ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫສ18 ສະບັບທີ 3 ໜ້າ 3
  • “ອົງ​ສັກສິດ​ຢູ່​ໃສ?”

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • “ອົງ​ສັກສິດ​ຢູ່​ໃສ?”
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສາທາລະນະ)—2018
  • ເລື່ອງທີ່ຄ້າຍກັນ
  • ຊີວິດທີ່ໜ້າຕື່ນເຕັ້ນແລະມີຄວາມສຸກຈາກການຮັບໃຊ້ພະເຢໂຫວາ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ຄຳນຳ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສາທາລະນະ)—2018
  • ມາ​ຮູ້ຈັກ​ກັບ​ພະເຈົ້າ
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ອັນ​ໃດ​ຄື​ຄວາມ​ຈິງ​ກ່ຽວ​ກັບ​ພະເຈົ້າ?
    ຄຳພີໄບເບິນສອນແນວໃດແທ້ໆ?
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສາທາລະນະ)—2018
ຫສ18 ສະບັບທີ 3 ໜ້າ 3
ຄົນ​ທີ່​ໂສກເສົ້າ​ຖື​ທຽນ

“ອົງ​ສັກສິດ​ຢູ່​ໃສ?”

“ພໍ່​ເອງ​ກໍ​ຖາມ​ຕະຫຼອດ​ວ່າ​ພະເຈົ້າ​ຢູ່​ໃສ?”— ສັນຕະປາປາ​ທີ 16 ເວົ້າ​ປະໂຫຍກ​ນີ້​ຕອນ​ທີ່​ລາວ​ໄປ​ບ່ອນ​ທີ່​ເຄີຍ​ເປັນ​ຄ່າຍ​ກັກ​ຂັງ​ເອົາສ໌ວິດ​ຢູ່​ປະເທດ​ໂປໂລຍ​ເຊິ່ງ​ມີ​ຫຼາຍ​ກວ່າ 1 ລ້ານ​ຄົນ​ຖືກ​ຂ້າ.

ເມື່ອ​ໄດ້​ຍິນ​ເລື່ອງ​ຮ້າຍໆ​ເຈົ້າ​ເຄີຍ​ສົງໄສ​ບໍ​ວ່າ ‘ອົງ​ສັກສິດ​ຢູ່​ໃສ?’ ຫຼື​ເວລາ​ເລື່ອງ​ຮ້າຍໆ​ເກີດຂຶ້ນ​ກັບ​ໂຕເອງ ເຈົ້າ​ເຄີຍ​ສົງໄສ​ບໍ​ວ່າ​ອົງ​ສັກສິດ​ສົນໃຈ​ເຈົ້າ​ຢູ່​ບໍ?

ເຈົ້າ​ອາດ​ຮູ້ສຶກ​ຄື​ກັບ​ຜູ້​ຍິງ​ຄົນ​ໜຶ່ງ​ຊື່​ຊີລ້າ​ທີ່​ຢູ່​ປະເທດ​ອາເມຣິກາ. ລາວ​ໃຫຍ່​ໃນ​ຄອບຄົວ​ທີ່​ເຄັ່ງ​ສາສະໜາ. ລາວ​ເວົ້າ​ວ່າ: “ຕັ້ງແຕ່​ຍັງ​ນ້ອຍ ຂ້ອຍ​ເຊື່ອ​ໃນ​ພະເຈົ້າ​ຍ້ອນ​ເພິ່ນ​ເປັນ​ຜູ້​ສ້າງ​ທຸກ​ສິ່ງ. ແຕ່​ຂ້ອຍ​ກໍ​ບໍ່​ເຄີຍ​ຮູ້ສຶກ​ໃກ້ຊິດ​ກັບ​ເພິ່ນ​ເລີຍ. ຂ້ອຍ​ຄິດ​ວ່າ​ເພິ່ນ​ແນມ​ເບິ່ງ​ຂ້ອຍ​ຢູ່​ໄກໆ. ຂ້ອຍ​ກະ​ບໍ່​ໄດ້​ຄິດ​ວ່າ​ເພິ່ນ​ຊັງ​ຂ້ອຍ​ດອກ ແຕ່​ກະ​ບໍ່​ໄດ້​ເຊື່ອ​ວ່າ​ເພິ່ນ​ຮັກ​ແລະ​ເປັນ​ຫ່ວງ​ຂ້ອຍ.” ເປັນ​ຫຍັງ​ຊີລ້າ​ຈຶ່ງ​ຄິດ​ແບບ​ນັ້ນ? ລາວ​ບອກ​ວ່າ: “ຄອບຄົວ​ຂອງ​ຂ້ອຍ​ເຈິ​ແຕ່​ເລື່ອງ​ບໍ່​ດີ​ແບບ​ບໍ່​ຈົບ​ບໍ່​ສິ້ນ​ຈັກ​ເທື່ອ. ມັນ​ເປັນ​ຄື​ກັບ​ວ່າ​ພະເຈົ້າ​ບໍ່​ໄດ້​ຊ່ວຍ​ຫຍັງ​ພວກ​ເຮົາ​ເລີຍ.”

ຄື​ກັບ​ຊີລ້າ ເຈົ້າ​ອາດ​ເຊື່ອ​ວ່າ​ພະເຈົ້າ​ຜູ້​ມີ​ລິດເດດ​ສູງ​ສຸດ​ມີ​ຢູ່​ແທ້. ແຕ່​ເຈົ້າ​ອາດ​ສົງໄສ​ວ່າ​ເພິ່ນ​ສົນໃຈ​ເຈົ້າ​ຢູ່​ບໍ? ຜູ້​ຊາຍ​ຄົນ​ໜຶ່ງ​ຊື່​ໂຢບ​ເຊິ່ງ​ເປັນ​ຄົນ​ດີ​ແລະ​ເຊື່ອ​ໝັ້ນ​ໃນ​ລິດເດດ​ແລະ​ສະຕິ​ປັນຍາ​ຂອງ​ພະເຈົ້າ​ກໍ​ສົງໄສ​ແບບ​ນັ້ນ​ຄື​ກັນ. (ໂຢບ 2:3; 9:4) ຫຼັງ​ຈາກ​ໂຢບ​ເຈິ​ກັບ​ເລື່ອງ​ຮ້າຍໆ​ຫຼາຍ​ເລື່ອງ​ຕິດຕໍ່​ກັນ​ແລະ​ໝົດ​ຫວັງ​ກັບ​ຊີວິດ ລາວ​ຖາມ​ພະເຈົ້າ​ວ່າ: “ເປັນ​ຫຍັງ​ພະອົງ​ຈຶ່ງ​ໜີ​ໜ້າ​ຈາກ​ລູກ ແລະ​ເຫັນ​ລູກ​ເປັນ​ຄື​ກັບ​ສັດຕູ?”—ໂຢບ 13:24

ຄຳພີ​ໄບເບິນ​ມີ​ຄຳ​ຕອບ​ບໍ? ເຮົາ​ຄວນ​ໂທດ​ພະເຈົ້າ​ບໍ​ເມື່ອ​ມີ​ເລື່ອງ​ຮ້າຍໆ​ເກີດຂຶ້ນ? ມີ​ຫຍັງ​ສະແດງ​ໃຫ້​ເຫັນ​ບໍ​ວ່າ​ພະເຈົ້າ​ສົນໃຈ​ມະນຸດ​ທຸກ​ຄົນ​ແລະ​ລວມ​ເຖິງ​ເຮົາ​ແຕ່​ລະ​ຄົນ​ນຳ? ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ພະເຈົ້າ​ສົນໃຈ​ເຮົາ ເຂົ້າໃຈ​ເຮົາ ເຫັນອົກເຫັນໃຈ​ແລະ​ພ້ອມ​ທີ່​ຈະ​ຊ່ວຍ​ເຫຼືອ​ເຮົາ​ເມື່ອ​ເຈິ​ບັນຫາ?

ໃນ​ບົດ​ຕໍ່ໆ​ໄປ ເຮົາ​ຈະ​ເບິ່ງ​ວ່າ​ວິທີ​ທີ່​ພະເຈົ້າ​ສ້າງ​ມະນຸດ​ບອກ​ໃຫ້​ຮູ້​ວ່າ​ເພິ່ນ​ສົນໃຈ​ເຮົາ. (ໂຣມ 1:20) ແລ້ວ​ເຮົາ​ກໍ​ຈະ​ເບິ່ງ​ນຳ​ວ່າ​ຄຳພີ​ໄບເບິນ​ບອກ​ແນວ​ໃດ​ເພື່ອ​ໃຫ້​ເຮົາ​ຮູ້​ວ່າ​ພະເຈົ້າ​ສົນໃຈ​ແລະ​ເປັນ​ຫ່ວງ​ເຮົາ. ແຮ່ງ​ເຈົ້າ​ໄດ້ “ຮູ້​ຈັກ​ເພິ່ນ” ໂດຍ​ທາງ​ສິ່ງ​ທີ່​ເພິ່ນ​ສ້າງ​ແລະ​ໂດຍ​ທາງ​ຄຳພີ​ໄບເບິນ ເຈົ້າ​ກໍ​ແຮ່ງ​ຈະ​ໝັ້ນໃຈ​ວ່າ ‘ເພິ່ນ​ເປັນ​ຫ່ວງ​ເຈົ້າ’ ຫຼາຍ​ແທ້ໆ.—1 ໂຢຮັນ 2:3; 1 ເປໂຕ 5:7

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌