ວັນທີ 31 ສິງຫາ–6 ກັນຍາ 2026
ເພງທີ 89 ຟັງ ເຮັດຕາມ ແລ້ວຈະໄດ້ພອນ
ໃຫ້ຕັ້ງໃຈຟັງການປະຊຸມ
“ໃຫ້ຕັ້ງໃຈຟັງດີໆ.”—ລກ. 8:18
ຈຸດສຳຄັນ
ເປັນຫຍັງເຮົາຈຶ່ງຕ້ອງຕັ້ງໃຈຟັງການປະຊຸມແລະເຮົາຈະເຮັດແບບນັ້ນໄດ້ແນວໃດ.
1-2. (ກ) ພະເຢໂຫວາສອນຄົນຂອງເພິ່ນແນວໃດໃນທຸກມື້ນີ້? (ເພງສັນລະເສີນ 23:1, 2, 5) (ຂ) ເຮົາຈະຮຽນຫຍັງໃນບົດນີ້?
ໃນທຸກມື້ນີ້ ພະເຢໂຫວາໃຫ້ເຮົາມີທຸກສິ່ງທີ່ຈຳເປັນເພື່ອຮຽນຮູ້ກ່ຽວກັບສິ່ງທີ່ເພິ່ນສອນໃນຄຳພີໄບເບິນ. ສະນັ້ນ ເຮົາຈຶ່ງເຫັນດີກັບຄຳເວົ້າຂອງກະສັດດາວິດທີ່ວ່າ: “ພະເຢໂຫວາເບິ່ງແຍງຂ້ອຍຄືກັບຜູ້ລ້ຽງແກະ. ຂ້ອຍຈະບໍ່ຂາດເຂີນຫຍັງ.”—ອ່ານເພງສັນລະເສີນ 23:1, 2, 5
2 ວິທີໜຶ່ງທີ່ພະເຢໂຫວາສອນເຮົາໃນທຸກມື້ນີ້ແມ່ນໂດຍທາງການປະຊຸມປະຈຳປະຊາຄົມ. ຢູ່ໃນການປະຊຸມເຫຼົ່ານີ້ ເຮົາໄດ້ຮຽນຮູ້ກ່ຽວກັບເລື່ອງທີ່ເຮົາເຄີຍຮຽນມາແລ້ວເລື້ອຍໆ. ເຖິງວ່າເຮົາຈະ “ໝັ້ນຄົງໃນຄວາມຈິງ” ຫຼືຮູ້ຈັກຄຳສອນໃນຄຳພີໄບເບິນດີ ເຮົາກໍຍັງຈຳເປັນຕ້ອງໄດ້ຮັບການເຕືອນເລື້ອຍໆ. (2ປຕ. 1:12) ແຕ່ຖ້າເລື່ອງທີ່ສອນຢູ່ການປະຊຸມເປັນເລື່ອງທີ່ເຈົ້າເຄີຍໄດ້ຮຽນມາແລ້ວຫຼາຍເທື່ອ ເຈົ້າຮູ້ສຶກວ່າຍາກບໍທີ່ຈະຕັ້ງໃຈຟັງການປະຊຸມ? ຖ້າເປັນແບບນັ້ນ ບົດນີ້ສາມາດຊ່ວຍເຈົ້າໄດ້. ໃນບົດນີ້ ເຮົາຈະມາເບິ່ງວ່າເປັນຫຍັງເຮົາຕ້ອງຕັ້ງໃຈຟັງການປະຊຸມ. ພີ່ນ້ອງທີ່ເຮັດສ່ວນບັນລະຍາຍຈະເຮັດແນວໃດເພື່ອຊ່ວຍຜູ້ຟັງໃຫ້ຕັ້ງໃຈຟັງ. ນອກຈາກນັ້ນ ເຮົາຈະເບິ່ງຄຳແນະນຳບາງຢ່າງທີ່ຈະຊ່ວຍເຮົາໃຫ້ຕັ້ງໃຈຟັງການປະຊຸມຫຼາຍຂຶ້ນ. ແຕ່ທຳອິດ ໃຫ້ເຮົາມາເບິ່ງວ່າແມ່ນໃຜແທ້ໆທີ່ເປັນຜູ້ສອນເຮົາຢູ່ການປະຊຸມ.
ໃຫ້ຈື່ວ່າພະເຢໂຫວາກຳລັງສອນເຮົາ
3. ພະເຢໂຫວາເວົ້າກັບເຮົາທາງໃດ ແລະຜູ້ຮັບໃຊ້ຂອງເພິ່ນໃຊ້ພະຄຳພີແນວໃດ?
3 ພະເຢໂຫວາເວົ້າກັບເຮົາໂດຍທາງຄຳພີໄບເບິນ. (2ຕມ. 3:16, 17) ພະເຢຊູຮູ້ເລື່ອງນີ້ດີ. ເພິ່ນໃຊ້ພະຄຳພີເກັ່ງຫຼາຍເມື່ອສອນຄົນອື່ນຈົນຜູ້ທີ່ຟັງເພິ່ນສອນພາກັນເວົ້າວ່າ: “ຜູ້ນີ້ມີຄວາມຮູ້ເລື່ອງພະຄຳພີຫຼາຍປານນີ້ໄດ້ແນວໃດ? ລາວບໍ່ເຄີຍຮຽນຢູ່ໂຮງຮຽນສອນສາສະໜາໃດຕົ໋ວ!” (ຢຮ. 7:15) ຜູ້ທີ່ມີຫົວໃຈຖ່ອມຮູ້ສຶກຕື່ນເຕັ້ນຫຼາຍເມື່ອໄດ້ຍິນພະເຢຊູອະທິບາຍເລື່ອງໃນພະຄຳພີ. ນອກຈາກນັ້ນ ຄລິດສະຕຽນໃນສະຕະວັດທຳອິດ ເຊັ່ນ: ອັກຄະສາວົກໂປໂລແລະອາໂປໂລກໍມັກຍົກຂໍ້ພະຄຳພີຂຶ້ນມາອະທິບາຍເລື້ອຍໆເມື່ອເຂົາເຈົ້າຫາເຫດຜົນກັບຄົນອື່ນ. (ກຈກ. 17:2, 3; 18:24, 28) ພວກເຮົາທີ່ເປັນພະຍານພະເຢໂຫວາຮູ້ວ່າສິ່ງທີ່ເຮົາສອນຈາກໂຄງຮ່າງຄຳບັນລະຍາຍ ລາຍການໂທລະທັດ ວິດີໂອ ແລະບົດຄວາມຕ່າງໆແມ່ນມາຈາກຄຳພີໄບເບິນ. ຫຼາຍຄົນທີ່ເຂົ້າຮ່ວມປະຊຸມຮູ້ສຶກປະທັບໃຈຫຼາຍທີ່ພະຍານພະເຢໂຫວາໃຊ້ຄຳພີໄບເບິນຕະຫຼອດໃນການປະຊຸມ. ຜູ້ທີ່ເຮັດສ່ວນຢູ່ການປະຊຸມກໍໃຊ້ຄຳພີໄບເບິນເປັນຫຼັກເມື່ອເຂົາເຈົ້າສອນ. ເຂົາເຈົ້າບໍ່ໄດ້ມີແຕ່ອ່ານຄຳພີໄບເບິນຊື່ໆແຕ່ເຂົາເຈົ້າຍັງໄດ້ອະທິບາຍໃຫ້ຜູ້ຟັງເຂົ້າໃຈແລະຊ່ວຍໃຫ້ຮູ້ວ່າຈະເອົາໄປໃຊ້ແນວໃດ.—ລກ. 24:32
4. ຄຳວ່າ “ໄດ້ຍິນ” ແລະ “ຟັງ” ໃນຄຳພີໄບເບິນໝາຍເຖິງຫຍັງ?
4 ໃນຄຳພີໄບເບິນມັກໃຊ້ຄຳວ່າ “ໄດ້ຍິນ” ແລະ “ຟັງ” ເພື່ອໝາຍເຖິງການເຊື່ອຟັງຜູ້ໃດຜູ້ໜຶ່ງ. ສະນັ້ນ ເມື່ອເຮົາຟັງສິ່ງທີ່ພະເຢໂຫວາເວົ້າກັບເຮົາຜ່ານທາງຄຳພີໄບເບິນຢູ່ການປະຊຸມແລະເຮົາກໍເຂົ້າໃຈວ່າເພິ່ນຢາກໃຫ້ເຮົາເຮັດຫຍັງ ມັນກໍຈະງ່າຍຂຶ້ນທີ່ເຮົາຈະເຊື່ອຟັງເພິ່ນ. ເຮົາໝັ້ນໃຈໄດ້ວ່າພະເຢໂຫວາຈະພໍໃຈເມື່ອເຮົາເຊື່ອຟັງເພິ່ນແລະເຮັດຕາມສິ່ງທີ່ເຮົາໄດ້ຮຽນ.—ສພສ. 27:11
ເປັນຫຍັງເຮົາຄວນຕັ້ງໃຈຟັງການປະຊຸມ?
5. ຖ້າເຮົາຮັກພະເຢໂຫວາ ເຮົາກໍຢາກຈະເຮັດຫຍັງ? (ໂຢຮັນ 4:23, 24; 1 ໂຢຮັນ 5:3)
5 ເຮົາຕັ້ງໃຈຟັງການປະຊຸມຍ້ອນວ່າເຮົາຮັກພະເຢໂຫວາ. (ມທ. 22:37) ແຮ່ງເຮົາຮຽນຮູ້ກ່ຽວກັບພະເຢໂຫວາ ເຮົາກໍແຮ່ງຈະຮັກເພິ່ນຫຼາຍຂຶ້ນ. ເມື່ອເຮົາຮັກເພິ່ນ ເຮົາກໍຢາກຈະຕັ້ງໃຈຟັງສິ່ງທີ່ບອກໃນຄຳພີໄບເບິນ ເຊື່ອຟັງເພິ່ນ ແລະນະມັດສະການເພິ່ນໃນແບບທີ່ເພິ່ນຢາກໃຫ້ເຮົາເຮັດ.—ອ່ານໂຢຮັນ 4:23, 24; 1 ໂຢຮັນ 5:3
6. ພະເຢໂຫວາສອນຫຍັງເຮົາຢູ່ການປະຊຸມ?
6 ເຮົາຕັ້ງໃຈຟັງການປະຊຸມຍ້ອນເຮົາຮັກຄົນອື່ນ. (ມທ. 22:39) ຢູ່ການປະຊຸມ ພະເຢໂຫວາສອນເຮົາໃຫ້ຮູ້ວິທີຊ່ວຍພີ່ນ້ອງແລະຄົນອື່ນທີ່ຍັງບໍ່ທັນຮູ້ຈັກເພິ່ນເທື່ອ. ຕົວຢ່າງເຊັ່ນ: ຈຸນລະສານສອນຜູ້ຄົນ—ດ້ວຍຄວາມຮັກໄດ້ຊ່ວຍເຮົາໃຫ້ພັດທະນາຄຸນລັກສະນະທີ່ຈະເປັນປະໂຫຍດກັບເຮົາໃນວຽກຮັບໃຊ້. ເຈົ້າຮູ້ສຶກວ່າຍາກບໍທີ່ຈະລົມກັບຄົນອື່ນຢ່າງເປັນທຳມະຊາດ? ຖ້າເຈົ້າຮູ້ສຶກແບບນັ້ນ ໃຫ້ຕັ້ງໃຈເບິ່ງວິທີທີ່ພີ່ນ້ອງສາທິດໃນສ່ວນນັກຮຽນຂອງການປະຊຸມກາງອາທິດ.
7. ເປັນຫຍັງຈຶ່ງເປັນເລື່ອງສຳຄັນຫຼາຍທີ່ເຮົາຈະເຊື່ອຟັງພະເຢໂຫວາສະເໝີ?
7 ເຮົາຕັ້ງໃຈຟັງການປະຊຸມຍ້ອນເຮົາຮັກຊີວິດ. ຄືກັບທີ່ພະເຢໂຫວາບອກຜູ້ຮັບໃຊ້ຂອງເພິ່ນໃນສະໄໝທີ່ຂຽນຄຳພີໄບເບິນ ຖ້າພວກເຮົາຢາກມີຊີວິດທີ່ມີຄວາມສຸກແລະມີຊີວິດຕະຫຼອດໄປ ເຮົາຕ້ອງເຊື່ອຟັງເພິ່ນ. (ພບຍ. 32:44-47) ການຕັ້ງໃຈຟັງການປະຊຸມເຮັດໃຫ້ເຮົາໄດ້ຮັບກຳລັງໃຈແລະຮຽນຮູ້ທີ່ຈະອົດທົນລໍຖ້າໂລກໃໝ່. (ຣມ. 8:25) ການເຊື່ອຟັງພະເຢໂຫວາຕັ້ງແຕ່ຕອນນີ້ເປັນເລື່ອງທີ່ສຳຄັນຫຼາຍຍ້ອນເຮົາຢູ່ໃນສະໄໝສຸດທ້າຍແລະຕ້ອງຕື່ນໂຕຢູ່ສະເໝີ.—ມທ. 24:42-44; ພນມ. 1:3
ພີ່ນ້ອງທີ່ເຮັດສ່ວນບັນລະຍາຍຈະຊ່ວຍຜູ້ຟັງແນວໃດໃຫ້ຕັ້ງໃຈຟັງການປະຊຸມ?
8. ເປັນຫຍັງພີ່ນ້ອງຊາຍທີ່ສອນຢູ່ເທິງເວທີຄວນປັບປຸງທັກສະໃນການບັນລະຍາຍໃຫ້ດີຂຶ້ນຕໍ່ໆໄປ?
8 ພີ່ນ້ອງຊາຍທີ່ສອນຢູ່ເທິງເວທີໂດຍສະເພາະຄົນທີ່ເຮັດສ່ວນບັນລະຍາຍສາທາລະນະຄວນປັບປຸງທັກສະໃນການບັນລະຍາຍຂອງເຂົາເຈົ້າໃຫ້ດີຂຶ້ນຕໍ່ໆໄປ. ເມື່ອພີ່ນ້ອງຊາຍໃຊ້ເວລາກຽມຄຳບັນລະຍາຍຂອງລາວຢ່າງດີແລະໃຊ້ຄຳພີໄບເບິນເປັນຫຼັກໃນການສອນ ລາວກໍຈະສາມາດຊ່ວຍຄົນທີ່ຍັງບໍ່ທັນເປັນພະຍານໃຫ້ຮຽນຮູ້ຄຳສອນທີ່ສຳຄັນໃນຄຳພີໄບເບິນ. ນອກຈາກນັ້ນ ລາວຍັງໄດ້ຊ່ວຍພີ່ນ້ອງໃຫ້ເຂົ້າໃຈຄວາມຈິງໃນຄຳພີໄບເບິນດີຂຶ້ນແລະເອົາສິ່ງທີ່ໄດ້ຮຽນໄປໃຊ້ໃນຊີວິດຕໍ່ໄປ. ດັ່ງນັ້ນ ຜູ້ທີ່ເຮັດສ່ວນຢູ່ການປະຊຸມຄວນຈື່ໄວ້ວ່າສ່ວນຂອງເຈົ້າສາມາດຊ່ວຍຄົນອື່ນໄດ້ຫຼາຍກວ່າທີ່ເຈົ້າຄິດ. ຖ້າເຈົ້າໄດ້ຮັບສິດທິພິເສດນີ້ ຂໍໃຫ້ຄິດເບິ່ງວ່າຈະເອົາຄຳແນະນຳຕໍ່ໄປນີ້ໄປໃຊ້ແນວໃດເພື່ອຊ່ວຍເຈົ້າໃຫ້ສອນເກັ່ງຂຶ້ນ. ເຖິງວ່າຄຳແນະນຳເຫຼົ່ານັ້ນຈະເປັນຄຳແນະນຳສຳລັບຄົນທີ່ເຮັດສ່ວນບັນລະຍາຍສາທາລະນະ ແຕ່ຄົນທີ່ເຮັດສ່ວນບັນລະຍາຍອື່ນໆຫຼືສ່ວນອື່ນໆຢູ່ການປະຊຸມກໍສາມາດເອົາຄຳແນະນຳເຫຼົ່ານີ້ໄປໃຊ້ໄດ້ຄືກັນ.—2ຕມ. 4:2; ຕຕ. 1:9
9. ເປັນຫຍັງຈຶ່ງສຳຄັນທີ່ຈະເຮັດໃຫ້ຜູ້ຟັງຕິດຕາມຄຳບັນລະຍາຍໄດ້ງ່າຍ?
9 ກຽມໂຄງຮ່າງຄຳບັນລະຍາຍໃຫ້ຈະແຈ້ງ. ຖ້າເຈົ້າເປັນຜູ້ບັນລະຍາຍ ເຈົ້າຄືຊິຢາກໃຫ້ຜູ້ຟັງຕິດຕາມຄຳບັນລະຍາຍຂອງເຈົ້າໄດ້ງ່າຍ. ຖ້າຄຳບັນລະຍາຍຂອງເຈົ້າຊັບຊ້ອນໂພດ ມັນກໍອາດຈະຍາກສຳລັບຜູ້ຟັງທີ່ຈະຕັ້ງໃຈຟັງ. ອັນໃດຈະຊ່ວຍໃຫ້ໂຄງຮ່າງຄຳບັນລະຍາຍຂອງເຈົ້າຈະແຈ້ງ? ໃຫ້ເຮັດຕາມຂັ້ນຕອນຕໍ່ໄປນີ້: (1) ເຮັດໃຫ້ເຫັນຈະແຈ້ງຕັ້ງແຕ່ທຳອິດວ່າຈຸດສຳຄັນໃນຄຳບັນລະຍາຍຂອງເຈົ້າແມ່ນຫຍັງ? (2) ເວົ້າເຖິງຈຸດສຳຄັນໄປເທື່ອລະຈຸດ ຢຸດໜ້ອຍໜຶ່ງຫຼັງຈາກເຈົ້າອະທິບາຍຈຸດສຳຄັນໜຶ່ງແລ້ວ ແລະບອກໃຫ້ຮູ້ຢ່າງຈະແຈ້ງວ່າເຈົ້າກຳລັງຈະເວົ້າເຖິງຈຸດຕໍ່ໄປ. (3) ທວນຄືນຈຸດສຳຄັນເຫຼົ່ານັ້ນໃນສ່ວນສະຫຼຸບຂອງຄຳບັນລະຍາຍ.
10. ເປັນຫຍັງຈຶ່ງສຳຄັນທີ່ຈະເຮັດໃຫ້ໂຕເອງມັກເລື່ອງທີ່ຈະບັນລະຍາຍ?
10 ເຮັດໃຫ້ໂຕເອງຮູ້ສຶກມັກເລື່ອງທີ່ຈະບັນລະຍາຍ. ຖ້າເຈົ້າມັກເລື່ອງທີ່ເຈົ້າຈະບັນລະຍາຍ ເຈົ້າກໍຈະເວົ້າດ້ວຍຄວາມກະຕືລືລົ້ນຫຼາຍຂຶ້ນ ແລະຜູ້ຟັງກໍຈະຮູ້ສຶກໄດ້. (ສພສ. 2:4, 5; ກຈກ. 4:20) ເພື່ອຈະຊ່ວຍເຈົ້າໃຫ້ມັກເລື່ອງນັ້ນ ໃຫ້ຄິດຕຶກຕອງກ່ຽວກັບຂໍ້ມູນທີ່ຢູ່ໃນໂຄງຮ່າງຄຳບັນລະຍາຍແລະຂໍ້ຄຳພີທີ່ເຈົ້າຈະຍົກຂຶ້ນມາເວົ້າໃນຄຳບັນລະຍາຍ. ພີ່ນ້ອງຊາຍຄົນໜຶ່ງທີ່ອາຍຸປະມານ 70 ປີຈາກອາເມຣິກາຍັງຈື່ຄຳບັນລະຍາຍໜຶ່ງທີ່ລາວໄດ້ຟັງຕອນເປັນໄວລຸ້ນ. ລາວບອກວ່າ: “ຂ້ອຍຍັງຈື່ໄດ້ວ່າຜູ້ບັນລະຍາຍໄດ້ກະຕຸ້ນເຮົາແນວໃດໃຫ້ຄິດຕຶກຕອງຕອນທີ່ອ່ານຄຳພີໄບເບິນ. ລາວເວົ້າດ້ວຍຄວາມໝັ້ນໃຈແລະອະທິບາຍຢ່າງຈະແຈ້ງວ່າຈະເຮັດແບບນັ້ນໄດ້ແນວໃດ ແລະຂ້ອຍກໍເຫັນໄດ້ເລີຍວ່າເລື່ອງທີ່ລາວບັນລະຍາຍສຳຄັນຫຼາຍສຳລັບລາວ. ຄຳບັນລະຍາຍນັ້ນໄດ້ປ່ຽນຊີວິດຂ້ອຍໄປເລີຍ ເພາະມັນສົ່ງຜົນຕໍ່ການອ່ານຄຳພີໄບເບິນຂອງຂ້ອຍແລະເຮັດໃຫ້ຂ້ອຍໃກ້ຊິດກັບພະເຢໂຫວາຫຼາຍຂຶ້ນ.”
11. ເປັນຫຍັງຈຶ່ງດີທີ່ຈະໃຫ້ຄຳແນະນຳທີ່ເຈາະຈົງແລະໃຊ້ໄດ້ແທ້ໃນຄຳບັນລະຍາຍ? (1 ຕີໂມທຽວ 4:13-16)
11 ໃຫ້ຄິດເຖິງຄວາມຈຳເປັນຂອງຜູ້ຟັງແລະໃຫ້ຄຳແນະນຳທີ່ເອົາໄປໃຊ້ໄດ້ແທ້. ແທນທີ່ຈະໃຫ້ຂໍ້ມູນແບບກວ້າງໆໃຫ້ໃຊ້ຂໍ້ຄຳພີເພື່ອໃຫ້ກຳລັງໃຈແລະໃຫ້ຄຳແນະນຳທີ່ເຈາະຈົງ. ຕົວຢ່າງເຊັ່ນ: ອັກຄະສາວົກໂປໂລໃຫ້ຄຳແນະນຳໃນແບບທີ່ເຈາະຈົງຫຼາຍຢ່າງກັບຕີໂມທຽວເຊິ່ງເປັນຄຳແນະນຳທີ່ຊ່ວຍລາວໃຫ້ໃກ້ຊິດກັບພະເຢໂຫວາໃນຕອນທີ່ລາວເຮັດວຽກມອບໝາຍຢູ່ເມືອງເອເຟໂຊ. (ອ່ານ 1 ຕີໂມທຽວ 4:13-16) ໃຫ້ຄິດເບິ່ງວ່າຜູ້ຟັງຂອງເຈົ້າມີຄວາມຈຳເປັນໃນດ້ານໃດແດ່ແລະຊ່ວຍເຂົາເຈົ້າໃຫ້ເຫັນວ່າຈະເອົາຄຳແນະນຳນັ້ນໄປໃຊ້ໃນຊີວິດໄດ້ແນວໃດ.
12. ເປັນຫຍັງຈຶ່ງດີທີ່ສຸດທີ່ຈະບັນລະຍາຍຢ່າງເປັນທຳມະຊາດ?
12 ໃຫ້ຝຶກຊ້ອມຄຳບັນລະຍາຍແບບອອກສຽງເພື່ອຈະເວົ້າໄດ້ຢ່າງເປັນທຳມະຊາດ. ແທນທີ່ເຈົ້າຈະຂຽນເນື້ອໃນຄຳບັນລະຍາຍອອກມາທຸກຄຳແລະອ່ານຕາມທີ່ຂຽນ ໃຫ້ເຈົ້າບັນລະຍາຍຢ່າງເປັນທຳມະຊາດ. ການເຮັດແບບນີ້ຈະຊ່ວຍໃຫ້ຜູ້ຟັງຕັ້ງໃຈຟັງແລະເຂົ້າໃຈຄຳບັນລະຍາຍຂອງເຈົ້າໄດ້ງ່າຍຂຶ້ນ. ຈຸນລະສານຝຶກຝົນຕົວເອງໃນການອ່ານແລະການສອນແນະນຳວ່າ: “ເວົ້າໃຫ້ເປັນທຳມະຊາດ ຈິງໃຈ ແລະສະແດງໃຫ້ເຫັນວ່າເຈົ້າຮູ້ສຶກແນວໃດຕໍ່ເລື່ອງທີ່ເວົ້າແລະຕໍ່ຜູ້ຟັງ.” ຖ້າເຈົ້າເວົ້າຈາກໃຈ ຜູ້ຟັງກໍຈະເຫັນວ່າຄຳບັນລະຍາຍຂອງເຈົ້າມີຊີວິດຊີວາ ໜ້າສົນໃຈ ແລະກະຕຸ້ນໃຈ.
13. ຕອນທີ່ກຽມຄຳບັນລະຍາຍ ເປັນຫຍັງຜູ້ບັນລະຍາຍຄວນຂໍຄຳແນະນຳຈາກພີ່ນ້ອງຊາຍທີ່ມີປະສົບການ? (ເບິ່ງຮູບນຳ)
13 ຂໍຄຳແນະນຳຈາກຜູ້ບັນລະຍາຍທີ່ມີປະສົບການ. ເຈົ້າຈະເຮັດແບບນັ້ນໄດ້ແນວໃດ? ເຈົ້າອາດຈະເອົາບົດບັນລະຍາຍທີ່ເຈົ້າກຽມໄວ້ແລ້ວໃຫ້ຜູ້ບັນລະຍາຍທີ່ມີປະສົບການເບິ່ງກ່ອນແລະຂໍຄຳແນະນຳຈາກລາວ. ນອກຈາກນັ້ນ ເຈົ້າອາດຈະຂໍໃຫ້ລາວຟັງຄຳບັນລະຍາຍຂອງເຈົ້າ ແລະຂໍໃຫ້ລາວໃຫ້ຄຳແນະນຳໃນຈຸດທີ່ເຈົ້າຈະຕ້ອງປັບປຸງເພື່ອເປັນຜູ້ສອນທີ່ດີຂຶ້ນ. ເຮົາອາດບໍ່ຮູ້ວ່າໃນຄຳບັນລະຍາຍຂອງເຮົາມີຈຸດໃດແດ່ທີ່ມັນຍັງບໍ່ແຈ້ງ ສະນັ້ນ ພີ່ນ້ອງທີ່ຊ່ວຍຟັງຈະບອກໄດ້ວ່າມີຈຸດໃດທີ່ເຮົາຈະເຮັດໃຫ້ຄຳບັນລະຍາຍຂອງເຮົາແຈ້ງຂຶ້ນແລະເອົາໄປໃຊ້ໄດ້ແທ້. ເຮົາຢາກເປັນຜູ້ບັນລະຍາຍແລະຜູ້ສອນທີ່ເກັ່ງຂຶ້ນເພື່ອຊ່ວຍຜູ້ຟັງໃຫ້ໄດ້ຮັບປະໂຫຍດຈາກຄວາມຮູ້ທີ່ມີຄ່າໃນຄຳພີໄບເບິນ.a
ຂໍໃຫ້ຜູ້ບັນລະຍາຍທີ່ມີປະສົບການຊ່ວຍເຈົ້າໃຫ້ເປັນຜູ້ສອນທີ່ເກັ່ງຂຶ້ນ (ເບິ່ງຂໍ້ 13)
ເຮົາຈະຕັ້ງໃຈຟັງການປະຊຸມຫຼາຍຂຶ້ນໄດ້ແນວໃດ?
14. ເຮົາຄວນຮູ້ສຶກແນວໃດກັບຂໍ້ເຕືອນໃຈຂອງພະເຈົ້າ? (ເພງສັນລະເສີນ 119:24, 111, 167)
14 ເຮົາຈະຕັ້ງໃຈຟັງການປະຊຸມຫຼາຍຂຶ້ນຖ້າເຮົາເບິ່ງວ່າຂໍ້ເຕືອນໃຈຂອງພະເຢໂຫວາສຳຄັນ. ເຮົາຈຳເປັນຕ້ອງມີຂໍ້ເຕືອນໃຈຈາກພະເຢໂຫວາເພື່ອຊ່ວຍເຮົາໃຫ້ຮັບມືກັບບັນຫາຕ່າງໆໃນ “ໄລຍະທີ່ມີແຕ່ຄວາມຫຍຸ້ງຍາກລຳບາກແລະອັນຕະລາຍ.” (2ຕມ. 3:1) ເຖິງວ່າບາງເທື່ອເຮົາຮູ້ສຶກວ່າເລື່ອງທີ່ເຮົາກຳລັງຮຽນເຮົາໄດ້ຍິນມາຫຼາຍເທື່ອແລ້ວ ແຕ່ກໍຂໍໃຫ້ເຮົາມີຄວາມຄິດຄືກັບຜູ້ຂຽນເພງສັນລະເສີນບົດ 119 ທີ່ລາວມີຕໍ່ຂໍ້ເຕືອນໃຈຂອງພະເຈົ້າ.—ອ່ານເພງສັນລະເສີນ 119:24, 111, 167
15. ອັນໃດຈະຊ່ວຍເຮົາໃຫ້ເບິ່ງວ່າສິ່ງທີ່ເຮົາຮຽນຢູ່ການປະຊຸມເປັນເລື່ອງທີ່ສຳຄັນຫຼາຍ?
15 ເປັນເລື່ອງສຳຄັນທີ່ເຮົາຈະເບິ່ງວ່າສິ່ງທີ່ເຮົາຮຽນຢູ່ການປະຊຸມເປັນຂອງຂວັນຈາກພະເຢໂຫວາຄືກັບທີ່ຄົນອິດສະຣາເອນຄວນເບິ່ງວ່າມານາທີ່ພະເຢໂຫວາຈັດກຽມໃຫ້ເຂົາເຈົ້າຕອນທີ່ຢູ່ບ່ອນກັນດານເປັນຂອງຂວັນຈາກເພິ່ນ. (ອພຍ. 16:15, 31) ຕອນທຳອິດ ເຂົາເຈົ້າເຫັນຄ່າຫຼາຍທີ່ມີມານາຍ້ອນມັນມາຈາກພະເຢໂຫວາ ມັນແຊບ ແລະຊ່ວຍໃຫ້ມີຊີວິດຢູ່ຕໍ່ໄປໄດ້. ແຕ່ບໍ່ດົນຫຼັງຈາກນັ້ນ ເຂົາເຈົ້າບາງຄົນກໍຮູ້ສຶກເບື່ອທີ່ຕ້ອງກິນມານາທຸກມື້. (ຈຊບ. 21:5) ເຮົາໄດ້ບົດຮຽນຫຍັງ? ເຮົາຕ້ອງບໍ່ເບິ່ງວ່າສິ່ງທີ່ເຮົາໄດ້ຮຽນຢູ່ການປະຊຸມເປັນເລື່ອງທີ່ບໍ່ສຳຄັນເຖິງວ່າເຮົາຈະໄດ້ຍິນມາຫຼາຍເທື່ອແລ້ວ ແຕ່ໃຫ້ເບິ່ງວ່າມັນມາຈາກພະເຢໂຫວາ. ເຮົາຕ້ອງຈື່ໄວ້ວ່າອົງການຂອງພະເຢໂຫວາໄດ້ຈັດກຽມຄວາມຮູ້ຢ່າງດີທີ່ຈະສອນພວກເຮົາຢູ່ການປະຊຸມ. ນອກຈາກນັ້ນ ສິ່ງທີ່ເຮົາໄດ້ຮຽນຈາກການປະຊຸມຈະຊ່ວຍເຮົາໃຫ້ມີສະຕິປັນຍາແລະໄດ້ຮັບຊີວິດ.—ສພສ. 3:13, 16-18; ຢຮ. 17:3
16. ສິ່ງໃດຊ່ວຍພີ່ນ້ອງບາງຄົນທີ່ຮັບໃຊ້ພະເຢໂຫວາມາຫຼາຍປີໃຫ້ຍັງຕັ້ງໃຈຟັງການປະຊຸມ? (ເບິ່ງຂອບ “ເຄັດລັບທີ່ຈະຊ່ວຍໃຫ້ຕັ້ງໃຈຟັງການປະຊຸມ” ນຳ)
16 ເຮົາຈະຕັ້ງໃຈຟັງການປະຊຸມຫຼາຍຂຶ້ນໂດຍເຮັດຕາມຄຳແນະນຳທີ່ໃຊ້ໄດ້ແທ້. ໃຫ້ເຮົາມາເບິ່ງວ່າສິ່ງໃດຊ່ວຍພີ່ນ້ອງບາງຄົນທີ່ຮັບໃຊ້ພະເຢໂຫວາມາຫຼາຍປີໃຫ້ຍັງຕັ້ງໃຈຟັງການປະຊຸມ. ພີ່ນ້ອງແອດສ໌ລີ້ທີ່ຮັບໃຊ້ພະເຢໂຫວາມາຫຼາຍກວ່າ 30 ປີເວົ້າວ່າ: “ການກຽມການປະຊຸມລ່ວງໜ້າຊ່ວຍໃຫ້ຂ້ອຍຕັ້ງໃຈຟັງການປະຊຸມຫຼາຍຂຶ້ນ. ຖ້າຂ້ອຍບໍ່ກຽມ ຂ້ອຍກໍຈະບໍ່ກ້າຕອບແລະເລີ່ມໃຈລອຍ.” ພີ່ນ້ອງໂຢເຊັບທີ່ຮັບໃຊ້ພະເຢໂຫວາມາ 52 ປີແລ້ວເວົ້າວ່າ: “ຂ້ອຍມັກຟັງເລື່ອງທີ່ຮູ້ຢູ່ແລ້ວ ຍ້ອນວ່າການໄດ້ຟັງເລື່ອງນັ້ນຈາກແງ່ມຸມຂອງຄົນອື່ນເຮັດໃຫ້ຂ້ອຍໄດ້ບົດຮຽນໃໝ່ໆຈາກເລື່ອງນັ້ນ.” ລາວເວົ້າອີກວ່າ: “ຖ້າພີ່ນ້ອງບັນລະຍາຍບໍ່ຄ່ອຍເກັ່ງ ຂ້ອຍກໍຈະສົນໃຈໄປທີ່ຄຳສອນທີ່ລາວຖ່າຍທອດຈາກຄຳພີໄບເບິນ ແທນທີ່ຈະສົນໃຈວິທີທີ່ລາວບັນລະຍາຍ.”
17. ເຈົ້າຈະເຮັດຫຍັງໄດ້ແດ່ເພື່ອຈະຕັ້ງໃຈຟັງການປະຊຸມຫຼາຍຂຶ້ນ? (ເບິ່ງຮູບໜ້າປົກນຳ)
17 ຕໍ່ໄປນີ້ແມ່ນຄຳແນະນຳບາງຢ່າງທີ່ຈະຊ່ວຍເຈົ້າໃຫ້ຕັ້ງໃຈຟັງການປະຊຸມຫຼາຍຂຶ້ນ. (1) ຢ່າກິນຫຼາຍໂພດກ່ອນການປະຊຸມຈະໄດ້ບໍ່ເຫງົານອນ. (2) ມາປະຊຸມໄວໆແລະຊອກບ່ອນນັ່ງກ່ອນທີ່ການປະຊຸມຈະເລີ່ມ. (3) ຕັ້ງຄ່າອຸປະກອນເອເລັກໂຕຣນິກໃຫ້ເປັນໂໝດທີ່ບໍ່ມີສຽງແລະຢ່າໃຫ້ມັນລົບກວນເຈົ້າລະຫວ່າງການປະຊຸມ. (4) ໃຫ້ຄິດລ່ວງໜ້າວ່າຢູ່ການປະຊຸມຈະເວົ້າເລື່ອງຫຍັງແດ່. (5) ໃຫ້ເບິ່ງຜູ້ທີ່ເຮັດສ່ວນຢູ່ເທິງເວທີ. (6) ຈົດບັນທຶກສັ້ນໆຫຼືແຕ້ມຮູບງ່າຍໆທີ່ເປັນຈຸດສຳຄັນ. (7) ໃຫ້ເບິ່ງຂໍ້ພະຄຳພີຫຼັກຕ່າງໆແລະຄິດເບິ່ງວ່າແຕ່ລະຂໍ້ກ່ຽວຂ້ອງກັນແນວໃດ. (8) ໃຫ້ຖາມໂຕເອງວ່າ: “ຂ້ອຍຈະໃຊ້ເລື່ອງນີ້ເພື່ອຊ່ວຍບາງຄົນໃນປະຊາຄົມຫຼືຄົນອື່ນທີ່ຢູ່ໃນເຂດແນວໃດ?” (9) ກ່ອນການປະຊຸມໃຫຍ່ໃຫ້ໃຊ້ເວລາເບິ່ງຂໍ້ພະຄຳພີຫຼັກຂອງການປະຊຸມແຕ່ລະມື້ ຫົວຂໍ້ຄຳບັນລະຍາຍຕ່າງໆແລະຂໍ້ພະຄຳພີຫຼັກຂອງແຕ່ລະຄຳບັນລະຍາຍ. (10) ກຽມຫົວໃຈໂດຍນັ່ງງຽບໆແລະຕັ້ງໃຈຟັງເພງຫຼືມິວສິກວິດີໂອຕອນທີ່ເລີ່ມການປະຊຸມ.
ໃຫ້ຕັ້ງໃຈຟັງຄຳເຕືອນຂອງພະເຈົ້າສະເໝີ ຢ່າໃຫ້ອຸປະກອນເອເລັກໂຕຣນິກມາລົບກວນເຈົ້າ (ເບິ່ງຂໍ້ 17)
ໃຫ້ຕັ້ງໃຈຟັງພະເຢໂຫວາສະເໝີ
18. ເປັນຫຍັງເຮົາຄວນຕັ້ງໃຈຟັງການປະຊຸມຕະຫຼອດ?
18 ເຮົາຕ້ອງຕັ້ງໃຈຟັງການປະຊຸມຕະຫຼອດ. ເມື່ອເຮົາເຮັດແບບນີ້ ເຮົາກໍກຳລັງໃຫ້ພະເຢໂຫວາພາເຮົາ “ໄປໃນທາງທີ່ຖືກຕ້ອງ.” (ພສ. 23:3; 31:3) ເຮົາຕ້ອງໃຫ້ເພິ່ນຊີ້ນຳເພື່ອເຮົາຈະບໍ່ເປັນຄືກັບເຮືອທີ່ຖືກລົມພັດໄປພັດມາແລະອອກນອກເສັ້ນທາງ. ສະນັ້ນ “ໃຫ້ຕັ້ງໃຈຟັງດີໆ” ແລະເອົາສິ່ງທີ່ໄດ້ຮຽນຢູ່ການປະຊຸມໄປໃຊ້. (ລກ. 8:18) ຜູ້ທີ່ຕັ້ງໃຈຟັງພະເຢໂຫວາຈະມີຄວາມສຸກຕັ້ງແຕ່ຕອນນີ້ແລະມີຊີວິດຕະຫຼອດໄປໃນອະນາຄົດ.—ພສ. 119:2, 14
ເພງທີ 87 ເຊີນມາຮັບຄວາມສົດຊື່ນຈາກການປະຊຸມ
a ສຳລັບຄຳແນະນຳເພີ່ມເຕີມທີ່ຈະຊ່ວຍໃຫ້ບັນລະຍາຍແລະສອນເກັ່ງຂຶ້ນ ໃຫ້ເບິ່ງຈຸນລະສານຝຶກຝົນຕົວເອງໃນການອ່ານແລະການສອນແລະປຶ້ມການຮັບປະໂຫຍດຈາກໂຮງຮຽນການຮັບໃຊ້ຕາມລະບອບຂອງພະເຈົ້າ. (ພາສາໄທ)