ວັນທີ 21-27 ກັນຍາ 2026
ເພງທີ 12 ພະເຢໂຫວາພະເຈົ້າອົງຍິ່ງໃຫຍ່
ຮູ້ຈັກພະເຢໂຫວາໃຫ້ຫຼາຍຂຶ້ນ
“ລູກຕ້ອງຮູ້ຈັກພະເຈົ້າຂອງພໍ່. ໃຫ້ລູກຮັບໃຊ້ເພິ່ນດ້ວຍສຸດຫົວໃຈ.”—1ຂຄ. 28:9
ຈຸດສຳຄັນ
ການຮູ້ຈັກພະເຢໂຫວາໝາຍຄວາມວ່າແນວໃດ ເປັນຫຍັງເຮົາຈຶ່ງຢາກຮູ້ຈັກເພິ່ນຫຼາຍຂຶ້ນ ແລະເຮົາຈະເຮັດແບບນັ້ນໄດ້ແນວໃດ.
1. ເຮົາຮູ້ສຶກແນວໃດເມື່ອຄິດເຖິງຄວາມຮູ້ ສະຕິປັນຍາ ແລະຜົນງານຂອງພະເຢໂຫວາ?
ເຈົ້າເຄີຍຄິດເຖິງຄວາມຮູ້ທີ່ເລິກເຊິ່ງຂອງພະເຢໂຫວາ ສະຕິປັນຍາທີ່ບໍ່ມີຂີດຈຳກັດ ຫຼືຜົນງານທີ່ດີທີ່ສຸດຂອງເພິ່ນບໍ? ເຮົາຮູ້ສຶກປະທັບໃຈຫຼາຍເມື່ອຄິດເຖິງຜູ້ທີ່ສ້າງເຮົາ. ເຈົ້າອາດຈະຮູ້ສຶກຄືກັບອັກຄະສາວົກໂປໂລທີ່ຂຽນວ່າ: “ພອນຈາກພະເຈົ້າມີຫຼາຍອີ່ຫຼີ! ເພິ່ນມີສະຕິປັນຍາຫຼາຍແລະຄວາມຮູ້ຂອງເພິ່ນກໍເລິກເຊິ່ງແທ້ໆ! ເພິ່ນຈະຕັດສິນໃຈແນວໃດ ຫຼືເພິ່ນຈະເຮັດຫຍັງຕໍ່ໄປ ບໍ່ມີຜູ້ໃດຈະເຂົ້າໃຈໄດ້ທັງໝົດ.”—ຣມ. 11:33, 34
2. ມີຫຍັງແດ່ທີ່ເຮັດໃຫ້ເຮົາໝັ້ນໃຈວ່າເຮົາສາມາດຮູ້ຈັກພະເຢໂຫວາໄດ້?
2 ເຖິງວ່າເຮົາຈະບໍ່ຮູ້ທຸກຢ່າງກ່ຽວກັບພະເຢໂຫວາ ແຕ່ເຮົາກໍສາມາດຮູ້ຈັກເພິ່ນໄດ້ໃນລະດັບໜຶ່ງວ່າເພິ່ນເປັນພະເຈົ້າແບບໃດ. ກະສັດດາວິດບອກໂຊໂລໂມນລູກຊາຍຂອງລາວວ່າ: “ລູກຕ້ອງຮູ້ຈັກພະເຈົ້າຂອງພໍ່. ໃຫ້ລູກຮັບໃຊ້ເພິ່ນດ້ວຍສຸດຫົວໃຈ . . . ຖ້າລູກຊອກຫາເພິ່ນ ລູກກໍຈະພົບເພິ່ນ.” (1ຂຄ. 28:9) ຫຼາຍຮ້ອຍປີຕໍ່ມາ ອັກຄະສາວົກໂຢຮັນເວົ້າກັບພີ່ນ້ອງຄລິດສະຕຽນວ່າເຂົາເຈົ້າສາມາດ “ມີຄວາມເຂົ້າໃຈທີ່ເລິກເຊິ່ງເພື່ອ . . . ຈະຮູ້ຈັກພະເຈົ້າທ່ຽງແທ້ໄດ້.” (1ຢຮ. 5:20) ນອກຈາກນັ້ນ ພະເຢຊູກໍບອກວ່າເພິ່ນສາມາດຊ່ວຍຄົນໃຫ້ “ຮູ້ຈັກພະເຈົ້າຜູ້ເປັນພໍ່ແທ້ໆ” ໄດ້.—ມທ. 11:27
3. ເຮົາຈະຮຽນຫຍັງໃນບົດນີ້?
3 ທຸກຄົນທີ່ອຸທິດໂຕໃຫ້ພະເຢໂຫວາກໍໄດ້ຮຽນຫຼາຍຢ່າງກ່ຽວກັບເພິ່ນມາແລ້ວ. ແຕ່ເຮົາຍັງຕ້ອງ “ຮູ້ຈັກ” ເພິ່ນຕໍ່ໆໄປ. (ຢຮ. 17:3; ເບິ່ງຂໍ້ມູນສຳລັບສຶກສາ) ເຮົາສາມາດຮຽນຮູ້ກ່ຽວກັບພະເຢໂຫວາຫຼາຍຂຶ້ນເລື້ອຍໆວ່າອັນໃດທີ່ເຮັດໃຫ້ເພິ່ນພໍໃຈແລະເຮົາຈະໄວ້ວາງໃຈເພິ່ນຫຼາຍຂຶ້ນໄດ້ແນວໃດ. ບໍ່ວ່າເຮົາຈະຮັບໃຊ້ພະເຢໂຫວາມາດົນສ່ຳໃດ ເພື່ອຈະຊ່ວຍເຮົາໃຫ້ຮູ້ຈັກພະເຢໂຫວາຫຼາຍຂຶ້ນ ໃຫ້ເຮົາມາເບິ່ງ 3 ຄຳຖາມຕໍ່ໄປນີ້: ການຮູ້ຈັກພະເຢໂຫວາໝາຍຄວາມວ່າແນວໃດ? ເປັນຫຍັງເຮົາຈຶ່ງຢາກຮູ້ຈັກເພິ່ນຫຼາຍຂຶ້ນເລື້ອຍໆ? ແລະເຮົາຈະຮູ້ຈັກເພິ່ນຫຼາຍຂຶ້ນໄດ້ແນວໃດ?
ການຮູ້ຈັກພະເຢໂຫວາໝາຍຄວາມວ່າແນວໃດ?
4. ເຮົາຈະຮູ້ຄວາມໝາຍຂອງການຮູ້ຈັກພະເຢໂຫວາໄດ້ແນວໃດ?
4 ເຮົາຈະຮູ້ວ່າການຮູ້ຈັກພະເຢໂຫວາໝາຍຄວາມວ່າແນວໃດໂດຍເບິ່ງຈາກສິ່ງທີ່ເພິ່ນເວົ້າກ່ຽວກັບຄົນອິດສະຣາເອນທີ່ຈະກັບມາຈາກການເປັນຊະເລີຍ. ພະເຢໂຫວາເວົ້າວ່າ: “ເຮົາຈະໃຫ້ເຂົາເຈົ້າມີໃຈຢາກຮູ້ຈັກເຮົາແລະຮູ້ວ່າເຮົາແມ່ນເຢໂຫວາ.” (ຢຣມ. 24:7) ແນ່ນອນວ່າຄົນອິດສະຣາເອນທີ່ຈະກັບມາຈາກການເປັນຊະເລີຍຮູ້ຫຼາຍຢ່າງກ່ຽວກັບພະເຢໂຫວາຢູ່ແລ້ວ. ແຕ່ເຂົາເຈົ້າຕ້ອງມີໃຈຢາກຮູ້ຈັກເພິ່ນຫຼາຍຂຶ້ນອີກເພື່ອຈະສະໜິດກັບເພິ່ນຫຼາຍຂຶ້ນ. ປຶ້ມອ້າງອີງຫົວໜຶ່ງເວົ້າເຖິງເລື່ອງນີ້ວ່າ: “ຄືກັບທີ່ການອ່ານເລື່ອງຄວາມຮັກຕ່າງກັບການມີຄວາມຮັກ ການມີຄວາມຮູ້ກ່ຽວກັບພະເຈົ້າກໍຕ່າງກັບການຮູ້ຈັກພະເຈົ້າແທ້ໆ.” ການທີ່ເຮົາຮູ້ວ່າພະເຢໂຫວາມີຊື່ແລະຮູ້ວ່າເພິ່ນເປັນພະເຈົ້າເທົ່ານີ້ຍັງບໍ່ພໍ. ເຮົາຕ້ອງຮູ້ຈັກເພິ່ນຫຼາຍກວ່ານີ້ ເຮົາຢາກຮູ້ວ່າເພິ່ນເປັນພະເຈົ້າແບບໃດແທ້ໆ.
5. ເຮົາໄດ້ຮຽນຫຍັງຈາກໂຢສີຢາເລື່ອງການຮູ້ຈັກພະເຢໂຫວາ?
5 ເຮົາຍັງຮູ້ຈັກພະເຢໂຫວາຫຼາຍຂຶ້ນໄດ້ໂດຍຮຽນຮູ້ວ່າເພິ່ນມັກຫຍັງແລະບໍ່ມັກຫຍັງ. ຂໍໃຫ້ຄິດເຖິງຕົວຢ່າງຂອງກະສັດໂຢສີຢາ. ຄຳພີໄບເບິນບອກວ່າ: “ໃນປີທີ 8 ທີ່ໂຢສີຢາປົກຄອງ ເຖິງວ່າລາວຈະຍັງໜຸ່ມ ແຕ່ລາວໄດ້ເລີ່ມຮັບໃຊ້ພະເຈົ້າຂອງດາວິດປູ່ຍ່າຕານາຍຂອງລາວ.” (2ຂຄ. 34:3) ໂຢສີຢາບໍ່ພຽງແຕ່ສຶກສາກົດໝາຍຂອງພະເຈົ້າເທົ່ານັ້ນ ແຕ່ລາວຍັງເຮັດຕາມສິ່ງທີ່ໄດ້ຮຽນນຳ. ພະເຢໂຫວາເວົ້າເຖິງໂຢສີຢາຜ່ານທາງຜູ້ພະຍາກອນເຢເຣມີຢາວ່າ ໂຢສີຢາ “ເປັນຄົນທີ່ຍຸຕິທຳແລະເຮັດສິ່ງທີ່ຖືກຕ້ອງ” ແລະລາວປົກປ້ອງຄົນທີ່ລຳບາກແລະຄົນທຸກ. ພະເຢໂຫວາຍັງເວົ້າເຖິງໂຢສີຢາຕື່ມວ່າ: “ລາວເຮັດແນວນັ້ນຍ້ອນລາວຮູ້ຈັກເຮົາບໍ່ແມ່ນບໍ?”—ຢຣມ. 22:15, 16
6. ຕາມເພງສັນລະເສີນ 9:10 ການຮູ້ຈັກພະເຢໂຫວາຫຼາຍຂຶ້ນສົ່ງຜົນຕໍ່ເຮົາແນວໃດ?
6 ອ່ານເພງສັນລະເສີນ 9:10. ແຮ່ງເຮົາຮູ້ຈັກພະເຢໂຫວາຫຼາຍເທົ່າໃດ ເຮົາກໍແຮ່ງຈະໄວ້ວາງໃຈເພິ່ນຫຼາຍຂຶ້ນເທົ່ານັ້ນ. ເລື່ອງນີ້ເກີດຂຶ້ນແທ້ກັບອັກຄະສາວົກໂປໂລ. ຕອນທີ່ລາວຕິດຄຸກເທື່ອສຸດທ້າຍແລະບໍ່ດົນກ່ອນທີ່ລາວຈະຕາຍ ລາວຂຽນວ່າ: ‘ຂ້ອຍບໍ່ອາຍ ຍ້ອນຂ້ອຍຮູ້ຈັກຜູ້ທີ່ຂ້ອຍເຊື່ອ.’ (2ຕມ. 1:12) ສິ່ງທີ່ໂປໂລຮຽນຮູ້ກ່ຽວກັບພະເຢໂຫວາແລະປະສົບການທີ່ເພິ່ນເຄີຍຊ່ວຍລາວຕະຫຼອດຊີວິດຂອງລາວເຮັດໃຫ້ລາວໄວ້ວາງໃຈພະເຢໂຫວາເຕັມທີ. ໂປໂລໝັ້ນໃຈວ່າພະເຢໂຫວາຈະບໍ່ມີວັນລືມລາວແລະວຽກຮັບໃຊ້ທີ່ລາວເຮັດຢ່າງສັດຊື່ ແລະເພິ່ນຈະປຸກລາວໃຫ້ຟື້ນຄືນມາຈາກຕາຍແນ່ນອນ.
ເປັນຫຍັງເຮົາຈຶ່ງຢາກຮູ້ຈັກພະເຢໂຫວາຫຼາຍຂຶ້ນເລື້ອຍໆ?
7. ເມື່ອຮັບໃຊ້ພະເຢໂຫວາມາຫຼາຍປີ ເຮົາອາດຈະເປັນແນວໃດ?
7 ຕອນທີ່ເຮົາຫາກໍຮູ້ຈັກພະເຢໂຫວາ ເຮົາກໍຢາກຮຽນເລື່ອງເພິ່ນຫຼາຍຂຶ້ນ. ແຕ່ເມື່ອຮັບໃຊ້ມາຫຼາຍປີ ເຮົາອາດຈະບໍ່ຢາກພະຍາຍາມຮູ້ຈັກເພິ່ນຫຼາຍຂຶ້ນຄືກັບທີ່ຜ່ານມາ. ເປັນແບບນັ້ນໄດ້ແນວໃດ? ເມື່ອເຮົາອ່ານຄຳພີໄບເບິນບໍ່ວ່າຈະອ່ານສ່ວນໂຕຢູ່ເຮືອນຫຼືຕອນເຂົ້າຮ່ວມປະຊຸມ ເຮົາອາດຈະຄິດແຕ່ວ່າຈະເອົາເລື່ອງນັ້ນໄປໃຊ້ກັບໂຕເອງແນວໃດຫຼືຈະເອົາໄປຊ່ວຍຄົນອື່ນແນວໃດ. ການເຮັດແບບນັ້ນກໍເປັນສິ່ງທີ່ດີຍ້ອນຄຳພີໄບເບິນສະໜັບສະໜູນເຮົາໃຫ້ເຮັດແບບນັ້ນ. (2ຕມ. 3:16, 17) ແຕ່ຄຳພີໄບເບິນຍັງບອກເຮົາໃຫ້ຮູ້ຫຼາຍຢ່າງກ່ຽວກັບພະເຢໂຫວາຜູ້ທີ່ແຕ່ງຄຳພີໄບເບິນນຳ. (ພສ. 25:8-10) ເຮົາບໍ່ຄວນຄິດແຕ່ວ່າຈະເອົາເລື່ອງນັ້ນມາໃຊ້ກັບໂຕເອງຫຼືຊ່ວຍຄົນອື່ນແນວໃດຈົນລືມຄິດວ່າ ‘ເລື່ອງນີ້ສອນຫຍັງຂ້ອຍກ່ຽວກັບພະເຢໂຫວາ?’a
8. ສາຍສຳພັນຂອງເຮົາກັບພະເຢໂຫວາຈະເປັນແນວໃດເມື່ອເຮົາຮູ້ຈັກເພິ່ນຫຼາຍຂຶ້ນ? (ເພງສັນລະເສີນ 73:24-28)
8 ແຮ່ງເຮົາຮູ້ຈັກພະເຢໂຫວາຫຼາຍຂຶ້ນ ເຮົາກໍແຮ່ງຈະສະໜິດກັບເພິ່ນຫຼາຍຂຶ້ນ. ຕົວຢ່າງເຊັ່ນ: ເຈົ້າຮູ້ສຶກແນວໃດກັບພະເຢໂຫວາຫຼັງຈາກທີ່ໄດ້ອ່ານຄຳພີໄບເບິນທຸກໆມື້ ເບິ່ງລາຍການໂທລະທັດ JW ຫຼືເຂົ້າຮ່ວມການປະຊຸມໃຫຍ່? ເຮົາຮູ້ສຶກໃກ້ຊິດກັບພະເຢໂຫວາຫຼາຍຂຶ້ນແມ່ນບໍ? ຍ້ອນຫຍັງ? ຍ້ອນເຮົາໄດ້ຮຽນຮູ້ຫຼາຍຂຶ້ນກ່ຽວກັບເພິ່ນ. ຍ້ອນແນວນີ້ ເຮົາຈຶ່ງຢາກສັນລະເສີນແລະຂອບໃຈພະເຢໂຫວາ. ເຮົາຮູ້ສຶກຄືກັບຜູ້ຂຽນເພງສັນລະເສີນຄົນໜຶ່ງທີ່ຄິດຕຶກຕອງວ່າພະເຢໂຫວາໄດ້ເບິ່ງແຍງລາວແນວໃດ. ລາວເວົ້າວ່າ: “ພະເຈົ້າຈະປົກປ້ອງຫົວໃຈຂອງລູກ. ພະອົງເປັນຫີນຜາຂອງລູກແລະເປັນຜູ້ຈັດກຽມທຸກສິ່ງທີ່ລູກໄດ້ຮັບ.” (ເພງສັນລະເສີນ 73:24-28) ທຸກເທື່ອທີ່ເຮົາພະຍາຍາມຮູ້ຈັກພະເຢໂຫວາຫຼາຍຂຶ້ນ ເຮົາກໍແຮ່ງຈະຮູ້ສຶກຂອບໃຈແລະເຫັນຄ່າສິດທິພິເສດທີ່ໄດ້ເປັນໝູ່ກັບເພິ່ນ.
9. ການ “ຄິດເຖິງ” ພະເຢໂຫວາຈະສົ່ງຜົນຕໍ່ການຕັດສິນໃຈຂອງເຮົາແນວໃດ? ຂໍໃຫ້ຍົກຕົວຢ່າງ.
9 ການ “ຄິດເຖິງ” ພະເຢໂຫວາໝາຍເຖິງການຄິດເຖິງສິ່ງທີ່ເຮົາໄດ້ຮຽນກ່ຽວກັບເພິ່ນ ແລະຄິດວ່າສິ່ງທີ່ເຮົາເຮັດຈະສົ່ງຜົນຕໍ່ເພິ່ນແນວໃດ. ການເຮັດແບບນີ້ຈະຊ່ວຍເຮົາໃຫ້ຕັດສິນໃຈໄດ້ຢ່າງສະຫຼາດ. (ສພສ. 3:5, 6) ເພື່ອເປັນຕົວຢ່າງ ໃຫ້ຄິດເຖິງເລື່ອງນີ້: ພີ່ນ້ອງຫຼາຍຄົນມັກເອົາຮູບຜົວຫຼືເມຍວາງໄວ້ເທິງໂຕະເຮັດວຽກ ໃສ່ໄວ້ໃນກະເປົາເງິນ ຫຼືຕັ້ງເປັນພາບພື້ນຫຼັງໃນໂທລະສັບ. ການເຮັດແບບນີ້ຈະຊ່ວຍເຂົາເຈົ້າໃຫ້ຄິດເຖິງຄູ່ຂອງໂຕເອງເລື້ອຍໆຊ່ວຍໃຫ້ຕັດສິນໃຈໃນແບບທີ່ເຮັດໃຫ້ຄູ່ຂອງໂຕເອງພໍໃຈ ແລະຈະບໍ່ເຮັດຫຍັງທີ່ເຮັດໃຫ້ຄູ່ຂອງໂຕເອງເສຍໃຈ. ຄ້າຍຄືກັນ ແຮ່ງເຮົາຄິດເຖິງພະເຢໂຫວາເລື້ອຍໆເຮົາກໍແຮ່ງຈະຕັດສິນໃຈໃນແບບທີ່ເຮັດໃຫ້ເພິ່ນພໍໃຈ.—ພສ. 19:13, 14
10. ເຮົາສາມາດເຮັດຫຍັງໄດ້ເມື່ອເຮົາຮຽນຮູ້ກ່ຽວກັບພະເຢໂຫວາ?
10 ຍ້ອນເຮົາຖືກສ້າງຕາມແບບຂອງພະເຢໂຫວາ ເຮົາຈຶ່ງສາມາດຮຽນແບບຄຸນລັກສະນະຂອງເພິ່ນໄດ້. (ປຖກ. 1:26) ແຮ່ງເຮົາຮຽນຮູ້ກ່ຽວກັບຄຸນລັກສະນະຂອງພະເຢໂຫວາ ເຮົາກໍແຮ່ງຈະຮູ້ວ່າເຮົາຈະຮຽນແບບເພິ່ນໄດ້ແນວໃດ. ພະເຢຊູຕຳໜິພວກຄູສອນສາສະໜາແລະພວກຟາຣີຊາຍທີ່ບໍ່ໄດ້ສະແດງຄຸນລັກສະນະແບບພະເຈົ້າ. ເຖິງວ່າເຂົາເຈົ້າຈະຮູ້ລາຍລະອຽດກ່ຽວກັບກົດໝາຍຂອງໂມເຊດີ ແຕ່ເຂົາເຈົ້າພັດ “ເບິ່ງຂ້າມສິ່ງທີ່ສຳຄັນກວ່າໃນກົດໝາຍຂອງໂມເຊໃນເລື່ອງຄວາມຍຸຕິທຳ ຄວາມເມດຕາ ແລະຄວາມສັດຊື່.” (ມທ. 23:23) ເຮົາບໍ່ຢາກເປັນຄືກັບພວກຫົວໜ້າສາສະໜາເຫຼົ່ານັ້ນ ແຕ່ເຮົາຢາກພະຍາຍາມເຕັມທີທີ່ຈະຄິດວ່າກົດໝາຍແລະຫຼັກການໃນຄຳພີໄບເບິນສອນຫຍັງເຮົາກ່ຽວກັບຄຸນລັກສະນະຕ່າງໆຂອງພະເຢໂຫວາ. ການເຮັດແບບນີ້ຈະຊ່ວຍເຮົາໃຫ້ສະແດງຄຸນລັກສະນະຂອງພະເຢໂຫວາໄດ້ດີຂຶ້ນ.—1ຢຮ. 4:8, 11
ເຮົາຈະຮູ້ຈັກພະເຢໂຫວາຫຼາຍຂຶ້ນໄດ້ແນວໃດ?
11. ເຈົ້າຮູ້ຈັກພະເຢໂຫວາໄດ້ແນວໃດ?
11 ໃຜເປັນຜູ້ທຳອິດທີ່ສອນເຈົ້າກ່ຽວກັບພະເຢໂຫວາ? ອາດຈະເປັນພໍ່ແມ່ຂອງເຈົ້າບໍທີ່ສອນ? ເຂົາເຈົ້າອາດຈະເລົ່າເລື່ອງໃນຄຳພີໄບເບິນໃຫ້ເຈົ້າຟັງເພື່ອຊ່ວຍເຈົ້າໃຫ້ຮູ້ວ່າພະເຢໂຫວາມີຄຸນລັກສະນະຫຍັງແດ່ ແລະເຂົາເຈົ້າຄືຊິສອນເຈົ້ານຳວ່າສິ່ງຕ່າງໆທີ່ພະເຢໂຫວາສ້າງເຮັດໃຫ້ເຫັນວ່າເພິ່ນເປັນພະເຈົ້າແບບໃດ. ຫຼືເຈົ້າອາດຮູ້ຈັກພະເຢໂຫວາຍ້ອນມີພະຍານໄປສອນຄຳພີໄບເບິນໃຫ້ເຈົ້າບໍ? ຖ້າແມ່ນ ລາວກໍອາດຈະໃຊ້ຄູ່ມືການສຶກສາຄຳພີໄບເບິນ ເຊັ່ນ: ປຶ້ມຊີວິດທີ່ມີຄວາມສຸກຕະຫຼອດໄປ! ເພື່ອຊ່ວຍເຈົ້າໃຫ້ເຂົ້າໃຈຄຳພີໄບເບິນຫຼາຍຂຶ້ນແລະຊ່ວຍເຈົ້າໃຫ້ຮູ້ວ່າສິ່ງທີ່ພະເຢໂຫວາສ້າງສອນຫຍັງເຈົ້າກ່ຽວກັບຄຸນລັກສະນະຕ່າງໆຂອງເພິ່ນ.b (ນຮຢ. 8:8; ກຈກ. 14:17) ຕອນນີ້ໃຫ້ເຮົາມາເບິ່ງວ່າເຮົາຈະຮຽນຮູ້ກ່ຽວກັບພະເຢໂຫວາຕໍ່ໆໄປໄດ້ແນວໃດ?
12-13. ເຮົາໄດ້ຮຽນຫຍັງກ່ຽວກັບພະເຢໂຫວາຈາກການອ່ານຄຳພີໄບເບິນ? ຂໍໃຫ້ຍົກຕົວຢ່າງ. (ເຢເຣມີຢາ 39:15-18) (ເບິ່ງຮູບໜ້າປົກນຳ)
12 ຢ່າງທຳອິດ ເຮົາສາມາດຮຽນຮູ້ກ່ຽວກັບພະເຢໂຫວາຫຼາຍຂຶ້ນໄດ້ໂດຍອ່ານແລະສຶກສາຄົ້ນຄວ້າຄຳພີໄບເບິນ. ບາງເທື່ອຄຳພີໄບເບິນກໍບອກກົງໆວ່າພະເຢໂຫວາມີຄຸນລັກສະນະຫຍັງແດ່. (ອພຍ. 34:6, 7) ແຕ່ຫຼາຍເທື່ອກໍບໍ່ໄດ້ເປັນແບບນັ້ນ ຄຳພີໄບເບິນເວົ້າກ່ຽວກັບເລື່ອງຂອງຜູ້ຄົນແລະການຕັດສິນໃຈຂອງເຂົາເຈົ້າ. ເມື່ອເຈົ້າອ່ານເລື່ອງເຫຼົ່ານັ້ນ ໃຫ້ຄິດນຳວ່າເລື່ອງຂອງເຂົາເຈົ້າສອນຫຍັງເຈົ້າກ່ຽວກັບພະເຢໂຫວາ.
13 ໃຫ້ເຮົາມາເບິ່ງຕົວຢ່າງໜຶ່ງນຳກັນ. ໃນເຢເຣມີຢາ 38:6-13 ເວົ້າເຖິງເລື່ອງຂອງອາເບັດເມເລັກຄົນເອທິໂອເປຍທີ່ໄດ້ຊ່ວຍຊີວິດຜູ້ພະຍາກອນເຢເຣມີຢາ. ເມື່ອອ່ານເລື່ອງນີ້ ເຈົ້າຄືຊິເຫັນວ່າອາເບັດເມເລັກມີຄຸນລັກສະນະທີ່ດີຫຼາຍຢ່າງທີ່ເຈົ້າຈະຮຽນແບບໄດ້ ເຊັ່ນ: ຄວາມເສຍສະລະ ຄວາມກ້າຫານ ແລະຄວາມຮັກທີ່ມີຕໍ່ໝູ່ທີ່ນະມັດສະການພະເຢໂຫວານຳກັນ. ເຈົ້າເຫັນຄຸນລັກສະນະຫຍັງແດ່ຂອງພະເຢໂຫວາຈາກເລື່ອງນີ້? (ອ່ານເຢເຣມີຢາ 39:15-18) ຕົວຢ່າງເຊັ່ນ: ມີພະຄຳພີຂໍ້ໃດແດ່ທີ່ເຮັດໃຫ້ເຫັນວ່າພະເຢໂຫວາເຫັນຄ່າຜູ້ຮັບໃຊ້ຂອງເພິ່ນ? ເພິ່ນເປັນພະເຈົ້າທີ່ຍຸຕິທຳ? ແລະເພິ່ນບໍ່ລຳອຽງ? ເຈົ້າຍັງໄດ້ເຫັນຄຸນລັກສະນະຫຍັງອີກຂອງພະເຢໂຫວາຈາກເລື່ອງນີ້? ເມື່ອເຈົ້າອ່ານຄຳພີໄບເບິນເລື່ອງໃດກໍຕາມ ໃຫ້ຄິດນຳວ່າເຈົ້າໄດ້ເຫັນຄຸນລັກສະນະຫຍັງແດ່ຂອງພະເຢໂຫວາ? ຈາກນັ້ນ ໃຫ້ຂອບໃຈແລະສັນລະເສີນເພິ່ນທີ່ມີຄຸນລັກສະນະເຫຼົ່ານີ້.
ເອເບັດເມເລັກກ້າຫານຫຼາຍ ລາວຊ່ວຍຊີວິດເຢເຣມີຢາໂດຍເອົາລາວຂຶ້ນມາຈາກນ້ຳສ້າງທີ່ເລິກໆ(ເບິ່ງຂໍ້ 12-13)
14. ເປັນຫຍັງເຮົາຕ້ອງຄິດຕຶກຕອງກ່ຽວກັບສິ່ງທີ່ພະເຢໂຫວາສ້າງ?
14 ຢ່າງທີ 2 ເຮົາສາມາດຮຽນຮູ້ກ່ຽວກັບພະເຢໂຫວາຫຼາຍຂຶ້ນໄດ້ໂດຍຄິດຕຶກຕອງກ່ຽວກັບສິ່ງທີ່ເພິ່ນສ້າງ. (ພສ. 145:9, 10) ທີ່ຈິງ ການເບິ່ງສິ່ງຕ່າງໆໃນທຳມະຊາດພຽງຢ່າງດຽວຍັງບໍ່ພໍ. ມີຫຼາຍຄົນທີ່ໃຊ້ເວລາເກືອບຕະຫຼອດຊີວິດເພື່ອສຶກສາສິ່ງຕ່າງໆໃນທຳມະຊາດ ແຕ່ເຂົາເຈົ້າກໍບໍ່ໄດ້ຮຽນຮູ້ກ່ຽວກັບຄຸນລັກສະນະຂອງພະເຈົ້າ ແລະເຖິງຂັ້ນບໍ່ຍອມຮັບວ່າພະເຈົ້າມີຢູ່ແທ້. ໂປໂລຂຽນວ່າ: “ເຖິງວ່າມະນຸດເບິ່ງບໍ່ເຫັນພະເຈົ້າ ແຕ່ເມື່ອສັງເກດເບິ່ງສິ່ງທີ່ເພິ່ນສ້າງໄວ້ ພວກເຮົາກໍຈະເຫັນຄຸນລັກສະນະຕ່າງໆຂອງເພິ່ນຢ່າງຈະແຈ້ງ.” (ຣມ. 1:20) ໃນຄຳພີໄບເບິນສະບັບແປໜຶ່ງແປຂໍ້ນີ້ວ່າ: “ຄົນທີ່ມີເຫດຜົນຈະເຫັນຄຸນລັກສະນະຂອງພະເຈົ້າໄດ້.” ສະນັ້ນ ເຮົາຕ້ອງຄິດແລະຫາເຫດຜົນຕອນທີ່ເບິ່ງສິ່ງທີ່ພະເຢໂຫວາສ້າງເພື່ອຈະຮຽນຮູ້ກ່ຽວກັບຄຸນລັກສະນະຂອງເພິ່ນ.
15. ແພັດທຣິກໄດ້ເຮັດຫຍັງເພື່ອຈະຮູ້ຈັກພະເຢໂຫວາຫຼາຍຂຶ້ນ ແລະເຈົ້າຈະເຮັດຄ້າຍຄືກັບລາວໄດ້ແນວໃດ? (ເບິ່ງຮູບນຳ)
15 ເຮົາຫຼາຍຄົນອາໄສຢູ່ໃນເມືອງແລະອາດບໍ່ຄ່ອຍໄດ້ເຫັນທຳມະຊາດ. ຖ້າເປັນແບບນັ້ນເຮົາຈະຮຽນຮູ້ກ່ຽວກັບພະເຢໂຫວາຈາກສິ່ງທີ່ເພິ່ນສ້າງໄດ້ບໍ? ໃຫ້ເຮົາມາເບິ່ງເລື່ອງຂອງພີ່ນ້ອງແພັດທຣິກທີ່ຢູ່ໃນເມືອງບຣາດຊາວິວເຊິ່ງເປັນເມືອງໃຫຍ່ໃນສາທາລະນະລັດປະຊາທິປະໄຕກົງໂກ. ລາວເວົ້າວ່າ: “ຕອນທີ່ຢູ່ລະບຽງ ຂ້ອຍພະຍາຍາມສັງເກດເບິ່ງທຳມະຊາດ. ຂ້ອຍມັກຈະເຫັນນົກຫຼືແມງໄມ້ໂຕນ້ອຍໆຊອກຫາອາຫານຫຼືຊອກຫາບ່ອນຢູ່. ມີເທື່ອໜຶ່ງຂ້ອຍເຫັນນົກກຳລັງເຮັດຮັງ. ມັນຄາບເອົາແນວທີ່ຈະໃຊ້ໄດ້ທີ່ຢູ່ແຖວໆນັ້ນເພື່ອເອົາໄປເຮັດຮັງໃຫ້ລູກ.” ແຕ່ແພັດທຣິກບໍ່ໄດ້ເບິ່ງຊື່ໆລາວຄິດຕຶກຕອງກ່ຽວກັບຜູ້ສ້າງນຳ. ລາວເວົ້າວ່າ: “ຂ້ອຍໄດ້ຮຽນວ່າພະເຢໂຫວາເບິ່ງແຍງສິ່ງມີຊີວິດທີ່ເພິ່ນສ້າງໃຫ້ມີຢູ່ມີກິນ ເຖິງວ່າຈະເປັນຊີວິດທີ່ນ້ອຍໆກໍຕາມ. ເລື່ອງນີ້ເຮັດໃຫ້ຂ້ອຍໝັ້ນໃຈວ່າເພິ່ນຈະເບິ່ງແຍງຂ້ອຍແລະໃຫ້ຂ້ອຍມີສິ່ງທີ່ຈຳເປັນສະເໝີ.”
ຮູ້ຈັກພະເຢໂຫວາຫຼາຍຂຶ້ນໂດຍຄິດຕຶກຕອງກ່ຽວກັບສິ່ງທີ່ເພິ່ນສ້າງ (ເບິ່ງຂໍ້ 15)
16. ອັນໃດຊ່ວຍມາຣິອາແມ່ຂອງພະເຢຊູໃຫ້ຮູ້ຈັກພະເຢໂຫວາຫຼາຍຂຶ້ນ ແລະເຮົາຈະຮຽນແບບລາວໄດ້ແນວໃດ? (ເບິ່ງຮູບນຳ)
16 ຢ່າງທີ 3 ເຮົາຮຽນຮູ້ກ່ຽວກັບພະເຢໂຫວາຫຼາຍຂຶ້ນໄດ້ໂດຍຄິດຕຶກຕອງກ່ຽວກັບປະສົບການຂອງໂຕເອງ. ມາຣິອາແມ່ຂອງພະເຢຊູໄດ້ເຮັດແບບນັ້ນ. ລາວຮູ້ຈັກພະເຢໂຫວາດີຢູ່ແລ້ວແລະລາວກໍຮູ້ວ່າເພິ່ນ “ພໍໃຈ [ລາວ] ແທ້ໆ.” (ລກ. 1:30) ແຕ່ຕອນທີ່ລາວໄດ້ຮັບວຽກມອບໝາຍໃຫ້ເບິ່ງແຍງລູກຂອງພະເຈົ້າເຊິ່ງເປັນວຽກທີ່ບໍ່ງ່າຍ ພະເຢໂຫວາກໍໄດ້ໃຫ້ກຳລັງໃຈມາຣິອາແລະຊ່ວຍລາວໃຫ້ໝັ້ນໃຈຫຼາຍຂຶ້ນໂດຍທາງທູດສະຫວັນຄັບຣີເອນແລະເອລີຊາເບັດພີ່ນ້ອງຂອງລາວ. ຫຼັງຈາກນັ້ນ ມາຣິອາກໍຄິດຕຶກຕອງວ່າປະສົບການທີ່ຜ່ານມາໄດ້ຊ່ວຍລາວໃຫ້ຮູ້ຈັກພະເຢໂຫວາຫຼາຍຂຶ້ນແນວໃດ. ລາວໄດ້ຮຽນຮູ້ກ່ຽວກັບລິດເດດ ຄວາມເມດຕາ ແລະຄວາມບໍ່ລຳອຽງຂອງພະເຢໂຫວາ ແລະຮູ້ວ່າເພິ່ນສົນໃຈຄົນຕ່ຳຕ້ອຍ. (ລກ. 1:46-55) ຄືກັບທີ່ມາຣິອາຮູ້ສຶກຂອບໃຈທີ່ພະເຢໂຫວາຊ່ວຍເຫຼືອລາວ ເຮົາກໍຮູ້ສຶກຂອບໃຈພະເຢໂຫວາທີ່ເພິ່ນຊ່ວຍເຮົາໃນຕອນທີ່ເຮົາຕ້ອງການພໍດີ. (ຮຣ. 4:16) ເມື່ອເຈົ້າໄດ້ຮັບຄວາມຊ່ວຍເຫຼືອ ໃຫ້ຖາມໂຕເອງວ່າ: ‘ເລື່ອງນີ້ສອນຫຍັງຂ້ອຍກ່ຽວກັບພະເຢໂຫວາ? ແລະປະສົບການນີ້ເຮັດໃຫ້ຂ້ອຍເຫັນຄຸນລັກສະນະຫຍັງຂອງພະເຢໂຫວາ?’
ຮູ້ຈັກພະເຢໂຫວາຫຼາຍຂຶ້ນໂດຍຄິດຕຶກຕອງກ່ຽວກັບສິ່ງທີ່ເພິ່ນເຄີຍຊ່ວຍເຈົ້າມາແລ້ວ (ເບິ່ງຂໍ້ 16)c
ເຮົາຈະຮຽນຮູ້ຕໍ່ໆໄປ
17-18. ເປັນຫຍັງເຮົາຈຶ່ງເວົ້າໄດ້ວ່າການຮຽນຮູ້ເລື່ອງຂອງພະເຢໂຫວາຈະບໍ່ມີມື້ສິ້ນສຸດ?
17 ໃຫ້ນຶກພາບເບິ່ງວ່າໃນໂລກໃໝ່ເຮົາຈະໄດ້ຮຽນຫຍັງແດ່ກ່ຽວກັບພະເຢໂຫວາ. ໃນຕອນນັ້ນ ເຮົາຈະໄດ້ຮັບມ້ວນໜັງສືໃໝ່ຫຼາຍມ້ວນທີ່ບອກໃຫ້ຮູ້ວ່າພະເຢໂຫວາຢາກໃຫ້ເຮົາເຮັດຫຍັງ. (ພນມ. 20:12) ເຮົາຈະໄດ້ໃກ້ຊິດກັບທຳມະຊາດຫຼາຍຂຶ້ນ. (ອຊຢ. 11:6-9) ນອກຈາກນັ້ນ ເຮົາຈະໄດ້ຮູ້ຈັກພະເຢໂຫວາພໍ່ຂອງເຮົາຫຼາຍຂຶ້ນເລື້ອຍໆຈາກປະສົບການໃໝ່ໆທີ່ເຮົາຈະໄດ້ເຈິ ເຊັ່ນ: ເຮົາຈະໄດ້ເຫັນຄົນທີ່ເຮົາຮັກຖືກປຸກໃຫ້ຟື້ນຄືນມາ ແລະເຫັນວິທີທີ່ພະເຢໂຫວາຊ່ວຍເຮົາໃຫ້ຄ່ອຍໆກາຍເປັນຄົນສົມບູນແບບ.
18 ເຮົາຈະຮຽນຮູ້ເລື່ອງຂອງພະເຢໂຫວາຕໍ່ໆໄປ. ເພິ່ນມີຊີວິດຢູ່ຕະຫຼອດມາ ເພິ່ນຈຶ່ງມີ “ຄວາມເຂົ້າໃຈ . . . [ທີ່] ບໍ່ມີຂີດຈຳກັດ.” (ພສ. 90:2; 147:5) ເຮົາ “ຈະບໍ່ມີທາງເຂົ້າໃຈວ່າພະເຈົ້າທ່ຽງແທ້ເຮັດຫຍັງແດ່ຕັ້ງແຕ່ຕົ້ນຈົນຈົບ.” (ປຍຈ. 3:11) ສະນັ້ນ ບໍ່ວ່າເຮົາຈະຢູ່ໃນຄວາມຈິງມາດົນສ່ຳໃດແລ້ວ ແຕ່ກໍຂໍໃຫ້ເຮົາໃຊ້ທຸກໂອກາດເພື່ອຮຽນຮູ້ກ່ຽວກັບພະເຢໂຫວາພໍ່ທີ່ຮັກຂອງເຮົາໃຫ້ຫຼາຍຂຶ້ນ.
ເພງທີ 28 ໄດ້ເປັນເພື່ອນກັບພະເຢໂຫວາ
a ເບິ່ງສ່ວນທີ່ຢູ່ທາງໜ້າຂອງຄຳພີໄບເບິນສະບັບແປໂລກໃໝ່ ທີ່ຊື່ “ຄຳສອນຂອງພະເຈົ້າມີຫຍັງແດ່?” ຄຳຖາມ 20
b ເບິ່ງປຶ້ມຊີວິດທີ່ມີຄວາມສຸກຕະຫຼອດໄປ! ບົດທີ 7 ຂໍ້ 5-7.
c ຄຳອະທິບາຍຮູບ: ພີ່ນ້ອງຊາຍຄົນໜຶ່ງຮູ້ສຶກເຄັ່ງຕຶງແລະກັງວົນເມື່ອໄດ້ຮັບມອບໝາຍໃຫ້ບັນລະຍາຍ. ລາວຈຶ່ງຄິດທົບທວນວ່າພະເຢໂຫວາໄດ້ຊ່ວຍລາວມາແລ້ວແນວໃດຕອນທີ່ເຮັດສ່ວນບັນລະຍາຍຢູ່ການປະຊຸມກາງອາທິດ.