ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ26 ມິຖຸນາ ໜ້າ 31
  • ຄຳ​ຖາມ​ຈາກ​ຜູ້​ອ່ານ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຄຳ​ຖາມ​ຈາກ​ຜູ້​ອ່ານ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2026
  • ເລື່ອງທີ່ຄ້າຍກັນ
  • “ພາບປຽບທຽບ” ນີ້ມີຄວາມໝາຍແນວໃດສຳລັບເຮົາ?
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2019
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2026
ຫ26 ມິຖຸນາ ໜ້າ 31

ຄຳ​ຖາມ​ຈາກ​ຜູ້​ອ່ານ

ໂປໂລ​ເວົ້າ​ເຖິງ​ສັນຍາ 2 ເລື່ອງ​ອັນ​ໃດ​ໃນ​ຄາລາເຕຍ 4:24?

ອັກຄະສາວົກ​ໂປໂລ​ໄດ້​ເວົ້າ​ເຖິງ​ຄວາມ​ສຳພັນ​ຂອງ​ອັບຣາຮາມ​ກັບ​ຊາຣາ​ແລະ​ຮາກາ. ຫຼັງ​ຈາກ​ນັ້ນ ລາວ​ບອກ​ວ່າ: “ເລື່ອງ​ນີ້​ເປັນ​ພາບ​ປຽບທຽບ. ຜູ້​ຍິງ 2 ຄົນ​ນີ້​ໝາຍ​ເຖິງ​ສັນຍາ 2 ເລື່ອງ.” (ຄລຕ. 4:22-24) ກ່ອນ​ໜ້າ​ນີ້​ເຮົາ​ເຄີຍ​ເຂົ້າໃຈ​ວ່າ ສັນຍາ 2 ເລື່ອງ​ນີ້​ແມ່ນ​ສັນຍາ​ກ່ຽວກັບ​ກົດໝາຍແລະ​ສັນຍາ​ໃໝ່. ແຕ່​ການ​ຄົ້ນຄວ້າ​ເພີ່ມເຕີມ​ເຮັດ​ໃຫ້​ເຫັນ​ວ່າ​ຕ້ອງ​ໄດ້​ປັບ​ຄວາມ​ເຂົ້າໃຈ​ໃໝ່​ໃນ​ເລື່ອງ​ນີ້. ເບິ່ງ​ຄື​ວ່າ​ໂປໂລ​ບໍ່​ໄດ້​ໝາຍ​ເຖິງ​ສັນຍາ​ໃໝ່ ແຕ່​ໝາຍ​ເຖິງ​ສັນຍາ​ທີ່​ເຮັດ​ກັບ​ອັບຣາຮາມ. ໃຫ້​ເຮົາ​ມາ​ເບິ່ງ​ລາຍລະອຽດ​ນຳ​ກັນ​ວ່າ​ເປັນ​ຫຍັງ​ຈຶ່ງ​ເວົ້າ​ແນວ​ນັ້ນ.a

ໂປໂລ​ເຊື່ອມ​ໂຍງ​ຄົນ​ຮັບໃຊ້​ທີ່​ຊື່​ຮາກາ​ກັບ​ພູ​ຊີນາຍ. (ຄລຕ. 4:25) ຮາກາ​ໝາຍ​ເຖິງ​ສັນຍາ​ກ່ຽວກັບ​ກົດໝາຍ​ທີ່​ເຮັດ​ຢູ່​ພູ​ຊີນາຍ​ໃນ​ປີ 1513 ກ່ອນ​ຄລິດຕະສັກກະຫຼາດ. (ອພຍ. 19:5, 6) ເນື່ອງ​ຈາກ​ບໍ່​ມີ​ມະນຸດ​ທີ່​ບໍ່​ສົມບູນແບບ​ຄົນ​ໃດ​ທີ່​ສາມາດ​ເຮັດ​ຕາມ​ກົດໝາຍ​ນັ້ນ​ໄດ້​ຢ່າງ​ຄົບ​ຖ້ວນ ສະນັ້ນ​ເລື່ອງ​ນີ້​ຈຶ່ງ​ເຕືອນ​ໃຈ​ຄົນ​ຢິວ​ວ່າ​ເຂົາເຈົ້າ​ຍັງ​ເປັນ​ທາດ​ຂອງ​ບາບ. ສັນຍາ​ນີ້​ຍັງ​ຊ່ວຍ​ຊາດ​ອິດສະຣາເອນ​ໃຫ້​ຮູ້​ວ່າ​ໃຜ​ເປັນ​ເມຊີອາ ເພາະ​ມີ​ແຕ່​ເມຊີອາ​ເທົ່າ​ນັ້ນ​ທີ່​ຈະ​ເຮັດ​ຕາມ​ກົດໝາຍ​ຂອງ​ໂມເຊ​ໄດ້​ຢ່າງ​ຄົບ​ຖ້ວນ. ຕອນ​ທີ່​ເມຊີອາ​ສະລະ​ຊີວິດ​ທີ່​ສົມບູນແບບ​ຂອງ​ເພິ່ນ ເພິ່ນ​ກໍ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ທີ່​ມະນຸດ​ບໍ່​ສົມບູນແບບ​ຈະ​ຫຼຸດ​ພົ້ນ​ຈາກ​ບາບ​ແລະ​ຄວາມ​ຕາຍ. (ຄລຕ. 3:19, 24, 25) ຫຼັງ​ຈາກ​ເມຊີອາ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ພະເຈົ້າ​ສຳເລັດ ກົດໝາຍ​ຂອງ​ໂມເຊ​ກໍ​ບໍ່​ຈຳເປັນ​ອີກ​ຕໍ່​ໄປ.—ຣມ. 10:4

ໂປໂລ​ສົມທຽບ​ຮາກາ​ກັບ​ຊາຣາ “ຜູ້​ຍິງ​ທີ່​ມີ​ອິດສະຫຼະ” ທີ່​ລູກ​ຂອງ​ລາວ​ເກີດ “ຕາມ​ຄຳ​ສັນຍາ.” (ຄລຕ. 4:23) ສັນຍາ​ນີ້​ແມ່ນ​ສັນຍາ​ທີ່​ເຮັດ​ກັບ​ອັບຣາຮາມ. (ຄລຕ. 3:29; 4:28, 30) ໃນ​ປະຖົມມະການ 22:18 ພະ​ເຢໂຫວາ​ເວົ້າ​ວ່າ: “ຍ້ອນ​ເຈົ້າ​ເຊື່ອຟັງ​ເຮົາ ຄົນ​ຈາກ​ທຸກ​ຊາດ​ຈະ​ໄດ້​ຮັບ​ພອນ​ໂດຍ​ທາງ​ລູກ​ຫຼານ​ຂອງ​ເຈົ້າ.”

ສັນຍາ​ທີ່​ເຮັດ​ກັບ​ອັບຣາຮາມ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ຫຼາຍ​ຂຶ້ນ​ກ່ຽວກັບ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ທີ່​ເຮັດ​ຢູ່​ສວນ​ເອເດັນ. (ປຖກ. 3:15) ສັນຍາ​ນີ້​ເຮັດ​ໃຫ້​ເຮົາ​ຮູ້​ວ່າ “ເຊື້ອສາຍ” ທີ່​ບອກ​ໄວ້​ລ່ວງ​ໜ້າ​ແມ່ນ​ລູກ​ຫຼານ​ຜູ້​ໜຶ່ງ​ຂອງ​ອັບຣາຮາມ. ໂປໂລ​ອະທິບາຍ​ວ່າ “ເຊື້ອສາຍ” ທີ່​ເວົ້າ​ເຖິງ​ນີ້​ໝາຍ​ເຖິງ​ພະ​ເຢຊູ​ຄລິດ​ເຊິ່ງ​ເປັນ​ເຊື້ອສາຍ​ຫຼັກ. ກຸ່ມ​ຄົນ​ທີ່ “ເປັນ​ຄົນ​ຂອງ​ພະຄລິດ” ເຊິ່ງ​ມີ​ຈຳນວນ 144.000 ຄົນ​ທີ່​ຈະ​ປົກຄອງ​ຮ່ວມ​ກັບ​ພະ​ເຢຊູ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ​ກໍ​ຢູ່​ໃນ​ເຊື້ອສາຍ​ນີ້​ນຳ. (ຄລຕ. 3:16, 29; ພນມ. 14:1-3) ທຸກ​ຄົນ​ທີ່​ຍອມຮັບ​ແລະ​ເຊື່ອຟັງ​ພະ​ເຢຊູ​ຈະ​ໄດ້​ຮັບ​ສິ່ງ​ດີໆ​ຫຼາຍ​ຢ່າງ​ຈາກ​ຄຳ​ສັນຍາ​ທີ່​ພະເຈົ້າ​ເຮັດ​ກັບ​ອັບຣາຮາມ.

ເປັນ​ຫຍັງ​ໂປໂລ​ຈຶ່ງ​ໃຊ້ “ພາບ​ປຽບທຽບ” ນີ້? ລາວ​ກຳລັງ​ເຮັດ​ໃຫ້​ເຫັນ​ວ່າ​ຖ້າ​ຄົນ​ຢິວ​ໃນ​ສະໄໝ​ຂອງ​ລາວ​ຍັງ​ຢືນຢັນ​ທີ່​ຈະ​ເຮັດ​ຕາມ​ກົດໝາຍ​ຂອງ​ໂມເຊ​ຕໍ່​ໄປ ເຂົາເຈົ້າ​ກໍ​ຈະ​ເປັນ​ຄື​ກັບ​ຮາກາ​ທີ່​ຍັງ​ຕ້ອງ​ເປັນ​ທາດ​ຕໍ່​ໄປ. ແຕ່​ຖ້າ​ເຂົາເຈົ້າ​ຍອມຮັບ​ພະ​ເຢຊູ​ທີ່​ເປັນ “ເຊື້ອ​ສາຍ” ຫຼັກ​ຂອງ​ອັບຣາຮາມ ເຂົາເຈົ້າ​ກໍ​ຈະ​ເປັນ​ຄື​ກັບ​ຊາຣາ​ທີ່​ມີ​ອິດສະຫຼະ. ເຂົາເຈົ້າ​ຈະ​ເປັນ​ອິດສະຫຼະ​ແທ້​ຈາກ​ບາບ​ແລະ​ຄວາມ​ຕາຍ. (ຢຮ. 8:32-34) ຖ້າ​ເຂົາເຈົ້າ​ບໍ່​ຍອມຮັບ​ພະ​ເຢຊູ ກໍ​ສະແດງ​ວ່າ​ເຂົາເຈົ້າ​ບໍ່​ເຂົ້າໃຈ​ຈຸດປະສົງ​ຫຼັກ​ທີ່​ພະ​ເຢໂຫວາ​ໃຫ້​ມີ​ສັນຍາ​ກ່ຽວກັບ​ກົດໝາຍ​ທີ່​ຈະ​ພາ​ເຂົາເຈົ້າ​ໃຫ້​ໄປ​ຫາ​ພະຄລິດ.

ຄລິດສະຕຽນ​ຫຼາຍ​ຄົນ​ໃນ​ເມືອງ​ຄາລາເຕຍ​ທີ່​ໂປໂລ​ຂຽນ​ຈົດໝາຍ​ໄປ​ຫາ​ບໍ່​ແມ່ນ​ຄົນ​ຢິວ​ແລະ​ບໍ່​ເຄີຍ​ເຮັດ​ຕາມ​ກົດໝາຍ​ຂອງ​ໂມເຊ. ແຕ່​ຄລິດສະຕຽນ​ບາງ​ຄົນ​ທີ່​ເປັນ​ຄົນ​ຢິວ​ກໍ​ຍັງ​ຢືນຢັນ​ທີ່​ຈະ​ໃຫ້​ຄລິດສະຕຽນ​ທີ່​ເປັນ​ຄົນ​ຕ່າງ​ຊາດ​ເຊື່ອຟັງ​ກົດໝາຍ​ຂອງ​ໂມເຊ​ເຊິ່ງ​ລວມ​ເຖິງ​ການ​ຮັບ​ສິນຕັດ​ນຳ. ໂປໂລ​ຫາ​ເຫດຜົນ​ວ່າ​ເປັນ​ເລື່ອງ​ທີ່​ບໍ່​ສະຫຼາດ​ທີ່​ຈະ​ເຮັດ​ແບບ​ນັ້ນ ຍ້ອນ​ເຂົາເຈົ້າ​ບໍ່​ຈຳເປັນ​ທີ່​ຈະ​ຕ້ອງ​ເປັນ “ຄື​ກັບ​ທາດ” ຂອງ​ກົດໝາຍ​ຂອງ​ໂມເຊ​ອີກ​ຕໍ່​ໄປ. ເຂົາເຈົ້າ “ເປັນ​ອິດສະຫຼະ” ແລ້ວ ຍ້ອນ​ເຂົາເຈົ້າ​ຍອມຮັບ​ພະ​ເຢຊູ​ຄລິດ.—ຄລຕ. 5:1, 10-14

a ນີ້​ເປັນ​ການ​ປັບ​ປ່ຽນ​ຄວາມ​ເຂົ້າໃຈ​ໃໝ່​ຈາກ​ແຕ່​ກີ້​ທີ່​ມີ​ການ​ອະທິບາຍ​ໃນ​ຫໍສັງເກດການ 15 ມີນາ 2006 ໜ້າ 10-12.

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌