ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຕ25 ສະບັບທີ 1 ໜ້າ 6-9
  • ວາງ​ແຜນ​ໃຊ້​ເງິນ​ຢ່າງ​ສະຫຼາດ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ວາງ​ແຜນ​ໃຊ້​ເງິນ​ຢ່າງ​ສະຫຼາດ
  • ຕື່ນເຖີດ!—2025
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ເປັນ​ຫຍັງ​ຈຶ່ງ​ສຳຄັນ?
  • ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້
  • ຂ້ອຍ​ຈະ​ບໍລິຫານ​ເງິນ​ແນວ​ໃດ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
ຕື່ນເຖີດ!—2025
ຕ25 ສະບັບທີ 1 ໜ້າ 6-9
ຮູບ: ຮູບ​ທີ 1. ພໍ່​ແມ່​ນັ່ງ​ລົມ​ກັນ​ຢູ່​ເຮືອນ​ຄົວ​ເລື່ອງ​ການ​ໃຊ້​ເງິນ​ແລະ​ລູກ​ສາວ​ຢືນ​ຢູ່​ທາງ​ຫຼັງ. ຮູບ​ທີ 2. ໂທລະສັບ​ມື​ຖື​ເປີດ​ແອັບ​ຈັກ​ຄິດ​ໄລ່​ວາງ​ຢູ່​ເທິງ​ໃບ​ບິນ.

ລາຄາ​ເຄື່ອງ​ແພງ​ຂຶ້ນຈະ​ເຮັດ​ແນວ​ໃດ?

ວາງ​ແຜນ​ໃຊ້​ເງິນ​ຢ່າງ​ສະຫຼາດ

ລາຄາ​ເຄື່ອງ​ທີ່​ແພງ​ຂຶ້ນ​ເປັນ​ບັນຫາ​ສຳລັບ​ເຮົາ​ທຸກ​ຄົນ ແຕ່​ເຈົ້າ​ບໍ່​ຕ້ອງ​ຮູ້ສຶກ​ວ່າ​ເລື່ອງ​ນີ້​ເປັນ​ບັນຫາ​ທີ່​ຮັບມື​ບໍ່​ໄດ້ ເພາະ​ອາດ​ມີ​ບາງ​ຢ່າງ​ທີ່​ເຈົ້າ​ເຮັດ​ໄດ້​ເພື່ອ​ຊ່ວຍ​ໃຫ້​ສະຖານະການ​ດີ​ຂຶ້ນ.

ເປັນ​ຫຍັງ​ຈຶ່ງ​ສຳຄັນ?

ຖ້າ​ເຈົ້າ​ບໍ່​ພະຍາຍາມ​ວາງ​ແຜນ​ໃຊ້​ເງິນ​ຢ່າງ​ສະຫຼາດ​ກໍ​ອາດ​ເຮັດ​ໃຫ້​ເຈົ້າ​ມີ​ບັນຫາ​ທາງ​ການ​ເງິນ​ໄດ້​ງ່າຍໆ ແລະ​ແຮ່ງ​ຈະ​ເຮັດ​ໃຫ້​ເຈົ້າ​ອຸກໃຈ​ແລະ​ເຄັ່ງ​ຕຶງ​ຫຼາຍ​ຂຶ້ນ. ເຖິງ​ວ່າ​ເຈົ້າ​ບໍ່​ມີ​ເງິນ​ຫຼາຍ ແຕ່​ກໍ​ມີ​ຫຼາຍ​ຢ່າງ​ທີ່​ເຈົ້າ​ເຮັດ​ໄດ້​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ວາງ​ແຜນ​ໃຊ້​ເງິນ​ຢ່າງ​ສະຫຼາດ.

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ໃຊ້​ເງິນ​ຕາມ​ທີ່​ມີ. ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮູ້ສຶກ​ວ່າ​ສາມາດ​ຄວບຄຸມ​ເງິນ​ທີ່​ມີ​ໄດ້ ແລະ​ໝັ້ນໃຈ​ວ່າ​ຈະ​ມີ​ເງິນ​ພໍ​ໃຊ້​ເມື່ອ​ເຈິ​ເຫດການ​ທີ່​ບໍ່​ຄາດ​ຄິດ.

ຖ້າ​ເຈົ້າ​ວາງ​ແຜນ​ເຮັດ​ລາຍ​ຮັບ​ລາຍ​ຈ່າຍ​ກໍ​ຈະ​ຊ່ວຍ​ເຈົ້າ​ໃຫ້​ໃຊ້​ເງິນ​ຕາມ​ທີ່​ມີ​ໄດ້. ຕອນ​ທີ່​ວາງ​ແຜນ ໃຫ້​ຄິດ​ຢ່າງ​ຮອບຄອບ​ວ່າ​ອັນ​ໃດ​ແມ່ນ​ສິ່ງ​ທີ່​ຈຳເປັນ​ແທ້ໆ ຈາກ​ນັ້ນ​ກໍ​ໃຫ້​ພະຍາຍາມ​ເຮັດ​ຕາມ​ແຜນ. ຖ້າ​ລາຄາ​ເຄື່ອງ​ກັບ​ລາຍ​ຮັບ​ຂອງ​ເຈົ້າ​ມີ​ການ​ປ່ຽນແປງ​ກໍ​ໃຫ້​ພ້ອມ​ທີ່​ຈະ​ປັບ​ປ່ຽນ​ແຜນການ​ໃຊ້​ເງິນ. ຖ້າ​ເຈົ້າ​ແຕ່ງດອງ​ແລ້ວ​ກໍ​ໃຫ້​ປຶກສາ​ຜົວ​ຫຼື​ເມຍ​ຂອງ​ເຈົ້າ.

ລອງ​ວິທີ​ນີ້: ຖ້າ​ເຮັດ​ໄດ້ ຕອນ​ທີ່​ຊື້​ເຄື່ອງ​ໃຫ້​ຈ່າຍ​ສົດ​ບາດ​ດຽວ. ຢ່າ​ໃຊ້​ບັດ​ເຄຣດິດ​ຫຼື​ຈ່າຍ​ຜ່ອນ. ບາງ​ຄົນ​ຮູ້ສຶກ​ວ່າ​ການ​ໃຊ້​ວິທີ​ນີ້​ຈະ​ຊ່ວຍ​ໃຫ້​ຄວບຄຸມ​ຄ່າ​ໃຊ້​ຈ່າຍ​ໄດ້​ດີ​ກວ່າ​ແລະ​ບໍ່​ເປັນ​ໜີ້. ນອກ​ຈາກ​ນັ້ນ ໃຫ້​ກວດ​ເບິ່ງ​ການ​ເຄື່ອນ​ໄຫວ​ຂອງ​ເງິນ​ໃນ​ບັນຊີ ຫຼື​ຈົດ​ສິ່ງ​ທີ່​ເຈົ້າ​ໃຊ້​ຈ່າຍ​ໃນ​ແຕ່​ລະ​ມື້​ແລະ​ໃນ​ແຕ່​ລະ​ເດືອນ. ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວ່າ​ເຈົ້າ​ມີ​ເງິນ​ທັງໝົດ​ເທົ່າ​ໃດ​ແທ້ໆ ແລ້ວ​ເຈົ້າ​ກໍ​ຊິ​ບໍ່​ກັງວົນ​ຫຼາຍ.

ການ​ໃຊ້​ເງິນ​ຕາມ​ທີ່​ມີ​ອາດ​ຈະ​ບໍ່​ງ່າຍ ແຕ່​ການ​ວາງ​ແຜນ​ຢ່າງ​ດີ​ຈະ​ຊ່ວຍ​ເຈົ້າ​ໄດ້ ແລະ​ເຈົ້າ​ກໍ​ຈະ​ກັງວົນ​ກ່ຽວກັບ​ເລື່ອງ​ເງິນ​ໜ້ອຍ​ລົງ​ນຳ.

“ຄິດ​ໄລ່​ເບິ່ງ​ຄ່າ​ໃຊ້​ຈ່າຍ​ກ່ອນ.”—ລູກາ 14:28


ໃຫ້​ເປັນ​ຄົນ​ດຸ​ໝັ່ນ​ເພື່ອ​ຈະ​ບໍ່​ຕົກ​ວຽກ. ເຈົ້າ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຈະ​ບໍ່​ຕົກ​ວຽກ? ລອງ​ເຮັດ​ຕາມ​ຄຳ​ແນະນຳ​ເຫຼົ່າ​ນີ້: ເຂົ້າ​ວຽກ​ໃຫ້​ກົງ​ເວລາ ເບິ່ງ​ວຽກ​ທີ່​ເຮັດ​ໃນ​ແງ່​ບວກ ພ້ອມ​ຊ່ວຍ​ເຫຼືອ​ຄົນ​ອື່ນ ດຸ​ໝັ່ນ​ເຮັດ​ວຽກ ສະແດງ​ຄວາມ​ນັບຖື ເຮັດ​ຕາມ​ກົດ​ລະບຽບ ແລະ​ພະຍາຍາມ​ຝຶກ​ທັກສະ​ໃນ​ການ​ເຮັດ​ວຽກ.


ຢ່າ​ໃຊ້​ເງິນ​ໄປ​ກັບ​ສິ່ງ​ທີ່​ບໍ່​ຈຳເປັນ. ໃຫ້​ຖາມ​ໂຕເອງ​ວ່າ: ‘ຂ້ອຍ​ມັກ​ໃຊ້​ເງິນ​ໄປ​ກັບ​ສິ່ງ​ທີ່​ບໍ່​ຈຳເປັນ​ຫຼື​ສິ່ງ​ທີ່​ສົ່ງ​ຜົນ​ເສຍ​ຕໍ່​ຂ້ອຍ​ບໍ?’ ຫຼາຍ​ຄົນ​ເສຍ​ເງິນ​ທີ່​ຫາ​ມາ​ດ້ວຍ​ຄວາມ​ຍາກ​ລຳບາກ​ໄປ​ກັບ​ຢາເສບຕິດ ການ​ພະນັນ ຢາ​ສູບ ແລະ​ການ​ກິນ​ເຫຼົ້າ​ກິນ​ເບຍ​ຫຼາຍ​ໂພດ. ສິ່ງ​ເຫຼົ່າ​ນີ້​ຍັງ​ເຮັດ​ໃຫ້​ເສຍ​ສຸຂະພາບ​ແລະ​ອາດ​ເຮັດ​ໃຫ້​ຕົກ​ວຽກ​ນຳ.

“ຄົນ​ທີ່​ຊອກ​ຫາ​ສະຕິ​ປັນຍາ​ຈົນ​ພົບ . . . ກໍ​ມີ​ຄວາມ​ສຸກ. ການ​ເປັນ​ຄົນ​ທີ່​ມີ​ສະຕິ​ປັນຍາ ກໍ​ດີ​ກວ່າ​ການ​ມີ​ເງິນ.”—ສຸພາສິດ 3:13, 14


ເກັບ​ເງິນ​ໄວ້​ໃຊ້​ໃນ​ຍາມ​ສຸກເສີນ. ຖ້າ​ເຮັດ​ໄດ້ ໃຫ້​ເກັບ​ເງິນ​ໄວ້​ບາງ​ສ່ວນ​ເພື່ອ​ໃຊ້​ຈ່າຍ​ສຳລັບ​ເຫດການ​ສຸກເສີນ. ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ບໍ່​ໃຫ້​ກັງວົນ ຖ້າ​ຢູ່​ບໍ່​ຢູ່​ເຈົ້າ​ຫຼື​ຄົນ​ໃນ​ຄອບຄົວ​ຂອງ​ເຈົ້າ​ເຈັບ​ປ່ວຍ ຕົກ​ວຽກ ຫຼື​ມີ​ເຫດການ​ທີ່​ບໍ່​ຄາດ​ຄິດ​ເກີດຂຶ້ນ.

“ເວລາ​ແລະ​ເຫດການ​ທີ່​ບໍ່​ຄາດ​ຄິດ​ເກີດຂຶ້ນ​ກັບ [ພວກ​ເຮົາ] ທຸກ​ຄົນ.”—ປັນຍາຈານ 9:11

ເຄັດລັບ​ປະຢັດ​ເງິນ

ກະປຸກ​ແກ້ວ​ທີ່​ມີ​ເງິນ​ຫຼຽນ​ເຕັມ.

ເຮັດ​ອາຫານ​ກິນ​ເອງ​ຢູ່​ເຮືອນ​ຫຼາຍ​ຂຶ້ນ

ການ​ກິນ​ເຂົ້າ​ນອກ​ບ້ານ​ເລື້ອຍໆ ຫຼື​ຊື້​ອາຫານ​ສຳເລັດ​ຮູບ​ແລະ​ເຄື່ອງ​ດື່ມ​ຕ້ອງ​ໃຊ້​ເງິນ​ຫຼາຍ. ເຖິງ​ວ່າ​ການ​ເຮັດ​ອາຫານ​ກິນ​ເອງ​ຢູ່​ເຮືອນ​ຈະ​ໃຊ້​ເວລາ​ແລະ​ຄວາມ​ພະຍາຍາມ ແຕ່​ມັນ​ກໍ​ປະຢັດ​ເງິນ​ໄດ້​ຫຼາຍແທ້ໆ. ນອກ​ຈາກ​ນັ້ນ ເຈົ້າ​ຍັງ​ສາມາດ​ແຕ່ງ​ອາຫານ​ໃນ​ແບບ​ທີ່​ເຈົ້າ​ມັກ ເຊິ່ງ​ທັງ​ສົດ ສະອາດ ປອດໄພ ແລະ​ເປັນ​ປະໂຫຍດ​ຕໍ່​ສຸຂະພາບ​ນຳ.

ຊື້​ເຄື່ອງ​ຂອງ​ຢ່າງ​ສະຫຼາດ

  • ໃຫ້​ຈົດ​ລາຍການ​ເຄື່ອງ​ທີ່​ຈະ​ຊື້ ແລະ​ຊື້​ສິ່ງ​ທີ່​ຕັ້ງໃຈ​ໄວ້​ເທົ່າ​ນັ້ນ.

  • ໃຫ້​ຊື້​ເຄື່ອງ​ເປັນ​ແພ໋ກ​ຖ້າ​ໄດ້​ລາຄາ​ທີ່​ຖືກ​ກວ່າ ແຕ່​ໃຫ້​ຢູ່​ໃນ​ງົບ​ທີ່​ຕັ້ງ​ໄວ້. ຖ້າ​ຊື້​ສິ່ງ​ທີ່​ເນົ່າ​ງ່າຍ​ກໍ​ຕ້ອງ​ມີ​ບ່ອນ​ມ້ຽນ​ເພື່ອ​ຈະ​ບໍ່​ເສຍ​ຖິ້ມ​ໄປ​ລ້າໆ.

  • ໃຫ້​ຊື້​ເຄື່ອງ​ທີ່​ຍີ່​ຫໍ້​ຖືກ​ກວ່າ​ຖ້າ​ຄຸນນະພາບ​ສ່ຳ​ກັນ.

  • ໃຫ້​ຊື້​ເຄື່ອງ​ທາງ​ອອນລາຍ​ເພື່ອ​ຈະ​ໄດ້​ຂໍ້​ສະເໜີ​ທີ່​ດີ​ກວ່າ​ແລະ​ສາມາດ​ຕິດຕາມ​ປະຫວັດ​ການ​ຊື້​ໄດ້. ຖ້າ​ເຈົ້າ​ຊື້​ເຄື່ອງ​ທາງ​ອອນລາຍ​ໄດ້ ເຈົ້າ​ຢາກ​ຈະ​ລອງ​ເບິ່ງ​ບໍ?

  • ໃຫ້​ຊື້​ເຄື່ອງ​ທີ່​ກຳລັງ​ຫຼຸດ​ລາຄາ ແລະ​ຖ້າ​ເປັນ​ໄປ​ໄດ້​ກໍ​ໃຫ້​ໃຊ້​ຄູ​ປອງ. ຕອນ​ທີ່​ຊື້​ເຄື່ອງ​ກໍ​ໃຫ້​ປຽບທຽບ​ລາຄາ​ນຳ.

ຄິດ​ໃຫ້​ດີໆ​ກ່ອນ​ທີ່​ຈະ​ຊື້​ລຸ້ນ​ໃໝ່

ບໍລິສັດ​ຕ່າງໆ​ມັກ​ຈະ​ຜະລິດ​ໂທລະສັບ​ມື​ຖື ຫຼື​ສິນ​ຄ້າ​ລຸ້ນ​ໃໝ່ໆ​ອອກ​ມາ​ເພື່ອ​ສ້າງ​ກຳໄລ. ສະນັ້ນ ໃຫ້​ຖາມ​ໂຕເອງ​ວ່າ: ‘ຂ້ອຍ​ຕ້ອງ​ຊື້​ລຸ້ນ​ໃໝ່​ແທ້ໆ​ບໍ? ຖ້າ​ແມ່ນ ຂ້ອຍ​ຕ້ອງ​ຊື້​ຕອນນີ້​ເລີຍ​ບໍ ແລະ​ຕ້ອງ​ຊື້​ລຸ້ນ​ໃໝ່​ຫຼ້າ​ສຸດ​ບໍ?’

ສ້ອມ​ແປງ​ຫຼື​ຊື້​ເຄື່ອງມື​ສອງ

ຮັກສາ​ເຄື່ອງ​ໃຊ້​ໄຟ​ຟ້າ​ໄວ້​ດີໆ​ເພື່ອ​ຈະ​ໃຊ້​ໄດ້​ດົນ. ຖ້າ​ມັນ​ເພ ແຕ່​ແປງ​ແລ້ວ​ມັນ​ຄຸ້ມ​ກໍ​ບໍ່​ຕ້ອງ​ຊື້​ໃໝ່ ຫຼື​ອາດ​ຈະ​ຊື້​ເຄື່ອງມື​ສອງ​ມາ​ໃຊ້​ກໍ​ໄດ້​ເພື່ອ​ຈະ​ປະຢັດ​ເງິນ.

ປູກ​ຜັກ​ແລະ​ໝາກ​ໄມ້​ກິນ​ເອງ

ລອງ​ຊອກ​ບ່ອນ​ວ່າງ​ຢູ່​ເຮືອນ​ເພື່ອ​ປູກ​ຜັກ​ຫຼື​ໝາກ​ໄມ້​ກິນ​ເອງ. ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ປະຢັດ​ເງິນ​ທີ່​ໃຊ້​ເພື່ອ​ຊື້​ອາຫານ​ສຳລັບ​ຄອບຄົວ. ນອກ​ຈາກ​ນັ້ນ ເຈົ້າ​ອາດ​ເອົາ​ແນວ​ທີ່​ປູກ​ໄປ​ແລກ​ກັບ​ແນວ​ອື່ນ ເອົາ​ໄປ​ຂາຍ ຫຼື​ແບ່ງ​ໃຫ້​ຄົນ​ອື່ນ​ກິນ​ນຳ​ກະ​ໄດ້.

“ແຜນການ​ຂອງ​ຄົນ​ດຸ​ໝັ່ນ​ຈະ​ເຮັດ​ໃຫ້​ປະສົບ​ຄວາມ​ສຳເລັດ​ແນ່ນອນ.”—ສຸພາສິດ 21:5

ບັດ​ເຄຣດິດ

“ເຮົາ​ຈະ​ກວດ​ເບິ່ງ​ຕະຫຼອດ​ວ່າ​ເຄື່ອງ​ຂອງ​ທີ່​ຕ້ອງ​ໃຊ້​ໃນ​ຊີວິດ​ປະຈຳ​ວັນ​ລາຄາ​ເທົ່າ​ໃດ ແລະ​ລະວັງ​ເລື່ອງ​ການ​ໃຊ້​ບັດ​ເຄຣດິດ.”—ໄມລ໌​ຈາກ​ອັງກິດ

ປຶ້ມ​ບັນທຶກ ບິກ ແລະ​ພວງ​ກະແຈ​ລົດ

“ກ່ອນ​ທີ່​ຈະ​ໄປ​ຊື້​ເຄື່ອງ ຄອບຄົວ​ເຮົາ​ຈະ​ຈົດ​ລາຍການ​ວ່າ​ຈະ​ຊື້​ຫຍັງ​ແດ່.”—ເຈເຣມີ​ຈາກ​ອາເມຣິກາ

ຈັກ​ຄິດ​ໄລ່​ກັບ​ປຶ້ມ​ບັນທຶກ​ສິ່ງ​ທີ່​ຕ້ອງ​ເຮັດ​ໃນ​ແຕ່​ລະ​ມື້.

“ເຮົາ​ພະຍາຍາມ​ປັບ​ແຜນການ​ໃຊ້​ເງິນ​ຕາມ​ສະພາບ​ເສດຖະກິດ ແລະ​ເກັບ​ເງິນ​ໄວ້​ແດ່​ເພື່ອ​ໃຊ້​ຈ່າຍ​ໃນ​ຍາມ​ສຸກເສີນ.”—ຢາເອນ​ຈາກ​ອິດສະຣາເອນ

ກະແຈ​ເລື່ອນ​ແລະ​ໂຕ​ລະ​ບິດ

“ເມື່ອ​ມີ​ຫຍັງ​ເພ ເຮົາ​ຈະ​ສອນ​ລູກ​ໃຫ້​ຮູ້​ຈັກ​ແປງ​ກ່ອນ​ທີ່​ຈະ​ຊື້​ໃໝ່ ເຊັ່ນ: ແປງ​ລົດ​ແລະ​ເຄື່ອງ​ໃຊ້​ໄຟ​ຟ້າ​ໃນ​ເຮືອນ. ຂ້ອຍ​ກັບ​ເມຍ​ພະຍາຍາມ​ບໍ່​ຊື້​ເຄື່ອງ​ລຸ້ນ​ໃໝ່​ຫຼ້າ​ສຸດ.”—ເຈບຟຣີ​ຈາກ​ອາເມຣິກາ

“ຂ້ອຍ​ຫຼຸດ​ຄ່າ​ໃຊ້​ຈ່າຍ​ໂດຍ​ປູກ​ຜັກ​ກິນ​ເອງ​ແລະ​ລ້ຽງ​ໄກ່ ແລ້ວ​ຂ້ອຍ​ກໍ​ຍັງ​ແບ່ງ​ຜັກ​ໃຫ້​ຄົນ​ອື່ນ​ກິນ​ນຳ.”—ໂຮໂນ​ຈາກ​ມຽນມາ

ຜູ້​ຊາຍ​ຄົນ​ໜຶ່ງ​ກຳລັງ​ເກັບ​ຜັກ​ຫຼາຍ​ຊະນິດ​ຢູ່​ສວນ.
    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌