ວັນທີ 9-15 ມີນາ 2026
ເພງທີ 45 ສິ່ງທີ່ຄິດຕຶກຕອງໃນໃຈ
ເຈົ້າສາມາດຕໍ່ສູ້ກັບຄວາມຮູ້ສຶກໃນແງ່ລົບໄດ້
“ຈັ່ງແມ່ນຂ້ອຍສົມເພດໂຕເອງເດ້.”—ຣມ. 7:24
ຈຸດສຳຄັນ
ວິທີຮັບມືກັບຄວາມຄິດແລະຄວາມຮູ້ສຶກໃນແງ່ລົບ.
1-2. ບາງເທື່ອອັກຄະສາວົກໂປໂລຮູ້ສຶກແນວໃດ ແລະເຮົາຮູ້ສຶກຄ້າຍຄືກັບລາວແນວໃດ? (ໂຣມ 7:21-24)
ເມື່ອເວົ້າເຖິງອັກຄະສາວົກໂປໂລ ເຈົ້າຄິດເຖິງຫຍັງ? ເຈົ້າຄິດເຖິງລາວວ່າເປັນມິດຊັນນາຣີທີ່ກ້າຫານ ເປັນຄູສອນທີ່ເກັ່ງ ຫຼືເປັນຜູ້ໜຶ່ງທີ່ຂຽນຄຳພີໄບເບິນບໍ? ລາວເປັນແບບນັ້ນແທ້ໆ. ແຕ່ບາງເທື່ອລາວກໍຮູ້ສຶກເສົ້າໃຈ ທໍ້ໃຈ ຫຼືກັງວົນ. ຄືກັບເຮົາໃນທຸກມື້ນີ້ ບາງເທື່ອລາວກໍຕ້ອງຕໍ່ສູ້ກັບຄວາມຮູ້ສຶກໃນແງ່ລົບຄືກັນ.
2 ອ່ານໂຣມ 7:21-24. ໃນຈົດໝາຍທີ່ໂປໂລຂຽນໄປຫາພີ່ນ້ອງຢູ່ເມືອງໂຣມ ລາວໄດ້ເວົ້າເຖິງຄວາມຮູ້ສຶກຂອງໂຕເອງແລະພວກເຮົາຫຼາຍຄົນກໍຮູ້ສຶກຄືກັບລາວ. ເຖິງວ່າໂປໂລເປັນຜູ້ຮັບໃຊ້ທີ່ສັດຊື່ແລະຢາກເຮັດຕາມກົດໝາຍຂອງພະເຈົ້າເຕັມທີ ແຕ່ການເປັນຄົນບໍ່ສົມບູນແບບຈຶ່ງຍາກຫຼາຍສຳລັບລາວທີ່ຈະເຮັດແບບນັ້ນໄດ້ຕະຫຼອດ ຍ້ອນມີການຕໍ່ສູ້ກັນພາຍໃນໂຕລາວລະຫວ່າງການເຮັດຕາມຄວາມຕ້ອງການຂອງພະເຈົ້າກັບການເຮັດຕາມຄວາມຕ້ອງການທີ່ຜິດໆຂອງໂຕເອງ. ນອກຈາກການຕໍ່ສູ້ທີ່ຢູ່ພາຍໃນແບບນີ້ແລ້ວ ບາງເທື່ອໂປໂລຍັງຕ້ອງຕໍ່ສູ້ກັບຄວາມຮູ້ສຶກໃນແງ່ລົບກ່ຽວກັບສິ່ງທີ່ລາວເຄີຍເຮັດໃນອະດີດແລະກ່ຽວກັບບັນຫາໜຶ່ງທີ່ລາວກຳລັງເຈິຢູ່.
3. ເຮົາຈະຮຽນຫຍັງໃນບົດນີ້? (ເບິ່ງ “ການອະທິບາຍຄຳສັບ” ນຳ)
3 ເຖິງວ່າໂປໂລຕ້ອງຕໍ່ສູ້ກັບຄວາມຮູ້ສຶກທີ່ຢູ່ພາຍໃນໂຕລາວ ແຕ່ລາວກໍບໍ່ຍອມໃຫ້ຄວາມຮູ້ສຶກໃນແງ່ລົບaຄວບຄຸມຄວາມຄິດຂອງລາວ. ໃນບົດນີ້ ເຮົາຈະເບິ່ງ 3 ຄຳຖາມຕໍ່ໄປນີ້: (1) ອັນໃດທີ່ເຮັດໃຫ້ໂປໂລຮູ້ສຶກທໍ້ໃຈໃນບາງເທື່ອ? (2) ອັນໃດຊ່ວຍລາວໃຫ້ຮັບມືກັບຄວາມຮູ້ສຶກໃນແງ່ລົບ? ແລະ (3) ເຮົາຈະຕໍ່ສູ້ກັບຄວາມຮູ້ສຶກໃນແງ່ລົບໄດ້ແນວໃດ?
ອັນໃດເຮັດໃຫ້ໂປໂລມີຄວາມຮູ້ສຶກໃນແງ່ລົບ?
4. ອັນໃດເຮັດໃຫ້ໂປໂລມີຄວາມຮູ້ສຶກໃນແງ່ລົບ?
4 ສິ່ງທີ່ໂປໂລເຄີຍເຮັດໃນອະດີດ. ກ່ອນເຂົ້າມາເປັນຄລິດສະຕຽນ ໂປໂລມີອີກຊື່ໜຶ່ງວ່າໂຊໂລ. ລາວໄດ້ເຮັດສິ່ງທີ່ເຮັດໃຫ້ໂຕເອງເສຍໃຈພາຍຫຼັງ. ຕົວຢ່າງເຊັ່ນ: ຕອນທີ່ຊະເຕຟາໂນທີ່ເປັນຜູ້ຮັບໃຊ້ທີ່ສັດຊື່ຖືກດຶກກ້ອນຫີນໃສ່ຈົນຕາຍ ໂຊໂລກໍຢືນເບິ່ງດ້ວຍຄວາມພໍໃຈ. (ກຈກ. 7:58; 8:1) ນອກຈາກນັ້ນ ລາວຍັງເປັນຜູ້ນຳໜ້າໃນການຂົ່ມເຫງຄລິດສະຕຽນຢ່າງໂຫດຮ້າຍ.—ກຈກ. 8:3; 26:9-11
5. ໂປໂລຮູ້ສຶກແນວໃດກ່ຽວກັບສິ່ງທີ່ລາວເຄີຍເຮັດໃນອະດີດ?
5 ຫຼັງຈາກເຂົ້າມາເປັນຄລິດສະຕຽນ ບາງເທື່ອໂປໂລຍັງຮູ້ສຶກຜິດກັບສິ່ງທີ່ລາວເຄີຍເຮັດໃນອະດີດ. ແຮ່ງລາວເຂົ້າມາເປັນຄລິດສະຕຽນດົນເທົ່າໃດ ລາວກໍແຮ່ງອາດຈະຮູ້ສຶກຜິດຫຼາຍເທົ່ານັ້ນກ່ຽວກັບສິ່ງບໍ່ດີທີ່ລາວເຄີຍເຮັດ. ຕົວຢ່າງເຊັ່ນ: ຕອນທີ່ໂປໂລຂຽນຈົດໝາຍສະບັບທຳອິດໄປຫາພີ່ນ້ອງໃນເມືອງໂກຣິນໂທປະມານປີ 55 ລາວເວົ້າວ່າ: “ຂ້ອຍ . . . ບໍ່ສົມຄວນທີ່ຈະຖືກເອີ້ນວ່າອັກຄະສາວົກຊ້ຳ ຍ້ອນຂ້ອຍເຄີຍຂົ່ມເຫງປະຊາຄົມຂອງພະເຈົ້າ.” (1ກຣ. 15:9) ປະມານ 5 ປີຕໍ່ມາ ໃນຈົດໝາຍທີ່ໂປໂລຂຽນໄປຫາພີ່ນ້ອງໃນເມືອງເອເຟໂຊ ລາວເວົ້າເຖິງໂຕເອງວ່າເປັນ “ຄົນທີ່ເບິ່ງຄືຕ່ຳຕ້ອຍທີ່ສຸດໃນພວກຜູ້ບໍລິສຸດ.” (ອຟຊ. 3:8) ຕອນທີ່ຂຽນຈົດໝາຍໄປຫາຕີໂມທຽວ ໂປໂລເວົ້າເຖິງໂຕເອງວ່າລາວເຄີຍເປັນຄົນ “ໝິ່ນປະໝາດພະເຈົ້າ ຂົ່ມເຫງຄົນຂອງເພິ່ນ ແລະເປັນຄົນອວດດີ.” (1ຕມ. 1:13) ໃຫ້ຄິດເບິ່ງວ່າໂປໂລຊິຮູ້ສຶກແນວໃດຕອນທີ່ໄປຢາມປະຊາຄົມຕ່າງໆແລະເຈິກັບຄົນທີ່ລາວເຄີຍຂົ່ມເຫງຫຼືຄົນໃນຄອບຄົວຂອງຄົນເຫຼົ່ານັ້ນ.
6. ມີຫຍັງອີກທີ່ເຮັດໃຫ້ໂປໂລທຸກໃຈຫຼາຍ? (ເບິ່ງໄຂເງື່ອນນຳ)
6 ໜາມຢູ່ໃນຮ່າງກາຍ. ໂປໂລສົມທຽບສິ່ງທີ່ເຮັດໃຫ້ລາວທຸກໃຈຫຼາຍວ່າເປັນຄືກັບ “ໜາມຢູ່ໃນຮ່າງກາຍ.” (2ກຣ. 12:7) ໂປໂລບໍ່ໄດ້ບອກວ່າອັນໃດທີ່ເຮັດໃຫ້ລາວເຈັບປວດແບບນັ້ນ ມັນອາດຈະເປັນບັນຫາດ້ານສຸຂະພາບ ບັນຫາທາງອາລົມ ຫຼືສິ່ງອື່ນ.b
7. ເປັນຫຍັງຈຶ່ງຍາກສຳລັບໂປໂລທີ່ຈະເຮັດສິ່ງທີ່ຖືກຕ້ອງຢູ່ສະເໝີ? (ໂຣມ 7:18, 19)
7 ຄວາມບໍ່ສົມບູນແບບ. ໂປໂລຕ້ອງຕໍ່ສູ້ກັບຄວາມບໍ່ສົມບູນແບບຂອງໂຕເອງ. (ອ່ານໂຣມ 7:18, 19) ເຖິງວ່າລາວຢາກເຮັດສິ່ງທີ່ຖືກຕ້ອງ ແຕ່ຄວາມບໍ່ສົມບູນແບບເຮັດໃຫ້ເປັນເລື່ອງຍາກທີ່ລາວຈະເຮັດຕາມທີ່ຕັ້ງໃຈໄວ້. ລາວຍອມຮັບວ່າພາຍໃນໂຕລາວມີການຕໍ່ສູ້ກັນຕະຫຼອດລະຫວ່າງຄວາມຕ້ອງການທີ່ຈະເຮັດສິ່ງທີ່ຜິດແລະຄວາມຕ້ອງການທີ່ຈະເຮັດສິ່ງທີ່ຖືກຕ້ອງ. ແຕ່ລາວກໍພະຍາຍາມຫຼາຍແທ້ໆທີ່ຈະເຮັດສິ່ງທີ່ຖືກຕ້ອງແລະປັບປຸງໂຕເອງໃຫ້ດີຂຶ້ນ. (1ກຣ. 9:27) ເຖິງຈະເປັນແນວນັ້ນ ລາວກໍຍັງເຮັດຜິດພາດຢູ່ ແລະເມື່ອລາວສະແດງນິດໄສທີ່ບໍ່ດີອອກມາ ລາວຄືຊິຜິດຫວັງກັບໂຕເອງຫຼາຍ.
ໂປໂລຮັບມືກັບຄວາມຮູ້ສຶກໃນແງ່ລົບແນວໃດ?
8. ຈາກຈົດໝາຍທີ່ໂປໂລຂຽນ ລາວຈັດການກັບຈຸດອ່ອນຂອງໂຕເອງແນວໃດ?
8 ຕາມຈົດໝາຍທີ່ໂປໂລຂຽນ ລາວຄິດຕຶກຕອງເຖິງວິທີທີ່ລາວແລະພີ່ນ້ອງຮ່ວມຄວາມເຊື່ອສາມາດຕໍ່ສູ້ແລະເອົາຊະນະຄວາມຕ້ອງການທີ່ຜິດໆໄດ້ດ້ວຍຄວາມຊ່ວຍເຫຼືອຈາກພະລັງຂອງພະເຈົ້າ. (ຣມ. 8:13; ຄລຕ. 5:16, 17) ໂປໂລມັກເວົ້າເຖິງຄວາມຕ້ອງການທີ່ຜິດໆແລະຄວາມຕ້ອງການທີ່ຄລິດສະຕຽນຄວນຕໍ່ສູ້ເພື່ອຈະເຮັດໃຫ້ພະເຢໂຫວາພໍໃຈ. (ຄລຕ. 5:19-21, 26) ແນ່ນອນວ່າໂປໂລໄດ້ຄິດເຖິງຈຸດອ່ອນຂອງໂຕເອງ ຊອກຫາຄຳແນະນຳໃນພະຄຳພີ ແລະເບິ່ງວ່າມີວິທີໃດແດ່ທີ່ລາວເຮັດໄດ້ເພື່ອຈັດການກັບຈຸດອ່ອນຂອງໂຕເອງ. ເຮົາໝັ້ນໃຈວ່າໂປໂລໄດ້ເຮັດຕາມຄຳແນະນຳທີ່ລາວໃຫ້ຄົນອື່ນ.
9-10. ມີຫຍັງແດ່ທີ່ຊ່ວຍໂປໂລໃຫ້ຕໍ່ສູ້ກັບຄວາມຮູ້ສຶກໃນແງ່ລົບ? (ເອເຟໂຊ 1:7) (ເບິ່ງຮູບນຳ)
9 ເຖິງວ່າບາງເທື່ອໂປໂລຮູ້ສຶກທໍ້ໃຈ ແຕ່ກໍມີຫຼາຍສິ່ງທີ່ຊ່ວຍລາວໃຫ້ມີຄວາມສຸກ. ຕົວຢ່າງເຊັ່ນ: ລາວມີຄວາມສຸກທີ່ໄດ້ຍິນເລື່ອງດີໆກ່ຽວກັບປະຊາຄົມຕ່າງໆຈາກໝູ່ທີ່ຮັບໃຊ້ນຳກັນກັບລາວທີ່ມາເລົ່າໃຫ້ລາວຟັງ. (2ກຣ. 7:6, 7) ສາຍສຳພັນທີ່ລາວມີຕໍ່ພີ່ນ້ອງຮ່ວມຄວາມເຊື່ອເຮັດໃຫ້ລາວມີຄວາມສຸກ. (2ຕມ. 1:4) ໂປໂລມີຄວາມສຸກຍ້ອນລາວມີສາຍສຳພັນທີ່ໃກ້ຊິດກັບພະເຢໂຫວາ ແລະລາວຮູ້ວ່າລາວສາມາດຮັບໃຊ້ເພິ່ນໂດຍ “ບໍ່ມີຫຍັງລົບກວນໃຈຮູ້ຜິດຮູ້ຖືກ” ຂອງລາວ. (2ຕມ. 1:3) ແມ່ນແຕ່ຕອນທີ່ໂປໂລຕິດຄຸກຢູ່ເມືອງໂຣມ ລາວບອກພີ່ນ້ອງຮ່ວມຄວາມເຊື່ອ “ໃຫ້ມີຄວາມສຸກສະເໝີທີ່ໄດ້ຮັບໃຊ້ຜູ້ເປັນນາຍ.” (ຟລປ. 4:4) ຄຳເວົ້າຂອງໂປໂລຟັງແລ້ວບໍ່ຄືກັບຄຳເວົ້າຂອງຄົນທີ່ພະຍາຍາມຕໍ່ສູ້ກັບຄວາມຄິດໃນແງ່ລົບ. ເຫັນໄດ້ແຈ້ງວ່າເມື່ອໂປໂລມີຄວາມຄິດໃນແງ່ລົບທີ່ເຮັດໃຫ້ລາວທໍ້ໃຈ ລາວພະຍາຍາມປ່ຽນໄປຄິດເຖິງສິ່ງທີ່ເຮັດໃຫ້ລາວມີຄວາມສຸກຄວາມຍິນດີ.
10 ໂປໂລຍັງສາມາດຕໍ່ສູ້ກັບຄວາມຮູ້ສຶກໃນແງ່ລົບໄດ້ ຍ້ອນລາວເຊື່ອວ່າຄ່າໄຖ່ຂອງພະເຢຊູເປັນຂອງຂວັນທີ່ພະເຢໂຫວາໃຫ້ລາວເປັນສ່ວນໂຕ. (ຄລຕ. 2:20; ອ່ານເອເຟໂຊ 1:7) ຍ້ອນແນວນີ້ ລາວຈຶ່ງໝັ້ນໃຈເຕັມທີວ່າພະເຢໂຫວາໄດ້ຍົກໂທດໃຫ້ລາວຜ່ານທາງຄ່າໄຖ່ຂອງພະເຢຊູ. (ຣມ. 7:24, 25) ເຖິງວ່າໂປໂລເປັນຄົນບໍ່ສົມບູນແບບແລະເຄີຍເຮັດຜິດຮ້າຍແຮງໃນອະດີດ ແຕ່ລາວກໍສາມາດ “ເຮັດວຽກຮັບໃຊ້ທີ່ສັກສິດ” ໃຫ້ພະເຢໂຫວາຕໍ່ໆໄປຢ່າງມີຄວາມສຸກ.—ຮຣ. 9:12-14
ເຖິງວ່າບາງເທື່ອໂປໂລຮູ້ສຶກຜິດເມື່ອຄິດເຖິງສິ່ງທີ່ລາວເຄີຍເຮັດໃນອະດີດແຕ່ການຄິດຕຶກຕອງໃນເລື່ອງຄ່າໄຖ່ຂອງພະເຢຊູຊ່ວຍລາວໃຫ້ຕໍ່ສູ້ກັບຄວາມຮູ້ສຶກໃນແງ່ລົບໄດ້ (ເບິ່ງຂໍ້ 9-10)
11. ເປັນຫຍັງຕົວຢ່າງຂອງໂປໂລຈຶ່ງໃຫ້ກຳລັງໃຈເຮົາ?
11 ຄືກັບໂປໂລ ເຮົາອາດຮູ້ສຶກວ່າມີສິ່ງທີ່ກຳລັງຕໍ່ສູ້ກັນຢູ່ພາຍໃນໂຕເຮົາຕະຫຼອດເຊິ່ງອາດຈະແມ່ນສິ່ງທີ່ເຮົາຄິດ ສິ່ງທີ່ເຮົາເວົ້າ ຫຼືສິ່ງທີ່ເຮົາເຮັດ. ສະນັ້ນ ເຮົາອາດຮູ້ສຶກທໍ້ໃຈຫຼາຍເປັນບາງເທື່ອທີ່ບໍ່ສາມາດເຮັດໃຫ້ພະເຢໂຫວາພໍໃຈໄດ້ເຕັມທີ. ພີ່ນ້ອງຍິງຊື່ເອລິຊ້າcອາຍຸ 26 ປີເວົ້າເຖິງຄວາມຮູ້ສຶກຂອງໂຕເອງວ່າ: “ການຄິດເຖິງເລື່ອງຂອງໂປໂລໃຫ້ກຳລັງໃຈຂ້ອຍຫຼາຍ. ຂ້ອຍຮູ້ສຶກໂລ່ງໃຈທີ່ບໍ່ໄດ້ມີແຕ່ຂ້ອຍຄົນດຽວທີ່ຮູ້ສຶກຈັ່ງຊັ້ນ. ເລື່ອງນີ້ເຕືອນຂ້ອຍວ່າພະເຢໂຫວາຮູ້ວ່າຜູ້ຮັບໃຊ້ຂອງເພິ່ນກຳລັງເຈິກັບຫຍັງ.” ຄືກັບໂປໂລ ເຮົາຈະເຮັດຫຍັງເພື່ອຈະມີໃຈຮູ້ຜິດຮູ້ຖືກທີ່ສະອາດແລະມີຄວາມສຸກຢູ່ສະເໝີເຖິງວ່າຈະມີຄວາມຮູ້ສຶກໃນແງ່ລົບ?
ເຮົາຈະຕໍ່ສູ້ກັບຄວາມຮູ້ສຶກໃນແງ່ລົບໄດ້ແນວໃດ?
12. ການເຮັດສິ່ງທີ່ຊ່ວຍເຮົາໃຫ້ສະໜິດກັບພະເຢໂຫວາຫຼາຍຂຶ້ນຊ່ວຍເຮົາແນວໃດໃຫ້ຕໍ່ສູ້ກັບຄວາມຮູ້ສຶກໃນແງ່ລົບ?
12 ເຮົາຕ້ອງເຮັດສິ່ງທີ່ຈະຊ່ວຍເຮົາໃຫ້ສະໜິດກັບພະເຢໂຫວາຫຼາຍຂຶ້ນຕໍ່ໆໄປ. ເມື່ອເຮົາເຮັດສິ່ງເຫຼົ່ານີ້ເປັນປະຈຳ ເຮົາກໍຈະຮັກສາຄວາມຄິດໃນແງ່ບວກໄວ້ໄດ້. ເຮົາສາມາດສົມທຽບການເຮັດສິ່ງເຫຼົ່ານີ້ກັບການເບິ່ງແຍງສຸຂະພາບເພື່ອເຮົາຈະມີສຸຂະພາບທີ່ແຂງແຮງ. ເມື່ອເຮົາກິນອາຫານທີ່ມີປະໂຫຍດ ອອກກຳລັງກາຍເປັນປະຈຳ ແລະນອນໃຫ້ພຽງພໍ ເຮົາກໍຈະຮູ້ສຶກດີ. ຄ້າຍຄືກັນ ເຮົາທຸກຄົນເຫັນວ່າເຮົາຮູ້ສຶກດີເມື່ອເຮົາອ່ານຄຳພີໄບເບິນທຸກມື້ ກຽມການປະຊຸມ ເຂົ້າຮ່ວມປະຊຸມແລະອອກຄວາມຄິດເຫັນ ແລະໄປປະກາດ. ການເຮັດສິ່ງທີ່ດີເຫຼົ່ານີ້ຊ່ວຍເຮົາໃຫ້ຮັບມືກັບຄວາມຄິດໃນແງ່ລົບໄດ້.—ຣມ. 12:11, 12
13-14. ພີ່ນ້ອງບາງຄົນຮູ້ສຶກແນວໃດເມື່ອເຮັດສິ່ງທີ່ຊ່ວຍເຂົາເຈົ້າໃຫ້ສະໜິດກັບພະເຢໂຫວາຕໍ່ໆໄປ?
13 ໃຫ້ເຮົາມາເບິ່ງເລື່ອງຂອງພີ່ນ້ອງຈອນ. ຕອນທີ່ລາວອາຍຸ 39 ປີ ທ່ານໝໍກວດພົບວ່າລາວເປັນມະເຮັງຊະນິດທີ່ຄົນບໍ່ຄ່ອຍເປັນ. ທຳອິດ ລາວຮູ້ສຶກຢ້ານແລະກັງວົນຫຼາຍ. ລາວຕົກໃຈແລະບໍ່ເຊື່ອວ່າລາວເປັນພະຍາດນີ້ໄດ້ແນວໃດທັງໆທີ່ຍັງໜຸ່ມ. ຕອນນັ້ນ ລູກຊາຍຂອງລາວຫາກໍໄດ້ 3 ປີ. ອັນໃດຊ່ວຍພີ່ນ້ອງຈອນໃຫ້ຮັບມືກັບຄວາມຮູ້ສຶກໃນແງ່ລົບ? ລາວເວົ້າວ່າ: “ເຖິງວ່າຂ້ອຍຮູ້ສຶກເມື່ອຍຫຼາຍ ແຕ່ຄອບຄົວຂອງເຮົາກໍເຂົ້າຮ່ວມການປະຊຸມທຸກລາຍການ ໄປປະກາດທຸກອາທິດ ແລະນະມັດສະການປະຈຳຄອບຄົວທຸກອາທິດ. ພວກເຮົາເຮັດສິ່ງເຫຼົ່ານີ້ແມ່ນແຕ່ຕອນທີ່ມັນຍາກຫຼາຍ.” ເມື່ອເບິ່ງຄືນຫຼັງ ພີ່ນ້ອງຈອນເວົ້າຕື່ມວ່າ: “ຫຼັງຈາກຄວາມຕົກໃຈຄ່ອຍໆຫຼຸດລົງ ຄວາມຄິດທີ່ລົບກວນໃຈກໍຖືກປ່ຽນແທນດ້ວຍຄວາມຮັກແລະກຳລັງທີ່ມາຈາກພະເຢໂຫວາ. ພະເຢໂຫວາສາມາດຊ່ວຍເຈົ້າໃຫ້ເຂັ້ມແຂງຄືກັບທີ່ເພິ່ນໄດ້ຊ່ວຍຂ້ອຍ.”
14 ພີ່ນ້ອງເອລິຊ້າທີ່ເວົ້າເຖິງກ່ອນໜ້ານີ້ເວົ້າວ່າ: “ທຸກເທື່ອທີ່ຂ້ອຍເຂົ້າຮ່ວມການປະຊຸມແລະສຶກສາສ່ວນໂຕ ສິ່ງເຫຼົ່ານີ້ເຕືອນຂ້ອຍວ່າພະເຢໂຫວາຟັງຄຳອະທິດຖານຂອງຂ້ອຍແລະເພິ່ນຮັກຂ້ອຍຫຼາຍແທ້ໆ. ເລື່ອງນີ້ເຮັດໃຫ້ຂ້ອຍມີຄວາມສຸກຫຼາຍ.” ພີ່ນ້ອງໂນລັນທີ່ເປັນຜູ້ເບິ່ງແຍງໝວດຢູ່ອາຟຣິກາເວົ້າເຖິງສິ່ງທີ່ຊ່ວຍລາວກັບພີ່ນ້ອງໄດແອນເມຍຂອງລາວວ່າ: “ເຮົາອະທິດຖານທຸກມື້ ສຶກສາຄຳພີໄບເບິນ ເຂົ້າຮ່ວມການປະຊຸມທຸກລາຍການ ແລະໄປປະກາດເປັນປະຈຳແມ່ນແຕ່ຕອນທີ່ເຮົາຮູ້ສຶກທໍ້ໃຈ. ພະເຢໂຫວາເຮັດໃຫ້ເຮົາເຫັນສະເໝີວ່າເພິ່ນກຳລັງຊ່ວຍເຮົາໃຫ້ມີຄວາມຄິດທີ່ຖືກຕ້ອງ. ເມື່ອເຮົາທໍ້ໃຈ ເຮົາພະຍາຍາມຈື່ໄວ້ຕະຫຼອດວ່າພະເຢໂຫວາຈະຊ່ວຍແລະອວຍພອນເຮົາ. ເຮົາບໍ່ຮູ້ວ່າເພິ່ນຈະເຮັດສິ່ງເຫຼົ່ານີ້ໂດຍວິທີໃດ ແຕ່ເຮົາໝັ້ນໃຈວ່າເພິ່ນຈະເຮັດແນ່ນອນ.”
15. ເຮົາອາດຕ້ອງເຮັດຫຍັງເພື່ອຈະເອົາຊະນະຄວາມຄິດໃນແງ່ລົບ? ຂໍໃຫ້ຍົກຕົວຢ່າງ
15 ຖ້າເຮົາຍັງມີຄວາມຮູ້ສຶກໃນແງ່ລົບ ນອກຈາກອະທິດຖານ ສຶກສາຄຳພີໄບເບິນ ເຂົ້າຮ່ວມການປະຊຸມ ແລະໄປປະກາດແລ້ວ ເຮົາອາດຕ້ອງໄດ້ເຮັດບາງຢ່າງຕື່ມອີກ. ຕົວຢ່າງເຊັ່ນ: ສົມມຸດວ່າເຈົ້າເລີ່ມຮູ້ສຶກເຈັບຫຼັງ ການນວດອາດຊ່ວຍໄດ້ ແຕ່ຖ້າເຈົ້າຢາກເຊົາ ເຈົ້າອາດຕ້ອງໄດ້ເຮັດຫຼາຍກວ່ານັ້ນ. ເພື່ອຈະຮູ້ສາເຫດວ່າເປັນຫຍັງເຈົ້າຈຶ່ງເຈັບຫຼັງ ເຈົ້າອາດຕ້ອງຊອກຫາຂໍ້ມູນຫຼືປຶກສາກັບທ່ານໝໍ. ຄ້າຍຄືກັນ ເພື່ອຈະຮັບມືກັບຄວາມຮູ້ສຶກໃນແງ່ລົບໄດ້ ເຮົາອາດຕ້ອງຄົ້ນຄວ້າເບິ່ງຫຼັກການໃນຄຳພີໄບເບິນແລະໃນປຶ້ມຕ່າງໆຂອງອົງການ ແລະລົມກັບພີ່ນ້ອງຜູ້ທີ່ຈະໃຫ້ຄຳແນະນຳທີ່ດີກັບເຮົາໃນເລື່ອງນັ້ນໄດ້. ໃຫ້ເຮົາມາເບິ່ງຄຳແນະນຳບາງຢ່າງທີ່ຊ່ວຍເຮົາໄດ້.
16. ອັນໃດຈະຊ່ວຍເຈົ້າໃຫ້ຮູ້ວ່າເປັນຫຍັງເຈົ້າຈຶ່ງມີຄວາມຄິດໃນແງ່ລົບ? (ເພງສັນລະເສີນ 139:1-4, 23, 24)
16 ອະທິດຖານຂໍໃຫ້ພະເຢໂຫວາຊ່ວຍເຈົ້າໃຫ້ຮູ້ຄວາມຈຳເປັນຂອງໂຕເອງ. ກະສັດດາວິດຮູ້ວ່າພະເຢໂຫວາຮູ້ຈັກລາວດີ. ລາວຈຶ່ງອະທິດຖານຂໍໃຫ້ພະເຢໂຫວາຊ່ວຍລາວໃຫ້ຮູ້ວ່າອັນໃດທີ່ເຮັດໃຫ້ລາວ “ອຸກໃຈ.” (ອ່ານເພງສັນລະເສີນ 139:1-4, 23, 24) ເຮົາກໍສາມາດອະທິດຖານຂໍໃຫ້ພະເຢໂຫວາຊ່ວຍເຮົາໃຫ້ຮູ້ວ່າເປັນຫຍັງເຮົາຈຶ່ງມີຄວາມຄິດໃນແງ່ລົບແລະຂໍເພິ່ນຊ່ວຍເຮົາໃຫ້ຮູ້ວິທີຈັດການກັບມັນ. ເຈົ້າອາດຖາມໂຕເອງວ່າ: ‘ອັນໃດທີ່ເປັນສາເຫດຫຼັກທີ່ເຮັດໃຫ້ຂ້ອຍມີຄວາມຄິດໃນແງ່ລົບ? ມີຫຍັງທີ່ເຮັດໃຫ້ຂ້ອຍຄິດໃນແງ່ລົບ? ຕອນທີ່ຄິດໃນແງ່ລົບ ຂ້ອຍພະຍາຍາມປ່ຽນໄປຄິດເລື່ອງອື່ນເພື່ອຈະເຮັດໃຫ້ຮູ້ສຶກດີຂຶ້ນບໍ?
17. ມີເລື່ອງຫຍັງແດ່ທີ່ເຈົ້າສາມາດສຶກສາເພື່ອຊ່ວຍເຈົ້າໃຫ້ຄິດເຖິງສິ່ງທີ່ໃຫ້ກຳລັງໃຈ? (ເບິ່ງຮູບນຳ)
17 ປັບການສຶກສາສ່ວນໂຕຂອງເຈົ້າໃຫ້ເໝາະກັບຄວາມຈຳເປັນຂອງໂຕເອງ. ບາງເທື່ອການສຶກສາຄຸນລັກສະນະບາງຢ່າງຂອງພະເຢໂຫວາອາດເປັນປະໂຫຍດຕໍ່ເຈົ້າ. ຕົວຢ່າງເຊັ່ນ: ອັກຄະສາວົກໂປໂລໄດ້ຮັບປະໂຫຍດຫຼາຍຈາກການຄິດຕຶກຕອງເລື່ອງຄ່າໄຖ່ຂອງພະເຢຊູແລະເລື່ອງການໃຫ້ອະໄພຂອງພະເຢໂຫວາ. ເຈົ້າກໍເຮັດແບບນັ້ນໄດ້ຄືກັນ. ໃຫ້ໃຊ້ປຶ້ມຄູ່ມືຄົ້ນຄວ້າສຳລັບພະຍານພະເຢໂຫວາ ແລະບົດຄວາມຕ່າງໆໃນປຶ້ມຂອງອົງການຫຼືໃນເວັບໄຊ jw.org ທີ່ເວົ້າເຖິງຄຸນລັກສະນະຕ່າງໆຂອງພະເຢໂຫວາ ເຊັ່ນ: ຄວາມເມດຕາ ການໃຫ້ອະໄພ ແລະຄວາມຮັກທີ່ໝັ້ນຄົງ. ເມື່ອເຈິບົດຄວາມທີ່ເປັນປະໂຫຍດຕໍ່ເຈົ້າ ໃຫ້ຈົດຊື່ບົດຄວາມເຫຼົ່ານັ້ນໄວ້. ຈາກນັ້ນ ໃຫ້ຕິດມັນໄວ້ໃນບ່ອນທີ່ເຈົ້າຈະເຫັນໄດ້ງ່າຍ ແລະຄົ້ນຄວ້າບົດຄວາມເຫຼົ່ານັ້ນເມື່ອເຈົ້າເລີ່ມຄິດໃນແງ່ລົບ. ໃຫ້ພະຍາຍາມຄິດເບິ່ງວ່າຈະເອົາສິ່ງທີ່ໄດ້ຮຽນໄປໃຊ້ກັບສະພາບການຂອງເຈົ້າແນວໃດ.—ຟລປ. 4:8
ເລືອກສຶກສາບົດຄວາມທີ່ຈະຊ່ວຍເຈົ້າໃຫ້ເອົາຊະນະຄວາມຄິດໃນແງ່ລົບໄດ້ (ເບິ່ງຂໍ້ 17)
18. ພີ່ນ້ອງບາງຄົນສຶກສາຫຍັງເຊິ່ງເປັນປະໂຫຍດຕໍ່ເຂົາເຈົ້າ?
18 ພີ່ນ້ອງເອລິຊ້າທີ່ເວົ້າເຖິງກ່ອນໜ້ານີ້ໄດ້ເອົາເລື່ອງຂອງໂຢບມາເປັນຫົວຂໍ້ໃນການສຶກສາສ່ວນໂຕ. ລາວເວົ້າວ່າ: “ຂ້ອຍເຈິບັນຫາຫຼາຍຢ່າງໃນເວລາດຽວກັນ. ສະນັ້ນ ຂ້ອຍຈຶ່ງສຶກສາເລື່ອງຂອງໂຢບ. ລາວເຈິເລື່ອງຮ້າຍໆຫຼາຍຢ່າງແລະທໍ້ໃຈຫຼາຍ. ເຖິງວ່າໂຢບບໍ່ຮູ້ວ່າເປັນຫຍັງລາວຈຶ່ງເຈິເລື່ອງຮ້າຍໆແບບນັ້ນ ແຕ່ລາວກໍເພິ່ງພະເຢໂຫວາໃຫ້ຊ່ວຍລາວຕໍ່ໆໄປ.” (ໂຢບ 42:1-6) ພີ່ນ້ອງໄດແອນທີ່ເວົ້າເຖິງກ່ອນໜ້ານີ້ເວົ້າວ່າ: “ຂ້ອຍກັບຜົວໃຊ້ປຶ້ມໃຫ້ໃກ້ຊິດກັບພະເຢໂຫວາເພື່ອສຶກສານຳກັນ. ເຮົາຂອບໃຈພະເຢໂຫວາຫຼາຍແທ້ໆທີ່ຊ່ວຍເຮົາໃຫ້ມີຄຸນລັກສະນະຄືກັບພະເຢໂຫວາຫຼາຍຂຶ້ນ. ເມື່ອເຮົາທໍ້ໃຈຍ້ອນຄວາມຜິດທີ່ເຮົາເຮັດ ເຮົາຈະຈື່ໄວ້ສະເໝີວ່າພະເຢໂຫວາກຳລັງສອນເຮົາແລະກຳລັງຊ່ວຍເຮົາໃຫ້ເປັນຄົນທີ່ດີຂຶ້ນ. ເລື່ອງນີ້ຊ່ວຍເຮົາໃຫ້ສະໜິດກັບພະເຢໂຫວາຫຼາຍຂຶ້ນ.”—ອຊຢ. 64:8
ເບິ່ງໄປທີ່ອະນາຄົດດ້ວຍຄວາມໝັ້ນໃຈ
19. ບາງເທື່ອເຮົາຮູ້ສຶກແນວໃດ ແຕ່ເຮົາໝັ້ນໃຈໄດ້ໃນເລື່ອງຫຍັງ?
19 ເຖິງວ່າເຮົາເຮັດຕາມຄຳແນະນຳທຸກຢ່າງທີ່ຢູ່ໃນບົດນີ້ແລ້ວ ແຕ່ບາງເທື່ອເຮົາອາດຈະຍັງມີຄວາມຄິດແລະຄວາມຮູ້ສຶກໃນແງ່ລົບຢູ່. ບາງມື້ເຮົາອາດເຖິງຂັ້ນທໍ້ໃຈຫຼາຍຊ້ຳ! ແຕ່ດ້ວຍຄວາມຊ່ວຍເຫຼືອຈາກພະເຢໂຫວາ ເຮົາຈະບໍ່ຈົມຢູ່ກັບຄວາມຮູ້ສຶກໃນແງ່ລົບໄປຕະຫຼອດ. ເຮົາໝັ້ນໃຈໄດ້ວ່າເຮົາສາມາດມີຄວາມສຸກກັບຊີວິດໄດ້ເກືອບທຸກມື້ຍ້ອນເຮົາມີໃຈຮູ້ຜິດຮູ້ຖືກທີ່ສະອາດ ມີສາຍສຳພັນທີ່ດີກັບພະເຢໂຫວາ ແລະຮູ້ວ່າເພິ່ນພໍໃຈໃນສິ່ງທີ່ເຮົາເຮັດເພື່ອເພິ່ນ.
20. ເຈົ້າຕັ້ງໃຈທີ່ຈະເຮັດຫຍັງ?
20 ຂໍໃຫ້ເຮົາຕັ້ງໃຈທີ່ຈະບໍ່ປ່ອຍໃຫ້ຄວາມຮູ້ສຶກໃນແງ່ລົບກ່ຽວກັບສິ່ງທີ່ເຮົາເຄີຍເຮັດຜິດພາດໃນອະດີດ ບັນຫາຂອງເຮົາ ຫຼືຄວາມບໍ່ສົມບູນແບບຂອງເຮົາມາເຮັດໃຫ້ເຮົາບໍ່ມີຄວາມສຸກໃນຊີວິດ. ດ້ວຍຄວາມຊ່ວຍເຫຼືອຈາກພະເຢໂຫວາ ເຮົາສາມາດຄວບຄຸມຄວາມຮູ້ສຶກໃນແງ່ລົບໄດ້. (ພສ. 143:10) ເຮົາລໍຖ້າທີ່ຈະໄດ້ຢູ່ໃນໂລກໃໝ່ເຊິ່ງຕອນນັ້ນຈະບໍ່ເປັນເລື່ອງຍາກອີກຕໍ່ໄປທີ່ເຮົາຈະຄິດໃນແງ່ບວກຢູ່ສະເໝີ. ທຸກໆເຊົ້າເຮົາຈະຕື່ນຂຶ້ນມາແລ້ວບໍ່ຕ້ອງກັງວົນກ່ຽວກັບເລື່ອງຫຍັງເລີຍ ແລະເຮົາຈະຮັບໃຊ້ພະເຢໂຫວາພະເຈົ້າທີ່ເຮົາຮັກຢ່າງມີຄວາມສຸກ.
ເພງທີ 34 ສັດຊື່ຕໍ່ພະເຈົ້າສະເໝີ
a ການອະທິບາຍຄຳສັບ: ໃນບົດນີ້ ຄຳວ່າ “ຄວາມຮູ້ສຶກໃນແງ່ລົບ” ໝາຍເຖິງຄວາມຮູ້ສຶກເສຍໃຈແລະຄວາມກັງວົນທີ່ເຮົາມີໃນບາງເທື່ອ ແຕ່ບໍ່ໄດ້ໝາຍເຖິງອາການຊຶມເສົ້າເປັນເວລາດົນເຊິ່ງເປັນບັນຫາສຸຂະພາບທີ່ຮ້າຍແຮງແລະຕ້ອງໄດ້ໄປຫາໝໍ.
b ຈົດໝາຍຂອງໂປໂລເຮັດໃຫ້ເຮົາຮູ້ວ່າລາວມີບັນຫາທາງສາຍຕາເຊິ່ງເຮັດໃຫ້ຍາກຫຼາຍສຳລັບລາວທີ່ຈະຂຽນຈົດໝາຍແລະໄປປະກາດ. (ຄລຕ. 4:15; 6:11) ຫຼືໂປໂລອາດກຳລັງເວົ້າເຖິງຄວາມກັງວົນທີ່ລາວມີຍ້ອນພວກຜູ້ສອນປອມບາງຄົນເວົ້າໃຫ້ລາວ. (2ກຣ. 10:10; 11:5, 13) ບໍ່ວ່າຄວາມກັງວົນຂອງໂປໂລຈະເປັນຍ້ອນສາເຫດໃດກໍຕາມ ມັນກໍເຮັດໃຫ້ໂປໂລຮູ້ສຶກທໍ້ໃຈໃນບາງເທື່ອ.
c ຊື່ສົມມຸດ