ຕັດສິນໃຈແບບທີ່ເຮັດໃຫ້ພະເຢໂຫວາໄດ້ຮັບຄຳສັນລະເສີນ
“ຄົນຮອບຄອບຄິດຄັກໆກ່ຽວກັບຜົນທີ່ຈະຕາມມາ.”—ສພສ. 14:15
1, 2. (ກ) ທຸກເທື່ອທີ່ຕັດສິນໃຈ ເຮົາຄວນສົນໃຈເລື່ອງຫຍັງເປັນອັນດັບທຳອິດ? (ຂ) ເຮົາຈະເບິ່ງຄຳຖາມຫຍັງແດ່?
ໃນແຕ່ລະມື້ ມີສິ່ງໜຶ່ງທີ່ເຮົາຕ້ອງເຮັດຫຼາຍເທື່ອ. ສ່ວນຫຼາຍແລ້ວສິ່ງນີ້ມີຜົນກະທົບບໍ່ດົນປານໃດ. ແຕ່ບາງເທື່ອສິ່ງນີ້ອາດສົ່ງຜົນຫຼາຍແທ້ໆຕໍ່ຊີວິດຂອງເຮົາ. ສິ່ງນີ້ແມ່ນຫຍັງ? ການຕັດສິນໃຈ. ໃນການຕັດສິນໃຈທຸກເທື່ອ ບໍ່ວ່າຈະເປັນເລື່ອງນ້ອຍຫຼືເລື່ອງໃຫຍ່ ສິ່ງທີ່ເຮົາໃຫ້ຄວາມສຳຄັນທີ່ສຸດແມ່ນການເຮັດໃຫ້ພະເຢໂຫວາໄດ້ຮັບຄຳສັນລະເສີນ.—ອ່ານ 1 ໂກຣິນໂທ 10:31
2 ເຈົ້າຄິດວ່າການຕັດສິນໃຈເປັນເລື່ອງທີ່ງ່າຍຫຼືຍາກ? ເພື່ອຈະກ້າວໜ້າຈົນເປັນຜູ້ໃຫຍ່ທາງຄວາມເຊື່ອ ເຮົາຕ້ອງຮຽນຮູ້ທີ່ຈະແຍກໃຫ້ອອກວ່າອັນໃດຖືກອັນໃດຜິດ ແລ້ວກໍຕັດສິນໃຈສອດຄ່ອງກັບຄວາມເຊື່ອຂອງເຮົາ ບໍ່ແມ່ນຕາມຄວາມເຊື່ອຂອງຄົນອື່ນ. (ຣມ. 12:1, 2; ຮຣ. 5:14) ມີເຫດຜົນຫຍັງອີກທີ່ເຮົາຕ້ອງຮຽນຮູ້ທີ່ຈະຕັດສິນໃຈຢ່າງຖືກຕ້ອງ? ເປັນຫຍັງບາງເທື່ອຈຶ່ງຍາກທີ່ຈະຕັດສິນໃຈ? ແລະມີຂັ້ນຕອນຫຍັງແດ່ທີ່ຈະຊ່ວຍເຮົາໃຫ້ຕັດສິນໃຈໃນແບບທີ່ເຮັດໃຫ້ພະເຢໂຫວາໄດ້ຮັບຄຳສັນລະເສີນ?
ເປັນຫຍັງຕ້ອງຕັດສິນໃຈ?
3. ເຮົາບໍ່ຄວນປ່ອຍໃຫ້ອັນໃດເຂົ້າມາແຊກແຊງການຕັດສິນໃຈຂອງເຮົາ?
3 ຖ້າເຮົາບໍ່ແນ່ໃຈວ່າຄວນຕັດສິນໃຈແນວໃດຕາມຫຼັກການໃນຄຳພີໄບເບິນ ໝູ່ຢູ່ໂຮງຮຽນຫຼືໝູ່ຢູ່ບ່ອນເຮັດວຽກອາດຈະຄິດວ່າເຮົາບໍ່ໝັ້ນໃຈແທ້ໆໃນສິ່ງທີ່ເຮົາເຊື່ອ ແລະຖ້າເປັນຈັ່ງຊັ້ນ ເຂົາເຈົ້າອາດຈະໂນ້ມນ້າວເຮົາໄດ້ງ່າຍໆ. ເຂົາເຈົ້າອາດຕົວະ ໂກງ ຫຼືລັກ ແລ້ວກໍພະຍາຍາມຊວນເຮົາໃຫ້ “ເຮັດຕາມຄົນສ່ວນໃຫຍ່” ຫຼືໃຫ້ເຮົາປົກປິດສິ່ງທີ່ເຂົາເຈົ້າເຮັດ. (ອພຍ. 23:2) ແຕ່ຄົນທີ່ຮູ້ວ່າຄວນຕັດສິນໃຈແນວໃດເພື່ອເຮັດໃຫ້ພະເຢໂຫວາໄດ້ຮັບຄຳສັນລະເສີນຈະບໍ່ປ່ອຍໃຫ້ຄວາມຢ້ານຫຼືການຢາກໃຫ້ຄົນອື່ນຍອມຮັບເຮັດໃຫ້ລາວເຮັດສິ່ງທີ່ຂັດກັບໃຈຮູ້ຜິດຮູ້ຖືກທີ່ຖືກຝຶກຕາມຄຳພີໄບເບິນ.—ຣມ. 13:5
4. ເປັນຫຍັງຄົນອື່ນອາດຢາກຕັດສິນໃຈແທນເຮົາ?
4 ບໍ່ແມ່ນທຸກຄົນທີ່ຢາກຕັດສິນໃຈແທນເຮົາບໍ່ຫວັງດີຕໍ່ເຮົາ. ໝູ່ທີ່ຫວັງດີອາດຢາກໃຫ້ເຮົາເຮັດຕາມຄຳແນະນຳຂອງລາວ. ຖ້າເຮົາບໍ່ໄດ້ຢູ່ກັບພໍ່ແມ່ແລ້ວ ຍາດຕິພີ່ນ້ອງກໍຈະຍັງເປັນຫ່ວງເລື່ອງການໃຊ້ຊີວິດເຮົາແລະອາດຮູ້ສຶກວ່າຍັງຕ້ອງໄດ້ຊ່ວຍເຮົາຕັດສິນໃຈໃນເລື່ອງທີ່ສຳຄັນ. ຕົວຢ່າງເຊັ່ນ: ໃນກໍລະນີທີ່ຕ້ອງເຂົ້າໂຮງໝໍ. ຄຳພີໄບເບິນບອກແຈ້ງໆເລີຍວ່າໃຊ້ເລືອດໃນແບບໃດທີ່ຜິດ. (ກຈກ. 15:28, 29) ແຕ່ເລື່ອງອື່ນໆທີ່ກ່ຽວຂ້ອງກັບການເບິ່ງແຍງສຸຂະພາບອາດບໍ່ໄດ້ບອກແຈ້ງໆແບບນັ້ນ ແລະເຮົາແຕ່ລະຄົນຕ້ອງຕັດສິນໃຈເອົາເອງວ່າຈະຍອມຮັບຫຼືປະຕິເສດການປິ່ນປົວແບບໃດ.a ຄົນທີ່ເຮົາຮັກອາດສະແດງຄວາມຄິດເຫັນຂອງເຂົາເຈົ້າຢ່າງໜັກແໜ້ນໃນເລື່ອງນັ້ນ. ແນວໃດກໍຕາມ ເມື່ອຕັດສິນໃຈໃນເລື່ອງເຫຼົ່ານີ້ ເຮົາແຕ່ລະຄົນທີ່ອຸທິດໂຕແລະຮັບບັບເຕມາແລ້ວຕ້ອງແບກ “ຄວາມຮັບຜິດຊອບຂອງໂຕເອງ.” (ຄລຕ. 6:4, 5) ສິ່ງທີ່ເຮົາເປັນຫ່ວງທີ່ສຸດແມ່ນການຮັກສາໃຈຮູ້ຜິດຮູ້ຖືກທີ່ດີຕໍ່ພະເຢໂຫວາ ບໍ່ແມ່ນການເຮັດໃຫ້ມະນຸດພໍໃຈ.—1ຕມ. 1:5
5. ເຮົາຈະຫຼີກລ່ຽງການສູນເສຍຄວາມເຊື່ອໄດ້ແນວໃດ?
5 ການບໍ່ກ້າຕັດສິນໃຈອາດເຮັດໃຫ້ເຮົາເຈິອັນຕະລາຍຮ້າຍແຮງ. ຢາໂກໂບຂຽນວ່າ ຄົນສອງຈິດສອງໃຈເປັນຄົນ “ບໍ່ແນ່ບໍ່ນອນ.” (ຢກບ. 1:8) ຄືກັບຜູ້ຊາຍທີ່ຢູ່ໃນເຮືອທີ່ບໍ່ມີຫາງເສືອທີ່ແລ່ນໃນທະເລທີ່ມີຄື້ນລົມແຮງ ລາວຈະຖືກຊັດໄປຊັດມາຕາມຄວາມຄິດຂອງມະນຸດທີ່ປ່ຽນໄປປ່ຽນມາ. ຄົນແບບນີ້ຈະສູນເສຍຄວາມເຊື່ອງ່າຍໆແລ້ວກໍໂທດຄົນອື່ນວ່າເຮັດໃຫ້ລາວຕ້ອງເປັນແບບນີ້. (1ຕມ. 1:19) ເຮັດແນວໃດເຮົາຈຶ່ງຈະບໍ່ເປັນແບບນັ້ນ? ເຮົາຕ້ອງ “ມີຄວາມເຊື່ອທີ່ໝັ້ນຄົງ.” (ອ່ານໂກໂລຊາຍ 2:6, 7 ) ເພື່ອຈະໝັ້ນຄົງ ເຮົາຕ້ອງຝຶກທີ່ຈະຕັດສິນໃຈແບບທີ່ສະແດງໃຫ້ເຫັນວ່າເຮົາເຊື່ອວ່າຄຳພີໄບເບິນມາຈາກພະເຈົ້າ. (2ຕມ. 3:14-17) ແຕ່ອັນໃດອາດເຮັດໃຫ້ເຮົາຕັດສິນໃຈໄດ້ບໍ່ຖືກຕ້ອງ?
ເປັນຫຍັງເຮົາຈຶ່ງຕັດສິນໃຈຍາກ?
6. ຄວາມຢ້ານອາດສົ່ງຜົນຕໍ່ເຮົາແນວໃດ?
6 ຄວາມຢ້ານອາດເຮັດໃຫ້ເຮົາເຮັດຫຍັງບໍ່ຖືກ ເຮັດໃຫ້ເຮົາຢ້ານວ່າຈະຕັດສິນໃຈຜິດ ຢ້ານວ່າຈະລົ້ມເຫຼວ ຫຼືຢ້ານວ່າຈະຖືກຄົນອື່ນເບິ່ງວ່າເຮົາໂງ່. ຄວາມຢ້ານເຫຼົ່ານີ້ເປັນເລື່ອງທຳມະດາ. ບໍ່ມີໃຜຢາກຕັດສິນໃຈແບບບໍ່ສຸຂຸມຫຼືແບບທີ່ສ້າງບັນຫາແລະອາດເຮັດໃຫ້ຂາຍໜ້າ. ແຕ່ຄວາມຮັກທີ່ມີຕໍ່ພະເຢໂຫວາແລະຖ້ອຍຂອງເພິ່ນອາດຊ່ວຍເຮົາໃຫ້ຢ້ານໜ້ອຍລົງ. ໂດຍວິທີໃດ? ຄວາມຮັກຕໍ່ພະເຢໂຫວາກະຕຸ້ນເຮົາໃຫ້ຄົ້ນຄວ້າເບິ່ງຄຳພີໄບເບິນແລະປຶ້ມຕ່າງໆທີ່ມາຈາກຄຳພີໄບເບິນທຸກເທື່ອກ່ອນທີ່ເຮົາຈະຕັດສິນໃຈໃນເລື່ອງທີ່ສຳຄັນ. ໂດຍວິທີນີ້ ເຮົາຈະຕັດສິນໃຈຜິດພາດໜ້ອຍລົງ. ຍ້ອນຫຍັງ? ຍ້ອນຄຳພີໄບເບິນສາມາດເຮັດໃຫ້ “ຄົນທີ່ຂາດປະສົບການເປັນຄົນສຸຂຸມຮອບຄອບ ໃຫ້ຄົນທີ່ຍັງໜຸ່ມມີຄວາມຮູ້ແລະຮູ້ຈັກຄິດ.”—ສພສ. 1:4
7. ເຮົາຮຽນຫຍັງຈາກຕົວຢ່າງຂອງກະສັດດາວິດ?
7 ເຮົາຈະຕັດສິນໃຈຖືກຕ້ອງທຸກເທື່ອບໍ? ບໍ່. ເຮົາທຸກຄົນເຮັດຜິດພາດ. (ຣມ. 3:23) ຕົວຢ່າງເຊັ່ນ ກະສັດດາສິດເປັນຄົນສະຫຼາດສຸຂຸມແລະສັດຊື່. ແຕ່ບາງເທື່ອລາວກໍຕັດສິນໃຈແບບບໍ່ສຸຂຸມເຊິ່ງເຮັດໃຫ້ລາວແລະຄົນອື່ນເຈິກັບຄວາມທຸກ. (2ຊມ. 12:9-12) ແນວໃດກໍຕາມ ດາວິດບໍ່ປ່ອຍໃຫ້ຄວາມຜິດພາດຂອງລາວເຮັດໃຫ້ລາວບໍ່ກ້າຕັດສິນໃຈໃນເລື່ອງທີ່ພະເຢໂຫວາພໍໃຈ. (1ກສ. 15:4, 5) ເຖິງວ່າຜ່ານມາເຮົາເຄີຍເຮັດຜິດພາດ ເຮົາກໍຍັງກ້າຕັດສິນໃຈໄດ້ຖ້າເຮົາເຮັດຄືກັບດາວິດທີ່ຈື່ໄວ້ສະເໝີວ່າພະເຢໂຫວາເບິ່ງຂ້າມຂໍ້ຜິດພາດຂອງເຮົາແລະຍົກໂທດຄວາມຜິດຂອງເຮົາ. ເພິ່ນຈະຊ່ວຍຄົນທີ່ຮັກແລະເຊື່ອຟັງເພິ່ນຕໍ່ໆໄປ.—ພສ. 51:1-4, 7-10
8. ເຮົາຮຽນຫຍັງຈາກຄຳຄິດເຫັນຂອງໂປໂລກ່ຽວກັບການແຕ່ງດອງ?
8 ເຮັດແນວໃດເຮົາຈຶ່ງຈະກັງວົນໜ້ອຍລົງຕອນທີ່ຕ້ອງຕັດສິນໃຈ? ເຮົາຕ້ອງເຂົ້າໃຈວ່າບາງເທື່ອກໍມີຫຼາຍທາງເລືອກທີ່ມັນຖືກ. ຂໍໃຫ້ເບິ່ງວ່າໂປໂລຫາເຫດຜົນແນວໃດໃນເລື່ອງການແຕ່ງດອງ. ລາວຂຽນໂດຍໄດ້ຮັບການດົນໃຈວ່າ: “ແຕ່ຖ້າຜູ້ໃດຄິດວ່າຈະຄວບຄຸມໂຕເອງບໍ່ໄດ້ຖ້າຍັງເປັນໂສດຕໍ່ໄປ ແລະລາວກາຍໄວໜຸ່ມສາວໄປແລ້ວ ກໍໃຫ້ລາວແຕ່ງດອງຕາມທີ່ລາວຕ້ອງການ. ຖ້າເຮັດແບບນັ້ນລາວກໍບໍ່ໄດ້ເຮັດຜິດ. ແຕ່ຜູ້ໃດທີ່ຕັ້ງໃຈແທ້ໆແລ້ວວ່າຈະຢູ່ເປັນໂສດແລະຄິດວ່າບໍ່ຈຳເປັນຕ້ອງແຕ່ງດອງ ຖ້າລາວຄວບຄຸມໂຕເອງໄດ້ແລະຍຶດໝັ້ນກັບການຕັດສິນໃຈນັ້ນ ລາວກໍເຮັດດີແລ້ວ.” (1ກຣ. 7:36-38) ໂປໂລສະໜັບສະໜູນການເປັນໂສດວ່າເປັນແນວທາງທີ່ດີທີ່ສຸດ ແຕ່ນັ້ນບໍ່ແມ່ນທາງເລືອກທີ່ຖືກຕ້ອງພຽງຢ່າງດຽວ.
9. ເຮົາຄວນເປັນຫ່ວງບໍວ່າຄົນອື່ນເບິ່ງການຕັດສິນໃຈຂອງເຮົາແນວໃດ? ຂໍໃຫ້ອະທິບາຍ.
9 ເຮົາຄວນເປັນຫ່ວງບໍວ່າຄົນອື່ນເບິ່ງການຕັດສິນໃຈຂອງເຮົາແນວໃດ? ເຮົາຄວນເປັນຫ່ວງໃນລະດັບໜຶ່ງ. ຂໍໃຫ້ສັງເກດວ່າໂປໂລເວົ້າແນວໃດໃນເລື່ອງການກິນອາຫານທີ່ເບິ່ງຄືວ່າເອົາໄປບູຊາໃຫ້ຮູບບູຊາ. ລາວຍອມຮັບວ່າການຕັດສິນໃຈແບບໃດແບບໜຶ່ງອາດບໍ່ຜິດ ແຕ່ກໍອາດເຮັດໃຫ້ເກີດຜົນເສຍຫາຍຕໍ່ບາງຄົນທີ່ໃຈຮູ້ຜິດຮູ້ຖືກອ່ອນແອ. ໂປໂລຕັ້ງໃຈວ່າຈະເຮັດແນວໃດ? ລາວຂຽນວ່າ: “ຖ້າອາຫານເຮັດໃຫ້ພີ່ນ້ອງຂອງຂ້ອຍບໍ່ສະບາຍໃຈ ຂ້ອຍຈະບໍ່ກິນຊີ້ນສັດອີກເລີຍ ເພື່ອຂ້ອຍຈະບໍ່ເຮັດໃຫ້ພີ່ນ້ອງຖິ້ມຄວາມເຊື່ອ.” (1ກຣ. 8:4-13) ເຮົາອາດຕ້ອງຄິດເບິ່ງວ່າການຕັດສິນໃຈຂອງເຮົາຈະສົ່ງຜົນແນວໃດຕໍ່ໃຈຮູ້ຜິດຮູ້ຖືກຂອງຄົນອື່ນ. ແນ່ນອນວ່າສິ່ງທີ່ເຮົາເປັນຫ່ວງຫຼາຍທີ່ສຸດແມ່ນການເລືອກຂອງເຮົາຈະສົ່ງຜົນແນວໃດຕໍ່ສາຍສຳພັນທີ່ເຮົາມີກັບພະເຢໂຫວາ. (ອ່ານໂຣມ 14:1-4 ) ຫຼັກການອັນໃດໃນຄຳພີໄບເບິນຈະຊ່ວຍເຮົາໃຫ້ຕັດສິນໃຈແບບທີ່ເຮັດໃຫ້ພະເຢໂຫວາໄດ້ຮັບຄຳສັນລະເສີນ?
ຫົກຂັ້ນຕອນໃນການຕັດສິນໃຈຢ່າງສຸຂຸມ
10, 11. (ກ) ເຮົາຈະບໍ່ເຮັດເກີນສິດໃນຄອບຄົວໄດ້ແນວໃດ? (ຂ) ຜູ້ເບິ່ງແຍງຄວນຈື່ຫຍັງໄວ້ສະເໝີເມື່ອຕັດສິນໃຈໃນເລື່ອງທີ່ມີຜົນກະທົບຕໍ່ປະຊາຄົມ?
10 ຢ່າເຮັດເກີນສິດ. ກ່ອນຕັດສິນໃຈວ່າຈະເຮັດຫຍັງ ເຮົາຕ້ອງຖາມໂຕເອງວ່າ: ‘ຂ້ອຍມີສິດທີ່ຈະຕັດສິນໃຈໃນເລື່ອງນີ້ບໍ?’ ກະສັດໂຊໂລໂມນຂຽນວ່າ: “ຖ້າຄົນໜຶ່ງກາຍເປັນຄົນເຮັດເກີນສິດ ລາວຈະຖືກເຮັດໃຫ້ອັບອາຍ ແຕ່ສະຕິປັນຍາຢູ່ກັບຄົນທີ່ຈຽມໂຕ.”—ສພສ. 11:2
11 ພໍ່ແມ່ອາດອະນຸຍາດໃຫ້ລູກທີ່ຍັງນ້ອຍມີໂອກາດຕັດສິນໃຈເອງໃນບາງເລື່ອງ ແຕ່ລູກບໍ່ຄວນສະຫຼຸບເອົາເອງວ່າລາວມີສິດທີ່ຈະຕັດສິນໃຈແບບໃດກໍໄດ້. (ກລຊ. 3:20) ຄົນທີ່ເປັນເມຍແລະແມ່ມີສິດອຳນາດລະດັບໜຶ່ງໃນຄອບຄົວ ແຕ່ລາວຄວນຍອມຮັບວ່າຜົວເປັນຜູ້ນຳຂອງລາວ. (ສພສ. 1:8; 31:10-18; ອຟຊ. 5:23) ຄ້າຍຄືກັນ ຜົວກໍຕ້ອງຍອມຮັບວ່າສິດອຳນາດຂອງລາວມີຈຳກັດແລະເຂົາເຈົ້າຢູ່ໃຕ້ສິດອຳນາດຂອງພະເຢຊູ. (1ກຣ. 11:3) ຜູ້ເບິ່ງແຍງຕັດສິນໃຈເລື່ອງຕ່າງໆທີ່ມີຜົນກະທົບຕໍ່ປະຊາຄົມ. ແນວໃດກໍຕາມ ເຂົາເຈົ້າຈະກວດເບິ່ງໃຫ້ແນ່ໃຈວ່າຈະບໍ່ເຮັດ “ກາຍຂອບເຂດທີ່ຂຽນໄວ້” ໃນພະຄຳພີ. (1ກຣ. 4:6) ເຂົາເຈົ້າເຮັດຕາມການຊີ້ນຳທີ່ໄດ້ຮັບຈາກທາດທີ່ສັດຊື່ແລະສຸຂຸມຢ່າງເຄັ່ງຄັດຄືກັນ. (ມທ. 24:45-47) ເຮົາສາມາດຫຼີກລ່ຽງການເຮັດໃຫ້ຄົນອື່ນກັງວົນໃຈຫຼືເປັນທຸກຖ້າເຮົາຈຽມໂຕແລະຕັດສິນໃຈສະເພາະຕອນທີ່ເຮົາໄດ້ຮັບສິດອຳນາດໃຫ້ເຮັດແບບນັ້ນເທົ່ານັ້ນ.
12. (ກ) ເປັນຫຍັງເຮົາຄວນຄົ້ນຄວ້າຊອກຫາຂໍ້ມູນ? (ຂ) ຂໍໃຫ້ອະທິບາຍວ່າເຮົາອາດຄົ້ນຄວ້າໄດ້ໂດຍວິທີໃດ.
12 ຄົ້ນຄວ້າຊອກຂໍ້ມູນ. ໂຊໂລໂມນຂຽນວ່າ: “ແຜນການຂອງຄົນດຸໝັ່ນຈະເຮັດໃຫ້ປະສົບຄວາມສຳເລັດແນ່ນອນ ແຕ່ທຸກຄົນທີ່ຟ້າວເຮັດສິ່ງຕ່າງໆແບບບໍ່ຄິດຈະຕ້ອງກາຍເປັນຄົນທຸກ.” (ສພສ. 21:5) ຕົວຢ່າງເຊັ່ນ: ເຈົ້າກຳລັງຄິດເຖິງຂໍ້ສະເໜີທາງທຸລະກິດຢູ່ບໍ? ຢ່າປ່ອຍໃຫ້ອາລົມຄວບຄຸມເຈົ້າ. ໃຫ້ລວບລວມຄວາມຈິງທັງໝົດທີ່ກ່ຽວຂ້ອງ ຂໍຄຳແນະນຳຈາກຄົນທີ່ຮູ້ເລື່ອງທຸລະກິດນັ້ນ ແລະຄົ້ນຄວ້າເບິ່ງວ່າມີຫຼັກການຫຍັງໃນຄຳພີໄບເບິນທີ່ກ່ຽວຂ້ອງຢູ່. (ສພສ. 20:18) ເພື່ອຈະຈັດຂໍ້ມູນທີ່ໄດ້ຈາກຄຳພີໄບເບິນໃຫ້ເປັນລະບຽບ ໃຫ້ເຮັດເປັນ 2 ລາຍການ. ລາຍການໜຶ່ງແມ່ນໃຫ້ຂຽນລາຍລະອຽດກ່ຽວກັບຜົນປະໂຫຍດຕ່າງໆ ແລະອີກລາຍການໜຶ່ງແມ່ນໃຫ້ຂຽນລາຍລະອຽດກ່ຽວກັບສິ່ງທີ່ອາດເປັນບັນຫາ. ກ່ອນຈະຕັດສິນໃຈ ໃຫ້ “ຄິດໄລ່ເບິ່ງຄ່າໃຊ້ຈ່າຍກ່ອນ.” (ລກ. 14:28) ໃຫ້ຄິດເບິ່ງວ່າການຕັດສິນໃຈຂອງເຈົ້າອາດສົ່ງຜົນແນວໃດຕໍ່ສະພາບທາງການເງິນແລະທາງຄວາມເຊື່ອຂອງເຈົ້າ. ການຄົ້ນຄວ້າຫາຂໍ້ມູນຕ້ອງໃຊ້ເວລາແລະຄວາມພະຍາຍາມ. ແຕ່ເມື່ອເຮັດແບບນັ້ນ ເຈົ້າຈະບໍ່ຕັດສິນໃຈແບບຟ້າວຝັ່ງເຊິ່ງອາດເຮັດໃຫ້ເກີດຄວາມກັງວົນໃຈໂດຍບໍ່ຈຳເປັນ.
13. (ກ) ມີຄຳຮັບຮອງຫຍັງໃນຢາໂກໂບ 1:5? (ຂ) ການອະທິດຖານຂໍສະຕິປັນຍາອາດຊ່ວຍເຮົາແນວໃດ?
13 ອະທິດຖານຂໍສະຕິປັນຍາ. ການຕັດສິນໃຈຂອງເຮົາຈະເຮັດໃຫ້ພະເຢໂຫວາໄດ້ຮັບຄຳສັນລະເສີນຖ້າເຮົາອະທິດຖານຂໍໃຫ້ເພິ່ນຊ່ວຍເຮົາຕັດສິນໃຈ. ຢາໂກໂບຂຽນວ່າ: “ຖ້າຜູ້ໃດໃນພວກເຈົ້າຂາດສະຕິປັນຍາ ໃຫ້ລາວຂໍຈາກພະເຈົ້າຕໍ່ໆໄປ. ແລ້ວເພິ່ນຈະເອົາໃຫ້ລາວ ຍ້ອນເພິ່ນເຕັມໃຈໃຫ້ສິ່ງນັ້ນກັບທຸກຄົນຢ່າງໃຈກວ້າງແລະບໍ່ເຄີຍຕຳໜິ.” (ຢກບ. 1:5) ບໍ່ແມ່ນເລື່ອງເປັນຕາອາຍທີ່ເຮົາຈະຍອມຮັບວ່າເຮົາຕ້ອງໄດ້ຮັບສະຕິປັນຍາຈາກພະເຢໂຫວາເພື່ອຊ່ວຍເຮົາຕັດສິນໃຈ. (ສພສ. 3:5, 6) ທີ່ຈິງ ການເພິ່ງຄວາມເຂົ້າໃຈຂອງເຮົາເອງອາດເຮັດໃຫ້ເຮົາໄປຜິດທາງໄດ້ງ່າຍ. ເມື່ອເຮົາອະທິດຖານຂໍສະຕິປັນຍາແລະຄົ້ນຄວ້າເບິ່ງຫຼັກການໃນຄຳພີໄບເບິນ ເຮົາກໍຍອມໃຫ້ພະລັງບໍລິສຸດຊ່ວຍເຮົາໃຫ້ເຂົ້າໃຈແຮງກະຕຸ້ນທີ່ແທ້ຈິງຂອງເຮົາທີ່ຕ້ອງການຈະເຮັດສິ່ງໃດສິ່ງໜຶ່ງ.—ຮຣ. 4:12; ອ່ານຢາໂກໂບ 1:22-25
14. ເປັນຫຍັງເຮົາຄວນຫຼີກລ່ຽງການເລື່ອນມື້ເລື່ອນວັນ?
14 ຕັດສິນໃຈ. ຢ່າເຮັດຂັ້ນຕອນນີ້ໂດຍທີ່ຍັງບໍ່ໄດ້ຄົ້ນຄວ້າຊອກຫາຂໍ້ມູນແລະອະທິດຖານຂໍສະຕິປັນຍາ. ຄົນທີ່ສະຫຼາດສຸຂຸມໃຊ້ເວລາ “ຄິດຄັກໆກ່ຽວກັບຜົນທີ່ຈະຕາມມາ.” (ສພສ. 14:15) ໃນທາງກົງກັນຂ້າມ ຢ່າເລື່ອນມື້ເລື່ອນວັນ. ຄົນທີ່ມັກເລື່ອນມື້ເລື່ອນວັນອາດມີຂໍ້ອ້າງຕ່າງໆທີ່ລາວຍັງບໍ່ຕັດສິນໃຈ. (ສພສ. 22:13) ແນວໃດກໍຕາມ ໃນທີ່ສຸດລາວກໍຕ້ອງຕັດສິນໃຈ ແຕ່ມັກເປັນການຕັດສິນໃຈຄ້ອຍຕາມຄົນອື່ນເຊິ່ງກໍສ່ຳກັບວ່າລາວຍອມໃຫ້ຄົນອື່ນຄວບຄຸມຊີວິດຂອງລາວ.
15, 16. ການເຮັດຕາມການຕັດສິນໃຈໃຫ້ສຳເລັດກ່ຽວຂ້ອງກັບຫຍັງ?
15 ເຮັດການຕັດສິນໃຈໃຫ້ສຳເລັດ. ຄວາມພະຍາຍາມທີ່ເຮົາໃຊ້ໄປເພື່ອຈະຕັດສິນໃຈຢ່າງສຸຂຸມອາດເສຍຖິ້ມໄປລ້າໆຖ້າເຮົາບໍ່ເຮັດຕາມການຕັດສິນໃຈນັ້ນແທ້ໆຈົນບັນລຸຜົນສຳເລັດ. ໂຊໂລໂມນຂຽນວ່າ: “ບໍ່ວ່າເຈົ້າຈະເຮັດຫຍັງກໍໃຫ້ເຮັດສຸດກຳລັງ.” (ປຍຈ. 9:10) ເພື່ອຈະປະສົບຜົນສຳເລັດ ເຮົາຕ້ອງເຕັມໃຈທີ່ຈະເຮັດສິ່ງຕ່າງໆເພື່ອໃຫ້ການຕັດສິນໃຈຂອງເຮົາສຳເລັດ. ຕົວຢ່າງເຊັ່ນ: ພີ່ນ້ອງຊາຍຄົນໜຶ່ງຕັດສິນໃຈເປັນໄພໂອເນຍ. ລາວຈະເຮັດໄດ້ສຳເລັດບໍ? ລາວຄືຊິເຮັດໄດ້ສຳເລັດຖ້າລາວບໍ່ປ່ອຍໃຫ້ວຽກອາຊີບແລະການພັກຜ່ອນຢ່ອນໃຈທີ່ຫຼາຍເກີນໄປເຮັດໃຫ້ລາວໝົດແຮງແລະເຮັດໃຫ້ລາວບໍ່ມີເວລາພໍທີ່ຈະເອົາໃຈໃສ່ວຽກຮັບໃຊ້.
16 ການຕັດສິນໃຈທີ່ດີທີ່ສຸດມັກຈະບໍ່ແມ່ນການຕັດສິນໃຈທີ່ເຮັດໃຫ້ສຳເລັດໄດ້ງ່າຍທີ່ສຸດ. ຍ້ອນຫຍັງ? ຍ້ອນ “ໂລກທັງໝົດຢູ່ໃນອຳນາດຊາຕານໂຕຊົ່ວຮ້າຍ.” (1ຢຮ. 5:19) ເຮົາຕ້ອງຕໍ່ສູ້ກັບ “ຜູ້ມີອຳນາດ ຜູ້ປົກຄອງໂລກທີ່ມືດ ແລະຕໍ່ສູ້ກັບກອງທັບປີສາດຊົ່ວໃນສະຫວັນ.” (ອຟຊ. 6:12) ທັງໂປໂລແລະຢູດາບອກວ່າຄົນທີ່ຕັດສິນໃຈແບບທີ່ເຮັດໃຫ້ພະເຢໂຫວາໄດ້ຮັບຄຳສັນລະເສີນຈະຕ້ອງຕໍ່ສູ້ຢ່າງໜັກ.—1ຕມ. 6:12; ຢດ. 3
17. ພະເຢໂຫວາຄາດໝາຍໃຫ້ເຮົາເຮັດຫຍັງໃນເລື່ອງການຕັດສິນໃຈ?
17 ທົບທວນການຕັດສິນໃຈແລະປັບປ່ຽນຖ້າຈຳເປັນ. ບໍ່ແມ່ນການຕັດສິນໃຈທຸກຢ່າງຈະເປັນໄປຕາມທີ່ວາງແຜນໄວ້. “ເວລາແລະເຫດການທີ່ບໍ່ຄາດຄິດ” ເກີດຂຶ້ນກັບເຮົາທຸກຄົນ. (ປຍຈ. 9:11) ເຖິງຈະເປັນແນວນັ້ນ ພະເຢໂຫວາຄາດໝາຍວ່າເຮົາຈະພະຍາຍາມເຮັດໃຫ້ສຳເລັດຕາມການຕັດສິນໃຈຂອງເຮົາເຖິງວ່າອາດຈະເຈິບັນຫາ. ຖ້າເຮົາໄດ້ອຸທິດຊີວິດໃຫ້ພະເຢໂຫວາຫຼືເວົ້າຄຳປະຕິຍານໃນການແຕ່ງດອງແລ້ວ ການຕັດສິນໃຈນັ້ນເປັນເລື່ອງທີ່ບໍ່ອາດຕໍ່ລອງໄດ້. ພະເຢໂຫວາຄາດໝາຍໃຫ້ເຮົາໃຊ້ຊີວິດຕາມການຕັດສິນໃຈນັ້ນ. (ອ່ານເພງສັນລະເສີນ 15:1, 2, 4 ) ແນວໃດກໍຕາມ ການຕັດສິນໃຈສ່ວນຫຼາຍເປັນເລື່ອງທີ່ສຳຄັນໜ້ອຍກວ່າ. ຄົນທີ່ສະຫຼາດສຸຂຸມຈະທົບທວນການຕັດສິນໃຈຂອງໂຕເອງເປັນໄລຍະໄລຍະ. ລາວຈະບໍ່ໃຫ້ຄວາມຍິ່ງຫຼືການເປັນຄົນຫົວແຂງຂັດຂວາງລາວໄວ້ບໍ່ໃຫ້ປັບປ່ຽນຫຼືແມ່ນແຕ່ຕັດສິນໃຈໃໝ່. (ສພສ. 16:18) ການໃຊ້ຊີວິດແບບທີ່ຈະເຮັດໃຫ້ພະເຢໂຫວາໄດ້ຮັບການສັນລະເສີນສະເໝີເປັນເລື່ອງສຳຄັນທີ່ສຸດສຳລັບລາວ.
ຝຶກສອນຄົນອື່ນໃຫ້ຕັດສິນໃຈແບບທີ່ເຮັດໃຫ້ພະເຢໂຫວາໄດ້ຮັບການສັນລະເສີນ
18. ພໍ່ແມ່ອາດຝຶກສອນລູກແນວໃດໃຫ້ຕັດສິນໃຈຢ່າງສຸຂຸມ?
18 ພໍ່ແມ່ສາມາດຊ່ວຍລູກໄດ້ຫຼາຍໃຫ້ຮຽນຮູ້ວິທີຕັດສິນໃຈແບບທີ່ເຮັດໃຫ້ພະເຢໂຫວາໄດ້ຮັບຄຳສັນລະເສີນ. ຕົວຢ່າງທີ່ດີເປັນຄູທີ່ດີທີ່ສຸດ. (ລກ. 6:40) ເມື່ອເຫັນວ່າເໝາະສົມ ພໍ່ແມ່ອາດອະທິບາຍໃຫ້ລູກຟັງວ່າພໍ່ແມ່ເອງເຮັດແນວໃດເມື່ອຈະຕັດສິນໃຈໃນເລື່ອງໃດເລື່ອງໜຶ່ງ. ນອກຈາກນັ້ນ ເຂົາເຈົ້າອາດຕ້ອງການໃຫ້ລູກຕັດສິນໃຈດ້ວຍໂຕເອງໃນບາງເລື່ອງແລ້ວກໍຊົມເຊີຍລູກເມື່ອຕັດສິນໃຈໄດ້ດີ. ແຕ່ຖ້າລູກຕັດສິນໃຈແບບບໍ່ສຸຂຸມເດ? ພໍ່ແມ່ມັກມີທ່າອຽງທີ່ຈະບໍ່ປ່ອຍໃຫ້ລູກໄດ້ຜົນກະທົບທີ່ຕາມມາ ແຕ່ການເຮັດແບບນີ້ອາດບໍ່ເປັນປະໂຫຍດທີ່ສຸດສຳລັບລູກສະເໝີໄປ. ຕົວຢ່າງເຊັ່ນ: ພໍ່ແມ່ອາດອະນຸຍາດໃຫ້ລູກເສັງໃບຂັບຂີ່. ສົມມຸດວ່າລູກບໍ່ເຮັດຕາມກົດຈະລາຈອນແລະຖືກປັບໃໝ. ພໍ່ແມ່ອາດຈ່າຍຄ່າປັບໃໝໃຫ້ລູກ. ແຕ່ຖ້າລູກຕ້ອງເຮັດວຽກເພື່ອຈະມີເງິນຈ່າຍຄ່າປັບໃໝ ລາວຄືຊິໄດ້ຝຶກທີ່ຈະຮັບຜິດຊອບການກະທຳຂອງໂຕເອງໄດ້ຫຼາຍກວ່າ.—ຣມ. 13:4
19. ເຮົາຄວນສອນຫຍັງນັກສຶກສາ ແລະເຮົາຈະເຮັດແບບນັ້ນໄດ້ແນວໃດ?
19 ພະເຢຊູສັ່ງພວກລູກສິດໃຫ້ສອນຄົນອື່ນ. (ມທ. 28:20) ບົດຮຽນສຳຄັນທີ່ສຸດຢ່າງໜຶ່ງທີ່ເຮົາຈະສອນນັກສຶກສາໄດ້ແມ່ນວິທີທີ່ຈະຕັດສິນໃຈໄດ້ຢ່າງສຸຂຸມ. ເພື່ອຈະເຮັດແບບນັ້ນໄດ້ສຳເລັດ ເຮົາຕ້ອງພະຍາຍາມທີ່ຈະບໍ່ບອກເຂົາເຈົ້າວ່າຄວນຕັດສິນໃຈແນວໃດ. ດີກວ່າທີ່ເຮົາຈະສອນເຂົາເຈົ້າໃຫ້ຫາເຫດຜົນຈາກຫຼັກການໃນຄຳພີໄບເບິນເພື່ອເຂົາເຈົ້າຈະຕັດສິນໃຈເອງວ່າຄວນເຮັດແນວໃດ. ທີ່ຈິງ “ພະເຈົ້າຈະເປັນຜູ້ຕັດສິນພວກເຮົາແຕ່ລະຄົນຕາມການກະທຳຂອງພວກເຮົາ.” (ຣມ. 14:12) ຍ້ອນແນວນີ້ ເຮົາທຸກຄົນມີເຫດຜົນໜັກແໜ້ນທີ່ຈະຕັດສິນໃຈແບບທີ່ເຮັດໃຫ້ພະເຢໂຫວາໄດ້ຮັບຄຳສັນລະເສີນ.
[ຂໍ້ຄວາມໄຂເງື່ອນ]
a ເພື່ອຈະຮູ້ຫຼາຍຂຶ້ນໃນເລື່ອງນີ້ ຂໍໃຫ້ເບິ່ງໃບແຊກ “ຂ້ອຍຄວນຕັດສິນໃຈແນວໃດກ່ຽວກັບການໃຊ້ສ່ວນປະກອບຍ່ອຍຂອງເລືອດແລະການໃຊ້ເລືອດຂອງໂຕເອງໃນການປິ່ນປົວທາງການແພດ?” ໃນພະລາຊະກິດຂອງເຮົາ ພະຈິກ 2006 ໜ້າ 3-6. (ພາສາໄທ)
ເຈົ້າຈະຕອບແນວໃດ?
• ເປັນຫຍັງເຮົາຕ້ອງຮຽນຮູ້ວິທີທີ່ຈະຕັດສິນໃຈ?
• ຄວາມຢ້ານອາດສົ່ງຜົນຕໍ່ເຮົາແນວໃດ ແລະເຮົາຈະເອົາຊະນະຄວາມຢ້ານໄດ້ແນວໃດ?
• ມີ 6 ຂັ້ນຕອນຫຍັງແດ່ທີ່ຈະຊ່ວຍເຮົາໃຫ້ຕັດສິນໃຈແບບທີ່ເຮັດໃຫ້ພະເຢໂຫວາໄດ້ຮັບການສັນລະເສີນ?
[ຂອບ]
ຂັ້ນຕອນຕ່າງໆໃນການຕັດສິນໃຈຢ່າງສຸຂຸມ
1 ຢ່າເຮັດເກີນສິດ
2 ຄົ້ນຄວ້າຊອກຫາຂໍ້ມູນ
3 ອະທິດຖານຂໍສະຕິປັນຍາ
4 ຕັດສິນໃຈ
5 ເຮັດການຕັດສິນໃຈໃຫ້ສຳເລັດ
6 ທົບທວນແລະປັບປ່ຽນ
[ຮູບພາບ]
ຄົນສອງຈິດສອງໃຈເປັນຄືກັບເຮືອທີ່ບໍ່ມີຫາງເສືອທີ່ຢູ່ໃນທະເລທີ່ມີຄື້ນລົມແຮງ