ການຊ່ວຍເດັກທີ່ມີບັນຫາໃນການຮຽນຮູ້
ທ້າວ ສະຕີເວັນ ມີບັນຫາໃນການອ່ານ. ທຸກຄັ້ງທີ່ຮູ້ວ່າຈະຖືກເອີ້ນໃຫ້ອ່ານອອກສຽງໃນຫ້ອງຮຽນ ລາວກໍຈະເລີ່ມເຈັບທ້ອງໂລດ.
ທັງໆທີ່ມີນາຍຄູຊ່ວຍ ແຕ່ນາງ ມາເຣຍກໍຍັງຂຽນໜັງສືແບບໄກ່ເຂ່ຍເຊິ່ງອ່ານໄດ້ຍາກ. ລາວຕ້ອງໃຊ້ເວລາຫຼາຍຊົ່ວໂມງເພື່ອເຮັດວຽກບ້ານໃຫ້ແລ້ວ.
ທ້າວ ໂນອາ ອ່ານວຽກບ້ານຊ້ຳໄປຊ້ຳມາ ແຕ່ບໍ່ຈື່ເລື່ອງທີ່ອ່ານເລີຍ ແລະຜົນການຮຽນຂອງລາວກໍບໍ່ດີ.
ສະຕີເວັນ ມາເຣຍ ແລະໂນອາມີບັນຫາໃນການຮຽນຮູ້ ເຊິ່ງພົບເຫັນເລື້ອຍທີ່ສຸດກໍຄືບັນຫາໃນດ້ານການອ່ານ. ຕົວຢ່າງເຊັ່ນ ເດັກນ້ອຍທີ່ມີບັນຫາໃນດ້ານການອ່ານ (dyslexia) ບໍ່ສາມາດໄຈ້ແຍກຕົວອັກສອນທີ່ມີລັກສະນະຄ້າຍໆກັນ. ການມີບັນຫາໃນການຮຽນຮູ້ດ້ານອື່ນໆແມ່ນໃນດ້ານການຂຽນ (dysgraphia) ແລະໃນດ້ານການຮຽນເລກ (dyscalculia). ແຕ່ຄົນສ່ວນຫຼາຍທີ່ມີບັນຫາໃນການຮຽນຮູ້ເປັນຜູ້ທີ່ມີລະດັບສະຕິປັນຍາໃນເກນປົກກະຕິຫຼືສູງກວ່າເກນປົກກະຕິຊ້ຳ.
ອາການທີ່ສະແດງເຖິງການມີບັນຫາໃນການຮຽນຮູ້ລວມເຖິງການເລີ່ມເວົ້າຊ້າກວ່າເດັກນ້ອຍສ່ວນຫຼາຍ ຄຶດບໍ່ອອກວ່າຄຳໃດມີສຽງສຳຜັດກັນ ອອກສຽງຜິດສະເໝີ ເວົ້າແບບເດັກນ້ອຍທີ່ຫາກໍຮຽນເວົ້າທັງໆທີ່ໃຫຍ່ແລ້ວ ຮຽນຕົວອັກສອນແລະຕົວເລກໄດ້ຍາກ ບໍ່ສາມາດອອກສຽງຕົວອັກສອນໃນຄຳງ່າຍໆໄດ້ ສັບສົນໃນການຈື່ຄຳທີ່ອອກສຽງຄ້າຍໆກັນ ແລະເຮັດຕາມຄຳສັ່ງໄດ້ຍາກ.a
ການຊ່ວຍລູກໃຫ້ເອົາຊະນະບັນຫານີ້
ພໍ່ແມ່ສາມາດເຮັດຫຍັງໄດ້ແດ່ຖ້າລູກເບິ່ງຄືວ່າມີບັນຫາໃນການຮຽນຮູ້? ທຳອິດ ພາລູກໄປວັດແທກສາຍຕາແລະການໄດ້ຍິນ ເພື່ອຕັດສາເຫດທີ່ກ່ຽວຂ້ອງກັບບັນຫາດັງກ່າວອອກໄປ.b ຈາກນັ້ນພາລູກໄປຫາທ່ານໝໍເພື່ອບົ່ງອາການ. ຖ້າລູກມີບັນຫາໃນການຮຽນຮູ້ ລູກກໍຕ້ອງການການຄ້ຳຊູທາງດ້ານອາລົມຈາກພໍ່ແມ່. ຂໍໃຫ້ຈື່ໄວ້ວ່າ ການມີບັນຫາໃນການຮຽນຮູ້ບໍ່ໄດ້ກ່ຽວຂ້ອງກັບລະດັບສະຕິປັນຍາຂອງລູກ.
ໃຫ້ໃຊ້ປະໂຫຍດຈາກໂຄງການພິເສດຕ່າງໆທີ່ອາດມີຢູ່ໂຮງຮຽນຂອງລູກເຊັ່ນ ການຮຽນເພີ່ມ. ຂໍຄວາມຮ່ວມມືນຳນາຍຄູ. ບາງທີອາດເວົ້າກັບນາຍຄູເພື່ອໃຫ້ລູກນັ່ງຢູ່ແຖວໜ້າແລະໃຫ້ເວລາຫຼາຍກວ່າໃນການເຮັດວຽກບ້ານ. ໃຫ້ນາຍຄູມອບວຽກບ້ານທັງໂດຍການເວົ້າແລະການຂຽນບອກ ແລະອະນຸຍາດໃຫ້ເສັງປາກເປົ່າໄດ້. ເນື່ອງຈາກເດັກນ້ອຍທີ່ມີບັນຫາໃນການຮຽນຮູ້ມັກລືມງ່າຍແລະບໍ່ມີລະບຽບ ຄວນກຽມປຶ້ມຕຳລາຮຽນອີກຊຸດໜຶ່ງໄວ້ໃຊ້ຢູ່ເຮືອນ. ຄວນໃຫ້ມີຄອມພິວເຕີທີ່ມີລະບົບການສະກົດຄຳສັບເພື່ອໃຊ້ໃນຫ້ອງຮຽນຫຼືເພື່ອເຮັດວຽກບ້ານ.
ໃຫ້ລູກອ່ານໜັງສືເປັນຕອນສັ້ນໆທຸກມື້. ການອ່ານອອກສຽງແມ່ນດີທີ່ສຸດສຳລັບເດັກນ້ອຍທີ່ມີບັນຫາໃນດ້ານການອ່ານ ເພື່ອພໍ່ແມ່ຈະມີໂອກາດແນະນຳແລະແກ້ໄຂ. ທຳອິດ ໃຫ້ພໍ່ຫຼືແມ່ອ່ານອອກສຽງແລ້ວໃຫ້ລູກອ່ານຕາມ. ຕໍ່ມາໃຫ້ອ່ານອອກສຽງນຳກັນ ແລະຈາກນັ້ນໃຫ້ລູກອ່ານເອງ. ໃຫ້ລູກເອົາໄມ້ບັນທັດວາງໄວ້ຢູ່ກ້ອງແຖວເມື່ອອ່ານ ແລະໃຫ້ໝາຍຄຳສັບທີ່ຍາກໄວ້. ການຝຶກແບບນີ້ອາດໃຊ້ເວລາພຽງແຕ່ 15 ນາທີເທົ່ານັ້ນ.
ພໍ່ແມ່ອາດສອນລູກໃຫ້ຮູ້ຈັກຄິດໄລ່ໃນແບບທີ່ໃຊ້ການໄດ້ແທ້ເຊັ່ນ ການຮູ້ຈັກຊັ່ງນ້ຳໜັກ ການໃຊ້ໄມ້ບັນທັດເພື່ອວັດແທກ ຫຼືການໃຫ້ເບິ່ງລາຄາສິນຄ້າ. ອາດໃຊ້ເຈ້ຍທີ່ຂີດເປັນຕາແລະແຜນພາບຊ່ວຍໃນການແກ້ໂຈດເລກ. ສຳລັບລາຍມືທີ່ຂຽນແບບໄກ່ເຂ່ຍ ໃຫ້ພະຍາຍາມຊອກເຈ້ຍທີ່ເປັນແຖວຫ່າງໆແລະໃຊ້ສໍທີ່ເປັນຄອງໜາ. ການຕິດຕົວອັກສອນເຊິ່ງເປັນແມ່ເຫຼັກໃສ່ບ່ອນທີ່ເປັນແຜ່ນໂລຫະອາດຊ່ວຍລູກໃຫ້ສະກົດຄຳໄດ້.
ນອກຈາກນັ້ນຍັງມີວິທີອື່ນໆທີ່ໃຊ້ໄດ້ຜົນໃນການຮັບມືກັບໂລກສະມາທິສັ້ນ (Attention Deficit Hyperactivity Disorder). ໃຫ້ເບິ່ງຕາລູກ ກ່ອນຈະເວົ້າກັບລູກທີ່ບໍ່ສາມາດຄວບຄຸມສະມາທິໄດ້. ໃຫ້ລູກເຮັດວຽກບ້ານຢູ່ບ່ອນມິດໆແລະໃຫ້ພັກເລື້ອຍໆ. ຄວນໃຊ້ປະໂຫຍດຈາກການຢູ່ຊື່ໆບໍ່ເປັນຂອງລູກໂດຍໃຫ້ມີກິດຈະກຳທີ່ຕ້ອງມີການເຄື່ອນເໜັງເຊັ່ນ ກວດເດີ່ນບ້ານ.
ມີທາງປະສົບຄວາມສຳເລັດໄດ້
ໃຫ້ສົ່ງເສີມຈຸດທີ່ລູກເຮັດໄດ້ດີ ຊຸກຍູ້ເລື່ອງຄວາມສາມາດແລະພອນສະຫວັນທີ່ລູກມີ. ຊົມເຊີຍແລະໃຫ້ຂອງຂວັນລູກເມື່ອເຮັດສິ່ງໃດກໍຕາມສຳເລັດ ເຖິງວ່າເປັນເລື່ອງເລັກໆນ້ອຍໆ. ແບ່ງວຽກຮັບຜິດຊອບໃຫ້ໜ້ອຍລົງເຊິ່ງສາມາດເຮັດໃຫ້ແລ້ວໄດ້ງ່າຍ ເພື່ອລູກຈະຮູ້ສຶກພູມໃຈເມື່ອເຮັດວຽກນັ້ນໄດ້ສຳເລັດ. ໃຊ້ຮູບພາບຫຼືແຜນພາບເພື່ອຊ່ວຍລູກໃຫ້ເຂົ້າໃຈຂັ້ນຕອນທີ່ຕ້ອງເຮັດໃນການໃຫ້ວຽກນັ້ນແລ້ວ.
ໃນທີ່ສຸດ ການມີຄວາມສາມາດພື້ນຖານດ້ານການອ່ານ ການຂຽນ ແລະການຄິດໄລ່ເປັນສິ່ງສຳຄັນສຳລັບໄວໜຸ່ມສາວ. ໃຫ້ໝັ້ນໃຈວ່າ ເມື່ອມີແຮງກະຕຸ້ນທີ່ເໝາະສົມແລະໃຫ້ການຊ່ວຍເຫຼືອແບບຖືກວິທີ ເດັກນ້ອຍສາມາດຮຽນຮູ້ໄດ້ ພຽງແຕ່ອາດຈະຮຽນຮູ້ດ້ວຍວິທີທີ່ຕ່າງຈາກຄົນອື່ນແລະໃຊ້ເວລາດົນກວ່າເລັກໜ້ອຍ.
[ຂໍ້ຄວາມໄຂເງື່ອນ]
a ການມີບັນຫາໃນການຮຽນຮູ້ມັກພົບເຫັນຄຽງຄູ່ກັບໂລກສະມາທິສັ້ນ (ADHD) ເຊິ່ງມີລັກສະນະທີ່ເຫັນໄດ້ຢ່າງຈະແຈ້ງແມ່ນ ການຢູ່ຊື່ໆບໍ່ເປັນ ມີພຶດຕິກຳທີ່ເຮັດໂລດແບບບໍ່ໄດ້ຄຶດ ແລະບໍ່ສາມາດຄວບຄຸມສະມາທິໄດ້.
b ເດັກນ້ອຍຜູ້ຊາຍມີໂອກາດເປັນໂລກສະມາທິສັ້ນແລະມີບັນຫາໃນການຮຽນຮູ້ດ້ານການອ່ານຫຼາຍກວ່າເດັກນ້ອຍຜູ້ຍິງເຖິງສາມເທົ່າ.
[ຂອບໜ້າ 31]
ເມື່ອການມີບັນຫາໃນການຮຽນຮູ້ກາຍເປັນສິ່ງທີ່ມີຄ່າ
“ເມື່ອຂ້ອຍເບິ່ງຄຳສັບຕ່າງໆທີ່ຢູ່ໃນເຈ້ຍ ຄຳສັບເຫຼົ່ານັ້ນເປັນເສັ້ນທີ່ສັບປົນຄົນເລກັນເຊິ່ງໂຄ້ງຂຶ້ນໂຄ້ງລົງ. ຄຳສັບເຫຼົ່ານັ້ນເບິ່ງຄືກັບເປັນພາສາຕ່າງປະເທດ ເຊິ່ງບໍ່ມີຄວາມໝາຍຫຍັງສຳລັບຂ້ອຍຈົນກວ່າຈະມີຜູ້ໃດຜູ້ໜຶ່ງອ່ານອອກສຽງໃຫ້ຟັງ. ນາຍຄູຄຶດວ່າຂ້ອຍຂີ້ຄ້ານ ບໍ່ນັບຖືເພິ່ນ ຫຼືຄຶດວ່າຂ້ອຍບໍ່ພະຍາຍາມຕັ້ງໃຈຟັງເມື່ອເພິ່ນສອນ. ແຕ່ທີ່ຈິງແລ້ວບໍ່ໄດ້ເປັນແນວນັ້ນ ຂ້ອຍຕັ້ງໃຈຟັງແລະພະຍາຍາມເອົາແທ້ເອົາວ່າ ແຕ່ຂ້ອຍບໍ່ເຂົ້າໃຈວິທີອ່ານແລະວິທີຂຽນ. ວິຊາອື່ນໆເຊັ່ນ ວິຊາເລກແມ່ນບໍ່ຍາກສຳລັບຂ້ອຍ. ຕອນເປັນເດັກນ້ອຍ ຂ້ອຍຮຽນຮູ້ໄດ້ໄວທີ່ຈະຕັ້ງໃຈຕໍ່ສິ່ງຕ່າງໆເຊັ່ນ ກິລາ ວຽກການຊ່າງ ສິລະປະ ແລະວຽກອື່ນໆທີ່ກ່ຽວຂ້ອງກັບການໃຊ້ມື ແຕ່ຕ້ອງບໍ່ແມ່ນການອ່ານແລະການຂຽນ.
“ເມື່ອໃຫຍ່ຂຶ້ນ ຂ້ອຍເລືອກວຽກທີ່ເຮັດດ້ວຍມື ດັ່ງນັ້ນຂ້ອຍຈຶ່ງກາຍເປັນຊ່າງ. ການເປັນຊ່າງເຮັດໃຫ້ຂ້ອຍມີສິດທິພິເສດໄດ້ເຮັດວຽກໃນຫ້າໂຄງການກໍ່ສ້າງຂອງພະຍານພະເຢໂຫວາທີ່ເຮັດຢູ່ຕ່າງປະເທດ. ເພາະຕ້ອງໃຊ້ຄວາມພະຍາຍາມໃຫ້ຫຼາຍຂຶ້ນເພື່ອຈະອ່ານ ຂ້ອຍຈຶ່ງຈື່ໄດ້ຫຼາຍໃນສິ່ງທີ່ອ່ານ. ເນື່ອງຈາກເປັນນັກສຶກສາຄຳພີໄບເບິນ ຂ້ອຍເຫັນວ່າສິ່ງນີ້ເປັນປະໂຫຍດຫຼາຍ ໂດຍສະເພາະໃນວຽກການປະກາດຂອງຄລິດສະຕຽນ. ແທນທີ່ຈະຖືວ່າການມີບັນຫາໃນການຮຽນຮູ້ເປັນຈຸດອ່ອນ ແຕ່ຂ້ອຍພັດຖືວ່ານັ້ນເປັນສິ່ງທີ່ມີຄ່າສຳລັບຂ້ອຍ.”—ທ. ປິເຕີ, ເປັນພະຍານພະເຢໂຫວາທີ່ປະກາດເຕັມເວລາເຊິ່ງມີບັນຫາໃນການອ່ານ (dyslexic).
[ຮູບພາບໜ້າ 30]
ໃນຂະນະທີ່ຟັງຢ່າງຕັ້ງໃຈ ເດັກສາມາດບັນທຶກໄດ້ດີຫຼາຍໂດຍແຕ້ມເປັນຮູບພາບ