ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຕ25 ສະບັບທີ 1 ໜ້າ 4-5
  • ຍອມຮັບ​ຄວາມ​ເປັນ​ຈິງ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຍອມຮັບ​ຄວາມ​ເປັນ​ຈິງ
  • ຕື່ນເຖີດ!—2025
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ເປັນ​ຫຍັງ​ຈຶ່ງ​ສຳຄັນ?
  • ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້
  • ສາລະບານ
    ຕື່ນເຖີດ!—2025
  • ມີ​ຄວາມ​ຫວັງ
    ຕື່ນເຖີດ!—2025
  • ວາງ​ແຜນ​ໃຊ້​ເງິນ​ຢ່າງ​ສະຫຼາດ
    ຕື່ນເຖີດ!—2025
  • ມີ​ນ້ຳໃຈ​ເອື້ອເຟື້ອ
    ຕື່ນເຖີດ!—2025
ເບິ່ງຕື່ມ
ຕື່ນເຖີດ!—2025
ຕ25 ສະບັບທີ 1 ໜ້າ 4-5
ຮູບ: ຮູບ​ທີ 1. ຜູ້​ຍິງ​ຄົນ​ໜຶ່ງ​ເລືອກ​ໝາກ​ເລັ່ນ​ຢູ່​ຕະຫຼາດ. ຮູບ​ທີ 2. ລາວ​ຈ່າຍ​ເງິນ​ໃຫ້​ແມ່​ຄ້າ.

ລາຄາ​ເຄື່ອງ​ແພງ​ຂຶ້ນຈະ​ເຮັດ​ແນວ​ໃດ?

ຍອມຮັບ​ຄວາມ​ເປັນ​ຈິງ

ຖ້າ​ລາຄາ​ເຄື່ອງ​ແພງ​ຂຶ້ນ​ເລື້ອຍໆ ແລ້ວ​ລາຍ​ໄດ້​ຂອງ​ເຮົາ​ກໍ​ເພີ່ມ​ຂຶ້ນ​ນຳ ເຮົາ​ກໍ​ຄື​ຊິ​ບໍ່​ຮູ້ສຶກ​ຫຍັງ. ແຕ່​ຖ້າ​ຢູ່​ບໍ່​ຢູ່​ລາຄາ​ເຄື່ອງ​ແພງ​ຂຶ້ນ ແລ້ວ​ລາຍ​ໄດ້​ພັດ​ສ່ຳ​ເກົ່າ ເຮົາ​ກໍ​ຄື​ຊິ​ອຸກໃຈ​ແລະ​ເຄັ່ງ​ຕຶງ​ຫຼາຍ ແລະ​ຖ້າ​ຕ້ອງ​ໄດ້​ເບິ່ງແຍງ​ຄອບຄົວ​ອີກ​ກໍ​ຄື​ຊິ​ແຮ່ງ​ອຸກໃຈ​ແລະ​ເຄັ່ງ​ຕຶງ​ຫຼາຍ​ກວ່າ​ເກົ່າ.

ເຮົາ​ບໍ່​ສາມາດ​ຄວບຄຸມ​ລາຄາ​ເຄື່ອງ​ທີ່​ຈະ​ຊື້​ໄດ້ ແຕ່​ຖ້າ​ເຮົາ​ຍອມຮັບ​ຄວາມ​ຈິງ​ໃນ​ເລື່ອງ​ນີ້​ມັນ​ກໍ​ຈະ​ເປັນ​ປະໂຫຍດ​ກັບ​ເຮົາ​ຫຼາຍ.

ເປັນ​ຫຍັງ​ຈຶ່ງ​ສຳຄັນ?

ຖ້າ​ເຮົາ​ຍອມຮັບ​ຄວາມ​ຈິງ​ວ່າ​ເຮົາ​ບໍ່​ສາມາດ​ຄວບຄຸມ​ລາຄາ​ເຄື່ອງ​ໄດ້ ມັນ​ກໍ​ງ່າຍ​ຂຶ້ນ​ທີ່​ເຮົາ​ຈະ  . . . 

  • ບໍ່​ອຸກໃຈ​ຫຼາຍ​ໂພດ. ຖ້າ​ເຮົາ​ບໍ່​ອຸກໃຈ​ຫຼາຍ​ເກີນ​ໄປ ເຮົາ​ກໍ​ຈະ​ຄິດ​ແລະ​ຕັດສິນໃຈ​ໄດ້​ດີ​ຂຶ້ນ.

  • ຫຼີກລ່ຽງ​ນິດໄສ​ທີ່​ບໍ່​ດີ ເຊັ່ນ: ບໍ່​ຈ່າຍ​ຄ່າ​ນ້ຳ ຄ່າ​ໄຟ ຫຼື​ໃຊ້​ເງິນ​ຟຸມເຟືອຍ.

  • ບໍ່​ຜິດ​ກັບ​ຄົນ​ໃນ​ຄອບຄົວ​ເລື່ອງ​ເງິນ.

  • ຮູ້​ວ່າ​ຕ້ອງ​ເຮັດ​ຫຍັງ​ແດ່ ເຊັ່ນ: ອາດ​ຕ້ອງ​ຈັດ​ລຳດັບ​ຄວາມ​ສຳຄັນ​ໃນ​ຊີວິດ ແລະ​ປ່ຽນ​ວິທີ​ໃຊ້​ເງິນ.

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ພ້ອມ​ທີ່​ຈະ​ປັບ​ປ່ຽນ. ຖ້າ​ເຮັດ​ໄດ້ ໃຫ້​ໃຊ້​ເງິນ​ໜ້ອຍ​ລົງ​ໃນ​ຊ່ວງ​ທີ່​ລາຄາ​ເຄື່ອງ​ແພງ​ຂຶ້ນ​ໄວ​ຫຼາຍ. ບາງ​ຄົນ​ໃຊ້​ເງິນ​ເກີນ​ໂຕ ເຊິ່ງ​ເປັນ​ຄື​ກັບ​ການ​ລອຍ​ນ້ຳ​ຕ້ານ​ກະແສ​ນ້ຳ ແລະ​ໃນ​ທີ່​ສຸດ​ເຂົາເຈົ້າ​ກໍ​ຈະ​ໝົດ​ແຮງ. ນອກ​ຈາກ​ນັ້ນ ຖ້າ​ເຈົ້າ​ຕ້ອງ​ເບິ່ງແຍງ​ຄອບຄົວ​ໃຫ້​ມີ​ສິ່ງ​ຈຳເປັນ ເຈົ້າ​ຕ້ອງ​ຈື່​ໄວ້​ວ່າ​ຄອບຄົວ​ຕ້ອງການ​ຄວາມ​ຮັກ ເວລາ ແລະ​ການ​ເອົາໃຈໃສ່​ຈາກ​ເຈົ້າ​ຫຼາຍ​ກວ່າ​ທຸກ​ສິ່ງ.

“ຄັນ​ພວກ​ເຈົ້າ​ອຸກໃຈ ພວກ​ເຈົ້າ​ຊິ​ຕໍ່​ຊີວິດ​ໄດ້​ຕື່ມ​ອີກ​ຈັກ​ໜ້ອຍ​ໜຶ່ງ​ບໍ?”—ລູກາ 12:25

“ຢ່າ​ອຸກໃຈ​ກ່ຽວກັບ​ເລື່ອງ​ຂອງ​ມື້​ອື່ນ ຍ້ອນ​ມື້​ອື່ນ​ກໍ​ຈະ​ມີ​ເລື່ອງ​ໃຫ້​ອຸກໃຈ. ແຕ່​ລະ​ມື້​ມີ​ບັນຫາ​ຫຼາຍ​ພໍ​ຢູ່​ແລ້ວ.”—ມັດທາຍ 6:34

ການ​ໃຊ້​ເງິນ​ເກີນ​ໂຕ​ກໍ​ເປັນ​ຄື​ກັບ​ການ​ລອຍ​ນ້ຳ​ຕ້ານ​ກະແສ​ນ້ຳ

ຟາ​ຊິ​ເລຍ.

“ຄື​ກັບ​ທີ່​ຄຳພີ​ໄບເບິນ​ບອກ​ໄວ້​ໃນ 2 ຕີໂມທຽວ 3:1 ເຮົາ​ຢູ່​ໃນ ‘ໄລຍະ​ທີ່​ມີ​ແຕ່​ຄວາມ​ຫຍຸ້ງ​ຍາກ​ລຳບາກ​ແລະ​ອັນຕະລາຍ.’ ຂ້ອຍ​ຈຶ່ງ​ບໍ່​ແປກໃຈ​ຕອນ​ທີ່​ເຈິ​ບັນຫາ​ເສດຖະກິດ​ແລະ​ຕອນ​ທີ່​ເຄື່ອງ​ແພງ​ຂຶ້ນ. ຂ້ອຍ​ພະຍາຍາມ​ປັບ​ປ່ຽນ​ໂດຍ​ບໍ່​ໃຊ້​ເງິນ​ກັບ​ສິ່ງ​ທີ່​ບໍ່​ຈຳເປັນ.”—ຟາ​ຊິ​ເລຍ​ຈາກ​ອາເຊີໄບຈານ

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌