ຄຳນຳ
ອົງສັກສິດສົນໃຈມະນຸດເຮົາຢູ່ບໍ?
ເມື່ອເກີດໄພພິບັດ ຫຼືເມື່ອເຈິຄວາມທຸກລຳບາກແລະຄວາມຕາຍ ເຮົາອາດສົງໄສວ່າອົງສັກສິດເຫັນແລະສົນໃຈເຮົາຢູ່ບໍ. ຄຳພີໄບເບິນບອກວ່າ:
“ຍ້ອນພະເຢໂຫວາເຝົ້າເບິ່ງຄົນທີ່ເຮັດສິ່ງທີ່ຖືກຕ້ອງ ແລະເພິ່ນຟັງຄຳອ້ອນວອນຂອງເຂົາເຈົ້າ ແຕ່ພະເຢໂຫວາບໍ່ຍອມຮັບຄົນທີ່ເຮັດຊົ່ວ.”—1 ເປໂຕ 3:12
ຫໍສັງເກດການສະບັບນີ້ບອກໃຫ້ຮູ້ວ່າອົງສັກສິດຊ່ວຍເຮົາແນວໃດ ແລະເພິ່ນກຳລັງເຮັດຫຍັງເພື່ອໃຫ້ບັນຫາແລະຄວາມທຸກລຳບາກໝົດໄປ.