ຄຳພີໄບເບິນປ່ຽນຊີວິດຄົນ
ອັນໃດເປັນແຮງຈູງໃຈໃຫ້ພັງຣ໋ອກຄົນໜຶ່ງທີ່ຕໍ່ຕ້ານສັງຄົມຮຽນຮູ້ທີ່ຈະຮັກແລະພະຍາຍາມຊ່ວຍເຫຼືອຄົນອື່ນ? ອັນໃດເປັນແຮງກະຕຸ້ນໃຫ້ຜູ້ຊາຍຄົນໜຶ່ງຢູ່ເມັກຊິກໂກເຊົາໃຊ້ຊີວິດແບບຜິດສິນລະທຳ? ເປັນຫຍັງນັກແຂ່ງລົດຖີບທີ່ມີຊື່ສຽງຢູ່ປະເທດຍີ່ປຸ່ນຈຶ່ງຖິ້ມອາຊີບນັກແຂ່ງແລ້ວປ່ຽນມາຮັບໃຊ້ພະເຈົ້າ? ຂໍໃຫ້ອ່ານເລື່ອງທີ່ເຂົາເຈົ້າຈະເລົ່າ.
“ຂ້ອຍເຄີຍເປັນຄົນຫຍາບຄາຍ ຍິ່ງ ແລະຕໍ່ຕ້ານ”—ເດັນນິດສ໌ ໂອໄບຣ໌
ເກີດປີ: 1958
ເກີດຢູ່ປະເທດ: ອັງກິດ
ອະດີດ: ພັງຣ໋ອກທີ່ຕໍ່ຕ້ານສັງຄົມ
ຊີວິດທີ່ຜ່ານມາ: ພໍ່ຂ້ອຍເປັນຄົນໄອແລນ ຂ້ອຍຈຶ່ງໃຫຍ່ຂຶ້ນມາເປັນຄົນໄອແລນທີ່ນັບຖືສາສະໜາກາໂຕລິກ. ຂ້ອຍຕ້ອງໄປໂບດເອງ ແຕ່ທີ່ຈິງແລ້ວຂ້ອຍກໍບໍ່ຢາກໄປ. ເຖິງຈະເປັນແບບນັ້ນ ຂ້ອຍກໍຢາກຮູ້ເລື່ອງຕ່າງໆກ່ຽວກັບພະເຈົ້າ. ຂ້ອຍທ່ອງຄຳອະທິດຖານຕົວຢ່າງຂອງພະເຢຊູເປັນປະຈຳແລະຍັງຈື່ໄດ້ວ່າຂ້ອຍມັກຈະນອນຄິດເຖິງຄວາມໝາຍຂອງຄຳອະທິດຖານນີ້ໃນຕອນກາງຄືນ. ຂ້ອຍເຄີຍແຍກຄຳອະທິດຖານອອກເປັນປະໂຫຍກໆ ແລະພະຍາຍາມຄິດວ່າແຕ່ລະປະໂຫຍກໝາຍຄວາມວ່າແນວໃດ.
ຕອນເປັນໄວລຸ້ນ ຂ້ອຍໄດ້ເຂົ້າຮ່ວມກັບຂະບວນການຣາສ໌ຕາຟາຣຽນ ແລະຂ້ອຍຍັງສົນໃຈແນວຄິດທາງການເມືອງຂອງກຸ່ມຕໍ່ຕ້ານລັດທິນາຊີນຳ. ແຕ່ຂ້ອຍຫຼົງໄຫຼແນວຄິດແບບຂືນອຳນາດຂອງພວກພັງຣ໋ອກ. ຂ້ອຍເສບຢາໂດຍສະເພາະແມ່ນກັນຊາ ເຊິ່ງຂ້ອຍສູບທຸກມື້. ຍ້ອນຂ້ອຍມີຄວາມຄິດແບບ “ບໍ່ສົນໃຈຫຍັງ” ຂ້ອຍຈຶ່ງກິນເຫຼົ້າຫຼາຍ ໃຊ້ຊີວິດແບບບໍ່ຢ້ານຕາຍແລະເກືອບບໍ່ສົນໃຈຄົນອື່ນເລີຍ. ຂ້ອຍເປັນຄົນຕໍ່ຕ້ານສັງຄົມ ບໍ່ຍອມລົມກັບໃຜນອກຈາກຂ້ອຍຈະເຫັນວ່າເປັນເລື່ອງທີ່ເປັນຕາລົມເທົ່ານັ້ນ. ຂ້ອຍເຖິງຂັ້ນບໍ່ຍອມໃຫ້ໃຜຖ່າຍຮູບຂອງຂ້ອຍເລີຍ. ຕອນນີ້ເມື່ອເບິ່ງຄືນຫຼັງ ຂ້ອຍບອກໄດ້ເລີຍວ່າຂ້ອຍເປັນຄົນຫຍາບຄາຍ ຍິ່ງ ແລະຕໍ່ຕ້ານ. ຂ້ອຍຈະເຮັດດີແລະມີນ້ຳໃຈກັບຄົນທີ່ສະໜິດກັບຂ້ອຍເທົ່ານັ້ນ.
ຕອນອາຍຸປະມານ 20 ປີ ຂ້ອຍເລີ່ມສົນໃຈຄຳພີໄບເບິນ. ໝູ່ຄົນໜຶ່ງທີ່ຄ້າຢາເສບຕິດໄດ້ເລີ່ມອ່ານຄຳພີໄບເບິນຕອນຢູ່ໃນຄຸກ ເຮົາລົມກັນດົນເຕີບກ່ຽວກັບເລື່ອງສາສະໜາ ຄລິດຕະຈັກ ແລະອິດທິພົນທີ່ຊາຕານມີຕໍ່ໂລກນີ້. ຂ້ອຍຊື້ຄຳພີໄບເບິນແລະເລີ່ມຮຽນດ້ວຍໂຕເອງ. ຂ້ອຍກັບໝູ່ຈະອ່ານຄຳພີໄບເບິນຕອນຕ່າງໆ ແລ້ວມາລົມກັນກ່ຽວກັບສິ່ງທີ່ເຮົາໄດ້ອ່ານ. ຈາກນັ້ນກໍຊອກຂໍ້ສະຫຼຸບນຳກັນ. ເຮົາເຮັດແບບນີ້ເປັນເວລາຫຼາຍເດືອນ.
ຂໍ້ສະຫຼຸບບາງຢ່າງທີ່ເຮົາໄດ້ຈາກການອ່ານຄຳພີໄບເບິນແມ່ນ ເຮົາກຳລັງຢູ່ໃນສະໄໝສຸດທ້າຍ ຄລິດສະຕຽນຄວນປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າ ຄລິດສະຕຽນຕ້ອງບໍ່ເປັນສ່ວນໜຶ່ງຂອງໂລກແລະການເມືອງ ແລະຄຳພີໄບເບິນໃຫ້ຄຳແນະນຳທີ່ມີເຫດຜົນໃນເລື່ອງສິນລະທຳ. ເຮົາເຫັນໄດ້ວ່າຄຳພີໄບເບິນເປັນຄວາມຈິງແລະຕ້ອງມີສາສະໜາແທ້. ແຕ່ຊິແມ່ນສາສະໜາໃດ? ເຮົາຄິດເຖິງຄລິດຕະຈັກໃຫຍ່ໆທີ່ເຮັດພິທີກຳຍິ່ງໃຫຍ່ຫຼູຫຼາລວມເຖິງເລື່ອງທີ່ເຂົາເຈົ້າເຂົ້າໄປຫຍຸ້ງກ່ຽວກັບການເມືອງ ແລະເຮົາກໍເຫັນວ່າພະເຢຊູບໍ່ໄດ້ເຮັດແບບນັ້ນ. ເຮົາຮູ້ວ່າພະເຈົ້າບໍ່ໄດ້ໃຊ້ຄລິດຕະຈັກເຫຼົ່ານັ້ນ ເຮົາຈຶ່ງຕັດສິນໃຈຊອກຫາສາສະໜາທີ່ບໍ່ມີຄົນຮູ້ຈັກຫຼາຍປານໃດເພື່ອເບິ່ງວ່າເຂົາເຈົ້າສອນແນວໃດ.
ເຮົາໄປຫາຜູ້ທີ່ນັບຖືສາສະໜາເຫຼົ່ານັ້ນ ແລ້ວຖາມເຂົາເຈົ້າຫຼາຍຄຳຖາມ. ເຮົາຮູ້ວ່າຄຳພີໄບເບິນເວົ້າແນວໃດກ່ຽວກັບຄຳຖາມເຫຼົ່ານັ້ນ ເຮົາຈຶ່ງຮູ້ທັນທີວ່າຄຳຕອບຂອງເຂົາເຈົ້າສອດຄ່ອງກັບຄຳພີໄບເບິນຫຼືບໍ່. ຫຼັງຈາກເຈິກັບຄົນເຫຼົ່ານັ້ນແລ້ວ ຂ້ອຍອະທິດຖານຫາພະເຈົ້າຕະຫຼອດວ່າ ‘ຖ້າສາສະໜາຂອງຄົນເຫຼົ່ານັ້ນເປັນສາສະໜາແທ້ ຂໍພະອົງເຮັດໃຫ້ຂ້ອຍຢາກກັບໄປຫາເຂົາເຈົ້າອີກ.’ ແຕ່ຫຼັງຈາກທີ່ເຮັດແບບນັ້ນຫຼາຍເດືອນຂ້ອຍກໍຍັງບໍ່ເຈິກຸ່ມໃດເລີຍທີ່ຕອບຄຳຖາມຂອງເຮົາຈາກຄຳພີໄບເບິນ ແລະຂ້ອຍເອງກໍບໍ່ຮູ້ສຶກຢາກກັບໄປຫາເຂົາເຈົ້າອີກ.
ໃນທີ່ສຸດຂ້ອຍກັບໝູ່ໄດ້ເຈິກັບພະຍານພະເຢໂຫວາ. ເຮົາຖາມຄຳຖາມແບບທີ່ເຮົາເຄີຍຖາມກຸ່ມອື່ນໆມາແລ້ວ ແຕ່ພະຍານພະເຢໂຫວາຕອບຈາກຄຳພີໄບເບິນ. ສິ່ງທີ່ເຂົາເຈົ້າເວົ້າກົງກັບສິ່ງທີ່ເຮົາໄດ້ຮຽນຮູ້ແລ້ວ. ສະນັ້ນ ເຮົາຈຶ່ງຖາມຄຳຖາມອື່ນໆທີ່ເຮົາຍັງບໍ່ເຈິຄຳຕອບໃນຄຳພີໄບເບິນ ເຊັ່ນ: ພະເຈົ້າຄິດແນວໃດເລື່ອງການສູບຢາແລະການໃຊ້ຢາເສບຕິດ. ແຕ່ເຂົາເຈົ້າກໍໃຊ້ຄຳພີໄບເບິນຕອບເຮົາໄດ້ຄືກັນ. ເຮົາຈຶ່ງຕົກລົງໄປປະຊຸມຢູ່ບ່ອນປະຊຸມ.
ການໄປປະຊຸມເປັນເລື່ອງຍາກສຳລັບຂ້ອຍ. ຂ້ອຍເປັນຄົນທີ່ຕໍ່ຕ້ານສັງຄົມຢ່າງໜັກ ຂ້ອຍບໍ່ມັກເມື່ອມີຄົນແຕ່ງໂຕດີໆແລະທ່າທາງເປັນມິດເຂົ້າມາລົມນຳ. ຂ້ອຍຄິດວ່າບາງຄົນທີ່ເຂົ້າມາລົມນຳຄືຊິມີເຈຕະນາບໍ່ດີ ຂ້ອຍກໍເລີຍບໍ່ຢາກໄປປະຊຸມອີກ. ແຕ່ຄືກັບທີ່ຜ່ານມາ ຂ້ອຍອະທິດຖານຫາພະເຈົ້າວ່າຖ້າສາສະໜາຂອງຄົນເຫຼົ່ານີ້ເປັນສາສະໜາແທ້ກໍຂໍພະອົງເຮັດໃຫ້ຂ້ອຍຢາກກັບໄປຫາເຂົາເຈົ້າອີກ ແລ້ວຂ້ອຍກໍຮູ້ສຶກວ່າຢາກຮຽນຄຳພີໄບເບິນກັບພະຍານພະເຢໂຫວາຫຼາຍ.
ຄຳພີໄບເບິນປ່ຽນຊີວິດຂ້ອຍແນວໃດ: ຂ້ອຍຮູ້ວ່າຂ້ອຍຕ້ອງເຊົາເສບຢາ ແລະຂ້ອຍກໍເຊົາໄດ້ທັນທີ. ແຕ່ຍາກທີ່ສຸດແມ່ນເຊົາສູບຢາ. ຂ້ອຍພະຍາຍາມເຊົາສູບຢາຫຼາຍເທື່ອແຕ່ກໍບໍ່ສຳເລັດ. ເມື່ອຂ້ອຍໄດ້ຍິນຄົນອື່ນບອກວ່າເຂົາເຈົ້າມີແຕ່ໂຍນຢາສູບຖິ້ມແລ້ວກໍເຊົາໄດ້ເລີຍ ຂ້ອຍຈຶ່ງບອກພະເຢໂຫວາກ່ຽວກັບເລື່ອງນີ້. ຫຼັງຈາກນັ້ນ ຍ້ອນພະເຢໂຫວາຊ່ວຍ ຂ້ອຍກໍເຊົາສູບຢາໄດ້. ຂ້ອຍໄດ້ຮຽນຮູ້ວ່າການອະທິດຖານຫາພະເຢໂຫວາຢ່າງຈິງໃຈແລະເວົ້າແບບກົງໆຊ່ວຍຂ້ອຍໄດ້ຫຼາຍແທ້ໆ.
ການປ່ຽນແປງຄັ້ງໃຫຍ່ອີກຢ່າງໜຶ່ງຂອງຂ້ອຍແມ່ນເລື່ອງເຄື່ອງນຸ່ງແລະການແຕ່ງໂຕ. ຕອນໄປປະຊຸມຢູ່ບ່ອນປະຊຸມເທື່ອທຳອິດ ຂ້ອຍເຮັດຊົງຜົມຫອນໄກ່ແລະຍ້ອມເປັນສີຟ້າປົນຂຽວຕັ້ງແຕ່ທາງໜ້າຈົນຮອດທາງຫຼັງ. ຕໍ່ມາ ຂ້ອຍກໍຍ້ອມເປັນສີສົ້ມແຈດໆ. ຂ້ອຍໃສ່ໂສ້ງຢີນແລະເສື້ອແຈັກເກັດໜັງທີ່ມີຄຳຂວັນຕິດໃສ່ເສື້ອ. ຂ້ອຍເຫັນວ່າບໍ່ມີຄວາມຈຳເປັນຫຍັງທີ່ຈະຕ້ອງປ່ຽນເຖິງວ່າພະຍານພະເຢໂຫວາພະຍາຍາມອະທິບາຍເຫດຜົນກັບຂ້ອຍດີໆ. ແຕ່ໃນທີ່ສຸດຂ້ອຍກໍຄິດເຖິງຂໍ້ຄຳພີໃນ 1 ໂຢຮັນ 2:15-17 ທີ່ບອກວ່າ: “ຢ່າຮັກໂລກຫຼືສິ່ງຂອງໃນໂລກ. ຖ້າຜູ້ໃດຮັກໂລກ ລາວກໍບໍ່ໄດ້ຮັກພະເຈົ້າຜູ້ເປັນພໍ່.” ຂ້ອຍໄດ້ຂໍ້ສະຫຼຸບວ່າການແຕ່ງໂຕຂອງຂ້ອຍກຳລັງສະແດງຄວາມຮັກຕໍ່ໂລກແທນທີ່ຈະສະແດງຄວາມຮັກຕໍ່ພະເຈົ້າ. ຂ້ອຍຕ້ອງປ່ຽນແປງໂຕເອງ ແລະຂ້ອຍກໍໄດ້ເຮັດແບບນັ້ນ.
ຕໍ່ມາ ຂ້ອຍໄດ້ເຂົ້າໃຈວ່າບໍ່ແມ່ນພະຍານພະເຢໂຫວາເທົ່ານັ້ນທີ່ຢາກໃຫ້ຂ້ອຍເຂົ້າຮ່ວມການປະຊຸມຄລິດສະຕຽນ. ເຮັບເຣີ 10:24, 25 ເຮັດໃຫ້ຂ້ອຍເຫັນວ່າພະເຈົ້າຢາກໃຫ້ຂ້ອຍເຂົ້າຮ່ວມການປະຊຸມ. ຫຼັງຈາກຂ້ອຍເລີ່ມເຂົ້າຮ່ວມການປະຊຸມທຸກລາຍການແລະຮູ້ຈັກຄົນຢູ່ຫໍປະຊຸມແທ້ໆ ຂ້ອຍກໍຕັດສິນໃຈສະແດງໃຫ້ເຫັນວ່າຂ້ອຍໄດ້ອຸທິດໂຕໃຫ້ພະເຢໂຫວາໂດຍຮັບບັບເຕມາ.
ປະໂຫຍດທີ່ໄດ້ຮັບ: ຂ້ອຍຮູ້ສຶກປະທັບໃຈຫຼາຍທີ່ພະເຢໂຫວາຍອມໃຫ້ເຮົາມີສາຍສຳພັນທີ່ໃກ້ຊິດກັບເພິ່ນ. ຄວາມເມດຕາແລະຄວາມຫ່ວງໃຍຂອງເພິ່ນເຮັດໃຫ້ຂ້ອຍຢາກຮຽນແບບແລະເຮັດຕາມພະເຢຊູລູກຊາຍຂອງເພິ່ນທີ່ເປັນແບບຢ່າງໃນຊີວິດຂອງຂ້ອຍ. (1 ເປໂຕ 2:21) ຂ້ອຍໄດ້ຮຽນຮູ້ວ່າຕອນທີ່ຂ້ອຍພະຍາຍາມພັດທະນາຄຸນລັກສະນະແບບຄລິດສະຕຽນ ຂ້ອຍກໍຍັງສາມາດເປັນໂຕຂອງໂຕເອງໄດ້. ຂ້ອຍພະຍາຍາມປູກຝັງຄວາມຮັກແລະຄວາມຫ່ວງໃຍຕໍ່ຄົນອື່ນ. ຂ້ອຍພະຍາຍາມຮຽນແບບພະເຢຊູໃນວິທີທີ່ຂ້ອຍປະຕິບັດຕໍ່ລູກຕໍ່ເມຍດ້ວຍຄວາມຮັກ. ຂ້ອຍຫ່ວງໃຍພີ່ນ້ອງຮ່ວມຄວາມເຊື່ອຢ່າງແທ້ຈິງ. ການເຮັດຕາມພະເຢຊູເຮັດໃຫ້ຂ້ອຍຮູ້ສຶກມີກຽດ ນັບຖືໂຕເອງ ແລະສາມາດສະແດງຄວາມຮັກຕໍ່ຄົນອື່ນໆ.
“ເຂົາເຈົ້າໃຫ້ກຽດຂ້ອຍ”—ກົວລາລູເປ ບິຍາເຣອັດ
ເກີດປີ: 1964
ເກີດຢູ່ປະເທດ: ເມັກຊິກໂກ
ອະດີດ: ໃຊ້ຊີວິດແບບຜິດສິນລະທຳ
ຊີວິດທີ່ຜ່ານມາ: ຂ້ອຍເປັນລູກຄົນໜຶ່ງໃນ 7 ຄົນທີ່ໃຫຍ່ມາໃນເມືອງເຮີໂມຊິໂລ ລັດໂຊໂນຣາ ປະເທດເມັກຊິກໂກ ເຊິ່ງເປັນເມືອງທີ່ທຸກຫຼາຍ. ພໍ່ຕາຍຕອນທີ່ຂ້ອຍຍັງນ້ອຍໆ ແມ່ຈຶ່ງຕ້ອງເຮັດວຽກຫາລ້ຽງພວກເຮົາ. ຂ້ອຍຍ່າງໄປຫັ້ນມານີ້ຕີນເປົ່າຍ້ອນວ່າບໍ່ມີເງິນຊື້ເກີບ. ຂ້ອຍເລີ່ມເຮັດວຽກຫາເງິນຕັ້ງແຕ່ຍັງນ້ອຍເພື່ອຊ່ວຍຄ່າໃຊ້ຈ່າຍໃນຄອບຄົວ. ຄືກັບຫຼາຍຄອບຄົວ ເຮົາຢູ່ນຳກັນແບບແອອັດ.
ເຮົາຢູ່ນຳກັນໝົດມື້ໂດຍບໍ່ມີແມ່ເບິ່ງແຍງ. ຕອນອາຍຸ 6 ປີ ຂ້ອຍຖືກໄວລຸ້ນຜູ້ຊາຍອາຍຸ 15 ປີທຳຮ້າຍທາງເພດ ແລະລາວເຮັດແບບນີ້ຕໍ່ໄປເປັນເວລາດົນ. ຜົນຢ່າງໜຶ່ງທີ່ເກີດຂຶ້ນແມ່ນ ຂ້ອຍມີຄວາມສັບສົນທາງເພດຫຼາຍ. ຂ້ອຍຄິດວ່າເປັນເລື່ອງປົກກະຕິທີ່ຈະມັກຜູ້ຊາຍນຳກັນ. ເມື່ອຂ້ອຍໄປປຶກສາໝໍຫຼືພວກຄຸນພໍ່ເພື່ອຂໍຄວາມຊ່ວຍເຫຼືອ ເຂົາເຈົ້າຢືນຢັນວ່າຂ້ອຍບໍ່ໄດ້ມີບັນຫາຫຍັງແລະບອກວ່າຄວາມຮູ້ສຶກທີ່ຂ້ອຍມັກຜູ້ຊາຍນຳກັນເປັນເລື່ອງປົກກະຕິ.
ຕອນອາຍຸ 14 ປີ ຂ້ອຍຕັດສິນໃຈໃຊ້ຊີວິດແບບຄົນຮັກເພດດຽວກັນໂດຍບໍ່ຮູ້ສຶກວ່າເປັນເລື່ອງທີ່ໜ້າອາຍອີກຕໍ່ໄປ. ຂ້ອຍໃຊ້ຊີວິດແບບນັ້ນຕໍ່ໄປອີກ 11 ປີ ແລະເຖິງຂັ້ນຢູ່ກິນກັບຜູ້ຊາຍຫຼາຍຄົນ. ໃນທີ່ສຸດ ຂ້ອຍໄປຮຽນເປັນນັກອອກແບບຊົງຜົມແລະເປີດຮ້ານເສີມສວຍ. ແຕ່ຂ້ອຍກໍບໍ່ມີຄວາມສຸກ ຂ້ອຍມີຊີວິດທີ່ຂົມຂື່ນແລະມັກຖືກທໍລະຍົດຫັກຫຼັງ. ຂ້ອຍຮູ້ສຶກວ່າສິ່ງທີ່ຂ້ອຍກຳລັງເຮັດມັນບໍ່ຖືກ ຂ້ອຍເລີ່ມຖາມໂຕເອງວ່າ: ‘ຈະມີຄົນດີທີ່ເປັນຕາຄົບຢູ່ບໍ?’
ຂ້ອຍຄິດເຖິງເອື້ອຍຂອງຂ້ອຍ. ລາວເລີ່ມຮຽນຄຳພີໄບເບິນກັບພະຍານພະເຢໂຫວາ ແລະໃນທີ່ສຸດກໍຮັບບັບເຕມາ. ເອື້ອຍມັກຈະເລົ່າໃຫ້ຂ້ອຍຟັງກ່ຽວກັບສິ່ງທີ່ລາວໄດ້ຮຽນ ແຕ່ຂ້ອຍກໍບໍ່ສົນໃຈ. ເຖິງຈະເປັນແບບນັ້ນ ຂ້ອຍກໍຊື່ນຊົມໃນໂຕລາວແລະຊີວິດແຕ່ງດອງຂອງລາວ. ຂ້ອຍສັງເກດວ່າເອື້ອຍກັບຜົວຮັກແລະນັບຖືກັນແທ້ໆ ທັງສອງຄົນສະແດງຄວາມກະລຸນາຕໍ່ກັນ. ຕໍ່ມາ ພະຍານພະເຢໂຫວາຄົນໜຶ່ງເລີ່ມສອນຄຳພີໄບເບິນໃຫ້ຂ້ອຍ. ຕອນທຳອິດ ຂ້ອຍກະຮຽນໄປຊື່ໆໂດຍບໍ່ໄດ້ກະຕືລືລົ້ນຫຍັງຫຼາຍ ແຕ່ຫຼັງຈາກນັ້ນເຫດການກໍປ່ຽນໄປ.
ຄຳພີໄບເບິນປ່ຽນຊີວິດຂ້ອຍແນວໃດ: ມີເທື່ອໜຶ່ງພະຍານພະເຢໂຫວາຊວນຂ້ອຍໄປການປະຊຸມຂອງເຂົາເຈົ້າ ຂ້ອຍກໍໄປຕາມຄຳເຊີນ. ຂ້ອຍໄດ້ເຫັນສິ່ງທີ່ຂ້ອຍບໍ່ເຄີຍເຫັນມາກ່ອນ. ຄົນທົ່ວໄປມັກຈະເຍາະເຍີ້ຍຂ້ອຍ ແຕ່ພະຍານພະເຢໂຫວາບໍ່ໄດ້ເຮັດແບບນັ້ນ. ຂ້ອຍຮູ້ສຶກປະທັບໃຈຫຼາຍຍ້ອນເຂົາເຈົ້າລົມແບບເປັນມິດແລະໃຫ້ກຽດຂ້ອຍ.
ຂ້ອຍປະທັບໃຈຫຼາຍຂຶ້ນອີກເມື່ອໄດ້ເຂົ້າຮ່ວມການປະຊຸມໃຫຍ່. ຂ້ອຍເຫັນວ່າ ເຖິງວ່າຈະຢູ່ນຳກັນເປັນກຸ່ມໃຫຍ່ໆ ແຕ່ເຂົາເຈົ້າກໍເປັນຄືກັບເອື້ອຍຂອງຂ້ອຍ ນັ້ນຄືເຂົາເຈົ້າມີຄວາມຮັກແລະຄວາມຈິງໃຈ. ຂ້ອຍຖາມໂຕເອງວ່າ: ‘ເປັນໄປໄດ້ບໍທີ່ຄົນກຸ່ມນີ້ຈະເປັນຄົນດີທີ່ເປັນຕາຄົບທີ່ຂ້ອຍຊອກຫາມາດົນແລ້ວ. ຄວາມຮັກແລະຄວາມເປັນນ້ຳໜຶ່ງໃຈດຽວກັນຂອງເຂົາເຈົ້າເຮັດໃຫ້ຂ້ອຍຮູ້ສຶກແປກໃຈຄືກັນກັບທີ່ເຂົາເຈົ້າໃຊ້ຄຳພີໄບເບິນຕອບຄຳຖາມທຸກຂໍ້ທີ່ຂ້ອຍສົງໄສ. ຂ້ອຍເຂົ້າໃຈແລ້ວວ່າຄຳພີໄບເບິນນິແຫຼະເປັນສິ່ງທີ່ກະຕຸ້ນໃຫ້ຄົນເຫຼົ່ານີ້ເຮັດສິ່ງທີ່ດີໃນຊີວິດຂອງເຂົາເຈົ້າ. ແລະຂ້ອຍຍັງຮູ້ອີກວ່າຖ້າຂ້ອຍຈະເຂົ້າມາເປັນພະຍານພະເຢໂຫວາຂ້ອຍຈະຕ້ອງປ່ຽນແປງຫຼາຍຢ່າງ.
ຄວາມຈິງແລ້ວ ຂ້ອຍຕ້ອງປ່ຽນແປງໂຕເອງທັງໝົດ ຍ້ອນວ່າຜ່ານມາຂ້ອຍໃຊ້ຊີວິດແບບຜູ້ຍິງ. ບໍ່ວ່າຈະເປັນຄຳເວົ້າ ທ່າທາງ ເຄື່ອງນຸ່ງ ຊົງຜົມ ແລະການເລືອກຄົບໝູ່ກໍຕ້ອງປ່ຽນໃໝ່ໝົດ. ໝູ່ເກົ່າເລີ່ມຫົວຂວັນເຍາະເຍີ້ຍຂ້ອຍແລະເວົ້າວ່າ: “ເປັນຫຍັງເຈົ້າຕ້ອງເຮັດແບບນີ້? ເຈົ້າເປັນຄືເກົ່າກະດີຢູ່ແລ້ວ. ເຊົາຮຽນຄຳພິໄບເບິນສະ. ເຈົ້າມີທຸກສິ່ງທຸກຢ່າງແລ້ວ.” ແຕ່ສິ່ງທີ່ຍາກທີ່ສຸດສຳລັບຂ້ອຍແມ່ນ ການເຊົາໃຊ້ຊີວິດແບບຜິດສິນລະທຳ.
ເຖິງຈະເປັນແບບນັ້ນ ຂ້ອຍກໍຮູ້ວ່າເປັນໄປໄດ້ທີ່ຈະປ່ຽນແປງຊີວິດຄັ້ງໃຫຍ່ນີ້ຍ້ອນຄຳເວົ້າໃນ 1 ໂກຣິນໂທ 6:9-11 ກະທົບໃຈຂ້ອຍຫຼາຍ. ຂໍ້ນັ້ນບອກວ່າ: “ພວກເຈົ້າຮູ້ແລ້ວແມ່ນບໍວ່າຄົນເຮັດຊົ່ວຈະບໍ່ມີສ່ວນໃນການປົກຄອງຂອງພະເຈົ້າ? ຢ່າຕົວະໂຕເອງ. ຄົນເຮັດຜິດສິນລະທຳທາງເພດ ຄົນຂາບໄຫວ້ຮູບບູຊາ ຄົນຫຼິ້ນຊູ້ ຜູ້ຊາຍທີ່ນອນນຳຜູ້ຊາຍ...ຈະບໍ່ມີສ່ວນໃນການປົກຄອງຂອງພະເຈົ້າ. ພວກເຈົ້າບາງຄົນເຄີຍເປັນແບບນັ້ນ ແຕ່ພະເຈົ້າເຮັດໃຫ້ພວກເຈົ້າສະອາດແລ້ວ.” ພະເຢໂຫວາຊ່ວຍຄົນໃນສະໄໝແຕ່ກີ້ໃຫ້ປ່ຽນແປງຊີວິດແລະເພິ່ນກໍໄດ້ຊ່ວຍຂ້ອຍນຳ. ການປ່ຽນແປງນີ້ຕ້ອງໃຊ້ເວລາຫຼາຍປີແລະໃຊ້ຄວາມພະຍາຍາມຫຼາຍ ແຕ່ຄຳແນະນຳພ້ອມດ້ວຍຮັກທີ່ພະຍານພະເຢໂຫວາສະແດງຕໍ່ຂ້ອຍໄດ້ຊ່ວຍຂ້ອຍຫຼາຍແທ້ໆ.
ປະໂຫຍດທີ່ຂ້ອຍໄດ້ຮັບ: ປັດຈຸບັນນີ້ ຂ້ອຍໃຊ້ຊີວິດປົກກະຕິແບບຜູ້ຊາຍ. ຂ້ອຍແຕ່ງດອງແລ້ວ ຂ້ອຍກັບເມຍກຳລັງສອນລູກຊາຍຂອງເຮົາໃຫ້ໃຊ້ຊີວິດຕາມຫຼັກການໃນຄຳພີໄບເບິນ. ຕອນນີ້ຂ້ອຍເຊົາໃຊ້ຊີວິດແບບເກົ່າແລ້ວ ແລະຂ້ອຍກໍໄດ້ຮັບສິ່ງດີໆແລະສິດທິພິເສດໃນວຽກຮັບໃຊ້ຫຼາຍຢ່າງ. ຂ້ອຍເປັນຜູ້ເບິ່ງແຍງໃນປະຊາຄົມແລະສາມາດຊ່ວຍຫຼາຍຄົນໃຫ້ຮູ້ຈັກຄວາມຈິງໃນຄຳພີໄບເບິນ. ການປ່ຽນແປງໃນຊີວິດຂອງຂ້ອຍເຮັດໃຫ້ແມ່ມີຄວາມສຸກຫຼາຍຈົນຢາກຮຽນຄຳພີໄບເບິນ ແລະຫຼັງຈາກນັ້ນ ແມ່ກໍຮັບບັບເຕມາເປັນພະຍານພະເຢໂຫວາ. ນ້ອງສາວຄົນໜຶ່ງທີ່ເຄີຍໃຊ້ຊີວິດແບບຜິດສິນລະທຳກໍໄດ້ເຂົ້າມາເປັນພະຍານພະເຢໂຫວາຄືກັນ.
ແມ່ນແຕ່ບາງຄົນທີ່ເຄີຍຮູ້ກ່ຽວກັບອະດີດຂອງຂ້ອຍ ຕອນນີ້ກໍເຫັນວ່າຂ້ອຍໄດ້ປ່ຽນແປງໄປໃນທາງທີ່ດີຂຶ້ນ. ຂ້ອຍຮູ້ວ່າອັນໃດເປັນແຮງກະຕຸ້ນທີ່ເຮັດໃຫ້ຂ້ອຍປ່ຽນແປງແບບນັ້ນ. ແຕ່ກີ້ ຂ້ອຍເຄີຍຂໍຄວາມຊ່ວຍເຫຼືອຈາກໝໍແລະພວກຄຸນພໍ່ ແຕ່ຂ້ອຍພັດໄດ້ຮັບຄຳແນະນຳທີ່ບໍ່ຖືກຕ້ອງ. ແນວໃດກໍຕາມ ພະເຢໂຫວາຊ່ວຍຂ້ອຍຫຼາຍແທ້ໆ. ເຖິງວ່າຕອນນັ້ນຂ້ອຍຮູ້ສຶກວ່າໂຕເອງບໍ່ມີຄ່າ ແຕ່ເພິ່ນກໍຍັງເຫັນຄຸນຄ່າໃນໂຕຂ້ອຍ ອົດທົນ ແລະສະແດງຄວາມຮັກຕໍ່ຂ້ອຍນຳ. ຄວາມຈິງທີ່ວ່າພະເຈົ້າຜູ້ມີຄວາມຮັກ ສະຕິປັນຍາ ແລະຄວາມດີສົນໃຈໃນໂຕຂ້ອຍແລະຢາກໃຫ້ຂ້ອຍມີຊີວິດທີ່ດີຂຶ້ນ ທັງໝົດນີ້ແຫຼະທີ່ປ່ຽນຊີວິດຂ້ອຍ.
“ຂ້ອຍບໍ່ມີຄວາມພໍໃຈໃນຊີວິດ ເຫງົາ ແລະຮູ້ສຶກວ່າງເປົ່າ”—ຄາຊຸຮິໂຣ ຄຸນິໂມຊິ
ເກີດປີ: 1951
ເກີດຢູ່ປະເທດ: ຍີ່ປຸ່ນ
ອະດີດ: ນັກແຂ່ງລົດຖີບທີ່ຮັກໃນການແຂ່ງຂັນ
ຊີວິດທີ່ຜ່ານມາ: ຂ້ອຍໃຫຍ່ໃນເມືອງທີ່ເປັນທ່າເຮືອເຊິ່ງງຽບສະຫງົບໃນແຂວງຊິຊຸໂອກະຢູ່ປະເທດຍີ່ປຸ່ນ. ຄອບຄົວຂອງເຮົາມີ 8 ຄົນ ເຮົາອາໄສຢູ່ໃນເຮືອນຫຼັງນ້ອຍໆຫຼັງໜຶ່ງ. ພໍ່ຂອງຂ້ອຍເປີດຮ້ານຂາຍແລະແປງລົດຖີບ. ຕັ້ງແຕ່ຍັງນ້ອຍ ພໍ່ມັກພາຂ້ອຍໄປເບິ່ງແຂ່ງລົດຖີບ ມັນຈຶ່ງເຮັດໃຫ້ຂ້ອຍເລີ່ມສົນໃຈກິລານີ້. ແລ້ວພໍ່ກໍເລີ່ມສະໜັບສະໜູນຂ້ອຍໃຫ້ເປັນນັກແຂ່ງລົດຖີບອາຊີບ. ຕອນທີ່ຂ້ອຍຍັງຮຽນຢູ່ມັດທະຍົມຕອນຕົ້ນ ພໍ່ເລີ່ມຝຶກສອນຂ້ອຍຢ່າງຈິງຈັງ. ເມື່ອຢູ່ມັດທະຍົມຕອນປາຍ ຂ້ອຍຊະນະການແຂ່ງຂັນກິລາລະດັບປະເທດ 3 ປີຊ້ອນ. ຂ້ອຍໄດ້ຮັບຂໍ້ສະເໜີໃຫ້ຮຽນຕໍ່ມະຫາວິທະຍາໄລ ແຕ່ຂ້ອຍຕັດສິນໃຈເຂົ້າໂຮງຮຽນສອນກິລາໂດຍກົງ. ຕອນອາຍຸ 19 ປີ ຂ້ອຍກໍໄດ້ເປັນນັກແຂ່ງລົດຖີບອາຊີບ.
ເປົ້າໝາຍໃນຊີວິດຕອນນັ້ນແມ່ນ ເປັນນັກແຂ່ງລົດຖີບອັນດັບໜຶ່ງຂອງຍີ່ປຸ່ນ. ຂ້ອຍຄິດຈະຫາເງິນໃຫ້ໄດ້ຫຼາຍໆເພື່ອຄອບຄົວຂອງຂ້ອຍຈະໄດ້ສະບາຍແລະມີຊີວິດທີ່ໝັ້ນຄົງ. ຂ້ອຍທຸ່ມເທໂຕໃຫ້ກັບການຝຶກຊ້ອມ. ຕອນໃດກໍຕາມທີ່ຂ້ອຍຮູ້ສຶກທໍ້ກັບການຝຶກຊ້ອມຢ່າງເຂັ້ມງວດຫຼືການແຂ່ງຂັນບາງຊ່ວງທີ່ຍາກລຳບາກ ຂ້ອຍມັກຈະບອກໂຕເອງສະເໝີວ່າຂ້ອຍເກີດມາເພື່ອແຂ່ງລົດຖີບແລະບໍ່ວ່າຈະເປັນແນວໃດຂ້ອຍຈະຕ້ອງເຮັດໃຫ້ໄດ້! ຂ້ອຍກໍເຮັດແບບນັ້ນແທ້. ຄວາມພະຍາຍາມຂອງຂ້ອຍເລີ່ມໄດ້ຮັບຜົນຕອບແທນທີ່ດີ. ໃນປີທຳອິດ ຂ້ອຍຊະນະການແຂ່ງຂັນທີ່ຈັດຂຶ້ນສຳລັບນັກແຂ່ງລົດຖີບໜ້າໃໝ່. ໃນປີທີ 2 ຂ້ອຍມີຄຸນສົມບັດທີ່ຈະເຂົ້າແຂ່ງເພື່ອເລືອກນັກແຂ່ງລົດຖີບອັນດັບໜຶ່ງຂອງຍີ່ປຸ່ນ. ຫຼັງຈາກລົງແຂ່ງເກັບຄະແນນ 6 ເທື່ອ ຂ້ອຍໄດ້ເປັນທີ 2.
ຍ້ອນຂ້ອຍເປັນນັກແຂ່ງຄົນໜຶ່ງທີ່ມີລາຍໄດ້ສູງຈາກການແຂ່ງລົດຖີບ ຫຼາຍຄົນຈຶ່ງໃຫ້ສາຍາຂ້ອຍວ່າ ນັກແຂ່ງຂາແຂງແຮງຂອງໂທໄກ. ຂ້ອຍມັກການແຂ່ງຂັນເປັນຊີວິດຈິດໃຈ. ຕໍ່ມາ ຂ້ອຍໄດ້ກາຍມາເປັນຄູ່ແຂ່ງທີ່ເປັນຕາຢ້ານສຳລັບນັກແຂ່ງຄົນອື່ນໆຍ້ອນຂ້ອຍບໍ່ເຄີຍຍອມອ່ອນຂໍ້ໃຫ້ຜູ້ໃດ. ຂ້ອຍຫາເງິນໄດ້ຫຼາຍແລະສາມາດຊື້ທຸກຢ່າງທີ່ຂ້ອຍຢາກໄດ້. ຂ້ອຍຊື້ເຮືອນທີ່ມີຫ້ອງອອກກຳລັງກາຍແລະມີອຸປະກອນກິລາທີ່ດີທີ່ສຸດ. ຂ້ອຍຊື້ລົດນຳເຂົ້າທີ່ລາຄາແພງເກືອບສ່ຳກັບເຮືອນຫຼັງໜຶ່ງ. ເພື່ອເຮັດໃຫ້ຊີວິດໝັ້ນຄົງ ຂ້ອຍເລີ່ມລົງທຶນໂດຍການຊື້ດິນຊື້ເຮືອນແລະຫຼິ້ນຫຸ້ນ.
ແນວໃດກໍຕາມ ຂ້ອຍຮູ້ສຶກວ່າຂ້ອຍຍັງບໍ່ພໍໃຈໃນຊີວິດ ເຫງົາ ແລະຮູ້ສຶກວ່າງເປົ່າ. ໃນຕອນນັ້ນ ຂ້ອຍແຕ່ງດອງແລະມີລູກ ແຕ່ຂ້ອຍເປັນຄົນທີ່ບໍ່ມີຄວາມອົດທົນກັບຄົນໃນຄອບຄົວ. ຂ້ອຍອາລົມເສຍໃສ່ເມຍແລະລູກຍ້ອນເລື່ອງເລັກໆນ້ອຍໆ. ເມື່ອເຂົາເຈົ້າເຫັນຂ້ອຍເລີ່ມສະແດງສີໜ້າບໍ່ພໍໃຈອອກມາ ເຂົາເຈົ້າກໍພາກັນຢ້ານຈົນບໍ່ຮູ້ແນວຊິເຮັດ.
ຕໍ່ມາ ເມຍຂອງຂ້ອຍເລີ່ມຮຽນຄຳພີໄບເບິນກັບພະຍານພະເຢໂຫວາ. ການຮຽນນັ້ນເຮັດໃຫ້ມີການປ່ຽນແປງຫຼາຍຢ່າງ. ເມຍຂ້ອຍບອກວ່າລາວຕ້ອງໄປຮ່ວມການປະຊຸມກັບພະຍານພະເຢໂຫວາ. ຈາກນັ້ນ ຂ້ອຍຈຶ່ງຕັດສິນໃຈວ່າເຮົາຄວນໄປນຳກັນໝົດທັງຄອບຄົວ. ຂ້ອຍຍັງຈື່ຄືນນັ້ນໄດ້ທີ່ຜູ້ເບິ່ງແຍງມາຢາມຂ້ອຍຢູ່ເຮືອນແລະເລີ່ມສອນຄຳພີໄບເບິນໃຫ້ຂ້ອຍ. ຂ້ອຍປະທັບໃຈຫຼາຍກັບສິ່ງທີ່ຂ້ອຍໄດ້ຮຽນຮູ້.
ຄຳພີໄບເບິນປ່ຽນຊີວິດຂ້ອຍແນວໃດ: ຂ້ອຍຈະບໍ່ມີວັນລືມຄວາມຮູ້ສຶກນັ້ນເມື່ອຂ້ອຍໄດ້ອ່ານເອເຟໂຊ 5:5 ທີ່ບອກວ່າ: “ຄົນທີ່ເຮັດຜິດສິນລະທຳທາງເພດ ຄົນທີ່ເຮັດສິ່ງທີ່ບໍ່ສະອາດ ຫຼືຄົນໂລບທີ່ເປັນຄືກັບຄົນຂາບໄຫວ້ຮູບບູຊາ ຈະບໍ່ມີສ່ວນໃນການປົກຄອງຂອງພະຄລິດແລະຂອງພະເຈົ້າ.” ຂ້ອຍໄດ້ເຫັນວ່າການແຂ່ງລົດຖີບກ່ຽວຂ້ອງກັບການພະນັນແລະເປັນກິລາທີ່ສົ່ງເສີມຄວາມໂລບ. ໃຈຮູ້ຜິດຮູ້ຖືກຂອງຂ້ອຍເຮັດໃຫ້ຂ້ອຍບໍ່ສະບາຍໃຈ. ຂ້ອຍຮູ້ສຶກວ່າຖ້າຂ້ອຍເຮັດໃຫ້ພະເຢໂຫວາພະເຈົ້າພໍໃຈ ຂ້ອຍຕ້ອງເຊົາແຂ່ງລົດຖີບ. ແຕ່ມັນເປັນການຕັດສິນໃຈທີ່ຍາກຫຼາຍສຳລັບຂ້ອຍ.
ໃນປີນັ້ນເປັນປີທີ່ຂ້ອຍປະສົບຄວາມສຳເລັດຫຼາຍທີ່ສຸດໃນອາຊີບນັກແຂ່ງລົດຖີບ ແລະຂ້ອຍກໍຍັງແຂ່ງຕໍ່ໄປ. ແຕ່ຂ້ອຍຮູ້ສຶກວ່າການຮຽນຄຳພີໄບເບິນເຮັດໃຫ້ຂ້ອຍມີໃຈສະຫງົບແລະບໍ່ຄິດທີ່ຈະເອົາຊະນະໃຜ ເຊິ່ງຖ້າຂ້ອຍຕ້ອງການທີ່ຈະຊະນະຂ້ອຍກໍບໍ່ຄວນຈະຄິດແບບນີ້! ຫຼັງຈາກເລີ່ມຮຽນຄຳພີໄບເບິນ ຂ້ອຍກໍລົງແຂ່ງລົດຖີບພຽງແຕ່ 3 ເທື່ອ ແຕ່ຂ້ອຍກໍຍັງຕັດສິນໃຈທີ່ຈະເຊົາອາຊີບນັກແຂ່ງບໍ່ໄດ້. ນອກຈາກນັ້ນ ຂ້ອຍຍັງຄິດບໍ່ອອກເລີຍວ່າຈະຫາລ້ຽງຄອບຄົວໄດ້ແນວໃດ. ຂ້ອຍຮູ້ສຶກບໍ່ມີທາງອອກ ຈະໄປທາງໜ້າກໍບໍ່ໄດ້ຈະຖອຍຫຼັງກໍບໍ່ໄດ້ ແລະຍາດຕິພີ່ນ້ອງກໍເລີ່ມກົດດັນກ່ຽວກັບຄວາມເຊື່ອໃໝ່ຂອງຂ້ອຍ. ພໍ່ຜິດຫວັງໃນໂຕຂ້ອຍຫຼາຍ. ເລື່ອງນີ້ເຮັດໃຫ້ຂ້ອຍແຮ່ງເຄັ່ງຕຶງໜັກຂຶ້ນຈົນເຈັບກະເພາະ.
ສິ່ງທີ່ຊ່ວຍຂ້ອຍໃຫ້ຜ່ານຄວາມຍາກລຳບາກໃນເທື່ອນີ້ແມ່ນ ການຮຽນຄຳພີໄບເບິນແລະການເຂົ້າຮ່ວມປະຊຸມກັບພະຍານພະເຢໂຫວາເປັນປະຈຳ. ຂ້ອຍເລີ່ມມີຄວາມເຊື່ອຫຼາຍຂຶ້ນ. ຂ້ອຍຂໍໃຫ້ພະເຢໂຫວາຟັງຄຳອະທິດຖານແລະຊ່ວຍຂ້ອຍໃຫ້ເຫັນວ່າເພິ່ນຟັງຂ້ອຍ. ຂ້ອຍຮູ້ສຶກສະບາຍໃຈຂຶ້ນເມື່ອເມຍເວົ້າກັບຂ້ອຍວ່າລາວບໍ່ຈຳເປັນຕ້ອງຢູ່ເຮືອນຫຼັງໃຫຍ່ຈຶ່ງຈະມີຄວາມສຸກ. ຕໍ່ມາ ຂ້ອຍກໍຄ່ອຍໆກ້າວໜ້າຂຶ້ນ.
ປະໂຫຍດທີ່ໄດ້ຮັບ: ຂ້ອຍໄດ້ຮຽນຮູ້ວ່າຄຳເວົ້າຂອງພະເຢຊູທີ່ຢູ່ໃນມັດທາຍ 6:33 ເປັນຄວາມຈິງ. ເພິ່ນບອກວ່າ: “ດັ່ງນັ້ນ ພວກເຈົ້າຕ້ອງໃຫ້ການປົກຄອງຂອງພະເຈົ້າແລະການເຊື່ອຟັງເພິ່ນເປັນສິ່ງສຳຄັນທີ່ສຸດໃນຊີວິດສະເໝີ ແລ້ວເພິ່ນຈະໃຫ້ພວກເຈົ້າມີທຸກສິ່ງທີ່ຈຳເປັນ.” ເຮົາບໍ່ເຄີຍຂາດ “ສິ່ງຈຳເປັນ” ທີ່ພະເຢຊູເວົ້າເຖິງເຊິ່ງກໍຄືສິ່ງຈຳເປັນພື້ນຖານໃນຊີວິດ. ເຖິງວ່າລາຍໄດ້ຂອງຂ້ອຍຈະໜ້ອຍກວ່າຕອນທີ່ຂ້ອຍເປັນນັກແຂ່ງປະມານ 30 ເທົ່າ ແຕ່ຂ້ອຍແລະຄອບຄົວກໍບໍ່ເຄີຍຂາດສິ່ງໃດເລີຍຕະຫຼອດໄລຍະ 20 ປີທີ່ຜ່ານມາ.
ດີກວ່ານັ້ນແມ່ນ ເມື່ອຂ້ອຍເຮັດວຽກ ຮັບໃຊ້ຮ່ວມກັບພີ່ນ້ອງຮ່ວມຄວາມເຊື່ອ ຂ້ອຍມີຄວາມສຸກຫຼາຍແລະອີ່ມໃຈພໍໃຈແບບທີ່ບໍ່ເຄີຍເປັນມາກ່ອນ. ເວລາຜ່ານໄປໄວຫຼາຍ. ຄອບຄົວຂອງເຮົາມີຄວາມສຸກຫຼາຍຂຶ້ນ. ລູກຊາຍຂອງຂ້ອຍ 3 ຄົນກໍເຂົ້າມາເປັນຜູ້ຮັບໃຊ້ທີ່ສັດຊື່ຂອງພະເຢໂຫວາພ້ອມກັບເມຍຂອງເຂົາເຈົ້ານຳ.