ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ26 ມິຖຸນາ ໜ້າ 26-30
  • ຮັບ​ໃຊ້​ພະ​ເຢໂຫວາ​ປະມານ 70 ປີ​ຢູ່​ກູບາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຮັບ​ໃຊ້​ພະ​ເຢໂຫວາ​ປະມານ 70 ປີ​ຢູ່​ກູບາ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2026
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຕອນ​ທີ່​ມີ​ຄວາມ​ລຳບາກ
  • ເປັນ​ໄພໂອເນຍ​ແລະ​ເປັນ​ພໍ່​ແມ່
  • ເປັນ​ຜູ້​ເບິ່ງແຍງ​ໝວດ​ໃນ​ຊ່ວງ​ທີ່​ມີ​ການ​ສັ່ງ​ຫ້າມ
  • ມີ​ຄວາມ​ສຸກ​ຢູ່​ສະເໝີ​ເຖິງ​ວ່າ​ຈະ​ເຈິ​ການ​ປ່ຽນແປງ
  • ພະ​ເຢໂຫວາ​ຕັ້ງໃຈ​ຟັງ​ຄຳ​ອະທິດຖານ​ຂອງ​ຂ້ອຍ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ຂ້ອຍມີຄວາມສຸກທີ່ໄດ້ຮຽນຮູ້ແລະສອນເລື່ອງພະເຢໂຫວາ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2026
ຫ26 ມິຖຸນາ ໜ້າ 26-30
ກຸດສະຕາໂວ​ແລະ​ເອມີເລຍ ໂຈເຊບ

ເລື່ອງ​ຊີວິດ​ຈິງ

ຮັບໃຊ້​ພະ​ເຢໂຫວາ​ປະມານ70 ປີ​ຢູ່​ກູບາ

ເລົ່າ​ໂດຍ ກຸດສະຕາໂວ ໂຈເຊບ

ຂ້ອຍ​ເກີດ​ໃນ​ປີ 1947 ຢູ່​ເກາະ​ກູບາ​ທີ່​ສວຍ​ງາມ​ໃນ​ທະເລ​ຄາ​ເລ​ບຽນ. ເກາະ​ນີ້​ຕັ້ງ​ຢູ່​ບ່ອນ​ເຊື່ອມ​ຕໍ່​ກັນ​ລະຫວ່າງ​ທະເລ​ຄາ​ເລ​ບຽນ​ກັບ​ມະຫາ​ສະໝຸດ​ອັດລັງຕິກ. ຂ້ອຍ​ມີ​ນ້ອງ​ສາວ 2 ຄົນ. ຄອບຄົວ​ຂອງ​ເຮົາ​ອາໄສ​ຢູ່​ບ້ານ​ເອດສ໌ເມຣັນດາ.

ຂ້ອຍ​ຈື່​ໄດ້​ວ່າ​ຊີວິດ​ຂອງ​ພວກ​ເຮົາ​ມີ​ຄວາມ​ສະຫງົບສຸກ​ຫຼາຍ. ພວກ​ເຮົາ​ຢູ່​ໃກ້​ກັບ​ຍາດ​ຕິ​ພີ່ນ້ອງ​ຫຼາຍ​ຄົນ ເຊັ່ນ: ອາວ ອາ ແລະ​ປູ່​ຍ່າ. ພວກ​ເຮົາ​ມີ​ອາຫານ​ພຽງ​ພໍ​ແລະ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ.

ຕອນ​ຂ້ອຍ​ອາຍຸ​ປະມານ 5 ປີ ພໍ່​ແມ່​ຂອງ​ຂ້ອຍ​ກໍ​ເລີ່ມ​ຮຽນ​ຄຳພີ​ໄບເບິນ​ກັບ​ວໍເທິ້ນ ຈອນສ໌. ລາວ​ເປັນ​ຜູ້​ປະກາດ​ຂ່າວ​ດີ​ທີ່​ກະຕືລືລົ້ນ​ຫຼາຍ. ລາວ​ຍ່າງ​ປະມານ 10 ຊົ່ວໂມງ​ມາ​ບ້ານ​ຂອງ​ພວກ​ເຮົາ. ແຕ່​ລະ​ເທື່ອ​ທີ່​ລາວ​ມາ ຫຼາຍ​ຄົນ​ໃນ​ຄອບຄົວ​ຂອງ​ຂ້ອຍ​ມັກ​ຈະ​ມາ​ລວມ​ກັນ​ຢູ່​ເຮືອນ​ຂອງ​ປູ່ຍ່າ​ເພື່ອ​ລົມ​ເລື່ອງ​ຄຳພີ​ໄບເບິນ​ກັບ​ລາວ​ຫຼາຍ​ຊົ່ວໂມງ. ອາວ​ເປໂດຣ ອາ​ເອລາ ແລະ​ພໍ່​ແມ່​ຂອງ​ຂ້ອຍ​ມັກ​ສິ່ງ​ທີ່​ເຂົາເຈົ້າ​ໄດ້​ຮຽນ​ຫຼາຍ ແລະ​ບໍ່​ດົນ​ຫຼັງ​ຈາກ​ນັ້ນ​ເຂົາເຈົ້າ​ກໍ​ຮັບ​ບັບເຕມາ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ. ຕອນນີ້ ອາ​ເອລາ​ອາຍຸ​ເກືອບ 100 ປີ​ແລ້ວ​ແລະ​ເພິ່ນ​ຍັງ​ຮັບໃຊ້​ເປັນ​ໄພໂອເນຍ​ຢູ່​ກູບາ.

ໃນ​ຕອນ​ນັ້ນ ພະຍານ​ພະ​ເຢໂຫວາ​ຢູ່​ກູບາ​ຍັງ​ສາມາດ​ປະກາດ​ໄດ້​ຢ່າງ​ເປີດເຜີຍ​ແລະ​ໄປ​ປະຊຸມ​ໄດ້. ຄົນ​ຢູ່​ກູບາ​ຮູ້​ຈັກ​ພະຍານ​ພະ​ເຢໂຫວາ​ດີ​ຍ້ອນ​ພວກ​ເຮົາ​ໄປ​ປະກາດ​ຕາມ​ບ້ານ​ເຮືອນ. ພວກ​ເຮົາ​ມັກ​ຖື​ກະເປົາ​ທີ່​ເຕັມ​ແຕ່​ສິ່ງພິມ​ກ່ຽວກັບ​ຄຳພີ​ໄບເບິນ ແລະ​ພາ​ກັນ​ຍ່າງ​ຫຼາຍ​ອີ່ຫຼີ. ຂ້ອຍ​ຍັງ​ຈື່​ໄດ້​ບໍ່​ລືມ​ວ່າ​ສະໄໝ​ນັ້ນ​ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ສ່ຳ​ໃດ​ທີ່​ໄດ້​ຮັບໃຊ້​ພະ​ເຢໂຫວາ​ໃນ “ຕອນ​ທີ່​ສະດວກ” ເຖິງ​ວ່າ​ຈະ​ມີ​ຄວາມ “ລຳບາກ” ລໍ​ຖ້າ​ຢູ່​ຂ້າງ​ໜ້າ​ກໍ​ຕາມ.—2ຕມ. 4:2

ຕອນ​ທີ່​ມີ​ຄວາມ​ລຳບາກ

ຕອນ​ຂ້ອຍ​ອາຍຸ​ປະມານ 5 ປີ ພໍ່​ກັບ​ອາວ​ເດີນທາງ​ໄປ​ອີກ​ຟາກ​ໜຶ່ງ​ຂອງ​ເກາະ​ເພື່ອ​ໄປ​ປະຊຸມ​ໃຫຍ່. ແຕ່​ຕອນ​ນັ້ນ​ເຂົາເຈົ້າ​ເປັນ​ໄຂ້​ທໍລະພິດ (typhoid fever) ຍ້ອນ​ກິນ​ນ້ຳ​ທີ່​ບໍ່​ສະອາດ. ຂ້ອຍ​ຈື່​ໄດ້​ວ່າ​ຫຼັງ​ຈາກ​ທີ່​ເຂົາເຈົ້າ​ກັບ​ມາ ອາວ​ຂອງ​ຂ້ອຍ​ຜົມ​ຫຼົ່ນ​ໝົດ​ຫົວ​ແຕ່​ລອດ​ຊີວິດ. ແຕ່​ຂ້ອຍ​ເສຍໃຈ​ຫຼາຍ​ທີ່​ພໍ່​ຂອງ​ຂ້ອຍ​ບໍ່​ລອດ. ຕອນ​ນັ້ນ​ລາວ​ຫາກໍ​ອາຍຸ 32 ປີ​ໜຶ່ງ.

ຫຼັງ​ຈາກ​ທີ່​ພໍ່​ຕາຍ ແມ່​ກໍ​ຕັດສິນໃຈ​ພາ​ຄອບຄົວ​ຍ້າຍ​ໄປ​ຢູ່​ກັບ​ອ້າຍ​ຂອງ​ແມ່​ທີ່​ຢູ່​ບ້ານ​ລອມບີໂຢ. ນີ້​ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ຈາກ​ຍາດ​ຕິ​ພີ່ນ້ອງ​ລວມ​ທັງ​ປູ່​ຍ່າ​ທີ່​ເຮົາ​ຮັກ​ຫຼາຍ. ແຕ່​ຄອບຄົວ​ຂອງ​ເຮົາ​ກໍ​ຍັງ​ນະມັດສະການ​ພະ​ເຢໂຫວາ​ນຳ​ກັນ​ຕໍ່​ໄປ.

ໃນ​ວັນ​ທີ 26 ສິງຫາ 1957 ຂ້ອຍ​ຮັບ​ບັບເຕມາ​ຢູ່​ອ່າງ​ເກັບ​ນ້ຳ​ໃກ້ໆ​ລອມບີໂຢ. ຕອນ​ນັ້ນ ຂ້ອຍ​ອາຍຸ 10 ປີ. ແຕ່​ຕໍ່​ມາ​ບໍ່​ຮອດ 2 ປີ​ກໍ​ມີ​ການ​ປ່ຽນແປງ​ທີ່​ບໍ່​ຄາດ​ຄິດ​ເກີດຂຶ້ນ​ກັບ​ພະຍານ​ພະ​ເຢໂຫວາ​ໃນ​ກູບາ. ໃນ​ປີ 1959 ລັດຖະບານ​ກູບາ​ຖືກ​ຍຶດ​ອຳນາດ​ແລະ​ປ່ຽນ​ການ​ປົກຄອງ​ເປັນ​ລະບອບ​ຄອມມູນິດ.

ລັດຖະບານ​ຄອມມູນິດ​ພະຍາຍາມ​ເສີມສ້າງ​ກຳລັງ​ທາງ​ການ​ທະຫານ​ໃຫ້​ເຂັ້ມແຂງ. ນີ້​ຈຶ່ງ​ເຮັດ​ໃຫ້​ຄົນ​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ຜົນ​ກະທົບ​ຫຼາຍ ຍ້ອນ​ພວກ​ເຮົາ​ຮັກສາ​ຄວາມ​ເປັນ​ກາງ​ແລະ​ບໍ່​ຫຍຸ້ງ​ກ່ຽວກັບ​ການ​ທະຫານ. ຜົນ​ກໍ​ຄື ພວກ​ເຮົາ​ເລີ່ມ​ບໍ່​ມີ​ອິດສະຫຼະ​ໃນ​ການ​ນະມັດສະການ​ພະ​ເຢໂຫວາ​ໄດ້​ຄື​ເກົ່າ​ແລ້ວ. ໃນ​ທີ່​ສຸດ ລັດຖະບານ​ກໍ​ສັ່ງ​ຫ້າມ​ການ​ປະກາດ​ແລະ​ການ​ປະຊຸມ. ພີ່ນ້ອງ​ຊາຍ​ຫຼາຍ​ຄົນ​ກໍ​ຖືກ​ຈັບ​ເຂົ້າ​ຄຸກ. ເຂົາເຈົ້າ​ບາງ​ຄົນ​ຖືກ​ຕີ​ເລື້ອຍໆ​ແລະ​ໄດ້​ກິນ​ເຂົ້າ​ແຕ່​ໜ້ອຍ​ດຽວ. ບາງ​ເທື່ອ​ອາຫານ​ທີ່​ຜູ້​ຄຸມ​ຄຸກ​ເອົາ​ໃຫ້​ກໍ​ມີ​ເລືອດ​ເຊິ່ງ​ເຂົາເຈົ້າ​ກິນ​ບໍ່​ໄດ້.

ເຖິງ​ວ່າ​ຈະ​ເຈິ​ຂໍ້​ທ້າທາຍ​ຫຼາຍ​ຢ່າງ ເຮົາ​ກໍ​ຍັງ​ປະຊຸມ​ກັນ​ຕໍ່​ໄປ​ເພື່ອ​ນະມັດສະການ​ພະ​ເຢໂຫວາ. (ຮຣ. 10:25) ເຮົາ​ເຖິງຂັ້ນ​ຈັດການ​ປະຊຸມ​ໃຫຍ່​ຢູ່​ຟາມ​ຫຼື​ບ່ອນ​ອື່ນໆ​ທົ່ວ​ປະເທດ. ຂ້ອຍ​ຈື່​ໄດ້​ວ່າ​ມີ​ເທື່ອ​ໜຶ່ງ​ທີ່​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ໃຫ້​ເຮົາ​ໃຊ້​ຟາມ​ແກະ​ຂອງ​ລາວ​ຈັດການ​ປະຊຸມ​ໃຫຍ່. ເຮົາ​ເອົາ​ແກະ​ອອກ​ຈາກ​ຟາມ​ບໍ່​ທັນ​ແລະ​ອະນາໄມ​ສະຖານ​ທີ່​ຍັງ​ບໍ່​ແລ້ວ​ຊ້ຳ ແຕ່​ເຮົາ​ກໍ​ຈັດການ​ປະຊຸມ​ໃຫຍ່​ໄດ້​ແລະ​ແກະ​ກໍ​ປະຊຸມ​ນຳ​ກັນ​ກັບ​ເຮົາ​ເລີຍ.—ມກ. 2:12

ເຮົາ​ເຫັນຄ່າ​ວຽກ​ໜັກ​ຂອງ​ພີ່ນ້ອງ​ທີ່​ຊ່ວຍ​ໃຫ້​ເຮົາ​ໄດ້​ຮັບ​ຄວາມ​ຮູ້​ທີ່​ເສີມ​ຄວາມ​ເຊື່ອ​ໃນ​ສະໄໝ​ນັ້ນ. ຕົວຢ່າງ​ເຊັ່ນ: ມີ​ການ​ອັດ​ຄຳ​ບັນລະຍາຍ​ການ​ປະຊຸມ​ໃຫຍ່​ທັງໝົດ​ໄວ້​ໃນ​ກະ​ແຊັດ​ເທັບ ແລະ​ສົ່ງ​ເທັບ​ນັ້ນ​ໄປ​ທົ່ວ​ປະເທດ​ເພື່ອ​ໃຫ້​ພີ່ນ້ອງ​ໃຊ້​ໃນ​ການ​ປະຊຸມ. ໃນ​ສະໄໝ​ນັ້ນ ມີ​ການ​ມອບໝາຍ​ໃຫ້​ພີ່ນ້ອງ​ຊາຍ​ແຕ່ 2 ຄົນ​ໃຫ້​ກຽມ ເຮັດ​ສ່ວນ ແລະ​ອັດ​ຄຳ​ບັນລະຍາຍ​ທຸກ​ລາຍການ. ຍ້ອນ​ພີ່ນ້ອງ​ຕ້ອງ​ອັດ​ໃນ​ບ່ອນ​ລັບ​ທີ່​ບໍ່​ໃຫ້​ໃຜ​ຮູ້ ບາງ​ເທື່ອ​ເຮົາ​ເລີຍ​ໄດ້​ຍິນ​ສຽງ​ໄກ່​ແລະ​ສຽງ​ແປກໆ​ອື່ນໆ​ແຊກ​ເຂົ້າ​ມາ​ນຳ. ຖ້າ​ບ່ອນ​ທີ່​ຈັດການ​ປະຊຸມ​ໃຫຍ່​ບໍ່​ມີ​ໄຟ​ຟ້າ ກໍ​ຈະ​ມີ​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ປັ່ນ​ລົດ​ຖີບ​ທີ່​ຕິດ​ກັບ​ເຄື່ອງ​ປັ່ນ​ໄຟ​ເພື່ອ​ຜະລິດ​ກະແສ​ໄຟ​ຟ້າ​ໃຊ້​ໃນ​ການ​ປະຊຸມ. ການ​ເຮັດ​ແບບ​ນີ້​ກໍ​ເຮັດ​ໃຫ້​ເຮົາ​ມີ​ໄຟ​ຟ້າ​ເປີດ​ເຄື່ອງ​ບັນທຶກ​ສຽງ​ແລະ​ຟັງ​ລາຍການ​ປະຊຸມ​ໄດ້. ເຖິງ​ວ່າ​ເຮົາ​ບໍ່​ມີ​ອິດສະຫຼະ​ຫຼື​ບໍ່​ມີ​ປຶ້ມ​ຕ່າງໆ​ຫຼາຍ​ຄື​ກັບ​ພີ່ນ້ອງ​ຢູ່​ປະເທດ​ອື່ນ ແຕ່​ເຮົາ​ບໍ່​ເຄີຍ​ຂາດ​ຄວາມ​ຮູ້​ທີ່​ເສີມ​ຄວາມ​ເຊື່ອ ແລະ​ເຮົາ​ກໍ​ຍັງ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ມີ​ຄວາມ​ສຸກ​ນຳ​ກັນ​ກັບ​ພີ່ນ້ອງ.—ນຮຢ. 8:10

ເປັນ​ໄພໂອເນຍ​ແລະ​ເປັນ​ພໍ່​ແມ່

ຕອນ​ຂ້ອຍ​ອາຍຸ 18 ປີ ຂ້ອຍ​ເລີ່ມ​ເປັນ​ໄພໂອເນຍ​ປະຈຳ​ຢູ່​ເມືອງ​ຟລໍຣິດາ. ປະມານ 1 ປີ​ຫຼັງ​ຈາກ​ນັ້ນ ຂ້ອຍ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ໄພໂອເນຍ​ພິເສດ​ຮັບໃຊ້​ຢູ່​ເມືອງ​ກາມັກເວ​ເຊິ່ງ​ເປັນ​ເມືອງ​ທີ່​ສຳຄັນ​ທີ່​ສຸດ​ເມືອງ​ໜຶ່ງ​ຂອງ​ກູບາ. ຂ້ອຍ​ເຈິ​ກັບ​ເອມີເລຍ​ຢູ່​ຫັ້ນ ລາວ​ເປັນ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ງາມ​ແລະ​ມາ​ຈາກ​ເມືອງ​ຊານຕິອາໂກ ເດິ ກູບາ. ເຮົາ​ເລີ່ມ​ຄົບຫາ​ກັນ ແລະ​ປະມານ 1 ປີ​ຕໍ່​ມາ​ເຮົາ​ກໍ​ແຕ່ງດອງ​ກັນ.

ຮູບ: ຮູບ​ທີ 1. ກຸດສະຕາໂວ​ກັບ​ໝູ່​ໃນ​ຫ້ອງ​ນັ່ງ​ຖ່າຍ​ຮູບ​ໂຮງຮຽນ​ນຳ​ກັນ. ຮູບ​ທີ 2. ກຸດສະຕາໂວ​ແລະ​ເອມີເລຍ​ຢືນ​ຍິ້ມ​ຢູ່​ຕໍ່​ໜ້າ​ເຄັກ​ໃນ​ມື້​ແຕ່ງດອງ.

(ຊ້າຍ) ໂຮງຮຽນ​ພະ​ລາຊະກິດ​ສຳລັບ​ຜູ້​ເບິ່ງແຍງ​ຢູ່​ເມືອງ​ກາມັກເວ ກູບາ ໃນ​ປີ 1966

(ຂວາ) ມື້​ແຕ່ງດອງ​ຂອງ​ເຮົາ​ໃນ​ປີ 1967

ຂ້ອຍ​ເລີ່ມ​ເຮັດ​ວຽກ​ເຕັມ​ເວລາ​ຢູ່​ໂຮງງານ​ນ້ຳ​ຕານ​ຂອງ​ລັດຖະບານ. ຂ້ອຍ​ກັບ​ເອມີເລຍ​ບໍ່​ສາມາດ​ຮັບໃຊ້​ເປັນ​ໄພໂອເນຍ​ຕໍ່​ໄດ້ ແຕ່​ເຮົາ​ກໍ​ຍັງ​ຢາກ​ຮັບໃຊ້​ພະ​ເຢໂຫວາ​ເຕັມທີ​ເທົ່າ​ທີ່​ເປັນ​ໄປ​ໄດ້. ຂ້ອຍ​ເລືອກ​ເຮັດ​ວຽກ​ກະ 3 ໂມງ​ເຊົ້າ​ຫາ 11 ໂມງ​ເຊົ້າ​ຢູ່​ໂຮງງານ. ຂ້ອຍ​ບໍ່​ມັກ​ຕື່ນ​ແຕ່​ເຊົ້າໆ​ແຕ່​ການ​ເລືອກ​ເຮັດ​ວຽກ​ໂມງ​ນີ້​ເຮັດ​ໃຫ້​ຂ້ອຍ​ສາມາດ​ໄປ​ປະກາດ​ເປັນ​ປະຈຳ​ແລະ​ສາມາດ​ໄປ​ປະຊຸມ​ກັບ​ເອມີເລຍ​ທຸກ​ລາຍການ​ໄດ້.

ໃນ​ປີ 1969 ເຮົາ​ໄດ້​ລູກ​ຊາຍ​ຄົນ​ທຳອິດ​ຊື່​ກຸດສະຕາໂວ. ໃນ​ຕອນ​ນັ້ນ ພີ່ນ້ອງ​ທີ່​ນຳໜ້າ​ຂໍ​ໃຫ້​ຂ້ອຍ​ເລີ່ມ​ຮັບໃຊ້​ເປັນ​ຜູ້​ເບິ່ງແຍງ​ໝວດ. ໃນ​ສະໄໝ​ນັ້ນ ເປັນ​ເລື່ອງ​ປົກກະຕິ​ໃນ​ກູບາ​ທີ່​ຜູ້​ເບິ່ງແຍງ​ໝວດ​ຈະ​ເຮັດ​ວຽກ​ຮັບໃຊ້​ແລະ​ເບິ່ງແຍງ​ຄອບຄົວ​ໄປ​ນຳ. ຊ່ວງ​ນັ້ນ​ເປັນ​ຊ່ວງ​ທີ່​ເຮົາ​ມີ​ຄວາມ​ສຸກ​ທີ່​ສຸດ ແຕ່​ກໍ​ຫຍຸ້ງ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຮົາ. ຂ້ອຍ​ກັບ​ເອມີເລຍ​ຮູ້ສຶກ​ວ່າ​ເປັນ​ສິດທິ​ພິເສດ​ຫຼາຍ​ແທ້ໆ​ທີ່​ໄດ້​ຮັບໃຊ້​ພີ່ນ້ອງ​ໃນ​ການ​ເຮັດ​ວຽກ​ເບິ່ງແຍງ​ໝວດ. ຕໍ່​ມາ ຕອນ​ທີ່​ເຮົາ​ຍັງ​ເຮັດ​ວຽກ​ນີ້​ຢູ່ ເຮົາ​ກໍ​ມີ​ລູກ​ຊາຍ​ຄົນ​ທີ​ສອງ​ຊື່​ໂອເບດ. ຫຼັງ​ຈາກ​ນັ້ນ ເຮົາ​ກໍ​ໄດ້​ລູກ​ຊາຍ​ອີກ​ຄົນ​ໜຶ່ງ​ຊື່​ແອັບເນີ້ ແລະ​ບໍ່​ເທົ່າ​ໃດ​ປີ​ຕໍ່​ມາ​ເຮົາ​ກໍ​ໄດ້​ລູກ​ສາວ​ຊື່​ມາເຮລີ.

ເມື່ອ​ຂ້ອຍ​ເບິ່ງ​ຄືນ​ຫຼັງ​ໃນ​ຫຼາຍ​ປີ​ທີ່​ເຮັດ​ວຽກ​ເປັນ​ຜູ້​ເບິ່ງແຍງ​ໝວດ ມັນ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ເຫັນ​ວ່າ​ພະ​ເຢໂຫວາ​ເບິ່ງແຍງ​ຄົນ​ຂອງ​ເພິ່ນ​ແນວ​ໃດ​ໃນ​ກູບາ. ເພິ່ນ​ຍັງ​ໄດ້​ອວຍພອນ​ເຮົາ​ນຳ​ທີ່​ພະຍາຍາມ​ສອນ​ລູກ​ໃຫ້​ຮັກ​ເພິ່ນ. ຕໍ່​ໄປ​ຂ້ອຍ​ຈະ​ເລົ່າ​ໃຫ້​ຟັງ​ວ່າ​ຊີວິດ​ຂອງ​ຂ້ອຍ​ກັບ​ເອມີເລຍ​ເປັນ​ແນວ​ໃດ​ຕອນ​ທີ່​ພວກ​ເຮົາ​ເຮັດ​ວຽກ​ເບິ່ງແຍງ​ໝວດ.

ເປັນ​ຜູ້​ເບິ່ງແຍງ​ໝວດ​ໃນ​ຊ່ວງ​ທີ່​ມີ​ການ​ສັ່ງ​ຫ້າມ

ໃນ​ຊຸມ​ປີ 1960 ແລະ 1970 ເຮົາ​ເຫັນ​ໄດ້​ເລີຍ​ວ່າ​ການ​ສັ່ງ​ຫ້າມ​ມີ​ຜົນ​ຕໍ່​ວຽກ​ຂອງ​ເຮົາ​ຫຼາຍ​ສ່ຳ​ໃດ ເຊັ່ນ: ຫໍປະຊຸມ​ຖືກ​ສັ່ງ​ປິດ ມິດຊັນນາຣີ​ຖືກ​ໄລ່​ອອກ​ຈາກ​ປະເທດ ພີ່ນ້ອງ​ໄວລຸ້ນ​ຊາຍ​ຫຼາຍ​ຄົນ​ຖືກ​ຈັບ​ເຂົ້າ​ຄຸກ ແລະ​ສຳນັກງານ​ສາຂາ​ຢູ່​ເມືອງ​ຮາວານາ​ກໍ​ຖືກ​ປິດ.

ກຸດສະຕາໂວ​ແລະ​ເອມີເລຍ​ຈັບ​ວາລະສານ “ຕື່ນເຖີດ” ໃນ​ພາສາ​ສະເປນ.

ເຮັດ​ວຽກ​ເປັນ​ຜູ້​ເບິ່ງແຍງ​ໝວດ​ໃນ​ຊຸມ​ປີ 1990

ເນື່ອງ​ຈາກ​ຖືກ​ສັ່ງ​ຫ້າມ ເຮົາ​ຈຶ່ງ​ໄປ​ຢາມ​ປະຊາຄົມ​ຕ່າງໆ​ໄດ້​ແຕ່​ຕອນ​ທ້າຍ​ອາທິດ​ເທົ່າ​ນັ້ນ. ດັ່ງນັ້ນ ແຕ່​ລະ​ປະຊາຄົມ​ຈະ​ໄດ້​ຮັບ​ການ​ຢ້ຽມຢາມ​ໃນ​ວັນ​ເສົາ​ວັນ​ທິດ​ຕິດຕໍ່​ກັນ 2 ອາທິດ. ເຮົາ​ເອົາ​ເຄື່ອງ​ໄປ​ໜ້ອຍ​ດຽວ ແລະ​ເຮົາ​ມັກ​ຈະ​ເດີນທາງ​ດ້ວຍ​ລົດ​ຖີບ ຍ້ອນ​ມັນ​ເຮັດ​ໃຫ້​ບໍ່​ເປັນ​ຈຸດ​ສົນໃຈ​ຂອງ​ຕຳຫຼວດ​ຫຼື​ຄົນ​ອື່ນໆ. ນອກ​ຈາກ​ນັ້ນ ຈະ​ບໍ່​ມີ​ການ​ປະກາດ​ຢ່າງ​ເປີດເຜີຍ​ວ່າ​ຈະ​ມີ​ການ​ຢ້ຽມຢາມ​ຂອງ​ຜູ້​ເບິ່ງແຍງ​ໝວດ. ເຮົາ​ຕ້ອງ​ເຮັດ​ຄື​ກັບ​ວ່າ​ເຮົາ​ໄປ​ຢາມ​ຍາດ​ຕິ​ພີ່ນ້ອງ. ທີ່​ຈິງ ການ​ເຮັດ​ແບບ​ນັ້ນ​ງ່າຍ​ຫຼາຍ ເພາະ​ເຮົາ​ຮູ້ສຶກ​ວ່າ​ພີ່ນ້ອງ​ເປັນ​ຄື​ກັບ​ຄອບຄົວ​ຈົນ​ບາງ​ເທື່ອ​ເຮົາ​ເກືອບ​ລືມ​ໄປ​ວ່າ​ເຮົາ​ມາ​ຢາມ​ພີ່ນ້ອງ​ເພື່ອ​ໃຫ້​ກຳລັງ​ໃຈ​ແລະ​ເສີມ​ຄວາມ​ເຊື່ອ​ເຂົາເຈົ້າ. (ມຣກ. 10:29, 30) ແຕ່​ເຮົາ​ກໍ​ຕ້ອງ​ລະມັດລະວັງ​ນຳ. ຫຼາຍ​ເທື່ອ​ຕຳຫຼວດ​ຕິດຕາມ​ເຮົາ​ແລະ​ສອບ​ສວນ​ເຮົາ. ຖ້າ​ເຮົາ​ຖືກ​ຈັບ​ໄດ້ ພີ່ນ້ອງ​ທີ່​ເຮົາ​ພັກ​ນຳ​ກໍ​ສ່ຽງ​ທີ່​ຈະ​ຖືກ​ຈັບ​ຄື​ກັນ.—ຣມ. 16:4

ໃນ​ຊ່ວງ​ເວລາ​ນີ້ ພວກ​ເຮົາ​ໄດ້​ເຈິ​ກັບ​ພີ່ນ້ອງ​ຫຼາຍ​ຄົນ​ທີ່​ສະແດງ​ນ້ຳໃຈ​ເອື້ອເຟື້ອ​ເຖິງ​ວ່າ​ເຂົາເຈົ້າ​ມີ​ເງິນ​ບໍ່​ຫຼາຍ. ບາງ​ເມືອງ​ທີ່​ພວກ​ເຮົາ​ໄປ​ມີ​ຍຸງ​ຫຼາຍ​ແທ້​ຫຼາຍ​ວ່າ ແຕ່​ພີ່ນ້ອງ​ກໍ​ໃຈ​ດີ​ເອົາ​ມຸ້ງ​ທີ່​ເຂົາເຈົ້າ​ມີ​ແຕ່​ອັນ​ດຽວ​ໃຫ້​ເຮົາ​ໃຊ້​ເພື່ອ​ເຮົາ​ຈະ​ໄດ້​ນອນ​ຫຼັບ​ສະບາຍ. ສ່ວນ​ພີ່ນ້ອງ​ບາງ​ຄົນ​ເຕັມໃຈ​ໃຫ້​ເຮົາ​ພັກ​ນຳ​ທັງໆ​ທີ່​ເຂົາເຈົ້າ​ມີ​ອາຫານ​ພຽງ​ແຕ່​ໜ້ອຍ​ດຽວ. ສະນັ້ນ ບາງ​ເທື່ອ​ເຮົາ​ກໍ​ເລີຍ​ເອົາ​ອາຫານ​ໄປ​ນຳ​ເພື່ອ​ແບ່ງ​ໃຫ້​ເຈົ້າ​ຂອງ​ເຮືອນ​ກິນ.

ເຮົາ​ບໍ່​ສາມາດ​ພາ​ລູກໆ​ທຸກ​ຄົນ​ໄປ​ຕອນ​ທີ່​ໄປ​ຢາມ​ແຕ່​ລະ​ປະຊາຄົມ. ສະນັ້ນ ເຮົາ​ຈຶ່ງ​ພາ​ລູກ​ໄປ​ແຕ່​ຄົນ​ດຽວ ສ່ວນ​ທີ່​ເຫຼືອ​ແມ່ນ​ເຮົາ​ຝາກ​ໄວ້​ກັບ​ແມ່​ແລະ​ນ້ອງ​ສາວ​ເບິ່ງ​ໃຫ້​ຢູ່​ບ້ານ. ທີ່​ຈິງ​ແລ້ວ ການ​ມີ​ແອນ້ອຍ​ໄປ​ນຳ​ຕອນ​ໄປ​ຢາມ​ປະຊາຄົມ​ຕ່າງໆ​ກໍ​ຊ່ວຍ​ໃຫ້​ພວກ​ເຮົາ​ປອດໄພ. ມີ​ບາງ​ເທື່ອ​ເຮົາ​ຖືກ​ຕຳຫຼວດ​ກວດ ແຕ່​ເຮົາ​ເຊື່ອງ​ປຶ້ມ​ຂອງ​ອົງການ​ໄວ້​ໃນ​ຖົງ​ຜ້າ​ອ້ອມ​ທີ່​ໃຊ້​ແລ້ວ​ເຊິ່ງ​ເປັນ​ບ່ອນ​ທີ່​ຕຳຫຼວດ​ຈະ​ບໍ່​ມີ​ທາງ​ກວດ​ແນ່ນອນ.

ຂ້ອຍ​ປະທັບໃຈ​ແລະ​ເຫັນຄ່າ​ເອມີເລຍ​ຫຼາຍ​ທີ່​ລາວ​ເຮັດ​ທຸກ​ຢ່າງ​ເພື່ອ​ເບິ່ງແຍງ​ລູກໆ​ແລະ​ສະໜັບສະໜູນ​ຂ້ອຍ​ໄປ​ນຳ​ໃນ​ຊ່ວງ​ທີ່​ເຮົາ​ຮັບໃຊ້​ເຕັມ​ເວລາ. ສຳລັບ​ຂ້ອຍ ຂ້ອຍ​ສາມາດ​ບໍລິຫານ​ເວລາ​ໃຫ້​ກັບ​ວຽກ​ທີ່​ເຮັດ​ຢູ່​ໂຮງງານ​ນ້ຳ​ຕານ​ແລະ​ກໍ​ເຮັດ​ວຽກ​ຮັບໃຊ້​ເປັນ​ຜູ້​ເບິ່ງແຍງ​ໝວດ​ໄປ​ນຳ​ໄດ້. ຮູ້​ບໍ​ຂ້ອຍ​ເຮັດ​ໄດ້​ແນວ​ໃດ? ບາງ​ເທື່ອ​ຂ້ອຍ​ເຮັດ​ວຽກ 2 ກະ​ລວດ​ເທື່ອ​ໜຶ່ງ​ຫຼື​ສອງ​ເທື່ອ​ຕໍ່​ອາທິດ​ເພື່ອ​ຂ້ອຍ​ຈະ​ໄດ້​ພັກ​ທ້າຍ​ອາທິດ. ແຕ່​ຕໍ່​ມາ ວຽກ​ທີ່​ຂ້ອຍ​ເຮັດ​ກໍ​ມີ​ການ​ປັບ​ປ່ຽນ. ຂ້ອຍ​ໄດ້​ຂຶ້ນ​ເປັນ​ຫົວໜ້າ​ທີມ​ແລະ​ຕ້ອງ​ເຮັດ​ວຽກ 7 ມື້​ຕໍ່​ອາທິດ. ຂ້ອຍ​ບໍ່​ສາມາດ​ປະຕິເສດ​ວຽກ​ນີ້​ໄດ້. ແຕ່​ຂ້ອຍ​ໄດ້​ເຫັນ​ວ່າ ຖ້າ​ຂ້ອຍ​ເອົາ​ວຽກ​ໃຫ້​ທີມ​ເຮັດ​ຫຼາຍ​ພໍ​ທີ່​ເຂົາເຈົ້າ​ຈະ​ຫຍຸ້ງໆ​ໃນ​ທ້າຍ​ອາທິດ ເຂົາເຈົ້າ​ກໍ​ຈະ​ເຮັດ​ວຽກ​ແທນ​ຂ້ອຍ​ຕອນ​ທີ່​ຂ້ອຍ​ໄປ​ຢາມ​ປະຊາຄົມ​ຕ່າງໆ. ຂ້ອຍ​ຄິດ​ວ່າ​ຫົວໜ້າ​ຂອງ​ຂ້ອຍ​ບໍ່​ຮູ້​ເລີຍ​ວ່າ​ຂ້ອຍ​ບໍ່​ເຄີຍ​ມາ​ວຽກ​ໃນ​ວັນ​ເສົາ​ວັນ​ທິດ.

ມີ​ຄວາມ​ສຸກ​ຢູ່​ສະເໝີ​ເຖິງ​ວ່າ​ຈະ​ເຈິ​ການ​ປ່ຽນແປງ

ກຸດສະຕາໂວ​ບັນລະຍາຍ​ຢູ່​ການ​ປະຊຸມ​ໝວດ​ໃນ​ປີ 1994.

ໃນ​ປີ 1994 ກັບ​ມາ​ປະຊຸມ​ພາກ​ໄດ້​ຢ່າງ​ເປີດເຜີຍ​ອີກ​ເທື່ອ​ໜຶ່ງ​ຫຼັງ​ຈາກ​ລັດຖະບານ​ສັ່ງ​ຫ້າມ​ວຽກ​ຂອງ​ພະຍານ​ພະ​ເຢໂຫວາ

ໃນ​ປີ 1994 ມີ​ມື້​ໜຶ່ງ​ທີ່​ພີ່ນ້ອງ​ຊາຍ​ທີ່​ນຳໜ້າ​ໃນ​ກູບາ​ເອີ້ນ​ຜູ້​ເບິ່ງແຍງ​ໝວດ​ທັງໝົດ 80 ຄົນ​ໃຫ້​ມາ​ປະຊຸມ​ກັນ​ຢູ່​ເມືອງ​ຮາວານາ. ພວກ​ເຮົາ​ດີ​ໃຈ​ຫຼາຍ​ທີ່​ໃນ​ທີ່​ສຸດ​ພວກ​ເຮົາ​ກໍ​ໄດ້​ເຈິ​ກັນ​ຫຼັງ​ຈາກ​ຜ່ານ​ມາ​ຫຼາຍ​ປີ. ໃນ​ການ​ປະຊຸມ​ນັ້ນ ທຳອິດ​ພວກ​ເຮົາ​ລົມ​ກັນ​ເລື່ອງ​ການ​ປັບ​ປ່ຽນ​ບາງ​ຢ່າງ​ໃນ​ອົງການ. ຫຼັງ​ຈາກ​ນັ້ນ ກໍ​ມີ​ຄຳ​ປະກາດ​ໜຶ່ງ​ທີ່​ເຮັດ​ໃຫ້​ພວກ​ເຮົາ​ຕົກໃຈ​ຫຼາຍ. ພີ່ນ້ອງ​ຊາຍ​ທີ່​ນຳໜ້າ​ບອກ​ວ່າ​ເຂົາເຈົ້າ​ມີ​ແຜນທີ່​ຈະ​ເອົາ​ລາຍຊື່​ຂອງ​ພວກ​ເຮົາ​ໃຫ້​ເຈົ້າ​ໜ້າທີ່. ເປັນ​ຫຍັງ​ເຂົາເຈົ້າ​ຈຶ່ງ​ເຮັດ​ແບບ​ນັ້ນ?

ພີ່ນ້ອງ​ຊາຍ​ເຫຼົ່າ​ນັ້ນ​ອະທິບາຍ​ວ່າ​ເຂົາເຈົ້າ​ໄດ້​ປະຊຸມ​ກັບ​ເຈົ້າ​ໜ້າທີ່​ຂອງ​ລັດຖະບານ​ໂດຍ​ມີ​ເປົ້າໝາຍ​ເພື່ອ​ປັບປຸງ​ຄວາມ​ສຳພັນ​ລະຫວ່າງ​ລັດຖະບານ​ກັບ​ພະຍານ​ພະ​ເຢໂຫວາ. ເຈົ້າ​ໜ້າທີ່​ຈຶ່ງ​ຂໍ​ລາຍຊື່​ຜູ້​ເບິ່ງແຍງ​ໝວດ​ທຸກ​ຄົນ. ພວກ​ເຮົາ​ທຸກ​ຄົນ​ກໍ​ຍິນດີ​ເຮັດ​ຕາມ. ນັບ​ຕັ້ງແຕ່​ມື້​ນັ້ນ​ມາ ການ​ເຈລະຈາ​ກັບ​ເຈົ້າ​ໜ້າທີ່​ລັດຖະບານ​ໄດ້​ຮັບ​ຜົນ​ດີ​ຫຼາຍ.

ໃນ​ທີ່​ສຸດ​ເຮົາ​ກໍ​ສາມາດ​ປະຊຸມ​ແລະ​ປະກາດ​ໄດ້​ຢ່າງ​ອິດສະຫຼະ​ເຖິງ​ວ່າ​ພະຍານ​ພະ​ເຢໂຫວາ​ຍັງ​ບໍ່​ທັນ​ໄດ້​ຖືກ​ຈົດ​ທະບຽນ​ໃຫ້​ເປັນ​ສາສະໜາ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ. ເຮົາ​ມາ​ຮູ້​ນຳ​ຫຼັງ​ວ່າ​ທີ່​ແທ້​ແລ້ວ​ເຈົ້າ​ໜ້າທີ່​ຮູ້​ຊື່​ຂອງ​ຜູ້​ເບິ່ງແຍງ​ບາງ​ຄົນ​ແລ້ວ ແຕ່​ເຂົາເຈົ້າ​ຢາກ​ໃຫ້​ເຮົາ​ຢືນຢັນ​ສິ່ງ​ທີ່​ເຂົາເຈົ້າ​ມີ​ຊື່ໆ.

ໃນ​ເດືອນ​ກັນຍາ ປີ 1994 ລັດຖະບານ​ກໍ​ອະນຸຍາດ​ໃຫ້​ເຮົາ​ກັບ​ມາ​ເປີດ​ສຳນັກງານ​ສາຂາ​ອີກ​ເທື່ອ​ໜຶ່ງ. ເຮົາ​ຈຶ່ງ​ໄດ້​ໃຊ້​ຕຶກ​ເກົ່າ​ທີ່​ເຮົາ​ເຄີຍ​ໃຊ້ 20 ປີ​ກ່ອນ.

ຫຼັງ​ຈາກ​ນັ້ນ ໃນ​ປີ 1996 ພີ່ນ້ອງ​ຢູ່​ເບເທນ​ໂທມາ​ເຊີນ​ຂ້ອຍ​ກັບ​ເອມີເລຍ​ໃຫ້​ໄປ​ຮັບໃຊ້​ຢູ່​ຫັ້ນ. ພວກ​ເຮົາ​ຕົກໃຈ​ຫຼາຍ ແລ້ວ​ຂ້ອຍ​ກໍ​ບອກ​ພີ່ນ້ອງ​ວ່າ​ຂ້ອຍ​ຍັງ​ມີ​ລູກ​ອີກ 2 ຄົນ​ທີ່​ຕ້ອງ​ເບິ່ງແຍງ. ແຕ່​ພີ່ນ້ອງ​ກໍ​ຍິນດີ​ພິຈາລະນາ​ສະຖານະການ​ຂອງ​ຂ້ອຍ​ຄືນ​ອີກ ແລ້ວ​ຢືນຢັນ​ວ່າ​ຍັງ​ຢາກ​ໃຫ້​ເຮົາ​ໄປ​ຮັບໃຊ້​ຢູ່​ເບເທນ. ເຮົາ​ກໍ​ເລີຍ​ຕອບ​ຮັບ​ຄຳ​ເຊີນ​ແລະ​ເລີ່ມ​ວາງ​ແຜນ​ຍ້າຍ​ໄປ​ເມືອງ​ຮາວານາ​ໝົດ​ຄອບຄົວ.

ຮູບ: ຮູບ​ທີ 1. ເອມີເລຍ​ກັບ​ພີ່ນ້ອງ​ຍິງ​ເຮັດ​ວຽກ​ໃນ​ພະແນກ​ຫຍິບ​ເຄື່ອງ​ຢູ່​ສຳນັກງານ​ສາຂາ. ຮູບ​ທີ 2. ກຸດສະຕາໂວ​ບັນລະຍາຍ​ຢູ່​ຫໍປະຊຸມ​ໝວດ

(ຊ້າຍ) ເອມີເລຍ​ເຮັດ​ວຽກ​ໃນ​ພະແນກ​ຫຍິບ​ເຄື່ອງ​ຢູ່​ສຳນັກງານ​ສາຂາ​ກູບາ​ໃນ​ຊຸມ​ປີ 2000

(ຂວາ) ການ​ອຸທິດ​ຫໍປະຊຸມ​ໃຫຍ່​ໃນ​ປີ 2012

ເວົ້າ​ແທ້ໆ​ເດີ້ ທຳອິດ​ຂ້ອຍ​ບໍ່​ມັກ​ວຽກ​ຢູ່​ເບເທນ​ປານ​ໃດ. ຂ້ອຍ​ເຮັດ​ວຽກ​ເປັນ​ຜູ້​ເບິ່ງແຍງ​ໝວດ​ມາ​ຫຼາຍ​ປີ​ແລະ​ໃຈ​ຂ້ອຍ​ກໍ​ຢູ່​ກັບ​ເຂດ. ຂ້ອຍ​ຮູ້ສຶກ​ເປັນ​ຫ່ວງ​ພີ່ນ້ອງ​ໃນ​ເຂດ​ຫຼາຍ ແລະ​ຂ້ອຍ​ກໍ​ບໍ່​ລຶ້ງ​ທີ່​ຕ້ອງ​ມາ​ນັ່ງ​ເຮັດ​ວຽກ​ຢູ່​ຫ້ອງ​ການ. ແຕ່​ພີ່ນ້ອງ​ໃນ​ເບເທນ​ຫຼາຍ​ຄົນ​ແລະ​ໂດຍ​ສະເພາະ​ເອມີເລຍ​ໄດ້​ຊ່ວຍ​ຂ້ອຍ​ໃຫ້​ປັບ​ຄວາມ​ຄິດ​ຂອງ​ໂຕເອງ. ໃນ​ທີ່​ສຸດ ຂ້ອຍ​ກໍ​ມີ​ຄວາມ​ສຸກ​ອີກ​ເທື່ອ​ໜຶ່ງ ແລະ​ຕອນນີ້​ຂ້ອຍ​ມັກ​ວຽກ​ຮັບໃຊ້​ຢູ່​ເບເທນ.

ຮູບ: ຮູບທີ 1. ກຸດສະຕາໂວ​ລົມ​ກັບ​ນັກ​ຮຽນ​ທີ່​ຈົບ​ຈາກ​ໂຮງຮຽນ​ພະຄຳພີ​ສຳລັບ​ຄູ່​ສົມລົດ​ທີ່​ຢືນ​ຢູ່​ທາງ​ຫຼັງ​ລາວ. ຮູບທີ 2. ກຸດສະຕາໂວຢືນ​ຢູ່​ກັບ​ຄະນະ​ກຳມະການ​ສາຂາ 4 ຄົນ.

(ຊ້າຍ) ຮຽນ​ຈົບ​ໂຮງຮຽນ​ພະຄຳພີ​ສຳລັບ​ຄູ່​ສົມລົດ​ໃນ​ປີ 2013

(ຂວາ) ຄະນະ​ກຳມະການ​ສາຂາ​ກູບາ​ໃນ​ປີ 2013

ກຸດ​ສະຕາໂວ​ແລະ​ເອມີເລຍ​ນັ່ງ​ກັບ​ລູກ​ສາວ​ແລະ​ລູກ​ເຂີຍ.

ຢູ່​ການ​ປະຊຸມ​ໝວດ​ກັບ​ລູກ​ສາວ​ແລະ​ລູກ​ເຂີຍ

ຕອນນີ້​ຂ້ອຍ​ກັບ​ເອມີເລຍ​ອາຍຸ​ຫຼາຍ​ແລ້ວ ແຕ່​ເມື່ອ​ເຮົາ​ຄິດ​ເຖິງ​ພີ່ນ້ອງ​ທຸກ​ຄົນ​ທີ່​ເຮົາ​ໄດ້​ມີ​ໂອກາດ​ຮູ້​ຈັກ​ແລະ​ຮັບໃຊ້​ນຳ​ກັນ​ມາ​ຫຼາຍ​ປີ​ກໍ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ. ເຮົາ​ຍັງ​ມີ​ຄວາມ​ສຸກ​ເປັນ​ພິເສດ​ທີ່​ເຫັນ​ລູກໆ​ແລະ​ຫຼານໆ​ຂອງ​ເຮົາ​ຮັບໃຊ້​ພະ​ເຢໂຫວາ. ເຮົາ​ຮູ້ສຶກ​ຄື​ກັບ​ອັກຄະສາວົກ​ໂຢຮັນ​ຕອນ​ທີ່​ອາຍຸ​ຫຼາຍ​ແລ້ວ​ທີ່​ເວົ້າ​ວ່າ: “ສິ່ງ​ທີ່​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ສຸດ​ແມ່ນ​ໄດ້​ຍິນ​ວ່າ​ພວກ​ລູກ​ຂອງ​ຂ້ອຍ​ຍັງ​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ.”—3ຢຮ. 4

ຂ້ອຍ​ກັບ​ເອມີເລຍ​ຮັບໃຊ້​ຢູ່​ເບເທນ​ມາ​ເກືອບ 30 ປີ​ແລ້ວ. ພວກ​ເຮົາ​ພະຍາຍາມ​ເຮັດ​ວຽກ​ທີ່​ເຮົາ​ໄດ້​ຮັບ​ມອບໝາຍ​ໃຫ້​ດີ​ທີ່​ສຸດ​ເຖິງ​ວ່າ​ຈະ​ຕ້ອງ​ຕໍ່ສູ້​ກັບ​ມະເຮັງ​ແລະ​ອາຍຸ​ທີ່​ຫຼາຍ​ຂຶ້ນ. ຫຼາຍ​ປີ​ທີ່​ເຮົາ​ຮັບໃຊ້​ພະ​ເຢໂຫວາ ເຮົາ​ເຈິ​ຂໍ້​ທ້າທາຍ​ຫຼາຍ​ຢ່າງ. ແຕ່​ພວກ​ເຮົາ​ມີ​ຄວາມ​ສຸກ​ທີ່​ສາມາດ​ຮັບໃຊ້ “ພະເຈົ້າ​ຜູ້​ມີ​ຄວາມ​ສຸກ” ຢູ່​ເກາະ​ກູບາ​ເກືອບ 70 ປີ.—1ຕມ. 1:11; ພສ. 97:1

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌