ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຈລ-1110 ໜ້າ 29
  • ເລື່ອງ​ເສີມ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເລື່ອງ​ເສີມ
  • ບົດຄວາມຈາກ “ຕື່ນເຖີດ!” ປີ 2011 ພາສາອັງກິດ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ລືມ​ວິທີ​ຫຼິ້ນ​ກັບ​ລູກ
  • ອ່ານ​ນິທານ​ໃຫ້​ລູກ​ຟັງ​ກ່ອນ​ນອນ
  • ຂ້ອຍ​ຄວນ​ຫຼິ້ນ​ເກມ​ເອເລັກໂຕຣນິກ​ບໍ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • ຈົ່ງ​ຝຶກ​ອົບຮົມ​ລູກ​ຂອງ​ເຈົ້າ​ຕັ້ງ​ແຕ່​ເປັນ​ທາລົກ
    ເຄັດລັບສຳລັບຄວາມສຸກໃນຄອບຄົວ
  • ເຮັດ​ແນວ​ໃດ​ຄອບຄົວ​ຈຶ່ງ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ?—ຕອນ​ທີ 2
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ພໍ່ກັບລູກຊາຍຈະສະໜິດກັນຫຼາຍຂຶ້ນໄດ້ແນວໃດ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2011
ບົດຄວາມຈາກ “ຕື່ນເຖີດ!” ປີ 2011 ພາສາອັງກິດ
ຈລ-1110 ໜ້າ 29

ເລື່ອງ​ເສີມ

ປະມານ 17 ສ່ວນ​ຮ້ອຍ​ຂອງ​ນັກ​ຮຽນ​ຊາວ​ເບຣຊີນ​ເຊິ່ງ​ອາຍຸ​ລະຫວ່າງ 10 ຫາ 13 ປີ ມັກ​ຂົ່ມເຫງ​ຄົນ​ອື່ນ​ຫຼື​ບໍ່​ກໍ​ຖືກ​ຂົ່ມເຫງ.—O ESTADO DE SÃO PAULO, ປະເທດ​ເບຣຊີນ.

ໃນ​ທຸກ​ມື້​ນີ້ ແພດ​ກວດ​ພົບ​ວ່າ​ເດັກ​ນ້ອຍ​ທີ່​ອາຍຸ​ຕ່ຳ​ກວ່າ 12 ປີ ເປັນ​ໜິ້ວ​ໝາກ​ໄຂ່​ຫຼັງ ມີ​ຄວາມ​ດັນ​ເລືອດ​ສູງ ມີ​ໄຂ​ມັນ​ສູງ ແລະ​ມີ​ບັນຫາ​ກັບ​ຕັບ. ອັນ​ໃດ​ຄື​ສາເຫດ​ຫຼັກ? ຮູບ​ແບບ​ຊີວິດ​ທີ່​ມີ​ແຕ່​ນັ່ງ​ກັບ​ນອນ ກິນ​ອາຫານ​ທີ່​ບໍ່​ມີ​ປະໂຫຍດ​ຫຼາຍ​ໂພດ ແລະ​ຕຸ້ຍ​ໂພດ.—ABC, ປະເທດ​ແອດສະປາຍ.

ລືມ​ວິທີ​ຫຼິ້ນ​ກັບ​ລູກ

ອີງ​ຕາມ​ການ​ສຳຫຼວດ​ໃນ​ມໍ່ໆນີ້ ໜຶ່ງ​ໃນ​ຫ້າ​ຂອງ​ພໍ່​ແມ່​ທີ່​ຢູ່​ໃນ​ປະເທດ​ອັງກິດ​ບອກ​ວ່າ​ເຂົາ​ເຈົ້າ​ລືມ “ວິທີ​ຫຼິ້ນ​ກັບ​ລູກ.” ໜຶ່ງ​ໃນ​ສາມ​ຍອມ​ຮັບ​ວ່າ​ເຂົາ​ເຈົ້າ​ຮູ້ສຶກ​ເບື່ອ​ທີ່​ຈະ​ຫຼິ້ນ​ກັບ​ລູກ ໃນ​ຂະນະ​ທີ່​ບາງ​ຄົນ​ບໍ່​ມີ​ເວລາ​ແລະ​ບໍ່​ຮູ້​ວ່າ​ຈະ​ຫຼິ້ນ​ຫຍັງ​ກັບ​ລູກ. ສາດສະດາຈານ​ທ່ານ​ນາງ ທັນ​ຍາ ໄບຣອນ ນັກ​ຈິດຕະ​ວິທະຍາ​ດ້ານ​ການ​ປິ່ນປົວ​ກ່າວ​ວ່າ: “ມີ​ປັດໄຈ​ສີ່​ຢ່າງ​ທີ່​ຈະ​ເຮັດ​ໃຫ້​ການ​ຫຼິ້ນ​ກັບ​ລູກ​ປະສົບ​ຜົນ​ສຳເລັດ​ນັ້ນ​ຄື ການ​ໃຫ້​ຄວາມ​ຮູ້ ການ​ໃຫ້​ແຮງ​ບັນດານ​ໃຈ ການ​ເຂົ້າ​ກັບ​ຄົນ​ອື່ນ​ແລະ​ການ​ເວົ້າ​ລົມ​ກັນ.” ເຖິງ​ວ່າ​ໜຶ່ງ​ໃນ​ສາມ​ຂອງ​ພໍ່​ແມ່​ເລືອກ​ທີ່​ຈະ​ຫຼິ້ນ​ເກມ​ຄອມພິວເຕີ​ກັບ​ລູກ ແຕ່​ວ່າ​ເດັກ​ນ້ອຍ​ສ່ວນ​ຫຼາຍ​ມັກ​ຫຼິ້ນ​ເກມ​ຄົນ​ດຽວ. ສ່ວນ​ຫຼາຍ​ແລ້ວ​ເດັກ​ອາຍຸ 5 ເຖິງ 15 ປີ​ມັກ​ເຮັດ​ກິດຈະກຳ​ກາງ​ແຈ້ງ​ຫຼື​ຫຼິ້ນ​ເກມ​ທີ່​ເຮັດ​ຈາກ​ເຈ້ຍ​ແຂງ​ກັບ​ພໍ່​ແມ່.

ອ່ານ​ນິທານ​ໃຫ້​ລູກ​ຟັງ​ກ່ອນ​ນອນ

ມີ​ການ​ບໍລິການ​ທາງ​ອິນເຕີເນັດ​ເພື່ອ​ຊ່ວຍ​ຜູ້​ເປັນ​ພໍ່​ທີ່​ບໍ່​ມີ​ເວລາ​ອ່ານ​ນິທານ​ໃຫ້​ລູກ​ຟັງ​ກ່ອນ​ນອນ. ໜັງສື​ພິມ Daily Telegraph ຂອງ​ຊິດນີ ບອກ​ວ່າ “ໂປຣແກຣມ​ຄອມພິວເຕີ​ທີ່​ທັນ​ສະໄໝ​ຈະ​ບັນທຶກ​ສຽງ​ຂອງ​ພໍ່​ທີ່​ອ່ານ​ນິທານ​ໃຫ້​ລູກ​ຟັງ​ກ່ອນ​ນອນ ໃສ່​ສຽງ​ດົນຕີ​ແລະ​ສຽງ​ປະກອບ ແລ້ວ​ສົ່ງ​ບັນທຶກ​ສຽງ​ນັ້ນ​ໄປ​ໃຫ້​ລູກ​ທາງ​ອີເມວ.” ແນວ​ໃດ​ກໍ​ຕາມ ຜູ້​ຊ່ຽວຊານ​ດ້ານ​ສາຍ​ສຳພັນ​ບໍ່​ແນ່​ໃຈ​ວ່າ​ວິທີ​ນີ້​ຈະ​ເປັນ​ປະໂຫຍດ. ດຣ. ຣິຊາດ ເຟັດເຊີ ທີ່​ເຮັດ​ວຽກ​ຢູ່​ໂຄງການ​ຄົ້ນ​ຄວ້າ​ເລື່ອງ​ຄອບຄົວ​ໃນ​ມະຫາ​ວິທະຍາໄລ​ນິວ​ຄາ​ໂຊ ປະເທດ​ອົດສະຕຣາລີ ກ່າວ​ວ່າ: ການ​ອ່ານ​ນິທານ​ໃຫ້​ລູກ​ຟັງ​ເປັນ​ການ​ສ້າງ​ສາຍ​ສຳພັນ​ທີ່​ດີ​ກັບ​ລູກ. ມັນ​ກ່ຽວ​ຂ້ອງ​ກັບ​ການ​ລົມ​ກັບ​ລູກ ກອດ​ລູກ ແລະ​ຫົວ​ກັບ​ລູກ. ດຣ. ຣິຊາດ ກ່າວ​ວ່າ ອີເມວ​ບໍ່​ໄດ້​ເກີດ​ຜົນ​ດີ​ຄື​ກັບ​ການ​ນັ່ງ​ອ່ານ​ໃຫ້​ລູກ​ຟັງ.

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌