ເຄັດລັບການຄົ້ນຄວ້າ
ເຮົາຈະເຂົ້າໃຈຕົວຢ່າງປຽບທຽບໃນຄຳພີໄບເບິນໄດ້ແນວໃດ?
ໃນຄຳພີໄບເບິນມີຕົວຢ່າງປຽບທຽບຫຼາຍຮ້ອຍເລື່ອງ ແຕ່ຫຼາຍຄົນທີ່ອ່ານຄຳພີໄບເບິນບໍ່ເຂົ້າໃຈຕົວຢ່າງປຽບທຽບເຫຼົ່ານັ້ນ. (ມທ. 13:13) ເຈົ້າຈະເຮັດແນວໃດເພື່ອຈະເຂົ້າໃຈ? ໃຫ້ລອງເຮັດຕາມຂັ້ນຕອນຕໍ່ໄປນີ້:
ໃຫ້ຄິດເບິ່ງວ່າອັນໃດແມ່ນຄວາມຄິດຫຼັກ ແລະມັນຖືກສົມທຽບກັບຫຍັງ. ຕົວຢ່າງເຊັ່ນ: ໃນພະນິມິດ 3:3 ພະເຢຊູເວົ້າວ່າການມາຂອງເພິ່ນເປັນຄືກັບຂີ້ລັກມາ. ສະນັ້ນ ການມາຂອງພະເຢຊູເປັນຄວາມຄິດຫຼັກ ແລະເພິ່ນຖືກສົມທຽບວ່າເປັນຄືກັບຂີ້ລັກ.
ໃຫ້ຄິດເບິ່ງວ່າຄວາມຄິດຫຼັກແລະຕົວຢ່າງປຽບທຽບຄ້າຍຄືກັນແນວໃດ? ໃຫ້ພະຍາຍາມຄິດເຖິງເຫດຜົນຕ່າງໆວ່າເປັນຫຍັງສິ່ງໜຶ່ງຈຶ່ງຖືກສົມທຽບກັບອີກສິ່ງໜຶ່ງ ແລະສອງສິ່ງນີ້ຄ້າຍຄືກັນແນວໃດ.
ໄດ້ຂໍ້ສະຫຼຸບທີ່ຖືກຕ້ອງ. ບາງເທື່ອຄົນເຮົາອາດເຂົ້າໃຈຕົວຢ່າງປຽບທຽບຜິດໄດ້. ໃນຕົວຢ່າງທາງເທິງ ພະເຢຊູບໍ່ໄດ້ມາເພື່ອລັກບາງຢ່າງ ແຕ່ແວດບົດບອກໃຫ້ຮູ້ວ່າເພິ່ນຈະມາຄືກັບທີ່ຂີ້ລັກມາໃນຄວາມໝາຍທີ່ວ່າເພິ່ນຈະມາໃນເວລາທີ່ຄົນບໍ່ຄາດຄິດແລະຈະບໍ່ມີການບອກລ່ວງໜ້າວ່າຈະມາຕອນໃດ.