ວັນທີ 24-30 ສິງຫາ 2026
ເພງທີ 65 ກ້າວໜ້າຕໍ່ຕໍ່ໄປ!
ຮັບປະໂຫຍດຈາກກຸ່ມການຮັບໃຊ້ໃນເຂດ
“ຂ້ອຍຈະສັນລະເສີນພະເຢໂຫວາສຸດຫົວໃຈ.”—ພສ. 111:1
ຈຸດສຳຄັນ
ເຮົາຈະໄດ້ຮັບປະໂຫຍດແນວໃດຈາກກຸ່ມການຮັບໃຊ້ໃນເຂດ.
1-2. ຫຼາຍຄົນຮູ້ສຶກແນວໃດກັບການຈັດໃຫ້ມີກຸ່ມການຮັບໃຊ້ໃນເຂດ?
ເຈົ້າຈື່ມື້ທີ່ເຈົ້າໄດ້ຮັບອະນຸມັດໃຫ້ເປັນຜູ້ປະກາດຂ່າວດີບໍ? ມື້ນັ້ນເປັນມື້ທີ່ເຈົ້າມີຄວາມສຸກຫຼາຍ ຍ້ອນເຈົ້າໄດ້ເປັນສ່ວນໜຶ່ງໃນອົງການຂອງພະເຢໂຫວາທີ່ເປັນອົງການຂະໜາດໃຫຍ່ເຊິ່ງກຳລັງສັນລະເສີນຊື່ຂອງເພິ່ນ. (ພສ. 148:1, 2, 12, 13) ບໍ່ພຽງແຕ່ເທົ່ານັ້ນ ເຈົ້າຍັງໄດ້ເປັນສ່ວນໜຶ່ງຂອງກຸ່ມນ້ອຍໆເຊິ່ງແມ່ນກຸ່ມການຮັບໃຊ້ໃນເຂດທີ່ມີພີ່ນ້ອງບໍ່ຫຼາຍ. ກຸ່ມການຮັບໃຊ້ໃນເຂດເປັນສ່ວນສຳຄັນທີ່ຊ່ວຍເຮົາໃຫ້ປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າ “ໄປທົ່ວໂລກ.”—ມທ. 24:14
2 ເຈົ້າຮູ້ສຶກແນວໃດກ່ຽວກັບການຈັດໃຫ້ມີກຸ່ມການຮັບໃຊ້ໃນເຂດ? ພີ່ນ້ອງຍິງທີ່ຊື່ເວນດີ້aເວົ້າວ່າ: “ຂ້ອຍໄດ້ຮັບປະໂຫຍດຫຼາຍຈາກກຸ່ມການຮັບໃຊ້ໃນເຂດ. ຂ້ອຍໄດ້ຮຽນຮູ້ວິທີປະກາດແລະວິທີສອນແບບໃໝ່ໆຈາກພີ່ນ້ອງ. ຂ້ອຍຍັງໄດ້ຮັບການກະຕຸ້ນໃຫ້ຕັ້ງເປົ້າໝາຍດ້ານຄວາມເຊື່ອແລະໃຫ້ເຮັດຕາມເປົ້າໝາຍນັ້ນ ແລະຂ້ອຍຍັງໄດ້ໝູ່ສະໜິດຫຼາຍຄົນນຳ.” ພີ່ນ້ອງຊາຍທີ່ຊື່ຣິດສ໌ບອກວ່າ: “ຂ້ອຍເບິ່ງວ່າການເປັນຜູ້ເບິ່ງແຍງກຸ່ມການຮັບໃຊ້ໃນເຂດເປັນສິດທິພິເສດຫຼາຍສຳລັບຂ້ອຍ. ພີ່ນ້ອງບາງຄົນມີໂອກາດຊ່ວຍນັກສຶກສາໃຫ້ກ້າວໜ້າເຖິງຂັ້ນຮັບບັບເຕມາໄດ້ ແຕ່ການເປັນຜູ້ເບິ່ງແຍງກຸ່ມເປີດໂອກາດໃຫ້ໄດ້ຊ່ວຍພີ່ນ້ອງທີ່ຮັບບັບເຕມາແລ້ວໃຫ້ກ້າວໜ້າທາງຄວາມເຊື່ອຕໍ່ໆໄປ.” ພີ່ນ້ອງຍິງທີ່ຊື່ດີນາເວົ້າວ່າ: “ການມີກຸ່ມການຮັບໃຊ້ໃນເຂດມັນດີຫຼາຍແທ້ໆ. ພີ່ນ້ອງໃນກຸ່ມເປັນຄືກັບຄອບຄົວຂອງຂ້ອຍເລີຍ.”
3. ເຮົາຈະຮຽນຫຍັງໃນບົດນີ້?
3 ໃນບົດນີ້ ທຳອິດເຮົາຈະເບິ່ງວ່າຜູ້ເບິ່ງແຍງກຸ່ມການຮັບໃຊ້ໃນເຂດແລະຜູ້ຊ່ວຍມີໜ້າທີ່ຫຍັງແດ່ ແລະເຂົາເຈົ້າເບິ່ງແຍງພີ່ນ້ອງໃນກຸ່ມແນວໃດ. ຈາກນັ້ນ ເຮົາຈະເບິ່ງວ່າເຮົາແຕ່ລະຄົນຈະສະໜັບສະໜູນກຸ່ມການຮັບໃຊ້ໃນເຂດຂອງໂຕເອງແນວໃດ. ສຸດທ້າຍ ເຮົາຈະເບິ່ງວ່າເຮົາຈະໄດ້ຮັບປະໂຫຍດຫຍັງແດ່ຈາກກຸ່ມການຮັບໃຊ້ໃນເຂດ.
ຜູ້ເບິ່ງແຍງກຸ່ມແລະຜູ້ຊ່ວຍ
4. (ກ) ຜູ້ເບິ່ງແຍງກຸ່ມການຮັບໃຊ້ໃນເຂດມີໜ້າທີ່ຫຍັງແດ່? (ຂ) ຜູ້ເບິ່ງແຍງກຸ່ມຈະເບິ່ງແຍງພີ່ນ້ອງທີ່ຢູ່ໃນກຸ່ມຂອງລາວໄດ້ແນວໃດ? (ເບິ່ງຂອບ “ຄຳແນະນຳສຳລັບຜູ້ເບິ່ງແຍງກຸ່ມ”)
4 ຜູ້ເບິ່ງແຍງກຸ່ມການຮັບໃຊ້ໃນເຂດແມ່ນຜູ້ເບິ່ງແຍງbທີ່ໄດ້ຮັບການແຕ່ງຕັ້ງຈາກຄະນະຜູ້ເບິ່ງແຍງເພື່ອຊ່ວຍພີ່ນ້ອງໃນກຸ່ມໃຫ້ສະໜິດກັບພະເຢໂຫວາແລະກ້າວໜ້າໃນວຽກຮັບໃຊ້. ລາວຈະເຮັດແບບນັ້ນໄດ້ແນວໃດ? ຢ່າງທຳອິດ ລາວຈະໃຫ້ຄວາມສົນໃຈເປັນສ່ວນໂຕໃນຄວາມກ້າວໜ້າຂອງພີ່ນ້ອງໃນກຸ່ມຂອງລາວ. (ສພສ. 27:23) ລາວຕ້ອງຮູ້ຈັກພີ່ນ້ອງໃນກຸ່ມເປັນຢ່າງດີແລະລົມກັບພີ່ນ້ອງເປັນປະຈຳເພື່ອຈະຮູ້ວ່າແຕ່ລະຄົນເປັນແນວໃດ. ການເຮັດແບບນີ້ຈະຊ່ວຍໃຫ້ລາວສາມາດຊ່ວຍເຫຼືອພີ່ນ້ອງໃຫ້ມີຄວາມເຊື່ອເຂັ້ມແຂງ ມີກຳລັງໃຈ ແລະໄດ້ຮັບຄວາມຊ່ວຍເຫຼືອອື່ນໆທີ່ຈຳເປັນ. (ສພສ. 12:25; ອຊຢ. 32:2; ຢກບ. 2:15-17) ຢ່າງທີສອງ ລາວຈະຊ່ວຍພີ່ນ້ອງແຕ່ລະຄົນໃນກຸ່ມໃຫ້ອອກຮັບໃຊ້ເປັນປະຈຳ. ລາວຈະນຳໜ້າເຮັດວຽກຮັບໃຊ້ຢ່າງກະຕືລືລົ້ນໂດຍສະເພາະໃນທ້າຍອາທິດ. ລາວຈະຮັບໃຊ້ກັບພີ່ນ້ອງແຕ່ລະຄົນໃນກຸ່ມເປັນປະຈຳເພື່ອໃຫ້ກຳລັງໃຈ ແລະຝຶກເຂົາເຈົ້າໃຫ້ປະກາດແລະສອນເກັ່ງຂຶ້ນ. ຖ້າບາງເທື່ອລາວບໍ່ສາມາດອອກຮັບໃຊ້ໄດ້ ລາວຈະເຮັດໃຫ້ແນ່ໃຈວ່າຜູ້ຊ່ວຍຫຼືພີ່ນ້ອງທີ່ມີຄຸນສົມບັດຈະເບິ່ງແຍງກຸ່ມແທນລາວໄດ້. ຢ່າງທີສາມ ລາວຈະຊ່ວຍແລະຝຶກພີ່ນ້ອງຊາຍທີ່ຮັບບັບເຕມາແລ້ວໃຫ້ມີຄຸນສົມບັດທີ່ຈະເຮັດໜ້າທີ່ຕ່າງໆໃນປະຊາຄົມ. (1ຕມ. 3:1) ລາວຈະຊົມເຊີຍພີ່ນ້ອງເຫຼົ່ານັ້ນທີ່ເຮັດໜ້າທີ່ຂອງໂຕເອງຢ່າງດີ ໃຫ້ຄຳແນະນຳຈາກຄຳພີໄບເບິນ ແລະຝຶກເຂົາເຈົ້າເປັນປະຈຳໃຫ້ມີຄຸນສົມບັດທີ່ຈະເປັນຜູ້ຊ່ວຍວຽກຮັບໃຊ້ແລະເປັນຜູ້ເບິ່ງແຍງ. ເຮົາເຫັນໄດ້ວ່າຜູ້ເບິ່ງແຍງກຸ່ມການຮັບໃຊ້ເຮັດໜ້າທີ່ທີ່ສຳຄັນຫຼາຍ. ສະນັ້ນ ຄະນະຜູ້ເບິ່ງແຍງຈະເລືອກຜູ້ເບິ່ງແຍງທີ່ມີຄຸນສົມບັດທີ່ເໝາະສົມທີ່ສຸດໃຫ້ເຮັດວຽກມອບໝາຍນີ້.
5. ມີຂໍ້ທ້າທາຍຫຍັງແດ່ທີ່ຜູ້ເບິ່ງແຍງກຸ່ມເຈິ?
5 ຜູ້ເບິ່ງແຍງກຸ່ມອາດຈະເຈິຂໍ້ທ້າທາຍບາງຢ່າງຢູ່ໃນກຸ່ມຂອງໂຕເອງ. ໃຫ້ເຮົາມາເບິ່ງເລື່ອງຂອງພີ່ນ້ອງຢັອກຜູ້ເບິ່ງແຍງກຸ່ມຈາກປະເທດເຢຍລະມັນ. ລາວກໍເປັນຄືກັບຜູ້ເບິ່ງແຍງຄົນອື່ນໆທີ່ຕ້ອງເຮັດໜ້າທີ່ຫຼາຍຢ່າງໃນປະຊາຄົມ. ລາວເວົ້າວ່າ: “ມັນບໍ່ງ່າຍທີ່ຕ້ອງເຮັດໜ້າທີ່ຕ່າງໆໃນປະຊາຄົມແລະເປັນຜູ້ເບິ່ງແຍງກຸ່ມໄປນຳ. ຍ້ອນແນວນີ້ ຂ້ອຍຈຶ່ງຮູ້ສຶກວ່າມັນຍາກຫຼາຍທີ່ຈະເຮັດຕາມເປົ້າໝາຍຂອງຂ້ອຍທີ່ຈະຕິດຕໍ່ກັບພີ່ນ້ອງທຸກຄົນໃນກຸ່ມຂອງຂ້ອຍ.” ພີ່ນ້ອງອາເບນຜູ້ເບິ່ງແຍງອາຍຸ 70 ປີຈາກປະເທດອູການດາເວົ້າວ່າ: “ປະຊາຄົມຂອງເຮົາມີຜູ້ເບິ່ງແຍງແລະຜູ້ຊ່ວຍວຽກຮັບໃຊ້ແຕ່ໜ້ອຍດຽວ ກຸ່ມການຮັບໃຊ້ໃນເຂດແຕ່ລະກຸ່ມຈຶ່ງມີຂະໜາດໃຫຍ່. ຂ້ອຍກໍເລີຍບໍ່ສາມາດໄປຮັບໃຊ້ກັບພີ່ນ້ອງແລະໃຫ້ກຳລັງໃຈພີ່ນ້ອງແຕ່ລະຄົນໄດ້ຕາມທີ່ຂ້ອຍຢາກເຮັດ.” ພີ່ນ້ອງໂອເບດທີ່ເປັນຜູ້ເບິ່ງແຍງຈາກປະເທດຊູຣິນາມເວົ້າວ່າ: “ຂ້ອຍມັກຝຶກຄົນອື່ນ ແຕ່ການເຮັດແບບນັ້ນຕ້ອງໃຊ້ເວລາແລະກຳລັງຫຼາຍ ແລະບໍ່ຄ່ອຍເຫັນຜົນທັນທີ. ສະນັ້ນ ຂ້ອຍຈຶ່ງບໍ່ໄດ້ຝຶກຄົນອື່ນປານໃດຍ້ອນຂ້ອຍຫຍຸ້ງຫຼາຍກັບວຽກອື່ນໆ.” ແລ້ວອັນໃດຈະຊ່ວຍຜູ້ເບິ່ງແຍງກຸ່ມທີ່ກຳລັງເຈິຂໍ້ທ້າຍແບບນີ້ແລະຂໍ້ທ້າທາຍທີ່ຄ້າຍໆກັນ?
6. ການຈັດກຸ່ມການຮັບໃຊ້ໃຫ້ເປັນກຸ່ມນ້ອຍຈະຊ່ວຍຜູ້ເບິ່ງແຍງກຸ່ມແນວໃດໃຫ້ເບິ່ງແຍງພີ່ນ້ອງໃນກຸ່ມຂອງໂຕເອງ?
6 ຖ້າເປັນໄປໄດ້ ກຸ່ມການຮັບໃຊ້ໃນເຂດຄວນເປັນກຸ່ມທີ່ມີຂະໜາດນ້ອຍເພື່ອທີ່ຜູ້ເບິ່ງແຍງກຸ່ມຈະຮູ້ຈັກພີ່ນ້ອງທຸກຄົນເປັນຢ່າງດີແລະຊ່ວຍເຂົາເຈົ້າໃຫ້ມີຄວາມເຊື່ອເຂັ້ມແຂງ. ແຕ່ຖ້າປະຊາຄົມມີຜູ້ເບິ່ງແຍງແຕ່ໜ້ອຍດຽວເດຈະເຮັດແນວໃດ? ແທນທີ່ຈະຈັດໃຫ້ເປັນກຸ່ມໃຫຍ່ຈົນຜູ້ເບິ່ງແຍງກຸ່ມບໍ່ສາມາດເຮັດໜ້າທີ່ຂອງໂຕເອງໄດ້ທັງໝົດ ຄະນະຜູ້ເບິ່ງແຍງອາດຈະມອບໝາຍໃຫ້ຜູ້ຊ່ວຍວຽກຮັບໃຊ້ເບິ່ງແຍງກຸ່ມຊົ່ວຄາວ. ຖ້າເປັນກຸ່ມນ້ອຍ ຜູ້ເບິ່ງແຍງກຸ່ມກໍຈະສາມາດເຮັດໜ້າທີ່ທີ່ສຳຄັນທີ່ສຸດຂອງໂຕເອງໄດ້ ເຊິ່ງກໍຄືການຊ່ວຍພີ່ນ້ອງໃຫ້ມີຄວາມເຊື່ອເຂັ້ມແຂງແລະອົດທົນກັບຄວາມຍາກລຳບາກ.
7. ໃນປະຊາຄົມທີ່ມີຜູ້ເບິ່ງແຍງໜ້ອຍ ຜູ້ເບິ່ງແຍງກຸ່ມຈະເຮັດແນວໃດເພື່ອໃຫ້ໝັ້ນໃຈວ່າພີ່ນ້ອງໃນກຸ່ມຈະໄດ້ຮັບການເບິ່ງແຍງຢ່າງດີ? (1 ເປໂຕ 5:2) (ເບິ່ງຮູບນຳ)
7 ຖ້າເຈົ້າເປັນຜູ້ເບິ່ງແຍງກຸ່ມໃນປະຊາຄົມທີ່ມີຜູ້ເບິ່ງແຍງແຕ່ໜ້ອຍດຽວ ໃຫ້ເອົາໃຈໃສ່ໃນການຝຶກຜູ້ຊ່ວຍຂອງເຈົ້າໃຫ້ຊ່ວຍເບິ່ງແຍງພີ່ນ້ອງໃນກຸ່ມ. (ອ່ານ 1 ເປໂຕ 5:2) ໃຫ້ມອບໝາຍວຽກບາງຢ່າງໃຫ້ຜູ້ຊ່ວຍຂອງເຈົ້າເຮັດ. ຕົວຢ່າງເຊັ່ນ: ໃຫ້ລາວນຳກຸ່ມການຮັບໃຊ້ເປັນບາງເທື່ອ. ໃຫ້ລົມກັບລາວວ່າຈະຊ່ວຍພີ່ນ້ອງແຕ່ລະຄົນໃນກຸ່ມແນວໃດໃຫ້ເຮັດວຽກຮັບໃຊ້ໄດ້ດີຂຶ້ນແລະສະໜິດກັບພະເຢໂຫວາສະເໝີ. ໃຫ້ພາຜູ້ຊ່ວຍຂອງເຈົ້າໄປຢາມແລະໃຫ້ກຳລັງໃຈພີ່ນ້ອງນຳກັນກັບເຈົ້າເປັນປະຈຳ. ກ່ອນໄປຢາມ ໃຫ້ລົມກັນວ່າຈະໃຫ້ກຳລັງໃຈພີ່ນ້ອງແນວໃດ ແລະຫຼັງຈາກໄປຢາມ ໃຫ້ຊົມເຊີຍລາວໃນສິ່ງທີ່ລາວເຮັດໄດ້ດີແລະໃຫ້ຄຳແນະນຳຕື່ມຖ້າຈຳເປັນ. ຖ້າເຮັດແບບນີ້ ຜູ້ຊ່ວຍຂອງເຈົ້າກໍອາດຈະມີຄຸນສົມບັດເປັນຜູ້ເບິ່ງແຍງກຸ່ມໄດ້. (2ຕມ. 2:2) ນອກຈາກນັ້ນ ເຈົ້າສາມາດຂໍພີ່ນ້ອງທີ່ເປັນຜູ້ໃຫຍ່ທາງຄວາມເຊື່ອໃຫ້ຊ່ວຍຝຶກພີ່ນ້ອງໃນກຸ່ມໄດ້ນຳ ເຊັ່ນ: ພີ່ນ້ອງທີ່ເປັນໄພໂອເນຍແລະຜູ້ປະກາດທີ່ມີປະສົບການສາມາດເຮັດວຽກຮ່ວມກັບຜູ້ປະກາດໃໝ່ແລະພີ່ນ້ອງທີ່ຍັງບໍ່ຄ່ອຍມີປະສົບການໄດ້. ເຂົາເຈົ້າຈະຊ່ວຍພີ່ນ້ອງເຫຼົ່ານີ້ໃຫ້ຮູ້ວິທີເລີ່ມລົມ ກັບໄປຢາມ ແລະນຳການສຶກສາໄດ້. ຕອນນີ້ໃຫ້ເຮົາມາເບິ່ງ 3 ວິທີທີ່ເຮົາແຕ່ລະຄົນສາມາດເຮັດໄດ້ເພື່ອສະໜັບສະໜູນກຸ່ມການຮັບໃຊ້ໃນເຂດ.
ຜູ້ເບິ່ງແຍງອາດຝຶກຜູ້ຊ່ວຍວຽກຮັບໃຊ້ໃນກຸ່ມຂອງໂຕເອງ ເຊັ່ນ: ຂໍໃຫ້ລາວນຳການປະຊຸມເພື່ອການຮັບໃຊ້ໃນເຂດ (ເບິ່ງຂໍ້ 7)
ສະໜັບສະໜູນກຸ່ມການຮັບໃຊ້ໃນເຂດ
8. ເຮົາຈະສະໜັບສະໜູນກຸ່ມການຮັບໃຊ້ແນວໃດ? (ໂຣມ 1:12)
8 ໃຫ້ຮັບໃຊ້ຮ່ວມກັບກຸ່ມ. ເມື່ອເຈົ້າຮັບໃຊ້ນຳພີ່ນ້ອງ ທັງເຈົ້າກັບພີ່ນ້ອງກໍຈະໄດ້ “ໃຫ້ກຳລັງໃຈກັນແລະກັນ.” (ອ່ານໂຣມ 1:12) ການຮັບໃຊ້ນຳກັນກັບພີ່ນ້ອງຍັງຈະຊ່ວຍໃຫ້ແຕ່ລະຄົນຮູ້ສຶກປອດໄພແລະມີຄວາມໝັ້ນໃຈຫຼາຍຂຶ້ນ. ຖ້າວຽກອາຊີບເຮັດໃຫ້ເຈົ້າໄປຮັບໃຊ້ຮ່ວມກັບພີ່ນ້ອງເລື້ອຍໆບໍ່ໄດ້ ເຈົ້າອາດຈະລອງຂໍໃຫ້ຫົວໜ້າປັບຕາຕະລາງການເຮັດວຽກຂອງເຈົ້າ. ບາງທີລາວອາດຈະເຮັດຕາມທີ່ເຈົ້າຂໍກໍໄດ້. (ນຮຢ. 2:4-6) ຖ້າເຈົ້າມີບັນຫາສຸຂະພາບຫຼືເຖົ້າຫຼາຍແລ້ວຈົນບໍ່ສາມາດໄປຮັບໃຊ້ກັບພີ່ນ້ອງໃນກຸ່ມແບບເຈິໂຕກັນໄດ້ ໃຫ້ເຈົ້າລອງລົມກັບຜູ້ເບິ່ງແຍງກຸ່ມ. ລາວອາດຈະຊ່ວຍເຈົ້າໃຫ້ເຂົ້າຮ່ວມປະຊຸມການຮັບໃຊ້ທາງອອນລາຍ ແລະປະກາດທາງໂທລະສັບຫຼືຂຽນຈົດໝາຍນຳກັນກັບພີ່ນ້ອງບາງຄົນໄດ້. ຖ້າເຈົ້າອາຍຸຍັງນ້ອຍແລະມີສຸຂະພາບດີ ແຕ່ຮູ້ສຶກວ່າຍາກທີ່ຈະໄປຮັບໃຊ້ເປັນປະຈຳ ໃຫ້ລອງຕັ້ງເປົ້າໝາຍຮັບໃຊ້ຮ່ວມກັບພີ່ນ້ອງບາງຄົນໃນກຸ່ມໃນແຕ່ລະອາທິດ. ເຈົ້າອາດຈະຕ້ອງປັບຕາຕະລາງເວລາຫຼືຈັດລຳດັບຄວາມສຳຄັນໃໝ່. (ຣມ. 12:11; ກລຊ. 4:5) ເມື່ອເຈົ້າພະຍາຍາມສຸດຄວາມສາມາດທີ່ຈະຮັບໃຊ້ຮ່ວມກັບພີ່ນ້ອງໃນກຸ່ມເປັນປະຈຳ ທຸກຄົນໃນກຸ່ມກໍຈະໄດ້ຮັບປະໂຫຍດ. ໃຫ້ອະທິດຖານຂໍໃຫ້ພະເຢໂຫວາຊ່ວຍ. ເພິ່ນສາມາດໃຫ້ເຈົ້າ “ມີທັງຄວາມຕ້ອງການແລະກຳລັງເພື່ອຈະເຮັດສິ່ງທີ່ເພິ່ນພໍໃຈ.”—ຟລປ. 2:13
9. ເຮົາຈະຊ່ວຍໃຫ້ກຸ່ມຂອງເຮົາມີບັນຍາກາດທີ່ອົບອຸ່ນແລະຮັກກັນໄດ້ແນວໃດ? (ໂຣມ 12:13)
9 ໃຫ້ມີນ້ຳໃຈຕ້ອນຮັບແຂກ. ຖ້າເຮົາ “ມີນ້ຳໃຈຕ້ອນຮັບແຂກ” ເຮົາກໍຈະຊ່ວຍໃຫ້ກຸ່ມຂອງເຮົາມີບັນຍາກາດທີ່ອົບອຸ່ນແລະຮັກກັນ. (ອ່ານໂຣມ 12:13) ເຮົາອາດຈະສະເໜີໃຫ້ໃຊ້ເຮືອນຂອງເຮົາເປັນບ່ອນປະຊຸມເພື່ອການຮັບໃຊ້. ໃນບາງປະຊາຄົມ ກຸ່ມການຮັບໃຊ້ຈະປ່ຽນກັນລ້ຽງເຂົ້າຜູ້ບັນລະຍາຍທີ່ມາຈາກປະຊາຄົມອື່ນ. ເຖິງວ່າບາງເທື່ອຜູ້ບັນລະຍາຍບໍ່ສາມາດໄປກິນເຂົ້ານຳໄດ້ ແຕ່ພີ່ນ້ອງໃນກຸ່ມກໍສາມາດໃຊ້ໂອກາດນີ້ເພື່ອກິນເຂົ້າແລະໃຊ້ເວລານຳກັນ. ໄພໂອເນຍພິເສດທີ່ຊື່ຊາຣາເວົ້າວ່າ: “ຂ້ອຍຮູ້ສຶກກັງວົນແລະຕື່ນເຕັ້ນຫຼາຍຕອນທີ່ເຊີນຄົນອື່ນມາກິນເຂົ້າຢູ່ເຮືອນ. ຂ້ອຍກໍເລີຍເຮັດອີ່ຫຍັງທີ່ມັນງ່າຍໆແລະພະຍາຍາມສົນໃຈໄປທີ່ການຮູ້ຈັກພີ່ນ້ອງໃຫ້ດີຂຶ້ນແທນທີ່ຈະກັງວົນແຕ່ກັບເລື່ອງອາຫານ.” ຖ້າເຮົາທຸກຄົນໃນກຸ່ມພະຍາຍາມສະແດງຄວາມຮັກແລະມີນ້ຳໃຈຕ້ອນຮັບກັນແລະກັນຄືກັບຄົນໃນຄອບຄົວ ເຮົາກໍຈະສະໜິດກັບພະເຢໂຫວາແລະພີ່ນ້ອງຫຼາຍຂຶ້ນ.—ນຮຢ. 8:10; ກຈກ. 20:35
10. ເຮົາອາດຈະເຮັດຫຍັງຖ້າເຮົາຢາກປັບປຸງທັກສະເພື່ອຈະປະກາດແລະສອນໃຫ້ເກັ່ງຂຶ້ນ? (ສຸພາສິດ 1:5; 27:17) (ເບິ່ງຮູບນຳ)
10 ໃຫ້ເປັນຝ່າຍເລີ່ມຂໍຄວາມຊ່ວຍເຫຼືອ. ແຮ່ງເຮົາປະກາດແລະສອນເກັ່ງຂຶ້ນ ເຮົາກໍແຮ່ງຈະຢາກໄປປະກາດຫຼາຍຂຶ້ນແລະມີຄວາມສຸກກັບການຮັບໃຊ້ຮ່ວມກັບກຸ່ມຫຼາຍຂຶ້ນ. ມີທັກສະຫຍັງບໍທີ່ເຈົ້າຢາກປັບປຸງເພື່ອຈະປະກາດແລະສອນໃຫ້ເກັ່ງຂຶ້ນ? ຖ້າມີ ໃຫ້ເຈົ້າລອງເປັນຝ່າຍເລີ່ມຂໍຄວາມຊ່ວຍເຫຼືອຈາກພີ່ນ້ອງໃນກຸ່ມ. ເຈົ້າອາດຈະຂໍໃຫ້ໄພໂອເນຍຫຼືພີ່ນ້ອງທີ່ມີປະສົບການຊ່ວຍເຈົ້າກໍໄດ້. (ອ່ານສຸພາສິດ 1:5; 27:17) ບອກຜູ້ເບິ່ງແຍງກຸ່ມໃຫ້ຮູ້ວ່າເຈົ້າມີເປົ້າໝາຍແນວໃດ. ລາວອາດຈະຊ່ວຍເຈົ້າໃຫ້ເຮັດຕາມເປົ້າໝາຍນັ້ນໄດ້. ນອກຈາກນັ້ນ ເຈົ້າຍັງສາມາດຂໍໃຫ້ພີ່ນ້ອງຄົນອື່ນຊ່ວຍເຈົ້າໄດ້ນຳ. ພີ່ນ້ອງຍິງທີ່ຊື່ເຮເທີ້ໄດ້ເຮັດແນວນັ້ນເຖິງວ່າລາວຈະເປັນຄົນຂີ້ອາຍ. ລາວເວົ້າວ່າ: “ຂ້ອຍຂໍໃຫ້ໄພໂອເນຍຄົນໜຶ່ງຊ່ວຍຂ້ອຍຕອນທີ່ກັບໄປຢາມ. ພີ່ນ້ອງຄົນນີ້ໜ້າຮັກແລະໃຈດີຫຼາຍ ລາວຊວນຂ້ອຍໄປຮັບໃຊ້ນຳກັນເລື້ອຍໆ. ລາວຍັງຊ່ວຍຂ້ອຍໃຫ້ເລີ່ມການສຶກສາຄຳພີໄບເບິນກັບຄົນໜຶ່ງທີ່ຂ້ອຍໄປຢາມໄດ້ນຳ. ຂ້ອຍດີໃຈຫຼາຍທີ່ໄດ້ຂໍໃຫ້ລາວຊ່ວຍ ເພາະຕອນນີ້ຂ້ອຍກັບມາມີຄວາມສຸກກັບການຮັບໃຊ້ໃນເຂດອີກເທື່ອໜຶ່ງ.” ເຫັນໄດ້ແຈ້ງວ່າມີຫຼາຍວິທີທີ່ເຮົາສາມາດເຮັດໄດ້ເພື່ອສະໜັບສະໜູນກຸ່ມການຮັບໃຊ້ໃນເຂດຂອງເຮົາ.
ເມື່ອກຸ່ມການຮັບໃຊ້ມີຂະໜາດນ້ອຍ ທຸກຄົນໃນກຸ່ມກໍຈະຮູ້ຈັກກັນແລະມີໂອກາດຮັບໃຊ້ນຳກັນ (ເບິ່ງຂໍ້ 10)
ເຮົາຈະໄດ້ຮັບປະໂຫຍດຫຍັງຈາກກຸ່ມການຮັບໃຊ້ໃນເຂດ?
11-12. ການມີກຸ່ມການຮັບໃຊ້ໃນເຂດຈະຊ່ວຍເຈົ້າໃຫ້ມີຄວາມເຊື່ອເຂັ້ມແຂງແນວໃດ? ຂໍໃຫ້ເລົ່າປະສົບການ
11 ຄວາມເຊື່ອຂອງເຮົາຈະເຂັ້ມແຂງຂຶ້ນ. ການມີກຸ່ມການຮັບໃຊ້ໃນເຂດຈະຊ່ວຍເຮົາແຕ່ລະຄົນໃຫ້ມີຄວາມເຊື່ອເຂັ້ມແຂງຂຶ້ນ. ຕົວຢ່າງເຊັ່ນ: ພະເຢໂຫວາໃຊ້ຜູ້ເບິ່ງແຍງກຸ່ມເພື່ອຊ່ວຍເຫຼືອແມ່ໝ້າຍ ລູກກຳພ້າ ແລະພີ່ນ້ອງທີ່ສູງອາຍຸທີ່ເພິ່ນສົນໃຈເປັນພິເສດໃຫ້ໄດ້ຮັບຄວາມຮັກແລະການເອົາໃຈໃສ່ເປັນຢ່າງດີ. ເຂົາເຈົ້າຈະຢ້ຽມຢາມແລະໃຫ້ກຳລັງໃຈພີ່ນ້ອງທີ່ເໝາະກັບເວລາ. (1ທຊ. 2:8; ຢກບ. 1:27) ເຮົາຍັງຈະຖືກຝຶກໃຫ້ເຮັດວຽກປະກາດແລະສອນເກັ່ງຂຶ້ນ. ພີ່ນ້ອງຊາຍທີ່ຮັບບັບເຕມາແລ້ວເຊິ່ງເປັນຕົວຢ່າງທີ່ດີຈະຖືກຝຶກເພື່ອຈະມີຄຸນສົມບັດທີ່ຈະເຮັດວຽກໃນປະຊາຄົມຫຼາຍຂຶ້ນ.—1ຕມ. 3:10
12 ໃຫ້ເຮົາມາເບິ່ງຕົວຢ່າງຂອງພີ່ນ້ອງເວນດີ້ທີ່ເວົ້າເຖິງກ່ອນໜ້ານີ້ວ່າລາວໄດ້ຮັບປະໂຫຍດແນວໃດຈາກກຸ່ມການຮັບໃຊ້ໃນເຂດ. ລາວເລົ່າວ່າ: “ຍ້ອນພໍ່ຂອງຂ້ອຍຕໍ່ຕ້ານຄວາມຈິງ ແມ່ຈຶ່ງບໍ່ຄ່ອຍໄດ້ອອກໄປຮັບໃຊ້ກັບກຸ່ມໃນທ້າຍອາທິດປານໃດ. ແຕ່ພໍ່ອະນຸຍາດໃຫ້ຂ້ອຍໄປ ຂ້ອຍກໍເລີຍໄປໄດ້. ຕອນນັ້ນ ມີພີ່ນ້ອງຍິງທີ່ສູງອາຍຸຄົນໜຶ່ງທີ່ເປັນໄພໂອເນຍມາເປັນໝູ່ກັບຂ້ອຍແລະຮັບໃຊ້ນຳຂ້ອຍຕະຫຼອດ. ລາວຝຶກຂ້ອຍໃຫ້ປະກາດເກັ່ງຂຶ້ນແລະຊ່ວຍຂ້ອຍໃຫ້ມີສ່ວນຮ່ວມກັບປະຊາຄົມຫຼາຍຂຶ້ນ. ຂ້ອຍຈື່ໄດ້ວ່າມີຫຼາຍເທື່ອທີ່ຜູ້ເບິ່ງແຍງກຸ່ມໃຫ້ຄຳແນະນຳຈາກຄຳພີໄບເບິນກັບຂ້ອຍດ້ວຍຄວາມຮັກ ແລະຄຳແນະນຳນັ້ນຍັງເປັນປະໂຫຍດຕໍ່ຂ້ອຍຈົນຮອດທຸກມື້ນີ້.”
13. ການມີກຸ່ມການຮັບໃຊ້ໃນເຂດຈະຊ່ວຍເຮົາໃຫ້ໄດ້ຮັບກຳລັງໃຈແນວໃດ? (ເບິ່ງຮູບໜ້າປົກນຳ)
13 ໄດ້ຮັບກຳລັງໃຈ. ເຮົາຈະສະໜິດກັບພີ່ນ້ອງໃນກຸ່ມຂອງເຮົາຫຼາຍຂຶ້ນຖ້າເຮົາຮັບໃຊ້ “ຄຽງບ່າຄຽງໄຫຼ່ກັນ.” (ຟລປ. 1:27) ຖ້າກຸ່ມຮັບໃຊ້ໃນເຂດມີຂະໜາດນ້ອຍ ມັນກໍຈະຊ່ວຍພີ່ນ້ອງທີ່ເປັນຄົນຂີ້ອາຍໃຫ້ມີໝູ່ສະໜິດໄດ້ງ່າຍຂຶ້ນ. (2ກຣ. 6:13) ເຮົາສາມາດເພິ່ງພາໝູ່ເຫຼົ່ານີ້ໄດ້ໃນຍາມທີ່ຍາກລຳບາກ ເຊັ່ນ: ຕອນທີ່ເຮົາເຈັບປ່ວຍ ຊຶມເສົ້າ ຫຼືສູນເສຍຄົນທີ່ເຮົາຮັກ. (1ທຊ. 5:14) ແຮ່ງຄວາມທຸກລຳບາກໃກ້ຈະມາຮອດ ເຮົາກໍແຮ່ງຕ້ອງມີໝູ່ທີ່ດີ. (ມທ. 24:21) ເຖິງວ່າບັນຫາຈະບໍ່ໝົດໄປ ແຕ່ຖ້າເຮົາມີໝູ່ທີ່ຮັກແລະພ້ອມທີ່ຈະຊ່ວຍເຫຼືອ ເຮົາກໍຈະຮັບມືກັບບັນຫາເຫຼົ່ານັ້ນໄດ້ດີຂຶ້ນ.—ສພສ. 17:17
ພີ່ນ້ອງຍິງ 2 ຄົນທີ່ຢູ່ໃນກຸ່ມດຽວກັນໄປຮັບໃຊ້ນຳກັນ (ເບິ່ງຂໍ້ 13)
14. ການມີກຸ່ມການຮັບໃຊ້ໃນເຂດຊ່ວຍເຮົາແນວໃດຕອນທີ່ເກີດໄພພິບັດຫຼືເຫດສຸກເສີນ?
14 ໄດ້ຮັບການຊ່ວຍເຫຼືອອື່ນໆທີ່ຈຳເປັນ. ເຮົາຈະໄດ້ຮັບຄວາມຊ່ວຍເຫຼືອທີ່ເໝາະກັບເວລາຈາກກຸ່ມການຮັບໃຊ້ໃນເຂດຂອງເຮົາຕອນທີ່ມີໂລກລະບາດ ມີໄພທຳມະຊາດ ເຈັບປ່ວຍກະທັນຫັນ ເຈິການຂົ່ມເຫງ ແລະມີບັນຫາເສດຖະກິດ. ເມື່ອເຫດການເຫຼົ່ານີ້ເກີດຂຶ້ນ ຜູ້ເບິ່ງແຍງກຸ່ມກໍພ້ອມທີ່ຈະຊ່ວຍເຫຼືອເຮົາ. ຕົວຢ່າງເຊັ່ນ: ເມື່ອເກີດໄພພິບັດ ເຂົາເຈົ້າກໍຈະຕິດຕໍ່ຫາແຕ່ລະຄອບຄົວທີ່ຢູ່ໃນກຸ່ມຂອງໂຕເອງແລະເບິ່ງວ່າພີ່ນ້ອງຕ້ອງການຄວາມຊ່ວຍເຫຼືອຫຍັງ ເຊັ່ນ: ຢາ ອາຫານ ນ້ຳ ບ່ອນຢູ່ ຫຼືເຄື່ອງນຸ່ງ. ເມື່ອຜູ້ເບິ່ງແຍງກຸ່ມຮູ້ຂໍ້ມູນເຫຼົ່ານີ້ແລ້ວ ລາວກໍຈະໃຫ້ຄວາມຊ່ວຍເຫຼືອຕາມທີ່ເຂົາເຈົ້າຈຳເປັນຕ້ອງໄດ້ຮັບ. ນອກຈາກນັ້ນ ຜູ້ເບິ່ງແຍງກຸ່ມຈະລົມກັບຄະນະກຳມະການການຮັບໃຊ້ຂອງປະຊາຄົມວ່າພີ່ນ້ອງໃນກຸ່ມຂອງລາວຕ້ອງການຄວາມຊ່ວຍເຫຼືອຫຍັງເພີ່ມເຕີມອີກບໍ ແລ້ວເຂົາເຈົ້າກໍຈະວາງແຜນຊ່ວຍເຫຼືອພີ່ນ້ອງ. ເຫັນໄດ້ເລີຍວ່າກຸ່ມການຮັບໃຊ້ໃນເຂດຊ່ວຍເຮົາໄດ້ຫຼາຍແທ້ໆ!
15. ຜູ້ຮັບໃຊ້ຂອງພະເຢໂຫວາເປັນນ້ຳໜຶ່ງໃຈດຽວກັນໃນເລື່ອງຫຍັງ?
15 ຄືທີ່ເຮົາເວົ້າໄປແລ້ວ ອົງການຂອງພະເຢໂຫວາມີຂະໜາດໃຫຍ່ຫຼາຍ. ພຽງແຕ່ອົງການຢູ່ເທິງສະຫວັນກໍມີທູດສະຫວັນທີ່ສັດຊື່ຫຼາຍຮ້ອຍລ້ານອົງຫຼືອາດຈະມີຮອດຫຼາຍຕື້ອົງຊ້ຳ. ສ່ວນອົງການທີ່ຢູ່ໃນໂລກກໍມີພີ່ນ້ອງຫຼາຍກວ່າ 9 ລ້ານຄົນແລະກຳລັງເພີ່ມຈຳນວນຂຶ້ນເລື້ອຍໆ. (ຊຄຢ. 8:23; ພນມ. 5:11) ຜູ້ຮັບໃຊ້ຂອງພະເຢໂຫວາບໍ່ວ່າຈະຢູ່ໃນໂລກຫຼືສະຫວັນຕ່າງກໍເປັນນ້ຳໜຶ່ງໃຈດຽວກັນໃນການປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າ. (ພນມ. 14:6, 7) ຂໍໃຫ້ເຮົາສະໜັບສະໜູນກຸ່ມການຮັບໃຊ້ໃນເຂດຂອງເຮົາຢ່າງເຕັມທີ. ຍ້ອນການເຮັດແນວນີ້ຈະຊ່ວຍເຮົາໃຫ້ສັນລະເສີນພະເຢໂຫວາໄດ້ສຸດຫົວໃຈ.—ພສ. 111:1
ເພງທີ 61 ພະຍານທັງຫຼາຍກ້າວໜ້າໄປ!
a ຊື່ສົມມຸດ
b ຖ້າຈຳເປັນ ອາດໃຫ້ຜູ້ຊ່ວຍວຽກຮັບໃຊ້ທີ່ມີຄວາມສາມາດໃຫ້ເບິ່ງແຍງກຸ່ມແທນຈົນກວ່າຈະມີຜູ້ເບິ່ງແຍງມາເຮັດໜ້າທີ່ນີ້. ມີການເອີ້ນຜູ້ຊ່ວຍວຽກຮັບໃຊ້ທີ່ເຮັດໜ້າທີ່ນີ້ວ່າ ຜູ້ຮັບໃຊ້ກຸ່ມ ເພາະລາວບໍ່ໄດ້ເປັນຜູ້ເບິ່ງແຍງໃນປະຊາຄົມ. ລາວເຮັດວຽກພາຍໃຕ້ການຊີ້ນຳຂອງຄະນະຜູ້ເບິ່ງແຍງໃນການເອົາໃຈໃສ່ໜ້າທີ່ຮັບຜິດຊອບຂອງລາວ.