ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ວຊພຖຕ ບົດຄວາມ 172
  • ມາຣິອາ​ຄົນ​ມັກດາເລນ​ແມ່ນ​ໃຜ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ມາຣິອາ​ຄົນ​ມັກດາເລນ​ແມ່ນ​ໃຜ?
  • ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຄຳ​ຕອບ​ຈາກ​ຄຳພີ​ໄບເບິນ
  • ມາຣິອາ​ຄົນ​ມັກດາເລນ​ເຄີຍ​ເປັນ​ໂສເພນີ​ບໍ?
  • ມາຣິອາ​ຄົນ​ມັກດາເລນ​ເປັນ “ອັກຄະ​ທູດ​ຂອງ​ອັກຄະ​ທູດ” ບໍ?
  • ມາຣິອາ​ຄົນ​ມັກດາເລນ​ເປັນ​ເມຍ​ຂອງ​ພະ​ເຢຊູ​ບໍ?
  • “ຂ້ອຍ​ເຫັນ​ນາຍ​ຂອງ​ພວກ​ເຮົາ​ແລ້ວ!”
    ໃຊ້​ຊີວິດ​ຢ່າງ​ກ້າຫານ​ເພື່ອ​ເຮັດ​ໃຫ້​ພະເຈົ້າ​ພໍໃຈ
  • ພະ​ເຍຊູ​ມີ​ຊີວິດ​ຢູ່!
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ
ວຊພຖຕ ບົດຄວາມ 172
ມາຣິອາ​ຄົນ​ມັກດາເລນ​ເຈິ​ພະ​ເຢຊູ​ທີ່​ຄືນ​ມາ​ຈາກ​ຕາຍ​ຢູ່​ໜ້າ​ບ່ອນ​ຝັງ​ສົບ​ທີ່​ວ່າງເປົ່າ.

ມາຣິອາ​ຄົນ​ມັກດາເລນ​ແມ່ນ​ໃຜ?

ຄຳ​ຕອບ​ຈາກ​ຄຳພີ​ໄບເບິນ

ມາຣິອາ​ຄົນ​ມັກດາເລນ​ເປັນ​ລູກສິດ​ທີ່​ສັດຊື່​ຂອງ​ພະ​ເຢຊູ​ຄລິດ. ຄຳ​ວ່າ​ມັກດາເລນ​ອາດ​ເປັນ​ຊື່​ເມືອງ​ມັກດາເລນ (ຫຼື​ມາຄາດານ) ທີ່​ຢູ່​ໃກ້​ທະເລ​ຄາລີເລ ແລະ​ມາຣິອາ​ກໍ​ອາດ​ຈະ​ເຄີຍ​ຢູ່​ຫັ້ນ.

ມາຣິອາ​ຄົນ​ມັກດາເລນ​ເປັນ​ໜຶ່ງ​ໃນ​ກຸ່ມ​ຜູ້​ຍິງ​ທີ່​ເດີນທາງ​ຮ່ວມ​ກັບ​ພະ​ເຢຊູ​ແລະ​ພວກ​ລູກສິດ. ລາວ​ຊ່ວຍ​ໃຫ້​ພວກ​ລູກສິດ​ມີ​ສິ່ງ​ຈຳເປັນ. (ລູກາ 8:1-3) ລາວ​ເຫັນ​ພະ​ເຢຊູ​ຖືກ​ປະຫານ​ຊີວິດ ແລະ​ລາວ​ກໍ​ເປັນ​ໜຶ່ງ​ໃນ​ກຸ່ມ​ຄົນ​ທຳອິດ​ທີ່​ໄດ້​ເຫັນ​ພະ​ເຢຊູ​ຫຼັງ​ຈາກ​ທີ່​ເພິ່ນ​ຄືນ​ມາ​ຈາກ​ຕາຍ.—ມາຣະໂກ 15:40; ໂຢຮັນ 20:11-18

  • ມາຣິອາ​ຄົນ​ມັກດາເລນ​ເຄີຍ​ເປັນ​ໂສເພນີ​ບໍ?

  • ມາຣິອາ​ຄົນ​ມັກດາເລນ​ເປັນ “ອັກຄະ​ທູດ​ຂອງ​ອັກຄະ​ທູດ” ບໍ?

  • ມາຣິອາ​ຄົນ​ມັກດາເລນ​ເປັນ​ເມຍ​ຂອງ​ພະ​ເຢຊູ​ບໍ?

  • ມີ​ຜູ້​ຍິງ​ທີ່​ຊື່​ມາຣິອາ​ຈັກ​ຄົນ​ໃນ​ຄຳພີ​ໄບເບິນ?

ມາຣິອາ​ຄົນ​ມັກດາເລນ​ເຄີຍ​ເປັນ​ໂສເພນີ​ບໍ?

ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ວ່າ​ມາຣິອາ​ຄົນ​ມັກດາເລນ​ເປັນ​ໂສເພນີ. ມີ​ແຕ່​ເວົ້າ​ເຖິງ​ພູມ​ຫຼັງ​ຂອງ​ລາວ​ວ່າ ພະ​ເຢຊູ​ໄລ່​ປີສາດ 7 ໂຕ​ອອກ​ຈາກ​ລາວ.—ລູກາ 8:2

ເປັນ​ຫຍັງ​ຫຼາຍ​ຄົນ​ບອກ​ວ່າ​ມາຣິອາ​ຄົນ​ມັກດາເລນ​ເຄີຍ​ເປັນ​ໂສເພນີ​ກ່ອນ​ຈະ​ມາ​ເປັນ​ລູກສິດ​ຂອງ​ພະ​ເຢຊູ? ຫຼາຍ​ຮ້ອຍ​ປີ​ຫຼັງ​ຈາກ​ມາຣິອາ​ຄົນ​ມັກດາເລນ​ຕາຍ ບາງ​ຄົນ​ບອກ​ວ່າ​ລາວ​ເປັນ​ຄົນ​ດຽວ​ກັນ​ກັບ​ຜູ້​ຍິງ​ທີ່​ຄຳພີ​ໄບເບິນ​ບັນທຶກ​ໄວ້​ແຕ່​ບໍ່​ໄດ້​ບອກ​ຊື່ (ອາດ​ຈະ​ເປັນ​ໂສເພນີ) ເຊິ່ງ​ໃຊ້​ນ້ຳ​ຕາ​ແລະ​ຜົມ​ຂອງ​ໂຕເອງ​ເຊັດ​ຕີນ​ໃຫ້​ພະ​ເຢຊູ. (ລູກາ 7:36-38) ແຕ່​ບໍ່​ມີ​ຫຼັກຖານ​ຈາກ​ຄຳພີ​ໄບເບິນ​ທີ່​ສະໜັບສະໜູນ​ຄວາມ​ເຊື່ອ​ແບບ​ນີ້.

ມາຣິອາ​ຄົນ​ມັກດາເລນ​ເປັນ “ອັກຄະ​ທູດ​ຂອງ​ອັກຄະ​ທູດ” ບໍ?

ບໍ່. ຄລິດຕະຈັກ​ໂຣມັນ​ກາໂຕລິກ​ເອີ້ນ​ມາຣິອາ​ວ່າ “ນັກ​ບຸນ​ມາຣິອາ” ແລະ “ອັກຄະ​ທູດ​ຂອງ​ອັກຄະ​ທູດ” ຍ້ອນ​ລາວ​ຢູ່​ໃນ​ຄົນ​ກຸ່ມ​ທຳອິດ​ທີ່​ບອກ​ພວກ​ອັກຄະສາວົກ​ວ່າ​ພະ​ເຢຊູ​ຄືນ​ມາ​ຈາກ​ຕາຍ. (ໂຢຮັນ 20:18) ແຕ່​ນີ້​ບໍ່​ໄດ້​ເຮັດ​ໃຫ້​ມາຣິອາ​ເປັນ​ອັກຄະ​ທູດ​ຫຼື​ອັກຄະສາວົກ ແລະ​ບໍ່​ມີ​ບ່ອນ​ໃດ​ໃນ​ຄຳພີ​ໄບເບິນ​ທີ່​ເອີ້ນ​ລາວ​ແບບ​ນັ້ນ.—ລູກາ 6:12-16

ຄຳພີ​ໄບເບິນ​ຂຽນ​ແລ້ວ​ໃນ​ໄລຍະ​ທ້າຍ​ສະຕະວັດ​ທີ 1. ແຕ່​ຫຼາຍ​ປີ​ຕໍ່​ມາ ຜູ້​ມີ​ອຳນາດ​ໃນ​ຄລິດຕະຈັກ​ໄດ້​ຍົກຍ້ອງ​ມາຣິອາ​ຄົນ​ມັກດາເລນ​ວ່າ​ເປັນ​ນັກ​ບຸນ. ມີ​ຜົນ​ງານ​ການ​ຂຽນ​ຈາກ​ສະຕະວັດ​ທີ 2 ແລະ 3 ເຊິ່ງ​ບໍ່​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ຄຳພີ​ໄບເບິນ​ບອກ​ວ່າ​ລູກສິດ​ບາງ​ຄົນ​ຂອງ​ພະ​ເຢຊູ​ອິດສາ​ມາຣິອາ​ຄົນ​ມັກດາເລນ ແຕ່​ເລື່ອງ​ທີ່​ແຕ່ງ​ຂຶ້ນ​ນີ້​ບໍ່​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ຄຳພີ​ໄບເບິນ​ທີ່​ໄດ້​ຮັບ​ການ​ດົນໃຈ.

ມາຣິອາ​ຄົນ​ມັກດາເລນ​ເປັນ​ເມຍ​ຂອງ​ພະ​ເຢຊູ​ບໍ?

ບໍ່. ຄຳພີ​ໄບເບິນ​ບອກ​ຢ່າງ​ຈະ​ແຈ້ງ​ວ່າ​ພະ​ເຢຊູ​ບໍ່​ເຄີຍ​ແຕ່ງດອງ.a

a ເບິ່ງ​ບົດ​ຄວາມ “ພະ​ເຢຊູ​ເຄີຍ​ແຕ່ງດອງ​ບໍ? ພະ​ເຢຊູ​ມີ​ອ້າຍ​ເອື້ອຍ​ນ້ອງ​ບໍ?”

ມີ​ຜູ້​ຍິງ​ທີ່​ຊື່​ມາຣິອາ​ຈັກ​ຄົນ​ໃນ​ຄຳພີ​ໄບເບິນ?

ຄຳພີ​ໄບເບິນ​ເວົ້າ​ເຖິງ​ຜູ້​ຍິງ 6 ຄົນ​ທີ່​ຊື່​ມາຣິອາ.b

  1. 1. ແມ່​ຂອງ​ພະ​ເຢຊູ.—ມັດທາຍ 1:18

  2. 2. ນ້ອງ​ຂອງ​ມາທາ​ແລະ​ເອື້ອຍ​ຂອງ​ລາຊະໂຣ.—ໂຢຮັນ 11:1, 2

  3. 3. ມາຣິອາ​ຄົນ​ມັກດາເລນ.—ລູກາ 8:2

  4. 4. ແມ່​ຂອງ​ຢາໂກໂບ​ກັບ​ໂຢເຊ.—ມັດທາຍ 27:56

  5. 5. ແມ່​ຂອງ​ໂຢຮັນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ມາຣະໂກ.—ກິດຈະການ 12:12

  6. 6. ຄລິດສະຕຽນ​ຄົນ​ໜຶ່ງ​ທີ່​ຢູ່​ເມືອງ​ໂຣມ​ທີ່​ເຮັດ​ວຽກ​ໜັກ​ເພື່ອ​ພີ່ນ້ອງ.—ໂຣມ 16:6

b ມີຣີອາມ (ພາສາ​ເຮັບເຣີ) ເອື້ອຍ​ຂອງ​ໂມເຊ​ມີ​ຊື່​ທີ່​ເອີ້ນ​ໃນ​ພາສາ​ກຣີກ​ວ່າ​ມາຣິອາ.—1 ຂ່າວຄາວ 6:3

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌