ຄຳພີໄບເບິນເວົ້າແນວໃດເລື່ອງການຢູ່ນຳກັນກ່ອນແຕ່ງດອງ?
ຄຳຕອບຈາກຄຳພີໄບເບິນ
ຄຳພີໄບເບິນບອກວ່າພະເຈົ້າຢາກໃຫ້ເຮົາ “ງົດເວັ້ນຈາກການເຮັດຜິດສິນລະທຳທາງເພດ.” (1 ເທຊະໂລນິກ 4:3) ຄຳວ່າ “ການເຮັດຜິດສິນລະທຳທາງເພດ” ທີ່ໃຊ້ໃນຄຳພີໄບເບິນລວມເຖິງການຫຼິ້ນຊູ້ ການຮັກຮ່ວມເພດ ແລະການມີເພດສຳພັນລະຫວ່າງຊາຍຍິງທີ່ບໍ່ໄດ້ແຕ່ງດອງກັນ.
ເປັນຫຍັງພະເຢໂຫວາຖືວ່າການແຕ່ງດອງເປັນເລື່ອງທີ່ສຳຄັນ?
ຜິດບໍທີ່ຈະລອງຢູ່ນຳກັນກ່ອນແຕ່ງດອງເພື່ອເບິ່ງວ່າຈະເຂົ້າກັນໄດ້ຫຼືບໍ່?
ເປັນຫຍັງພະເຢໂຫວາຖືວ່າການແຕ່ງດອງເປັນເລື່ອງທີ່ສຳຄັນ?
ພະເຢໂຫວາເປັນຜູ້ຈັດກຽມເລື່ອງການແຕ່ງດອງ. ເພິ່ນເຮັດແບບນັ້ນເມື່ອພາຊາຍຍິງຄູ່ທຳອິດໃຫ້ມາຢູ່ນຳກັນ. (ປະຖົມມະການ 2:22-24) ເພິ່ນບໍ່ຕ້ອງການໃຫ້ເຂົາເຈົ້າຢູ່ນຳກັນໂດຍທີ່ບໍ່ໄດ້ແຕ່ງດອງ.
ພະເຢໂຫວາຮູ້ວ່າອັນໃດດີທີ່ສຸດສຳລັບມະນຸດ. ພະເຢໂຫວາຕັ້ງໃຈໃຫ້ການແຕ່ງດອງເປັນການຜູກພັນລະຫວ່າງຜູ້ຊາຍກັບຜູ້ຍິງເພື່ອໃຫ້ທຸກຄົນໃນຄອບຄົວໄດ້ຮັບປະໂຫຍດແລະໄດ້ຮັບການປົກປ້ອງ. ລອງຄິດເຖິງຕົວຢ່າງນີ້. ຖ້າເຮົາຢາກປະກອບຊິ້ນສ່ວນຕ່າງໆຂອງເຟີນິເຈີ້ໄດ້ຢ່າງຖືກຕ້ອງ ເຮົາຕ້ອງເຮັດຕາມຄຳແນະນຳຈາກຜູ້ຜະລິດ. ຄ້າຍຄືກັນ ເພື່ອຄອບຄົວຈະມີຄວາມສຸກໄດ້ເຮົາກໍຕ້ອງເຮັດຕາມຄຳແນະນຳຈາກພະເຢໂຫວາຍ້ອນມາດຕະຖານຂອງເພິ່ນເປັນປະໂຫຍດຕໍ່ເຮົາສະເໝີ.—ເອຊາຢາ 48:17, 18
ຖ້າເຮົາຢາກປະກອບຊິ້ນສ່ວນຕ່າງໆຂອງເຟີນິເຈີ້ໄດ້ຢ່າງຖືກຕ້ອງ ເຮົາຕ້ອງເຮັດຕາມຄຳແນະນຳຈາກຜູ້ຜະລິດ. ຄ້າຍຄືກັນ ເພື່ອຄອບຄົວຈະມີຄວາມສຸກເຮົາກໍຕ້ອງເຮັດຕາມຄຳແນະນຳຈາກພະເຢໂຫວາ.
ການມີເພດສຳພັນກ່ອນແຕ່ງດອງອາດມີຜົນກະທົບຮ້າຍແຮງ. ຕົວຢ່າງເຊັ່ນ: ອາດເຮັດໃຫ້ມີລູກໂດຍທີ່ຍັງບໍ່ພ້ອມ ຕິດພະຍາດທີ່ຕິດຕໍ່ທາງເພດສຳພັນ ແລະບັນຫາທາງອາລົມ.
ພະເຢໂຫວາໃຫ້ຜູ້ຊາຍແລະຜູ້ຍິງມີເພດສຳພັນກັນເພື່ອຈະມີລູກໄດ້. ພະເຈົ້າຖືວ່າຊີວິດສັກສິດແລະການມີລູກເປັນຂອງຂວັນທີ່ມີຄ່າຫຼາຍ. ເພິ່ນຢາກໃຫ້ເຮົາໃຊ້ຂອງຂວັນນີ້ຢ່າງດີເພື່ອສະແດງວ່າເຮົານັບຖືການຈັດກຽມເລື່ອງການແຕ່ງດອງ.—ເຮັບເຣີ 13:4
ຜິດບໍທີ່ຈະລອງຢູ່ນຳກັນກ່ອນແຕ່ງດອງເພື່ອເບິ່ງວ່າຈະເຂົ້າກັນໄດ້ຫຼືບໍ່?
ຊີວິດຄູ່ທີ່ປະສົບຄວາມສຳເລັດບໍ່ໄດ້ຂຶ້ນຢູ່ກັບການລອງຢູ່ນຳກັນກ່ອນແຕ່ງດອງເຊິ່ງຈະແຍກທາງກັນຕອນໃດກໍໄດ້. ແຕ່ຊີວິດຄູ່ທີ່ໝັ້ນຄົງແລະປະສົບຄວາມສຳເລັດຂຶ້ນຢູ່ກັບການທີ່ທັງສອງຄົນຍຶດໝັ້ນກັບຄຳສັນຍາທີ່ມີຕໍ່ກັນແລະພະຍາຍາມຊ່ວຍກັນແກ້ໄຂບັນຫາ.a ການແຕ່ງດອງເຮັດໃຫ້ຄຳສັນຍາທີ່ໃຫ້ໄວ້ຕໍ່ກັນໝັ້ນຄົງຫຼາຍຂຶ້ນ.—ມັດທາຍ 19:6
ເຮັດແນວໃດໃຫ້ຊີວິດຄູ່ໝັ້ນຄົງ?
ໃນຄວາມເປັນຈິງແລ້ວບໍ່ມີຊີວິດຄູ່ຂອງໃຜສົມບູນແບບ. ແຕ່ຜົວເມຍຈະເຮັດໃຫ້ຊີວິດຄູ່ມີຄວາມສຸກໄດ້ໂດຍເຮັດຕາມຄຳແນະນຳໃນຄຳພີໄບເບິນ. ຂໍໃຫ້ເບິ່ງຕົວຢ່າງຄຳແນະນຳຕໍ່ໄປນີ້:
ເອົາໃສ່ໃຈຄວາມຕ້ອງການຂອງຜົວຫຼືເມຍຫຼາຍກວ່າຂອງໂຕເອງ.—1 ໂກຣິນໂທ 7:3-5; ຟີລິບປອຍ 2:3, 4
ປູກຝັງຄວາມຮັກແລະຄວາມນັບຖືຕໍ່ກັນ.—ເອເຟໂຊ 5:25, 33
ຮຽນຮູ້ທີ່ຈະຄວບຄຸມຄຳເວົ້າຂອງເຈົ້າ.—ສຸພາສິດ 12:18
ອົດທົນແລະຟ້າວໃຫ້ອະໄພ.—ໂກໂລຊາຍ 3:13, 14
a ເບິ່ງບົດຄວາມ “ຄອບຄົວມີຄວາມສຸກ—ຖືວ່າຊີວິດຄູ່ເປັນເລື່ອງຈິງຈັງ.”