ຄະນະກຳມະການປົກຄອງຂອງພະຍານພະເຢໂຫວາແມ່ນໃຜ?
ຄະນະກຳມະການປົກຄອງແມ່ນຄລິດສະຕຽນກຸ່ມນ້ອຍໆທີ່ມີຄວາມເຊື່ອເຂັ້ມແຂງ. ເຂົາເຈົ້າເບິ່ງແຍງວຽກງານຂອງພະຍານພະເຢໂຫວາຢູ່ທົ່ວໂລກ. ວຽກຂອງເຂົາເຈົ້າມີ 2 ສ່ວນຄື:
ເບິ່ງແຍງການກຽມຄຳແນະນຳແລະຄຳສອນຈາກຄຳພີໄບເບິນທີ່ອອກມາທາງປຶ້ມຕ່າງໆ ການປະຊຸມ ແລະໂຮງຮຽນຕ່າງໆຂອງອົງການ.—ລູກາ 12:42
ຊີ້ນຳວຽກປະກາດທີ່ພະຍານພະເຢໂຫວາເຮັດຢູ່ທົ່ວໂລກ ແລະເບິ່ງແຍງການໃຊ້ເງິນແລະຊັບສິນທີ່ມາຈາກການບໍລິຈາກ.
ຄະນະກຳມະການປົກຄອງເຮັດຕາມຕົວຢ່າງຂອງ “ພວກອັກຄະສາວົກກັບພວກຜູ້ເບິ່ງແຍງຢູ່ເມືອງເຢຣູຊາເລັມ” ໃນສະຕະວັດທຳອິດ. ເຂົາເຈົ້າຕັດສິນເລື່ອງທີ່ສຳຄັນເພື່ອປະໂຫຍດຂອງພີ່ນ້ອງທຸກຄົນ. (ກິດຈະການ 15:2) ສະມາຊິກຄະນະກຳມະການປົກຄອງກໍຄືກັບພວກອັກຄະສາວົກແລະຜູ້ເບິ່ງແຍງໃນສະຕະວັດທຳອິດ ເຂົາເຈົ້າບໍ່ໄດ້ເປັນຜູ້ນຳອົງການຂອງເຮົາ ແຕ່ເຂົາເຈົ້າຄົ້ນເບິ່ງຄຳແນະນຳໃນຄຳພີໄບເບິນແລະຍອມຮັບວ່າພະເຢໂຫວາພະເຈົ້າໄດ້ແຕ່ງຕັ້ງພະເຢຊູໃຫ້ເປັນຜູ້ນຳຂອງປະຊາຄົມຄລິດສະຕຽນ.—1 ໂກຣິນໂທ 11:3; ເອເຟໂຊ 5:23
ສະມາຊິກຂອງຄະນະກຳມະການປົກຄອງມີໃຜແດ່?
ສະມາຊິກຂອງຄະນະກຳມະການປົກຄອງມີເຄັນເນັດ ຄຸກ ຈູເນຍ, ເກກ ຟລີເກີ້, ຊາມູເອນ ເຮີດ, ເຈຟຣີ ແຈັກສັນ, ໂຈດີ້ ເຈດລີ, ສະຕີເວັນ ເລັດ, ແກຣິດ ເລິດ, ເຈຄັອບ ຣຳ, ມາກ ແຊນເດີສັນ, ເດວິດ ສະເປລນ ແລະເຈຟຣີ ວິນເດີ້. ເຂົາເຈົ້າຢູ່ສຳນັກງານໃຫຍ່ຂອງເຮົາຢູ່ວໍວິກ ລັດນິວຢອກ ປະເທດອາເມຣິກາ.
ຄະນະກຳມະການປົກຄອງເຮັດວຽກແນວໃດ?
ຄະນະກຳມະການປົກຄອງຕັ້ງຄະນະກຳມະການຂຶ້ນມາ 6 ຄະນະເພື່ອເບິ່ງແຍງວຽກຕ່າງໆ. ສະມາຊິກຂອງຄະນະກຳມະການປົກຄອງແຕ່ລະຄົນຈະເຮັດວຽກໃນຄະນະເຫຼົ່ານີ້ 1 ຄະນະຫຼືຫຼາຍກວ່ານັ້ນ.
ຄະນະກຳມະການຜູ້ປະສານງານ: ເບິ່ງແຍງວຽກດ້ານກົດໝາຍ ແລະໃຫ້ຄວາມຊ່ວຍເຫຼືອເມື່ອເກີດໄພພິບັດ ມີການຂົ່ມເຫງພະຍານພະເຢໂຫວາຍ້ອນຄວາມເຊື່ອທາງສາສະໜາ ແລະເມື່ອເກີດເຫດການສຸກເສີນອື່ນໆທີ່ມີຜົນກະທົບຕໍ່ພະຍານພະເຢໂຫວາ.
ຄະນະກຳມະການຝ່າຍບຸກຄົນ: ເບິ່ງແຍງເອົາໃຈໃສ່ເລື່ອງທີ່ກ່ຽວຂ້ອງກັບສະມາຊິກຄອບຄົວເບເທນ.
ຄະນະກຳມະການຝ່າຍການພິມ: ເບິ່ງແຍງການພິມແລະການສົ່ງປຶ້ມກ່ຽວກັບຄຳພີໄບເບິນ. ເຂົາເຈົ້າຍັງເບິ່ງແຍງວຽກກໍ່ສ້າງບ່ອນປະຊຸມ ຫ້ອງການການແປ ແລະສຳນັກງານສາຂານຳ.
ຄະນະກຳມະການຝ່າຍການຮັບໃຊ້: ເບິ່ງແຍງວຽກປະກາດ “ຂ່າວດີເລື່ອງການປົກຄອງຂອງພະເຈົ້າ.”—ມັດທາຍ 24:14
ຄະນະກຳມະການຝ່າຍການສອນ: ເບິ່ງແຍງການກຽມເນື້ອໃນແລະຫຼັກສູດທີ່ໃຊ້ໃນການສອນຄຳພີໄບເບິນຢູ່ການປະຊຸມ ໃນໂຮງຮຽນຕ່າງໆ ແລະໃນການບັນທຶກສຽງ ແລະວິດີໂອ.
ຄະນະກຳມະການຝ່າຍການຂຽນ: ເບິ່ງແຍງການກຽມເນື້ອໃນປຶ້ມຕ່າງໆແລະເວັບໄຊຂອງເຮົາ ລວມທັງເບິ່ງແຍງວຽກແປນຳ.
ນອກຈາກຈະເຮັດວຽກຜ່ານຄະນະກຳມະການເຫຼົ່ານີ້ແລ້ວ ຄະນະກຳມະການປົກຄອງຈະປະຊຸມກັນອາທິດລະເທື່ອເພື່ອເບິ່ງວ່າຕ້ອງແກ້ໄຂເລື່ອງທີ່ສຳຄັນຫຍັງແດ່. ເມື່ອປະຊຸມກັນ ຄະນະກຳມະການປົກຄອງຈະເບິ່ງຢ່າງລະອຽດວ່າຄຳພີໄບເບິນບອກແນວໃດ ຂໍການຊີ້ນຳຈາກພະລັງບໍລິສຸດຂອງພະເຈົ້າ ແລະຕັດສິນໃຈນຳກັນແບບເປັນເອກະພາບ.—ກິດຈະການ 15:25
ຜູ້ຊ່ວຍຄະນະກຳມະການປົກຄອງແມ່ນໃຜ?
ເຂົາເຈົ້າແມ່ນຄລິດສະຕຽນທີ່ສັດຊື່ແລະໄວ້ໃຈໄດ້ທີ່ຊ່ວຍວຽກໃນຄະນະກຳມະການຝ່າຍຕ່າງໆທີ່ຄະນະກຳມະການປົກຄອງຕັ້ງຂຶ້ນ. (1 ໂກຣິນໂທ 4:2) ເຂົາເຈົ້າມີຄວາມສາມາດແລະປະສົບການ. ທຸກອາທິດ ເຂົາເຈົ້າຈະປະຊຸມກັບຄະນະກຳມະການຝ່າຍທີ່ເຂົາເຈົ້າໄດ້ຮັບມອບໝາຍ. ເຖິງວ່າຈະບໍ່ມີສ່ວນໃນການຕັດສິນໃຈ ແຕ່ຜູ້ຊ່ວຍເຫຼົ່ານີ້ຈະກຽມຂໍ້ສະເໜີທີ່ມີປະໂຫຍດແລະຂໍ້ມູນທີ່ກ່ຽວຂ້ອງ. ເມື່ອຄະນະກຳມະການຕັດສິນໃຈເລື່ອງໃດເລື່ອງໜຶ່ງແລ້ວ ເຂົາເຈົ້າກໍຈະເອົາໄປເຮັດ ແລະຕິດຕາມຄວາມກ້າວໜ້າ. ນອກຈາກນັ້ນ ຄະນະກຳມະການປົກຄອງຍັງມອບໝາຍໃຫ້ເຂົາເຈົ້າໄປຢາມພີ່ນ້ອງໃນຫຼາຍປະເທດ ຫຼືບັນລະຍາຍໃນງານຕ່າງໆ ເຊັ່ນ: ການປະຊຸມປະຈຳປີ ຫຼືມື້ຈົບໂຮງຮຽນກິລຽດ.
ຄະນະກຳມະການ |
ຊື່ |
|---|---|
ຜູ້ປະສານງານ |
|
ຝ່າຍບຸກຄົນ |
|
ຣາບຟ໌ ວໍສ໌ |
|
ເດວິດ ຊິນແຄລ໌ |
|
ລີອອນ ວີເວີ ຈູເນຍ |
|
ຝ່າຍການຂຽນ |
|