ພໍ່ກັບລູກຊາຍຈະສະໜິດກັນຫຼາຍຂຶ້ນໄດ້ແນວໃດ?
“ພໍ່ ເປັນຫຍັງພໍ່ຄືຮູ້ຫຼາຍຢ່າງແທ້?” ລູກຊາຍຂອງເຈົ້າເຄີຍຖາມດ້ວຍຄວາມແປກໃຈແບບນີ້ບໍ? ເມື່ອໄດ້ຍິນຄຳຖາມແບບນີ້ ເຈົ້າຄືຊິຮູ້ສຶກພູມໃຈໃນຄວາມເປັນພໍ່. ຖ້າລູກຊາຍບໍ່ພຽງແຕ່ຊົມເຊີຍເຈົ້າ ແຕ່ຍັງເອົາຄຳແນະນຳຂອງເຈົ້າໄປໃຊ້ແລະໄດ້ຮັບປະໂຫຍດ ແນ່ນອນວ່າເຈົ້າຄືຊິດີໃຈຫຼາຍແທ້ໆ.a—ສຸພາສິດ 23:15, 24
ແນວໃດກໍຕາມ ເມື່ອລູກຊາຍຂອງເຈົ້າໃຫຍ່ຂຶ້ນລາວກໍ່ຍັງຊົມເຊີຍເຈົ້າຄືຕອນທີ່ລາວຍັງນ້ອຍບໍ? ຫຼືວ່າແຮ່ງໃຫຍ່ຂຶ້ນລາວແຮ່ງຫ່າງຈາກເຈົ້າ? ເຈົ້າຈະຮັກສາຄວາມໃກ້ຊິດສະໜິດສະໜົມກັບລູກຊາຍໃນຂະນະທີ່ລາວເຕີບໃຫຍ່ຂຶ້ນຈົນກາຍເປັນຜູ້ໃຫຍ່ໄດ້ແນວໃດ? ກ່ອນອື່ນ ໃຫ້ເຮົາມາເບິ່ງວ່າຜູ້ເປັນພໍ່ໄດ້ເຈິກັບບັນຫາຫຍັງແດ່?
ບັນຫາ 3 ຢ່າງທີ່ເຫັນເລື້ອຍໆ.
1. ບໍ່ມີເວລາ: ໃນຫຼາຍປະເທດ ພໍ່ເປັນເສົາຫຼັກໃນການຫາລ້ຽງຄອບຄົວ. ພໍ່ຕ້ອງອອກໄປເຮັດວຽກເກືອບໝົດມື້. ໃນບາງປະເທດ ພໍ່ໃຊ້ເວລາກັບລູກໜ້ອຍຫຼາຍຈົນເປັນຕາຕົກໃຈ. ຕົວຢ່າງເຊັ່ນ: ຜົນການສຳຫຼວດໃນບໍ່ດົນມານີ້ຢູ່ປະເທດຝຣັ່ງສະແດງໃຫ້ເຫັນວ່າ ພໍ່ມີເວລາເອົາໃຈໃສ່ເບິ່ງແຍງລູກສະເລ່ຍແລ້ວມື້ລະບໍ່ຮອດ 12 ນາທີ.
ລອງຄິດເບິ່ງ: ເຈົ້າໃຫ້ເວລາກັບລູກຫຼາຍສ່ຳໃດ? ໃນໜຶ່ງຫຼືສອງອາທິດຕໍ່ຈາກນີ້ ຂໍໃຫ້ລອງຈົດເວລາທັງໝົດທີ່ເຈົ້າໃຫ້ກັບລູກຊາຍໃນແຕ່ລະມື້? ເຈົ້າອາດຕົກໃຈເມື່ອເຫັນໂຕເລກທີ່ໄດ້ຈົດໄວ້.
2. ບໍ່ມີຕົວຢ່າງທີ່ດີ: ຜູ້ຊາຍບາງຄົນເກືອບບໍ່ຮູ້ສຶກຜູກພັນກັບພໍ່ຂອງໂຕເອງ. ພີ່ນ້ອງຊອງມາຣີທີ່ຢູ່ປະເທດຝຣັ່ງເວົ້າວ່າ: “ຂ້ອຍບໍ່ສະໜິດກັບພໍ່ເລີຍ.” ເລື່ອງນີ້ສົ່ງຜົນກະທົບຕໍ່ລາວແນວໃດ? ລາວບອກວ່າ: “ຂ້ອຍຄິດບໍ່ເຖິງເລີຍວ່າການທີ່ຂ້ອຍບໍ່ສະໜິດກັບພໍ່ຈະເຮັດໃຫ້ເກີດບັນຫາຫຼາຍຂະໜາດນີ້. ຂ້ອຍບໍ່ຮູ້ວ່າຈະເລີ່ມເວົ້າເລື່ອງຕ່າງໆທີ່ສຳຄັນກັບລູກຊາຍຂອງຂ້ອຍແນວໃດ.” ຜູ້ຊາຍບາງຄົນເຖິງວ່າຈະຢູ່ກັບພໍ່ມາແຕ່ນ້ອຍ ແຕ່ກໍບໍ່ໄດ້ໃກ້ຊິດສະໜິດສະໜົມກັບພໍ່. ພີ່ນ້ອງຟີລິບທີ່ອາຍຸ 43 ປີບອກວ່າ: “ພໍ່ເກືອບບໍ່ເຄີຍສະແດງຄວາມຮັກຕໍ່ຂ້ອຍເລີຍ. ສະນັ້ນ ເມື່ອຂ້ອຍມີລູກ ການສະແດງຄວາມຮັກຕໍ່ລູກຈຶ່ງເປັນເລື່ອງຍາກແລະຕ້ອງໃຊ້ຄວາມພະຍາຍາມຫຼາຍ.”
ລອງຄິດເບິ່ງ: ເຈົ້າຄິດວ່າສາຍສຳພັນລະຫວ່າງເຈົ້າກັບພໍ່ສົ່ງຜົນຕໍ່ວິທີທີ່ເຈົ້າປະຕິບັດກັບລູກບໍ? ເຈົ້າເອງກໍມີນິດໄສທີ່ດີຫຼືບໍ່ດີບາງຢ່າງຄືກັບພໍ່ຂອງເຈົ້າບໍ? ເປັນຫຍັງຈຶ່ງເປັນແນວນັ້ນ?
3. ບໍ່ມີຄວາມສົມດຸນ: ໃນບາງວັດທະນະທຳ ພໍ່ບໍ່ມີໜ້າທີ່ຮັບຜິດຊອບໃນການອົບຮົມສັ່ງສອນລູກ. ພີ່ນ້ອງລູກ້າທີ່ໃຫຍ່ຢູ່ປະເທດແຖວເອີຣົບຕາເວັນຕົກເວົ້າວ່າ: “ໃນບ່ອນທີ່ຂ້ອຍເຕີບໃຫຍ່ ຄົນເບິ່ງວ່າການເບິ່ງແຍງລູກເປັນໜ້າທີ່ຂອງເມຍ.” ສ່ວນບາງວັດທະນາທຳກໍຖືວ່າພໍ່ກໍຕ້ອງເປັນຜູ້ອົບຮົມສັ່ງສອນລູກຢ່າງເຂັ້ມງວດ. ຕົວຢ່າງເຊັ່ນ: ພີ່ນ້ອງຊໍທີ່ໃຫຍ່ຢູ່ປະເທດແຖວອາຟຣິກາເວົ້າວ່າ: “ໃນວັດທະນາທຳຂອງຂ້ອຍ ພໍ່ຈະບໍ່ຫຼິ້ນກັບລູກເລີຍຍ້ອນຢ້ານວ່າຖ້າເຮັດແບບນັ້ນລູກຈະບໍ່ໃຫ້ຄວາມນັບຖື. ສະນັ້ນ. ຂ້ອຍຈຶ່ງຮູ້ສຶກລຳບາກໃຈທີ່ຈະເຮັດໂຕເປັນໝູ່ກັບລູກ.”
ລອງຄິດເບິ່ງ: ໃນວັດທະນະທຳຂອງເຈົ້າ ຄົນຄິດວ່າພໍ່ຄວນມີບົດບາດແນວໃດ? ຜູ້ຊາຍຖືກປູກຝັງໃຫ້ຄິດວ່າການອົບຮົມລ້ຽງດູລູກເປັນໜ້າທີ່ຂອງຜູ້ຍິງເທົ່ານັ້ນບໍ? ເປັນເລື່ອງທຳມະດາບໍຖ້າພໍ່ຈະສະແດງຄວາມຮັກຕໍ່ລູກຊາຍຫຼືເປັນເລື່ອງທີ່ຄົນໃນວັດທະນະທຳຂອງເຈົ້າຮັບບໍ່ໄດ້?
ຖ້າເຈົ້າເປັນພໍ່ທີ່ເຈິກັບບັນຫາຕ່າງໆທີ່ເວົ້າມານີ້ ເຈົ້າຈະເອົາຊະນະໄດ້ແນວໃດ? ຂໍໃຫ້ເບິ່ງຄຳແນະນຳຕໍ່ໄປນີ້.
ເລີ່ມຕັ້ງແຕ່ລູກຍັງນ້ອຍ
ເດັກນ້ອຍຜູ້ຊາຍທຸກຄົນເກີດມາກັບຄວາມຕ້ອງການທີ່ຈະຮຽນແບບພໍ່ຂອງໂຕເອງ. ສະນັ້ນ ເຮົາຄວນໃຊ້ໂອກາດນັ້ນຕອນທີ່ລູກຍັງນ້ອຍເຊິ່ງຍັງມີຄວາມຕ້ອງການຢູ່. ເຈົ້າຈະເຮັດແບບນັ້ນໄດ້ແນວໃດ? ແລະເຈົ້າຈະເຮັດແນວໃດເພື່ອຈະມີເວລາຢູ່ກັບລູກ?
ເມື່ອເຫັນວ່າລູກສາມາດເຮັດໄດ້ ເຈົ້າຄວນໃຫ້ລູກເຮັດນຳສະເໝີໃນສິ່ງທີ່ເຈົ້າເຮັດໃນແຕ່ລະມື້. ຕົວຢ່າງເຊັ່ນ: ຖ້າເຈົ້າກຳລັງກວາດເຮືອນ ໃຫ້ເອົາຟອຍນ້ອຍໆໃຫ້ລູກຊາຍເພື່ອລາວຈະຊ່ວຍເຈົ້າໄດ້ ແລະຖ້າເຈົ້າກຳລັງຂຸດດິນ ໃຫ້ເອົາຊວ້ານນ້ອຍໆໃຫ້ລາວເພື່ອລາວຈະຂຸດດິນນຳເຈົ້າ. ແນ່ນອນວ່າລາວຈະມີຄວາມສຸກຫຼາຍທີ່ໄດ້ເຮັດວຽກນຳກັນກັບພໍ່ຜູ້ທີ່ເປັນແບບຢ່າງແລະເປັນສຸດຍອດໃນໃຈຂອງລາວ! ການໃຫ້ລູກເຮັດວຽກນຳອາດເຮັດໃຫ້ວຽກແລ້ວຊ້າ ແຕ່ເຈົ້າຈະມີໂອກາດເສີມສ້າງສາຍສຳພັນຂອງເຈົ້າກັບລູກໃຫ້ແໜ້ນແຟ້ນຫຼາຍຂຶ້ນແລະຊ່ວຍປູກຝັງນິດໄສການເຮັດວຽກທີ່ດີໃຫ້ລູກ. ໃນສະໄໝແຕ່ກີ້ ຄຳພີໄບເບິນສະໜັບສະໜູນພໍ່ແມ່ໃຫ້ເຮັດສິ່ງຕ່າງໆນຳກັນກັບລູກເປັນປະຈຳແລະໃຊ້ເວລານັ້ນເວົ້າລົມແລະສອນລູກ. (ພະບັນຍັດ 6:6-9) ຄຳແນະນຳນີ້ຍັງໃຊ້ໄດ້ດີໃນສະໄໝຂອງເຮົານຳ.
ນອກຈາກການເຮັດວຽກນຳກັນແລ້ວ ເຈົ້າຄວນຊອກເວລາຫຼິ້ນກັບລູກຊາຍຂອງເຈົ້າ. ການຫຼິ້ນກັບລູກບໍ່ແມ່ນພຽງເພື່ອຈະມ່ວນນຳກັນເທົ່ານັ້ນ. ຜົນການວິໄຈສະແດງວ່າ ໃນຕອນທີ່ຫຼິ້ນນຳກັນ ພໍ່ຈະຊ່ວຍລູກຊາຍທີ່ຍັງນ້ອຍໃຫ້ຮຽນຮູ້ສິ່ງໃໝ່ໆທີ່ໜ້າຕື່ນເຕັ້ນແລະຝຶກເຂົາເຈົ້າໃຫ້ມີຄວາມກ້າຫານ.
ການທີ່ພໍ່ກັບລູກຫຼິ້ນນຳກັນຍັງມີປະໂຫຍດຫຼາຍກວ່ານັ້ນອີກ. ມິເຊວ ຟີສ໌ ນັກວິໄຈຄົນໜຶ່ງເວົ້າວ່າ: “ລູກຊາຍຈະລົມກັບພໍ່ແບບໃກ້ຊິດສະໜິດສະໜົມທີ່ສຸດກໍແມ່ນຕອນທີ່ຫຼິ້ນນຳກັນຫັ້ນແຫຼະ.” ຕອນທີ່ຫຼິ້ນນຳກັນ ພໍ່ສາມາດສະແດງຄວາມຮັກຕໍ່ລູກທັງໂດຍທາງຄຳເວົ້າແລະການກະທຳ. ເມື່ອເຮັດແບບນັ້ນ ລາວກໍສອນໃຫ້ລູກຮູ້ຈັກສະແດງຄວາມຮັກຄືກັນ. ພີ່ນ້ອງອັນເດຣທີ່ຢູ່ປະເທດເຢຍລະມັນບອກວ່າ: “ຕອນທີ່ລູກຊາຍຂອງຂ້ອຍຍັງນ້ອຍ ເຮົາມັກຫຼິ້ນນຳກັນຕະຫຼອດ. ຂ້ອຍກອດລູກ ແລະລູກກໍຮຽນຮູ້ທີ່ຈະສະແດງຄວາມຮັກຕໍ່ຂ້ອຍ.”
ກ່ອນຈະນອນເປັນອີກໂອກາດໜຶ່ງທີ່ພໍ່ສາມາດເສີມສ້າງຄວາມຮັກຄວາມຜູກພັນກັບລູກຊາຍ. ໃຫ້ອ່ານປຶ້ມໃຫ້ລູກຟັງເປັນປະຈຳແລະຕັ້ງໃຈຟັງເມື່ອລູກເລົ່າເລື່ອງທີ່ເກີດຂຶ້ນກັບລາວໃນມື້ນັ້ນ ທັງເລື່ອງທີ່ເຮັດໃຫ້ລາວມີຄວາມສຸກແລະເລື່ອງທີ່ລາວບໍ່ສະບາຍໃຈ. ຖ້າເຈົ້າເຮັດແບບນີ້ ມັນກໍບໍ່ແມ່ນເລື່ອງຍາກທີ່ເຈົ້າຈະລົມກັບລູກໄດ້ຕໍ່ໆໄປແມ່ນແຕ່ຕອນທີ່ລາວເປັນຜູ້ໃຫຍ່ແລ້ວ.
ກິດຈະກຳທີ່ເຈົ້າເຮັດຮ່ວມກັນໄດ້
ລູກຊາຍໄວລຸ້ນບາງຄົນອາດບໍ່ສົນໃຈເມື່ອພໍ່ພະຍາຍາມລົມກັບລາວ. ຖ້າລູກເຮັດຄືກັບວ່າບໍ່ໄດ້ຍິນເມື່ອເຈົ້າຖາມກໍຢ່າຟ້າວສະຫຼຸບວ່າລາວບໍ່ຢາກເວົ້າຫຍັງກັບເຈົ້າເລີຍ. ລູກອາດຢາກເວົ້າຫຼາຍຂຶ້ນຖ້າເຈົ້າປັບວິທີລົມກັບລາວ.
ພີ່ນ້ອງຊ໋າກທີ່ຢູ່ປະເທດຝຣັ່ງເຄີຍມີບັນຫາໃນການລົມກັບລູກຊາຍຊື່ເຊໂຣມ. ແຕ່ແທນທີ່ຈະບັງຄັບລູກໃຫ້ເວົ້າ ລາວປ່ຽນໄປໃຊ້ອີກວິທີໜຶ່ງ ນັ້ນຄື ຫຼິ້ນເຕະບານກັບລູກ. ພີ່ນ້ອງຊ໋າກເລົ່າວ່າ: “ຫຼັງຈາກຫຼິ້ນກິລານຳກັນແລ້ວເຮົາຈະນັ່ງພັກຢູ່ເດີ່ນຫຍ້າ. ຕອນນັ້ນແຫຼະທີ່ລູກຊາຍມັກຈະເລົ່າເລື່ອງຕ່າງໆໃຫ້ຂ້ອຍຟັງ. ຂ້ອຍຄິດວ່າການທີ່ເຮົາສອງພໍ່ລູກໄດ້ໃຊ້ເວລາຢູ່ນຳກັນຕາມລຳພັງເຮັດໃຫ້ເຮົາມີໂອກາດສ້າງສາຍສຳພັນທີ່ແໜ້ນແຟ້ນຕໍ່ກັນຫຼາຍຂຶ້ນ.
ແຕ່ຖ້າລູກບໍ່ມັກຫຼິ້ນກິລາເດ? ພີ່ນ້ອງອັນເດຣຍັງຈື່ໄດ້ຕອນທີ່ລາວເຄີຍນັ່ງເບິ່ງດາວກັບລູກຊາຍຢ່າງມີຄວາມສຸກ. ລາວເລົ່າວ່າ: “ໃນຄືນທີ່ອາກາດໜາວ ເຮົານຸ່ງເຄື່ອງທີ່ອຸ່ນໆ ແລ້ວກໍເອົາຕັ່ງພັບທີ່ເປັນຜ້າອອກມາກາງ. ເຮົານັ່ງກິນນ້ຳຊາແລະເບິ່ງດາວຢູ່ເທິງຟ້ານຳກັນ. ເຮົາລົມກັນກ່ຽວກັບພະເຈົ້າຜູ້ສ້າງດວງດາວເຫຼົ່ານັ້ນ. ເຮົາລົມເລື່ອງສ່ວນໂຕ. ເຮົາລົມກັນເກືອບທຸກເລື່ອງ.”—ເອຊາຢາ 40:25, 26
ຖ້າລູກມັກໃນສິ່ງທີ່ເຈົ້າບໍ່ມັກເດ? ຖ້າເປັນແນວນັ້ນ ເຈົ້າອາດຕ້ອງເປັນຝ່າຍເສຍສະລະ. (ຟີລິບປອຍ 2:4) ພີ່ນ້ອງອຽນທີ່ຢູ່ອາຟຣິກາໃຕ້ບອກວ່າ: “ຂ້ອຍມັກຫຼິ້ນກິລາເປັນຊີວິດຈິດໃຈ ແຕ່ວອນລູກຊາຍຂອງຂ້ອຍບໍ່ສົນໃຈ. ແຕ່ລູກມັກຍົນກັບຄອມພິວເຕີ. ຂ້ອຍຈຶ່ງພະຍາຍາມສົນໃຈສິ່ງທີ່ລູກມັກແລະພາໄປເບິ່ງການສະແດງການບິນແລະຫຼິ້ນເກມຂັບຍົນນຳກັນໃນຄອມພິວເຕີ. ຂ້ອຍຮູ້ສຶກວ່າເມື່ອເຮົາເຮັດກິດຈະກຳມ່ວນໆນຳກັນ ວອນກໍເປີດໃຈລົມກັບຂ້ອຍຫຼາຍຂຶ້ນ.”
ຊ່ວຍລູກໃຫ້ມີຄວາມໝັ້ນໃຈໃນໂຕເອງ
“ພໍ່ໆ ເບິ່ງອັນນີ້ແມະ!” ເມື່ອລູກຊາຍຂອງເຈົ້າຍັງນ້ອຍ ລາວເຄີຍຮ້ອງເອີ້ນເຈົ້າເພື່ອອວດແນວໃໝ່ໆທີ່ລາວໄດ້ເຮັດບໍ? ຖ້າຕອນນີ້ລາວໃຫຍ່ເປັນບ່າວແລ້ວ ລາວຍັງຢາກໃຫ້ເຈົ້າເບິ່ງສິ່ງທີ່ລາວເຮັດຢູ່ບໍ? ອາດຈະບໍ່ເປັນແບບນັ້ນ. ແຕ່ລາວຍັງຕ້ອງໄດ້ຮັບຄຳຊົມເຊີຍຈາກເຈົ້າເພື່ອຈະເຕີບໃຫຍ່ເປັນຜູ້ໃຫຍ່ທີ່ມີຄວາມໝັ້ນໃຈ.
ຕົວຢ່າງເຊັ່ນ: ຂໍໃຫ້ສັງເກດວ່າພະເຢໂຫວາພະເຈົ້າໄດ້ປະຕິບັດຕໍ່ລູກຄົນໜຶ່ງຂອງເພິ່ນແນວໃດ. ຕອນທີ່ພະເຢຊູກຳລັງຈະເລີ່ມເຮັດວຽກທີ່ສຳຄັນຫຼາຍໃນໂລກ. ພະເຢໂຫວາໄດ້ສະແດງຄວາມຮັກແລະຄວາມຊື່ນຊົມຕໍ່ລູກຜູ້ນີ້ຢ່າງເປີດເຜີຍໂດຍເວົ້າວ່າ: “ຜູ້ນີ້ແມ່ນລູກທີ່ເຮົາຮັກ. ເຮົາພໍໃຈລາວຫຼາຍ.” (ມັດທາຍ 3:17; 5:48) ແມ່ນຢູ່ວ່າເຈົ້າມີໜ້າທີ່ທີ່ຕ້ອງອົບຮົມສັ່ງສອນລູກ. (ເອເຟໂຊ 6:4) ແຕ່ເຈົ້າຊອກຫາໂອກາດຊົມເຊີຍລູກເມື່ອລາວເວົ້າຫຼືເຮັດສິ່ງທີ່ດີນຳບໍ?
ຜູ້ຊາຍບາງຄົນຮູ້ສຶກວ່າການຊົມເຊີຍແລະການສະແດງຄວາມຮັກຕໍ່ລູກເປັນເລື່ອງຍາກ. ເຂົາເຈົ້າອາດຖືກລ້ຽງມາໃນຄອບຄົວທີ່ມັກຈົ່ມຫຼືມັກຕຳໜິແທນທີ່ຈະຍ້ອງໃນສິ່ງທີ່ລູກເຮັດສຳເລັດ. ຖ້າເຈົ້າໃຫຍ່ມາໃນຄອບຄົວແບບນີ້ ເຈົ້າກໍຕ້ອງພະຍາຍາມຢູ່ສະເໝີເພື່ອຊ່ວຍລູກຂອງເຈົ້າໃຫ້ມີຄວາມໝັ້ນໃຈໃນໂຕເອງ. ເຈົ້າຈະເຮັດໄດ້ແນວໃດ? ພີ່ນ້ອງລູກ້າທີ່ເວົ້າເຖິງກ່ອນໜ້ານີ້ ມັກຈະໃຫ້ມານູເອວລູກຊາຍອາຍຸ 15 ປີຊ່ວຍເຮັດວຽກເຮືອນເປັນປະຈຳ. ພີ່ນ້ອງລູກ້າເວົ້າວ່າ: “ບາງເທື່ອຂ້ອຍບອກມານູເອວໃຫ້ຕື່ນໂຕເຮັດວຽກດ້ວຍໂຕເອງ. ເມື່ອເຮັດວຽກສຳເລັດ. ລາວກໍມີຄວາມສຸກແລະມີຄວາມເຊື່ອໝັ້ນໃນໂຕເອງຫຼາຍຂຶ້ນ. ເມື່ອລາວເຮັດໄດ້ດີ ຂ້ອຍກໍຊົມເຊີຍລາວ. ແຕ່ເຖິງວ່າລາວເຮັດບໍ່ໄດ້ຕາມທີ່ຕັ້ງໃຈໄວ້ ຂ້ອຍກໍຍັງຊົມເຊີຍຄວາມພະຍາຍາມຂອງລາວ.”
ນອກຈາກນີ້ ເຈົ້າອາດຊ່ວຍລູກຊາຍໃຫ້ມີຄວາມໝັ້ນໃຈຫຼາຍຂຶ້ນໂດຍຊ່ວຍລູກໃຫ້ບັນລຸເປົ້າໝາຍສຳຄັນຕ່າງໆໃນຊີວິດ. ແຕ່ຖ້າລູກບັນລຸເປົ້າຊ້າກວ່າທີ່ເຈົ້າຄາດໝາຍໄວ້ ຫຼືຖ້າເປົ້າໝາຍທີ່ລູກເລືອກບໍ່ເປັນແບບທີ່ເຈົ້າມັກ ເຈົ້າຈະເຮັດແນວໃດ? ໃນກໍລະນີນີ້ ເຈົ້າອາດຕ້ອງຄິດເບິ່ງວ່າເຈົ້າຄາດໝາຍຈາກລູກຫຼາຍເກີນໄປຫຼືບໍ. ພີ່ນ້ອງຊ໋າກທີ່ເວົ້າເຖິງກ່ອນໜ້ານີ້ບອກວ່າ: “ຂ້ອຍພະຍາຍາມຊ່ວຍລູກຊາຍໃຫ້ຕັ້ງເປົ້າໝາຍທີ່ສາມາດບັນລຸໄດ້. ແຕ່ຂ້ອຍຈະໃຫ້ລູກຕັ້ງເປົ້າໝາຍຂອງລາວເອງບໍ່ແມ່ນໃຫ້ເປັນໄປຕາມໃຈຂ້ອຍ. ນອກຈາກນັ້ນ ຂ້ອຍຍັງເຕືອນໂຕເອງສະເໝີວ່າລູກຕ້ອງພະຍາຍາມບັນລຸເປົ້າໝາຍດ້ວຍໂຕເອງບໍ່ວ່າຈະຊ້າຫຼືໄວກໍຕາມ.” ຖ້າເຈົ້າຟັງຄວາມຄິດເຫັນຂອງລູກ ຊົມເຊີຍສິ່ງທີ່ລູກເຮັດໄດ້ດີ ແລະໃຫ້ກຳລັງໃຈເມື່ອລູກເຮັດຜິດພາດ ເຈົ້າກໍຈະຊ່ວຍລູກໃຫ້ບັນລຸເປົ້າໝາຍຕ່າງໆໄດ້.
ແມ່ນຢູ່ວ່າສາຍສຳພັນຂອງເຈົ້າກັບລູກອາດມີບັນຫາແລະມີອຸປະສັກເປັນບາງເທື່ອ. ແຕ່ຖ້າເຈົ້າພະຍາຍາມຕໍ່ໄປເລື້ອຍໆ ລູກຊາຍຂອງເຈົ້າກະຄືຊິຢາກ ສະໜິດກັບເຈົ້າແນ່ນອນ. ຕາມປົກກະຕິແລ້ວ ແມ່ນໃຜກໍຢາກໃກ້ຊິດກັບຄົນທີ່ຊ່ວຍລາວໃຫ້ປະສົບຄວາມສຳເລັດໃນຊີວິດບໍ່ແມ່ນບໍ?
[ຂໍ້ຄວາມໄຂເງື່ອນ]
a ເຖິງວ່າບົດຄວາມນີ້ຈະເນັ້ນສາຍສຳພັນລະຫວ່າງພໍ່ກັບລູກຊາຍ ແຕ່ຫຼັກການທີ່ເວົ້າເຖິງສາມາດຊ່ວຍພໍ່ກັບລູກສາວໃຫ້ສະໜິດກັນໄດ້ນຳ.