ວັນທີ 23-29 ມີນາ 2026
ເພງທີ 18 ຂອບໃຈສຳລັບຄ່າໄຖ່
ເຈົ້າຈະສະແດງໃຫ້ເຫັນແນວໃດວ່າເຈົ້າຂອບໃຈສຳລັບຄ່າໄຖ່?
“ຄວາມຮັກຂອງພະຄລິດກະຕຸ້ນພວກເຮົາຢູ່.”—2ກຣ. 5:14
ຈຸດສຳຄັນ
ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາຂອບໃຈສຳລັບຄ່າໄຖ່.
1-2. ຄ່າໄຖ່ຂອງພະເຢຊູຄວນກະຕຸ້ນເຮົາໃຫ້ເຮັດຫຍັງ ແລະຍ້ອນຫຍັງ? (2 ໂກຣິນໂທ 5:14, 15) (ເບິ່ງຮູບນຳ)
ຖ້າເຈົ້າເຄີຍໄດ້ຮັບການຊ່ວຍຊີວິດໃຫ້ອອກມາຈາກຊາກຕຶກທີ່ພັງລົງມາ ເຈົ້າຮູ້ສຶກເປັນໜີ້ຊີວິດຜູ້ທີ່ຊ່ວຍເຈົ້າແມ່ນບໍ? ເຖິງວ່າຄົນອື່ນໄດ້ຮັບການຊ່ວຍຊີວິດຄືກັນ ແຕ່ເຈົ້າຄືຊິຢາກສະແດງຄວາມຂອບໃຈເປັນສ່ວນໂຕຕໍ່ຜູ້ທີ່ຊ່ວຍເຈົ້າເພື່ອສະແດງວ່າເຈົ້າບໍ່ລືມສິ່ງທີ່ລາວໄດ້ເຮັດເພື່ອເຈົ້າ.
2 ຄືກັບທີ່ໄດ້ຮຽນໃນບົດແລ້ວນີ້ ເຮົາບໍ່ສາມາດຫຼຸດພົ້ນຈາກບາບແລະຄວາມຕາຍໄດ້ດ້ວຍໂຕເອງ. ແຕ່ຄ່າໄຖ່ຂອງພະເຢຊູຊ່ວຍເຮົາໃຫ້ (1) ໄດ້ຮັບການຍົກໂທດສຳລັບຄວາມຜິດທີ່ເຮົາໄດ້ເຮັດ (2) ມີຄວາມຫວັງທີ່ຈະເປັນຄົນສົມບູນແບບໃນອະນາຄົດ ແລະ (3) ສາມາດຄືນດີກັບພະເຢໂຫວາໄດ້. ເມື່ອເປັນແບບນີ້ເຮົາກໍມີຄວາມຫວັງທີ່ຈະມີຊີວິດຕະຫຼອດໄປໃນໂລກໃໝ່. ຄ່າໄຖ່ຂອງພະເຢຊູສະແດງໃຫ້ເຫັນວ່າເພິ່ນຮັກມະນຸດຫຼາຍ. ພະເຢຊູມີຄວາມຮັກແບບນີ້ກ່ອນທີ່ເພິ່ນຈະມາເກີດເປັນມະນຸດທີ່ສົມບູນແບບໃນໂລກນີ້. (ສພສ. 8:30, 31) ອັກຄະສາວົກໂປໂລຂຽນວ່າ: “ຄວາມຮັກຂອງພະຄລິດກະຕຸ້ນພວກເຮົາຢູ່.” (ອ່ານ 2 ໂກຣິນໂທ 5:14, 15) ນີ້ໝາຍຄວາມວ່າຄວາມຮັກຂອງພະເຢຊູຄວນກະຕຸ້ນເຮົາໃນທາງໃດທາງໜຶ່ງເພື່ອສະແດງວ່າເຮົາຂອບໃຈໃນຄວາມຮັກນັ້ນແລະເພື່ອສະແດງວ່າເຮົາບໍ່ລືມໃນສິ່ງທີ່ເພິ່ນໄດ້ເຮັດເພື່ອເຮົາ.
ບໍ່ວ່າເຮົາຈະໄດ້ຮັບການຊ່ວຍຊີວິດໃຫ້ອອກມາຈາກຊາກຕຶກທີ່ພັງລົງມາ ຫຼືໄດ້ຮັບການຊ່ວຍໃຫ້ຫຼຸດພົ້ນຈາກບາບ ເຮົາເປັນໜີ້ຊີວິດຜູ້ທີ່ຊ່ວຍເຮົາ (ເບິ່ງຂໍ້ 1-2)
3. ເປັນຫຍັງແຕ່ລະຄົນອາດສະແດງຄວາມຂອບໃຈຕໍ່ຄ່າໄຖ່ໃນແບບທີ່ຕ່າງກັນ?
3 ຄ່າໄຖ່ຄວນກະຕຸ້ນເຈົ້າໃນທາງໃດແດ່? ຄຳຕອບຂອງເຈົ້າອາດຈະຕ່າງຈາກຂອງຄົນອື່ນ. ເປັນຫຍັງຈຶ່ງເວົ້າແນວນັ້ນ? ໃຫ້ນຶກພາບວ່າມີ 3 ຄົນກຳລັງຈະເດີນທາງໄປຈຸດໝາຍປາຍທາງດຽວກັນ ແຕ່ເຂົາເຈົ້າແຕ່ລະຄົນເດີນທາງອອກຈາກຄົນລະບ່ອນ. ສະນັ້ນ ເສັ້ນທາງທີ່ເຂົາເຈົ້າໃຊ້ຈຶ່ງຕ່າງກັນ. ຄ້າຍຄືກັນ ວິທີທີ່ເຈົ້າສະແດງຄວາມຂອບໃຈຕໍ່ຄ່າໄຖ່ອາດຕ່າງຈາກຄົນອື່ນຍ້ອນມັນຂຶ້ນກັບວ່າເຈົ້າມີສາຍສຳພັນແບບໃດກັບພະເຢໂຫວາໃນຕອນນີ້. ໃນບົດນີ້ຈະເວົ້າເຖິງຄົນ 3 ກຸ່ມຄື: (1) ນັກສຶກສາຄຳພີໄບເບິນ (2) ຜູ້ທີ່ຮັບບັບເຕມາແລ້ວ ແລະ (3) ຄົນທີ່ເຊົາຮັບໃຊ້ພະເຢໂຫວາ.
ນັກສຶກສາຄຳພີໄບເບິນ
4. ພະເຢໂຫວາສັງເກດເຫັນຫຍັງໃນໂຕຂອງນັກສຶກສາຄຳພີໄບເບິນ?
4 ຖ້າເຈົ້າກຳລັງຮຽນຄຳພີໄບເບິນ ໃຫ້ຄິດເຖິງເລື່ອງນີ້: ເມື່ອເຈົ້າຢາກຮຽນຮູ້ກ່ຽວກັບພະເຢໂຫວາແລະຄຳສອນໃນຄຳພີໄບເບິນກໍສະແດງວ່າເຈົ້າເປັນຜູ້ໜຶ່ງທີ່ພະເຢໂຫວາຊັກນຳໃຫ້ເຂົ້າມາມີສາຍສຳພັນກັບເພິ່ນ. (ຢຮ. 6:44; ກຈກ. 13:48) ຍ້ອນ “ພະເຢໂຫວາເປັນຜູ້ກວດເບິ່ງຫົວໃຈຂອງແຕ່ລະຄົນ” ເພິ່ນຈຶ່ງສົນໃຈເຈົ້າ. ນີ້ໝາຍຄວາມວ່າພະເຢໂຫວາສັງເກດເຫັນຄວາມພະຍາຍາມຂອງເຈົ້າທີ່ຢາກຮຽນຮູ້ກ່ຽວກັບເພິ່ນ ແລະເພິ່ນມີຄວາມສຸກທີ່ເຫັນເຈົ້າກ້າວໜ້າແລະປ່ຽນແປງໂຕເອງເພື່ອຈະໃຊ້ຊີວິດຕາມມາດຕະຖານຂອງເພິ່ນ. (ສພສ. 17:3; 27:11) ຄ່າໄຖ່ເຮັດໃຫ້ເປັນໄປໄດ້ທີ່ເຈົ້າຈະເປັນໝູ່ກັບພະເຢໂຫວາ. (ຣມ. 5:10, 11) ຂໍໃຫ້ເຈົ້າຈື່ເລື່ອງນີ້ໄວ້ສະເໝີ.
5. ນັກສຶກສາຄຳພີໄບເບິນຈະເຮັດຕາມຄຳແນະນຳໃນຟີລິບປອຍ 3:16 ແນວໃດ?
5 ຖ້າເຈົ້າເປັນນັກສຶກສາຄຳພີໄບເບິນ ເຈົ້າຈະສະແດງໃຫ້ເຫັນແນວໃດວ່າເຈົ້າຂອບໃຈສຳລັບຄ່າໄຖ່? ວິທີໜຶ່ງແມ່ນເຮັດຕາມຄຳແນະນຳທີ່ອັກຄະສາວົກໂປໂລບອກພີ່ນ້ອງໃນເມືອງຟີລິບປອຍທີ່ວ່າ: “ບໍ່ວ່າພວກເຮົາຈະກ້າວໜ້າຫຼາຍສ່ຳໃດ ກໍຂໍໃຫ້ພວກເຮົາກ້າວໜ້າແບບນັ້ນຕໍ່ໄປເລື້ອຍໆ.” (ຟລປ. 3:16) ຄຳພີໄບເບິນອີກສະບັບໜຶ່ງແປຂໍ້ນີ້ວ່າ: “ເຮົາຕ້ອງໄປໃນທິດທາງທີ່ເຮົາກຳລັງໄປໃນຕອນນີ້ຕໍ່ໆໄປ.” ເພື່ອເຮັດຕາມຄຳແນະນຳຂອງໂປໂລ ເຈົ້າຕ້ອງບໍ່ຍອມໃຫ້ສິ່ງໃດຫຼືຜູ້ໃດມາຢຸດເຈົ້າໄວ້ຈາກການຍ່າງຢູ່ໃນທາງທີ່ຈະພາໄປເຖິງຊີວິດ.—ມທ. 7:14; ລກ. 9:62
6. ນັກສຶກສາພະຄຳພີຈະເຮັດແນວໃດຖ້າຮູ້ສຶກວ່າຍາກທີ່ຈະປ່ຽນແປງໂຕເອງ? (ພະບັນຍັດ 30:11-14) (ເບິ່ງຮູບນຳ)
6 ຖ້າເຈົ້າຮູ້ສຶກວ່າຍາກທີ່ຈະຍອມຮັບຄຳສອນບາງຢ່າງໃນຄຳພີໄບເບິນທີ່ເຈົ້າຫາກໍຮຽນຫວ່າງບໍ່ດົນມານີ້ ເຈົ້າຈະເຮັດແນວໃດ? ໃຫ້ຄົ້ນຄວ້າກ່ຽວກັບເລື່ອງນັ້ນແລະອະທິດຖານຂໍໃຫ້ພະເຢໂຫວາຊ່ວຍເຈົ້າໃຫ້ເຂົ້າໃຈແຈ້ງຂຶ້ນ. (ພສ. 86:11) ຖ້າເຈົ້າຍັງຮູ້ສຶກວ່າຍາກທີ່ຈະເຂົ້າໃຈ ໃຫ້ປະມັນໄວ້ກ່ອນ ແຕ່ບໍ່ຄວນເຊົາຮຽນຄຳພີໄບເບິນ. ເຈົ້າອາດຈະເຂົ້າໃຈເລື່ອງນັ້ນຫຼາຍຂຶ້ນໃນພາຍຫຼັງ. ເຈົ້າຈະເຮັດແນວໃດຖ້າຮູ້ສຶກວ່າຍາກທີ່ຈະປະຖິ້ມນິດໄສບາງຢ່າງທີ່ພະເຢໂຫວາບໍ່ມັກ? ຂໍໃຫ້ຈື່ໄວ້ວ່າພະເຢໂຫວາບໍ່ເຄີຍຂໍໃຫ້ເຮົາເຮັດໃນສິ່ງທີ່ຍາກໂພດສຳລັບເຮົາ. ເຈົ້າສາມາດເຮັດໄດ້ໃນສິ່ງທີ່ເພິ່ນພໍໃຈ. (ອ່ານພະບັນຍັດ 30:11-14) ພະເຢໂຫວາສັນຍາວ່າຈະຊ່ວຍເຈົ້າ. (ອຊຢ. 41:10, 13; 1ກຣ. 10:13) ສະນັ້ນ ຢ່າຍອມແພ້. ແທນທີ່ຈະຄິດເຖິງເລື່ອງຍາກໆທີ່ເຈົ້າກຳລັງເຈິຢູ່ ໃຫ້ຄິດເຖິງສິ່ງດີໆທຸກຢ່າງທີ່ພະເຢໂຫວາໄດ້ເຮັດເພື່ອເຈົ້າເຊິ່ງລວມເຖິງການຈັດກຽມເລື່ອງຄ່າໄຖ່ນຳ. ເມື່ອເຈົ້າຮັກພະເຢໂຫວາຫຼາຍຂຶ້ນ ເຈົ້າກໍຈະເຫັນວ່າ “ຄຳສັ່ງຂອງເພິ່ນບໍ່ຍາກເກີນໄປ.”—1ຢຮ. 5:3a
ພະເຢໂຫວາບໍ່ເຄີຍຂໍໃຫ້ເຮົາເຮັດໃນສິ່ງທີ່ຍາກໂພດສຳລັບເຮົາ. ເພິ່ນຈະຊ່ວຍເຮົາໃຫ້ໃຊ້ຊີວິດຕາມທີ່ເພິ່ນຕ້ອງການ. (ເບິ່ງຂໍ້ 6)
7. ເດັກນ້ອຍແລະໄວລຸ້ນທີ່ໃຫຍ່ມາໃນຄອບຄົວທີ່ເປັນພະຍານຄວນຄິດເຖິງເລື່ອງໃດ?
7 ເດັກນ້ອຍແລະໄວລຸ້ນທີ່ໃຫຍ່ມາໃນຄອບຄົວທີ່ເປັນພະຍານພະເຢໂຫວາ ເຈົ້າກໍເປັນນັກສຶກສາຄຳພີໄບເບິນຄືກັນ. ທີ່ຈິງ ເຈົ້າເປັນນັກສຶກສາຜູ້ທີ່ສຳຄັນທີ່ສຸດຂອງພໍ່ແມ່ເຈົ້າ. ຄຳພີໄບເບິນບອກວ່າ: “ໃຫ້ໃກ້ຊິດກັບພະເຈົ້າ ແລ້ວເພິ່ນຈະໃກ້ຊິດກັບພວກເຈົ້າ.” (ຢກບ. 4:8; 1ຂຄ. 28:9) ເມື່ອເຈົ້າເປັນຝ່າຍເລີ່ມໃກ້ຊິດກັບພະເຢໂຫວາ ເພິ່ນກໍຈະໃກ້ຊິດກັບເຈົ້າ. ພະເຢໂຫວາບໍ່ໄດ້ເບິ່ງວ່າຍ້ອນເຈົ້າໃຫຍ່ໃນຄອບຄົວທີ່ເປັນພະຍານ ເພິ່ນຈຶ່ງສົນໃຈເຈົ້າ. ເພິ່ນສົນໃຈແຕ່ລະຄົນເປັນສ່ວນໂຕລວມທັງຄົນທີ່ໃຫຍ່ມາໃນຄອບຄົວທີ່ເປັນພະຍານຍ້ອນເພິ່ນຢາກໃຫ້ແຕ່ລະຄົນເປັນໝູ່ກັບເພິ່ນ. ອັນໃດທີ່ເຮັດໃຫ້ເປັນໄປໄດ້ທີ່ເຈົ້າຈະເປັນໝູ່ສະໜິດກັບພະເຢໂຫວາ? ຄ່າໄຖ່. ຂໍໃຫ້ຈື່ໄວ້ວ່າຄ່າໄຖ່ເປັນຂອງຂວັນທີ່ມີຄ່າທີ່ພະເຢໂຫວາໄດ້ໃຫ້ເຈົ້າເປັນສ່ວນໂຕ. (ຣມ. 5:1, 2) ສະນັ້ນ ຕອນທີ່ເຈົ້າກຽມໂຕເຂົ້າຮ່ວມການປະຊຸມອະນຸສອນໃນປີນີ້ ໃຫ້ເຈົ້າຄິດເບິ່ງວ່າການຕາຍຂອງພະເຢຊູມີຄວາມໝາຍແນວໃດສຳລັບເຈົ້າ. ຂໍໃຫ້ການຄິດຕຶກຕອງແບບນັ້ນກະຕຸ້ນເຈົ້າໃຫ້ເຮັດຕາມເປົ້າໝາຍທາງຄວາມເຊື່ອທີ່ເຈົ້າຕັ້ງໄວ້ ເພື່ອສະແດງວ່າເຈົ້າເຫັນຄ່າຄ່າໄຖ່ທີ່ພະເຢໂຫວາຈັດກຽມໂດຍທາງລູກຊາຍຂອງເພິ່ນ.b
ຜູ້ທີ່ຮັບບັບເຕມາ
8. ຜູ້ທີ່ຮັບບັບເຕມາແລ້ວໄດ້ສະແດງໃຫ້ເຫັນແນວໃດວ່າລາວເຊື່ອໃນຄ່າໄຖ່?
8 ຖ້າເຈົ້າຮັບບັບເຕມາແລ້ວ ເຈົ້າກໍສະແດງໃຫ້ເຫັນໃນຫຼາຍໆທາງແລ້ວວ່າເຈົ້າມີຄວາມເຊື່ອໃນຄ່າໄຖ່. ຕົວຢ່າງເຊັ່ນ: ເຈົ້າໄດ້ເຮັດຕາມຂັ້ນຕອນຕ່າງໆເພື່ອຈະໃກ້ຊິດກັບພະເຢໂຫວາແລະປ່ຽນແປງຊີວິດຕາມທີ່ເພິ່ນຕ້ອງການ. ເຈົ້າໄດ້ເຮັດຕາມຄຳສັ່ງຂອງພະເຢຊູທີ່ໃຫ້ໄປປະກາດແລະສອນຄົນໃຫ້ເຂົ້າມາເປັນລູກສິດ. ເຈົ້າໄດ້ອຸທິດໂຕໃຫ້ພະເຢໂຫວາແລະຮັບບັບເຕມາ. ເຈົ້າເຄີຍຖືກຕໍ່ຕ້ານຍ້ອນນະມັດສະການພະເຢໂຫວາບໍ? (2ຕມ. 3:12) ການທີ່ເຈົ້າອົດທົນຢ່າງສັດຊື່ສະແດງໃຫ້ເຫັນວ່າເຈົ້າຮັກພະເຢໂຫວາແລະເຫັນຄ່າຄ່າໄຖ່.—ຮຣ. 12:2, 3
9. ຜູ້ທີ່ຮັບບັບເຕມາແລ້ວຄວນລະວັງອັນຕະລາຍຫຍັງ?
9 ເຮົາທີ່ຮັບບັບເຕມາແລ້ວ ເຮົາຕ້ອງລະວັງອັນຕະລາຍຢ່າງໜຶ່ງ. ເມື່ອເວລາຜ່ານໄປ ເຮົາອາດເລີ່ມບໍ່ເຫັນຄ່າຄ່າໄຖ່. ເລື່ອງນີ້ອາດເກີດຂຶ້ນໄດ້ແນວໃດ? ຂໍໃຫ້ຄິດເຖິງສິ່ງທີ່ເກີດຂຶ້ນກັບຄລິດສະຕຽນໃນເມືອງເອເຟໂຊ. ພະເຢຊູທີ່ຟື້ນຄືນມາຈາກຕາຍໄດ້ຊົມເຊີຍເຂົາເຈົ້າທີ່ອົດທົນ ແຕ່ເພິ່ນກໍບອກເຂົາເຈົ້າວ່າ: ‘ຂ້ອຍມີເລື່ອງຈະຕັກເຕືອນ [ພວກ] ເຈົ້ານຳວ່າ [ພວກ] ເຈົ້າບໍ່ມີຄວາມຮັກແບບທີ່ [ພວກ] ເຈົ້າເຄີຍມີໃນຕອນທຳອິດ.’ (ພນມ. 2:3, 4) ຄຳເວົ້ານີ້ຂອງພະເຢຊູສະແດງໃຫ້ເຫັນວ່າການນະມັດສະການຂອງເຮົາອາດຄ່ອຍໆກາຍເປັນສິ່ງທີ່ເຮົາເຮັດພໍເປັນພິທີຊື່ໆ ບໍ່ໄດ້ເຮັດອອກມາຈາກໃຈແທ້ໆ. ຄົນແບບນັ້ນອາດຈະອະທິດຖານ ໄປປະຊຸມ ແລະໄປປະກາດ ແຕ່ລາວເຮັດແບບນີ້ຍ້ອນເປັນສິ່ງທີ່ເຄີຍເຮັດເທົ່ານັ້ນ. ລາວບໍ່ໄດ້ຖືກກະຕຸ້ນດ້ວຍຄວາມຮັກອີກຕໍ່ໄປ. ເຈົ້າຈະເຮັດແນວໃດຖ້າຮູ້ສຶກວ່າເຈົ້າບໍ່ໄດ້ຮັກພະເຢໂຫວາຫຼາຍຄືກັບທີ່ຜ່ານມາ?
10. ເຈົ້າຈະ “ຄິດຕຶກຕອງແລະທຸ່ມເທ” ໃນສິ່ງທີ່ເຈົ້າເຮັດເພື່ອຮັບໃຊ້ພະເຢໂຫວາໄດ້ແນວໃດ? (1 ຕີໂມທຽວ 4:13, 15)
10 ອັກຄະສາວົກໂປໂລກບອກຕີໂມທຽວໃຫ້ “ຄິດຕຶກຕອງແລະທຸ່ມເທ” ໃນສິ່ງທີ່ລາວເຮັດເພື່ອຮັບໃຊ້ພະເຢໂຫວາ. (ອ່ານ 1 ຕີໂມທຽວ 4:13, 15) ເພື່ອເຮັດຕາມຄຳແນະນຳນີ້ ໃຫ້ພະຍາຍາມຄິດເຖິງວິທີຕ່າງໆທີ່ຈະຊ່ວຍເຈົ້າເຮັດໃຫ້ການຮັບໃຊ້ພະເຢໂຫວາມີຄວາມໝາຍຫຼາຍຂຶ້ນ ເພື່ອໃຫ້ ‘ພະລັງຂອງພະເຈົ້າກະຕຸ້ນເຈົ້າໃຫ້ມີໃຈກະຕືລືລົ້ນ’ ຢູ່ສະເໝີ. (ຣມ. 12:11) ຕົວຢ່າງເຊັ່ນ: ເຈົ້າອາດໃຊ້ເວລາຫຼາຍຂຶ້ນເພື່ອກຽມການປະຊຸມຢ່າງດີ ຫຼືເມື່ອສຶກສາສ່ວນໂຕເຈົ້າອາດໄປບ່ອນທີ່ມິດງຽບເພື່ອຈະສາມາດຄິດຕຶກຕອງໃນສິ່ງທີ່ກຳລັງຮຽນ. ການເຮັດແບບນີ້ຈະຊ່ວຍເຈົ້າໃຫ້ໄດ້ຮັບປະໂຫຍດຫຼາຍຂຶ້ນຈາກການສຶກສາສ່ວນໂຕ. ຄືກັບທີ່ເຮົາຕ້ອງຕື່ມຟືນເພື່ອໃຫ້ໄຟລຸກຕະຫຼອດ ເຈົ້າກໍຕ້ອງເຮັດສິ່ງເຫຼົ່ານີ້ເພື່ອຈະຮູ້ຄຸນຄ່າຄ່າໄຖ່ແລະສິ່ງອື່ນໆທີ່ພະເຢໂຫວາໄດ້ໃຫ້ເຈົ້າຕໍ່ໆໄປ. ນອກຈາກນັ້ນ ໃນສອງສາມອາທິດກ່ອນທີ່ຈະຮອດການປະຊຸມອະນຸສອນ ໃຫ້ຄິດເຖິງສິ່ງດີໆທີ່ພະເຢໂຫວາກຳລັງເຮັດເພື່ອເຈົ້າຍ້ອນເຈົ້າເປັນຜູ້ຮັບໃຊ້ຂອງເພິ່ນ. ການເຮັດແບບນີ້ຈະຊ່ວຍເຈົ້າໃຫ້ຂອບໃຈຫຼາຍຂຶ້ນສຳລັບຄ່າໄຖ່ເຊິ່ງເປັນສິ່ງທີ່ຈະຊ່ວຍເຈົ້າໃຫ້ສະໜິດກັບພະເຢໂຫວາ.
11-12. ຖ້າບາງເທື່ອເຈົ້າຂາດຄວາມກະຕືລືລົ້ນນັ້ນໝາຍຄວາມວ່າພະເຢໂຫວາບໍ່ເອົາພະລັງບໍລິສຸດໃຫ້ເຈົ້າແລ້ວບໍ? ຂໍໃຫ້ອະທິບາຍ (ເບິ່ງຮູບນຳ)
11 ຖ້າບາງເທື່ອເຈົ້າຮູ້ສຶກວ່າບໍ່ກະຕືລືລົ້ນໃນການຮັບໃຊ້ພະເຢໂຫວາຄືກັບທີ່ຜ່ານມາ ຢ່າຮູ້ສຶກທໍ້ໃຈຫຼືສະຫຼຸບວ່າພະເຢໂຫວາບໍ່ເອົາພະລັງບໍລິສຸດໃຫ້ເຈົ້າແລ້ວ. ຂໍໃຫ້ຈື່ສິ່ງທີ່ອັກຄະສາວົກໂປໂລຂຽນໄປຫາພີ່ນ້ອງໃນເມືອງໂກຣິນໂທກ່ຽວກັບວຽກປະກາດຂອງລາວ. ລາວເວົ້າວ່າ: “ເຖິງຂ້ອຍຈະບໍ່ເຕັມໃຈ ຂ້ອຍກໍຍັງຕ້ອງເຮັດຍ້ອນເປັນໜ້າທີ່ທີ່ຂ້ອຍໄດ້ຮັບມອບໝາຍ.” (1ກຣ. 9:17) ໂປໂລໝາຍຄວາມວ່າແນວໃດ?
12 ບາງເທື່ອໂປໂລກໍຮູ້ສຶກວ່າບໍ່ຢາກປະກາດ. ເຖິງວ່າຈະຮູ້ສຶກແບບນັ້ນ ລາວກໍຕັ້ງໃຈທີ່ຈະພະຍາຍາມປະກາດຕໍ່ໆໄປ. ເຈົ້າກໍສາມາດເຮັດຄືກັບລາວໄດ້. ໃຫ້ຕັ້ງໃຈທີ່ຈະເຮັດໃນສິ່ງທີ່ຖືກຕ້ອງເຖິງວ່າເຈົ້າບໍ່ມີແຮງກະຕຸ້ນທີ່ຈະເຮັດຈັ່ງຊັ້ນ. ສະນັ້ນ ໃຫ້ເຈົ້າອະທິດຖານຂໍໃຫ້ໂຕເອງມີ “ຄວາມຕ້ອງການແລະກຳລັງເພື່ອຈະເຮັດສິ່ງທີ່ [ພະເຢໂຫວາ] ພໍໃຈ.” (ຟລປ. 2:13) ໃຫ້ເຮັດໃນສິ່ງທີ່ຈະຊ່ວຍເຈົ້າໃຫ້ສະໜິດກັບພະເຢໂຫວາສະເໝີ. ຂໍໃຫ້ໝັ້ນໃຈວ່າ ເມື່ອເວລາຜ່ານໄປຄວາມຮັກທີ່ເຈົ້າມີຕໍ່ພະເຢໂຫວາຈະມີຫຼາຍຄືເກົ່າ ແລະເຈົ້າກໍຈະກັບມາກະຕືລືລົ້ນອີກ.
ໃຫ້ເຮັດສິ່ງທີ່ຈະຊ່ວຍເຈົ້າໃຫ້ໃກ້ຊິດກັບພະເຢໂຫວາຕໍ່ໆໄປເຖິງວ່າບາງເທື່ອເຈົ້າບໍ່ມີແຮງກະຕຸ້ນທີ່ຈະເຮັດສິ່ງເຫຼົ່ານັ້ນ (ເບິ່ງຂໍ້ 11-12)
13. ເຮົາຈະກວດເບິ່ງໂຕເອງຢູ່ສະເໝີແນວໃດວ່າເຮົາຍັງ “ໃຊ້ຊີວິດຕາມຄວາມເຊື່ອ” ຢູ່ບໍ?
13 ເປັນເລື່ອງທີ່ດີທີ່ເຮົາຈະກວດເບິ່ງໂຕເອງເປັນໄລຍະໆວ່າເຮົາໃຊ້ຊີວິດຕາມຄຳແນະນຳຂອງໂປໂລທີ່ຢູ່ໃນ 2 ໂກຣິນໂທ 13:5 ທີ່ບອກວ່າ: “ໃຫ້ພວກເຈົ້າກວດເບິ່ງໂຕເອງຢູ່ສະເໝີວ່າຍັງໃຊ້ຊີວິດຕາມຄວາມເຊື່ອຂອງຄລິດສະຕຽນຢູ່ບໍ. ໃຫ້ກວດເບິ່ງໂຕເອງຢູ່ເລື້ອຍໆເພື່ອຈະຮູ້ວ່າພວກເຈົ້າເປັນຄົນແນວໃດແທ້ໆ.” ຕົວຢ່າງເຊັ່ນ: ໃຫ້ຖາມໂຕເອງວ່າ: ‘ຂ້ອຍໃຫ້ການປົກຄອງຂອງພະເຢໂຫວາເປັນສິ່ງສຳຄັນທີ່ສຸດໃນຊີວິດບໍ?’ (ມທ. 6:33) ‘ຄວາມບັນເທີງທີ່ຂ້ອຍເລືອກສະແດງໃຫ້ເຫັນບໍວ່າຂ້ອຍຊັງສິ່ງທີ່ຊົ່ວ?’ (ພສ. 97:10) ‘ຂ້ອຍພະຍາຍາມເວົ້າແລະເຮັດສິ່ງທີ່ຊ່ວຍຮັກສາຄວາມສະຫງົບສຸກແລະຄວາມເປັນນ້ຳໜຶ່ງໃຈດຽວກັນກັບພີ່ນ້ອງໃນປະຊາຄົມບໍ?’ (ອຟຊ. 4:2, 3) ການປະຊຸມອະນຸສອນເປັນໂອກາດພິເສດທີ່ເຮົາຈະຄິດເຖິງການຈັດກຽມຂອງພະເຢໂຫວາເລື່ອງຄ່າໄຖ່ ແລະເປີດໂອກາດໃຫ້ເຮົາທີ່ຈະກວດເບິ່ງໂຕເອງວ່າເຮົາກຳລັງໃຊ້ຊີວິດເພື່ອພະເຢຊູບໍ່ແມ່ນເພື່ອໂຕເຮົາເອງ.c
ຄົນທີ່ເຊົາຮັບໃຊ້ພະເຢໂຫວາ
14. ມີຫຍັງແດ່ທີ່ອາດເຮັດໃຫ້ບາງຄົນເຊົາຮັບໃຊ້ພະເຢໂຫວາ?
14 ບາງຄົນເຊົາເຂົ້າຮ່ວມການປະຊຸມຫຼັງຈາກຮັບໃຊ້ພະເຢໂຫວາຢ່າງສັດຊື່ມາຫຼາຍເດືອນຫຼືແມ່ນແຕ່ຫຼາຍປີ. ເປັນຫຍັງຈຶ່ງເປັນແນວນັ້ນ? ບາງຄົນ “ອຸກໃຈກັບຊີວິດຫຼາຍໂພດ.” (ລກ. 21:34) ບາງຄົນສະດຸດກັບຄຳເວົ້າຫຼືການກະທຳຂອງພີ່ນ້ອງ. (ຢກບ. 3:2) ບາງຄົນເຮັດຜິດຮ້າຍແຮງແລ້ວກໍຮູ້ສຶກອາຍ ແລະບໍ່ກ້າຂໍຄວາມຊ່ວຍເຫຼືອຈາກຜູ້ເບິ່ງແຍງ. ບໍ່ວ່າຈະຍ້ອນເຫດຜົນໃດ ເຈົ້າຈະເຮັດຫຍັງໄດ້ຖ້າເຈົ້າເຊົາຮັບໃຊ້ພະເຢໂຫວາແລ້ວ? ຄ່າໄຖ່ແລະຄວາມຮັກທີ່ພະເຢໂຫວາແລະພະເຢຊູມີຕໍ່ເຈົ້າຈະກະຕຸ້ນເຈົ້າໃຫ້ເຮັດຫຍັງ?
15. ພະເຢໂຫວາສະແດງໃຫ້ເຫັນແນວໃດວ່າເພິ່ນສົນໃຈຄົນທີ່ເຊົາຮັບໃຊ້ເພິ່ນ? (ເອເຊກຽນ 34:11, 12, 16)
15 ໃຫ້ຄິດເບິ່ງວ່າພະເຢໂຫວາຮູ້ສຶກແນວໃດຕໍ່ກັບຄົນທີ່ເຊົາຮັບໃຊ້ເພິ່ນ. ເພິ່ນບໍ່ໄດ້ລືມເຂົາເຈົ້າ. ແທນທີ່ຈະເປັນແບບນັ້ນ ເພິ່ນຊອກຫາແກະທີ່ຫຼົງທາງ. ເພິ່ນເອົາອາຫານໃຫ້ພວກມັນກິນແລະຊ່ວຍພວກມັນໃຫ້ກັບມາຫາເພິ່ນ. (ອ່ານເອເຊກຽນ 34:11, 12, 16) ພະເຢໂຫວາເຮັດແບບດຽວກັນນີ້ກັບເຈົ້າບໍ? ແມ່ນແລ້ວ! ການທີ່ເຈົ້າອ່ານບົດຄວາມນີ້ສະແດງໃຫ້ເຫັນວ່າເຈົ້າມີໃຈທີ່ຢາກເຮັດສິ່ງທີ່ຖືກຕ້ອງ. ຜ່ານມາ ພະເຢໂຫວາໄດ້ເຫັນສະພາບຫົວໃຈຂອງເຈົ້າແລະຊັກນຳເຈົ້າໃຫ້ມາຮູ້ຈັກກັບເພິ່ນ. ຄັນຊັ້ນ ຕອນນີ້ເພິ່ນຊິບໍ່ຊັກນຳເຈົ້າໃຫ້ກັບຄືນມາຫາເພິ່ນບໍ?
16. ອັນໃດຈະຊ່ວຍຄົນທີ່ເຊົາຮັບໃຊ້ພະເຢໂຫວາໃຫ້ກັບມາຫາເພິ່ນ? (ເບິ່ງຮູບນຳ)
16 ປຶ້ມກັບມາຫາພະເຢໂຫວາມີຄຳເວົ້າທີ່ໃຫ້ກຳລັງໃຈແບບນີ້: “ຂໍໃຫ້ໝັ້ນໃຈວ່າພະເຢໂຫວາລໍຖ້າໃຫ້ເຈົ້າກັບມາຫາເພິ່ນສະເໝີ. ເພິ່ນຈະຊ່ວຍເຈົ້າໃຫ້ຮັບມືກັບຄວາມອຸກໃຈ ຊ່ວຍເຈົ້າໃຫ້ເຊົາຄຽດໃຫ້ພີ່ນ້ອງ ແລະໃຫ້ມີຄວາມສະຫງົບໃຈຍ້ອນບໍ່ຮູ້ສຶກຜິດອີກຕໍ່ໄປ. ເມື່ອເປັນແບບນີ້ ເຈົ້າອາດຮູ້ສຶກຢາກກັບມາຮັບໃຊ້ພະເຢໂຫວານຳກັນກັບພີ່ນ້ອງອີກ.” ຂໍໃຫ້ຈື່ໄວ້ຄືກັນວ່າຜູ້ເບິ່ງແຍງຢາກຊ່ວຍເຈົ້າຫຼາຍແທ້ໆ. ເຂົາເຈົ້າສາມາດ “ເປັນຄືກັບບ່ອນທີ່ບັງລົມ ເປັນຄືກັບບ່ອນທີ່ປົກປ້ອງຈາກພາຍຸຝົນ.” (ອຊຢ. 32:2) ເພື່ອສະແດງວ່າເຈົ້າເຫັນຄ່າຄ່າໄຖ່ ໃຫ້ຖາມໂຕເອງວ່າ: ‘ຕອນນີ້ຂ້ອຍຕ້ອງເຮັດຫຍັງເພື່ອຈະກັບມາຫາພະເຢໂຫວາ?’ (ອຊຢ. 1:18; 1ປຕ. 2:25) ຕົວຢ່າງເຊັ່ນ: ເຈົ້າສາມາດເຂົ້າຮ່ວມປະຊຸມໄດ້ບໍ? ເຈົ້າສາມາດລົມກັບຜູ້ເບິ່ງແຍງຜູ້ໃດຜູ້ໜຶ່ງໄດ້ບໍວ່າເຈົ້າຢາກກັບມາຫາພະເຢໂຫວາແລະຕ້ອງການຄວາມຊ່ວຍເຫຼືອທາງຄວາມເຊື່ອເຊິ່ງອາດຈະລວມເຖິງການຮຽນຄຳພີໄບເບິນເປັນປະຈຳໄລຍະໜຶ່ງ? ເຈົ້າໝັ້ນໃຈໄດ້ວ່າພະເຢໂຫວາຈະອວຍພອນຄວາມພະຍາຍາມທຸກຢ່າງທີ່ເຈົ້າເຮັດເພື່ອຢາກກັບມາຫາເພິ່ນແລະເພື່ອສະແດງວ່າເຈົ້າເຫັນຄ່າຄ່າໄຖ່.
ໃຫ້ຖາມໂຕເອງວ່າ: ‘ຕອນນີ້ຂ້ອຍຕ້ອງເຮັດຫຍັງເພື່ອຈະກັບມາຫາພະເຢໂຫວາ?’ (ເບິ່ງຂໍ້ 16)
ເຈົ້າຈະເຮັດແນວໃດ?
17-18. ເຮົາຈະໃຊ້ເວລາກ່ອນການປະຊຸມອະນຸສອນປີນີ້ຢ່າງສະຫຼາດແນວໃດ?
17 ພະເຢຊູບອກວ່າ ພະເຢໂຫວາໃຫ້ເພິ່ນມາຕາຍເປັນຄ່າໄຖ່ກໍ “ເພື່ອທຸກຄົນທີ່ສະແດງຄວາມເຊື່ອໃນ [ເພິ່ນ] ຈະບໍ່ຖືກທຳລາຍ ແຕ່ຈະມີຊີວິດຕະຫຼອດໄປ.” (ຢຮ. 3:16) ຄ່າໄຖ່ເປັນຊ່ອງທາງທີ່ພະເຢໂຫວາໃຊ້ເພື່ອຊ່ວຍມະນຸດໃຫ້ຫຼຸດພົ້ນຈາກບາບແລະຄວາມຕາຍ. ສະນັ້ນ ເຮົາຄວນເຫັນຄ່າຄ່າໄຖ່ສະເໝີ. (ຣມ. 3:23, 24; 2ກຣ. 6:1) ໃນໄລຍະກ່ອນທີ່ຈະຮອດການປະຊຸມອະນຸສອນ ມັນເປີດໂອກາດໃຫ້ເຮົາຄິດເຖິງຄວາມຮັກທີ່ພະເຢໂຫວາແລະພະເຢຊູມີຕໍ່ເຮົາ ແລະຄວາມຮັກນີ້ຄວນກະຕຸ້ນເຮົາໃຫ້ສະແດງຄວາມຂອບໃຈຕໍ່ພວກເພິ່ນ.
18 ເຈົ້າຈະສະແດງໃຫ້ເຫັນແນວໃດວ່າເຈົ້າເຫັນຄ່າຄ່າໄຖ່? ຄຳຕອບຂອງເຈົ້າອາດຈະຕ່າງຈາກຂອງຄົນອື່ນ. ແຕ່ເຈົ້າໝັ້ນໃຈໄດ້ວ່າພະເຢໂຫວາຈະອວຍພອນຄວາມພະຍາຍາມຂອງເຈົ້າທີ່ຈະຮັບໃຊ້ນຳກັນກັບພີ່ນ້ອງຫຼາຍລ້ານຄົນຢູ່ທົ່ວໂລກທີ່ “ບໍ່ໃຊ້ຊີວິດເພື່ອໂຕເອງອີກຕໍ່ໄປ ແຕ່ຈະຢູ່ເພື່ອຜູ້ທີ່ຕາຍແທນເຂົາເຈົ້າ.”—2ກຣ. 5:15
ເພງທີ 14 ສັນລະເສີນກະສັດອົງໃໝ່
a ເພື່ອຊ່ວຍເຈົ້າໃຫ້ເອົາສິ່ງທີ່ໄດ້ຮຽນໃນຄຳພີໄບເບິນໄປໃຊ້ ໃຫ້ໃຊ້ຂອບທີ່ຊື່ວ່າ “ສິ່ງທີ່ເຈົ້າເຮັດໄດ້” ທີ່ຢູ່ທ້າຍໆຂອງແຕ່ລະບົດໃນປຶ້ມຊີວິດທີ່ມີຄວາມສຸກຕະຫຼອດໄປ!
b ສຳລັບຄຳແນະນຳຕ່າງໆທີ່ຈະຊ່ວຍເຈົ້າໃຫ້ກ້າວໜ້າທາງຄວາມເຊື່ອ ໃຫ້ເບິ່ງບົດຄວາມ “ເດັກນ້ອຍແລະໄວຮຸ່ນ ‘ຂໍໃຫ້ເຮັດທຸກຢ່າງເພື່ອຈະໄດ້ຮັບຄວາມລອດ’” ໃນຫໍສັງເກດການ ເດືອນທັນວາ ປີ 2017.
c ສຳລັບຄຳແນະນຳຕ່າງໆທີ່ຈະຊ່ວຍເຈົ້າໃຫ້ເຫັນຄ່າຄ່າໄຖ່ຢູ່ສະເໝີ ໃຫ້ເບິ່ງບົດຄວາມ “ອັນໃດກະຕຸ້ນເຈົ້າໃຫ້ຮັບໃຊ້ພະເຈົ້າ?” ໃນຫໍສັງເກດການ ເດືອນມິຖຸນາ ປີ 1995. (ພາສາໄທ)