ລາຄາເຄື່ອງແພງຂຶ້ນຈະເຮັດແນວໃດ?
ມີນ້ຳໃຈເອື້ອເຟື້ອ
ຕອນທີ່ເກືອບຈະບໍ່ມີເງິນຊື້ສິ່ງຂອງທີ່ຈຳເປັນ ເຈົ້າອາດຮູ້ສຶກວ່າເປັນໄປບໍ່ໄດ້ທີ່ຈະແດງນ້ຳໃຈເອື້ອເຟື້ອຕໍ່ຄົນອື່ນ. ແຕ່ແທ້ໆແລ້ວການສະແດງນ້ຳໃຈເອື້ອເຟື້ອກັບຄົນອື່ນຈະຊ່ວຍເຈົ້າໃຫ້ຮັບມືກັບບັນຫາເສດຖະກິດໄດ້. ເຈົ້າສາມາດປະຢັດເງິນແລະມີນ້ຳໃຈເອື້ອເຟື້ອໄດ້ໃນເວລາດຽວກັນ.
ເປັນຫຍັງຈຶ່ງສຳຄັນ?
ເຮົາມີຄວາມສຸກແລະຮູ້ສຶກດີຕອນທີ່ໄດ້ໃຫ້ບາງຢ່າງກັບຄົນອື່ນ. ຜົນວິໄຈບອກວ່າການໃຫ້ຊ່ວຍເຮົາໄດ້ທາງຮ່າງກາຍແລະຈິດໃຈ ເຊັ່ນ: ຊ່ວຍຫຼຸດຄວາມເຄັ່ງຕຶງ ຄວາມອຸກໃຈ ຄວາມດັນ ອາການປວດເມື່ອຍ ແລະອາດຊ່ວຍໃຫ້ນອນຫຼັບໄດ້ດີຂຶ້ນນຳ.
ເມື່ອເຮົາຊ່ວຍຄົນອື່ນບໍ່ວ່າຈະໃຫ້ເງິນຫຼືສິ່ງຂອງ ມັນກໍຈະງ່າຍຂຶ້ນທີ່ເຮົາຈະຍອມຮັບຄວາມຊ່ວຍເຫຼືອຈາກຄົນອື່ນ. ຮາເວີດຈາກອັງກິດບອກວ່າ: “ເມື່ອໄດ້ສະແດງນ້ຳໃຈແລະຊ່ວຍຄົນອື່ນ ຂ້ອຍກັບເມຍກໍຮູ້ສຶກວ່າຍອມຮັບຄວາມຊ່ວຍເຫຼືອຈາກຄົນອື່ນໄດ້ງ່າຍຂຶ້ນ.” ແນ່ນອນວ່າຄົນທີ່ມີນ້ຳໃຈເອື້ອເຟື້ອຈະບໍ່ຄາດໝາຍວ່າຈະໄດ້ສິ່ງຕອບແທນ. ແຕ່ເຂົາເຈົ້າຈະໄດ້ໝູ່ແທ້ເຊິ່ງພ້ອມຈະຊ່ວຍເຫຼືອໃນເວລາທີ່ຍາກລຳບາກ.
ສິ່ງທີ່ເຈົ້າເຮັດໄດ້
ໃຫ້ເທົ່າທີ່ໃຫ້ໄດ້. ເຈົ້າອາດຈະມີບໍ່ຫຼາຍ ແຕ່ກໍໃຫ້ຄົນອື່ນໄດ້ເຖິງມັນຈະເປັນພຽງອາຫານງ່າຍໆກໍຕາມ. ດັນແຄນກັບຄອບຄົວຈາກປະເທດອູການດາບໍ່ຄ່ອຍມີເງິນ ແຕ່ເຂົາເຈົ້າກໍມີນ້ຳໃຈເອື້ອເຟື້ອ. ດັນແຄນເວົ້າວ່າ: “ຂ້ອຍກັບເມຍມັກຈະຊວນຄົນອື່ນມາກິນເຂົ້າຢູ່ເຮືອນໃນວັນອາທິດ. ອາຫານທີ່ເຮົາເຮັດກໍງ່າຍໆ ແລະເຮົາກໍມີຄວາມສຸກຫຼາຍທີ່ໄດ້ໃຊ້ເວລານຳກັນ.”
ເຈົ້າຕ້ອງມີເຫດຜົນນຳຕອນທີ່ໃຫ້ຄົນອື່ນ. ເຈົ້າຄືຊິບໍ່ຢາກໃຫ້ຫຼາຍໂພດຈົນເຮັດໃຫ້ຄອບຄົວຂອງໂຕເອງເດືອດຮ້ອນ.—ໂຢບ 17:5
ລອງວິທີນີ້: ເຮັດອາຫານງ່າຍໆແລະແບ່ງໃຫ້ຄົນອື່ນນຳ ຫຼືອາດຈະໃຫ້ເຂົ້າໜົມໜ້ອຍໜຶ່ງກະໄດ້. ເຈົ້າມີເຄື່ອງທີ່ບໍ່ໄດ້ໃຊ້ບໍ? ເອົາໃຫ້ໝູ່ຫຼືເພື່ອນບ້ານຂອງເຈົ້າແມ້ ມັນອາດຈະເປັນປະໂຫຍດກັບເຂົາເຈົ້າກໍໄດ້.
ໃຫ້ໃຊ້ວິທີອື່ນ. ບາງເທື່ອຂອງຂວັນທີ່ດີທີ່ສຸດກໍບໍ່ຈຳເປັນຕ້ອງໃຊ້ເງິນ. ຕົວຢ່າງເຊັ່ນ: ເຈົ້າສາມາດໃຫ້ເວລາແລະສົນໃຈຄົນອື່ນໂດຍຊ່ວຍເຫຼືອເຂົາເຈົ້າ. ແມ່ນແຕ່ຄຳເວົ້າດີໆກໍເປັນຂອງຂວັນໄດ້. ລອງບອກຄົນອື່ນເບິ່ງແມ້ວ່າເຈົ້າຮັກແລະເຫັນຄ່າເຂົາເຈົ້າຫຼາຍສ່ຳໃດ.
ລອງວິທີນີ້: ຊ່ວຍຄົນອື່ນເຮັດວຽກເຮືອນ ສ້ອມແປງເຮືອນ ຫຼືໄປເຮັດວຽກບາງຢ່າງໃຫ້. ສົ່ງຂໍ້ຄວາມໄປຫາໝູ່ ເຈົ້າອາດພຽງແຕ່ບອກວ່າເຈົ້າຄິດຮອດລາວກະໄດ້.
ຖ້າເຈົ້າຊອກຫາວິທີທີ່ຈະສະແດງນ້ຳໃຈເອື້ອເຟື້ອຕໍ່ຄົນອື່ນ ເຈົ້າກໍຈະມີຄວາມສຸກຫຼາຍຂຶ້ນ.