ວັນທີ 14-20 ກັນຍາ 2026
ເພງທີ 41 ຂໍຟັງຄຳອະທິດຖານຂອງເຮົາ
ປຶ້ມເອຊາຢາຊ່ວຍເຮົາໃຫ້ມີກຳລັງໃຈ
“ພະເຢໂຫວາເວົ້າວ່າ: . . . ‘ເຮົາຈະປອບໂຍນພວກເຈົ້າຕໍ່ໆໄປຄືກັບແມ່ທີ່ອອຍລູກ.’ ”—ອຊຢ. 66:12, 13
ຈຸດສຳຄັນ
ຕອນທີ່ເຮົາຮູ້ສຶກເສົ້າຫຼືທໍ້ໃຈ ເມື່ອເຮົາອ່ານແລະຄິດຕຶກຕອງຂໍ້ພະຄຳພີບາງຂໍ້ທີ່ຢູ່ໃນປຶ້ມເອຊາຢາ ເຮົາກໍຈະໄດ້ກຳລັງໃຈ.
1-2. ພະເຢໂຫວາຊ່ວຍເຮົາແນວໃດຕອນທີ່ເຮົາທໍ້ໃຈຫຼືເຈິບັນຫາທີ່ໜັກໆ?
ລອງນຶກພາບເບິ່ງວ່າມີເດັກນ້ອຍຄົນໜຶ່ງເສຍໃຈຫຼາຍແລະໄຫ້ແທ້ໄຫ້ວ່າ. ລາວອາດຈະເສຍໃຈຍ້ອນຄອບຄົວກຳລັງຍ້າຍເຮືອນໄປຢູ່ບ່ອນໃໝ່ແລະຕ້ອງໄດ້ໄປຈາກໝູ່ທີ່ເຄີຍຫຼິ້ນນຳກັນ ຫຼືອາດເສຍໃຈຍ້ອນລາວເຮັດຜິດ. ໃນຕອນນັ້ນ ແມ່ທີ່ມີຄວາມຮັກຈະເຮັດແນວໃດ? ລາວກໍຈະຟ້າວເຂົ້າໄປໂອບໄປກອດລູກ ຟັງລູກດ້ວຍຄວາມເຂົ້າໃຈ ແລະເຮັດໃຫ້ລູກໝັ້ນໃຈວ່າລາວຮັກລູກ.
2 ໃນຄຳພີໄບເບິນ ພະເຢໂຫວາປຽບໂຕເອງວ່າເປັນຄືກັບແມ່ທີ່ມີຄວາມຮັກທີ່ປອບໂຍນລູກ. ເພິ່ນບອກວ່າ: “ເຮົາຈະປອບໂຍນພວກເຈົ້າຕໍ່ໆໄປຄືກັບແມ່ທີ່ອອຍລູກ. ພວກເຈົ້າຈະໄດ້ຮັບການປອບໂຍນ.” (ອຊຢ. 66:13) ພະເຢໂຫວາຮັກພວກເຮົາຫຼາຍກວ່າທີ່ພໍ່ແມ່ຮັກລູກຊ້ຳ. (ອຊຢ. 49:15) ພະເຢໂຫວາໃຊ້ຄຳພີໄບເບິນເພື່ອປອບໂຍນແລະເຮັດໃຫ້ເຮົາເຂັ້ມແຂງຕອນທີ່ເຮົາທໍ້ໃຈຫຼືເຈິບັນຫາທີ່ໜັກໆ.—ຣມ. 15:4
3. ເຮົາຈະຮຽນຫຍັງໃນບົດນີ້?
3 ໃນປຶ້ມເອຊາຢາມີຄຳເວົ້າຂອງພະເຢໂຫວາທີ່ໃຫ້ກຳລັງໃຈເຮົາຢູ່ຫຼາຍບ່ອນ. (ອຊຢ. 40:1) ພໍ່ທີ່ມີຄວາມຮັກຜູ້ນີ້ໄດ້ດົນໃຈໃຫ້ເອຊາຢາຂຽນປຶ້ມນີ້ເພື່ອປອບໂຍນຫຼືໃຫ້ກຳລັງໃຈຄົນຂອງເພິ່ນທີ່ຢູ່ຢູດາຕອນທີ່ເຂົາເຈົ້າເຈິຄວາມຍາກລຳບາກ. ເຮົາເອງກໍຢູ່ໃນ “ໄລຍະທີ່ມີແຕ່ຄວາມຫຍຸ້ງຍາກລຳບາກແລະອັນຕະລາຍ.” ສະນັ້ນ ເຮົາກໍຕ້ອງການກຳລັງໃຈຄືກັນ. (2ຕມ. 3:1) ຂໍໃຫ້ເຮົາມາເບິ່ງຂໍ້ພະຄຳພີບາງຂໍ້ທີ່ຢູ່ປຶ້ມເອຊາຢານຳກັນເຊິ່ງຈະຊ່ວຍເຮົາໃຫ້ໄດ້ກຳລັງໃຈແລະເຂັ້ມແຂງຂຶ້ນຕອນທີ່ເຮົາ (1) ເຈິກັບການປ່ຽນແປງທີ່ບໍ່ໄດ້ຄາດຄິດ (2) ຈົມຢູ່ກັບຄວາມຮູ້ສຶກຜິດ ຫຼື (3) ຮູ້ສຶກເສົ້າຍ້ອນຄົນທີ່ເຮົາຮັກຕາຍ.
ຕອນທີ່ເຈິກັບການປ່ຽນແປງທີ່ບໍ່ໄດ້ຄາດຄິດ
4. ການປ່ຽນແປງແບບບໍ່ໄດ້ຄາດຄິດອາດຈະສົ່ງຜົນຕໍ່ເຮົາແນວໃດ?
4 ເຮົາອາດຈະເຈິກັບການປ່ຽນແປງໃນຊີວິດແບບບໍ່ໄດ້ຄາດຄິດກໍໄດ້. (ປຍຈ. 9:11; 1ກຣ. 7:31) ຢູ່ບໍ່ຢູ່ເຮົາອາດຈະເຈັບປ່ວຍຮ້າຍແຮງ ມີບັນຫາທາງການເງິນ ເຈິຄວາມວຸ່ນວາຍທາງການເມືອງ ຫຼືຖືກປ່ຽນວຽກມອບໝາຍໃນອົງການ. ເມື່ອເຈິກັບການປ່ຽນແປງແບບນັ້ນ ເປັນເລື່ອງທຳມະດາທີ່ເຮົາຈະຮູ້ສຶກກັງວົນຫຼືສັບສົນແລະຖາມໂຕເອງວ່າ: ‘ແລ້ວຂ້ອຍຊິເຮັດແນວໃດດີ?’ ພີ່ນ້ອງຊາຍທີ່ຊື່ໂຈເຊບທີ່ຮັບໃຊ້ຢູ່ເບເທນມາ 17 ປີ ແຕ່ຖືກມອບໝາຍໃຫ້ໄປຮັບໃຊ້ຢູ່ໃນເຂດເວົ້າວ່າ: “ຂ້ອຍຮູ້ສຶກສັບສົນຫຼາຍຍ້ອນຂ້ອຍເຄີຍໃຊ້ຊິວິດຢູ່ເບເທນມາດົນ. ເພື່ອຈະເລີ່ມຊີວິດໃໝ່ ຂ້ອຍຕ້ອງໄດ້ປັບໂຕຫຼາຍອີ່ຫຼີ. ແຕ່ຂ້ອຍກໍບໍ່ຮູ້ວ່າຊິເລີ່ມຈາກໃສ?” ຖ້າເຮົາເຈິກັບການປ່ຽນແປງແບບບໍ່ໄດ້ຄາດຄິດ ຄຳເວົ້າຂອງພະເຢໂຫວາທີ່ຢູ່ໃນປຶ້ມເອຊາຢາຈະຊ່ວຍເຮົາແນວໃດ?
5. ຕາມເອຊາຢາ 42:16 ພະເຢໂຫວາຮັບຮອງຫຍັງກັບເຮົາ? (ເບິ່ງຮູບນຳ)
5 ອ່ານເອຊາຢາ 42:16. ພະເຢໂຫວາສັນຍາວ່າຈະນຳໜ້າຄົນທີ່ເປັນຄືກັບຄົນຕາບອດແລະພາເຂົາເຈົ້າໄປໃນທາງທີ່ເຂົາເຈົ້າບໍ່ເຄີຍໄປ ແລະເພິ່ນຈະເຮັດໃຫ້ຄວາມມືດກາຍເປັນຄວາມສະຫວ່າງ. ຄຳວ່າ “ຕາບອດ” ‘ທາງທີ່ . . . ບໍ່ເຄີຍໄປ’ “ຄວາມມືດ” ແລະ “ບ່ອນທີ່ມີຂຸມ” ອາດຈະກົງກັບຄວາມຮູ້ສຶກຂອງເຮົາຕອນທີ່ເຈິກັບການປ່ຽນແປງທີ່ບໍ່ໄດ້ຄາດຄິດ ຍ້ອນເຮົາບໍ່ຮູ້ວ່າອະນາຄົດຈະເປັນແນວໃດ. ເຮົາອາດຈະຮູ້ສຶກຄືກັບວ່າກຳລັງຍ່າງເຂົ້າໄປໃນປ່າທີ່ຕຶບໆແລະບໍ່ຮູ້ວ່າຈະໄປທາງໃດ. ແຕ່ພະເຢໂຫວາຮັບຮອງກັບເຮົາວ່າບໍ່ວ່າເຮົາຈະເຈິກັບຫຍັງ ເພິ່ນຈະຊີ້ນຳເຮົາແລະບໍ່ປະບໍ່ຖິ້ມເຮົາ. ເພິ່ນຈະຈູງມືແລະພາເຮົາອອກຈາກຄວາມມືດ ເຮັດໃຫ້ທາງຂອງເຮົາສະຫວ່າງ ແລະເຮັດໃຫ້ບ່ອນທີ່ມີຂຸມກາຍເປັນບ່ອນພຽງ. ແລ້ວພະເຢໂຫວາຈະເຮັດແບບນັ້ນແນວໃດ? ເພິ່ນຊີ້ນຳເຮົາຜ່ານທາງຄຳພີໄບເບິນແລະທາງອົງການຂອງເພິ່ນ. (ພສ. 119:105; ອຊຢ. 30:21) ນອກຈາກນັ້ນ ເພິ່ນຍັງໃຊ້ພີ່ນ້ອງແລະຄົນອື່ນເພື່ອຊ່ວຍເຮົາ. ເຖິງເຮົາບໍ່ຮູ້ວ່າທາງທີ່ເຮົາຈະໄປຈະພາເຮົາໄປເຈິກັບຫຍັງຫຼືຈະເຈິກັບຄວາມຍາກລຳບາກຫຼາຍສ່ຳໃດ ແຕ່ເຮົາໝັ້ນໃຈໄດ້ວ່າພະເຢໂຫວາຈະຊີ້ນຳເຮົາດ້ວຍຄວາມຮັກແລະດ້ວຍຄວາມເຂົ້າໃຈສະເໝີ.—ອຊຢ. 41:10; 1ປຕ. 5:6, 7
ຕອນທີ່ເຈົ້າເຈິກັບການປ່ຽນແປງທີ່ບໍ່ໄດ້ຄາດຄິດ ພະເຢໂຫວາຈະບໍ່ປະບໍ່ຖິ້ມເຈົ້າ (ເບິ່ງຂໍ້ 5)b
6. ຖ້າຕ້ອງເຈິກັບການປ່ຽນແປງແບບທີ່ບໍ່ໄດ້ຄາດຄິດ ເຮົາສາມາດໝັ້ນໃຈໃນເລື່ອງໃດ?
6 ພີ່ນ້ອງໂຈເຊບທີ່ເຮົາເວົ້າເຖິງກ່ອນໜ້ານີ້ໄດ້ເຫັນວ່າພະເຢໂຫວາຊ່ວຍລາວກັບເມຍແນວໃດຫຼັງຈາກທີ່ເຂົາເຈົ້າອອກຈາກເບເທນ. ລາວເລົ່າວ່າ: “ໃນຕອນທີ່ເຮົາກຳລັງປັບໂຕ ເຮົາເຫັນເລີຍວ່າພະເຢໂຫວາຮັກເຮົາຫຼາຍແທ້ໆເພິ່ນໃຊ້ພີ່ນ້ອງເພື່ອຊ່ວຍເຫຼືອເຮົາ. ເພິ່ນເບິ່ງແຍງເຮົາໃຫ້ມີສິ່ງທີ່ຈຳເປັນແລະໃຫ້ກຳລັງໃຈເຮົາໃນເວລາທີ່ເຮົາຕ້ອງການພໍດີ ແລະເພິ່ນຍັງເຮັດແບບນັ້ນຈົນຮອດຕອນນີ້.” ຖ້າເຈົ້າຕ້ອງເຈິກັບການປ່ຽນແປງທີ່ບໍ່ໄດ້ຄາດຄິດ ເຈົ້າກໍໝັ້ນໃຈໄດ້ຄືກັນວ່າພະເຢໂຫວາຈະຊ່ວຍເຈົ້າໃຫ້ເຂັ້ມແຂງແລະຊີ້ນຳເຈົ້າໃນເວລາທີ່ເຈົ້າຕ້ອງການ ບໍ່ວ່າສິ່ງທີ່ເຈິນັ້ນຈະຍາກສ່ຳໃດກໍຕາມ. (ອຊຢ. 54:10; 58:11) ພີ່ນ້ອງໂຈເຊບຍັງເວົ້າຕື່ມວ່າ: “ຂ້ອຍມັກເພງຈາກມິວສິກວິດີໂອທ່ອນໜຶ່ງທີ່ບອກວ່າ ‘ຂ້ອຍບໍ່ຮູ້ວ່າມື້ອື່ນຕ້ອງເຈິກັບຫຍັງ ແຕ່ຂ້ອຍຮູ້ວ່າພະອົງຊ່ວຍຂ້ອຍແນ່ນອນ.’ ເຖິງວ່າສິ່ງຕ່າງໆອາດບໍ່ໄດ້ເປັນແບບທີ່ເຮົາຄິດໄວ້ ແຕ່ເຮົາຮູ້ວ່າພະເຢໂຫວາຈະຊ່ວຍເຮົາສະເໝີ.”a
ຕອນທີ່ຈົມຢູ່ກັບຄວາມຮູ້ສຶກຜິດ
7. ບາງຄົນທີ່ເຄີຍເຮັດຜິດຮ້າຍແຮງອາດຈະຍັງຮູ້ສຶກແນວໃດ?
7 ເມື່ອເຮົາໄປບອກຜູ້ເບິ່ງແຍງວ່າເຮົາໄດ້ເຮັດຜິດຮ້າຍແຮງ ເຂົາເຈົ້າກໍຈະຊ່ວຍເຮົາດ້ວຍຄວາມຮັກ ແລະຫຼັງຈາກນັ້ນເຮົາເອງຕ້ອງພະຍາຍາມຫຼາຍແທ້ໆທີ່ຈະບໍ່ເຮັດຜິດອີກ. (ສພສ. 28:13; ຢກບ. 5:14-16; 1ຢຮ. 1:9) ເຖິງວ່າພະເຢໂຫວາຈະຍົກໂທດໃຫ້ເຮົາແລ້ວ ແຕ່ເຮົາອາດຈະຍັງຈົມຢູ່ກັບຄວາມຮູ້ສຶກຜິດຢູ່. ເຮົາອາດຄິດວ່າ ‘ຂ້ອຍເຮັດຜິດຫຼາຍປານນີ້ ພະເຢໂຫວາຄືຊິບໍ່ຍົກໂທດໃຫ້ຂ້ອຍດອກ!’ (2ກຣ. 2:7) ຄວາມຮູ້ສຶກແບບນີ້ອາດຈະເກີດຂຶ້ນໄດ້ຍ້ອນຄວາມຜິດນັ້ນເຮັດໃຫ້ເຮົາຮູ້ສຶກໜັກໃຈແລະມັນຍັງຝັງຢູ່ໃນໃຈເຮົາຕະຫຼອດ. ກະສັດດາວິດບອກວ່າ: “ກະດູກຂອງລູກກໍປວດມຸບໆຍ້ອນຄວາມຜິດທີ່ລູກເຮັດ. ລູກທຸກໃຈຫຼາຍຈົນຊາໄປໝົດໂຕແລ້ວ.” (ພສ. 38:3, 8) ຖ້າເຈົ້າຮູ້ສຶກແບບນີ້ເປັນບາງເທື່ອຍ້ອນເຄີຍເຮັດຜິດ ເຈົ້າຈະໄດ້ກຳລັງໃຈຈາກປຶ້ມເອຊາຢາ.
8-9. ເອຊາຢາ 1:18 ບອກຫຍັງເຮົາກ່ຽວກັບການຍົກໂທດຂອງພະເຢໂຫວາ?
8 ອ່ານເອຊາຢາ 1:18. ພະເຢໂຫວາໃຊ້ຕົວຢ່າງປຽບທຽບເພື່ອອະທິບາຍໃຫ້ເຮົາຮູ້ວ່າເມື່ອເພິ່ນຍົກໂທດໃຫ້ເຮົາ ເພິ່ນກໍຍົກໂທດໃຫ້ແທ້ໆ. ເພິ່ນບອກວ່າຖ້າບາບຂອງເຮົາ “ແດງຄືກັບເລືອດ” ເພິ່ນກໍຈະເຮັດໃຫ້ “ຂາວຄືກັບຫິມະ.” ສີແດງຄືກັບເລືອດເປັນສີທີ່ແຈ້ງຫຼາຍແລະບໍ່ຕົກສີງ່າຍໆ. ຖ້າມັນຖືກເຄື່ອງນຸ່ງກໍຈະຊັກອອກຍາກ. ເຖິງຈະເປັນແນວນັ້ນ ພະເຢໂຫວາເຮັດໃຫ້ເຮົາໝັ້ນໃຈວ່າຖ້າເພິ່ນຍົກໂທດໃຫ້ເຮົາແລ້ວເພິ່ນກໍຈະບໍ່ຈື່ຄວາມຜິດຂອງເຮົາອີກເລີຍ.
9 ໃຫ້ເຮົາມາເບິ່ງເລື່ອງຂອງກະສັດດາວິດ. ເຖິງວ່າລາວເຄີຍເຮັດຜິດຍ້ອນຫຼິ້ນຊູ້ແລະຂ້າຄົນ ແຕ່ພະເຢໂຫວາກໍຍົກໂທດໃຫ້ລາວ. ຕໍ່ມາ ເມື່ອເວົ້າເຖິງດາວິດ ພະເຢໂຫວາກໍບອກວ່າລາວເປັນຄົນສັດຊື່. (2ຊມ. 11:3, 4, 14, 15; 12:13; 1ກສ. 9:4, 5) ພະເຢໂຫວາບໍ່ໄດ້ເບິ່ງທີ່ຄວາມຜິດທີ່ດາວິດເຄີຍເຮັດ ແຕ່ເບິ່ງທີ່ຄວາມສັດຊື່ຂອງລາວ. ຄ້າຍຄືກັນ ຖ້າເຮົາກັບໃຈ ພະເຢໂຫວາກໍຈະຍົກໂທດໃຫ້ເຮົາແລະຊ່ວຍເຮົາໃຫ້ຮັບໃຊ້ເພິ່ນຕໍ່ໄປຢ່າງມີຄວາມສຸກ. ປຶ້ມເອຊາຢາຍັງຊ່ວຍເຮົາແນວໃດອີກຕອນທີ່ເຮົາຈົມຢູ່ກັບຄວາມຮູ້ສຶກຜິດ?
10. ຄຳຮັບຮອງຂອງພະເຢໂຫວາທີ່ຢູ່ໃນເອຊາຢາ 38:17 ໃຫ້ກຳລັງໃຈເຮົາແນວໃດ?
10 ອ່ານເອຊາຢາ 38:17 ແລະໄຂເງື່ອນ. ຄຳເວົ້າທີ່ວ່າ: “ພະອົງໂຍນຄວາມຜິດທັງໝົດຂອງລູກໄປທາງຫຼັງພະອົງ” ຍັງແປໄດ້ນຳວ່າ: “ພະອົງກຳຈັດຄວາມຜິດຂອງລູກອອກໄປຈາກສາຍຕາຂອງພະອົງ.” ຄຳເວົ້ານີ້ບອກໃຫ້ຮູ້ວ່າພະເຢໂຫວາເອົາຄວາມຜິດຂອງຄົນທີ່ກັບໃຈໂຍນໄປທາງຫຼັງເພິ່ນເຊິ່ງເພິ່ນຊິບໍ່ເຫັນຫຼືບໍ່ຄິດເຖິງມັນອີກ. ປຶ້ມອ້າງອີງຫົວໜຶ່ງອະທິບາຍກ່ຽວກັບຄຳເວົ້ານີ້ວ່າ: “ພະອົງເຮັດຄືກັບວ່າຄວາມຜິດຂອງຂ້ອຍບໍ່ເຄີຍເກີດຂຶ້ນເລີຍ.” ສະນັ້ນ ເມື່ອພະເຢໂຫວາຍົກໂທດໃຫ້ເຮົາແລ້ວ ມັນກໍເປັນຄືກັບວ່າເຮົາບໍ່ເຄີຍເຮັດຜິດເລີຍ. ຖ້າເພິ່ນຍົກໂທດໃຫ້ເຮົາແລ້ວ ເພິ່ນຈະບໍ່ເວົ້າເຖິງຄວາມຜິດຂອງເຮົາຫຼືເອົາເລື່ອງນັ້ນມາລົງໂທດເຮົາອີກ. ເພິ່ນລົບລ້າງຄວາມຜິດຂອງເຮົາຈົນໝົດຈົນກ້ຽງ. ພະເຢໂຫວາສັນຍາວ່າ: “ເຮົາຈະບໍ່ຈື່ຄວາມຜິດຂອງເຈົ້າອີກ.” (ອຊຢ. 43:25) ຄຳເວົ້ານີ້ໃຫ້ກຳລັງໃຈເຮົາຫຼາຍແທ້ໆ! ຖ້າພະເຢໂຫວາຜູ້ຕັດສິນອົງສູງສຸດບໍ່ຈື່ຄວາມຜິດທີ່ເຮົາເຮັດ ເຮົາກໍຄວນຈະລືມແລະບໍ່ຈົມຢູ່ກັບຄວາມຮູ້ສຶກຜິດອີກຕໍ່ໄປ.
ຢ່າຍອມໃຫ້ຄວາມຜິດໃນອະດີດມາເຮັດໃຫ້ເຈົ້າບໍ່ມີຄວາມສຸກໃນຕອນນີ້
11. ບໍ່ວ່າຜ່ານມາເຮົາຈະເຄີຍເຮັດຫຍັງຜິດ ແຕ່ພະເຢໂຫວາສົນໃຈຫຍັງໃນໂຕເຮົາ? (ເບິ່ງຮູບນຳ)
11 ຕອນໃດທີ່ຄວາມຮູ້ສຶກຜິດໂຜ່ຂຶ້ນມາໃນຄວາມຄິດຂອງເຮົາ ເຮົາຕ້ອງຈື່ຄຳຮັບຮອງທີ່ພະເຢໂຫວາໃຫ້ເຮົາດ້ວຍຄວາມຮັກ. ເມື່ອເພິ່ນຍົກໂທດໃຫ້ເຮົາ ເພິ່ນກໍຍົກໂທດໃຫ້ແທ້ໆ. ພະເຢໂຫວາບໍ່ອາຍທີ່ມີເຮົາເປັນຜູ້ຮັບໃຊ້ຂອງເພິ່ນເຖິງວ່າເຮົາຈະເຄີຍເຮັດຜິດ ແລະເພິ່ນກໍບໍ່ຄືກັບມະນຸດທີ່ບໍ່ສົມບູນແບບທີ່ຈື່ຈົນຝັງໃຈ. (ອຊຢ. 57:16) ສິ່ງສຳຄັນສຳລັບພະເຢໂຫວາແມ່ນຕົວຕົນທີ່ເຮົາເປັນໃນຕອນນີ້ແລະຕົວຕົນທີ່ເຮົາຕັ້ງໃຈຈະເປັນໃນອະນາຄົດ ບໍ່ແມ່ນຕົວຕົນທີ່ເຮົາເຄີຍເປັນໃນອະດີດ. (ອຊຢ. 55:7) ພະເຢໂຫວາພະເຈົ້າທີ່ເຮົາຮັບໃຊ້ຮັກເຮົາຫຼາຍແທ້ໆແລະເພິ່ນພ້ອມຈະຍົກໂທດໃຫ້ເມື່ອເຮົາເຮັດຜິດ! ສະນັ້ນ ຂໍໃຫ້ເຮົາຢ່າຍອມໃຫ້ຄວາມຜິດໃນອະດີດມາເຮັດໃຫ້ເຮົາບໍ່ມີຄວາມສຸກໃນຕອນນີ້ຫຼືພາດໂອກາດທີ່ຈະໄດ້ຮັບສິ່ງດີໆໃນອະນາຄົດ.
ພະເຢໂຫວາບໍ່ໄດ້ເບິ່ງທີ່ຄວາມຜິດທີ່ເຮົາເຄີຍເຮັດ (ເບິ່ງຂໍ້ 11)c
ຕອນທີ່ຮູ້ສຶກເສົ້າຍ້ອນຄົນທີ່ເຮົາຮັກຕາຍ
12. ເຮົາອາດຮູ້ສຶກແນວໃດເມື່ອຄົນທີ່ເຮົາຮັກຕາຍ?
12 ເມື່ອຄົນທີ່ເຮົາຮັກຕາຍ ເຮົາຈະຮູ້ສຶກເສົ້າຫຼາຍແລະເຈັບປວດໃຈໄປອີກດົນ. ບາງເທື່ອເຮົາອາດຈະສົງໄສວ່າເປັນຫຍັງພະເຢໂຫວາຍອມໃຫ້ຄົນທີ່ເຮົາຮັກຕາຍ. ພີ່ນ້ອງຊາຍຊື່ໄມເຄິ້ນທີ່ພໍ່ແມ່ຂອງລາວຕາຍຍ້ອນໄຟໄໝ້ເຮືອນເວົ້າວ່າ: “ຫົວໃຈຂ້ອຍແຕກສະຫຼາຍ ແລະຂ້ອຍຄຽດໃຫ້ພະເຢໂຫວາຫຼາຍທີ່ປ່ອຍໃຫ້ພໍ່ແມ່ຂ້ອຍຕາຍ. ຂ້ອຍຮູ້ວ່າພະເຢໂຫວາບໍ່ໄດ້ເປັນຜູ້ເຮັດໃຫ້ພໍ່ແມ່ຂ້ອຍຕາຍ ແຕ່ເພິ່ນກໍບໍ່ໄດ້ປົກປ້ອງເຂົາເຈົ້າ.” ເຈົ້າອາດຈະເຄີຍຮູ້ສຶກຄ້າຍໆກັນນີ້. ເມື່ອເຈົ້າຮູ້ສຶກແບບນັ້ນ ພະເຢໂຫວາໃຫ້ຄວາມຫວັງແລະກຳລັງໃຈເຈົ້າແນວໃດ?
13. ໃນເອຊາຢາ 25:8 ພະເຢໂຫວາສັນຍາຫຍັງກັບເຮົາ?
13 ອ່ານເອຊາຢາ 25:8. ພະເຢໂຫວາສັນຍາວ່າ “ຈະທຳລາຍຄວາມຕາຍໃຫ້ດັບສູນຕະຫຼອດໄປ.” ລອງນຶກພາບເບິ່ງວ່າເມື່ອບໍ່ມີຄວາມຕາຍອີກຕໍ່ໄປຊີວິດຈະເປັນແນວໃດ. ເຈົ້າຈະບໍ່ຕ້ອງໂສກເສົ້າຍ້ອນຄົນທີ່ເຈົ້າຮັກຕາຍ. (ອຊຢ. 35:10) ເຈົ້າຈະບໍ່ຕ້ອງຮ້ອງໄຫ້ຕໍ່ໜ້າໂລງສົບຂອງຄົນທີ່ເຈົ້າຮັກອີກຕໍ່ໄປ. ແຕ່ເຈົ້າມີຄວາມຫວັງທີ່ຈະໄດ້ຢູ່ກັບຄົນທີ່ເຈົ້າຮັກໄປຕະຫຼອດ ມີຊີວິດແລະມີສຸຂະພາບທີ່ດີ. ຄຳສັນຍານີ້ບໍ່ແມ່ນຄວາມຫວັງລົມໆແລ້ງໆແຕ່ເປັນຄຳສັນຍາທີ່ມາຈາກພະເຢໂຫວາພະເຈົ້າເຊິ່ງເປັນຜູ້ດຽວທີ່ຈະເຮັດໃຫ້ເລື່ອງນີ້ເກີດຂຶ້ນແທ້.—ພນມ. 21:4, 5
14. ເຈົ້າຮູ້ສຶກແນວໃດເມື່ອຄິດເຖິງຄວາມຫວັງເລື່ອງການຟື້ນຄືນມາຈາກຕາຍ? (ເອຊາຢາ 26:19) (ເບິ່ງຮູບນຳ)
14 ອ່ານເອຊາຢາ 26:19. ພະເຢໂຫວາບໍ່ພຽງແຕ່ຈະທຳລາຍຄວາມຕາຍໃຫ້ໝົດໄປເທົ່ານັ້ນ ແຕ່ເພິ່ນຈະປຸກຄົນທີ່ເຮົາຮັກໃຫ້ກັບມາມີຊີວິດອີກ. ເພິ່ນຈື່ເຂົາເຈົ້າໄດ້ໝົດທຸກຄົນ ແລະເມື່ອຮອດເວລາເພິ່ນຈະປຸກເຂົາເຈົ້າໃຫ້ຄືນມາຈາກຕາຍ. ຕາມຂໍ້ທີ່ເຮົາໄດ້ອ່ານໄປ ພະເຢໂຫວາບອກວ່າ: “ສົບປະຊາຊົນຂອງເຮົາຈະລຸກຂຶ້ນມາ.” ນີ້ສະແດງໃຫ້ເຫັນວ່າພະເຢໂຫວາຖືວ່າການປຸກຄົນທີ່ຕາຍໃຫ້ຟື້ນຄືນມາເປັນໜ້າທີ່ຮັບຜິດຊອບຂອງເພິ່ນ. ຄືກັບນ້ຳໝອກໃນຍາມເຊົ້າທີ່ເຮັດໃຫ້ພືດທີ່ຫ່ຽວແຫ້ງກັບມາງອກງາມຄືນອີກ ພະເຢໂຫວາຜູ້ເປັນບໍ່ເກີດຂອງຊີວິດກໍຈະປຸກຄົນທີ່ຕາຍໃຫ້ກັບມາມີຊີວິດອີກ. ເຮົາຈະມີຄວາມສຸກຫຼາຍແທ້ໆທີ່ຈະໄດ້ຕ້ອນຮັບເຂົາເຈົ້າກັບມາ!—ສົມທຽບກັບມາຣະໂກ 5:42
ຄວາມຫວັງທີ່ຈະໄດ້ຢູ່ກັບຄົນທີ່ເຮົາຮັກເປັນເລື່ອງທີ່ເຮົາໝັ້ນໃຈໄດ້ແນ່ນອນ (ເບິ່ງຂໍ້ 14)
15. ຄຳສັນຍາເລື່ອງການຟື້ນຄືນມາຈາກຕາຍຊ່ວຍເຮົາແນວໃດຕອນທີ່ເຮົາໂສກເສົ້າ?
15 ເຖິງວ່າຄຳສັນຍາເລື່ອງການຟື້ນຄືນມາຈາກຕາຍຈະບໍ່ໄດ້ເຮັດໃຫ້ເຮົາເຊົາໂສກເສົ້າທັນທີ ແຕ່ເຮົາກໍໄດ້ກຳລັງໃຈທີ່ຮູ້ວ່າພະເຢໂຫວາບໍ່ເຄີຍລືມຄົນທີ່ເຮົາຮັກທີ່ຕາຍໄປ. ຄວາມຫວັງນີ້ໄດ້ໃຫ້ກຳລັງໃຈພີ່ນ້ອງໄມເຄິ້ນທີ່ເວົ້າເຖິງກ່ອນໜ້ານີ້. ລາວບອກວ່າ: “ເອຊາຢາ 26:19 ຊ່ວຍຂ້ອຍໃຫ້ເຂົ້າໃຈວ່າພໍ່ແມ່ຂ້ອຍມີຄ່າຫຼາຍສຳລັບພະເຢໂຫວາ. ພວກເພິ່ນຢູ່ໃນຄວາມຊົງຈຳຂອງພະເຢໂຫວາສະເໝີ ແລະຈະເປັນແບບນັ້ນຕໍ່ໄປຈົນກວ່າພະເຢໂຫວາຈະປຸກພວກເພິ່ນໃຫ້ກັບມາມີຊີວິດອີກ. ຄວາມຫວັງນີ້ເຮັດໃຫ້ຂ້ອຍເຂັ້ມແຂງແລະໄດ້ກຳລັງໃຈຫຼາຍ.” ເຮົາກໍຄືກັນ ຂໍໃຫ້ຄິດເຖິງຄຳສັນຍານີ້ສະເໝີທີ່ຈະໄດ້ຢູ່ກັບຄົນທີ່ເຮົາຮັກອີກເທື່ອໜຶ່ງ. ການເຮັດແບບນີ້ຈະຊ່ວຍເຮົາໃຫ້ອົດທົນກັບຄວາມໂສກເສົ້າໄດ້.
16. ຕອນທີ່ເຈິສະຖານະການທີ່ຍາກໆເຈົ້າໄດ້ກຳລັງໃຈຈາກພະຄຳພີຂໍ້ໃດ?
16 ເຮົາໄດ້ເບິ່ງຂໍ້ພະຄຳພີບາງຂໍ້ຈາກປຶ້ມເອຊາຢາມາແລ້ວເຊິ່ງໃຫ້ກຳລັງໃຈເຮົາຫຼາຍຕອນທີ່ເຮົາເຈິກັບການປ່ຽນແປງທີ່ບໍ່ໄດ້ຄາດຄິດ ຕອນທີ່ເຮົາຈົມຢູ່ກັບຄວາມຮູ້ສຶກຜິດ ແລະຕອນທີ່ເຮົາຮູ້ສຶກເສົ້າຍ້ອນຄົນທີ່ເຮົາຮັກຕາຍ. ເຮົາຂອບໃຈຫຼາຍແທ້ໆທີ່ພະເຢໂຫວາໃຫ້ກຳລັງໃຈເຮົາແລະປອບໂຍນເຮົາຜ່ານທາງຄຳພີໄບເບິນ. (ພສ. 94:19) ມີຂໍ້ພະຄຳພີໃດບໍທີ່ໃຫ້ກຳລັງໃຈເຈົ້າເປັນພິເສດຕອນທີ່ເຈົ້າເຈິກັບເລື່ອງທີ່ເຮັດໃຫ້ຮູ້ສຶກທໍ້ໃຈ? ຖ້າເຮັດໄດ້ ຂໍໃຫ້ເຈົ້າພະຍາຍາມຈື່ຂໍ້ນັ້ນໄວ້ ຈົດໄວ້ໃນປຶ້ມບັນທຶກສ່ວນໂຕຂອງເຈົ້າ ຫຼືຂຽນໃສ່ເຈ້ຍນ້ອຍໆແລ້ວຕິດໄວ້ໃນບ່ອນທີ່ເຈົ້າຈະເຫັນໄດ້ງ່າຍ. ຂໍໃຫ້ເຈົ້າໄດ້ກຳລັງໃຈຈາກຄຳເວົ້າຂອງພະເຢໂຫວາພໍ່ທີ່ຮັກຂອງເຮົາທີ່ຢູ່ໃນສະຫວັນ.
ເພງທີ 3 ເປັນກຳລັງ ຄວາມຫວັງ ແລະຄວາມໝັ້ນໃຈຂອງເຮົາ
a ເນື້ອເພງນີ້ຢູ່ໃນເພງຈາກມິວສິກວິດີໂອ “ພະເຢໂຫວາຢູ່ຄຽງຂ້າງຂ້ອຍ.” (ພາສາໄທ)
b ຄຳອະທິບາຍຮູບ: ພີ່ນ້ອງຄູ່ໜຶ່ງທີ່ອອກຈາກເບເທນໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຢູ່ປະຊາຄົມໃໝ່.
c ຄຳອະທິບາຍຮູບ: ພີ່ນ້ອງຊາຍຄົນໜຶ່ງບໍ່ໄດ້ມົວແຕ່ຄິດເຖິງຄວາມຜິດໃນອະດີດ. ລາວມີຄວາມສຸກທີ່ໄດ້ເຂົ້າໂຮງຮຽນໄພໂອເນຍ.