ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫສ18 ສະບັບທີ 3 ໜ້າ 10-11
  • ຄວາມ​ທຸກ​ລຳບາກ​ທີ່​ເຮົາ​ເຈິ​ເປັນ​ການ​ລົງໂທດ​ຈາກ​ອົງ​ສັກສິດ​ບໍ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຄວາມ​ທຸກ​ລຳບາກ​ທີ່​ເຮົາ​ເຈິ​ເປັນ​ການ​ລົງໂທດ​ຈາກ​ອົງ​ສັກສິດ​ບໍ?
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສາທາລະນະ)—2018
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຄຳພີ​ໄບເບິນ​ສອນ​ແນວ​ໃດ​ເລື່ອງ​ຄວາມ​ທຸກ​ລຳບາກ​ທີ່​ມະນຸດ​ເຈິ?
  • ໃຜ​ເປັນ​ຕົ້ນເຫດ?
  • ເມື່ອ​ສະມາຊິກ​ໃນ​ຄອບຄົວ​ປ່ວຍ
    ເຄັດລັບສຳລັບຄວາມສຸກໃນຄອບຄົວ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສາທາລະນະ)—2018
ຫສ18 ສະບັບທີ 3 ໜ້າ 10-11
ພະ​ເຢຊູ​ປົວ​ເດັກນ້ອຍ​ຜູ້​ຊາຍ​ຄົນ​ໜຶ່ງ​ເຊິ່ງ​ເຮັດ​ໃຫ້​ພໍ່​ແມ່​ແລະ​ຄົນ​ທີ່​ເຫັນດີ​ໃຈ​ຫຼາຍ

ຄວາມ​ທຸກ​ລຳບາກ​ທີ່​ເຮົາ​ເຈິ​ເປັນ​ການ​ລົງໂທດ​ຈາກ​ອົງ​ສັກສິດ​ບໍ?

ລູເຊຍ​ຂາ​ເຢັກ​ເບື້ອງ​ຊ້າຍ. ຕອນ​ຍັງ​ນ້ອຍ ລາວ​ເປັນ​ພະຍາດ​ໂປລິໂອ​ເຊິ່ງ​ມັນ​ທຳລາຍ​ລະບົບ​ປະສາດ​ໃນ​ຮ່າງກາຍ​ລາວ. ຕອນ​ລູເຊຍ​ອາຍຸ 16 ປີ ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ນາຍ​ຈ້າງ​ຂອງ​ລາວ​ເວົ້າ​ວ່າ: “ພະເຈົ້າ​ລົງໂທດ​ເຈົ້າ​ໃຫ້​ເປັນ​ແບບ​ນີ້​ຍ້ອນ​ເຈົ້າ​ບໍ່​ຟັງ​ຄວາມ​ແມ່.” ເຖິງ​ວ່າ​ຜ່ານ​ໄປ​ຫຼາຍ​ປີ ແຕ່​ລູເຊຍ​ກໍ​ຍັງ​ຈື່​ຄຳເວົ້າ​ນັ້ນ​ທີ່​ເຮັດ​ໃຫ້​ລາວ​ເສຍໃຈ​ຫຼາຍ.

ດາມາຣິດສ໌​ເປັນ​ມະເຮັງ​ສະໝອງ. ຕອນ​ທີ່​ເປັນ​ພະຍາດ​ນີ້ ພໍ່​ຖາມ​ລາວ​ວ່າ: “ລູກ​ໄປ​ເຮັດ​ຫຍັງ​ມາ​ຈຶ່ງ​ເປັນ​ແບບ​ນີ້? ລູກ​ຕ້ອງ​ເຮັດ​ແນວ​ທີ່​ບໍ່​ດີ​ແທ້ໆ​ແຫຼະ ພະເຈົ້າ​ຈຶ່ງ​ລົງໂທດ​ລູກ.” ດາມາຣິດສ໌​ເສຍໃຈ​ຫຼາຍ​ທີ່​ພໍ່​ເວົ້າ​ແບບ​ນີ້.

ຄວາມ​ເຊື່ອ​ທີ່​ວ່າ​ຄວາມ​ເຈັບ​ປ່ວຍ​ເປັນ​ການ​ລົງໂທດ​ຈາກ​ພະເຈົ້າ​ມີ​ມາ​ດົນ​ແລ້ວ. ປຶ້ມ​ທຳນຽມ​ແລະ​ການ​ປະພຶດ​ໃນ​ດິນແດນ​ທີ່​ມີ​ການ​ຂຽນ​ຄຳພີ​ໄບເບິນບອກ​ວ່າ ຫຼາຍ​ຄົນ​ໃນ​ສະໄໝ​ຂອງ​ພະ​ເຢຊູ​ເຊື່ອ​ວ່າ “ຄວາມ​ເຈັບ​ປ່ວຍ​ເກີດ​ຈາກ​ຄວາມ​ຜິດ​ທີ່​ຜູ້​ນັ້ນ​ເຮັດ​ຫຼື​ເປັນ​ຍ້ອນ​ຍາດ​ຕິ​ພີ່ນ້ອງ​ຂອງ​ລາວ​ເຮັດ ແລະ​ນັ້ນ​ເປັນ​ການ​ລົງໂທດ​ຈາກ​ພະເຈົ້າ.” ປຶ້ມ​ການ​ແພດ​ແລະ​ໂລກລະບາດ​ໃນ​ຍຸກ​ກາງບອກ​ວ່າ ຫຼາຍ​ສະຕະວັດ​ຫຼັງ​ຈາກ​ພະ​ເຢຊູ​ຕາຍ “ບາງ​ຄົນ​ເຊື່ອ​ວ່າ​ພະເຈົ້າ​ລົງໂທດ​ເຂົາເຈົ້າ​ດ້ວຍ​ໂລກລະບາດ​ຍ້ອນ​ຄວາມ​ຜິດ​ທີ່​ເຂົາເຈົ້າ​ເຮັດ.” ຖ້າ​ເປັນ​ແນວ​ນັ້ນ ຫຼາຍ​ລ້ານ​ຄົນ​ໃນ​ເອີຣົບ​ທີ່​ຕາຍ​ຍ້ອນ​ໂລກລະບາດ​ໃນ​ສະຕະວັດ​ທີ 14 ກໍ​ເປັນ​ການ​ຕັດສິນ​ລົງໂທດ​ຈາກ​ພະເຈົ້າ​ຕໍ່​ຄົນ​ທີ່​ເຮັດ​ຜິດ ແຕ່​ນັ້ນ​ບໍ່​ແມ່ນ​ຄວາມ​ຈິງ ຍ້ອນ​ນັກ​ວິໄຈ​ທາງ​ການ​ແພດ​ໄດ້​ພົບ​ວ່າ​ໂລກລະບາດ​ນັ້ນ​ເກີດ​ຈາກ​ການ​ຕິດ​ເຊື້ອ​ແບັດທີເຣຍ. ບາງ​ຄົນ​ອາດ​ສົງໄສ​ວ່າ​ພະເຈົ້າ​ໃຊ້​ຄວາມ​ເຈັບ​ປ່ວຍ​ຫຼື​ພະຍາດ​ຮ້າຍ​ແຮງ​ເພື່ອ​ລົງໂທດ​ຄົນ​ທີ່​ເຮັດ​ຜິດ​ແທ້ໆ​ບໍ?a

ລອງ​ຄິດ​ເບິ່ງ: ຖ້າ​ຄວາມ​ເຈັບ​ປ່ວຍ​ແລະ​ຄວາມ​ທຸກ​ລຳບາກ​ເປັນ​ການ​ລົງໂທດ​ຈາກ​ພະ​ເຢໂຫວາ​ພະເຈົ້າ ພະ​ເຢຊູ​ລູກ​ຊາຍ​ຂອງ​ເພິ່ນ​ກະ​ຄື​ຊິ​ບໍ່​ປົວ​ຄົນ​ທີ່​ເຈັບ​ປ່ວຍ ຍ້ອນ​ການ​ເຮັດ​ແບບ​ນັ້ນ​ສ່ຳ​ກັບ​ວ່າ​ພະ​ເຢຊູ​ກຳລັງ​ຂັດຂວາງ​ການ​ລົງໂທດ​ທີ່​ຖືກຕ້ອງ​ແລະ​ຍຸຕິທຳ​ຂອງ​ພະ​ເຢໂຫວາ. (ມັດທາຍ 4:23, 24) ພະ​ເຢຊູ​ບໍ່​ມີ​ທາງ​ເຮັດ​ແບບ​ນັ້ນ​ເດັດຂາດ! ພະ​ເຢຊູ​ບອກ​ວ່າ: “ຂ້ອຍ​ເຮັດ​ສິ່ງ​ທີ່​ເພິ່ນ​ພໍໃຈ​ສະເໝີ” ແລະ “ຂ້ອຍ​ກຳລັງ​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ພະເຈົ້າ​ຜູ້​ເປັນ​ພໍ່​ສັ່ງ​ໄວ້.”—ໂຢຮັນ 8:29; 14:31

ຄຳພີ​ໄບເບິນ​ບອກ​ຊັດເຈນ​ວ່າ​ພະ​ເຢໂຫວາ​ພະເຈົ້າ “ຍຸຕິທຳ.” (ພະ​ບັນຍັດ 32:4) ຕົວຢ່າງ​ເຊັ່ນ: ພະ​ເຢໂຫວາ​ຈະ​ບໍ່​ມີ​ທາງ​ເຮັດ​ໃຫ້​ຍົນ​ຕົກ​ຈົນ​ເຮັດ​ໃຫ້​ຄົນ​ບໍລິສຸດ​ຫຼາຍ​ຮ້ອຍ​ຄົນ​ຕ້ອງ​ຕາຍ​ຍ້ອນ​ເພິ່ນ​ຢາກ​ລົງໂທດ​ບາງ​ຄົນ​ທີ່​ຢູ່​ໃນ​ຍົນ​ລຳ​ນັ້ນ. ອັບຣາຮາມ​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ພະ​ເຢໂຫວາ​ເຂົ້າໃຈ​ດີ​ວ່າ​ເພິ່ນ​ຈະ​ບໍ່​ເຮັດ​ແບບ​ນັ້ນ. ລາວ​ເວົ້າ​ວ່າ ພະເຈົ້າ​ຈະ​ບໍ່ “ທຳລາຍ​ຄົນ​ດີ​ພ້ອມ​ກັບ​ຄົນ​ຊົ່ວ . . . ພະອົງ​ຈະ​ບໍ່​ເຮັດ​ຈັ່ງ​ຊັ້ນ​ແນ່ນອນ.” (ປະຖົມມະການ 18:23, 25) ຄຳພີ​ໄບເບິນ​ຍັງ​ບອກ​ວ່າ: “ເປັນ​ໄປ​ບໍ່​ໄດ້​ທີ່​ພະເຈົ້າ​ທ່ຽງແທ້​ຈະ​ເຮັດ​ຊົ່ວ.” ເພິ່ນ​ບໍ່​ມີ​ທາງ “ເຮັດ​ຜິດ” ເດັດຂາດ.—ໂຢບ 34:10-12

ຄຳພີ​ໄບເບິນ​ສອນ​ແນວ​ໃດ​ເລື່ອງ​ຄວາມ​ທຸກ​ລຳບາກ​ທີ່​ມະນຸດ​ເຈິ?

ຄວາມ​ທຸກ​ລຳບາກ​ທີ່​ເຮົາ​ເຈິ​ຢູ່​ບໍ່​ແມ່ນ​ການ​ລົງໂທດ​ຈາກ​ພະເຈົ້າ​ຍ້ອນ​ເຮົາ​ເຮັດ​ຜິດ​ບາງ​ຢ່າງ. ພະ​ເຢຊູ​ອະທິບາຍ​ເລື່ອງ​ນີ້​ຢ່າງ​ຊັດເຈນ​ຕອນ​ທີ່​ເພິ່ນ​ກັບ​ພວກ​ລູກສິດ​ເຫັນ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຕາບອດ​ມາ​ຕັ້ງແຕ່​ເກີດ. “ພວກ​ລູກສິດ​ຖາມ​ເພິ່ນ​ວ່າ: ‘ອາຈານ ຜູ້​ນີ້​ເກີດ​ມາ​ຕາບອດ​ຍ້ອນ​ຄວາມ​ຜິດ​ຂອງ​ໃຜ ຂອງ​ລາວ​ຫຼື​ຂອງ​ພໍ່​ແມ່?’ ພະ​ເຢຊູ​ຕອບ​ວ່າ: ‘ບໍ່​ແມ່ນ​ຍ້ອນ​ຄວາມ​ຜິດ​ຂອງ​ລາວ​ຫຼື​ຂອງ​ພໍ່​ແມ່ ແຕ່​ການ​ທີ່​ລາວ​ຕາບອດ​ແບບ​ນີ້​ຈະ​ຊ່ວຍ​ໃຫ້​ຄົນ​ໄດ້​ເຫັນ​ສິ່ງ​ທີ່​ພະເຈົ້າ​ເຮັດ​ໄດ້.’”—ໂຢຮັນ 9:1-3

ເມື່ອ​ຄິດ​ເຖິງ​ຄວາມ​ເຊື່ອ​ຜິດໆ​ຂອງ​ຄົນ​ສ່ວນ​ຫຼາຍ​ໃນ​ສະໄໝ​ນັ້ນ ພວກ​ລູກສິດ​ຂອງ​ພະ​ເຢຊູ​ຕ້ອງ​ແປກໃຈ​ແທ້ໆ​ທີ່​ເພິ່ນ​ບອກ​ວ່າ​ຜູ້​ຊາຍ​ຄົນ​ນັ້ນ​ບໍ່​ໄດ້​ຕາບອດ​ຍ້ອນ​ຄວາມ​ຜິດ​ທີ່​ລາວ​ເຮັດ​ຫຼື​ຄວາມ​ຜິດ​ທີ່​ພໍ່​ແມ່​ເຮັດ. ພະ​ເຢຊູ​ບໍ່​ພຽງ​ແຕ່​ປົວ​ຜູ້​ຊາຍ​ຄົນ​ນັ້ນ​ໃຫ້​ເຊົາ​ຕາບອດ ແຕ່​ເພິ່ນ​ຍັງ​ໄດ້​ແກ້ໄຂ​ຄວາມ​ເຊື່ອ​ຜິດໆ​ທີ່​ວ່າ​ພະເຈົ້າ​ລົງໂທດ​ໂດຍ​ເຮັດ​ໃຫ້​ມະນຸດ​ເຈິ​ກັບ​ຄວາມ​ຍາກ​ລຳບາກ. (ໂຢຮັນ 9:6, 7) ຄົນ​ທີ່​ເຈັບ​ປ່ວຍ​ຫຼື​ມີ​ບັນຫາ​ສຸຂະພາບ​ຮ້າຍ​ແຮງ​ໃນ​ທຸກ​ມື້​ນີ້​ສາມາດ​ສະບາຍ​ໃຈ​ໄດ້​ວ່າ​ພະເຈົ້າ​ບໍ່​ໄດ້​ເປັນ​ຕົ້ນເຫດ​ຂອງ​ບັນຫາ​ເຫຼົ່າ​ນີ້.

ພະ​ເຢຊູ​ຄື​ຊິ​ບໍ່​ປົວ​ຄົນ​ທີ່​ເຈັບ​ປ່ວຍ ຖ້າ​ພະ​ເຢໂຫວາ​ພະເຈົ້າ​ໃຊ້​ຄວາມ​ເຈັບ​ປ່ວຍ​ເພື່ອ​ລົງໂທດ​ຄົນ​ທີ່​ເຮັດ​ຜິດ

ຄຳພີ​ໄບເບິນ​ຊ່ວຍ​ເຮົາ​ໃຫ້​ໝັ້ນໃຈ​ວ່າ

  • “[ພະເຈົ້າ] ບໍ່​ເຄີຍ​ເຮັດ​ຊົ່ວ​ເພື່ອ​ທົດສອບ​ຜູ້​ໃດ ແລະ​ບໍ່​ມີ​ຜູ້​ໃດ​ໃຊ້​ຄວາມ​ຊົ່ວ​ເພື່ອ​ທົດສອບ​ເພິ່ນ​ໄດ້.” (ຢາໂກໂບ 1:13) ທີ່​ຈິງ ອີກ​ຈັກ​ໜ້ອຍ “ຄວາມ​ຊົ່ວ” ຫຼື​ສິ່ງ​ຊົ່ວ​ຮ້າຍ​ທີ່​ເກີດຂຶ້ນ​ກັບ​ມະນຸດ​ໃນ​ຕະຫຼອດ​ຫຼາຍ​ພັນ​ປີ​ລວມ​ທັງ​ຄວາມ​ເຈັບ​ປ່ວຍ ຄວາມ​ເຈັບ​ປວດ ແລະ​ຄວາມ​ຕາຍ​ຈະ​ຖືກ​ກຳຈັດ​ໃຫ້​ໝົດ​ໄປ.

  • ພະ​ເຢຊູ “ປົວ​ທຸກ​ຄົນ​ທີ່​ເຈັບ​ປ່ວຍ.” (ມັດທາຍ 8:16) ພະ​ເຢຊູ​ລູກ​ຊາຍ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ໄດ້​ປົວ​ພະຍາດ​ໃຫ້​ທຸກ​ຄົນ​ທີ່​ມາ​ຫາ​ເພິ່ນ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ ໃນ​ອະນາຄົດ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ຈະ​ປິ່ນປົວ​ຄວາມ​ເຈັບ​ປ່ວຍ​ຂອງ​ມະນຸດ​ຢູ່​ທົ່ວ​ໂລກ.

  • “ພະເຈົ້າ​ຈະ​ເຊັດ​ນ້ຳ​ຕາ​ທຸກ​ຢົດ​ຈາກ​ຕາ​ຂອງ​ເຂົາເຈົ້າ. ຄວາມ​ຕາຍ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ. ຄວາມ​ໂສກເສົ້າ ຫຼື​ສຽງ​ຮ້ອງໄຫ້​ເສຍໃຈ ຫຼື​ຄວາມ​ເຈັບ​ປວດ​ຈະ​ບໍ່​ມີ​ອີກ​ເລີຍ. ສິ່ງ​ຕ່າງໆ​ເຫຼົ່າ​ນີ້​ທີ່​ເຄີຍ​ເຮັດ​ໃຫ້​ພວກ​ເຮົາ​ເຈັບ​ປວດ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ.”—ພະ​ນິມິດ 21:3-5

ໃຜ​ເປັນ​ຕົ້ນເຫດ?

ຄັນຊັ້ນ ເປັນ​ຫຍັງ​ຄົນ​ເຮົາ​ຈຶ່ງ​ເຈິ​ກັບ​ຄວາມ​ທຸກ​ລຳບາກ​ແລະ​ຄວາມ​ເຈັບ​ປວດ​ຫຼາຍ​ຢ່າງ? ເຮົາ​ຊອກ​ຄຳ​ຕອບ​ຂອງ​ຄຳ​ຖາມ​ນີ້​ມາ​ດົນ​ແລ້ວ. ຖ້າ​ພະເຈົ້າ​ບໍ່​ໄດ້​ເຮັດ​ໃຫ້​ເກີດ​ຄວາມ​ທຸກ​ລຳບາກ ແລ້ວ​ແມ່ນ​ໃຜ​ທີ່​ເປັນ​ຕົ້ນເຫດ? ບົດ​ຕໍ່​ໄປ​ຈະ​ຕອບ​ຄຳ​ຖາມ​ເຫຼົ່າ​ນີ້.

a ເຖິງ​ວ່າ​ໃນ​ອະດີດ​ພະ​ເຢໂຫວາ​ພະເຈົ້າ​ເຄີຍ​ລົງໂທດ​ມະນຸດ​ທີ່​ເຮັດ​ຜິດ​ບາງ​ຢ່າງ ແຕ່​ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ວ່າ​ໃນ​ສະໄໝ​ນີ້​ເພິ່ນ​ລົງໂທດ​ຄົນ​ທີ່​ເຮັດ​ຜິດ​ໂດຍ​ເຮັດ​ໃຫ້​ເຂົາເຈົ້າ​ເຈັບ​ປ່ວຍ​ຫຼື​ເຈິ​ເລື່ອງ​ຮ້າຍໆ.

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌