ວັນທີ 22-28 ມິຖຸນາ 2026
ເພງທີ 90 ໃຫ້ກຳລັງໃຈກັນແລະກັນ
ຮຽນຈາກ “ພະເຈົ້າທີ່ໃຫ້ກຳລັງໃຈໃນທຸກສະຖານະການ”
“ຍ້ອນພວກເຮົາໄດ້ຮັບກຳລັງໃຈຈາກພະເຈົ້າ ພວກເຮົາຈຶ່ງຮູ້ວິທີໃຫ້ກຳລັງໃຈຄົນອື່ນ.”—2ກຣ. 1:4
ຈຸດສຳຄັນ
ເຮົາຈະຮຽນວ່າເຮົາຈະໃຫ້ກຳລັງໃຈຄົນອື່ນແນວໃດໂດຍການເຮັດຕາມຕົວຢ່າງຂອງພະເຢໂຫວາແລະເຮັດຕາມຕົວຢ່າງຂອງຄົນທີ່ຮຽນແບບເພິ່ນ.
1. ເປັນຫຍັງເຮົາຄວນໃຫ້ກຳລັງໃຈຄົນອື່ນ?
ເຮົາທຸກຄົນເຈິ “ຄວາມຍາກລຳບາກ” ສະນັ້ນ ບາງເທື່ອເຮົາຈຶ່ງຕ້ອງການກຳລັງໃຈ. (1ປຕ. 1:6) ຄືກັບທີ່ເຮົາຮູ້ສຶກຂອບໃຈທີ່ມີຄົນໃຫ້ກຳລັງໃຈເຮົາ ເຮົາກໍຄວນຟ້າວໃຫ້ກຳລັງໃຈຄົນອື່ນຄືກັນຕອນທີ່ເຂົາເຈົ້າເຈິຄວາມທຸກຍາກລຳບາກ. (ມທ. 7:12) ພະເຢໂຫວາ “ພະເຈົ້າທີ່ໃຫ້ກຳລັງໃຈໃນທຸກສະຖານະການ” ເຮັດໃຫ້ເຮົາຮູ້ວິທີ “ໃຫ້ກຳລັງໃຈຄົນອື່ນທີ່ເຈິຄວາມຍາກລຳບາກທຸກຮູບແບບ.” ເຮົາສາມາດຮຽນແບບຕົວຢ່າງຂອງເພິ່ນໂດຍ “ໃຫ້ກຳລັງໃຈກັນ.” (2ກຣ. 1:3, 4; 1ທຊ. 4:18) ເຮົາເຮັດແບບນັ້ນບໍ່ແມ່ນຍ້ອນວ່າເປັນໜ້າທີ່ທີ່ເຮົາຕ້ອງເຮັດ ແຕ່ຍ້ອນເຮົາຮັກພີ່ນ້ອງຂອງເຮົາ. ໃນບົດນີ້ ເຮົາຈະເບິ່ງ (1) ຄວາມໝາຍຂອງການໃຫ້ກຳລັງໃຈທີ່ຄຳພີໄບເບິນເວົ້າເຖິງ (2) ເຮົາຈະໃຫ້ກຳລັງໃຈຄົນອື່ນແນວໃດ ແລະ (3) ເຮົາຈະເຮັດແນວໃດເມື່ອຕ້ອງການກຳລັງໃຈ.
ຄຳພີໄບເບິນເວົ້າແນວໃດກ່ຽວກັບການໃຫ້ກຳລັງໃຈ
2. ໃນຄຳພີໄບເບິນການ “ໃຫ້ກຳລັງໃຈ” ມີຄວາມໝາຍແນວໃດແດ່?
2 ໃນຄຳພີໄບເບິນ ຄຳວ່າ “ໃຫ້ກຳລັງໃຈ” ໃນພາສາກຣີກແປໄດ້ຫຼາຍຄວາມໝາຍຂຶ້ນຢູ່ກັບແວດບົດ. ການໃຫ້ກຳລັງໃຈສາມາດໝາຍເຖິງ “ການປອບໃຈ” “ການກະຕຸ້ນ” ຫຼື “ການໂນ້ມນ້າວໃຈ.” (ຣມ. 12:8) ຄຳນີ້ແປຕາມໂຕວ່າ “ເອີ້ນໃຫ້ມາຢູ່ຄຽງຂ້າງ.” ນີ້ເຮັດໃຫ້ເຮົານຶກພາບເຫັນຄົນຜູ້ໜຶ່ງທີ່ຟ້າວໄປຫາໝູ່ທີ່ກຳລັງເຈິຄວາມທຸກຍາກລຳບາກເພື່ອຊ່ວຍໝູ່ຕາມທີ່ໝູ່ຕ້ອງການ. ບໍ່ວ່າຜູ້ນັ້ນຈະຊ່ວຍໝູ່ແບບໃດ ການໃຫ້ກຳລັງໃຈທີ່ດີຈະເຮັດໃຫ້ໝູ່ທີ່ເຈິຄວາມທຸກຍາກລຳບາກຮູ້ສຶກດີຂຶ້ນແລະເຂັ້ມແຂງຂຶ້ນ.
3. ບາຣະນາບາເປັນຕົວຢ່າງໃນການໃຫ້ກຳລັງໃຈຄົນອື່ນແນວໃດ? (ເບິ່ງຮູບນຳ)
3 ໃຫ້ເຮົາມາເບິ່ງຕົວຢ່າງໜຶ່ງໃນຄຳພີໄບເບິນ. ມີຄລິດສະຕຽນຄົນໜຶ່ງທີ່ຊື່ໂຢເຊັບ ລາວໃຫ້ກຳລັງໃຈຄົນອື່ນໄດ້ດີຫຼາຍຈົນພວກອັກຄະສາວົກເອີ້ນລາວວ່າບາຣະນາບາ ເຊິ່ງແປວ່າ “ຜູ້ໃຫ້ກຳລັງໃຈ.” (ກຈກ. 4:36) ຊື່ນີ້ເໝາະກັບລາວຫຼາຍຈົນຄຳພີໄບເບິນບໍ່ໄດ້ເວົ້າເຖິງຊື່ແທ້ໆຂອງລາວອີກເລີຍ. ມີຫຼາຍເທື່ອ ບາຣະນາບາໃຊ້ຊີວິດສົມກັບຊື່ຂອງລາວໂດຍຊ່ວຍເຫຼືອພີ່ນ້ອງຮ່ວມຄວາມເຊື່ອເມື່ອເຂົາເຈົ້າຕ້ອງການຄວາມຊ່ວຍເຫຼືອ. ຕົວຢ່າງເຊັ່ນ: ບໍ່ດົນຫຼັງຈາກທີ່ໂຊໂລເຂົ້າມາເປັນຄລິດສະຕຽນ ລາວໄດ້ໄປເມືອງເຢຣູຊາເລັມແລະຢາກເຈິພີ່ນ້ອງຄົນອື່ນໆຢູ່ຫັ້ນ. ພີ່ນ້ອງພັດຢ້ານໂຊໂລຍ້ອນລາວເຄີຍຂົ່ມເຫງຄລິດສະຕຽນ. ແຕ່ບາຣະນາບາເຊື່ອໃຈໂຊໂລແລະພາລາວໄປແນະນຳໃຫ້ພວກອັກຄະສາວົກຮູ້ຈັກ.—ກຈກ. 9:26-28
ບາຣະນາບາໃຊ້ຊີວິດສົມກັບຊື່ຂອງລາວ (ເບິ່ງຂໍ້ 3)
ເຮົາຈະໃຫ້ກຳລັງໃຈຄົນອື່ນແນວໃດ?
4. ວິທີໜຶ່ງທີ່ດີທີ່ສຸດທີ່ຈະໃຫ້ກຳລັງໃຈຄົນອື່ນແມ່ນຫຍັງ? (ໂຣມ 1:11, 12)
4 ໄປຢາມເຂົາເຈົ້າຖ້າເຮັດໄດ້. ພະເຢໂຫວາໃຊ້ຜູ້ຮັບໃຊ້ຂອງເພິ່ນເພື່ອໃຫ້ກຳລັງໃຈຄົນອື່ນ. ຕົວຢ່າງເຊັ່ນ: ຕອນທີ່ຜູ້ພະຍາກອນເອລີຢາທໍ້ໃຈຫຼາຍ ພະເຢໂຫວາໄດ້ໃຊ້ທູດສະຫວັນເພື່ອໄປໃຫ້ກຳລັງໃຈລາວ. (1ກສ. 19:4-7) ອັກຄະສາວົກໂປໂລກໍຢາກໄປຢາມພີ່ນ້ອງຫຼາຍເພື່ອໃຫ້ກຳລັງໃຈເຂົາເຈົ້າ ຍ້ອນການເຮັດແບບນີ້ເປັນການໃຫ້ກຳລັງໃຈກັນແລະກັນ. (ອ່ານໂຣມ 1:11, 12) ເມື່ອເຈົ້າໄປຢາມຜູ້ໃດຜູ້ໜຶ່ງ ໃຫ້ໃຊ້ເວລາໃຫ້ຫຼາຍພໍເພື່ອໃຫ້ກຳລັງໃຈລາວ. (1ກຣ. 16:7) ແຕ່ຖ້າເຈົ້າໄປຢາມບໍ່ໄດ້ ການໂທໄປຫາ ຂຽນກ໋າດ ຫຼືການສົ່ງຂໍ້ຄວາມກໍເປັນວິທີທີ່ດີທີ່ເຈົ້າຈະໃຫ້ກຳລັງໃຈລາວໄດ້. ເມື່ອເຮົາເຕັມໃຈຊ່ວຍເຫຼືອພີ່ນ້ອງ ພະເຢໂຫວາກໍຈະໃຊ້ເຮົາເພື່ອໃຫ້ກຳລັງໃຈເຂົາເຈົ້າ.
5. ເປັນຫຍັງຈຶ່ງເປັນເລື່ອງຍາກທີ່ເຮົາຈະໄປໃຫ້ກຳລັງໃຈພີ່ນ້ອງ?
5 ໃນສະໄໝສຸດທ້າຍທີ່ມີແຕ່ຄວາມຫຍຸ້ງຍາກ ເຮົາຄາດໝາຍໄດ້ວ່າມັນແຮ່ງຍາກຫຼາຍຂຶ້ນທີ່ເຮົາຈະໄປໃຫ້ກຳລັງໃຈພີ່ນ້ອງ. ຕອນທີ່ໂປໂລຖືກຂັງຢູ່ເມືອງໂຣມ ໂອເນຊີໂຟໂຣທີ່ມາຈາກເມືອງເອເຟໂຊໄດ້ຊອກຫາໂປໂລເພື່ອຈະໄປໃຫ້ກຳລັງໃຈລາວ ເຖິງວ່າການເຮັດແບບນັ້ນອາດເຮັດໃຫ້ໂອເນຊີໂຟໂຣສ່ຽງທີ່ຈະຖືກຈັບຫຼືຖືກຂ້າ. (2ຕມ. 1:16-18) ຄືກັບໂອເນຊີໂຟໂຣ ພີ່ນ້ອງຂອງເຮົາໃນລັດເຊຍກໍໄດ້ໃຫ້ກຳລັງໃຈກັນຕອນທີ່ເຂົາເຈົ້າຖືກຂົ່ມເຫງຍ້ອນຄວາມເຊື່ອ. ຕອນທີ່ພີ່ນ້ອງບາງຄົນຖືກພາໄປຂຶ້ນສານ ພີ່ນ້ອງຄົນອື່ນໆກໍໄປໃຫ້ກຳລັງໃຈຢູ່ສານເຖິງວ່າການເຮັດແບບນັ້ນອາດສ່ຽງທີ່ຈະຖືກຈັບ. ເຮົາສາມາດກຽມໂຕເພື່ອຈະມີຄວາມກ້າຄືກັບເຂົາເຈົ້າໄດ້ໂດຍການສຶກສາຄົ້ນຄວ້າເບິ່ງວ່າຜູ້ຮັບໃຊ້ຂອງພະເຢໂຫວາໃນອະດີດແລະໃນປັດຈຸບັນໃຫ້ກຳລັງໃຈກັນແນວໃດແລະເຂົາເຈົ້າມີຄວາມສຸກໄດ້ແນວໃດເຖິງວ່າເຈິການຂົ່ມເຫງ.
6. ເຮົາຈະຮຽນແບບພະເຢໂຫວາແນວໃດຕອນທີ່ໃຫ້ກຳລັງໃຈຄົນອື່ນ? (ເບິ່ງຮູບນຳ)
6 ຟັງເຂົາເຈົ້າ. ຕອນທີ່ຜູ້ພະຍາກອນເອລີຢາຮູ້ສຶກວ່າຊີວິດຂອງລາວຕົກຢູ່ໃນອັນຕະລາຍ ລາວໄດ້ອະທິດຖານລະບາຍຄວາມຮູ້ສຶກກັບພະເຢໂຫວາ. ພະເຢໂຫວາຟັງຕອນທີ່ເອລີຢາເວົ້າສິ່ງທີ່ລາວກັງວົນເຖິງເພິ່ນຮູ້ຢູ່ແລ້ວວ່າລາວກຳລັງກັງວົນເລື່ອງຫຍັງ. ພະເຢໂຫວາຕັ້ງໃຈຟັງເອລີຢາດ້ວຍຄວາມອົດທົນເຖິງວ່າລາວຈະເວົ້າເລື່ອງເກົ່າຊ້ຳໄປຊ້ຳມາ. (1ກສ. 19:9, 10, 14) ນອກຈາກນັ້ນ ພະເຢໂຫວາຍັງປ່ອຍໃຫ້ຜູ້ພະຍາກອນຮາບາກຸກໄດ້ເວົ້າສິ່ງທີ່ລາວກັງວົນແລະເວົ້າສິ່ງທີ່ລາວສົງໄສອອກມາ ເຖິງຈະເບິ່ງຄືວ່າສິ່ງທີ່ລາວເວົ້າເປັນການບໍ່ສະແດງຄວາມນັບຖືຕໍ່ພະເຢໂຫວາ. (ຮບກ. 1:2, 3) ໃນທຸກມື້ນີ້ ພະເຢໂຫວາກໍຕັ້ງໃຈຟັງຄຳອະທິດຖານຂອງເຮົາເຖິງເພິ່ນຮູ້ຢູ່ແລ້ວວ່າເຮົາຕ້ອງການຫຍັງ. ເຮົາສາມາດຮຽນແບບພະເຢໂຫວາໄດ້ໂດຍຕັ້ງໃຈຟັງພີ່ນ້ອງແລະສະແດງຄວາມນັບຖືຕອນທີ່ເຂົາເຈົ້າເວົ້າ. ເຮົາຕ້ອງ “ໄວໃນການຟັງ” ແລະບໍ່ຂັດຈັງຫວະຕອນທີ່ເຂົາເຈົ້າເວົ້າ ຫຼືບໍ່ຟ້າວໃຈຮ້າຍເຖິງຈະເບິ່ງຄືວ່າເຂົາເຈົ້າເວົ້າອອກມາແບບບໍ່ຄິດຫຼືເວົ້າເລື່ອງເກົ່າຊ້ຳໄປຊ້ຳມາ.—ຢກບ. 1:19; ປຍຈ. 7:9
ຮຽນແບບພະເຢໂຫວາໂດຍຕັ້ງໃຈຟັງຕອນທີ່ພີ່ນ້ອງເວົ້າ (ເບິ່ງຂໍ້ 6)
7. ເຮົາຈະສັງເກດໄດ້ແນວໃດວ່າແຕ່ລະຄົນຕ້ອງການຫຍັງຕອນທີ່ເຂົາເຈົ້າທຸກໃຈ?
7 ສັງເກດວ່າແຕ່ລະຄົນຕ້ອງການຫຍັງ. ເຮົາບໍ່ສາມາດອ່ານໃຈຄົນອື່ນໄດ້ຄືກັບພະເຢໂຫວາ. ດັ່ງນັ້ນ ເຮົາຕ້ອງສັງເກດວ່າຄົນນັ້ນຕ້ອງການໃຫ້ເຮົາປອບໃຈແບບໃດໂດຍຕັ້ງໃຈຟັງລາວ. ຢ່າຄິດເອົາເອງວ່າເຈົ້າຮູ້ວ່າລາວຕ້ອງການຫຍັງ ຍ້ອນເຈົ້າຮູ້ວ່າເຈົ້າຕ້ອງການຫຍັງຖ້າເຈົ້າຢູ່ໃນສະຖານະການແບບນັ້ນ. ເຮົາທຸກຄົນບໍ່ຄືກັນ. ສະນັ້ນ ໃຫ້ໃຊ້ເວລາກັບລາວ ຕັ້ງໃຈຟັງ ແລະໃຊ້ຄຳຖາມເພື່ອຊ່ວຍໃຫ້ລາວລະບາຍຄວາມຮູ້ສຶກອອກມາ.—ສພສ. 20:5
8. ພະເຢຊູປອບໃຈມາທາແລະມາຣິອາແນວໃດຫຼັງຈາກລາຊະໂຣຕາຍ? (ເບິ່ງຮູບນຳ)
8 ຂໍໃຫ້ເຮົາມາເບິ່ງວ່າພະເຢຊູປອບໃຈມາທາແລະມາຣິອາແນວໃດຫຼັງຈາກທີ່ລາຊະໂຣນ້ອງຊາຍຂອງເຂົາເຈົ້າຕາຍ. ຜູ້ຍິງສອງຄົນນີ້ເຈິເລື່ອງທີ່ເຮັດໃຫ້ເສົ້າໃຈຄືກັນ ແຕ່ພະເຢຊູປອບໃຈເຂົາເຈົ້າຄົນລະແບບ. ຫຼັງຈາກມາທາໄດ້ລົມກັບພະເຢຊູ ພະເຢຊູໄດ້ເວົ້າຄວາມຈິງເລື່ອງການຟື້ນຄືນມາຈາກຕາຍໃຫ້ມາທາຟັງແລະຊ່ວຍລາວໃຫ້ມີຄວາມເຊື່ອເຂັ້ມແຂງຂຶ້ນກ່ຽວກັບເລື່ອງນັ້ນ. ແຕ່ເມື່ອມາຣິອາມາຫາພະເຢຊູແລະເພິ່ນເຫັນລາວຮ້ອງໄຫ້ ພະເຢຊູພັດບໍ່ໄດ້ເວົ້າເລື່ອງການຟື້ນຄືນມາຈາກຕາຍກັບລາວ. ແທນທີ່ຈະເຮັດແນວນັ້ນ ເພິ່ນຮ້ອງໄຫ້ກັບມາຣິອາແລ້ວຖາມລາວວ່າເຂົາເຈົ້າເອົາສົບຂອງລາຊະໂຣໄປໄວ້ໃສ. (ຢຮ. 11:20-35) ເຮົາໄດ້ບົດຮຽນຫຍັງຈາກເລື່ອງນີ້? ຕອນທີ່ເຮົາປອບໃຈຄົນທີ່ກຳລັງເສຍໃຈ ເຮົາຕ້ອງເປັນຄົນຊ່າງສັງເກດວ່າເຂົາເຈົ້າຕ້ອງການໃຫ້ຊ່ວຍແນວໃດແທ້ໆ ແທນທີ່ເຮົາຈະພະຍາຍາມປອບໃຈທຸກຄົນໃນແບບດຽວກັນໝົດ.
ຕອນທີ່ເຮົາປອບໃຈຄົນອື່ນ ເຮົາຕ້ອງເປັນຄົນຊ່າງສັງເກດວ່າເຂົາເຈົ້າຕ້ອງການໃຫ້ເຮົາຊ່ວຍແນວໃດແທ້ໆ (ເບິ່ງຂໍ້ 8)a
9. ເຮົາຈະໃຊ້ຄຳພີໄບເບິນເພື່ອໃຫ້ກຳລັງໃຈຄົນອື່ນແນວໃດ? (ໂຣມ 15:4, 5)
9 ໃຊ້ຄຳພີໄບເບິນ. ເມື່ອເຮົາໃຊ້ ‘ພະຄຳພີຊ່ວຍ [ຄົນອື່ນ] ໃຫ້ມີກຳລັງໃຈ’ ເຮົາກໍຊ່ວຍເຂົາເຈົ້າໃຫ້ມີຄວາມຫວັງ. (ອ່ານໂຣມ 15:4, 5) ຄວາມຫວັງນັ້ນຈະຊ່ວຍປອບໃຈເຂົາເຈົ້າແລະເຮັດໃຫ້ເຂົາເຈົ້າມີກຳລັງໃຈຂຶ້ນ. (ອຊຢ. 40:31) ເຮົາຈະຊອກຫາຂໍ້ພະຄຳພີເພື່ອຈະໃຫ້ກຳລັງໃຈຄົນອື່ນໄດ້ແນວໃດ? ພີ່ນ້ອງບາງຄົນໄດ້ຈົດຂໍ້ພະຄຳພີທີ່ເຂົາເຈົ້າສາມາດໃຊ້ເພື່ອໃຫ້ກຳລັງໃຈຄົນອື່ນໄວ້. ເຈົ້າສາມາດຊອກຂໍ້ພະຄຳພີທີ່ເປັນປະໂຫຍດໄດ້ໃນຫົວຂໍ້ “ກຳລັງໃຈ” ທີ່ຢູ່ໃນຂໍ້ຄຳພີສຳລັບການໃຊ້ຊີວິດຂອງຄລິດສະຕຽນ. ໃຫ້ອະທິດຖານຂໍພະເຢໂຫວາຊ່ວຍເຈົ້າໃຫ້ໃຊ້ຄຳພີໄບເບິນໃຫ້ເປັນປະໂຫຍດຫຼາຍທີ່ສຸດເພື່ອໃຫ້ກຳລັງໃຈຄົນອື່ນ. ພະລັງບໍລິສຸດຈະຊ່ວຍເຈົ້າໃຫ້ຄິດອອກວ່າພະຄຳພີຂໍ້ໃດເໝາະສົມທີ່ສຸດທີ່ເຈົ້າຈະໃຫ້ກຳລັງໃຈຄົນອື່ນໃນຕອນນັ້ນ.—ຢຮ. 14:26
10. ເປັນຫຍັງເຮົາຕ້ອງເວົ້າດ້ວຍຄວາມກະລຸນາຕອນທີ່ຢາກໃຫ້ກຳລັງໃຈຄົນອື່ນ?
10 ໃຊ້ຄຳເວົ້າທີ່ກະລຸນາ. ໃນພາສາກຣີກ ຄຳວ່າ “ການໃຫ້ກຳລັງໃຈ” ຍັງສາມາດແປວ່າ “ການກະຕຸ້ນ” ຫຼື “ການໂນ້ມນ້າວໃຈ.” ບາງເທື່ອເຮົາຕ້ອງກະຕຸ້ນຫຼືໂນ້ມນ້າວຄົນທີ່ເຮົາຈະໃຫ້ກຳລັງໃຈເພື່ອຊ່ວຍລາວໃຫ້ປັບຄວາມຄິດຂອງໂຕເອງ. ຖ້າຈຳເປັນຕ້ອງເຮັດແນວນັ້ນ ໃຫ້ເຈົ້າຄິດດີໆກ່ອນເວົ້າຍ້ອນເຈົ້າຢາກໃຫ້ຄົນນັ້ນຮູ້ສຶກດີຂຶ້ນບໍ່ແມ່ນເຮັດໃຫ້ທໍ້ໃຈກວ່າເກົ່າ. (ສພສ. 12:18) ພະເຢໂຫວາເປັນຕົວຢ່າງທີ່ດີທີ່ສຸດໃນເລື່ອງນີ້ຕອນເພິ່ນເວົ້າກັບເອລີຢາ. ເອລີຢາຄິດວ່າເຫຼືອແຕ່ລາວຄົນດຽວທີ່ຍັງຮັບໃຊ້ພະເຢໂຫວາຢູ່ແລະຄິດວ່າວຽກຮັບໃຊ້ທີ່ລາວເຮັດໃນຖານະເປັນຜູ້ພະຍາກອນບໍ່ມີປະໂຫຍດຫຍັງເລີຍ. ແຕ່ພະເຢໂຫວາຊ່ວຍເອລີຢາໃຫ້ປັບຄວາມຄິດທີ່ຜິດໆຂອງລາວໃນແບບທີ່ກະລຸນາຫຼາຍໂດຍບໍ່ໄດ້ເວົ້າໃຫ້ລາວທີ່ລາວຄິດແບບນັ້ນ. (1ກສ. 19:15-18) ເຈົ້າກໍສາມາດຊ່ວຍພີ່ນ້ອງໄດ້ຄືກັນຖ້າເຈົ້າເວົ້າໃນແບບທີ່ກະລຸນາແລະຄິດດີໆກ່ອນວ່າຈະເວົ້າຫຍັງ. ຖ້າເຈົ້າຢາກໃຫ້ພີ່ນ້ອງໄດ້ກຳລັງໃຈຈາກເຈົ້າ ຕອນທີ່ເຈົ້າບັນລະຍາຍ ເຮັດສ່ວນນັກຮຽນ ຫຼືອອກຄວາມຄິດເຫັນຢູ່ການປະຊຸມກໍໃຫ້ເວົ້າດ້ວຍຄວາມກະລຸນາແລະເວົ້າໃນແງ່ບວກສະເໝີ.
11. ຄົນທີ່ເຈິຄວາມທຸກຍາກລຳບາກຕ້ອງການຫຍັງ? (1 ໂຢຮັນ 3:18)
11 ໃຫ້ລົງມືຊ່ວຍ. ຄົນທີ່ເຈິຄວາມທຸກຍາກລຳບາກບໍ່ໄດ້ຕ້ອງການແຕ່ຄຳເວົ້າທີ່ປອບໃຈເທົ່ານັ້ນ ແຕ່ອາດຢາກໃຫ້ເຮົາເຮັດຫຍັງບາງຢ່າງເພື່ອຊ່ວຍເຂົາເຈົ້າ. (ອ່ານ 1 ໂຢຮັນ 3:18) ບາຣະນາບາເປັນຕົວຢ່າງທີ່ດີຫຼາຍກ່ຽວກັບເລື່ອງນີ້. ລາວຂາຍດິນຂອງໂຕເອງແລະບໍລິຈາກເງິນທີ່ໄດ້ມາເພື່ອຊ່ວຍພີ່ນ້ອງທີ່ຫາກໍຮັບບັບເຕມາໃໝ່ທີ່ເຂົາເຈົ້າມີຄວາມຈຳເປັນ. (ກຈກ. 4:36, 37) ພີ່ນ້ອງຫຼາຍຄົນໃນທຸກມື້ນີ້ກໍຮຽນແບບຕົວຢ່າງທີ່ດີຂອງບາຣະນາບາໂດຍລົງມືຊ່ວຍຄົນທີ່ຕ້ອງການຄວາມຊ່ວຍເຫຼືອ. ພີ່ນ້ອງກາເບຍລ້າທີ່ຢູ່ປະເທດໂປໂລຍຮູ້ສຶກກັງວົນແລະເສຍໃຈຫຼາຍຕອນທີ່ເຮືອນຂອງລາວໄດ້ຮັບຄວາມເສຍຫາຍຢ່າງໜັກຍ້ອນນ້ຳຖ້ວມ. ລາວບອກວ່າ “ຂ້ອຍແລະພໍ່ແມ່ຂອງຂ້ອຍຮູ້ສຶກຢ້ານແລະກັງວົນຫຼາຍ. ຂ້ອຍບໍ່ຮູ້ວ່າຂ້ອຍຈະຮັບມືກັບມັນໄດ້ແນວໃດ? ແຕ່ພີ່ນ້ອງຈາກປະຊາຄົມທີ່ຢູ່ໃກ້ໆກໍມາຊ່ວຍແລະສ້ອມແປງເຮືອນຂອງພວກເຮົາຈົນແລ້ວພາຍໃນມື້ດຽວ. ປະສົບການນີ້ຊ່ວຍຂ້ອຍໃຫ້ມີຄວາມເຊື່ອເຂັ້ມແຂງຂຶ້ນວ່າພະເຢໂຫວາກຳລັງຊີ້ນຳປະຊາຊົນຂອງເພິ່ນເພື່ອໃຫ້ກຳລັງໃຈຄົນທີ່ເຈິຄວາມທຸກຍາກລຳບາກ.”
12. ການທີ່ເຈົ້າອົດທົນແລະສັດຊື່ເມື່ອເຈິຄວາມທຸກຍາກລຳບາກຊ່ວຍພີ່ນ້ອງແນວໃດ?
12 ໃຫ້ອົດທົນກັບຄວາມທຸກຍາກລຳບາກ. ໂປໂລບອກພີ່ນ້ອງໃນເມືອງເທຊະໂລນິກວ່າລາວໄດ້ຮັບກຳລັງໃຈແລະມີຄວາມສຸກແທ້ໆທີ່ຮູ້ວ່າພີ່ນ້ອງຢູ່ຫັ້ນອົດທົນແລະສັດຊື່ເຖິງວ່າຈະຖືກຂົ່ມເຫງ. ລາວຮູ້ວ່າວຽກຮັບໃຊ້ທີ່ລາວເຮັດເພື່ອເຂົາເຈົ້າບໍ່ໄດ້ເສຍແຮງໄປລ້າໆ. (1ທຊ. 3:5-8) ໂປໂລຮູ້ວ່າຖ້າລາວຍັງຮັກສາຄວາມສັດຊື່ຕໍ່ພະເຢໂຫວາເມື່ອເຈິຄວາມທຸກຍາກລຳບາກ ພີ່ນ້ອງກໍຈະໄດ້ຮັບກຳລັງໃຈແລະຮັກສາຄວາມສັດຊື່ໄດ້ຄືກັນ. (ກລຊ. 2:1, 2) ຄ້າຍຄືກັນ ເມື່ອພີ່ນ້ອງຂອງເຮົາເຫັນວ່າພະເຢໂຫວາກຳລັງຊ່ວຍເຮົາໃຫ້ອົດທົນກັບບັນຫາຕ່າງໆໄດ້ ເຂົາເຈົ້າກໍຈະໄດ້ຮັບກຳລັງໃຈຫຼາຍຄືກັນ.
13. ເຮົາຕ້ອງເຮັດຫຍັງຕໍ່ໆໄປຕອນທີ່ໃຫ້ກຳລັງໃຈຄົນອື່ນ?
13 ໃຫ້ອົດທົນ. ພີ່ນ້ອງທີ່ທໍ້ໃຈຫຼາຍອາດຈະບໍ່ໄດ້ຮູ້ສຶກດີຂຶ້ນທັນທີຫຼັງຈາກທີ່ເຮົາພະຍາຍາມໃຫ້ກຳລັງໃຈເຂົາເຈົ້າແລ້ວ. ແຕ່ຄຳພີໄບເບິນບອກວ່າໃຫ້ພວກເຮົາ “ໃຫ້ກຳລັງໃຈກັນ...ຢູ່ສະເໝີ.” ນີ້ໝາຍຄວາມວ່າເຮົາຕ້ອງໃຫ້ກຳລັງໃຈກັນເລື້ອຍໆ. (1ທຊ. 5:11) ສະນັ້ນ ຂໍໃຫ້ເຮົາອົດທົນຕໍ່ໆໄປເມື່ອເຮົາປອບໃຈແລະໃຫ້ກຳລັງໃຈຄົນທີ່ຕ້ອງການຄວາມຊ່ວຍເຫຼືອ. (1ທຊ. 5:14) ແຕ່ບາງເທື່ອເຮົາກໍຢາກໄດ້ກຳລັງໃຈຈາກຄົນອື່ນຄືກັນ. ເຮົາຈະເຮັດແນວໃດ?
ເມື່ອເຮົາຕ້ອງການກຳລັງໃຈ
14-15. ເຮົາຄວນເຮັດແນວໃດຕອນທີ່ເຮົາກັງວົນຫຼືທຸກໃຈ?
14 ອະທິດຖານຫາພະເຢໂຫວາ. ຕອນທີ່ເຈົ້າກັງວົນຫຼືທຸກໃຈ ໃຫ້ອະທິດຖານຫາພະເຢໂຫວາວ່າເຈົ້າຕ້ອງການກຳລັງໃຈຈາກເພິ່ນ. (ພສ. 94:19) ໃຫ້ເວົ້າແບບເຈາະຈົງແລະລະບາຍຄວາມຮູ້ສຶກກັບເພິ່ນ. (ພສ. 62:8) ກະແມ່ນຢູ່ວ່າພະເຢໂຫວາຮູ້ວ່າເຈົ້າຮູ້ສຶກແນວໃດກ່ອນທີ່ເຈົ້າຈະອະທິດຖານຫາເພິ່ນຊ້ຳ. ແຕ່ຖ້າເຈົ້າບອກຄວາມຮູ້ສຶກຂອງເຈົ້າໃຫ້ເພິ່ນຮູ້ກໍສະແດງໃຫ້ເຫັນວ່າເຈົ້າເຊື່ອວ່າເພິ່ນຮັກເຈົ້າແລະເພິ່ນກຳລັງຟັງຄຳອະທິດຖານຂອງເຈົ້າ. ພະເຢໂຫວາຕອບຄຳອະທິດຖານຂອງທຸກຄົນທີ່ມີຄວາມເຊື່ອຕໍ່ເພິ່ນສະເໝີ ເຖິງວ່າເພິ່ນບໍ່ໄດ້ຕອບຄຳອະທິດຖານຂອງເຮົາໃນແບບທີ່ເຮົາຄິດໄວ້. (ມຣກ. 11:24) ໃນຟີລິບປອຍ 4:6, 7 ບອກເຮົາວ່າ “ໃຫ້ອະທິດຖານເຖິງພະເຈົ້າຕະຫຼອດ. ອ້ອນວອນຂໍໃຫ້ເພິ່ນຊີ້ນຳ...ຖ້າພວກເຈົ້າເຮັດແບບນີ້ ສັນຕິສຸກຂອງພະເຈົ້າທີ່ເກີນຄວາມເຂົ້າໃຈທຸກຢ່າງກໍຈະປົກປ້ອງຫົວໃຈແລະຄວາມຄິດຂອງພວກເຈົ້າໄວ້.”
15 ຂໍໃຫ້ຄົນອື່ນຊ່ວຍ. ໃຫ້ບອກໝູ່ທີ່ເປັນຜູ້ໃຫຍ່ຫຼືຜູ້ເບິ່ງແຍງທີ່ເຈົ້າໄວ້ໃຈໄດ້ວ່າເຈົ້າຮູ້ສຶກແນວໃດ. ພີ່ນ້ອງສາມາດໃຫ້ກຳລັງໃຈເຈົ້າໄດ້ ແຕ່ເຂົາເຈົ້າອາດຈະບໍ່ຮູ້ວ່າເຈົ້າຮູ້ສຶກແນວໃດຫຼືຕ້ອງການໃຫ້ຊ່ວຍຫຍັງຖ້າເຈົ້າບໍ່ບອກເຂົາເຈົ້າ. (ສພສ. 14:10) ເຈົ້າສາມາດຂໍໃຫ້ເຂົາເຈົ້າຕັ້ງໃຈຟັງຕອນທີ່ເຈົ້າລະບາຍຄວາມຮູ້ສຶກ ຫຼືຂໍໃຫ້ເຂົາເຈົ້າແນະນຳຂໍ້ພະຄຳພີຫຼືບົດຄວາມທີ່ຊ່ວຍເຈົ້າໃຫ້ໄດ້ຮັບກຳລັງໃຈໄດ້.
16. ອາດເກີດຫຍັງຂຶ້ນຕອນທີ່ຄົນອື່ນພະຍາຍາມໃຫ້ກຳລັງໃຈເຈົ້າ ແຕ່ເຈົ້າຄວນຈື່ຫຍັງໄວ້?
16 ໃຫ້ອົດທົນແລະໃຫ້ອະໄພ. ພີ່ນ້ອງອາດເຮັດຜິດພາດຕອນທີ່ພະຍາຍາມໃຫ້ກຳລັງໃຈເຈົ້າ. ຕົວຢ່າງເຊັ່ນ: ເຂົາເຈົ້າອາດເວົ້າຫຼືເຮັດຫຍັງບາງຢ່າງທີ່ເຮັດໃຫ້ເຈົ້າຮູ້ສຶກບໍ່ດີກວ່າເກົ່າແທນທີ່ຊິເຮັດໃຫ້ຮູ້ສຶກດີຂຶ້ນ. ຖ້າເປັນແບບນັ້ນກໍຂໍໃຫ້ອົດທົນກັບເຂົາເຈົ້າ. (1ກຣ. 13:4, 7) ໃຫ້ຈື່ຄຳເວົ້າໃນຢາໂກໂບ 3:2 ທີ່ບອກວ່າ “ຖ້າຜູ້ໃດບໍ່ຜິດພາດເລີຍໃນຄຳເວົ້າ ລາວກໍເປັນຄົນສົມບູນແບບແລ້ວ.” ໃຫ້ເບິ່ງໄປທີ່ຄວາມຕັ້ງໃຈທີ່ດີຂອງພີ່ນ້ອງທີ່ຢາກຊ່ວຍເຈົ້າ. ຂໍໃຫ້ຈື່ໄວ້ວ່າພີ່ນ້ອງກໍເປັນຄືກັບເຈົ້າທີ່ຢາກຈະເຮັດສິ່ງທີ່ດີ ແຕ່ບາງເທື່ອກໍເຮັດຜິດພາດໄດ້.—ມທ. 26:41
17. ເຮົາຄວນຕັ້ງໃຈທີ່ຈະເຮັດຫຍັງ?
17 ເຮົາທຸກຄົນຕ້ອງການກຳລັງໃຈແລະການປອບໃຈ. ເຮົາແຮ່ງຕ້ອງການກຳລັງໃຈຫຼາຍຂຶ້ນອີກຍ້ອນເຮົາຢູ່ໃນໄໝສຸດທ້າຍທີ່ມີແຕ່ຄວາມຫຍຸ້ງຍາກລຳບາກແລະສັດຕູຂອງພະເຈົ້າກໍໃຈຮ້າຍຫຼາຍຂຶ້ນກວ່າເກົ່າ. ດັ່ງນັ້ນ ຂໍໃຫ້ເຮົາເຮັດສຸດຄວາມສາມາດແລະຕັ້ງໃຈທີ່ຈະໃຫ້ກຳລັງໃຈກັນສະເໝີ.
ເພງທີ 130 ເຮົາຕ້ອງໃຫ້ອະໄພກັນ
a ຄຳອະທິບາຍຮູບ: ຜູ້ເບິ່ງແຍງຄົນໜຶ່ງຟັງພີ່ນ້ອງຊາຍທີ່ເມຍຂອງລາວຫາກໍຕາຍດ້ວຍຄວາມເຫັນອົກເຫັນໃຈ. ຕໍ່ມາ ພີ່ນ້ອງຊາຍຄົນນີ້ໄປຢາມພີ່ນ້ອງຊາຍອີກຄົນໜຶ່ງທີ່ເມຍຂອງລາວຕາຍໄປຫຼາຍປີແລ້ວ ແລະເຂົາເຈົ້າເວົ້າເຖິງເລື່ອງດີໆທີ່ເຂົາເຈົ້າຈື່ໄດ້ກ່ຽວກັບເມຍຂອງພີ່ນ້ອງຊາຍຄົນນັ້ນ.