ຄຳພີໄບເບິນເວົ້າແນວໃດກ່ຽວກັບການໃຫ້ 1 ສ່ວນ 10?
ຄຳຕອບຈາກຄຳພີໄບເບິນ
ຄົນອິດສະຣາເອນໃນສະໄໝກ່ອນໄດ້ຮັບຄຳສັ່ງໃຫ້ບໍລິຈາກ 1 ສ່ວນ 10 ຂອງລາຍໄດ້ຕໍ່ປີຂອງເຂົາເຈົ້າເພື່ອສະໜັບສະໜູນກິດຈະກຳຕ່າງໆທີ່ກ່ຽວຂ້ອງກັບການນະມັດສະການພະເຈົ້າ. ພະເຢໂຫວາບອກເຂົາເຈົ້າວ່າ: “ໃນແຕ່ລະປີ ເຈົ້າຕ້ອງເອົາ 1 ສ່ວນ 10 ຂອງຜົນລະປູກທຸກຢ່າງຈາກໄຮ່ຈາກສວນຂອງເຈົ້າມາໃຫ້.”—ພະບັນຍັດ 14:22
ຄຳສັ່ງທີ່ໃຫ້ເອົາ 1 ສ່ວນ 10 ໃຫ້ພະເຈົ້າເປັນສ່ວນໜຶ່ງຂອງກົດໝາຍຂອງໂມເຊທີ່ພະເຢໂຫວາໃຫ້ຊາດອິດສະຣາເອນໃນສະໄໝກ່ອນ. ຄລິດສະຕຽນບໍ່ໄດ້ຢູ່ພາຍໃຕ້ກົດໝາຍຂອງໂມເຊ ສະນັ້ນເຂົາເຈົ້າຈຶ່ງບໍ່ຕ້ອງ 1 ສ່ວນ 10. (ໂກໂລຊາຍ 2:13, 14) ແທນທີ່ຈະເຮັດແບບນັ້ນ ຄລິດສະຕຽນແຕ່ລະຄົນສາມາດບໍລິຈາກເງິນ “ຕາມທີ່ຕັ້ງໃຈໄວ້ ບໍ່ແມ່ນເຮັດແບບບໍ່ເຕັມໃຈຫຼືຝືນໃຈ ຍ້ອນພະເຈົ້າຮັກຄົນທີ່ມີຄວາມສຸກໃນການໃຫ້.”—2 ໂກຣິນໂທ 9:7
1 ສ່ວນ 10 ທີ່ເວົ້າເຖິງໃນຄຳພີໄບເບິນ—“ພະຄຳພີພາກພາສາເຮັບເຣີ”
1 ສ່ວນ 10 ທີ່ເວົ້າເຖິງໃນຄຳພີໄບເບິນ—“ພະຄຳພີພາກພາສາກຣີກ”
1 ສ່ວນ 10 ທີ່ເວົ້າເຖິງໃນຄຳພີໄບເບິນ—“ພະຄຳພີພາກພາສາເຮັບເຣີ”
ຄຳພີໄບເບິນພາກພາສາເຮັບເຣີເວົ້າເຖິງ 1 ສ່ວນ 10 ຫຼາຍເທື່ອ. ສ່ວນຫຼາຍກ່ຽວຂ້ອງກັບໄລຍະຫຼັງຈາກທີ່ພະເຢໂຫວາໃຫ້ກົດໝາຍ (ກົດໝາຍຂອງໂມເຊ) ກັບຄົນອິດສະຣາເອນຜ່ານທາງໂມເຊ. ແຕ່ມີ 2 ຕົວຢ່າງທີ່ກ່ຽວຂ້ອງກັບໄລຍະກ່ອນໜ້ານັ້ນ.
ກ່ອນກົດໝາຍຂອງໂມເຊ
ຄົນທຳອິດທີ່ຖືກຂຽນໄວ້ວ່າເອົາ 1 ສ່ວນ 10 ໃຫ້ແມ່ນອັບຣາມ (ອັບຣາຮາມ). (ປະຖົມມະການ 14:18-20; ເຮັບເຣີ 7:4) 1 ສ່ວນ 10 ທີ່ອັບຣາມໃຫ້ເບິ່ງຄືວ່າຈະເປັນຂອງຂວັນສຳລັບຜູ້ທີ່ເປັນທັງກະສັດແລະປະໂລຫິດຂອງເມືອງຊາເລັມ. ລາວເອົາຂອງຂວັນນີ້ໃຫ້ພຽງແຕ່ເທື່ອດຽວ ແລະບໍ່ມີຫຼັກຖານໃນຄຳພີໄບເບິນທີ່ບອກວ່າອັບຣາຮາມຫຼືລູກຫຼານຂອງລາວເອົາ 1 ສ່ວນ 10 ໃຫ້ກະສັດອົງນີ້ອີກ.
ຄົນທີ 2 ທີ່ຄຳພີໄບເບິນບອກວ່າເອົາ 1 ສ່ວນ 10 ໃຫ້ແມ່ນຢາໂຄບຫຼານຊາຍຂອງອັບຣາຮາມ. ລາວສັນຍາວ່າຖ້າພະເຢໂຫວາອວຍພອນລາວ ລາວກໍຈະເອົາ “1 ສ່ວນ 10” ຂອງທຸກສິ່ງທີ່ລາວໄດ້ຮັບໃຫ້ເພິ່ນ. (ປະຖົມມະການ 28:20-22) ນັກວິຊາການດ້ານຄຳພີໄບເບິນບາງຄົນເວົ້າວ່າ ຢາໂຄບອາດເອົາ 1 ສ່ວນ 10 ໃຫ້ໂດຍໃຫ້ສັດເປັນເຄື່ອງບູຊາ. ເຖິງວ່າຢາໂຄບຈະເຮັດຕາມຄຳສັນຍາ ແລະເອົາ 1 ສ່ວນ 10 ໃຫ້ ແຕ່ລາວກໍບໍ່ໄດ້ບັງຄັບຄົນໃນຄອບຄົວໃຫ້ເອົາ 1 ສ່ວນ 10 ໃຫ້ພະເຢໂຫວາ.
ພາຍໃຕ້ກົດໝາຍຂອງໂມເຊ
ຄົນອິດສະຣາເອນໃນສະໄໝກ່ອນໄດ້ຮັບຄຳສັ່ງໃຫ້ເອົາ 1 ສ່ວນ 10 ໃຫ້ເພື່ອສະໜັບສະໜູນກິດຈະກຳຕ່າງໆທາງສາສະໜາ.
1 ສ່ວນ 10 ທີ່ເອົາໃຫ້ແມ່ນສຳລັບຄົນທີ່ເຮັດວຽກເຕັມເວລາດ້ານສາສະໜາ ເຊັ່ນ: ຄົນເລວີແລະພວກປະໂລຫິດທີ່ບໍ່ມີດິນປູກຝັງເປັນຂອງໂຕເອງ. (ຈົດເຊັນບັນຊີ 18:20, 21) ຄົນເລວີທີ່ບໍ່ແມ່ນປະໂລຫິດໄດ້ຮັບ 1 ສ່ວນ 10 ຈາກປະຊາຊົນ ແລະເຂົາເຈົ້າຈະເອົາ “1 ສ່ວນ 10 ຈາກ 1 ສ່ວນ 10” ຂອງສ່ວນທີ່ດີທີ່ສຸດໃຫ້ພວກປະໂລຫິດ.—ຈົດເຊັນບັນຊີ 18:26-29
1 ສ່ວນ 10 ປະຈຳປີສ່ວນທີ 2 ເປັນປະໂຫຍດຕໍ່ຄົນເລວີແລະຄົນອື່ນນຳ. (ພະບັນຍັດ 14:22, 23) ຄອບຄົວຄົນອິດສະຣາເອນໃຊ້ການຈັດກຽມນີ້ໃນຍາມເທດສະການພິເສດ ແລະໃນບາງປີກໍໃຊ້ການຈັດກຽມນີ້ເພື່ອແບ່ງປັນໃຫ້ຄົນທີ່ທຸກຫຼາຍເພື່ອຊ່ວຍເຂົາເຈົ້າໃຫ້ມີສິ່ງຈຳເປັນ.—ພະບັນຍັດ 14:28, 29; 26:12
1 ສ່ວນ 10 ຄິດໄລ່ແນວໃດ? ຄົນອິດສະຣາເອນແຍກ 1 ສ່ວນ 10 ຂອງຜົນລະປູກທີ່ໄດ້ແຕ່ລະປີ. (ລະບຽບພວກເລວີ 27:30) ຖ້າເຂົາເຈົ້າເລືອກທີ່ຈະໃຫ້ 1 ສ່ວນ 10 ເປັນເງິນແທນຜົນລະປູກ ເຂົາເຈົ້າຕ້ອງຈ່າຍຕື່ມອີກ 20 ເປີເຊັນ. (ລະບຽບພວກເລວີ 27:31) ເຂົາເຈົ້າຍັງໄດ້ຮັບຄຳສັ່ງໃຫ້ເອົາ “1 ສ່ວນ 10 ຂອງຝູງງົວ ຝູງແກະ ແລະຝູງແບ້” ໃຫ້ພະເຢໂຫວາ.—ລະບຽບພວກເລວີ 27:32
ຄົນອິດສະຣາເອນກຳນົດ 1 ສ່ວນ 10 ຂອງຝູງສັດຂອງເຂົາເຈົ້າໂດຍເລືອກໂຕທີ 10 ທຸກໂຕທີ່ອອກມາຈາກຄອກສັດຂອງເຂົາເຈົ້າ. ກົດໝາຍຂອງໂມເຊບອກວ່າເຂົາເຈົ້າບໍ່ສາມາດກວດເບິ່ງຫຼືປ່ຽນສັດເຫຼົ່ານີ້ທີ່ຖືກເລືອກ ຫຼືບໍ່ສາມາດປ່ຽນສັດເປັນເງິນໄດ້. (ລະບຽບພວກເລວີ 27:32, 33) ແຕ່ 1 ສ່ວນ 10 ທີ 2 ທີ່ໃຊ້ໃນການສະຫຼອງປະຈຳປີສາມາດປ່ຽນເປັນເງິນໄດ້. ການຈັດກຽມນີ້ເຮັດໃຫ້ມັນງ່າຍຂຶ້ນຫຼາຍສຳລັບຄົນອິດສະຣາເອນທີ່ຕ້ອງເດີນທາງໄກເພື່ອເຂົ້າຮ່ວມການສະຫຼອງ.—ພະບັນຍັດ 14:25, 26
ຄົນອິດສະຣາເອນໃຫ້ 1 ສ່ວນ 10 ຕອນໃດ? ເຂົາເຈົ້າຕ້ອງເອົາໃຫ້ທຸກປີ. (ພະບັນຍັດ 14:22) ແຕ່ມີການຍົກເວັ້ນໃນທຸກປີທີ 7 ເຊິ່ງເປັນປີຊະບາໂຕຫຼືເປັນປີຂອງການຢຸດພັກ. ຄົນອິດສະຣາເອນບໍ່ປູກຝັງໃນປີນັ້ນ. (ລະບຽບພວກເລວີ 25:4, 5) ເພື່ອສະຫຼອງໃນໂອກາດພິເສດນີ້ຈຶ່ງບໍ່ມີການເກັບ 1 ສ່ວນ 10 ໃນລະດູເກັບກ່ຽວ. ນອກຈາກນັ້ນ ທຸກໆ 3 ປີແລະທຸກໆ 6 ປີຂອງຮອບຊະບາໂຕ 7 ປີ ຄົນອິດສະຣາເອນຈະເອົາ 1 ສ່ວນ 10 ສ່ວນທີ 2 ໃຫ້ຄົນທີ່ທຸກຍາກແລະຄົນເລວີ.—ພະບັນຍັດ 14:28, 29
ການບໍ່ຈ່າຍ 1 ສ່ວນ 10 ຈະຖືກລົງໂທດແນວໃດ? ກົດໝາຍຂອງໂມເຊບໍ່ໄດ້ບອກເລື່ອງການລົງໂທດ. ການໃຫ້ 1 ສ່ວນ 10 ເປັນສິ່ງທີ່ຄວນເຮັດ. ຄົນອິດສະຣາເອນຕ້ອງເວົ້າຕໍ່ໜ້າພະເຢໂຫວາວ່າເຂົາເຈົ້າໄດ້ໃຫ້ 1 ສ່ວນ 10 ແລະຂໍໃຫ້ເພິ່ນອວຍພອນທີ່ເຂົາເຈົ້າໄດ້ເຮັດແບບນັ້ນ. (ພະບັນຍັດ 26:12-15) ພະເຢໂຫວາເບິ່ງວ່າການບໍ່ເອົາ 1 ສ່ວນ 10 ໃຫ້ເປັນການລັກຈາກເພິ່ນ.—ມາລາກີ 3:8, 9
ການໃຫ້ 1 ສ່ວນ 10 ເປັນພາລະບໍ? ບໍ່. ພະເຢໂຫວາສັນຍາກັບຄົນອິດສະຣາເອນວ່າຖ້າເຂົາເຈົ້າເອົາ 1 ສ່ວນ 10 ໃຫ້ເພິ່ນ ເພິ່ນຈະເທພອນມາໃສ່ເຂົາເຈົ້າ ແລະເຂົາເຈົ້າຈະບໍ່ຂາດຫຍັງເລີຍ. (ມາລາກີ 3:10) ກົງກັນຂ້າມ ຄົນອິດສະຣາເອນລຳບາກຫຼາຍເມື່ອບໍ່ໃຫ້ 1 ສ່ວນ 10. ເຂົາເຈົ້າບໍ່ໄດ້ຮັບການອວຍພອນຈາກພະເຢໂຫວາ. ນອກຈາກນັ້ນ ພວກປະໂລຫິດກັບຄົນເລວີຕ້ອງໄປເຮັດວຽກອາຊີບແລະບໍ່ສາມາດຈົດຈໍ່ກັບການຊ່ວຍຄົນອິດສະຣາເອນໃຫ້ນະມັດສະການພະເຈົ້າ.—ເນເຮມີຢາ 13:10; ມາລາກີ 3:7
1 ສ່ວນ 10 ໃນພະຄຳພີ “ພາກພາສາກຣີກ”
ຕອນທີ່ພະເຢຊູມີຊີວິດຢູ່ໃນໂລກນີ້ ຜູ້ນະມັດສະການພະເຢໂຫວາຍັງຕ້ອງໃຫ້ 1 ສ່ວນ 10. ແຕ່ເມື່ອພະເຢຊູຕາຍ ເຂົາເຈົ້າກໍບໍ່ຕ້ອງເອົາໃຫ້ອີກຕໍ່ໄປ.
ໃນສະໄໝພະເຢຊູ
ໃນພະຄຳພີພາກພາສາກຣີກບອກວ່າຄົນອິດສະຣາເອນຍັງໃຫ້ 1 ສ່ວນ 10 ຢູ່ຕອນທີ່ພະເຢຊູຢູ່ໃນໂລກນີ້. ເພິ່ນຍອມຮັບວ່າການໃຫ້ 1 ສ່ວນ 10 ເປັນໜ້າທີ່ທີ່ເຂົາເຈົ້າຕ້ອງເຮັດ ແຕ່ເພິ່ນຕຳໜິພວກຫົວໜ້າສາສະໜາທີ່ເອົາ 1 ສ່ວນ 10 ໃຫ້ຢ່າງເຄັ່ງຄັດແຕ່ “ພັດເບິ່ງຂ້າມສິ່ງທີ່ສຳຄັນກວ່າໃນກົດໝາຍຂອງໂມເຊໃນເລື່ອງຄວາມຍຸຕິທຳ ຄວາມເມດຕາ ແລະຄວາມສັດຊື່.”—ມັດທາຍ 23:23
ຫຼັງຈາກພະເຢຊູຕາຍ
ຫຼັງຈາກພະເຢຊູຕາຍກໍບໍ່ຕ້ອງໃຫ້ 1 ສ່ວນ 10 ອີກຕໍ່ໄປ. ຄ່າໄຖ່ຂອງພະເຢຊູໄດ້ຍົກເລີກກົດໝາຍຂອງໂມເຊ ລວມທັງ “ຄຳສັ່ງໃຫ້ເກັບ 1 ສ່ວນ 10.”—ເຮັບເຣີ 7:5, 18; ເອເຟໂຊ 2:13-15; ໂກໂລຊາຍ 2:13, 14