ວັນທີ 2-8 ມີນາ 2026
ເພງທີ 97 ຊີວິດເຮົາຕ້ອງອາໄສຄຳສອນຂອງພະເຈົ້າ
ໃຫ້ເພິ່ງການຊີ້ນຳຈາກພະເຢໂຫວາຕໍ່ໆໄປ
ຂໍ້ພະຄຳພີປະຈຳປີ 2026: “ຄົນທີ່ຮູ້ໂຕວ່າຕ້ອງໃຫ້ພະເຈົ້າຊີ້ນຳກໍມີຄວາມສຸກ.”—ມທ. 5:3
ຈຸດສຳຄັນ
ພະເຢໂຫວາໃຫ້ການຊີ້ນຳເຮົາເພື່ອເຮົາຈະມີຄວາມສຸກແທ້. ເຮົາຈະເບິ່ງວ່າເຮົາຕ້ອງເຮັດຫຍັງເພື່ອຈະໄດ້ຮັບປະໂຫຍດຈາກການຈັດກຽມນີ້.
1. ພະເຢໂຫວາໄດ້ສ້າງມະນຸດໃຫ້ມີຄວາມຕ້ອງການໃນສິ່ງຈຳເປັນຫຍັງແດ່? (ມັດທາຍ 5:3)
ພະເຢໂຫວາໄດ້ສ້າງມະນຸດໃຫ້ມີຄວາມຕ້ອງການໃນສິ່ງຈຳເປັນພື້ນຖານບາງຢ່າງ ເຊັ່ນ: ອາຫານ ເຄື່ອງນຸ່ງ ແລະບ່ອນຢູ່ອາໄສ. ຖ້າເຮົາຂາດສິ່ງຈຳເປັນເຫຼົ່ານີ້ຢ່າງໃດຢ່າງໜຶ່ງແມ່ນແຕ່ໃນເວລາສັ້ນໆ ເຮົາອາດຈະຕາຍຫຼືບໍ່ຊັ້ນຊີວິດຂອງເຮົາກໍອາດຈະລຳບາກຫຼາຍ. ນອກຈາກສ້າງເຮົາໃຫ້ມີຄວາມຕ້ອງການໃນ 3 ສິ່ງນີ້ ພະເຢໂຫວາຍັງສ້າງເຮົາໃຫ້ມີຄວາມຕ້ອງການທີ່ຈະຮູ້ຈັກກັບເພິ່ນແລະເພິ່ງເພິ່ນໃຫ້ຊີ້ນຳເຮົາ. (ອ່ານມັດທາຍ 5:3) ຖ້າເຮົາຢາກມີຄວາມສຸກແທ້ໆ ເຮົາຕ້ອງສຳນຶກວ່າເຮົາຕ້ອງໃຫ້ພະເຢໂຫວາຊີ້ນຳແລະໄວ້ວາງໃຈເພິ່ນສະເໝີ.
2. ເຮົາເປັນຄືກັບຂໍທານໃນແງ່ໃດ?
2 ຄຳວ່າ “ຄົນທີ່ຮູ້ໂຕວ່າຕ້ອງໃຫ້ພະເຈົ້າຊີ້ນຳ” ໝາຍຄວາມວ່າແນວໃດ? ໃນພາສາກຣີກ ຄຳເວົ້ານີ້ຖ່າຍທອດແນວຄິດຂອງຂໍທານທີ່ຕ້ອງການຄວາມຊ່ວຍເຫຼືອ. ຂໍໃຫ້ນຶກພາບຂໍທານຄົນໜຶ່ງນຸ່ງເຄື່ອງຂາດແລະນັ່ງຢູ່ຫົນທາງ. ລາວເມື່ອຍຫຼາຍຍ້ອນກິນເຂົ້າບໍ່ອີ່ມ. ຕອນກາງເວັນລາວນັ່ງຕາກແດດ ແລະຕອນກາງຄືນລາວກໍໜາວຫຼາຍ. ຄົນບໍ່ຢາກຢູ່ໃກ້ລາວ ລາວຈຶ່ງຮູ້ສຶກເສຍໃຈຫຼາຍ. ຂໍທານຜູ້ນີ້ຮູ້ວ່າລາວຕ້ອງໄດ້ຮັບຄວາມຊ່ວຍເຫຼືອເພື່ອຈະມີຊີວິດຢູ່ຕໍ່ໄປແລະມີແຮງຂຶ້ນ. ຄ້າຍຄືກັນ ຄົນທີ່ຮູ້ໂຕວ່າຕ້ອງໃຫ້ພະເຈົ້າຊີ້ນຳກໍຕ້ອງໄດ້ຮັບຄວາມຊ່ວຍເຫຼືອຈາກພະເຢໂຫວາ. ສະນັ້ນ ເຂົາເຈົ້າຈຶ່ງພ້ອມທີ່ຈະຮັບປະໂຫຍດຈາກການຊີ້ນຳທີ່ພະເຢໂຫວາຈັດກຽມໄວ້ສຳລັບຄົນທີ່ຮັກເພິ່ນ.
3. ເຮົາຈະຮຽນຫຍັງໃນບົດນີ້?
3 ໃນບົດນີ້ ທຳອິດເຮົາຈະເບິ່ງວ່າເຮົາສາມາດຮຽນຫຍັງຈາກຜູ້ຍິງຄົນຟອຍນີເກທີ່ອ້ອນວອນຂໍໃຫ້ພະເຢຊູຊ່ວຍລາວ. ເລື່ອງຂອງຜູ້ຍິງຄົນນີ້ເນັ້ນຄຸນລັກສະນະ 3 ຢ່າງທີ່ເຮົາຕ້ອງຮຽນແບບລາວຖ້າເຮົາຢາກໃຫ້ພະເຢໂຫວາຊີ້ນຳເຮົາຕໍ່ໆໄປ. ຈາກນັ້ນ ເຮົາຈະເບິ່ງຕົວຢ່າງຂອງອັກຄະສາວົກເປໂຕ ໂປໂລ ແລະກະສັດດາວິດທີ່ເພິ່ງພະເຢໂຫວາໃຫ້ຊ່ວຍແລະຊີ້ນຳເຂົາເຈົ້າ.
ຕົວຢ່າງເລື່ອງຄວາມອົດທົນ ການບໍ່ຍອມແພ້ ແລະມີຄວາມເຊື່ອ
4. ຜູ້ຍິງຄົນຟອຍນີເກຢາກໃຫ້ພະເຢຊູຊ່ວຍຫຍັງ?
4 ມີມື້ໜຶ່ງຕອນທີ່ພະເຢຊູຢູ່ໃນເຂດເມືອງຕີເຣແລະເມືອງຊີໂດນ ຜູ້ຍິງຄົນຟອຍນີເກທີ່ຢູ່ເຂດນັ້ນໄດ້ມາຫາເພິ່ນ. ລູກສາວຂອງລາວ “ຖືກປີສາດສິງ.” (ມທ. 15:21-28) ຜູ້ຍິງຄົນນີ້ນັ່ງຄູ້ເຂົ່າແລະອ້ອນວອນຂໍໃຫ້ພະເຢຊູຊ່ວຍລູກສາວຂອງລາວ. ຜູ້ຍິງຄົນຟອຍນີເກຜູ້ນີ້ໄດ້ສະແດງຄຸນລັກສະນະທີ່ສຳຄັນບາງຢ່າງຕອນທີ່ລາວມາຫາພະເຢຊູ. ໃຫ້ເຮົາມາເບິ່ງຄຸນລັກສະນະເຫຼົ່ານັ້ນນຳກັນ.
5. ຜູ້ຍິງຄົນຟອຍນີເກສະແດງຄຸນລັກສະນະຫຍັງແດ່ ແລະພະເຢຊູໄດ້ເຮັດຫຍັງເພື່ອຊ່ວຍລາວ? (ເບິ່ງຮູບນຳ)
5 ຕອນທີ່ຜູ້ຍິງຄົນຟອຍນີເກຂໍໃຫ້ພະເຢຊູຊ່ວຍ ພະເຢຊູເວົ້າວ່າ: “ມັນບໍ່ຖືກທີ່ຈະເອົາຂອງກິນຂອງລູກໂຍນໃຫ້ໝານ້ອຍ.” (ມທ. 15:26) ຖ້າເປັນຄົນອື່ນທີ່ຢູ່ໃນເຂດນັ້ນອາດຈະຄຽດແລ້ວກໍຍ່າງໜີ ຍ້ອນຄິດວ່າພະເຢຊູກຳລັງດູຖູກລາວໂດຍສົມທຽບລາວວ່າເປັນຄືກັບໝານ້ອຍ. ແຕ່ຜູ້ຍິງຄົນຟອຍນີເກບໍ່ໄດ້ຮູ້ສຶກແບບນັ້ນແລະບໍ່ໄດ້ຍ່າງໜີ ຍ້ອນລາວເປັນຄົນຖ່ອມ. ລາວບໍ່ພຽງແຕ່ເປັນຄົນຖ່ອມ ແຕ່ຍັງເປັນຄົນທີ່ບໍ່ຍອມແພ້ນຳ. ລາວອ້ອນວອນພະເຢຊູບໍ່ຢຸດບໍ່ເຊົາໃຫ້ຊ່ວຍລູກສາວຂອງລາວ. ເປັນຫຍັງລາວຈຶ່ງເຮັດແບບນັ້ນ? ຍ້ອນລາວມີຄວາມເຊື່ອໃນພະເຢຊູ. ທີ່ຈິງ ເມື່ອພະເຢຊູເຫັນວ່າຜູ້ຍິງຄົນນີ້ມີຄວາມເຊື່ອຫຼາຍແທ້ໆ ມັນຈຶ່ງກະຕຸ້ນເພິ່ນໃຫ້ເຮັດບາງຢ່າງ. ເຖິງວ່າພະເຢຊູຫາກໍເວົ້າວ່າພະເຈົ້າສົ່ງເພິ່ນໃຫ້ມາຊ່ວຍ “ຄົນອິດສະຣາເອນເທົ່ານັ້ນ. ເຂົາເຈົ້າເປັນຄືກັບແກະທີ່ຫຼົງທາງ.” (ມທ. 15:24) ແຕ່ພະເຢຊູກໍຕັດສິນໃຈຊ່ວຍຜູ້ຍິງຕ່າງຊາດຄົນນີ້ໂດຍໄລ່ປີສາດທີ່ເຂົ້າສິງອອກຈາກລູກສາວຂອງລາວ.
ຜູ້ຍິງຄົນຟອຍນີເກຕ້ອງເປັນຄົນຖ່ອມ ບໍ່ຍອມແພ້ ແລະມີຄວາມເຊື່ອເພື່ອພະເຢຊູຈະຊ່ວຍລູກສາວຂອງລາວ (ເບິ່ງຂໍ້ 5)
6. ເຮົາຮຽນຫຍັງຈາກເລື່ອງຂອງຜູ້ຍິງຄົນຟອຍນີເກ?
6 ຖ້າເຮົາຢາກໄດ້ຮັບປະໂຫຍດຈາກການຊີ້ນຳຈາກພະເຢໂຫວາ ເຮົາຕ້ອງຮຽນແບບຜູ້ຍິງຄົນຟອຍນີເກ ນັ້ນຄືເຮົາຕ້ອງເປັນຄົນຖ່ອມ ບໍ່ຍອມແພ້ ແລະມີຄວາມເຊື່ອເຂັ້ມແຂງ. ມີແຕ່ຄົນຖ່ອມເທົ່ານັ້ນທີ່ຈະບໍ່ຍອມແພ້ໃນການອ້ອນວອນຂໍໃຫ້ພະເຢໂຫວາຊ່ວຍ. ເຮົາຕ້ອງມີຄວາມເຊື່ອທີ່ເຂັ້ມແຂງໃນພະເຢຊູຄືກັນແລະໄວ້ວາງໃຈຜູ້ທີ່ເພິ່ນກຳລັງໃຊ້ໃຫ້ຊີ້ນຳພວກລູກສິດຂອງເພິ່ນ. (ມທ. 24:45-47) ພະເຢໂຫວາແລະພະເຢຊູດີໃຈເມື່ອເຮົາເປັນຄົນຖ່ອມ ບໍ່ຍອມແພ້ ແລະມີຄວາມເຊື່ອ. ຖ້າເຮົາເປັນຄົນແບບນີ້ ພວກເພິ່ນຈະຊ່ວຍເຮົາແລະຊີ້ນຳເຮົາ. (ສົມທຽບກັບຢາໂກໂບ 1:5-7) ຕອນນີ້ໃຫ້ເຮົາມາເບິ່ງວ່າພະເຢໂຫວາຊີ້ນຳເຮົາແນວໃດ ແລະເພິ່ນໃຫ້ເຮົາມີສິ່ງຈຳເປັນຫຍັງແດ່ເພື່ອເຮົາຈະມີຄວາມສຸກ. ເຮົາຍັງຈະເບິ່ງວ່າເຮົາຈະຮຽນແບບອັກຄະສາວົກເປໂຕ ໂປໂລ ແລະກະສັດດາວິດແນວໃດເພື່ອຈະໄດ້ຮັບປະໂຫຍດຈາກສິ່ງທີ່ພະເຢໂຫວາຈັດກຽມໄວ້ໃຫ້ເຮົາ.
ຮຽນແບບເປໂຕໂດຍສຶກສາຄຳພີໄບເບິນຕໍ່ໆໄປ
7. ພະເຢຊູສັ່ງເປໂຕໃຫ້ເຮັດຫຍັງ ແລະເປໂຕຍັງຕ້ອງເຮັດຫຍັງອີກ? (ເຮັບເຣີ 5:14–6:1)
7 ໃຫ້ເບິ່ງຕົວຢ່າງຂອງອັກຄະສາວົກເປໂຕ. ລາວຍອມຮັບວ່າພະເຢຊູເປັນເມຊີອາແລະເຊື່ອວ່າພະເຢໂຫວາກຳລັງໃຊ້ພະເຢຊູໃຫ້ສອນຜູ້ຄົນເລື່ອງ “ຄຳສອນທີ່ໃຫ້ຊີວິດຕະຫຼອດໄປ.” (ຢຮ. 6:66-68) ກ່ອນພະເຢຊູຈະກັບໄປສະຫວັນ ເພິ່ນສັ່ງເປໂຕວ່າ: “ໃຫ້ເຈົ້າລ້ຽງແກະໂຕນ້ອຍໆຂອງຂ້ອຍເດີ້.” (ຢຮ. 21:17) ເປໂຕເຮັດຕາມຄຳສັ່ງນັ້ນຢ່າງສັດຊື່ ແລະພະເຢໂຫວາໄດ້ໃຊ້ລາວໃຫ້ຂຽນຈົດໝາຍ 2 ສະບັບທີ່ເປັນສ່ວນໜຶ່ງຂອງຄຳພີໄບເບິນ. ເຖິງຈະເປັນແນວນັ້ນ ເປໂຕຍັງຕ້ອງສຶກສາຄຳພີໄບເບິນຕໍ່ໆໄປ. ຕົວຢ່າງເຊັ່ນ: ລາວໄດ້ສຶກສາຄົ້ນຄວ້າຈົດໝາຍຕ່າງໆທີ່ອັກຄະສາວົກໂປໂລໄດ້ຂຽນ. ເປໂຕຍອມຮັບວ່າບາງເລື່ອງທີ່ໂປໂລຂຽນ “ເຂົ້າໃຈຍາກ.” (2ປຕ. 3:15, 16) ແຕ່ເຫັນໄດ້ວ່າເປໂຕບໍ່ຍອມແພ້ ລາວເຊື່ອວ່າພະເຢໂຫວາຈະຊ່ວຍລາວໃຫ້ເຂົ້າໃຈສິ່ງທີ່ໂປໂລຂຽນແລະເອົາຄວາມຮູ້ທີ່ເປັນຄືກັບ “ອາຫານແຂງ” ນີ້ໄປໃຊ້ ເຊິ່ງໝາຍຄວາມວ່າລາວຄວນເຮັດຕາມສິ່ງທີ່ໄດ້ຮຽນ.—ອ່ານເຮັບເຣີ 5:14–6:1
8. ເປໂຕເຮັດແນວໃດເມື່ອໄດ້ຮັບການຊີ້ນຳແບບໃໝ່ຈາກພະເຢໂຫວາ?
8 ເປໂຕສະແດງໃຫ້ເຫັນວ່າລາວມີຄວາມເຊື່ອໃນພະເຢໂຫວາໂດຍເຊື່ອຟັງສິ່ງທີ່ເພິ່ນບອກໃຫ້ລາວເຮັດ. ຕົວຢ່າງເຊັ່ນ: ຕອນທີ່ຢູ່ເມືອງຢົບປາ ເປໂຕໄດ້ເຫັນນິມິດແລະໃນນິມິດນັ້ນທູດສະຫວັນບອກລາວໃຫ້ຂ້າສັດກິນເຊິ່ງກົດໝາຍຂອງໂມເຊບໍ່ອະນຸຍາດໃຫ້ຄົນຢິວກິນສັດເຫຼົ່ານັ້ນຍ້ອນມັນບໍ່ສະອາດ. ສຳລັບເປໂຕ ລາວຮູ້ສຶກວ່າການເຮັດຕາມທີ່ທູດສະຫວັນບອກເປັນເລື່ອງທີ່ໜ້າຕົກໃຈຫຼາຍຍ້ອນມັນເປັນສິ່ງທີ່ຜິດ. ທຳອິດເປໂຕເວົ້າວ່າ: “ທ່ານເອີ້ຍ ຂ້ອຍເຮັດບໍ່ໄດ້ດອກ. ຂ້ອຍບໍ່ເຄີຍກິນສິ່ງທີ່ບໍ່ສະອາດຕາມກົດໝາຍຂອງພະເຈົ້າ.” ແຕ່ທູດສະຫວັນບອກວ່າ: “ສິ່ງທີ່ພະເຈົ້າເຮັດໃຫ້ສະອາດແລ້ວ ຢ່າຖືວ່າບໍ່ສະອາດອີກເລີຍ.” (ກຈກ. 10:9-15) ແລ້ວເປໂຕກໍເຂົ້າໃຈ ລາວເຮັດຕາມທີ່ທູດສະຫວັນບອກແລະປັບຄວາມຄິດຂອງໂຕເອງ. ເຮົາຮູ້ໄດ້ແນວໃດ? ບໍ່ດົນຫຼັງຈາກທີ່ເປໂຕເຫັນນິມິດນີ້ ໂກເນລີໂອໄດ້ສົ່ງລູກນ້ອງ 3 ຄົນໄປເຮືອນທີ່ເປໂຕຢູ່ແລະເຊີນເປໂຕໃຫ້ໄປຫາ. ຕາມປົກກະຕິແລ້ວເປໂຕຈະບໍ່ໄປເຮືອນຂອງຄົນຕ່າງຊາດຍ້ອນຄົນຢິວຖືວ່າຄົນຕ່າງຊາດເປັນຄົນບໍ່ສະອາດ. (ກຈກ. 10:28, 29) ແຕ່ເມື່ອພະເຢໂຫວາໃຫ້ເປໂຕເຫັນວ່າຕັ້ງແຕ່ນີ້ໄປເພິ່ນຢາກໃຫ້ຄົນທຸກປະເພດໄດ້ຍິນເລື່ອງຂ່າວດີ ເປໂຕຈຶ່ງຟ້າວປັບປ່ຽນຄວາມຄິດຂອງລາວແລະເຮັດຕາມທີ່ພະເຢໂຫວາບອກ. (ສພສ. 4:18) ເປໂຕປະກາດກັບໂກເນລີໂອແລະຄົນທີ່ຢູ່ໃນເຮືອນຂອງລາວ. ເປໂຕມີຄວາມສຸກຫຼາຍທີ່ເຫັນເຂົາເຈົ້າທຸກຄົນສະແດງຄວາມເຊື່ອໃນພະເຢຊູ ໄດ້ຮັບພະລັງບໍລິສຸດ ແລະຮັບບັບເຕມາ.—ກຈກ. 10:44-48
9. ເຮົາໄດ້ຮັບປະໂຫຍດໃນ 2 ທາງຫຍັງແດ່ຖ້າເຮົາສຶກສາສິ່ງທີ່ອາດເຂົ້າໃຈຍາກ?
9 ຄືກັບເປໂຕ ເຮົາຕ້ອງສຶກສາຄຳພີໄບເບິນເປັນປະຈຳ. ຫຼາຍເທື່ອເຮົາມັກອ່ານສິ່ງທີ່ເຂົ້າໃຈງ່າຍ ແຕ່ເຮົາຍັງຕ້ອງຮຽນຮູ້ທີ່ຈະສຶກສາສິ່ງທີ່ເປັນອາຫານແຂງເຊິ່ງອາດເປັນເລື່ອງທີ່ເຂົ້າໃຈຍາກກວ່າ. ເຮົາຕ້ອງຈັດເວລາໄວ້ເພື່ອສຶກສາແລະພະຍາຍາມທີ່ຈະເຂົ້າໃຈຄຳພີໄບເບິນໃຫ້ເລິກເຊິ່ງຫຼາຍຂຶ້ນ. ແນ່ນອນວ່າການເຮັດແບບນີ້ຄຸ້ມຄ່າແທ້ໆ. ຍ້ອນຫຍັງ? ເຮົາໄດ້ຮັບປະໂຫຍດຢ່າງໜ້ອຍໃນ 2 ທາງ. ທາງທຳອິດ ເຮົາຮຽນຮູ້ກ່ຽວກັບພະເຢໂຫວາເຊິ່ງເຮັດໃຫ້ເຮົາຮັກແລະນັບຖືເພິ່ນຫຼາຍຂຶ້ນ. ທາງທີ 2 ເມື່ອເຮົາຮຽນຮູ້ບາງສິ່ງທີ່ຄັກຫຼາຍກ່ຽວກັບພະເຢໂຫວາເຊິ່ງເຮົາບໍ່ເຄີຍຮູ້ມາກ່ອນ ເຮົາກໍຖືກກະຕຸ້ນໃຫ້ບອກຄົນອື່ນເລື່ອງຂອງເພິ່ນ. (ຣມ. 11:33; ພນມ. 4:11) ຕົວຢ່າງຂອງເປໂຕຍັງສອນບົດຮຽນອີກຢ່າງໜຶ່ງໃຫ້ເຮົາ ນັ້ນຄື ເມື່ອພະເຢໂຫວາແລະອົງການຂອງເພິ່ນປັບປ່ຽນຄວາມເຂົ້າໃຈໃໝ່ກ່ຽວກັບເລື່ອງໃນຄຳພີໄບເບິນ ເຮົາຕ້ອງຟ້າວປັບປ່ຽນຄວາມຄິດແລະການກະທຳຂອງເຮົາ. ເມື່ອເຮົາເຮັດແບບນີ້ ພະເຢໂຫວາກໍສາມາດຊີ້ນຳເຮົາໄດ້ ແລະເຮົາຈະສາມາດຮັບໃຊ້ເພິ່ນຢ່າງສັດຊື່ຕໍ່ໆໄປ.
ຮຽນແບບໂປໂລໂດຍປູກຝັງນິດໄສທີ່ເຮັດໃຫ້ພະເຢໂຫວາພໍໃຈ
10. ຕາມໂກໂລຊາຍ 3:8-10 ເຮົາຕ້ອງເຮັດຫຍັງຖ້າເຮົາຢາກໃຫ້ພະເຢໂຫວາພໍໃຈ?
10 ຖ້າເຮົາຢາກໃຫ້ພະເຢໂຫວາພໍໃຈ ເຮົາຕ້ອງປູກຝັງນິດໄສທີ່ເພິ່ນມັກ. ອັກຄະສາວົກໂປໂລຂຽນວ່າ ເຮົາຕ້ອງ “ຖິ້ມນິດໄສເກົ່າ . . . ແລ້ວໃຫ້ປ່ຽນນິດໄສໃໝ່ທີ່ມາຈາກພະເຈົ້າ.” (ອ່ານໂກໂລຊາຍ 3:8-10) ມັນຕ້ອງໃຊ້ເວລາແລະຄວາມພະຍາຍາມເພື່ອຈະປ່ຽນແປງນິດໄສຂອງເຮົາ. ຂໍໃຫ້ເບິ່ງເລື່ອງຂອງໂປໂລ. ຕັ້ງແຕ່ຍັງໜຸ່ມ ໂປໂລພະຍາຍາມແທ້ໆທີ່ຈະເຮັດໃຫ້ພະເຈົ້າພໍໃຈ. (ຄລຕ. 1:14; ຟລປ. 3:4, 5) ແຕ່ຍ້ອນລາວບໍ່ເຂົ້າໃຈວ່າຄວາມຕ້ອງການຂອງພະເຢໂຫວາເປັນແນວໃດ ລາວຈຶ່ງບໍ່ໄດ້ນະມັດສະການເພິ່ນໃນແບບທີ່ຖືກຕ້ອງ. ລາວບໍ່ສົນໃຈໃນສິ່ງທີ່ພະເຢຊູສອນ. ນອກຈາກນັ້ນ ລາວຍັງເປັນຄົນຍິ່ງ ແລະ “ເປັນຄົນອວດດີ” ລາວຈຶ່ງບໍ່ໄດ້ປະພຶດໃນແບບທີ່ພະເຈົ້າພໍໃຈ.—1ຕມ. 1:13
11. ໂປໂລຕ້ອງເອົາຊະນະຈຸດອ່ອນຂອງໂຕເອງໃນເລື່ອງໃດ? ຂໍໃຫ້ອະທິບາຍ
11 ກ່ອນເຂົ້າມາເປັນຄລິດສະຕຽນ ໂປໂລເປັນຄົນທີ່ໃຈຮ້າຍງ່າຍ. ໃນປຶ້ມກິດຈະການບອກວ່າໂປໂລໃຈຮ້າຍຫຼາຍໃຫ້ພວກລູກສິດຂອງພະເຢຊູ ລາວ “ຊັງພວກລູກສິດ . . . ແລະຂູ່ວ່າຈະຂ້າເຂົາເຈົ້າ.” (ກຈກ. 9:1) ຫຼັງຈາກເຂົ້າມາເປັນຄລິດສະຕຽນ ໂປໂລຕ້ອງພະຍາຍາມເອົາແທ້ເອົາວ່າທີ່ຈະຖິ້ມນິດໄສເກົ່າ. (ອຟຊ. 4:22, 31) ເຖິງຈະເປັນແນວນັ້ນ ຕອນທີ່ໂປໂລກັບບາຣະນາບາບໍ່ເຫັນດີນຳກັນໃນເລື່ອງໜຶ່ງ ເຂົາເຈົ້າໄດ້ຖຽງກັນ ແລະໂປໂລກໍ “ໃຈຮ້າຍ” ຫຼາຍ. (ກຈກ. 15:37-39) ເຖິງວ່າໂປໂລເຮັດຜິດພາດແບບນັ້ນ ແຕ່ລາວກໍບໍ່ຍອມແພ້. ລາວ “ຕີຮ່າງກາຍຢ່າງໜັກ” ຕໍ່ໆໄປ ເຊິ່ງໝາຍຄວາມວ່າລາວພະຍາຍາມຕໍ່ສູ້ກັບຄວາມບໍ່ສົມບູນແບບຂອງໂຕເອງເພື່ອຈະເຮັດໃຫ້ພະເຢໂຫວາພໍໃຈຢູ່ສະເໝີ.—1ກຣ. 9:27, ໄຂເງື່ອນ
12. ອັນໃດຊ່ວຍໂປໂລໃຫ້ຖິ້ມນິດໄສເກົ່າໄດ້?
12 ໂປໂລຖິ້ມນິດໄສເກົ່າໄດ້ແລະສາມາດປູກຝັງນິດໄສໃໝ່ຍ້ອນລາວບໍ່ໄດ້ເພິ່ງກຳລັງຂອງໂຕເອງ. (ຟລປ. 4:13) ຄືກັບເປໂຕ ໂປໂລເພິ່ງ “ກຳລັງທີ່ມາຈາກພະເຈົ້າ.” (1ປຕ. 4:11) ເຖິງຈະເປັນແນວນັ້ນ ບາງເທື່ອໂປໂລກໍເຮັດຜິດພາດ. ແຕ່ເມື່ອຮູ້ສຶກທໍ້ໃຈ ລາວຄິດເຖິງສິ່ງດີໆທີ່ພະເຢໂຫວາໄດ້ເຮັດເພື່ອລາວ ແລະເລື່ອງນີ້ຊ່ວຍລາວໃຫ້ຕັ້ງໃຈທີ່ຈະພະຍາຍາມປ່ຽນແປງໂຕເອງຕໍ່ໆໄປເພື່ອເຮັດໃຫ້ພະເຢໂຫວາພໍໃຈ.—ຣມ. 7:21-25
13. ເຮົາຈະຮຽນແບບໂປໂລໄດ້ແນວໃດ?
13 ເຮົາສາມາດຮຽນແບບໂປໂລໂດຍຈື່ໄວ້ວ່າບໍ່ວ່າເຮົາຈະຮັບໃຊ້ພະເຢໂຫວາມາດົນສ່ຳໃດກໍຕາມ ເຮົາຍັງຕ້ອງພະຍາຍາມຕໍ່ໆໄປທີ່ຈະຖິ້ມນິດໄສເກົ່າແລະປູກຝັງນິດໄສໃໝ່ທີ່ພະເຢໂຫວາພໍໃຈ. ຖ້າເຮົາເຮັດຜິດພາດ ເຊັ່ນ: ໃຈຮ້າຍຫຼືເວົ້າບໍ່ດີກັບຄົນອື່ນ ເຮົາກໍບໍ່ຄວນຄິດວ່າໂຕເອງລົ້ມເຫຼວ ແຕ່ເຮົາຄວນພະຍາຍາມປ່ຽນແປງຄວາມຄິດແລະການກະທຳຂອງໂຕເອງຕໍ່ໆໄປ. (ຣມ. 12:1, 2; ອຟຊ. 4:24) ເຮົາຕ້ອງຈື່ເລື່ອງໜຶ່ງທີ່ສຳຄັນຫຼາຍ ນັ້ນຄື ຖ້າເຮົາຢາກປັບປຸງນິດໄສຂອງໂຕເອງຕໍ່ໆໄປ ເຮົາຕ້ອງເຂົ້າໃຈຫຼາຍຂຶ້ນວ່າພະເຢໂຫວາຢາກໃຫ້ເຮົາເປັນຄົນແບບໃດ.
ຮຽນແບບດາວິດໂດຍໃຫ້ພະເຢໂຫວາປົກປ້ອງເຈົ້າ
14-15. ພະເຢໂຫວາປົກປ້ອງປະຊາຊົນຂອງເພິ່ນໂດຍວິທີໃດແດ່? (ເພງສັນລະເສີນ 27:5) (ເບິ່ງຮູບໜ້າປົກນຳ)
14 ເພື່ອຈະມີຄວາມສຸກແທ້ ເຮົາຕ້ອງໃຫ້ພະເຢໂຫວາປົກປ້ອງ. ພະເຢໂຫວາປົກປ້ອງເຮົາໃນທາງໃດແດ່? ແລະເຮົາຕ້ອງເຮັດຫຍັງເພື່ອເພິ່ນຈະປົກປ້ອງເຮົາ?
15 ກະສັດດາວິດໝັ້ນໃຈວ່າພະເຢໂຫວາຈະປົກປ້ອງລາວໃນຍາມທີ່ຍາກລຳບາກ. (ອ່ານເພງສັນລະເສີນ 27:5) ໃນທຸກມື້ນີ້ ພະເຢໂຫວາປົກປ້ອງປະຊາຊົນຂອງເພິ່ນແນວໃດ? ເພິ່ນປົກປ້ອງເຮົາຈາກທຸກຄົນແລະຈາກທຸກສິ່ງທີ່ຈະທຳລາຍຄວາມເຊື່ອຂອງເຮົາ. ພະເຢໂຫວາສັນຍາວ່າບໍ່ມີອາວຸດໃດທີ່ສ້າງຂຶ້ນມາຈະທຳຮ້າຍເຮົາໄດ້. (ພສ. 34:7; ອຊຢ. 54:17) ເຖິງວ່າຊາຕານກັບພັກພວກຂອງມັນຈະມີລິດເດດ ແຕ່ພວກມັນກໍບໍ່ສາມາດສ້າງຄວາມເສຍຫາຍຕໍ່ເຮົາຕະຫຼອດໄປໄດ້. ຖ້າພວກມັນເຮັດໃຫ້ເຮົາຕ້ອງຕາຍ ພະເຢໂຫວາກໍຈະປຸກເຮົາໃຫ້ກັບມາມີຊີວິດອີກ. (1ກຣ. 15:55-57; ພນມ. 21:3, 4) ພະເຢໂຫວາຍັງຊ່ວຍເຮົາໃຫ້ຮູ້ວິທີຮັບມືເມື່ອເຮົາຮູ້ສຶກກັງວົນເພື່ອເຮົາຈະຮັບໃຊ້ເພິ່ນຕໍ່ໆໄປໄດ້. (ສພສ. 12:25; ມທ. 6:27-29) ພະເຢໂຫວາໃຫ້ເຮົາມີພີ່ນ້ອງຮ່ວມຄວາມເຊື່ອທີ່ໃຫ້ກຳລັງໃຈແລະຊ່ວຍເຫຼືອເຮົາໃນຍາມທີ່ຍາກລຳບາກ. ນອກຈາກນັ້ນ ພະເຢໂຫວາຍັງໃຫ້ມີຜູ້ເບິ່ງແຍງເພື່ອສອນແລະຊ່ວຍເຮົາໃຫ້ມີຄວາມເຊື່ອເຂັ້ມແຂງຢູ່ສະເໝີ. (ອຊຢ. 32:1, 2) ເມື່ອເຂົ້າຮ່ວມການປະຊຸມ ເຮົາໄດ້ຮຽນຮູ້ວິທີຕ່າງໆທີ່ເຮົາຈະໃຫ້ພະເຢໂຫວາຊ່ວຍແລະປົກປ້ອງເຮົາ.—ຮຣ. 10:24, 25
ພີ່ນ້ອງຍິງຄົນໜຶ່ງໃຫ້ພະເຢໂຫວາປົກປ້ອງລາວໂດຍເຂົ້າຮ່ວມປະຊຸມກັບພີ່ນ້ອງຮ່ວມຄວາມເຊື່ອ (ເບິ່ງຂໍ້ 14-15)
16. ພະເຢໂຫວາປົກປ້ອງດາວິດໂດຍວິທີໃດແດ່?
16 ເມື່ອດາວິດເຊື່ອຟັງພະເຢໂຫວາ ເພິ່ນກໍປົກປ້ອງລາວໂດຍຊ່ວຍລາວໃຫ້ຕັດສິນໃຈຢ່າງຖືກຕ້ອງ ແລະດາວິດກໍມີຄວາມສຸກ. (ສົມທຽບກັບສຸພາສິດ 5:1, 2) ແຕ່ເມື່ອດາວິດບໍ່ເຊື່ອຟັງພະເຢໂຫວາ ລາວກໍເຈິກັບບັນຫາຫຼາຍຢ່າງຍ້ອນຕັດສິນໃຈຜິດພາດ. ພະເຢໂຫວາບໍ່ໄດ້ກຳຈັດຜົນເສຍຫາຍທີ່ເກີດຈາກການຕັດສິນໃຈທີ່ບໍ່ດີຂອງລາວ. (2ຊມ. 12:9, 10) ບາງເທື່ອດາວິດເຈິກັບຄວາມຍາກລຳບາກເຊິ່ງບໍ່ໄດ້ເກີດຈາກຄວາມຜິດທີ່ລາວເຮັດ. ໃນເວລາແບບນັ້ນ ດາວິດອະທິດຖານລະບາຍຄວາມຮູ້ສຶກກັບພະເຢໂຫວາ ແລະພະເຢໂຫວາກໍຊ່ວຍລາວບໍ່ໃຫ້ກັງວົນໂດຍເຮັດໃຫ້ລາວໝັ້ນໃຈວ່າເພິ່ນຮັກລາວຫຼາຍແລະເພິ່ນຈະເບິ່ງແຍງລາວສະເໝີ.—ພສ. 23:1-6
17. ເຮົາຈະຮຽນແບບດາວິດໄດ້ແນວໃດ?
17 ເຮົາຮຽນແບບດາວິດໄດ້ໂດຍອະທິດຖານຫາພະເຢໂຫວາແລະຊອກເບິ່ງວ່າພະເຢໂຫວາມີຄຳແນະນຳແນວໃດເພື່ອຊ່ວຍເຮົາໃຫ້ຕັດສິນໃຈຢ່າງຖືກຕ້ອງ. ເຮົາຄວນຈື່ໄວ້ວ່າບາງເທື່ອເຮົາເຈິກັບຄວາມຍາກລຳບາກບໍ່ແມ່ນຍ້ອນພະເຢໂຫວາບໍ່ປົກປ້ອງເຮົາ ແຕ່ເປັນຍ້ອນເຮົາຕັດສິນໃຈຜິດພາດ. (ຄລຕ. 6:7, 8) ເມື່ອເຮົາເຈິກັບຄວາມຍາກລຳບາກເຊິ່ງບໍ່ໄດ້ເກີດຈາກຄວາມຜິດທີ່ເຮົາເຮັດ ເຮົາສາມາດອະທິດຖານລະບາຍຄວາມຮູ້ສຶກກັບພະເຢໂຫວາແລະໝັ້ນໃຈວ່າເພິ່ນຈະປອບໂຍນເຮົາແລະຊ່ວຍເຮົາໃຫ້ຮູ້ວ່າເພິ່ນຮັກເຮົາ.—ຟລປ. 4:6, 7
ໃຫ້ເພິ່ງການຊີ້ນຳຈາກພະເຢໂຫວາຕໍ່ໆໄປ
18. (ກ) ຫຼາຍຄົນໃນທຸກມື້ນີ້ຄິດແນວໃດກ່ຽວກັບການໃຫ້ພະເຈົ້າຊີ້ນຳ? (ຂ) ເຮົາຕ້ອງເຮັດຫຍັງຖ້າເຮົາຢາກໃຫ້ພະເຢໂຫວາຊີ້ນຳເຮົາຕໍ່ໆໄປ? (ເບິ່ງຮູບນຳ)
18 ຂໍ້ພະຄຳພີປະຈຳປີ 2026 ບອກວ່າ: “ຄົນທີ່ຮູ້ໂຕວ່າຕ້ອງໃຫ້ພະເຈົ້າຊີ້ນຳກໍມີຄວາມສຸກ.” ຄຳເວົ້ານີ້ຂອງພະເຢຊູຖືກກັບສະພາບການໃນທຸກມື້ນີ້ແທ້ໆ. ເປັນຫຍັງຈຶ່ງເວົ້າແນວນັ້ນ? ຍ້ອນຫຼາຍຄົນໃນທຸກມື້ນີ້ບໍ່ຍອມຮັບວ່າເຂົາເຈົ້າຕ້ອງໃຫ້ພະເຈົ້າຊີ້ນຳ. ບາງຄົນເຊື່ອໃນພະເຈົ້າ ແຕ່ພັດຢາກນະມັດສະການເພິ່ນຕາມວິທີຂອງເຂົາເຈົ້າເອງ. ສ່ວນຄົນອື່ນໆເພິ່ງການຊີ້ນຳຈາກທິດສະດີຂອງມະນຸດ. ການເຮັດແບບນີ້ບໍ່ໄດ້ເຮັດໃຫ້ເຂົາເຈົ້າມີຄວາມສຸກເລີຍ. ເຮົາຕ້ອງບໍ່ເຮັດຄືເຂົາເຈົ້າ. ຄັນຊັ້ນ ເຮົາຕ້ອງເຮັດແນວໃດເພື່ອຈະເພິ່ງພະເຢໂຫວາຢູ່ສະເໝີ? ເຮົາຕ້ອງສຶກສາຄຳພີໄບເບິນຕໍ່ໆໄປ ປູກຝັງນິດໄສໃໝ່ທີ່ພະເຢໂຫວາພໍໃຈ ແລະເຊື່ອຟັງພະເຢໂຫວາແລະໃຫ້ເພິ່ນປົກປ້ອງເຮົາ.
ເຮົາຕ້ອງສຶກສາຄຳພີໄບເບິນຕໍ່ໆໄປ ປູກຝັງນິດໄສທີ່ພະເຢໂຫວາພໍໃຈ ແລະໃຫ້ເພິ່ນປົກປ້ອງເຮົາ (ເບິ່ງຂໍ້ 18)a
ເພງທີ 162 ຄວາມຕ້ອງການທີ່ຈະຮູ້ຈັກພະເຈົ້າ
a ຄຳອະທິບາຍຮູບ: ພີ່ນ້ອງຍິງຄົນດຽວກັນນີ້ (ຈາກຮູບໃນໜ້າກ່ອນ) ເພິ່ງພະເຢໂຫວາໃຫ້ຊີ້ນຳໂດຍສຶກສາຄຳພີໄບເບິນ ເຮັດດີກັບຄົນອື່ນຍ້ອນລາວຢາກປູກຝັງນິດໄສທີ່ພະເຢໂຫວາພໍໃຈ ແລະຍອມຮັບຄວາມຊ່ວຍເຫຼືອຈາກຜູ້ເບິ່ງແຍງທີ່ຊີ້ນຳລາວດ້ວຍຄວາມຮັກ.