາເປັນຄົນບາບ ແຕ່ຍ້ອນຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຢໂຫວາ ເພິ່ນຈຶ່ງໃຫ້ເຮົາມີສ່ວນໃນການຕອບຂໍ້ທ້າທາຍຂອງຊາຕານ. (ສພສ. 27:11) ເຈົ້າຈະສະແດງໃຫ້ເຫັນແນວໃດວ່າເຈົ້າເຫັນຄ່າຄ່າໄຖ່? ເຮົາຈະຕອບຄຳຖາມນີ້ໃນບົດຕໍ່ໄປ.
ເພງທີ 19 ອາຫານຄ່ຳຂອງຜູ້ເປັນນາຍ
a ການອະທິບາຍຄຳສັບ: ຄ່າໄຖ່ໝາຍເຖິງສິ່ງທີ່ຕ້ອງຈ່າຍເພື່ອປົດປ່ອຍບາງຄົນໃຫ້ເປັນອິດສະຫຼະ. ການຕາຍຂອງພະເຢຊູເປັນຄ່າໄຖ່ຍ້ອນມັນປົດປ່ອຍມະນຸດທີ່ເຊື່ອຟັງພະເຢໂຫວາໃຫ້ຫຼຸດພົ້ນຈາກບາບແລະຄວາມຕາຍ.