ຄວາມທຸກລຳບາກທີ່ເຮົາເຈິເປັນການລົງໂທດຈາກອົງສັກສິດບໍ?
ລູເຊຍຂາເຢັກເບື້ອງຊ້າຍ. ຕອນຍັງນ້ອຍ ລາວເປັນພະຍາດໂປລິໂອເຊິ່ງມັນທຳລາຍລະບົບປະສາດໃນຮ່າງກາຍລາວ. ຕອນລູເຊຍອາຍຸ 16 ປີ ຜູ້ຍິງຄົນໜຶ່ງທີ່ເປັນນາຍຈ້າງຂອງລາວເວົ້າວ່າ: “ພະເຈົ້າລົງໂທດເຈົ້າໃຫ້ເປັນແບບນີ້ຍ້ອນເຈົ້າບໍ່ຟັງຄວາມແມ່.” ເຖິງວ່າຜ່ານໄປຫຼາຍປີ ແຕ່ລູເຊຍກໍຍັງຈື່ຄຳເວົ້ານັ້ນທີ່ເຮັດໃຫ້ລາວເສຍໃຈຫຼາຍ.
ດາມາຣິດສ໌ເປັນມະເຮັງສະໝອງ. ຕອນທີ່ເປັນພະຍາດນີ້ ພໍ່ຖາມລາວວ່າ: “ລູກໄປເຮັດຫຍັງມາຈຶ່ງເປັນແບບນີ້? ລູກຕ້ອງເຮັດແນວທີ່ບໍ່ດີແທ້ໆແຫຼະ ພະເຈົ້າຈຶ່ງລົງໂທດລູກ.” ດາມາຣິດສ໌ເສຍໃຈຫຼາຍທີ່ພໍ່ເວົ້າແບບນີ້.
ຄວາມເຊື່ອທີ່ວ່າຄວາມເຈັບປ່ວຍເປັນການລົງໂທດຈາກພະເຈົ້າມີມາດົນແລ້ວ. ປຶ້ມທຳນຽມແລະການປະພຶດໃນດິນແດນທີ່ມີການຂຽນຄຳພີໄບເບິນບອກວ່າ ຫຼາຍຄົນໃນສະໄໝຂອງພະເຢຊູເຊື່ອວ່າ “ຄວາມເຈັບປ່ວຍເກີດຈາກຄວາມຜິດທີ່ຜູ້ນັ້ນເຮັດຫຼືເປັນຍ້ອນຍາດຕິພີ່ນ້ອງຂອງລາວເຮັດ ແລະນັ້ນເປັນການລົງໂທດຈາກພະເຈົ້າ.” ປຶ້ມການແພດແລະໂລກລະບາດໃນຍຸກກາງບອກວ່າ ຫຼາຍສະຕະວັດຫຼັງຈາກພະເຢຊູຕາຍ “ບາງຄົນເຊື່ອວ່າພະເຈົ້າລົງໂທດເຂົາເຈົ້າດ້ວຍໂລກລະບາດຍ້ອນຄວາມຜິດທີ່ເຂົາເຈົ້າເຮັດ.” ຖ້າເປັນແນວນັ້ນ ຫຼາຍລ້ານຄົນໃນເອີຣົບທີ່ຕາຍຍ້ອນໂລກລະບາດໃນສະຕະວັດທີ 14 ກໍເປັນການຕັດສິນລົງໂທດຈາກພະເຈົ້າຕໍ່ຄົນທີ່ເຮັດຜິດ ແຕ່ນັ້ນບໍ່ແມ່ນຄວາມຈິງ ຍ້ອນນັກວິໄຈທາງການແພດໄດ້ພົບວ່າໂລກລະບາດນັ້ນເກີດຈາກການຕິດເຊື້ອແບັດທີເຣຍ. ບາງຄົນອາດສົງໄສວ່າພະເຈົ້າໃຊ້ຄວາມເຈັບປ່ວຍຫຼືພະຍາດຮ້າຍແຮງເພື່ອລົງໂທດຄົນທີ່ເຮັດຜິດແທ້ໆບໍ?a
ລອງຄິດເບິ່ງ: ຖ້າຄວາມເຈັບປ່ວຍແລະຄວາມທຸກລຳບາກເປັນການລົງໂທດຈາກພະເຢໂຫວາພະເຈົ້າ ພະເຢຊູລູກຊາຍຂອງເພິ່ນກະຄືຊິບໍ່ປົວຄົນທີ່ເຈັບປ່ວຍ ຍ້ອນການເຮັດແບບນັ້ນສ່ຳກັບວ່າພະເຢຊູກຳລັງຂັດຂວາງການລົງໂທດທີ່ຖືກຕ້ອງແລະຍຸຕິທຳຂອງພະເຢໂຫວາ. (ມັດທາຍ 4:23, 24) ພະເຢຊູບໍ່ມີທາງເຮັດແບບນັ້ນເດັດຂາດ! ພະເຢຊູບອກວ່າ: “ຂ້ອຍເຮັດສິ່ງທີ່ເພິ່ນພໍໃຈສະເໝີ” ແລະ “ຂ້ອຍກຳລັງເຮັດທຸກຢ່າງຕາມທີ່ພະເຈົ້າຜູ້ເປັນພໍ່ສັ່ງໄວ້.”—ໂຢຮັນ 8:29; 14:31
ຄຳພີໄບເບິນບອກຊັດເຈນວ່າພະເຢໂຫວາພະເຈົ້າ “ຍຸຕິທຳ.” (ພະບັນຍັດ 32:4) ຕົວຢ່າງເຊັ່ນ: ພະເຢໂຫວາຈະບໍ່ມີທາງເຮັດໃຫ້ຍົນຕົກຈົນເຮັດໃຫ້ຄົນບໍລິສຸດຫຼາຍຮ້ອຍຄົນຕ້ອງຕາຍຍ້ອນເພິ່ນຢາກລົງໂທດບາງຄົນທີ່ຢູ່ໃນຍົນລຳນັ້ນ. ອັບຣາຮາມຜູ້ຮັບໃຊ້ທີ່ສັດຊື່ຂອງພະເຢໂຫວາເຂົ້າໃຈດີວ່າເພິ່ນຈະບໍ່ເຮັດແບບນັ້ນ. ລາວເວົ້າວ່າ ພະເຈົ້າຈະບໍ່ “ທຳລາຍຄົນດີພ້ອມກັບຄົນຊົ່ວ . . . ພະອົງຈະບໍ່ເຮັດຈັ່ງຊັ້ນແນ່ນອນ.” (ປະຖົມມະການ 18:23, 25) ຄຳພີໄບເບິນຍັງບອກວ່າ: “ເປັນໄປບໍ່ໄດ້ທີ່ພະເຈົ້າທ່ຽງແທ້ຈະເຮັດຊົ່ວ.” ເພິ່ນບໍ່ມີທາງ “ເຮັດຜິດ” ເດັດຂາດ.—ໂຢບ 34:10-12
ຄຳພີໄບເບິນສອນແນວໃດເລື່ອງຄວາມທຸກລຳບາກທີ່ມະນຸດເຈິ?
ຄວາມທຸກລຳບາກທີ່ເຮົາເຈິຢູ່ບໍ່ແມ່ນການລົງໂທດຈາກພະເຈົ້າຍ້ອນເຮົາເຮັດຜິດບາງຢ່າງ. ພະເຢຊູອະທິບາຍເລື່ອງນີ້ຢ່າງຊັດເຈນຕອນທີ່ເພິ່ນກັບພວກລູກສິດເຫັນຜູ້ຊາຍຄົນໜຶ່ງທີ່ຕາບອດມາຕັ້ງແຕ່ເກີດ. “ພວກລູກສິດຖາມເພິ່ນວ່າ: ‘ອາຈານ ຜູ້ນີ້ເກີດມາຕາບອດຍ້ອນຄວາມຜິດຂອງໃຜ ຂອງລາວຫຼືຂອງພໍ່ແມ່?’ ພະເຢຊູຕອບວ່າ: ‘ບໍ່ແມ່ນຍ້ອນຄວາມຜິດຂອງລາວຫຼືຂອງພໍ່ແມ່ ແຕ່ການທີ່ລາວຕາບອດແບບນີ້ຈະຊ່ວຍໃຫ້ຄົນໄດ້ເຫັນສິ່ງທີ່ພະເຈົ້າເຮັດໄດ້.’”—ໂຢຮັນ 9:1-3
ເມື່ອຄິດເຖິງຄວາມເຊື່ອຜິດໆຂອງຄົນສ່ວນຫຼາຍໃນສະໄໝນັ້ນ ພວກລູກສິດຂອງພະເຢຊູຕ້ອງແປກໃຈແທ້ໆທີ່ເພິ່ນບອກວ່າຜູ້ຊາຍຄົນນັ້ນບໍ່ໄດ້ຕາບອດຍ້ອນຄວາມຜິດທີ່ລາວເຮັດຫຼືຄວາມຜິດທີ່ພໍ່ແມ່ເຮັດ. ພະເຢຊູບໍ່ພຽງແຕ່ປົວຜູ້ຊາຍຄົນນັ້ນໃຫ້ເຊົາຕາບອດ ແຕ່ເພິ່ນຍັງໄດ້ແກ້ໄຂຄວາມເຊື່ອຜິດໆທີ່ວ່າພະເຈົ້າລົງໂທດໂດຍເຮັດໃຫ້ມະນຸດເຈິກັບຄວາມຍາກລຳບາກ. (ໂຢຮັນ 9:6, 7) ຄົນທີ່ເຈັບປ່ວຍຫຼືມີບັນຫາສຸຂະພາບຮ້າຍແຮງໃນທຸກມື້ນີ້ສາມາດສະບາຍໃຈໄດ້ວ່າພະເຈົ້າບໍ່ໄດ້ເປັນຕົ້ນເຫດຂອງບັນຫາເຫຼົ່ານີ້.
ພະເຢຊູຄືຊິບໍ່ປົວຄົນທີ່ເຈັບປ່ວຍ ຖ້າພະເຢໂຫວາພະເຈົ້າໃຊ້ຄວາມເຈັບປ່ວຍເພື່ອລົງໂທດຄົນທີ່ເຮັດຜິດ
ຄຳພີໄບເບິນຊ່ວຍເຮົາໃຫ້ໝັ້ນໃຈວ່າ
“[ພະເຈົ້າ] ບໍ່ເຄີຍເຮັດຊົ່ວເພື່ອທົດສອບຜູ້ໃດ ແລະບໍ່ມີຜູ້ໃດໃຊ້ຄວາມຊົ່ວເພື່ອທົດສອບເພິ່ນໄດ້.” (ຢາໂກໂບ 1:13) ທີ່ຈິງ ອີກຈັກໜ້ອຍ “ຄວາມຊົ່ວ” ຫຼືສິ່ງຊົ່ວຮ້າຍທີ່ເກີດຂຶ້ນກັບມະນຸດໃນຕະຫຼອດຫຼາຍພັນປີລວມທັງຄວາມເຈັບປ່ວຍ ຄວາມເຈັບປວດ ແລະຄວາມຕາຍຈະຖືກກຳຈັດໃຫ້ໝົດໄປ.
ພະເຢຊູ “ປົວທຸກຄົນທີ່ເຈັບປ່ວຍ.” (ມັດທາຍ 8:16) ພະເຢຊູລູກຊາຍຂອງພະເຢໂຫວາພະເຈົ້າໄດ້ປົວພະຍາດໃຫ້ທຸກຄົນທີ່ມາຫາເພິ່ນເພື່ອສະແດງໃຫ້ເຫັນວ່າ ໃນອະນາຄົດການປົກຄອງຂອງພະເຢໂຫວາຈະປິ່ນປົວຄວາມເຈັບປ່ວຍຂອງມະນຸດຢູ່ທົ່ວໂລກ.
“ພະເຈົ້າຈະເຊັດນ້ຳຕາທຸກຢົດຈາກຕາຂອງເຂົາເຈົ້າ. ຄວາມຕາຍຈະບໍ່ມີອີກຕໍ່ໄປ. ຄວາມໂສກເສົ້າ ຫຼືສຽງຮ້ອງໄຫ້ເສຍໃຈ ຫຼືຄວາມເຈັບປວດຈະບໍ່ມີອີກເລີຍ. ສິ່ງຕ່າງໆເຫຼົ່ານີ້ທີ່ເຄີຍເຮັດໃຫ້ພວກເຮົາເຈັບປວດໄດ້ຜ່ານພົ້ນໄປແລ້ວ.”—ພະນິມິດ 21:3-5
ໃຜເປັນຕົ້ນເຫດ?
ຄັນຊັ້ນ ເປັນຫຍັງຄົນເຮົາຈຶ່ງເຈິກັບຄວາມທຸກລຳບາກແລະຄວາມເຈັບປວດຫຼາຍຢ່າງ? ເຮົາຊອກຄຳຕອບຂອງຄຳຖາມນີ້ມາດົນແລ້ວ. ຖ້າພະເຈົ້າບໍ່ໄດ້ເຮັດໃຫ້ເກີດຄວາມທຸກລຳບາກ ແລ້ວແມ່ນໃຜທີ່ເປັນຕົ້ນເຫດ? ບົດຕໍ່ໄປຈະຕອບຄຳຖາມເຫຼົ່ານີ້.
a ເຖິງວ່າໃນອະດີດພະເຢໂຫວາພະເຈົ້າເຄີຍລົງໂທດມະນຸດທີ່ເຮັດຜິດບາງຢ່າງ ແຕ່ຄຳພີໄບເບິນບໍ່ໄດ້ບອກວ່າໃນສະໄໝນີ້ເພິ່ນລົງໂທດຄົນທີ່ເຮັດຜິດໂດຍເຮັດໃຫ້ເຂົາເຈົ້າເຈັບປ່ວຍຫຼືເຈິເລື່ອງຮ້າຍໆ.