ວັນທີ 7-13 ກັນຍາ 2026
ເພງທີ 88 ຂໍໃຫ້ເຮົາຮູ້ທາງຂອງພະອົງ
ເຮົາໄດ້ບົດຮຽນຫຍັງຈາກພວກກິເບໂອນ?
“ຄົນໃນເມືອງກິເບໂອນໄດ້ຂໍເຮັດສັນຍາສະຫງົບເສິກກັບພວກອິດສະຣາເອນແລະຢູ່ຝ່າຍເຂົາເຈົ້າ.”—ຢຊ. 10:1
ຈຸດສຳຄັນ
ເຮົາຈະເບິ່ງວ່າເຮົາຈະໄດ້ບົດຮຽນຫຍັງຈາກພວກກິເບໂອນແລະວິທີທີ່ພະເຢໂຫວາປະຕິບັດຕໍ່ເຂົາເຈົ້າ.
1-2. ເປັນຫຍັງເຮົາຄວນສົນໃຈເລື່ອງຂອງພວກກິເບໂອນທີ່ຢູ່ໃນຄຳພີໄບເບິນ?
ໃນປີ 1473 ກ່ອນຄລິດຕະສັກກະຫຼາດ ຊາດອິດສະຣາເອນຫາກໍເລີ່ມຍຶດເອົາແຜ່ນດິນທີ່ພະເຈົ້າສັນຍາໄດ້. ພະເຢໂຫວາໄດ້ຊ່ວຍເຂົາເຈົ້າໃຫ້ຍຶດເອົາເມືອງເຢຣິໂກແລະເມືອງອາອີໄດ້ໃນແບບທີ່ເຫຼືອເຊື່ອ. ແຕ່ຕໍ່ມາກໍມີເຫດການທີ່ບໍ່ໄດ້ຄາດຄິດເກີດຂຶ້ນ. ມີຄົນກຸ່ມໜຶ່ງມາຫາພວກອິດສະຣາເອນແລ້ວກໍບອກວ່າເຂົາເຈົ້າເດີນທາງມາຈາກແຜ່ນດິນທີ່ຢູ່ບັກໄກໆພຸ້ນແລະຢາກເຮັດຂໍ້ຕົກລົງສະຫງົບເສິກກັບຄົນຂອງພະເຈົ້າ.
2 ຄົນກຸ່ມນີ້ແມ່ນພວກກິເບໂອນ. ນີ້ເປັນເທື່ອທຳອິດທີ່ຄຳພີໄບເບິນເວົ້າເຖິງພວກກິເບໂອນ ແຕ່ກໍບໍ່ແມ່ນເທື່ອສຸດທ້າຍ. ທີ່ຈິງ ຄຳພີໄບເບິນເວົ້າເຖິງພວກກິເບໂອນຫຼາຍເທື່ອ. ເມື່ອເຮົາອ່ານເລື່ອງຂອງພວກກິເບໂອນເຮັດໃຫ້ເຮົາຮູ້ວ່າເຂົາເຈົ້າກ່ຽວຂ້ອງກັບພວກອິດສະຣາເອນມາຫຼາຍຮ້ອຍປີ. ເລື່ອງຂອງພວກກິເບໂອນສອນບົດຮຽນທີ່ມີຄ່າທີ່ເຮົາຈະຮຽນແບບເຂົາເຈົ້າໄດ້ແລະຍັງສອນເຮົາໃຫ້ຮູ້ກ່ຽວກັບພະເຢໂຫວາຫຼາຍຂຶ້ນ.
ສະແດງຄວາມເຊື່ອແລະຄວາມຖ່ອມ
3. (ກ) ພວກກິເບໂອນແມ່ນໃຜ? (ຂ) ເປັນຫຍັງເຂົາເຈົ້າຈຶ່ງພະຍາຍາມເຮັດສັນຍາສະຫງົບເສິກກັບພວກອິດສະຣາເອນ?
3 ຕອນທີ່ພວກອິດສະຣາເອນເລີ່ມຍຶດເອົາແຜ່ນດິນການາອານ ຕອນນັ້ນຄົນກິເບໂອນຢູ່ໃນເມືອງກິເບໂອນທີ່ມີກຳແພງອ້ອມ. ພວກກິເບໂອນແມ່ນຄົນໃນຊາດເຮດເຊິ່ງເຮດເປັນໜຶ່ງໃນເຈັດຊາດຂອງພວກການາອານທີ່ “ມີຄົນຫຼາຍແລະມີກຳລັງຫຼາຍກວ່າ” ພວກອິດສະຣາເອນ. (ພບຍ. 7:1) ສະນັ້ນ ພວກກິເບໂອນຈຶ່ງມີກອງກຳລັງທະຫານທີ່ເຂັ້ມແຂງ. (ຢຊ. 10:2) ເຖິງວ່າຈະເປັນແນວນັ້ນ ຄົນກິເບໂອນກໍບໍ່ຄືກັບຄົນການາອານຊາດອື່ນໆ ເຂົາເຈົ້າຮູ້ໂຕວ່າຖ້າເຂົາເຈົ້າສູ້ກັບພວກອິດສະຣາເອນ ເຂົາເຈົ້າຊິບໍ່ໄດ້ຊະນະດອກ. ເຂົາເຈົ້າຮູ້ວ່າພະເຢໂຫວາຕໍ່ສູ້ເພື່ອປະຊາຊົນຂອງເພິ່ນ ແລະຍັງຮູ້ອີກວ່າເພິ່ນໄດ້ສັນຍາວ່າຊິເອົາແຜ່ນດິນການາອານໃຫ້ພວກອິດສະຣາເອນ. (ອພຍ. 34:11; ຢຊ. 9:24) ສະນັ້ນ ຫຼັງຈາກທີ່ພວກອິດສະຣາເອນຍຶດເອົາເມືອງເຢຣິໂກກັບເມືອງອາອີໄດ້ແລ້ວ ພວກກິເບໂອນກໍເລີຍສົ່ງພວກຜູ້ຊາຍກຸ່ມໜຶ່ງaໄປຫາໂຢຊວຍຢູ່ກິນການເພື່ອຫາວິທີເຮັດສັນຍາສະຫງົບເສິກກັບເຂົາເຈົ້າ.
4. (ກ) ຕາມໂຢຊວຍ 9:8-13 ຄົນກິເບໂອນວາງແຜນແນວໃດເພື່ອໃຫ້ພວກອິດສະຣາເອນເຮັດສັນຍາສະຫງົບເສິກນຳ? (ເບິ່ງຮູບນຳ) (ຂ) ພວກອິດສະຣາເອນເຮັດແນວໃດເມື່ອຮູ້ວ່າພວກກິເບໂອນຕົວະເຂົາເຈົ້າ?
4 ອ່ານໂຢຊວຍ 9:8-13. ພວກກິເບໂອນເຮັດທຳທ່າວ່າເຂົາເຈົ້າເດີນທາງມາແຕ່ບັກໄກໆ. ເຂົາເຈົ້າບອກວ່າເຂົາເຈົ້າຮູ້ເລື່ອງທີ່ພະເຢໂຫວາໄດ້ທຳລາຍກອງທັບເອຢິບແລະຊ່ວຍພວກອິດສະຣາເອນໃຫ້ເອົາຊະນະສີໂຮນກະສັດຂອງພວກອາໂມນແລະໂອກ. ແຕ່ພວກກິເບໂອນສະຫຼາດຫຼາຍທີ່ບໍ່ໄດ້ເວົ້າເຖິງສິ່ງທີ່ເກີດຂຶ້ນກັບເມືອງເຢຣິໂກແລະເມືອງອາອີ. ແຕ່ຖ້າເຂົາເຈົ້າບອກແນວນັ້ນ ພວກອິດສະຣາເອນກໍຊິຈັບໄດ້ວ່າເຂົາເຈົ້າບໍ່ໄດ້ມາ “ຈາກແຜ່ນດິນທີ່ຢູ່ໄກໆ.” ໂຢຊວຍກັບພວກຜູ້ຊາຍອິດສະຣາເອນກໍເລີຍເຊື່ອເລື່ອງທີ່ພວກກິເບໂອນບອກແລະໄດ້ເຮັດສັນຍາສະຫງົບເສິກກັບເຂົາເຈົ້າໂດຍທີ່ບໍ່ໄດ້ຖາມພະເຢໂຫວາກ່ອນຊ້ຳວ່າຕ້ອງເຮັດແນວໃດ. (ຢຊ. 9:14, 15) ຫຼັງຈາກນັ້ນບໍ່ດົນພວກອິດສະຣາເອນກໍຮູ້ວ່າຖືກພວກກິເບໂອນຕົວະ. ແຕ່ພວກອິດສະຣາເອນກໍຕ້ອງໄດ້ເຮັດຕາມຄຳສັນຍາທີ່ເຮັດກັບພວກກິເບໂອນ ຍ້ອນໄດ້ “ສາບານກັບເຂົາເຈົ້າຕໍ່ໜ້າພະເຢໂຫວາ.” (ຢຊ. 9:16-19) ພວກອິດສະຣາເອນໄດ້ໃຫ້ພວກກິເບໂອນເຮັດວຽກທີ່ຕ່ຳຕ້ອຍ ໃຫ້ເຂົາເຈົ້າເປັນຄົນ “ຫາຟືນແລະຕັກນ້ຳສຳລັບພວກອິດສະຣາເອນ ແລະສຳລັບແທ່ນບູຊາຂອງພະເຢໂຫວາ.”—ຢຊ. 9:27
ພວກກິເບໂອນຕົວະໂຢຊວຍໃຫ້ເຮັດສັນຍາສະຫງົບເສິກກັບເຂົາເຈົ້າ (ເບິ່ງຂໍ້ 4)
5. ພວກກິເບໂອນສະແດງຄວາມເຊື່ອໃນພະເຢໂຫວາໂດຍເຮັດຫຍັງ?
5 ເມື່ອກະສັດອາໂມທັງຫ້າອົງໄດ້ຍິນວ່າພວກກິເບໂອນເຮັດສັນຍາສະຫງົບເສິກກັບພວກອິດສະຣາເອນ ເຂົາເຈົ້າຈຶ່ງພາກັນມາຕໍ່ສູ້ກັບພວກກິເບໂອນ. ພວກກິເບໂອນຢ້ານຫຼາຍກໍເລີຍໄປຂໍໃຫ້ໂຢຊວຍມາຊ່ວຍ. (ຢຊ. 10:3-7) ແລ້ວໂຢຊວຍກໍພາກອງທັບອິດສະຣາເອນໄປຊ່ວຍພວກກິເບໂອນ ແລະພະເຢໂຫວາໄດ້ຊ່ວຍເຂົາເຈົ້າໃຫ້ເອົາຊະນະພວກກະສັດຂອງການາອານ. ເພິ່ນເຮັດໃຫ້ໝາກເຫັບໃຫຍ່ຕົກໃສ່ທະຫານຂອງພວກອາໂມຈົນຕາຍ ແລະເຮັດການອັດສະຈັນໃຫ້ຟ້າແຈ້ງຕະຫຼອດຈົນພວກອິດສະຣາເອນເອົາຊະນະພວກສັດຕູໄດ້. (ຢຊ. 10:9-14) ພວກກິເບໂອນສະແດງຄວາມເຊື່ອໃນພະເຢໂຫວາໂດຍເຮັດສັນຍາສະຫງົບເສິກກັບພວກອິດສະຣາເອນ ແລະຂໍໃຫ້ເຂົາເຈົ້າຊ່ວຍຕອນທີ່ຕໍ່ສູ້ກັບພວກສັດຕູ. ພວກກິເບໂອນໝັ້ນໃຈແທ້ໆວ່າພະເຢໂຫວາຈະເຮັດຕາມສັນຍາແລະຈະປົກປ້ອງເຂົາເຈົ້າ.
6. ເລື່ອງຂອງພວກກິເບໂອນສອນຫຍັງເຮົາກ່ຽວກັບພະເຢໂຫວາໃນໄລຍະທີ່ພວກອິດສະຣາເອນກຳລັງຍຶດເອົາແຜ່ນດິນທີ່ພະເຈົ້າສັນຍາ?
6 ເລື່ອງນີ້ສອນຫຍັງເຮົາກ່ຽວກັບພະເຢໂຫວາ? ພະເຢໂຫວາເປັນພະເຈົ້າທີ່ຖ່ອມແລະເມດຕາຄົນທີ່ເຊື່ອໃນເພິ່ນ. ກ່ອນໜ້ານີ້ພະເຢໂຫວາສັ່ງພວກອິດສະຣາເອນໃຫ້ “ຂັບໄລ່ຄົນທີ່ຢູ່ແຜ່ນດິນນັ້ນອອກໄປໃຫ້ໝົດ” ເຊິ່ງລວມເຖິງຄົນກິເບໂອນນຳ. (ຈຊບ. 33:51, 52) ແຕ່ເມື່ອພວກອິດສະຣາເອນເຮັດສັນຍາສະຫງົບເສິກກັບຄົນກິເບໂອນ ພະເຢໂຫວາກໍສະແດງຄວາມເມດຕາຕໍ່ຄົນກິເບໂອນແລະຍອມໃຫ້ເຂົາເຈົ້າມີຊີວິດຕໍ່ໄປ. ພະເຢໂຫວາເຮັດແບບນີ້ທັງໆທີ່ພວກອິດສະຣາເອນບໍ່ໄດ້ປຶກສາເພິ່ນກ່ອນ. ຕໍ່ມາ ເພິ່ນໄດ້ໃຊ້ລິດເດດຂອງເພິ່ນເພື່ອຊ່ວຍພວກອິດສະຣາເອນໃຫ້ເຮັດຕາມຄຳສັນຍາແລະໄດ້ເຮັດການອັດສະຈັນເພື່ອຊ່ວຍພວກກິເບໂອນ.—ຢຊ. 9:26; 11:19
7. ເຮົາຈະຮຽນແບບພວກກິເບໂອນແນວໃດໃນເລື່ອງຄວາມເຊື່ອແລະຄວາມຖ່ອມ? (ເບິ່ງຮູບນຳ)
7 ເຮົາຈະຮຽນແບບພວກກິເບໂອນແນວໃດ? ເຮົາຕ້ອງເຮັດໃຫ້ຄວາມເຊື່ອໃນພະເຢໂຫວາເຂັ້ມແຂງຂຶ້ນເລື້ອຍໆ. ໃນທຸກມື້ນີ້ເຮົາຮູ້ຈັກພະເຢໂຫວາຫຼາຍກວ່າພວກກິເບໂອນ ເຮົາກໍແຮ່ງມີເຫດຜົນຫຼາຍກວ່າເຂົາເຈົ້າທີ່ຈະໄວ້ວາງໃຈພະເຢໂຫວາເຕັມທີ. (ພສ. 40:4, 5) ນອກຈາກນັ້ນ ເຮົາຍັງສາມາດຮຽນແບບພວກກິເບໂອນໄດ້ໂດຍເຕັມໃຈເຮັດວຽກຂອງພະເຢໂຫວາດ້ວຍຄວາມຖ່ອມເຖິງວ່າຈະບໍ່ງ່າຍ. (ຢຊ. 9:23, 27) ພີ່ນ້ອງຊາຍທີ່ຍັງໜຸ່ມຊື່ລຸກຈື່ໄດ້ດີວ່າມີພີ່ນ້ອງຄົນໜຶ່ງທີ່ເຮັດວຽກຢູ່ເບເທນສະແດງຄວາມຖ່ອມຫຼາຍ. ພີ່ນ້ອງຄົນນີ້ອາຍຸຫຼາຍແລ້ວ. ເຖິງວ່າຈະມີວຽກຫຼາຍແລະມີວຽກມອບໝາຍຂອງໂຕເອງຢູ່ແລ້ວ ແຕ່ຕອນກາງຄືນລາວກໍຍັງອາສາໄປຍາມຢູ່ບ່ອນທີ່ສ້າງຫໍປະຊຸມໃໝ່. ລຸກເວົ້າວ່າ: “ຂ້ອຍໄດ້ຮຽນຮູ້ວ່າຄວາມຖ່ອມບໍ່ແມ່ນມີແຕ່ຮູ້ສຶກຊື່ໆລະກະພໍ. ເຮົາຈະເປັນຄົນຖ່ອມແທ້ໆຫຼືບໍ່ກໍຕ້ອງເຮັດໃຫ້ເຫັນໂດຍການກະທຳ.” ຂໍໃຫ້ເຮົາສະແດງຄວາມເຊື່ອໃນພະເຢໂຫວາທຸກໆມື້ ເພິ່ງເພິ່ນສະເໝີໂດຍສະເພາະຕອນທີ່ເຮົາເຈິສະຖານະການທີ່ຍາກໆແລະຂໍໃຫ້ເຮົາຖ່ອມໂຕເຮັດວຽກຫຍັງກໍໄດ້ທີ່ອົງການຂອງພະເຢໂຫວາຢາກໃຫ້ເຮົາເຮັດ.
ໃຫ້ຮຽນແບບພວກກິເບໂອນໂດຍເຕັມໃຈເຮັດວຽກທີ່ຕ່ຳຕ້ອຍ (ເບິ່ງຂໍ້ 7)
ລໍຖ້າໃຫ້ພະເຢໂຫວາຈັດການກັບຄວາມບໍ່ຍຸຕິທຳ
8. ຊາອູນໄດ້ເຮັດຫຍັງທີ່ບໍ່ຍຸຕິທຳແທ້ໆກັບພວກກິເບໂອນ?
8 ຄຳພີໄບເບິນເວົ້າເຖິງພວກກິເບໂອນອີກໃນຫຼາຍຮ້ອຍປີຕໍ່ມາຕອນທີ່ຊາອູນເປັນກະສັດ. ໃນຕອນນັ້ນ ຊາອູນຢາກກວາດລ້າງພວກກິເບໂອນໃຫ້ໝົດ.b ລາວຈຶ່ງພະຍາຍາມຈະ “ຂ້າພວກນີ້ ຍ້ອນຊັງທີ່ເຂົາເຈົ້າມາຢູ່ຮ່ວມກັບພວກອິດສະຣາເອນແລະພວກຢູດາ.” ຍ້ອນແນວນີ້ ພວກກິເບໂອນຈຶ່ງຖືກຂ້າບັກຫຼາຍໆ. (2ຊມ. 21:2, 5, 6) ສິ່ງທີ່ພວກກິເບໂອນເຈິ ມັນບໍ່ຍຸຕິທຳແທ້ໆ! ຊາອູນບໍ່ໄດ້ເຮັດຕາມສັນຍາສະຫງົບເສິກທີ່ພວກອິດສະຣາເອນກັບພວກກິເບໂອນໄດ້ເຮັດນຳກັນມາດົນແລ້ວ.
9. ໃນທີ່ສຸດຄວາມບໍ່ຍຸຕິທຳທີ່ພວກກິເບໂອນເຈິໄດ້ຮັບການແກ້ໄຂຕອນໃດ?
9 ພະເຢໂຫວາບໍ່ໄດ້ຊ່ວຍໃຫ້ພວກກິເບໂອນໄດ້ຮັບຄວາມຍຸຕິທຳທັນທີ. ທີ່ຈິງ ເຂົາເຈົ້າລໍຖ້າຈົນຮອດຕອນທີ່ດາວິດເປັນກະສັດຕໍ່ຈາກຊາອູນ. ພະເຢໂຫວາເຮັດໃຫ້ຊາດອິດສະຣາເອນເຈິກັບຄວາມອຶດຢາກ 3 ປີເພື່ອໃຫ້ເລື່ອງທີ່ພວກກິເບໂອນເຈິໄດ້ຮັບຄວາມສົນໃຈອີກ. ຕອນນັ້ນ ດາວິດຖາມພະເຢໂຫວາວ່າເປັນຫຍັງຊາດອິດສະຣາເອນຈຶ່ງເຈິກັບຄວາມອຶດຢາກ. ພະເຢໂຫວາບອກດາວິດວ່າເປັນຍ້ອນຊາອູນກັບຄອບຄົວຂອງລາວຍັງບໍ່ໄດ້ຮັບໂທດທີ່ຂ້າພວກກິເບໂອນໃນຫຼາຍປີກ່ອນໜ້ານີ້ເທື່ອ.—2ຊມ. 21:1
10. ຕາມ 2 ຊາມູເອນ 21:3-6 ພວກກິເບໂອນສະແດງໃຫ້ເຫັນແນວໃດວ່າເຂົາເຈົ້ານັບຖືກົດໝາຍຂອງພະເຈົ້າຈາກສິ່ງທີ່ເຂົາເຈົ້າເວົ້າກັບດາວິດ?
10 ອ່ານ 2 ຊາມູເອນ 21:3-6. ດາວິດໄປຖາມພວກກິເບໂອນເພື່ອຈະຮູ້ວ່າລາວຈະເຮັດຫຍັງເພື່ອຊົດໄຊ້ຄວາມຜິດທີ່ຊາອູນໄດ້ເຮັດໄປນັ້ນ. ແລ້ວພວກກິເບໂອນໄດ້ຮຽກຮ້ອງໃຫ້ດາວິດຊົດໄຊ້ເປັນເງິນຫຼາຍໆບໍ? ບໍ່. ພວກກິເບໂອນຕອບທັນທີເລີຍວ່າເລື່ອງນີ້ “ຊົດໄຊ້ດ້ວຍເງິນແລະຄຳບໍ່ໄດ້” ຍ້ອນພວກກິເບໂອນຮູ້ຈັກກົດໝາຍຂອງພະເຈົ້າດີວ່າຄົນທີ່ຂ້າຄົນຕ້ອງຊົດໄຊ້ດ້ວຍຊີວິດເທົ່ານັ້ນ. (ຈຊບ. 35:30, 31) ແຕ່ເຂົາເຈົ້າກໍຮູ້ດີວ່າເຂົາເຈົ້າບໍ່ມີສິດຂ້າຜູ້ໃດຖ້າບໍ່ໄດ້ຮັບອະນຸຍາດຕາມກົດໝາຍ. ໃນທີ່ສຸດ ດາວິດກໍອະນຸຍາດໃຫ້ພວກກິເບໂອນຂ້າຜູ້ຊາຍ 7 ຄົນທີ່ເປັນລູກຫຼານຂອງຊາອູນທີ່ອາດຈະມີສ່ວນໃນການຂ້າພວກກິເບໂອນ. ຫຼັງຈາກນັ້ນ ຝົນກໍຕົກແລະເຮັດໃຫ້ຄວາມອຶດຢາກບໍ່ມີອີກຕໍ່ໄປ. ນີ້ສະແດງວ່າພະເຢໂຫວາເຊົາໃຈຮ້າຍຫຼັງຈາກທີ່ພວກກິເບໂອນໄດ້ຮັບຄວາມຍຸຕິທຳແລ້ວ.—2ຊມ. 21:9, 10, 14
11. ຈາກເລື່ອງນີ້ເຮົາໄດ້ຮຽນຫຍັງແດ່ກ່ຽວກັບພະເຢໂຫວາ?
11 ເລື່ອງນີ້ສອນຫຍັງເຮົາກ່ຽວກັບພະເຢໂຫວາ? ຈາກເລື່ອງນີ້ເຮົາໄດ້ຮຽນວ່າພະເຢໂຫວາເປັນພະເຈົ້າທີ່ຍຸຕິທຳສະເໝີ. (ພສ. 37:28) ເພິ່ນຢາກໃຫ້ທຸກຄົນປະຕິບັດຕໍ່ກັນແບບຍຸຕິທຳແລະເທົ່າທຽມ. ແຕ່ຄົນສ່ວນຫຼາຍພັດບໍ່ໄດ້ເຮັດແບບນັ້ນໂດຍສະເພາະກັບຄົນຕ່າງປະເທດຫຼືຄົນຕ່າງຊົນເຜົ່າ. ແຕ່ເມື່ອເຖິງເວລາທີ່ພະເຢໂຫວາກຳນົດໄວ້ ເພິ່ນຈະຈັດການກັບຄວາມບໍ່ຍຸຕິທຳທີ່ເກີດຂຶ້ນກັບຄົນຂອງເພິ່ນແນ່ນອນ. ເຮົາຍັງໄດ້ຮຽນວ່າພະເຢໂຫວາຄາດໝາຍໃຫ້ເຮົາເຮັດຕາມສັນຍາຄືກັບທີ່ເພິ່ນຄາດໝາຍໃຫ້ພວກອິດສະຣາເອນເຮັດຕາມສັນຍາທີ່ເຄີຍເຮັດກັບພວກກິເບໂອນ.—ສົມທຽບກັບອາໂມດ 1:9
12. ເຮົາຈະຮຽນແບບພວກກິເບໂອນແນວໃດຕອນທີ່ເຈິກັບຄວາມບໍ່ຍຸຕິທຳ?
12 ເຮົາຈະຮຽນແບບພວກກິເບໂອນແນວໃດ? ຖ້າເຮົາຖືກພີ່ນ້ອງປະຕິບັດແບບບໍ່ຍຸຕິທຳ ໃຫ້ເຮົາຮຽນແບບພວກກິເບໂອນໂດຍອົດທົນລໍຖ້າພະເຢໂຫວາ. ເມື່ອເຮັດແບບນັ້ນກໍສະແດງວ່າເຮົາໄວ້ໃຈໃຫ້ພະເຢໂຫວາແກ້ໄຂເລື່ອງນັ້ນໃນເວລາທີ່ເໝາະສົມ. ຂໍໃຫ້ເຮົາມາເບິ່ງເລື່ອງຂອງພີ່ນ້ອງຍິງທີ່ຊື່ລໍຣ້າ ເຟຣນຈ໌ທີ່ຮັບໃຊ້ຢູ່ເບເທນການາດາໃນປີ 1926. ຫຼັງຈາກທີ່ຮັບໃຊ້ຢູ່ຫັ້ນມາ 10 ປີ ລາວກໍເຈິກັບເລື່ອງທີ່ບໍ່ຍຸຕິທຳແທ້ໆ. ລາວຖືກກ່າວຫາແບບຜິດໆວ່າເປັນພວກດຽວກັນກັບຄົນທີ່ທໍລະຍົດພະເຈົ້າ ແລະຕ້ອງໄດ້ອອກຈາກເບເທນ. ແລ້ວລາວເຮັດແນວໃດ? ເຖິງວ່າລາວຈະເສຍໃຈຫຼາຍ ແຕ່ລາວກໍບໍ່ເຄີຍເວົ້າບໍ່ດີໃຫ້ພີ່ນ້ອງຫຼືອົງການເລີຍ. ຫຼັງຈາກທີ່ອອກຈາກເບເທນ ລາວກໍເປັນໄພໂອເນຍທີ່ກະຕືລືລົ້ນຕະຫຼອດ 4 ປີນັ້ນ. ແລ້ວໃນປີ 1940 ກໍມີເລື່ອງດີໆທີ່ບໍ່ໄດ້ຄາດຄິດເກີດຂຶ້ນກັບພີ່ນ້ອງລໍຣ້າ. ລາວຖືກເຊີນໃຫ້ກັບເຂົ້າໄປຮັບໃຊ້ຢູ່ເບເທນອີກ. ລາວຮັບໃຊ້ຢູ່ຫັ້ນຢ່າງສັດຊື່ຕໍ່ໄປອີກ 50 ປີຈົນຮອດມື້ທີ່ລາວເສຍຊີວິດແລະສິ້ນສຸດວຽກຮັບໃຊ້ຢູ່ໂລກນີ້. ຂໍໃຫ້ເຮົາເປັນຄືກັບພີ່ນ້ອງລໍຣ້າ ເຖິງວ່າຈະເຈິກັບເລື່ອງທີ່ບໍ່ຍຸຕິທຳ ແຕ່ກໍຍັງເຮັດສິ່ງທີ່ຖືກຕ້ອງຕໍ່ໆໄປແລະອົດທົນລໍຖ້າໃຫ້ພະເຢໂຫວາແກ້ໄຂເລື່ອງນັ້ນໃນເວລາທີ່ເໝາະສົມ.—ອຊຢ. 26:3, 4
ຮັບໃຊ້ພະເຢໂຫວາຢ່າງພັກດີຕໍ່ໆໄປ
13. ພວກເນທິນິມແມ່ນໃຜ ແລະເຂົາເຈົ້າເຮັດຫຍັງຫຼັງຈາກທີ່ກັບມາຈາກການເປັນຊະເລີຍ?
13 ຫຼັງຈາກທີ່ເວົ້າເຖິງພວກກິເບໂອນໃນສະໄໝຂອງກະສັດດາວິດແລ້ວ ປະມານ 500 ປີຕໍ່ມາຄຳພີໄບເບິນກໍເວົ້າເຖິງພວກກິເບໂອນອີກ. ເມື່ອເປັນຊະເລີຍຢູ່ບາບີໂລນຄົບ 70 ປີແລ້ວ ໃນປີ 537 ກ່ອນຄລິດຕະສັກກະຫຼາດ ພວກອິດສະຣາເອນກຸ່ມທຳອິດກໍກັບມາຮອດເມືອງເຢຣູຊາເລັມພ້ອມກັບເຊຣູບາເບນທີ່ເປັນເຈົ້າແຂວງ. (ອຊຣ. 2:1, 2, 58) ຕໍ່ມາໃນປີ 468 ກ່ອນຄລິດຕະສັກກະຫຼາດ ພວກອິດສະຣາເອນອີກກຸ່ມໜຶ່ງກໍກັບມາພ້ອມກັບເອັດຊະຣາທີ່ເປັນຜູ້ຄັດລອກກົດໝາຍຂອງໂມເຊ. (ອຊຣ. 7:1-7) ເຖິງວ່າພວກອິດສະຣາເອນທັງສອງກຸ່ມທີ່ກັບມາແຕ່ບາບີໂລນຈະມີຈຳນວນບໍ່ຫຼາຍ ແຕ່ກໍມີລູກຫຼານຂອງ “ພວກເນທິນິມ” ກັບມານຳ. (ເບິ່ງໄຂເງື່ອນຢູ່ ອຊຣ. 2:58 ແລະ 7:7) ພວກເນທິນິມແມ່ນໃຜ? ເຂົາເຈົ້າແມ່ນ “ຄົນທີ່ເຮັດວຽກຮັບໃຊ້ໃນວິຫານເຊິ່ງບໍ່ແມ່ນຄົນອິດສະຣາເອນ.” ເບິ່ງຄືວ່າພວກເນທິນິມສ່ວນຫຼາຍເປັນລູກຫຼານຂອງພວກກິເບໂອນ.—ເບິ່ງສ່ວນອະທິບາຍຄຳສັບຄຳວ່າ “ເນທິນິມ.”
14. ພວກກິເບໂອນສະແດງໃຫ້ເຫັນແນວໃດວ່າເຂົາເຈົ້າພັກດີຕໍ່ພະເຢໂຫວາ? (1 ຂ່າວຄາວ 9:2 ແລະໄຂເງື່ອນ)
14 ອ່ານ 1 ຂ່າວຄາວ 9:2 ແລະໄຂເງື່ອນ. ໃນຄົນກຸ່ມທຳອິດທີ່ກັບໄປເມືອງເຢຣູຊາເລັມມີ “ພວກທີ່ຮັບໃຊ້ໃນວິຫານ” ກັບໄປນຳ. ເລື່ອງນີ້ໜ້າສົນໃຈຫຼາຍເພາະບໍ່ແມ່ນວ່າຄົນອິດສະຣາເອນທຸກຄົນເລືອກທີ່ຈະກັບໄປເມືອງເຢຣູຊາເລັມ. ຄົນອິດສະຣາເອນຫຼາຍຄົນເປັນຄົນລວຍແລະມີຊີວິດທີ່ສະດວກສະບາຍຢູ່ບາບີໂລນ. ເຂົາເຈົ້າຈຶ່ງບໍ່ຢາກປະຖິ້ມສິ່ງເຫຼົ່ານີ້ເພື່ອໄປຊ່ວຍຟື້ນຟູບ້ານເກີດເມືອງນອນຂອງໂຕເອງທີ່ມີແຕ່ຊາກຫັກພັງ. ແຕ່ກໍມີຄົນອິດສະຣາເອນຫຼາຍຄົນລວມທັງລູກຫຼານຂອງພວກກິເບໂອນທີ່ຢາກກັບໄປສ້າງວິຫານຢູ່ເມືອງເຢຣູຊາເລັມຄືນໃໝ່ແລະນະມັດສະການພະເຢໂຫວາຢູ່ຫັ້ນທັງໆທີ່ການເຮັດແບບນັ້ນບໍ່ງ່າຍ. ເຖິງວ່າລູກຫຼານຂອງພວກກິເບໂອນບໍ່ມີດິນມູນຄືກັບພວກອິດສະຣາເອນ ແຕ່ເຂົາເຈົ້າກໍຍັງຢາກກັບໄປເມືອງເຢຣູຊາເລັມເພື່ອເຮັດວຽກຮັບໃຊ້ຢູ່ວິຫານແລະຊ່ວຍສ້ອມແປງກຳແພງເມືອງເຢຣູຊາເລັມນຳ.—ນຮຢ. 3:26
15. ເລື່ອງຂອງພວກກິເບໂອນສອນຫຍັງເຮົາກ່ຽວກັບພະເຢໂຫວາ?
15 ເລື່ອງນີ້ສອນຫຍັງເຮົາກ່ຽວກັບພະເຢໂຫວາ? ເຮົາໄດ້ຮຽນວ່າພະເຢໂຫວາເຫັນຄ່າຄົນທີ່ພັກດີຕໍ່ເພິ່ນ ແລະເພິ່ນຈະເບິ່ງແຍງເຂົາເຈົ້າສະເໝີ. ຫຼັງຈາກທີ່ພະເຢໂຫວາໄດ້ຊ່ວຍພວກກິເບໂອນໃນສະໄໝຂອງໂຢຊວຍ ເພິ່ນກໍຍັງອວຍພອນເຂົາເຈົ້າມາໂດຍຕະຫຼອດເກືອບ 1.000 ປີ. ຕອນທີ່ພວກບາບີໂລນມາທຳລາຍເມືອງເຢຣູຊາເລັມໃນປີ 607 ກ່ອນຄລິດຕະສັກກະຫຼາດ ພະເຢໂຫວາກໍໄດ້ຊ່ວຍລູກຫຼານຂອງພວກກິເບໂອນໃຫ້ລອດ. ຫຼັງຈາກທີ່ເຂົາເຈົ້າກັບໄປເມືອງເຢຣູຊາເລັມ ພະເຢໂຫວາກໍຍັງໃຫ້ເຂົາເຈົ້າເຮັດວຽກຢູ່ວິຫານຕໍ່ໄປກັບພວກເລວີ ແລະເບິ່ງຄືວ່າເຂົາເຈົ້າບາງຄົນຕັ້ງເຮືອນຢູ່ໃກ້ວິຫານ. (ອຊຣ. 2:70; ນຮຢ. 11:21) ນອກຈາກນັ້ນ ຍ້ອນເຂົາເຈົ້າເຮັດວຽກຢູ່ວິຫານ ເຂົາເຈົ້າຈຶ່ງຖືກຍົກເວັ້ນການເສຍພາສີ ອາກອນ ຫຼືຄ່າທຳນຽມຕ່າງໆ.—ອຊຣ. 7:24
16. ເຮົາຈະຮຽນແບບພວກກິເບໂອນແນວໃດເພື່ອສະໜັບສະໜູນການນະມັດສະການແທ້?
16 ເຮົາຈະຮຽນແບບພວກກິເບໂອນແນວໃດ? ເຮົາຢາກເຮັດທຸກສິ່ງທີ່ເຮັດໄດ້ເພື່ອສະໜັບສະໜູນການນະມັດສະການແທ້ຄືກັບທີ່ພວກກິເບໂອນເຮັດ. ບາງເທື່ອຕ້ອງໄດ້ເສຍສະລະເພື່ອຈະຮັບໃຊ້ຫຼາຍຂຶ້ນ ແຕ່ເຮົາກໍມີຄວາມສຸກເພາະເຮົາເຮັດຍ້ອນເຮົາຮັກພະເຢໂຫວາແລະຢາກເຮັດໃຫ້ເພິ່ນພໍໃຈ. ພີ່ນ້ອງຊາຍທີ່ຊື່ອໍວິນທີ່ຢູ່ປະເທດຟີລິບປິນເປັນຕົວຢ່າງທີ່ດີໃນເລື່ອງນີ້. ລາວເຮັດວຽກທີ່ໄດ້ເງິນເດືອນຫຼາຍຢູ່ບໍລິສັດນ້ຳມັນ. ແຕ່ລາວກໍຢາກຮັບໃຊ້ພະເຢໂຫວາຫຼາຍຂຶ້ນ. ທຸກເທື່ອທີ່ຜູ້ເບິ່ງແຍງໝວດມາຢາມປະຊາຄົມ ລາວກໍຈະລາວຽກເພື່ອຮັບໃຊ້ຫຼາຍຂຶ້ນໃນອາທິດນັ້ນ ແລະການເຮັດແນວນີ້ເຮັດໃຫ້ລາວມີຄວາມສຸກຫຼາຍ. ຫຼັງຈາກອະທິດຖານຫຼາຍເທື່ອເພື່ອຂໍໃຫ້ພະເຢໂຫວາຊ່ວຍລາວໃຫ້ໄດ້ວຽກໃໝ່ທີ່ຈະເປັນໄພໂອເນຍໄດ້ ລາວກໍຕັດສິນໃຈລາອອກຈາກວຽກນັ້ນ. ການເຮັດແບບນັ້ນເຮັດໃຫ້ລາວມີລາຍໄດ້ໜ້ອຍລົງ ແຕ່ລາວກໍໄດ້ວຽກໃໝ່ແລະເປັນໄພໂອເນຍປະຈຳໄດ້. ຕໍ່ມາ ເມຍຂອງພີ່ນ້ອງອໍວິນກໍໄດ້ເປັນໄພໂອເນຍນຳກັນກັບລາວ. ເຂົາເຈົ້າໄດ້ຊ່ວຍ 21 ຄົນໃຫ້ເຂົ້າມາເປັນພະຍານພະເຢໂຫວາ. ແນ່ນອນວ່າພະເຢໂຫວາເຫັນຄ່າພີ່ນ້ອງອໍວິນກັບເມຍຫຼາຍແທ້ໆທີ່ເຂົາເຈົ້າໄດ້ເສຍສະລະເພື່ອຈະຮັບໃຊ້ເພິ່ນຫຼາຍຂຶ້ນ. ເຮົາກໍໝັ້ນໃຈໄດ້ຄືກັນວ່າພະເຢໂຫວາເຫັນຄ່າທຸກຢ່າງທີ່ເຮົາໄດ້ເສຍສະລະເພື່ອຮັບໃຊ້ເພິ່ນ ແລະຍ້ອນແນວນີ້ ເພິ່ນກໍຈະເບິ່ງແຍງໃຫ້ເຮົາມີສິ່ງທີ່ຈຳເປັນສະເໝີ.—ມທ. 6:33
17. ເຮົາໄດ້ບົດຮຽນຫຍັງແດ່ຈາກເລື່ອງຂອງພວກກິເບໂອນ?
17 ເລື່ອງຂອງພວກກິເບໂອນທີ່ຢູ່ໃນຄຳພີໄບເບິນຊ່ວຍເຮົາໃຫ້ຮູ້ຈັກຄຸນລັກສະນະຕ່າງໆຂອງພະເຢໂຫວາຫຼາຍຂຶ້ນ. ພະເຢໂຫວາເປັນພະເຈົ້າທີ່ຖ່ອມ ເມດຕາ ແລະພັກດີ. ເພິ່ນຈະໃຫ້ລາງວັນຜູ້ຮັບໃຊ້ທີ່ພັກດີຂອງເພິ່ນສະເໝີ. ເລື່ອງຂອງພວກກິເບໂອນຍັງໃຫ້ບົດຮຽນທີ່ສຳຄັນຫຼາຍຢ່າງກັບເຮົາ. ຄືກັບພວກກິເບໂອນ ເຮົາຢາກເຮັດໃຫ້ຄວາມເຊື່ອໃນພະເຢໂຫວາເຂັ້ມແຂງຂຶ້ນເລື້ອຍໆແລະເພິ່ງເພິ່ນເມື່ອເຈິສະຖານະການທີ່ຍາກໆ. ຄວາມເຊື່ອແບບນີ້ຈະຊ່ວຍເຮົາໃຫ້ເປັນຄົນຖ່ອມຮັບເອົາວຽກຫຍັງກໍໄດ້ຕາມທີ່ອົງການຂອງພະເຢໂຫວາຢາກໃຫ້ເຮົາເຮັດ. ເມື່ອເຈິກັບຄວາມບໍ່ຍຸຕິທຳ ເຮົາຢາກອົດທົນລໍຖ້າພະເຢໂຫວາແລະໝັ້ນໃຈວ່າເພິ່ນຈະຈັດການກັບຄວາມບໍ່ຍຸຕິທຳທຸກຢ່າງໃນເວລາທີ່ເໝາະສົມ. ເຮົາຢາກເຮັດທຸກສິ່ງທີ່ເຮັດໄດ້ເພື່ອສະໜັບສະໜູນການນະມັດສະການແທ້ດ້ວຍຄວາມພັກດີ. ຂໍໃຫ້ເຮົາຈື່ຕົວຢ່າງທີ່ດີຂອງພວກກິເບໂອນແລະຮຽນແບບເຂົາເຈົ້າຕໍ່ໆໄປ.
ເພງທີ 148 ພະເຢໂຫວາຊ່ວຍໃຫ້ພົ້ນໄພ
a ເບິ່ງຄືວ່າກຸ່ມຄົນທີ່ພວກກິເບໂອນສົ່ງໄປເວົ້າກັບພວກອິດສະຣາເອນຍັງເປັນຕົວແທນຂອງຄົນທີ່ຢູ່ໃນ 3 ເມືອງຂອງພວກຮີວີນຳເຊິ່ງມີເມືອງເກຟີຣາ ເມືອງເບເອໂຣດ ແລະເມືອງກີຣິອາດເຢອາຣີມ.—ຢຊ. 9:17
b ຄຳພີໄບເບິນບໍ່ໄດ້ບອກເຈາະຈົງວ່າເປັນຫຍັງຊາອູນຈຶ່ງຂ້າພວກກິເບໂອນ. ແຕ່ນັກວິຊາການດ້ານຄຳພີໄບເບິນບາງຄົນຄິດວ່າຊາອູນເຮັດແບບນັ້ນຍ້ອນລາວເປັນພວກຊາດນິຍົມແລະຊັງຄົນທີ່ບໍ່ແມ່ນຄົນອິດສະຣາເອນແຮງ.