“ແຕ່ລະຄົນຕ້ອງແບກຄວາມຮັບຜິດຊອບຂອງໂຕເອງ”
“ພະເຈົ້າຈະເປັນຜູ້ຕັດສິນພວກເຮົາແຕ່ລະຄົນຕາມການກະທຳຂອງພວກເຮົາ.”—ໂຣມ 14:12
1. ຊາຍໜຸ່ມເຮັບເຣີ 3 ຄົນຮັບເອົາຄວາມຮັບຜິດຊອບຫຍັງຢ່າງສັດຊື່?
ຊາຍໝຸ່ມເຮັບເຣີ 3 ຄົນທີ່ຢູ່ປະເທດບາບີໂລນເຈິກັບການຕັດສິນໃຈທີ່ໝາຍເຖິງຊີວິດຫຼືຄວາມຕາຍ. ເຂົາເຈົ້າຄວນກົ້ມກາບຮູບປັ້ນໃຫຍ່ໆຕາມທີ່ກົດໝາຍຂອງປະເທດນັ້ນຮຽກຮ້ອງບໍ? ຫຼືວ່າເຂົາເຈົ້າຄວນປະຕິເສດທີ່ຈະກົ້ມກາບຮູບນັ້ນແລະຖືກຈັບໂຍນເຂົ້າໄປໃນເຕົາໄຟທີ່ມີໄຟລຸກຢູ່? ຊາດຣາກ ເມຊາກ ແລະອາເບດເນໂກບໍ່ມີເວລາປຶກສາຜູ້ໃດແລະເຂົາເຈົ້າກໍບໍ່ຈຳເປັນຕ້ອງປຶກສາໃຜ. ເຂົາເຈົ້າເວົ້າໂດຍບໍ່ລັງເລວ່າ: ‘ຂໍໃຫ້ກະສັດຮູ້ວ່າພວກເຮົາຈະບໍ່ນະມັດສະການພະເຈົ້າຂອງທ່ານ ແລະຈະບໍ່ຍອມກົ້ມກາບຮູບປັ້ນຄຳທີ່ທ່ານເຮັດຂຶ້ນມາ.’ (ດານີເອນ 3:1-18) ຊາຍໜຸ່ມເຮັບເຣີ 3 ຄົນນັ້ນແບກຄວາມຮັບຜິດຊອບຂອງໂຕເອງ.
2. ທີ່ຈິງແລ້ວ ປີລາດອາໄສການຕັດສິນຂອງໃຜເມື່ອຕັດສິນຄະດີຂອງພະເຢຊູ ແລະນັ້ນເຮັດໃຫ້ລາວພົ້ນຈາກຄວາມຮັບຜິດຊອບບໍ?
2 ປະມານ 6 ສະຕະວັດຕໍ່ມາ ເຈົ້າແຂວງຄົນໂຣມໄດ້ຟັງຂໍ້ກ່າວຫາຜູ້ຊາຍຄົນໜຶ່ງ. ຫຼັງຈາກພິຈາລະນາຄະດີ ລາວໝັ້ນໃຈວ່າຜູ້ຖືກກ່າວຫາບໍ່ມີຄວາມຜິດ. ແຕ່ຄົນກຸ່ມໃຫຍ່ຮຽກຮ້ອງໃຫ້ປະຫານຜູ້ຊາຍຄົນນັ້ນ. ປາກົດວ່າຫຼັງຈາກພະຍາຍາມຄັດຄ້ານຄວາມຕ້ອງການຂອງຄົນກຸ່ມນີ້ ເຈົ້າແຂວງບໍ່ຢາກແບກຄວາມຮັບຜິດຊອບຂອງໂຕເອງອີກຕໍ່ໄປແລະຍອມແພ້ຕໍ່ຄວາມກົດດັນ. ລາວເອົານ້ຳມາລ້າງມືແລະເວົ້າວ່າ: “ຂ້ອຍບໍ່ມີຫຍັງກ່ຽວຂ້ອງກັບການຕາຍຂອງຜູ້ນີ້.” ຈາກນັ້ນ ລາວກໍປ່ອຍໃຫ້ຜູ້ຊາຍຄົນນັ້ນຖືກເອົາໄປຄຶງໄວ້. ແມ່ນແລ້ວ ແທນທີ່ຈະແບກຄວາມຮັບຜິດຊອບດ້ວຍໂຕເອງໃນການຕັດສິນຄະດີຂອງພະເຢຊູ ປົນຕີໂອປີລາດໃຫ້ຄົນອື່ນຕັດສິນແທນ. ບໍ່ວ່ານ້ຳຈະມີປະລິມານຫຼາຍສ່ຳໃດກໍບໍ່ສາມາດລ້າງລາວໃຫ້ພົ້ນຈາກຄວາມຮັບຜິດຊອບທີ່ເຮັດໃຫ້ພະເຢຊູຖືກຕັດສິນແບບບໍ່ຍຸຕິທຳ.—ມັດທາຍ 27:11-26; ລູກາ 23:13-25
3. ເປັນຫຍັງເຮົາບໍ່ຄວນໃຫ້ຄົນອື່ນຕັດສິນໃຈແທນເຮົາ?
3 ແລ້ວເຈົ້າເດ? ເມື່ອຕ້ອງຕັດສິນໃຈ ເຈົ້າເປັນຄືກັບຊາຍໝຸ່ມເຮັບເຣີ 3 ຄົນນັ້ນບໍຫຼືວ່າເຈົ້າໃຫ້ຄົນອື່ນຕັດສິນໃຈແທນ? ການຕັດສິນໃຈບໍ່ແມ່ນເລື່ອງງ່າຍ. ຄົນເຮົາຕ້ອງມີຄວາມເປັນຜູ້ໃຫຍ່ພໍເພື່ອຈະຕັດສິນໃຈໄດ້ຢ່າງຖືກຕ້ອງ. ຕົວຢ່າງເຊັ່ນ: ພໍ່ແມ່ຕ້ອງຕັດສິນໃຈໃຫ້ດີເພື່ອລູກຂອງໂຕເອງ. ແມ່ນຢູ່ວ່າການຕັດສິນໃຈເປັນເລື່ອງຍາກເມື່ອກ່ຽວຂ້ອງກັບສະພາບການທີ່ສະຫຼັບຊັບຊ້ອນແລະມີຫຼາຍຢ່າງທີ່ຕ້ອງຄິດເຖິງ ແນວໃດກໍຕາມ ຄວາມຮັບຜິດຊອບໃນການຕັດສິນໃຈຕ່າງໆບໍ່ໜັກເຖິງຂະໜາດທີ່ຈະລວມຢູ່ໃນ “ພາລະໜັກ” ທີ່ເຮົາອາດຕ້ອງການໃຫ້ “ຄົນທີ່ໄດ້ຮັບການຊີ້ນຳຈາກພະລັງບໍລິສຸດ” ແບກຮັບແທນເຮົາ. (ຄາລາເຕຍ 6:1, 2) ແທນທີ່ຈະເປັນແບບນັ້ນ ມັນເປັນພາລະທີ່ເຮົາແຕ່ລະຄົນຕ້ອງແບກເອງເຊິ່ງ “ພະເຈົ້າຈະເປັນຜູ້ຕັດສິນພວກເຮົາແຕ່ລະຄົນຕາມການກະທຳຂອງພວກເຮົາ.” (ໂຣມ 14:12) ຄຳພີໄບເບິນເວົ້າວ່າ: “ແຕ່ລະຄົນຕ້ອງແບກຄວາມຮັບຜິດຊອບຂອງໂຕເອງ.” (ຄາລາເຕຍ 6:5) ຄັນຊັ້ນ ເຮົາຈະຕັດສິນໃຈຢ່າງສະຫຼາດສຸຂຸມໄດ້ແນວໃດ? ທຳອິດ ເຮົາຕ້ອງຮູ້ຂີດຈຳກັດຂອງໂຕເອງແລະຮຽນຮູ້ວ່າຈະເຮັດດີທີ່ສຸດແນວໃດເມື່ອມີຂີດຈຳກັດເຫຼົ່ານັ້ນ.
ຂໍ້ຮຽກຮ້ອງທີ່ສ່ຳຄັນ
4. ການບໍ່ເຊື່ອຟັງຂອງຊາຍຍິງຄູ່ທຳອິດຄວນສອນບົດຮຽນທີ່ສຳຄັນຫຍັງໃຫ້ເຮົາໃນເລື່ອງການຕັດສິນໃຈ?
4 ໃນຕອນຕົ້ນປະຫວັດສາດຂອງມະນຸດ ຊາຍຍິງຄູ່ທຳອິດຕັດສິນໃຈໃນແບບທີ່ເຮັດໃຫ້ໄດ້ຮັບຄວາມເສຍຫາຍຮ້າຍແຮງ. (ປະຖົມມະການ 2:16, 17) ອັນໃດເປັນສາເຫດທີ່ເຮັດໃຫ້ເຂົາເຈົ້າຕັດສິນໃຈແບບນັ້ນ? ຄຳພີໄບເບິນບອກວ່າ: “ຜູ້ຍິງກໍເຫັນວ່າໝາກໄມ້ຈາກຕົ້ນນັ້ນງາມສະດຸດຕາແລະເປັນຕາແຊບ ລາວຈຶ່ງປິດເອົາໝາກໄມ້ມາກິນ. ຫຼັງຈາກນັ້ນເມື່ອຢູ່ນຳຜົວ ລາວກໍເອົາໝາກໄມ້ໃຫ້ຜົວກິນນຳ.” (ປະຖົມມະການ 3:6) ການຕັດສິນໃຈຂອງເອວາອາໄສຄວາມຕ້ອງການທີ່ເຫັນແກ່ໂຕເປັນຫຼັກ. ການກະທຳຂອງລາວເຮັດໃຫ້ອາດາມເຮັດແບບນັ້ນຄືກັນ. ຜົນກໍຄື ບາບແລະຄວາມຕາຍໄດ້ “ລາມໄປເຖິງທຸກຄົນ.” (ໂຣມ 5:12) ການບໍ່ເຊື່ອຟັງຂອງອາດາມກັບເອວາໜ້າຈະສອນບົດຮຽນທີ່ສຳຄັນຢ່າງໜຶ່ງໃຫ້ເຮົາກ່ຽວກັບຂີດຈຳກັດຂອງມະນຸດ ນັ້ນກໍຄື ເມື່ອໃດກໍຕາມທີ່ບໍ່ເຮັດຕາມການຊີ້ນຳຂອງພະເຢໂຫວາ ມະນຸດກໍມີແນວໂນ້ມທີ່ຈະຕັດສິນໃຈຜິດພາດ.
5. ພະເຢໂຫວາຈັດກຽມຫຍັງເພື່ອຊີ້ນຳເຮົາ ແລະເຮົາຕ້ອງເຮັດຫຍັງເພື່ອຈະໄດ້ຮັບປະໂຫຍດຈາກສິ່ງນັ້ນ?
5 ເປັນຕາດີໃຈແທ້ໆທີ່ພະເຢໂຫວາບໍ່ໄດ້ປ່ອຍໃຫ້ເຮົາໃຊ້ຊີວິດດ້ວຍໂຕເອງໂດຍບໍ່ມີການຊີ້ນຳ! ຄຳພີໄບເບິນບອກວ່າ: “ຖ້າພວກເຈົ້າຍ່າງເຈີດຊ້າຍເຈີດຂວາ ພວກເຈົ້າຈະໄດ້ຍິນສຽງຈາກທາງຫຼັງວ່າ: ‘ທາງທີ່ຖືກຕ້ອງຢູ່ພີ້. ໃຫ້ຍ່າງໄປທາງນີ້.’” (ເອຊາຢາ 30:21) ພະເຢໂຫວາເວົ້າກັບເຮົາຜ່ານທາງຄຳພີໄບເບິນເຊິ່ງເປັນຄຳເວົ້າທີ່ຂຽນໂດຍການດົນໃຈຈາກເພິ່ນ. ເຮົາຕ້ອງຮຽນຄຳພີໄບເບິນແລະຮັບເອົາຄວາມຮູ້ທີ່ຖືກຕ້ອງກ່ຽວກັບສິ່ງທີ່ຂຽນໄວ້ໃນນັ້ນ. ເພື່ອຈະຕັດສິນໃຈຢ່າງຖືກຕ້ອງ ເຮົາຕ້ອງຮັບເອົາ “ອາຫານແຂງ [ທີ່] ເປັນອາຫານສຳລັບຜູ້ໃຫຍ່.” ເຮົາຍັງ “ໄດ້ຝຶກໃຊ້ຄວາມຄິດຈົນແຍກອອກວ່າອັນໃດຖືກອັນໃດຜິດ.” (ເຮັບເຣີ 5:14) ເຮົາສາມາດຝຶກຄວາມສາມາດໃນການສັງເກດເຂົ້າໃຈໂດຍເອົາສິ່ງທີ່ໄດ້ຮຽນໃນຄຳພີໄບເບິນໄປໃຊ້ໃນຊີວິດ.
6. ເຮົາຈຳເປັນຕ້ອງເຮັດຫຍັງເພື່ອໃຈຮູ້ຜິດຮູ້ຖືກຂອງເຮົາຈະເຮັດວຽກຢ່າງຖືກຕ້ອງ?
6 ສິ່ງສຳຄັນທີ່ຂາດບໍ່ໄດ້ໃນຂັ້ນຕອນການຕັດສິນໃຈແມ່ນໃຈຮູ້ຜິດຮູ້ຖືກທີ່ເຮົາມີມາຕັ້ງແຕ່ເກີດ. ຄວາມສາມາດນີ້ສາມາດຕັດສິນແລະສາມາດ ‘ຕຳໜິ ຫຼືບໍ່ຊັ້ນກໍ [ເຮັດໃຫ້ເຮົາ] ຮູ້ສຶກສະບາຍໃຈ.’ (ໂຣມ 2:14, 15) ແນວໃດກໍຕາມ ເພື່ອຈະໃຫ້ໃຈຮູ້ຜິດຮູ້ຖືກເຮັດວຽກຢ່າງຖືກຕ້ອງ ມັນຕ້ອງໄດ້ຮັບການສອນດ້ວຍຄວາມຮູ້ທີ່ຖືກຕ້ອງກ່ຽວກັບຄຳສອນຂອງພະເຈົ້າ ແລະໄດ້ຮັບການຝຶກໃຫ້ຕອບສະໜອງໄດ້ໄວໂດຍເອົາຄວາມຮູ້ໃນຄຳພີໄບເບິນໄປໃຊ້. ໃຈຮູ້ຜິດຮູ້ຖືກທີ່ຂາດການຝຶກຝົນຈະຖືກຄອບງຳໄດ້ງ່າຍຈາກທຳນຽມແລະນິດໄສຂອງຄົນໃນບ່ອນທີ່ເຮົາຢູ່. ສິ່ງຕ່າງໆອ້ອມໂຕເຮົາແລະຄວາມຄິດເຫັນຂອງຄົນອື່ນໆກໍອາດຊັກຈູງເຮົາໃຫ້ເຮັດສິ່ງທີ່ບໍ່ເໝາະສົມໄດ້ຄືກັນ. ຈະເກີດຫຍັງຂຶ້ນກັບໃຈຮູ້ຜິດຮູ້ຖືກຖ້າເຮົາບໍ່ສົນໃຈສຽງເຕືອນຂອງມັນເທື່ອແລ້ວເທື່ອອີກແລະຖ້າເຮົາຝ່າຝືນມາດຕະຖານທີ່ພະເຢໂຫວາກຳນົດໄວ້? ໃນທີ່ສຸດ ໃຈຮູ້ຜິດຮູ້ຖືກກໍຈະດ້ານຄືກັບຜິວໜັງທີ່ຖືກ “ເຫຼັກຮ້ອນໆດາດ” ຈົນເປັນແປ້ວທີ່ຕາຍດ້ານ. (1 ຕີໂມທຽວ 4:2) ກົງກັນຂ້າມ ໃຈຮູ້ຜິດຮູ້ຖືກທີ່ຖືກຝຶກຈາກຄຳສອນຂອງພະເຢໂຫວາຈະໃຫ້ການຊີ້ນຳທີ່ປອດໄພ.
7. ອັນໃດແມ່ນຂໍ້ຮຽກຮ້ອງທີ່ສຳຄັນໃນການຕັດສິນໃຈຢ່າງສະຫຼາດສຸຂຸມ?
7 ສະນັ້ນ ຂໍ້ຮຽກຮ້ອງສຳຄັນຢ່າງໜຶ່ງເພື່ອຈະແບກຄວາມຮັບຜິດຊອບໃນການຕັດສິນໃຈຢ່າງສະຫຼາດສຸຂຸມກໍຄື ຄວາມຮູ້ທີ່ຖືກຕ້ອງໃນຄຳພີໄບເບິນແລະຄວາມສາມາດໃນການເອົາຄວາມຮູ້ເຫຼົ່ານັ້ນມາໃຊ້. ແທນທີ່ຈະຕັດສິນໃຈແບບຟ້າວຝັ່ງເມື່ອເຈິກັບທາງເລືອກຕ່າງໆ ເຮົາຄວນໃຊ້ເວລາຄົ້ນຄວ້າເບິ່ງຫຼັກການທີ່ຢູ່ຄຳພີໄບເບິນແລະໃຊ້ຄວາມສາມາດໃນການຄິດເພື່ອເອົາຫຼັກການເຫຼົ່ານັ້ນໄປໃຊ້. ແມ່ນແຕ່ຕອນທີ່ຕ້ອງຕັດສິນໃຈທັນທີຄືກັບກໍລະນີຂອງຊາດຣາກ ເມຊາກ ແລະອາເບດເນໂກ ເຮົາກໍຈະຢູ່ພ້ອມຖ້າເຮົາມີຄວາມຮູ້ທີ່ຖືກຕ້ອງໃນຄຳພີໄບເບິນແລະໃຈຮູ້ຜິດຮູ້ຖືກຂອງເຮົາໄດ້ຮັບການຝຶກຈາກພະຄຳພີນັ້ນ. ເພື່ອຈະເຂົ້າໃຈວ່າການກ້າວໜ້າສູ່ການເປັນຜູ້ໃຫຍ່ທາງຄວາມເຊື່ອຊ່ວຍເຮົາໃຫ້ພັດທະນາຄວາມສາມາດໃນການຕັດສິນໃຈໄດ້ແນວໃດ ໃຫ້ເຮົາມາເບິ່ງ 2 ຂອບເຂດຂອງຊີວິດ.
ເຮົາຄວນເລືອກຄົບກັບໃຜ?
8, 9. (ກ) ຫຼັກການອັນໃດທີ່ສະແດງວ່າຕ້ອງຫຼີກລ່ຽງການຄົບຫາທີ່ບໍ່ດີ? (ຂ) ການຄົບຫາທີ່ບໍ່ດີໝາຍເຖິງແຕ່ການເປັນໝູ່ກັບຄົນທີ່ບໍ່ມີສິນລະທຳເທົ່ານັ້ນບໍ? ຂໍໃຫ້ອະທິບາຍ
8 ອັກຄະສາວົກໂປໂລຂຽນວ່າ: “ຢ່າໃຫ້ຜູ້ໃດຕົວະເຈົ້າເດີ້. ການຄົບຫາກັບຄົນທີ່ບໍ່ດີເຮັດໃຫ້ນິດໄສດີໆເສຍໄປ.” (1 ໂກຣິນໂທ 15:33) ພະເຢຊູບອກພວກລູກສິດຂອງເພິ່ນວ່າ: “ພວກເຈົ້າບໍ່ໄດ້ເປັນຄົນຂອງໂລກນີ້ແລ້ວ.” (ໂຢຮັນ 15:19) ເມື່ອໄດ້ຮຽນຫຼັກການເຫຼົ່ານີ້ ເຮົາເຂົ້າໃຈໄດ້ເລີຍວ່າເຮົາຕ້ອງຫຼີກລ່ຽງການເປັນໝູ່ກັບຄົນເຮັດຜິດສິນລະທຳທາງເພດ ຄົນຫຼິ້ນຊູ້ ຄົນຂີ້ລັກ ຄົນຂີ້ເຫຼົ້າ ແລະຄົນອື່ນໆປະເພດນີ້. (1 ໂກຣິນໂທ 6:9, 10) ແຕ່ເມື່ອເຮົາມີຄວາມຮູ້ຫຼາຍຂຶ້ນກ່ຽວກັບຄວາມຈິງໃນຄຳພີໄບເບິນ ເຮົາກໍສຳນຶກວ່າການໃຊ້ເວລາເບິ່ງເລື່ອງຂອງຄົນແບບນີ້ໂດຍທາງໜັງ ໂທລະທັດ ຄອມພິວເຕີຫຼືໂດຍການອ່ານເລື່ອງກ່ຽວກັບເຂົາເຈົ້າຈາກປຶ້ມກໍສົ່ງຜົນເສຍຫາຍຄືກັນ. ການຄົບຫາກັບຄົນທີ່ “ບໍ່ຈິງໃຈ” ຜ່ານທາງຫ້ອງສົນທະນາໃນອິນເຕີເນັດກໍສົ່ງຜົນເສຍຫາຍຄືກັນ.—ເພງສັນລະເສີນ 26:4
9 ການຄົບຫາໃກ້ຊິດກັບຄົນທີ່ມີສິນລະທຳ ແຕ່ບໍ່ມີຄວາມເຊື່ອໃນພະເຢໂຫວາເດ? ຄຳພີໄບເບິນບອກວ່າ: “ໂລກທັງໝົດຢູ່ໃນອຳນາດຊາຕານໂຕຊົ່ວຮ້າຍ.” (1 ໂຢຮັນ 5:19) ເຮົາໄດ້ເຂົ້າໃຈວ່າການຄົບຫາກັບຄົນທີ່ບໍ່ດີບໍ່ໄດ້ໝາຍເຖິງແຕ່ການຄົບຫາກັບຄົນປະພຶດໂຕບໍ່ດີຫຼືຄົນທີ່ເສື່ອມຊາມທາງສິນລະທຳເທົ່ານັ້ນ. ສະນັ້ນ ເປັນເລື່ອງທີ່ສະຫຼາດສຸຂຸມທີ່ເຮົາຈະສ້າງສາຍສຳພັນໃກ້ຊິດແຕ່ກັບຜູ້ທີ່ຮັກພະເຢໂຫວາ.
10. ອັນໃດຊ່ວຍເຮົາໃຫ້ຕັດສິນໃຈຢ່າງສຸຂຸມຮອບຄອບໃນເລື່ອງການຕິດຕໍ່ພົວພັນກັບຄົນໃນໂລກ?
10 ການຫຼີກລ່ຽງບໍ່ຕິດຕໍ່ພົວພັນກັບຄົນໃນໂລກຢ່າງເດັດຂາດນັ້ນເປັນໄປບໍ່ໄດ້ ແລະບໍ່ມີການຮຽກຮ້ອງໃຫ້ເຮັດແບບນັ້ນ. (ໂຢຮັນ 17:15) ການໄປປະກາດ ໄປໂຮງຮຽນ ໄປເຮັດວຽກ ລ້ວນແຕ່ກ່ຽວຂ້ອງກັບການເຈິກັບຄົນໃນໂລກ. ພະຍານພະເຢໂຫວາທີ່ແຕ່ງດອງກັບຄົນທີ່ບໍ່ແມ່ນພະຍານກໍອາດຕ້ອງຕິດຕໍ່ພົວພັນກັບຄົນໃນໂລກຫຼາຍກວ່າຄົນອື່ນ. ແນວໃດກໍຕາມ ຖ້າເຮົາໃຊ້ຄວາມສາມາດໃນການສັງເກດເຂົ້າໃຈ ເຮົາກໍຈະເຂົ້າໃຈວ່າການຕິດຕໍ່ພົວພັນກັບຄົນໃນໂລກແບບຈຳກັດເທົ່າທີ່ຈຳເປັນຕ່າງກັນກັບການຜູກພັນໃກ້ຊິດກັບຄົນໃນໂລກ. (ຢາໂກໂບ 4:4) ຍ້ອນແນວນີ້ ເຮົາຈຶ່ງສາມາດຕັດສິນໃຈຢ່າງຮອບຄອບໄດ້ວ່າເຮົາຄວນເຂົ້າຮ່ວມກິດຈະກຳພິເສດທີ່ຢູ່ໂຮງຮຽນ ເຊັ່ນ: ກິລານັກຮຽນແລະການເຕັ້ນ ຫຼືເຮົາຈະເຂົ້າຮ່ວມງານສັງສັນແລະກິນເຂົ້າຄາບພິເສດກັບໝູ່ທີ່ເຮັດວຽກນຳກັນຫຼືບໍ່.
ການເລືອກວຽກເຮັດ
11. ອັນໃດແມ່ນສິ່ງທຳອິດທີ່ຕ້ອງຄິດເຖິງໃນການຕັດສິນໃຈເລືອກວຽກເຮັດ?
11 ການເອົາຫຼັກການໃນຄຳພີໄບເບິນໄປໃຊ້ຢ່າງສຸຂຸມຮອບຄອບຊ່ວຍເຮົາຕັດສິນໃຈວ່າເຮົາຈະເຮັດໜ້າທີ່ຂອງເຮົາໄດ້ແນວໃດໃນການ ‘ເບິ່ງແຍງຄົນໃນຄອບຄົວຂອງໂຕເອງ.’ (1 ຕີໂມທຽວ 5:8) ສິ່ງທຳອິດທີ່ຕ້ອງຄິດເຖິງແມ່ນປະເພດຂອງວຽກ ນັ້ນຄືວຽກນັ້ນຮຽກຮ້ອງໃຫ້ເຮົາເຮັດຫຍັງ. ການເລືອກວຽກທີ່ສົ່ງເສີມສິ່ງທີ່ຄຳພີໄບເບິນຕຳໜິໂດຍກົງນັ້ນຜິດຢ່າງແນ່ນອນ. ສະນັ້ນ ເຮົາຈະບໍ່ຮັບເອົາວຽກທີ່ອາດກ່ຽວຂ້ອງກັບການບູຊາຮູບບູຊາ ການຂີ້ລັກ ການໃຊ້ເລືອດໃນທາງທີ່ຜິດ ຫຼືສິ່ງອື່ນໆທີ່ຂັດກັບຫຼັກການໃນຄຳພີໄບເບິນ. ນອກຈາກນັ້ນ ເຮົາຈະບໍ່ເວົ້າຕົວະຫຼືຫຼອກລວງເຖິງວ່ານາຍຈ້າງຈະຮຽກຮ້ອງໃຫ້ເຮົາເຮັດແບບນັ້ນກໍຕາມ.—ກິດຈະການ 15:29; ພະນິມິດ 21:8
12, 13. ນອກຈາກປະເພດຂອງວຽກແລ້ວ ມີຫຍັງອີກທີ່ສຳຄັນໃນການຕັດສິນໃຈເລືອກວຽກເຮັດ?
12 ແຕ່ຖ້າວຽກທີ່ຈະເຮັດບໍ່ໄດ້ຂັດກັບຂໍ້ຮຽກຮ້ອງບາງຢ່າງຂອງພະເຢໂຫວາເດ? ເມື່ອເຮົາມີຄວາມຮູ້ຫຼາຍຂຶ້ນກ່ຽວກັບຄວາມຈິງແລະຄວາມສາມາດໃນການສັງເກດເຂົ້າໃຈຂອງເຮົາພັດທະນາຂຶ້ນ ເຮົາຈະສຳນຶກວ່າມີເລື່ອງອື່ນໆທີ່ຕ້ອງຄິດເຖິງນຳ. ຖ້າວຽກນັ້ນເຮັດໃຫ້ເຮົາໄປພົວພັນກັບສິ່ງທີ່ຂັດກັບຫຼັກການໃນພະຄຳພີເດ ເຊັ່ນ: ການເຮັດໜ້າທີ່ຮັບໂທລະສັບຢູ່ບ່ອນຫຼິ້ນການພະນັນ? ແຫຼ່ງທີ່ມາຂອງຄ່າຈ້າງແລະບ່ອນທີ່ເຮົາເຮັດວຽກກໍເປັນສິ່ງທີ່ຕ້ອງຄິດເຖິງນຳ. ຕົວຢ່າງເຊັ່ນ: ພະຍານພະເຢໂຫວາທີ່ເປັນຜູ້ຮັບເໝົາອິດສະຫຼະຈະສະເໜີປະມູນວຽກທາສີໂບດບໍ ເຊິ່ງເປັນການມີສ່ວນຊ່ວຍສະໜັບສະໜູນສາສະໜາປອມ?—2 ໂກຣິນໂທ 6:14-16
13 ຖ້າຫົວໜ້າຂອງເຮົາຮັບເໝົາທາສີບ່ອນນະມັດສະການປອມເດ? ໃນກໍລະນີນີ້ ເຮົາຕ້ອງຄິດເຖິງປັດໄຈຕ່າງໆ ເຊັ່ນ: ເຮົາມີສິດຄວບຄຸມຂອບເຂດຂອງວຽກທີ່ຈະເຮັດນັ້ນຮອດຂັ້ນໃດ ແລະເຮົາເຂົ້າໄປກ່ຽວຂ້ອງກັບວຽກນັ້ນຫຼາຍໜ້ອຍສ່ຳໃດ. ຖ້າເຮົາເຮັດການບໍລິການທີ່ບໍ່ຂັດກັບຫຼັກການໃນຄຳພີໄບເບິນ ເຊັ່ນ: ສົ່ງເຄື່ອງຕາມບ່ອນຕ່າງໆໃນຊຸມຊົນ ເຊິ່ງລວມເຖິງບ່ອນທີ່ມີການເຮັດຜິດສິນລະທຳນຳເດ? ຫຼັກການໃນມັດທາຍ 5:45 ຄວນສົ່ງຜົນຕໍ່ການຕັດສິນໃຈຂອງເຮົາບໍ່ແມ່ນບໍ? ສິ່ງທີ່ເຮົາບໍ່ຄວນເບິ່ງຂ້າມກໍຄື ການທີ່ເຮົາເຮັດວຽກນັ້ນທຸກໆມື້ອາດສົ່ງຜົນຕໍ່ໃຈຮູ້ຜິດຮູ້ຖືກຂອງເຮົາແນວໃດ. (ເຮັບເຣີ 13:18) ເຫັນໄດ້ແຈ້ງວ່າ ເພື່ອຈະແບກຄວາມຮັບຜິດຊອບຂອງເຮົາໃນການຕັດສິນໃຈຢ່າງສຸຂຸມຮອບຄອບໃນເລື່ອງວຽກ ເຮົາຕ້ອງພັດທະນາຄວາມສາມາດໃນການສັງເກດເຂົ້າໃຈໃຫ້ດີຂຶ້ນແລະຝຶກໃຈຮູ້ຜິດຮູ້ຖືກທີ່ພະເຢໂຫວາໃຫ້ເຮົາ.
“ບໍ່ວ່າລູກຈະເຮັດຫຍັງກໍໃຫ້ຄິດເຖິງເພິ່ນສະເໝີ”
14. ເມື່ອຕ້ອງຕັດສິນໃຈ ເຮົາຄວນຄິດເຖິງຫຍັງສະເໝີ?
14 ສຳລັບການຕັດສິນໃຈໃນເລື່ອງອື່ນໆ ເຊັ່ນ: ການຮຽນຕໍ່ ແລະການຍອມຮັບຫຼືບໍ່ຍອມຮັບການປິ່ນປົວບາງຢ່າງເດ? ເມື່ອເຈິກັບການຕັດສິນໃຈເລື່ອງໃດກໍຕາມ ເຮົາຕ້ອງຄົ້ນຄວ້າເບິ່ງໃຫ້ຮູ້ແທ້ໆກ່ຽວກັບຫຼັກການທີ່ກ່ຽວຂ້ອງໂດຍກົງກັບເລື່ອງນັ້ນ ແລ້ວໃຊ້ຄວາມສາມາດໃນການຄິດຫາເຫດຜົນຂອງເຮົາເພື່ອມາປັບໃຊ້ຫຼັກການເຫຼົ່ານັ້ນ. ກະສັດໂຊໂລໂມນທີ່ສະຫຼາດຫຼັກແຫຼມເວົ້າວ່າ: “ໃຫ້ໄວ້ວາງໃຈພະເຢໂຫວາສຸດຫົວໃຈຂອງລູກແລະຢ່າເພິ່ງຄວາມເຂົ້າໃຈຂອງໂຕເອງ. ບໍ່ວ່າລູກຈະເຮັດຫຍັງກໍໃຫ້ຄິດເຖິງເພິ່ນສະເໝີ ແລ້ວເພິ່ນຈະບອກທາງທີ່ຖືກຕ້ອງໃຫ້ລູກ.”—ສຸພາສິດ 3:5, 6
15. ເຮົາຮຽນຫຍັງຈາກຄລິດສະຕຽນລຸ້ນທຳອິດໃນເລື່ອງການຕັດສິນໃຈ?
15 ຫຼາຍເທື່ອການເລືອກຂອງເຮົາສົ່ງຜົນຕໍ່ຄົນອື່ນ ແລະເຮົາຕ້ອງຄິດເຖິງເລື່ອງນີ້ນຳ. ເພື່ອເປັນຕົວຢ່າງ ຄລິດສະຕຽນລຸ້ນທຳອິດບໍ່ໄດ້ຢູ່ພາຍໃຕ້ກົດໝາຍຂອງໂມເຊອີກຕໍ່ໄປໃນເລື່ອງທີ່ຫ້າມບໍ່ໃຫ້ກິນອາຫານບາງຢ່າງ. ຄລິດສະຕຽນສາມາດເລືອກກິນອາຫານບາງຢ່າງທີ່ເຄີຍຖືວ່າບໍ່ສະອາດຕາມກົດໝາຍຂອງໂມເຊແລະບໍ່ມີຂໍ້ຂັດຂ້ອງໃນດ້ານອື່ນໆ. ແນວໃດກໍຕາມ ອັກຄະສາວົກໂປໂລຂຽນກ່ຽວກັບຊີ້ນສັດທີ່ອາດກ່ຽວຂ້ອງໃນທາງໃດທາງໜຶ່ງກັບວິຫານທີ່ມີການບູຊາຮູບບູຊາວ່າ: “ຖ້າອາຫານເຮັດໃຫ້ພີ່ນ້ອງຂອງຂ້ອຍບໍ່ສະບາຍໃຈ ຂ້ອຍຈະບໍ່ກິນຊີ້ນສັດອີກເລີຍ ເພື່ອຂ້ອຍຈະບໍ່ເຮັດໃຫ້ພີ່ນ້ອງຖິ້ມຄວາມເຊື່ອ.” (1 ໂກຣິນໂທ 8:11-13) ຄລິດສະຕຽນລຸ້ນທຳອິດໄດ້ຮັບການສະໜັບສະໜູນໃຫ້ຄິດເຖິງໃຈຮູ້ຜິດຮູ້ຖືກຂອງຄົນອື່ນເພື່ອຈະບໍ່ເປັນສາເຫດເຮັດໃຫ້ພີ່ນ້ອງຫຼົງຜິດ. ການຕັດສິນໃຈຂອງເຮົາບໍ່ຄວນຈະເຮັດໃຫ້ໂຕເຮົາເອງ “ເປັນຕົ້ນເຫດ” ເຮັດໃຫ້ຄົນອື່ນ “ບໍ່ສະບາຍໃຈ.”—1 ໂກຣິນໂທ 10:29, 32
ໃຫ້ຊອກຫາສະຕິປັນຍາຈາກພະເຢໂຫວາ
16. ເມື່ອຕັດສິນໃຈ ການອະທິດຖານເປັນສິ່ງທີ່ຊ່ວຍເຮົາແນວໃດ?
16 ການອະທິດຖານເປັນສິ່ງທີ່ມີຄ່າຫຼາຍທີ່ຈະຊ່ວຍເຮົາໃນການຕັດສິນໃຈ. ຢາໂກໂບເວົ້າວ່າ: “ຖ້າຜູ້ໃດໃນພວກເຈົ້າຂາດສະຕິປັນຍາ ໃຫ້ລາວຂໍຈາກພະເຈົ້າຕໍ່ໆໄປ. ແລ້ວເພິ່ນຈະເອົາໃຫ້ລາວ ຍ້ອນເພິ່ນເຕັມໃຈໃຫ້ສິ່ງນັ້ນກັບທຸກຄົນຢ່າງໃຈກວ້າງແລະບໍ່ເຄີຍຕຳໜິ.” (ຢາໂກໂບ 1:5) ດ້ວຍຄວາມເຊື່ອ ເຮົາສາມາດເຂົ້າຫາພະເຢໂຫວາໄດ້ໂດຍການອະທິດຖານແລະຂໍສະຕິປັນຍາທີ່ຈຳເປັນເພື່ອຈະຕັດສິນໃຈໄດ້ຢ່າງຖືກຕ້ອງ. ເມື່ອເຮົາລົມກັບພະເຢໂຫວາພະເຈົ້າທ່ຽງແທ້ກ່ຽວກັບສິ່ງທີ່ເຮົາເປັນຫ່ວງແລະຊອກຫາການຊີ້ນຳຈາກເພິ່ນ ພະລັງບໍລິສຸດອາດຊ່ວຍເຮົາໃຫ້ເຂົ້າໃຈແຈ້ງຂຶ້ນໃນຂໍ້ຄຳພີທີ່ກຳລັງເບິ່ງຢູ່ແລະຊ່ວຍເຮົາໃຫ້ຄິດເຖິງຂໍ້ຄຳພີອື່ນໆທີ່ເຮົາອາດເບິ່ງຂ້າມໄປ.
17. ຄົນອື່ນຈະຊ່ວຍເຮົາໄດ້ແນວໃດໃນຂັ້ນຕອນເຮັດການຕັດສິນໃຈ?
17 ຄົນອື່ນຈະຊ່ວຍເຮົາໄດ້ບໍໃນການຕັດສິນໃຈ? ຊ່ວຍໄດ້ແທ້. ຍ້ອນແນວນີ້ ພະເຢໂຫວາຈຶ່ງຈັດໃຫ້ມີພີ່ນ້ອງທີ່ມີຄວາມເປັນຜູ້ໃຫຍ່ຢູ່ໃນປະຊາຄົມ. (ເອເຟໂຊ 4:11, 12) ເຂົາເຈົ້າສາມາດເປັນທີ່ປຶກສາໂດຍສະເພາະໃນການຕັດສິນໃຈເລື່ອງທີ່ສຳຄັນ. ຄົນທີ່ມີຄວາມເຂົ້າໃຈຢ່າງເລິກເຊິ່ງທາງຄວາມເຊື່ອແລະມີປະສົບການໃນການໃຊ້ຊີວິດສາມາດຊ່ວຍເຮົາໃຫ້ໃສ່ໃຈຫຼັກການອື່ນໆຕື່ມອີກຈາກຄຳພີໄບເບິນທີ່ອາດກ່ຽວຂ້ອງກັບການຕັດສິນໃຈຂອງເຮົາແລະຊ່ວຍເຮົາ “ເບິ່ງອອກວ່າສິ່ງໃດສຳຄັນກວ່າ.” (ຟີລິບປອຍ 1:9, 10) ແນວໃດກໍຕາມ ສິ່ງທີ່ຄວນລະວັງແມ່ນ ເຮົາຕ້ອງລະວັງທີ່ຈະບໍ່ໃຫ້ຄົນອື່ນຕັດສິນໃຈແທນເຮົາ. ເຮົາຕ້ອງແບກຄວາມຮັບຜິດຊອບໃນການຕັດສິນໃຈດ້ວຍໂຕເອງ.
ຜົນຈະອອກມາດີສະເໝີບໍ?
18. ເຮົາສາມາດເວົ້າໄດ້ແນວໃດກ່ຽວກັບຜົນຂອງການຕັດສິນໃຈຢ່າງຖືກຕ້ອງ?
18 ການຕັດສິນໃຈທີ່ຍຶດໝັ້ນກັບຫຼັກການໃນຄຳພີໄບເບິນແລະດ້ວຍໃຈຮູ້ຜິດຮູ້ຖືກທີ່ດີຈະເກີດຜົນດີສະເໝີບໍ? ແມ່ນແລ້ວ ສຳລັບຜົນໃນໄລຍະຍາວ. ແຕ່ໃນໄລຍະສັ້ນ ບາງເທື່ອອາດເປັນຜົນທີ່ບໍ່ພໍໃຈກໍໄດ້. ຊາດຣາກ ເມຊາກ ແລະອາເບດເນໂກຮູ້ວ່າການຕັດສິນໃຈບໍ່ຍອມກົ້ມກາບຮູບປັ້ນໃຫຍ່ອາດນຳໄປສູ່ຄວາມຕາຍ. (ດານີເອນ 3:16-19) ຄ້າຍຄືກັນ ຫຼັງຈາກທີ່ພວກອັກຄະສາວົກບອກສານສູງຂອງຄົນຢິວວ່າເຂົາເຈົ້າຕ້ອງເຊື່ອຟັງພະເຈົ້າຫຼາຍກວ່າເຊື່ອຟັງມະນຸດ ເຂົາເຈົ້າຖືກເອົາແສ້ຟາດກ່ອນຈະຖືກປ່ອຍໂຕໄປ. (ກິດຈະການ 5:27-29, 40) ນອກຈາກນີ້ “ເຫດການທີ່ບໍ່ຄາດຄິດ” ອາດເຮັດໃຫ້ຜົນການຕັດສິນໃຈຂອງເຮົາເສຍຫາຍໄດ້. (ປັນຍາຈານ 9:11) ຖ້າເຮົາເຈິບັນຫາໃນທາງໃດທາງໜຶ່ງທັງໆທີ່ຕັດສິນໃຈຢ່າງຖືກຕ້ອງແລ້ວ ເຮົາກໍໝັ້ນໃຈໄດ້ວ່າພະເຢໂຫວາຈະຊ່ວຍເຮົາໃຫ້ອົດທົນ ແລະເພິ່ນຈະອວຍພອນເຮົາໃນອະນາຄົດ.—2 ໂກຣິນໂທ 4:7
19. ເຮົາຈະແບກຄວາມຮັບຜິດຊອບໃນການຕັດສິນໃຈຢ່າງກ້າຫານໄດ້ແນວໃດ?
19 ສະນັ້ນ ເມື່ອເຮົາຕ້ອງໄດ້ຕັດສິນໃຈ ເຮົາຕ້ອງຄົ້ນຄວ້າເບິ່ງຫຼັກການໃນພະຄຳພີ ແລ້ວໃຊ້ຄວາມສາມາດໃນການຄິດຂອງເຮົາມາປັບໃຊ້ໃຫ້ເຂົ້າກັບຫຼັກການເຫຼົ່ານັ້ນ. ເຮົາຂອບໃຈຫຼາຍແທ້ໆທີ່ພະເຢໂຫວາຊ່ວຍເຮົາໂດຍທາງພະລັງບໍລິສຸດແລະພີ່ນ້ອງທີ່ມີຄວາມເປັນຜູ້ໃຫຍ່ໃນປະຊາຄົມ! ໂດຍອາໄສການຊີ້ນຳແລະຄວາມຊ່ວຍເຫຼືອເຫຼົ່ານັ້ນ ຂໍໃຫ້ເຮົາມີຄວາມກ້າທີ່ຈະແບກຄວາມຮັບຜິດຊອບຂອງໂຕເອງໃນການຕັດສິນໃຈຢ່າງສະຫຼາດສຸຂຸມ.
ເຈົ້າໄດ້ຮຽນເລື່ອງຫຍັງ?
• ອັນໃດແມ່ນຂໍ້ຮຽກຮ້ອງທີ່ສຳຄັນເພື່ອຈະຕັດສິນໃຈຢ່າງສະຫຼາດສຸຂຸມ?
• ການກ້າວໜ້າສູ່ຄວາມເປັນຜູ້ໃຫຍ່ມີຜົນຕໍ່ເຮົາແນວໃດໃນການເລືອກຄົນທີ່ເຮົາຄົບຫານຳ?
• ມີສິ່ງທີ່ສຳຄັນຫຍັງແດ່ທີ່ເຮົາຄວນຄິດເຖິງເມື່ອຕັດສິນໃຈໃນເລື່ອງວຽກທີ່ຈະເຮັດ?
• ເມື່ອເຮົາຕ້ອງຕັດສິນໃຈ ມີຄວາມຊ່ວຍເຫຼືອຫຍັງແດ່ທີ່ຢູ່ພ້ອມ?
[ຮູບພາບ]
ການບໍ່ເຊື່ອຟັງຂອງອາດາມກັບເອວາສອນບົດຮຽນທີ່ສຳຄັນໃຫ້ເຮົາ
[ຮູບພາບ]
ກ່ອນຕັດສິນໃຈໃນເລື່ອງທີ່ສຳຄັນ ໃຫ້ຄົ້ນຄວ້າເບິ່ງຫຼັກການໃນຄຳພີໄບເບິນ