ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ວຊຄພລ ບົດຄວາມ 39
  • ເປັນ​ຫຍັງ​ພະຍານ​ພະ​ເຢໂຫວາ​ບໍ່​ສະຫຼອງ​ວັນ​ເກີດ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເປັນ​ຫຍັງ​ພະຍານ​ພະ​ເຢໂຫວາ​ບໍ່​ສະຫຼອງ​ວັນ​ເກີດ?
  • ຄຳຖາມ​ທີ່​ພົບ​ເລື້ອຍໆ​ກ່ຽວກັບ​ພະຍານ​ພະ​ເຢໂຫວາ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ການ​ບໍ່​ສະຫຼອງ​ວັນ​ເກີດ​ເຮັດ​ໃຫ້​ເດັກນ້ອຍ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ຮູ້ສຶກ​ວ່າ​ຂາດ​ບາງ​ຢ່າງ​ບໍ?
  • ພະເຈົ້າ​ພໍ​ໃຈ​ກັບ​ງານ​ລ້ຽງ​ທຸກ​ຢ່າງ​ບໍ?
    ຮຽນຈາກຄູຜູ້ຍິ່ງໃຫຍ່
  • ການ​ສະຫລອງ​ຕ່າງໆທີ່​ພະເຈົ້າ​ບໍ່​ພໍ​ໃຈ
    “ຈົ່ງຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ”
  • ພະເຈົ້າ​ພໍໃຈ​ການ​ສະຫຼອງ​ທຸກ​ຢ່າງ​ບໍ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ເລືອກ​ນະມັດສະການ​ພະເຈົ້າ​ໃນ​ແບບ​ທີ່​ພະອົງ​ຍອມ​ຮັບ
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
ຄຳຖາມ​ທີ່​ພົບ​ເລື້ອຍໆ​ກ່ຽວກັບ​ພະຍານ​ພະ​ເຢໂຫວາ
ວຊຄພລ ບົດຄວາມ 39
ເຄັກ​ວັນ​ເກີດ

ເປັນ​ຫຍັງ​ພະຍານ​ພະ​ເຢໂຫວາ​ບໍ່​ສະຫຼອງ​ວັນ​ເກີດ?

ພະຍານ​ພະ​ເຢໂຫວາ​ບໍ່​ສະຫຼອງ​ວັນ​ເກີດ​ຍ້ອນ​ເຮົາ​ເຊື່ອ​ວ່າ​ພະ​ເຢໂຫວາ​ບໍ່​ພໍໃຈ​ງານ​ສະຫຼອງ​ແບບ​ນັ້ນ. ຄຳພີ​ໄບເບິນ​ບໍ່​ໄດ້​ສັ່ງ​ກົງ​ໆ​ວ່າ ຫ້າມ​ສະຫຼອງ​ວັນ​ເກີດ. ແຕ່​ຄຳພີ​ໄບເບິນ​ຊ່ວຍ​ເຮົາ​ໃຫ້​ຫາ​ເຫດຜົນ​ເພື່ອ​ຈະ​ເຂົ້າໃຈ​ຄວາມ​ຄິດ​ຂອງ​ພະ​ເຢໂຫວາ. ໃຫ້​ເຮົາ​ມາ​ເບິ່ງ​ເຫດຜົນ 4 ຢ່າງ​ທີ່​ມາ​ຈາກ​ຫຼັກການ​ໃນ​ຄຳພີ​ໄບເບິນ​ກ່ຽວກັບ​ເລື່ອງ​ນີ້.

  1. ການ​ສະຫຼອງ​ວັນ​ເກີດ​ມີ​ຕົ້ນ​ຕໍ​ມາ​ຈາກ​ພວກ​ນອກ​ຮີດ. ປຶ້ມ​ວັດຈະນານຸກົມ Standard Dictionary of Folklore, Mythology, and Legend ຂອງ​ຟັງກ໌​ແລະ​ແວກເນລ​ບອກ​ວ່າ ການ​ສະຫຼອງ​ເຫຼົ່າ​ນີ້​ມີ​ຕົ້ນ​ຕໍ​ມາ​ຈາກ​ຄວາມ​ເຊື່ອ​ທີ່​ວ່າ ໃນ​ວັນ​ເກີດ​ຂອງ​ຄົນ​ໆ​ໜຶ່ງ “ເປັນ​ຫົນທາງ​ຂອງ​ພວກ​ວິນຍານ​ແລະ​ອຳນາດ​ຊົ່ວ​ຮ້າຍ​ທີ່​ຈະ​ເຂົ້າ​ມາ​ທຳຮ້າຍ​ຄົນ​ທີ່​ເກີດ​ໃນ​ມື້​ນັ້ນ” ແລະ “ຄຳ​ອວຍພອນ​ດີ​ໆ​ຂອງ​ໝູ່​ທີ່​ມາ​ຮ່ວມ​ງານ​ຈະ​ຊ່ວຍ​ປົກປ້ອງ​ເຈົ້າ​ຂອງ​ວັນ​ເກີດ.” ໃນ​ປຶ້ມ​ຄວາມ​ຮູ້​ກ່ຽວກັບ​ວັນ​ເກີດ (ພາສາ​ອັງກິດ) ບອກ​ວ່າ ໃນ​ສະໄໝ​ບູຮານ​ບັນທຶກ​ກ່ຽວກັບ​ວັນ​ເດືອນ​ປີ​ເກີດ “ເປັນ​ສ່ວນ​ສຳຄັນ​ໃນ​ການ​ທຳນາຍ​ດວງ​ຊະຕາ” ເຊິ່ງ​ອາໄສ “ຄວາມ​ລຶກລັບ​ຂອງ​ໂຫລາສາດ.” ປຶ້ມ​ຫົວ​ນີ້​ຍັງ​ບອກ​ນຳ​ວ່າ: “ຕາມ​ຄວາມ​ເຊື່ອ​ພື້ນ​ບ້ານ ການ​ໃຊ້​ຄາຖາອາຄົມ​ປຸກ​ເສກ​ທຽນ​ວັນ​ເກີດ​ຈະ​ເຮັດ​ໃຫ້​ຄຳ​ອວຍພອນ​ເປັນ​ຈິງ.”

    ແນວ​ໃດ​ກໍ​ຕາມ ຄຳພີ​ໄບເບິນ​ຕຳໜິ​ການ​ໃຊ້​ຄາຖາອາຄົມ ການ​ທຳນາຍ​ອະນາຄົດ ການ​ເຊື່ອ​ເລື່ອງ​ຜີ​ແລະ​ວິນຍານ ຫຼື “ເລື່ອງ​ຕ່າງ​ໆ​ໃນ​ທຳນອງ​ນີ້.” (ພະ​ບັນຍັດ 18:14; ຄາລາເຕຍ 5:19-21) ທີ່​ຈິງ ສາເຫດ​ໜຶ່ງ​ທີ່​ພະ​ເຢໂຫວາ​ຕັດສິນໃຈ​ທຳລາຍ​ເມືອງ​ບາບີໂລນ​ບູຮານ​ກໍ​ຍ້ອນ​ວ່າ​ເຂົາເຈົ້າ​ໃຊ້​ໂຫລາສາດ​ເຊິ່ງ​ກ່ຽວ​ຂ້ອງ​ກັບ​ການ​ທຳນາຍ​ໂຊກ​ຊະຕາ. (ເອຊາຢາ 47:11-15) ພະຍານ​ພະ​ເຢໂຫວາ​ບໍ່​ໄດ້​ຄົ້ນ​ເບິ່ງ​ລາຍລະອຽດ​ຂອງ​ທຳນຽມ​ທຸກ​ຢ່າງ ແຕ່​ເມື່ອ​ຄຳພີ​ໄບເບິນ​ຊີ້​ໃຫ້​ເຫັນ​ຕົ້ນ​ຕໍ​ຂອງ​ທຳນຽມ​ເຫຼົ່າ​ນີ້​ຢ່າງ​ຊັດເຈນ ເຮົາ​ກໍ​ໃສ່​ໃຈ​ເລື່ອງ​ເຫຼົ່າ​ນີ້​ຢ່າງ​ຈິງ​ຈັງ.

  2. ຄລິດສະຕຽນ​ລຸ້ນ​ທຳອິດ​ບໍ່​ສະຫຼອງ​ວັນ​ເກີດ. ປຶ້ມ​ສາລານຸກົມ​ເດີ ເວີນ ບຸກ ບອກ​ວ່າ: “ຄລິດສະຕຽນ​ລຸ້ນ​ທຳອິດ​ຖື​ວ່າ​ງານ​ສະຫຼອງ​ວັນ​ເກີດ​ເປັນ​ທຳນຽມ​ນອກ​ຮີດ.” ຄຳພີ​ໄບເບິນ​ສະແດງ​ໃຫ້​ເຫັນ​ວ່າ​ພວກ​ອັກຄະສາວົກ​ຂອງ​ພະ​ເຢຊູ​ລວມ​ທັງ​ພວກ​ລູກສິດ​ຄົນ​ອື່ນ​ໆ​ທີ່​ພະ​ເຢຊູ​ສອນ​ໄດ້​ວາງ​ແບບ​ຢ່າງ​ໄວ້​ໃຫ້​ຄລິດສະຕຽນ​ທຸກ​ຄົນ​ເຮັດ​ຕາມ.—2 ເທຊະໂລນິກ 3:6

  3. ງານ​ດຽວ​ທີ່​ຄລິດສະຕຽນ​ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ສະຫຼອງ​ບໍ່​ໄດ້​ກ່ຽວ​ຂ້ອງ​ກັບ​ການ​ເກີດ ແຕ່​ກ່ຽວ​ຂ້ອງ​ກັບ​ການ​ຕາຍ​ເຊິ່ງ​ກໍ​ຄື​ການ​ຕາຍ​ຂອງ​ພະ​ເຢຊູ. (ລູກາ 22:17-20) ເລື່ອງ​ນີ້​ບໍ່​ແປກ​ເລີຍ​ເພາະ​ຄຳພີ​ໄບເບິນ​ບອກ​ວ່າ “ວັນ​ຕາຍ​ກໍ​ດີ​ກວ່າ​ວັນ​ເກີດ.” (ປັນຍາຈານ 7:1) ໃນ​ມື້​ສຸດທ້າຍ​ທີ່​ພະ​ເຢຊູ​ມີ​ຊີວິດ​ຢູ່​ໃນ​ໂລກ ເພິ່ນ​ສ້າງ​ຊື່​ສຽງ​ທີ່​ດີ​ກັບ​ພະເຈົ້າ​ແລະ​ເຮັດ​ໃຫ້​ມື້​ທີ່​ເພິ່ນ​ຕາຍ​ດີ​ກວ່າ​ມື້​ທີ່​ເພິ່ນ​ເກີດ.—ເຮັບເຣີ 1:4

  4. ຄຳພີ​ໄບເບິນ​ບໍ່​ເຄີຍ​ບອກ​ວ່າ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ສະຫຼອງ​ວັນ​ເກີດ. ນີ້​ເປັນ​ເລື່ອງ​ທີ່​ໜ້າສົນໃຈ​ຍ້ອນ​ຄຳພີ​ໄບເບິນ​ໝົດ​ຫົວ​ໄດ້​ເວົ້າ​ເຖິງ​ການ​ສະຫຼອງ​ວັນ​ເກີດ​ພຽງ​ແຕ່ 2 ເທື່ອ ແລະ​ທັງ​ສອງ​ເທື່ອ​ກໍ​ບໍ່​ແມ່ນ​ການ​ສະຫຼອງ​ຂອງ​ຜູ້​ຮັບໃຊ້​ພະ​ເຢໂຫວາ. ນອກ​ຈາກ​ນັ້ນ ງານ​ວັນ​ເກີດ​ທັງ​ສອງ​ເທື່ອ​ກໍ​ເກີດ​ເລື່ອງ​ທີ່​ບໍ່​ດີ.—ປະຖົມມະການ 40:20-22; ມາຣະໂກ 6:21-29

ການ​ບໍ່​ສະຫຼອງ​ວັນ​ເກີດ​ເຮັດ​ໃຫ້​ເດັກນ້ອຍ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ຮູ້ສຶກ​ວ່າ​ຂາດ​ບາງ​ຢ່າງ​ບໍ?

ພໍ່​ແມ່​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ກໍ​ຄື​ກັບ​ພໍ່​ແມ່​ທີ່​ດີ​ຄົນ​ອື່ນ​ໆ ເຂົາເຈົ້າ​ສະແດງ​ຄວາມ​ຮັກ​ຕໍ່​ລູກ​ຕະຫຼອດ​ປີ​ເຊິ່ງ​ລວມ​ເຖິງ​ການ​ໃຫ້​ຂອງຂວັນ​ແລະ​ຈັດ​ງານ​ລ້ຽງ​ສັງສັນ. ເຂົາເຈົ້າ​ພະຍາຍາມ​ຮຽນ​ແບບ​ຕົວຢ່າງ​ທີ່​ດີ​ຂອງ​ພະ​ເຢໂຫວາ​ທີ່​ຕ້ອງການ​ຈະ​ໃຫ້​ສິ່ງ​ດີ​ໆ​ກັບ​ລູກ​ຂອງ​ເພິ່ນ​ຢູ່​ສະເໝີ. (ມັດທາຍ 7:11) ເດັກນ້ອຍ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ຈຶ່ງ​ບໍ່​ຮູ້ສຶກ​ວ່າ​ຂາດ​ບາງ​ຢ່າງ. ເຮົາ​ຈະ​ເຫັນ​ຈາກ​ຄຳເວົ້າ​ຕໍ່​ໄປ​ນີ້:

  • “ຂ້ອຍ​ດີ​ໃຈ​ຫຼາຍ​ທີ່​ໄດ້​ຮັບ​ຂອງຂວັນ​ໃນ​ມື້​ທີ່​ບໍ່​ຄິດ​ວ່າ​ຈະ​ໄດ້​ຮັບ.”—ແທມມີ້ ອາຍຸ 12 ປີ

  • “ເຖິງ​ວ່າ​ຂ້ອຍ​ບໍ່​ເຄີຍ​ໄດ້​ຂອງຂວັນ​ວັນ​ເກີດ ແຕ່​ພໍ່​ແມ່​ກໍ​ຊື້​ຂອງຂວັນ​ໃຫ້​ຂ້ອຍ​ເລື້ອຍ​ໆ. ຂ້ອຍ​ມັກ​ແບບ​ນີ້​ແຫຼະ​ຍ້ອນ​ມັນ​ຕື່ນເຕັ້ນ​ດີ.”—ເກເກີຣີ ອາຍຸ 11 ປີ

  • “ຂ້ອຍ​ຄິດ​ວ່າ​ເວລາ​ພຽງ 10 ນາທີ ເຄັກ​ສອງ​ສາມ​ປ່ຽງ ກັບ​ເພງ​ອີກ​ເພງ​ໜຶ່ງ​ບໍ່​ໜ້າ​ຈະ​ເອີ້ນ​ວ່າ​ປາຕີ້? ລອງ​ມາ​ເຮືອນ​ຂ້ອຍ​ແມ້ ແລ້ວ​ຈະ​ໄດ້​ຮູ້​ວ່າ​ປາຕີ້​ແທ້​ໆ​ເປັນ​ແນວ​ໃດ!”—ເອຣິກ ອາຍຸ 6 ປີ

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌