ວັນທີ 29 ມິຖຸນາ–5 ກໍລະກົດ 2026
ເພງທີ 131 ພະເຈົ້າໄດ້ເຮັດໃຫ້ຜູກພັນກັນແລ້ວ
ເຮັດໃຫ້ສາຍສຳພັນໃນຊີວິດຄູ່ຂອງເຈົ້າແໜ້ນແຟ້ນຂຶ້ນຕໍ່ໆໄປ
“ໝູ່ທີ່ຮັກແພງກັນຫຼາຍກວ່າອ້າຍນ້ອງແທ້ໆກໍມີ.”—ສພສ. 18:24
ຈຸດສຳຄັນ
ເຮົາຈະຮຽນວ່າຄູ່ຜົວເມຍທີ່ຢາກມີຊີວິດຄູ່ທີ່ມີຄວາມສຸກຕ້ອງຮັກພະເຢໂຫວາແລະໃກ້ຊິດກັນ.
1. ເປັນຫຍັງໝູ່ທີ່ດີຈຶ່ງເປັນຂອງຂວັນທີ່ມາຈາກພະເຢໂຫວາ?
ໝູ່ທີ່ດີເປັນຂອງຂວັນທີ່ມາຈາກພະເຢໂຫວາ. (ຢກບ. 1:17) ເຂົາເຈົ້າຮັກພະເຈົ້າແລະຮັກເຮົານຳ. ເຂົາເຈົ້າມີຄວາມສຸກທີ່ເຫັນເຮົາມີຄວາມສຸກ ໃຫ້ກຳລັງໃຈເຮົາຕອນທີ່ເຮົາຮູ້ສຶກບໍ່ດີ ແລະໃຫ້ຄຳແນະນຳທີ່ຈິງໃຈກັບເຮົາຕອນທີ່ເຮົາຈຳເປັນຕ້ອງໄດ້ຮັບ. ເຂົາເຈົ້າສັດຊື່ຕໍ່ເຮົາແລະເຮົາໄວ້ໃຈເຂົາເຈົ້າໄດ້. ໝູ່ແບບນີ້ “ເຮັດໃຫ້ມີຄວາມສຸກ” ແທ້ໆ!—ສພສ. 27:9
2. ເປັນຫຍັງຈຶ່ງສຳຄັນທີ່ຄູ່ຜົວເມຍຈະເຮັດໃຫ້ສາຍສຳພັນຂອງເຂົາເຈົ້າແໜ້ນແຟ້ນຂຶ້ນເລື້ອຍໆ? (ມັດທາຍ 19:6)
2 ເປັນເລື່ອງສຳຄັນທີ່ຜົວແລະເມຍຈະເປັນໝູ່ສະໜິດກັນ. ເຂົາເຈົ້າຕ້ອງຈື່ໄວ້ວ່າເຂົາເຈົ້າຕ້ອງອອກຄວາມພະຍາຍາມທີ່ຈະເຮັດໃຫ້ສາຍສຳພັນຂອງເຂົາເຈົ້າແໜ້ນແຟ້ນຂຶ້ນເລື້ອຍໆ. ຖ້າເຂົາເຈົ້າບໍ່ໃຫ້ຄວາມສຳຄັນກັບສາຍສຳພັນຂອງເຂົາເຈົ້າທີ່ມີຕໍ່ກັນ ເຂົາເຈົ້າອາດເລີ່ມຮູ້ສຶກເຫງົາ ຫງຸດຫງິດ ແລະເຖິງຂັ້ນໃຈຮ້າຍ. ແຕ່ຖ້າເຂົາເຈົ້າເອົາໃຈໃສ່ສາຍສຳພັນທີ່ມີຕໍ່ກັນ ເຂົາເຈົ້າກໍຈະໃກ້ຊິດກັນທີ່ສຸດເທົ່າທີ່ຄົນສອງຄົນຈະໃກ້ຊິດກັນໄດ້. (ອ່ານມັດທາຍ 19:6) ໃນບົດນີ້ ເຮົາຈະມາເບິ່ງວ່າຄູ່ຜົວເມຍຈະເຮັດໃຫ້ສາຍສຳພັນຂອງເຂົາເຈົ້າເຂັ້ມແຂງຂຶ້ນໄດ້ແນວໃດ. ແຕ່ທຳອິດເຮົາຈະມາເບິ່ງວ່າພະຍານພະເຢໂຫວາທີ່ເປັນໂສດຈະເລືອກຄູ່ທີ່ຈະມາເປັນໝູ່ສະໜິດໃນຊີວິດໄດ້ແນວໃດ.
ວິທີເລືອກຄູ່ທີ່ຈະມາເປັນໝູ່ສະໜິດຕະຫຼອດໄປ
3-4. ອັນໃດຈະຊ່ວຍເຮົາໃຫ້ເລືອກຄູ່ຊີວິດທີ່ດີໄດ້? (ສຸພາສິດ 18:22)
3 ກ່ອນທີ່ເຮົາຈະຕັດສິນໃຈໃນເລື່ອງທີ່ສຳຄັນ ເຮົາຕ້ອງຄິດເຖິງຂໍ້ດີ ຂໍ້ເສຍ ແລະຜົນທີ່ຈະຕາມມາ. ການຕັດສິນໃຈຂອງເຮົາສາມາດປ່ຽນຊີວິດເຮົາໄປໃນທາງທີ່ດີຫຼືບໍ່ດີກໍໄດ້. ສະນັ້ນ ເຮົາຕ້ອງຄິດຄັກໆກ່ອນທີ່ຈະຕັດສິນໃຈໃນເລື່ອງທີ່ສຳຄັນ.
4 ການເລືອກຄົນທີ່ຈະມາເປັນຄູ່ຊີວິດເປັນໜຶ່ງໃນການຕັດສິນໃຈທີ່ສຳຄັນທີ່ສຸດຂອງເຮົາ ຍ້ອນວ່າເຮົາກຳລັງເລືອກຄົນທີ່ຈະມາເປັນໝູ່ທີ່ຈະຢູ່ນຳກັນໄປຕະຫຼອດຊີວິດ. ພະເຢໂຫວາເປັນຜູ້ຈັດໃຫ້ມີການແຕ່ງດອງຕັ້ງແຕ່ທຳອິດ. ສະນັ້ນ ເປັນເລື່ອງທີ່ດີທີ່ເຮົາຈະຂໍຄຳແນະນຳຈາກເພິ່ນຕອນທີ່ຈະເລືອກຄູ່. ເພິ່ນຢາກໃຫ້ທັງຜູ້ຊາຍແລະຜູ້ຍິງໄດ້ເຈິຄູ່ຊີວິດທີ່ດີ. ພະເຢໂຫວາຮູ້ວ່າອັນໃດດີທີ່ສຸດສຳລັບເຮົາ. (ອ່ານສຸພາສິດ 18:22; ອຊຢ. 48:17, 18) ຫຼັກການໃນຄຳພີໄບເບິນສາມາດຊ່ວຍພະຍານພະເຢໂຫວາໃຫ້ເຈິຄົນທີ່ເໝາະສົມສຳລັບເຂົາເຈົ້າໄດ້.
5. ເປັນຫຍັງຈຶ່ງເປັນເລື່ອງສຳຄັນທີ່ຈະເລືອກຄົນທີ່ຮັບບັບເຕມາແລ້ວມາເປັນຄູ່ຊີວິດ?
5 ເມື່ອເຮົາຮັບບັບເຕມາ ເຮົາກໍໄດ້ມາເປັນໝູ່ກັບພະເຢໂຫວາ. (ພສ. 25:14) ຖ້າເຈົ້າຢາກແຕ່ງດອງ ເຈົ້າຄວນເລືອກແຕ່ງກັບຄົນທີ່ເປັນໝູ່ກັບພະເຢໂຫວາຄືກັນ. (1ກຣ. 7:39) ຖ້າເຈົ້າເຮັດແບບນັ້ນ ກໍສະແດງວ່າເຈົ້ານັບຖືມາດຕະຖານຂອງພະເຢໂຫວາແລະເຈົ້າເບິ່ງວ່າຄູ່ຊີວິດເປັນຄືກັບຂອງຂວັນຈາກເພິ່ນ. (ສພສ. 19:14) ນອກຈາກນັ້ນ ເຈົ້າຈະບໍ່ຕ້ອງເຈິກັບບັນຫາທີ່ມາຈາກການແຕ່ງດອງກັບຄົນທີ່ບໍ່ໄດ້ຮັກພະເຢໂຫວານຳ. (2ກຣ. 6:14) ມັນເປັນເລື່ອງທີ່ບໍ່ສະຫຼາດເລີຍທີ່ຈະເປັນແຟນກັບຄົນທີ່ບໍ່ມີຄວາມເຊື່ອໂດຍອ້າງວ່າພະຍານພະເຢໂຫວາມີໜ້ອຍກະເລີຍຫາຄົນທີ່ເໝາະສົມໄດ້ຍາກ. ອີກເຫດຜົນໜຶ່ງທີ່ບໍ່ສະຫຼາດກໍຄືການທີ່ເຈົ້າຄິດເຂົ້າຂ້າງໂຕເອງວ່າຖ້າເຈົ້າເປັນແຟນກັບຄົນທີ່ບໍ່ມີຄວາມເຊື່ອ ເຈົ້າອາດຈະຊ່ວຍໃຫ້ລາວເຂົ້າມາເປັນພະຍານພະເຢໂຫວາໄດ້.
6-7. ມີຄຳຖາມຫຍັງແດ່ທີ່ເຈົ້າຄວນຖາມໂຕເອງກ່ຽວກັບຄົນທີ່ເຈົ້າຄົບຫາ?
6 ແນ່ນອນບໍ່ໄດ້ໝາຍຄວາມວ່າທຸກຄົນທີ່ຮັບບັບເຕມາແລ້ວຈະເໝາະສົມທີ່ຈະເປັນຄູ່ຊີວິດຂອງເຮົາ. ຖ້າເຈົ້າສົນໃຈຜູ້ໃດຜູ້ໜຶ່ງ ໃຫ້ເບິ່ງຄົນທີ່ເຈົ້າສົນໃຈຕາມຄວາມເປັນຈິງໂດຍຖາມໂຕເອງວ່າ: ‘ລາວປະຕິບັດກັບຄອບຄົວຂອງລາວແນວໃດ? ລາວມີນ້ຳໃຈແລະໃຫ້ກຽດຄົນອື່ນບໍ? ໝູ່ຂອງລາວແມ່ນໃຜ? ລາວເຮັດແນວໃດຕອນທີ່ຄົນອື່ນຄິດບໍ່ຄືກັນກັບລາວ? ລາວເອົາຄວາມຄິດຂອງໂຕເອງເປັນໃຫຍ່ບໍຫຼືລາວຍອມຟັງຄວາມຄິດເຫັນຂອງຄົນອື່ນ ຖ້າເລື່ອງນັ້ນບໍ່ໄດ້ຂັດກັບຫຼັກການໃນຄຳພີໄບເບິນ? ລາວຄິດແນວໃດກ່ຽວກັບເລື່ອງເງິນ?’
7 ເຈົ້າສາມາດຖາມໂຕເອງຕື່ມອີກວ່າ: ‘ຄົນທີ່ຂ້ອຍສົນໃຈສະແດງໃຫ້ເຫັນບໍວ່າລາວຮັກພະເຢໂຫວາແທ້ໆ? ລາວໄດ້ພະຍາຍາມປ່ຽນ “ນິດໄສໃໝ່” ບໍ? ລາວຈະຊ່ວຍຂ້ອຍໃຫ້ຮັບໃຊ້ພະເຢໂຫວາເຕັມທີບໍ? ເຮົາມີເປົ້າໝາຍທາງຄວາມເຊື່ອແບບດຽວກັນບໍ? ຂ້ອຍເຫັນວ່າເຮົາຈະເປັນໝູ່ທີ່ສະໜິດກັນທີ່ສຸດໄດ້ບໍ ບໍ່ແມ່ນເປັນພຽງແຕ່ໝູ່ທີ່ດີຕໍ່ກັນຊື່ໆ?’ (ກລຊ. 3:9, 10) ຖ້າເຈົ້າເປັນພີ່ນ້ອງຍິງ ຄົນທີ່ເຈົ້າຄົບຫາຈະເປັນໝູ່ສະໜິດທີ່ສຸດແລະເປັນຫົວໜ້າຄອບຄົວທີ່ດີໄດ້ບໍ? (1ກຣ. 11:3) ຖ້າເຈົ້າເປັນພີ່ນ້ອງຊາຍ ຄົນທີ່ເຈົ້າຄົບຫາຈະເຕັມໃຈສະໜັບສະໜູນແລະນັບຖືເຈົ້າໃນຖານະເປັນຫົວໜ້າຄອບຄົວບໍເຖິງວ່າເຈົ້າເປັນຄົນບໍ່ສົມບູນແບບ? ເພື່ອຈະຕອບຄຳຖາມເຫຼົ່ານີ້ມັນຕ້ອງໃຊ້ເວລາ. ສະນັ້ນ ໃຫ້ໃຊ້ເວລາໃນການຄົບຫາເບິ່ງໃຈກັນເພື່ອຈະຮູ້ຈັກຄົນທີ່ເຈົ້າຄົບຫາໃຫ້ດີຂຶ້ນ.
8-9. ອັນໃດຈະຊ່ວຍເຈົ້າໃຫ້ຕັດສິນໃຈໄດ້ດີຕອນທີ່ກຳລັງຄົບຫາເບິ່ງໃຈກັບຜູ້ໃດຜູ້ໜຶ່ງ? (ເບິ່ງຮູບນຳ)
8 ຕອນທີ່ກຳລັງຄົບຫາເບິ່ງໃຈກັນ ເຈົ້າຈະຕັດສິນໃຈໄດ້ດີກວ່າຖ້າເຈົ້າພະຍາຍາມສຶກສາເບິ່ງວ່າຄົນທີ່ເຈົ້າຄົບຫາເປັນຄົນແນວໃດແທ້ໆ. ໃຫ້ເບິ່ງວ່າຄົນອື່ນຄິດແນວໃດກ່ຽວກັບລາວ. ເຈົ້າອາດຖາມຄົນອື່ນວ່າລາວມີຊື່ສຽງແບບໃດແລະມີຄຸນລັກສະນະແນວໃດ. ຕົວຢ່າງເຊັ່ນ: ຄົນອື່ນເບິ່ງລາວວ່າເປັນຄົນຖ່ອມ ໃຈດີ ແລະມີເຫດຜົນບໍ? ພີ່ນ້ອງຍິງຊື່ຊາຣາທີ່ຢູ່ກຸຍຢານ (ຝຣັ່ງ) ໄດ້ແຕ່ງດອງກັບພີ່ນ້ອງຊາຍທີ່ຊື່ເດນຽວເວົ້າວ່າ: “ຂ້ອຍຖາມຄົນອື່ນວ່າເຂົາເຈົ້າຄິດແນວໃດກ່ຽວກັບເດນຽວ. ຕົວຢ່າງເຊັ່ນ: ຂ້ອຍຖາມພີ່ນ້ອງຊາຍຄົນໜຶ່ງທີ່ເຂົາເຈົ້າເຄີຍຢູ່ນຳກັນແລະເປັນຄູ່ໄພໂອເນຍກັນ ຖາມຜູ້ເບິ່ງແຍງໃນປະຊາຄົມຂອງເດນຽວ ຖາມໝູ່ທີ່ຮູ້ຈັກກັບພວກເຮົາທັງສອງຄົນດີ ແລະຖາມພີ່ນ້ອງຍິງໃນປະຊາຄົມຂອງລາວນຳ.” ນອກຈາກນັ້ນ ເຈົ້າອາດຖາມຄົນທີ່ເຈົ້າຄົບຫາແບບສຸພາບວ່າມີຫຍັງບາງຢ່າງບໍທີ່ເຈົ້າຈຳເປັນຕ້ອງຮູ້ກ່ຽວກັບອະດີດຫຼືຊີວິດໃນປັດຈຸບັນຂອງລາວ. ມັນອາດເປັນເລື່ອງສຳຄັນທີ່ເຮົາຕ້ອງຮູ້ກ່ຽວກັບເລື່ອງເຫຼົ່ານີ້ ຍ້ອນວ່າບັນຫາຫຼືນິດໄສບາງຢ່າງຂອງລາວອາດເຮັດໃຫ້ຊີວິດຄູ່ຫຍຸ້ງຍາກຫຼາຍກໍໄດ້ຫຼັງຈາກແຕ່ງດອງກັນ.
9 ຢ່າເບິ່ງຂ້າມຂໍ້ສົງໄສເລັກໆນ້ອຍໆທີ່ຄາໃຈເຈົ້າວ່າລາວຈະເປັນຜົວຫຼືເມຍທີ່ດີຂອງເຈົ້າໄດ້ບໍ ຫຼືຢ່າເບິ່ງຂ້າມຄວາມຄິດເຫັນຂອງໝູ່ທີ່ເປັນຜູ້ໃຫຍ່ທາງຄວາມເຊື່ອທີ່ເຂົາເຈົ້າສັງເກດເຫັນຄຸນລັກສະນະທີ່ບໍ່ດີບາງຢ່າງຂອງລາວ. ຖ້າເຈົ້າເຮັດແບບນັ້ນ ເຈົ້າກໍຈະສາມາດຕັດສິນໃຈໄດ້ຢ່າງຖືກຕ້ອງວ່າເຈົ້າຈະແຕ່ງດອງກັບລາວຫຼືບໍ່.a ຕອນນີ້ ໃຫ້ເຮົາມາເບິ່ງວ່າຄົນທີ່ແຕ່ງດອງກັນແລ້ວຈະເຮັດຫຍັງໄດ້ແດ່ເພື່ອໃຫ້ສາຍສຳພັນຂອງເຂົາເຈົ້າແໜ້ນແຟ້ນຂຶ້ນ.
ຕອນທີ່ກຳລັງຄົບຫາເບິ່ງໃຈກັນ ໃຫ້ພະຍາຍາມສັງເກດວ່າອີກຝ່າຍໜຶ່ງເປັນຄົນແນວໃດແທ້ໆ (ເບິ່ງຂໍ້ 8-9)
ໃຊ້ເວລານຳກັນ
10. ເປັນຫຍັງຈຶ່ງເປັນເລື່ອງທີ່ດີທີ່ຜົວແລະເມຍຄວນມີເວລາໃຫ້ກັນແລະສົນໃຈກັນ?
10 ຜົວແລະເມຍສາມາດເຮັດໃຫ້ສາຍສຳພັນຂອງເຂົາເຈົ້າແໜ້ນແຟ້ນແລະສະໜິດກັນຫຼາຍຂຶ້ນໄດ້ໂດຍຈັດໃຫ້ມີເວລາໄດ້ຢູ່ນຳກັນບໍ່ວ່າເຂົາເຈົ້າຈະຫຍຸ້ງຫຼາຍປານໃດກໍຕາມ. ການເຮັດແບບນີ້ຈະເປີດໂອກາດໃຫ້ເຂົາເຈົ້າໄດ້ເລົ່າໃຫ້ກັນຟັງກ່ຽວກັບສິ່ງຕ່າງໆທີ່ເຂົາເຈົ້າເຈິໃນແຕ່ລະມື້ ບອກຄວາມຮູ້ສຶກແລະຄວາມຄິດໃນໃຈໃຫ້ກັນຟັງ ສະແດງຄວາມຮັກຕໍ່ກັນ ແລະເຮັດສິ່ງທີ່ມ່ວນໆນຳກັນ.
11. ອັນໃດອາດສົ່ງຜົນເສຍຕໍ່ສາຍສຳພັນຂອງຜົວແລະເມຍ?
11 ຜົວແລະເມຍທີ່ເປັນຄືກັບໝູ່ສະໜິດຈະຢາກຢູ່ໃກ້ກັນຫຼາຍກວ່າຢູ່ໄກກັນ. ແນ່ນອນວ່າເຂົາເຈົ້າອາດຈະມີໄລຍະທີ່ຕ້ອງໄດ້ຢູ່ຫ່າງກັນຊົ່ວຄາວເປັນບາງເທື່ອ. ແຕ່ການຢູ່ໄກກັນເປັນເວລາດົນກໍເປັນອັນຕະລາຍໄດ້. ຕົວຢ່າງເຊັ່ນ: ບາງຄົນຕັດສິນໃຈໄປເຮັດວຽກຢູ່ຕ່າງປະເທດ ເຮັດໃຫ້ເຂົາເຈົ້າຕ້ອງຢູ່ຫ່າງຈາກຄອບຄົວເປັນເວລາດົນ. ເຖິງວ່າການເຮັດແບບນີ້ອາດຊ່ວຍໃຫ້ຫາເງິນໄດ້ຫຼາຍ ແຕ່ການຢູ່ຫ່າງກັນດົນເກີນໄປກໍຈະເຮັດໃຫ້ຊີວິດແຕ່ງດອງມີບັນຫາໄດ້.
12-13. (ກ) ພີ່ນ້ອງບາງຄູ່ໄດ້ເຮັດຫຍັງເພື່ອຈະໄດ້ໃຊ້ເວລານຳກັນ? (ເບິ່ງຮູບນຳ) (ຂ) ສາຍສຳພັນລະຫວ່າງເຈົ້າກັບຄູ່ຂອງເຈົ້າຄວນສຳຄັນຫຼາຍສ່ຳໃດ? (ເບິ່ງຂອບ “ຄູ່ຂອງຂ້ອຍຄວນສຳຄັນສ່ຳໃດສຳລັບຂ້ອຍ?”)
12 ໃຫ້ມາເບິ່ງຄູ່ຜົວເມຍບາງຄູ່ວ່າເຂົາເຈົ້າໄດ້ເຮັດຫຍັງເພື່ອຈະໄດ້ໃຊ້ເວລານຳກັນ. ພີ່ນ້ອງເລອາທີ່ຢູ່ເກາະກວມເວົ້າວ່າ: “ຂ້ອຍກັບຜົວມັກເຮັດຫຼາຍສິ່ງຫຼາຍຢ່າງນຳກັນ. ເຮົາບໍ່ຄ່ອຍໄປໃສຫຼືເຮັດຫຍັງໂດຍທີ່ຕ້ອງແຍກຈາກກັນເລີຍ.” ຣ໋ອກແຊນຢູ່ອາເມຣິກາເວົ້າວ່າ: “ຍ້ອນວ່າເຮົາມີຫຼາຍຢ່າງທີ່ຕ້ອງເຮັດ ເຮົາເລີຍຕ້ອງໄດ້ວາງແຜນວ່າຊິຈັດເວລາແນວໃດເພື່ອຈະໄດ້ໃຊ້ເວລານຳກັນຄືກັບທີ່ເຮົາໄດ້ຈັດເວລາໃຫ້ກັບສິ່ງທີ່ສຳຄັນອື່ນໆ.” (ສົມທຽບກັບອາໂມດ 3:3) ເດມຽນທີ່ຢູ່ປະເທດຝຣັ່ງເວົ້າວ່າ: “ເຮົາຮຽນຮູ້ວ່າມັນສຳຄັນຫຼາຍທີ່ເຮົາຈະສົນໃຈແລະມັກໃນສິ່ງທີ່ອີກຄົນໜຶ່ງມັກເຮັດຫຼາຍ.” (ມທ. 7:12) ເຄທີທີ່ຢູ່ອາເມຣິກາເວົ້າວ່າ: “ບາງເທື່ອເຮົາຕ້ອງໄດ້ມ້ຽນໂທລະສັບໄວ້ເພື່ອເຮົາຈະໄດ້ສົນໃຈກັນເຕັມທີ.”
13 ສິ່ງທີ່ສຳຄັນທີ່ສຸດຄືການທີ່ຄູ່ຜົວເມຍໃຊ້ເວລາເຮັດກິດຈະກຳທາງຄວາມເຊື່ອນຳກັນ. ມິຣຽມຢູ່ປະເທດຝຣັ່ງເວົ້າວ່າ: “ເຮົາເລີ່ມມື້ໃໝ່ໂດຍການອ່ານຄຳພີໄບເບິນ. ຈາກນັ້ນ ເຮົາຈະເວົ້າໃຫ້ກັນຟັງວ່າມັກຈຸດໃດແລະຈະເອົາບົດຮຽນກ່ຽວກັບເລື່ອງນັ້ນໄປໃຊ້ໃນຊີວິດແນວໃດ. ຂ້ອຍມັກທີ່ເຮົາມີເວລາເຮັດແບບນີ້ນຳກັນຫຼາຍ.” ມິຣຽມເວົ້າຕໍ່ອີກວ່າ: “ຂ້ອຍມັກຕອນທີ່ເຮົາອະທິດຖານນຳກັນແລະໄດ້ຮູ້ວ່າຜົວຂອງຂ້ອຍຮັກພະເຢໂຫວາຫຼາຍສ່ຳໃດ.” ເຄທີທີ່ເວົ້າເຖິງກ່ອນໜ້ານີ້ເວົ້າວ່າ: “ຂ້ອຍກັບຜົວມັກຕອນທີ່ເຮົາໄປປະກາດນຳກັນ. ມັນເຮັດໃຫ້ເຮົາຮູ້ສຶກຊື່ນໃຈທີ່ເຫັນຄູ່ຂອງໂຕເອງສະແດງຄວາມເຊື່ອແລະເຮົາກໍໄດ້ຮຽນສິ່ງໃໝ່ໆຈາກກັນແລະກັນເລື້ອຍໆ.”—ສພສ. 27:17
ເຮັດໃຫ້ຊີວິດຄູ່ຂອງເຈົ້າແໜ້ນແຟ້ນຂຶ້ນໂດຍໃຊ້ເວລານຳກັນເປັນປະຈຳ (ເບິ່ງຂໍ້ 12-13)
ສູ້ກັບບັນຫາໄປນຳກັນ
14-15. ເປັນຫຍັງຄູ່ຜົວເມຍຄວນເຮັດສຸດຄວາມສາມາດທີ່ຈະເອົາຊະນະບັນຫາໃນຊີວິດແຕ່ງດອງ? ຂໍໃຫ້ຍົກຕົວຢ່າງ
14 ເປັນເລື່ອງທຳມະດາທີ່ຄູ່ຜົວເມຍຈະເຈິບັນຫາໃນຊີວິດແຕ່ງດອງຍ້ອນວ່າເຮົາທຸກຄົນເປັນຄົນບໍ່ສົມບູນແບບ. ຄຳພີໄບເບິນບອກວ່າຄູ່ຜົວເມຍ “ຈະມີຄວາມຫຍຸ້ງຍາກໃນຊີວິດ.” (1ກຣ. 7:28) ນີ້ໝາຍຄວາມວ່າ ການມີບັນຫາແລະຄວາມຫຍຸ້ງຍາກເປັນເລື່ອງປົກກະຕິໃນຊີວິດຄູ່. ເມື່ອເຈິບັນຫາແບບນັ້ນ ເຂົາເຈົ້າຄວນອອກຄວາມພະຍາຍາມນຳກັນເພື່ອແກ້ໄຂບັນຫາເຫຼົ່ານັ້ນແລະເພື່ອໃຫ້ໃກ້ຊິດກັນຄືເກົ່າ. ຍ້ອນຫຍັງ?
15 ໃຫ້ຄິດເຖິງຕົວຢ່າງປຽບທຽບຕໍ່ໄປນີ້ ຖ້າສະຖານທີ່ທີ່ສຳຄັນໃດໜຶ່ງເພຫຼືງານສິນລະປະທີ່ມີຊື່ສຽງເສຍຫາຍ ຜູ້ທີ່ເປັນເຈົ້າຂອງຄືຊິພະຍາຍາມສ້ອມແປງມັນ. ເຂົາເຈົ້າອາດທຸ່ມເທທັງເວລາແລະເງິນຈຳນວນຫຼາຍເພື່ອເຮັດໃຫ້ມັນກັບມາດີຄືເກົ່າເຖິງວ່າອາດຈະໃຊ້ເວລາຫຼາຍປີກໍຕາມ. ຍ້ອນຫຍັງ? ຍ້ອນວ່າສະຖານທີ່ທີ່ສຳຄັນຫຼືງານສິນລະປະທີ່ມີຊື່ສຽງນັ້ນມີຄ່າຫຼາຍສຳລັບເຂົາເຈົ້າ. ຄ້າຍຄືກັນ ຊີວິດຄູ່ຂອງທຸກຄົນທີ່ແຕ່ງດອງແລ້ວກໍມີຄ່າຫຼາຍ. ໃນເປັນຄວາມຈິງ ຄູ່ທີ່ມີສາຍສຳພັນທີ່ດີຕໍ່ກັນຫຼາຍກໍສາມາດມີບັນຫາແລະຂັດແຍ່ງກັນໄດ້. ແຕ່ຄືກັບສະຖານທີ່ຫຼືງານສິນລະປະທີ່ໄດ້ຮັບຄວາມເສຍຫາຍສາມາດສ້ອມແປງຄືນໄດ້ ຄູ່ຜົວເມຍທີ່ມີບັນຫາກໍສາມາດກັບມາໃກ້ຊິດກັນໄດ້ຄືເກົ່າ. ມັນອາດຕ້ອງໃຊ້ເວລາແລະຄວາມພະຍາຍາມຫຼາຍ ແຕ່ພະເຢໂຫວາຈະພໍໃຈຫຼາຍຖ້າຄູ່ຜົວເມຍເຮັດທຸກສິ່ງທີ່ເຂົາເຈົ້າເຮັດໄດ້ເພື່ອຮັກສາຊີວິດຄູ່ແລະເຮັດໃຫ້ສາຍສຳພັນຂອງເຂົາເຈົ້າແໜ້ນແຟ້ນຂຶ້ນ. (ມລກ. 2:16) ຖ້າເຮັດແບບນີ້ ເຂົາເຈົ້າບໍ່ພຽງແຕ່ສະແດງໃຫ້ເຫັນວ່າເຂົາເຈົ້າຮັກແລະນັບຖືກັນເທົ່ານັ້ນ ແຕ່ຍັງສະແດງໃຫ້ເຫັນວ່າເຂົາເຈົ້າຮັກແລະນັບຖືພະເຢໂຫວາຜູ້ທີ່ຈັດໃຫ້ມີການແຕ່ງດອງຕັ້ງແຕ່ທຳອິດນຳ.
16. ຕາມ 1 ໂກຣິນໂທ 13:4-8ກ ອັນໃດຈະຊ່ວຍຄູ່ຜົວເມຍທີ່ມີບັນຫາຮ້າຍແຮງໃນຊີວິດຄູ່? (ເບິ່ງຮູບແລະຂອບ “ອັນໃດຈະເຮັດໃຫ້ສາຍສຳພັນໃນຊີວິດແຕ່ງດອງແໜ້ນແຟ້ນຂຶ້ນ?” ນຳ)
16 ຖ້າຊີວິດຄູ່ຂອງເຈົ້າມີບັນຫາກໍຢ່າຟ້າວແຍກກັນຢູ່. (1ກຣ. 7:10, 11) ແທນທີ່ຈະເຮັດແນວນັ້ນ ໃຫ້ຖາມໂຕເອງວ່າ: ‘ຂ້ອຍເຮັດຫຍັງໄດ້ຫຼາຍກວ່ານີ້ບໍເພື່ອເຮັດໃຫ້ສາຍສຳພັນຊີວິດຄູ່ຂອງຂ້ອຍດີຂຶ້ນ?’ ໃຫ້ເບິ່ງຫຼັກການໃນຄຳພີໄບເບິນທີ່ເວົ້າເຖິງການສະແດງຄວາມຮັກ ແລະໃຫ້ຖາມໂຕເອງວ່າມີຄຸນລັກສະນະຫຍັງບໍທີ່ຂ້ອຍຕ້ອງປັບປຸງຕາມທີ່ບອກໄວ້ໃນ 1 ໂກຣິນໂທ 13:4-8ກ. (ອ່ານ) ແທນທີ່ຈະພະຍາຍາມຊອກທາງທີ່ຈະແຍກທາງກັນ ໃຫ້ພະຍາຍາມສຸດຄວາມສາມາດເພື່ອຊອກຫາທາງທີ່ຈະກັບມາຄືນດີກັນ. ບໍ່ຕ້ອງຄາດໝາຍວ່າຄູ່ຂອງເຈົ້າຄວນປ່ຽນຫຍັງແດ່ ແຕ່ໃຫ້ຄິດເບິ່ງວ່າເຈົ້າຈະເຮັດຫຍັງໄດ້ແດ່ເພື່ອຈະເຮັດໃຫ້ສາຍສຳພັນຊີວິດຄູ່ຂອງເຈົ້າດີຂຶ້ນ. ໃຫ້ອະທິດຖານຂໍການຊີ້ນຳຈາກພະເຢໂຫວາ. ໃຫ້ຄົ້ນຄວ້າເບິ່ງປຶ້ມແລະວິດີໂອຕ່າງໆທີ່ຈະຊ່ວຍເຈົ້າໃຫ້ຮູ້ວ່າຄວນເຮັດແນວໃດ. ເຈົ້າຍັງສາມາດຂໍຄຳແນະນຳຈາກຜູ້ເບິ່ງແຍງຫຼືຈາກພີ່ນ້ອງທີ່ໃຊ້ຫຼັກການໃນຄຳພີໄບເບິນໃນຊີວິດຄູ່ຂອງເຂົາເຈົ້າໄດ້. ນອກຈາກນັ້ນ ຄຳພີໄບເບິນບອກວ່າຊີວິດແຕ່ງດອງເປັນຄືກັບ “ເຊືອກ 3 ກຽວ” ແລະພະເຢໂຫວາເປັນເຊືອກກຽວທີ 3 ທີ່ແຂງແຮງແລະສຳຄັນທີ່ສຸດໃນຊີວິດແຕ່ງດອງ. ດັ່ງນັ້ນ ເມື່ອເຈົ້າເພິ່ງພະເຢໂຫວາ ຊີວິດຄູ່ຂອງເຈົ້າກໍຈະ “ບໍ່ຂາດງ່າຍໆ.”—ປຍຈ. 4:12
ຕອນທີ່ຊີວິດຄູ່ມີບັນຫາ ໃຫ້ເຮັດທຸກສິ່ງທີ່ເຮັດໄດ້ເພື່ອຈະສະໜິດກັນຄືເກົ່າ (ເບິ່ງຂໍ້ 16)
17. ຄົນທີ່ມີເປົ້າໝາຍຢາກແຕ່ງດອງແລະຄົນທີ່ແຕ່ງດອງແລ້ວຈະມີຄວາມສຸກໄດ້ແນວໃດ?
17 ພະເຢໂຫວາຢາກໃຫ້ຜູ້ຮັບໃຊ້ທຸກຄົນຂອງເພິ່ນມີຄວາມສຸກລວມທັງຄົນທີ່ມີເປົ້າໝາຍຢາກແຕ່ງດອງແລະຄົນທີ່ແຕ່ງດອງແລ້ວ. ສະນັ້ນ ຖ້າເຈົ້າເປັນຄົນໂສດແລະຢາກແຕ່ງດອງ ໃຫ້ເລືອກຄົນທີ່ຈະມາເປັນໝູ່ໃນຊີວິດຄູ່ຂອງເຈົ້າໃຫ້ດີໆ. ຖ້າເຈົ້າແຕ່ງດອງແລ້ວ ກໍໃຫ້ພະຍາຍາມເຮັດໃຫ້ສາຍສຳພັນຂອງເຈົ້າກັບຄູ່ຂອງເຈົ້າແໜ້ນແຟ້ນຕໍ່ໆໄປ. ໃຫ້ພະຍາຍາມເອົາຊະນະບັນຫາຕ່າງໆທີ່ອາດຈະເກີດຂຶ້ນໃນຊີວິດແຕ່ງດອງແລະເພິ່ງພະເຢໂຫວາ. ຖ້າເຈົ້າເຮັດແບບນີ້ ເຈົ້າກໍຈະ “ໃຊ້ຊີວິດຢ່າງມີຄວາມສຸກ” ກັບຄົນທີ່ເຈົ້າຮັກ.—ປຍຈ. 9:9
ເພງທີ 132 ເຮົາສອງຄົນກາຍເປັນຄົນດຽວກັນ
a ສຳລັບຄຳແນະນຳເພີ່ມເຕີມເພື່ອຈະຮູ້ຈັກກັນຫຼາຍຂຶ້ນ ໃຫ້ເບິ່ງບົດຄວາມ “ໃຊ້ເວລາຕອນທີ່ເປັນແຟນກັນເພື່ອຊ່ວຍໃຫ້ຕັດສິນໃຈຢ່າງຖືກຕ້ອງ” ໃນຫໍສັງເກດການ ເດືອນເມສາ ປີ 2024 ໃນຫົວຂໍ້ຍ່ອຍ “ຮູ້ຈັກກັນໃຫ້ຫຼາຍຂຶ້ນ.”