ວັນທີ 17-23 ສິງຫາ 2026
ເພງທີ 90 ໃຫ້ກຳລັງໃຈກັນແລະກັນ
ເຮົາຈະຮັກສາຄວາມເປັນໝູ່ກັບພີ່ນ້ອງໄດ້ແນວໃດ?
“ໃຫ້ປູກຝັງຄວາມເຫັນອົກເຫັນໃຈ ຄວາມເມດຕາ ຄວາມຖ່ອມ ຄວາມອ່ອນໂຍນ ແລະຄວາມອົດທົນ.”—ກລຊ. 3:12
ຈຸດສຳຄັນ
ເຮົາຈະມາເບິ່ງວິທີຮັບມືກັບຂໍ້ທ້າທາຍບາງຢ່າງທີ່ອາດທຳລາຍຄວາມເປັນໝູ່ຂອງເຮົາກັບພີ່ນ້ອງ.
1. ເຮົາຈະຊອກໝູ່ແທ້ໄດ້ຢູ່ໃສ?
ຊີວິດໃນທຸກມື້ນີ້ມີຫຼາຍຢ່າງທີ່ເຮັດໃຫ້ເຄັ່ງຕຶງຫຼາຍ ແຕ່ມັນແຮ່ງຊິເຄັ່ງຕຶງກວ່ານີ້ອີກຖ້າເຮົາບໍ່ມີໝູ່ແທ້. ພະເຢໂຫວາຮູ້ເລື່ອງນີ້ດີ ເພິ່ນຈຶ່ງໃຫ້ເຮົາມີໝູ່ແທ້ໃນສັງຄົມພີ່ນ້ອງທີ່ຢູ່ທົ່ວໂລກ. (ພສ. 119:63) ເຮົາຮູ້ສຶກດີໃຈຫຼາຍທີ່ໄດ້ຢູ່ໃນຄອບຄົວຂອງຄົນທີ່ຮັກພະເຢໂຫວາ.
2. ເຮົາຢາກເປັນໝູ່ແບບໃດກັບພີ່ນ້ອງຂອງເຮົາ?
2 ເຮົາບໍ່ຢາກເປັນໝູ່ແລະຮູ້ຈັກພີ່ນ້ອງແບບຜິວເຜີນເທົ່ານັ້ນ ແຕ່ເຮົາຢາກເປັນໝູ່ທີ່ສະໜິດແລະພັກດີຕໍ່ກັນ. ເຮົາທຸກຄົນເປັນຄອບຄົວດຽວກັນທີ່ຮັກພະເຢໂຫວາແລະພະເຢຊູ ແລະຄວາມຮັກແບບນີ້ແຫຼະທີ່ເຮັດໃຫ້ເຮົາເປັນນ້ຳໜຶ່ງໃຈດຽວກັນ. (ຢຮ. 13:35) ເຖິງຈະເປັນແນວນັ້ນ ການເປັນໝູ່ສະໜິດກັບພີ່ນ້ອງກໍບໍ່ໄດ້ເກີດຂຶ້ນໂດຍອັດຕະໂນມັດ ມັນຕ້ອງໄດ້ໃຊ້ຄວາມພະຍາຍາມ. ຍ້ອນເຮົາທຸກຄົນບໍ່ສົມບູນແບບ ສະນັ້ນ ບາງເທື່ອເຮົາຈຶ່ງມີບັນຫາກັນແລະເຮັດໃຫ້ເປັນເລື່ອງຍາກທີ່ຈະຮັກສາຄວາມເປັນໝູ່ໄວ້ໄດ້.
3. ເປັນຫຍັງຈຶ່ງເປັນເລື່ອງຍາກທີ່ເຮົາຈະຮັກສາຄວາມເປັນໝູ່ກັບພີ່ນ້ອງໄວ້ໄດ້?
3 ໃນຄວາມເປັນຈິງ ເຮົາອາດຮູ້ສຶກສະໜິດກັບບາງຄົນຫຼາຍກວ່າຄົນອື່ນ. ຍ້ອນຫຍັງ? ຍ້ອນເຮົາອາດມັກຫຍັງທີ່ຄ້າຍໆກັນ ຫຼືມີນິດໄສທີ່ເຂົ້າກັນໄດ້ດີ. ແຕ່ການຮັກສາສາຍສຳພັນທີ່ດີກັບພີ່ນ້ອງບາງຄົນກໍອາດເປັນເລື່ອງຍາກ. ບາງເທື່ອເຮົາອາດມີຄວາມຄິດເຫັນທີ່ບໍ່ຄືກັນກັບພີ່ນ້ອງເຊິ່ງເຮັດໃຫ້ເປັນເລື່ອງຍາກທີ່ເຮົາຈະຮັກກັນ. ບາງເທື່ອອາດເປັນຍ້ອນເຮົາມີນິດໄສທີ່ບໍ່ຄືກັນ ເຮົາຈຶ່ງຮູ້ສຶກວ່າເຮົາກັບພີ່ນ້ອງເຂົ້າກັນໄດ້ຍາກ. ຫຼືບາງເທື່ອພີ່ນ້ອງບາງຄົນເຈັບປ່ວຍທາງຮ່າງກາຍຫຼືຈິດໃຈ ມັນຈຶ່ງເປັນເລື່ອງຍາກທີ່ເຮົາຈະສະໜິດກັບເຂົາເຈົ້າໄດ້. ໃນບົດນີ້ເຮົາຈະເບິ່ງວ່າຕົວຢ່າງຂອງພະເຢຊູຈະຊ່ວຍເຮົາແນວໃດໃຫ້ຮັກສາຄວາມເປັນໝູ່ກັບພີ່ນ້ອງໄດ້ເຖິງວ່າຈະເຈິຂໍ້ທ້າທາຍຕ່າງໆ. ແຕ່ທຳອິດໃຫ້ເຮົາມາເບິ່ງວ່າຄຸນລັກສະນະແບບຄລິດສະຕຽນຈະຊ່ວຍເຮົາແນວໃດໃຫ້ຮັກສາຄວາມເປັນໝູ່ກັບພີ່ນ້ອງໄວ້ໄດ້.
ຄຸນລັກສະນະແບບຄລິດສະຕຽນຊ່ວຍເຮົາໃຫ້ຮັກສາຄວາມເປັນໝູ່ກັບພີ່ນ້ອງ
4. ເຮົາຈະສະໜິດກັບພີ່ນ້ອງຫຼາຍຂຶ້ນໄດ້ແນວໃດ?
4 ເພື່ອຈະສະໜິດກັບພີ່ນ້ອງ ເຮົາຕ້ອງເບິ່ງສ່ວນທີ່ດີຂອງເຂົາເຈົ້າ. ການໃຊ້ເວລານຳກັນຈະຊ່ວຍເຮົາໃຫ້ເຫັນຄຸນລັກສະນະທີ່ດີຂອງເຂົາເຈົ້າ. ອັກຄະສາວົກໂປໂລຢາກຢູ່ນຳພີ່ນ້ອງແທ້ໆ. ລາວຂຽນຈົດໝາຍໄປຫາພີ່ນ້ອງຢູ່ເມືອງເທຊະໂລນິກວ່າ: “ພວກເຮົາພະຍາຍາມເປັນພິເສດເພື່ອຈະໄປຫາພວກເຈົ້າໃຫ້ໄດ້.” (1ທຊ. 2:17) ຫຼາຍຄົນຮູ້ສຶກວ່າການໄດ້ລົມກັນໜ້າຕໍ່ໜ້າເຮັດໃຫ້ສະໜິດກັນຫຼາຍຂຶ້ນ. ມີຫຼາຍໂອກາດທີ່ເຮົາຈະເຮັດແບບນັ້ນໄດ້ ເຊັ່ນ: ຕອນທີ່ໄປຮັບໃຊ້ນຳກັນ ໄປປະຊຸມປະຈຳປະຊາຄົມ ແລະໄປປະຊຸມໃຫຍ່. ແຕ່ເມື່ອເຮົາມີບັນຫາກັບພີ່ນ້ອງຄົນໃດຄົນໜຶ່ງ ການໃຊ້ເວລານຳກັນເທົ່ານັ້ນກໍອາດບໍ່ໄດ້ຊ່ວຍໃຫ້ແກ້ໄຂບັນຫາໄດ້.
5. ອັນໃດຈະຊ່ວຍເຮົາໃຫ້ຮັກສາຄວາມເປັນໝູ່ກັບພີ່ນ້ອງໄດ້ເມື່ອມີບັນຫາກັນ? ຂໍໃຫ້ຍົກຕົວຢ່າງ (ໂກໂລຊາຍ 3:12)
5 ຄຸນລັກສະນະແບບຄລິດສະຕຽນຈະຊ່ວຍເຮົາໃຫ້ຮັກສາຄວາມເປັນໝູ່ກັບພີ່ນ້ອງເມື່ອມີບັນຫາກັນ. (ອ່ານໂກໂລຊາຍ 3:12) ເມື່ອເຮົາພະຍາຍາມເປັນຄົນຖ່ອມ ອົດທົນ ເມດຕາ ແລະເຫັນອົກເຫັນໃຈຫຼາຍຂຶ້ນ ມັນກໍຈະຊ່ວຍເຮົາໃຫ້ເອົາຊະນະຂໍ້ທ້າທາຍຕ່າງໆແລະຍັງຮັກສາຄວາມເປັນໝູ່ຕໍ່ກັນໄດ້. ລອງຄິດເຖິງຕົວຢ່າງນີ້: ຄືກັບນ້ຳມັນທີ່ເຮັດໃຫ້ເຄື່ອງຈັກຂອງລົດເຮັດວຽກໄດ້ດີ ຄຸນລັກສະນະແບບຄລິດສະຕຽນກໍຈະຊ່ວຍຫຼຸດຄວາມຂັດແຍ່ງລະຫວ່າງເຮົາກັບພີ່ນ້ອງໄດ້. ຕອນນີ້ໃຫ້ເຮົາມາເບິ່ງຂໍ້ທ້າທາຍ 3 ຢ່າງທີ່ມີຜົນຕໍ່ສາຍສຳພັນຂອງເຮົາກັບພີ່ນ້ອງ ແລະເບິ່ງວ່າເຮົາຈະຮຽນແບບພະເຢຊູແນວໃດໃນເລື່ອງຄວາມຖ່ອມ ຄວາມອົດທົນ ຄວາມເມດຕາ ແລະຄວາມເຫັນອົກເຫັນໃຈເພື່ອຊ່ວຍເຮົາໃຫ້ເປັນໝູ່ແທ້ຂອງພີ່ນ້ອງຕໍ່ໄປ.
ເມື່ອມີຄວາມຄິດເຫັນບໍ່ຄືກັນ
6. ເປັນຫຍັງການມີຄວາມຄິດເຫັນທີ່ບໍ່ຄືກັນອາດເຮັດໃຫ້ຍາກທີ່ຈະຮັກສາຄວາມເປັນໝູ່ໄວ້ໄດ້?
6 ເປັນຫຍັງເລື່ອງນີ້ຈຶ່ງເປັນຂໍ້ທ້າທາຍ? ເມື່ອ 2 ຄົນຄິດບໍ່ຄືກັນ ຕ່າງຄົນຕ່າງກໍໝັ້ນໃຈວ່າຄວາມຄິດຂອງໂຕເອງຖືກຕ້ອງ. ຕົວຢ່າງເຊັ່ນ: ພີ່ນ້ອງຊາຍ 2 ຄົນຄິດບໍ່ຄືກັນໃນເລື່ອງການຈັດກຸ່ມການຮັບໃຊ້ໃນເຂດ. ແຕ່ລະຄົນຕ່າງກໍໝັ້ນໃຈວ່າວິທີຂອງໂຕເອງດີທີ່ສຸດ. ເປັນໄປໄດ້ບໍທີ່ຄວາມຄິດເຫັນທີ່ບໍ່ຄືກັນນີ້ສາມາດເຮັດໃຫ້ເລື່ອງນ້ອຍໆກາຍເປັນເລື່ອງໃຫຍ່ແລະເຮັດໃຫ້ເຂົາເຈົ້າມີບັນຫາກັນໄດ້? ເຂົາເຈົ້າອາດເລີ່ມສົນໃຈແຕ່ຄວາມຄິດຂອງໂຕເອງ ແທນທີ່ຈະຄິດເຖິງການຮັກສາຄວາມເປັນໝູ່ທີ່ດີຕໍ່ກັນ. ຖ້າເຂົາເຈົ້າບໍ່ຍອມເປີດໃຈລົມກັນກ່ຽວກັບເລື່ອງນັ້ນແລະຫາວິທີແກ້ ເຂົາເຈົ້າອາດເລີ່ມຄຽດໃຫ້ກັນ. ເມື່ອເວລາຜ່ານໄປເຂົາເຈົ້າອາດຈະຄ່ອຍໆຫ່າງກັນແລະໃນທີ່ສຸດກໍອາດຈະເຊົາເປັນໝູ່ກັນກະໄດ້. ເລື່ອງທັງໝົດນີ້ເກີດຂຶ້ນຍ້ອນເລື່ອງເລັກໆນ້ອຍໆເທົ່ານັ້ນ.
7. ພະເຢຊູໄດ້ເຮັດຫຍັງເພື່ອສອນພວກລູກສິດວ່າຄວາມຖ່ອມເປັນສິ່ງສຳຄັນເມື່ອມີຄວາມຄິດເຫັນບໍ່ຄືກັນ?
7 ຮຽນຈາກຄວາມຖ່ອມຂອງພະເຢຊູ. ພະເຢຊູສອນພວກລູກສິດວ່າສິ່ງທີ່ສຳຄັນທີ່ຈະຊ່ວຍເຂົາເຈົ້າໄດ້ເມື່ອມີຄວາມຄິດເຫັນບໍ່ຄືກັນກໍຄືຄວາມຖ່ອມ. ມີຫຼາຍເທື່ອທີ່ພວກລູກສິດຖຽງກັນວ່າໃຜຈະເປັນໃຫຍ່ທີ່ສຸດ. ເລື່ອງນີ້ເປັນເລື່ອງທີ່ເຂົາເຈົ້າໃຫ້ຄວາມສົນໃຈຫຼາຍເກີນໄປ. ເພື່ອຊ່ວຍພວກລູກສິດໃຫ້ເຊົາຄິດແບບນັ້ນ ພະເຢຊູຈຶ່ງໄດ້ອະທິບາຍວ່າເຂົາເຈົ້າຕ້ອງເບິ່ງວ່າຄົນອື່ນດີກວ່າໂຕເອງ. (ມທ. 20:25-28) ພະເຢຊູກຳລັງສອນເຂົາເຈົ້າວ່າຄົນຖ່ອມຄວນເປັນຄົນແນວໃດ. ແມ່ນແຕ່ໃນຄືນກ່ອນທີ່ພະເຢຊູຈະຕາຍ ເພິ່ນກໍຍັງໄດ້ “ເຮັດເປັນຕົວຢ່າງ” ໃຫ້ພວກລູກສິດເຫັນໂດຍລ້າງຕີນໃຫ້ເຂົາເຈົ້າທັງໆທີ່ມັນເປັນວຽກຂອງຄົນຮັບໃຊ້. (ຢຮ. 13:3-5, 12-16) ສິ່ງທີ່ພະເຢຊູເຮັດສະແດງໃຫ້ພວກລູກສິດເຫັນວ່າເຂົາເຈົ້າຈະຮັກສາຄວາມເປັນໝູ່ທີ່ດີຕໍ່ກັນໄດ້ແນວໃດ. ຖ້າເຂົາເຈົ້າຕ່າງຄົນຕ່າງເບິ່ງວ່າຄົນອື່ນດີກວ່າໂຕເອງ ເຂົາເຈົ້າກໍຈະຍອມຟັງກັນຫຼາຍຂຶ້ນເມື່ອເຂົາເຈົ້າຄິດບໍ່ຄືກັນ. ນອກຈາກນັ້ນ ມັນກໍງ່າຍຂຶ້ນສຳລັບເຂົາເຈົ້າທີ່ຈະຮັກສາຄວາມເປັນໝູ່ທີ່ດີຕໍ່ກັນແມ່ນແຕ່ຕອນທີ່ມີຄວາມຄິດເຫັນຕ່າງກັນ.
8. ຄວາມຖ່ອມຈະຊ່ວຍເຈົ້າໃຫ້ຮັກສາຄວາມເປັນໝູ່ທີ່ດີໄວ້ໄດ້ແນວໃດເມື່ອມີຄວາມຄິດເຫັນທີ່ບໍ່ຄືກັນ? (ໂກໂລຊາຍ 3:13) (ເບິ່ງຮູບນຳ)
8 ເຈົ້າຈະຮັກສາຄວາມເປັນໝູ່ໄວ້ໄດ້ແນວໃດ? ຄວາມຖ່ອມຈະຊ່ວຍເຈົ້າໃຫ້ເບິ່ງຂ້າມຄວາມຄິດເຫັນທີ່ບໍ່ຄືກັນເລັກໆນ້ອຍໆແລະໃຫ້ອະໄພກັນຢ່າງໃຈກວ້າງ. (ອ່ານໂກໂລຊາຍ 3:13) ຖ້າເຈົ້າເປັນຄົນຖ່ອມເຈົ້າກໍຢາກຈະຮັກສາຄວາມເປັນໝູ່ທີ່ດີໄວ້ ແທນທີ່ຈະຫງຸດຫງິດຫຼືໃຈຮ້າຍ. (ພສ. 4:4) ຖ້າໝູ່ເວົ້າບໍ່ດີກັບເຈົ້າຫຼືເຈົ້າຫຼົງເວົ້າສິ່ງທີ່ບໍ່ດີອອກໄປ ໃຫ້ຈື່ໄວ້ວ່າເຮົາທຸກຄົນຕ່າງກໍເຄີຍເວົ້າບາງຢ່າງທີ່ເຮັດໃຫ້ເສຍໃຈພາຍຫຼັງ. (ປຍຈ. 7:21, 22) ໃຫ້ຖາມໂຕເອງວ່າ: ‘ຂ້ອຍເອົາຄວາມຄິດຂອງໂຕເອງເປັນໃຫຍ່ແທນທີ່ຈະຮັກສາສາຍພັນທີ່ດີຕໍ່ຄົນອື່ນບໍ?’ ເຈົ້າອາດເລືອກທີ່ຈະຍອມເຮັດຕາມຄວາມຄິດເຫັນຂອງໝູ່ກໍໄດ້ແລະເບິ່ງຂ້າມເລື່ອງທີ່ເຈົ້າບໍ່ເຫັນດີນຳໂດຍບໍ່ຄິດເຖິງມັນອີກຫຼືບໍ່ເອົາເລື່ອງນັ້ນມາເວົ້າອີກໃນພາຍຫຼັງ.
ຄວາມຖ່ອມຈະຊ່ວຍເຈົ້າໃຫ້ເບິ່ງຂ້າມຄວາມຄິດເຫັນທີ່ບໍ່ຄືກັນເລັກໆນ້ອຍໆແລະໃຫ້ອະໄພກັນຢ່າງໃຈກວ້າງ (ເບິ່ງຂໍ້ 8)a
9. ຄວາມຖ່ອມຈະຊ່ວຍເຈົ້າແນວໃດຕອນທີ່ມີຄວາມຄິດເຫັນທີ່ບໍ່ຄືກັນແລະຕົກລົງກັນບໍ່ໄດ້? (ສຸພາສິດ 17:9)
9 ນອກຈາກນັ້ນ ຄວາມຖ່ອມຈະຊ່ວຍເຈົ້າໄດ້ຕອນທີ່ມີຄວາມຄິດເຫັນທີ່ບໍ່ຄືກັນແລະຕົກລົງກັນບໍ່ໄດ້. ຢ່າພະຍາຍາມຖຽງເພື່ອຈະພິສູດວ່າຄວາມຄິດເຫັນຂອງເຈົ້າຖືກ. (ອ່ານສຸພາສິດ 17:9; 1ກຣ. 6:7) ມັນຈະດີກວ່າຖ້າເຈົ້າຕັ້ງເປົ້າໝາຍທີ່ຈະຮັກສາຄວາມເປັນໝູ່ຕໍ່ກັນໄວ້. ພີ່ນ້ອງຫຼາຍຄົນຮູ້ສຶກວ່າການລົມກັນເພື່ອຫາວິທີແກ້ບັນຫາຊ່ວຍໄດ້ຫຼາຍແທ້ໆ. (ພສ. 34:14) ເຈົ້າອາດຈະເວົ້າກັບໝູ່ວ່າ: ‘ເຮົາກໍເປັນໝູ່ກັນມາດົນແລ້ວ ໃຫ້ເຮົາມາລົມກັນດີບໍ່?’ ໃຫ້ພ້ອມທີ່ຈະຍອມຮັບວ່າເຈົ້າເອງກໍມີສ່ວນຜິດແລະເຮັດໃຫ້ໝູ່ເສຍໃຈ ແລະຈາກນັ້ນໃຫ້ຂໍໂທດລາວ. ຖ້າພີ່ນ້ອງຂໍໂທດເຈົ້າຄືກັນ ກໍໃຫ້ເຈົ້າຍອມຮັບຄຳຂໍໂທດດ້ວຍຄວາມເຕັມໃຈແລະໃຫ້ອະໄພລາວ. (ລກ. 17:3, 4) ຂໍໃຫ້ຈື່ໄວ້ວ່າເປົ້າໝາຍຂອງເຈົ້າບໍ່ແມ່ນເພື່ອໃຫ້ຮູ້ວ່າໃຜຖືກໃຜຜິດ ແຕ່ເພື່ອໃຫ້ຜ່ານເລື່ອງນັ້ນໄປໄດ້ແລະກັບມາເປັນໝູ່ກັນຄືເກົ່າ.—ສພສ. 18:24
ເມື່ອບຸກຄະລິກແລະນິດໄສຕ່າງກັນ
10. ອັນໃດອາດເຮັດໃຫ້ເປັນເລື່ອງຍາກທີ່ເຮົາຈະຮັກສາຄວາມເປັນໝູ່ໄວ້ໄດ້?
10 ເປັນຫຍັງເລື່ອງນີ້ຈຶ່ງເປັນຂໍ້ທ້າທາຍ? ເຮົາອາດຮູ້ສຶກວ່າຍາກທີ່ຈະຮັກສາຄວາມເປັນໝູ່ທີ່ດີກັບຄົນທີ່ມີບຸກຄະລິກແລະນິດໄສຕ່າງຈາກເຮົາ. ພີ່ນ້ອງບາງຄົນອາດມີນິດໄສບາງຢ່າງທີ່ເຮົາບໍ່ມັກ. ບາງຄົນອາດມີນິດໄສທີ່ເຂົ້າກັບອື່ນໄດ້ຍາກຍ້ອນເຄີຍຖືກປະຕິບັດບໍ່ດີໃນອະດີດ ຫຼືຍ້ອນໃຫຍ່ມາໃນວັດທະນະທຳທີ່ຜູ້ຄົນບໍ່ມັກສະແດງຄວາມຮູ້ສຶກອອກມາຫຼືບໍ່ກໍມັກສະແດງຄວາມຮູ້ສຶກອອກມາຫຼາຍໂພດ ຫຼືເຮົາກັບພີ່ນ້ອງອາດມີນິດໄສຕ່າງກັນຊື່ໆເຊັ່ນ: ເຮົາມັກຢູ່ກັບຫຼາຍຄົນ ສ່ວນພີ່ນ້ອງພັດມັກຢູ່ງຽບໆແລະຢູ່ຄົນດຽວ.
11. ພະເຢຊູຮັກສາຄວາມເປັນໝູ່ກັບຄົນທີ່ມີບຸກຄະລິກແລະນິດໄສຕ່າງຈາກເພິ່ນໄດ້ແນວໃດ?
11 ຮຽນແບບຄວາມອົດທົນຂອງພະເຢຊູ. ພະເຢຊູຮັກສາຄວາມເປັນໝູ່ກັບຄົນທີ່ມີບຸກຄະລິກແລະນິດໄສຕ່າງຈາກເພິ່ນ. ຕົວຢ່າງເຊັ່ນ: ອັກຄະສາວົກຢາໂກໂບແລະໂຢຮັນເຮັດໃຫ້ເຫັນວ່າເຂົາເຈົ້າເປັນຄົນທະເຍີທະຍານຕອນທີ່ໄປຂໍຕຳແໜ່ງທີ່ສຳຄັນໃນການປົກຄອງຂອງພະເຈົ້າກັບພະເຢຊູ. (ມຣກ. 10:35-37) ແຕ່ພະເຢຊູພັດເປັນຄົນຖ່ອມ. ເພິ່ນຍອມສະລະຕຳແໜ່ງທີ່ສູງສົ່ງໃນສະຫວັນເພື່ອມາຢູ່ໂລກນີ້. (ຟລປ. 2:5-8) ລອງຄິດເບິ່ງແມ້ ບຸກຄະລິກແລະນິດໄສຂອງເຂົາເຈົ້າກັບພະເຢຊູຕ່າງກັນຫຼາຍແທ້ໆ! ແຕ່ພະເຢຊູກໍຍັງອົດທົນກັບຢາໂກໂບແລະໂຢຮັນແລະອົດທົນກັບຄົນອື່ນໆນຳ.
12. ອັນໃດຊ່ວຍພະເຢຊູໃຫ້ອົດທົນກັບໝູ່ຂອງເພິ່ນ?
12 ພະເຢຊູຄາດໝາຍຈາກໝູ່ຂອງເພິ່ນຕາມຄວາມເປັນຈິງ. ເພິ່ນຮູ້ວ່າການທີ່ຢາໂກໂບແລະໂຢຮັນຂໍແບບນັ້ນເປັນຍ້ອນວ່າລູກສິດຂອງເພິ່ນສ່ວນຫຼາຍມີນ້ຳໃຈມັກແຂ່ງຂັນ. (ມຣກ. 9:34) ພະເຢຊູເອງກໍໃຫຍ່ມາໃນວັດທະນະທຳແບບດຽວກັນກັບເຂົາເຈົ້າ ເຊິ່ງຕອນນັ້ນພວກຫົວໜ້າສາສະໜາເຮັດໃຫ້ຫຼາຍຄົນຄິດວ່າການມີຕຳແໜ່ງແລະມີໜ້າມີຕາໃນສັງຄົມເປັນເລື່ອງທີ່ສຳຄັນຫຼາຍ ເພິ່ນຈຶ່ງເຂົ້າໃຈຄວາມຄິດຂອງພວກລູກສິດແລະອົດທົນກັບເຂົາເຈົ້າ. ເພິ່ນໃຫ້ເວລາກັບພວກລູກສິດທີ່ຈະກຳຈັດຄວາມຍິ່ງແລະຄວາມທະເຍີທະຍານຂອງເຂົາເຈົ້າທີ່ຝັງຮາກເລິກມາຫຼາຍປີ.—ມຣກ. 10:42-45
13. ຄວາມອົດທົນຈະຊ່ວຍເຮົາໃຫ້ຮັກສາຄວາມເປັນໝູ່ໄວ້ໄດ້ແນວໃດ? (ເອເຟໂຊ 4:2)
13 ເຈົ້າຈະຮັກສາຄວາມເປັນໝູ່ໄວ້ໄດ້ແນວໃດ? ຖ້າໝູ່ມີນິດໄສບາງຢ່າງທີ່ເຈົ້າບໍ່ມັກ ກໍຂໍໃຫ້ອົດທົນກັບລາວ. (ສພສ. 14:29) ເຮົາແຕ່ລະຄົນມີບຸກຄະລິກແລະນິດໄສແຕກຕ່າງກັນເຊິ່ງສ່ວນຫຼາຍແລ້ວມັນກໍບໍ່ແມ່ນຂໍ້ເສຍຫຍັງ ແຕ່ມັນເປັນສ່ວນໜຶ່ງໃນຕົວຕົນຂອງເຮົາ. ເຮົາຈຶ່ງຮູ້ສຶກຂອບໃຈຕອນທີ່ພີ່ນ້ອງອົດທົນກັບເຮົາ. (ອ່ານເອເຟໂຊ 4:2) ເຮົາຕ້ອງເບິ່ງຄົນອື່ນຕາມຄວາມເປັນຈິງແລະປ່ອຍໃຫ້ເຂົາເຈົ້າເປັນໂຕຂອງໂຕເອງ. ຕົວຢ່າງເຊັ່ນ: ໃຫ້ເຮົາຄິດເຖິງພີ່ນ້ອງທີ່ຂີ້ອາຍແລະບໍ່ຄ່ອຍມັກເວົ້າ. ເຂົາເຈົ້າຕ້ອງໃຊ້ຄວາມພະຍາຍາມຫຼາຍສ່ຳໃດທີ່ຈະເຂົ້າສັງຄົມແລະລົມກັບຄົນອື່ນ. ໃນອີກດ້ານໜຶ່ງ ເຮົາອາດຕ້ອງໄດ້ອົດທົນກັບພີ່ນ້ອງທີ່ມັກເວົ້າແລະມັກເຂົ້າສັງຄົມນຳ. ເຖິງວ່າເຮົາບໍ່ສາມາດເປັນໝູ່ສະໜິດໄດ້ກັບທຸກຄົນ ແຕ່ຂໍໃຫ້ຈື່ໄວ້ວ່າຄົນທີ່ມີບຸກຄະລິກແລະນິດໄສທີ່ແຕກຕ່າງກັນກໍເປັນໝູ່ກັນໄດ້.
14. ຄວາມອົດທົນຈະຊ່ວຍເຮົາໃນເລື່ອງໃດ?
14 ຄວາມອົດທົນຈະຊ່ວຍເຮົາໃຫ້ເບິ່ງຄຸນລັກສະນະທີ່ດີຂອງພີ່ນ້ອງ. ເມື່ອເຮົາເຮັດແບບນີ້ ເຮົາກໍຈະເຫັນວ່າເຖິງເຮົາຈະມີບຸກຄະລິກແລະນິດໄສທີ່ແຕກຕ່າງກັນແຕ່ກໍສາມາດເປັນໝູ່ກັນໄດ້. ຕົວຢ່າງເຊັ່ນ: ເຖິງວ່າຢາໂກໂບກັບໂຢຮັນຈະໃຫ້ຄວາມສຳຄັນຫຼາຍກັບການມີຕຳແໜ່ງ ແຕ່ມັນກໍສະແດງໃຫ້ເຫັນວ່າເຂົາເຈົ້າເຊື່ອວ່າການປົກຄອງຂອງພະເຈົ້າເປັນເລື່ອງຈິງ. ພະເຢຊູສັງເກດເຫັນຈຸດນີ້ແລະເຫັນຄ່າທີ່ເຂົາເຈົ້າມີຄວາມເຊື່ອ. ຖ້າເຮົາເບິ່ງຂໍ້ດີຂອງໝູ່ ເຮົາກໍກຳລັງຮຽນແບບພະເຢຊູແລະພະເຢໂຫວາພໍ່ຂອງເພິ່ນ.
15. ເຮົາສາມາດຂໍຄວາມຊ່ວຍເຫຼືອຈາກໃຜເພື່ອຊ່ວຍເຮົາໃຫ້ຮັກສາຄວາມເປັນໝູ່ກັບຄົນທີ່ມີບຸກຄະລິກແລະນິດໄສທີ່ແຕກຕ່າງຈາກເຮົາ?
15 ສິ່ງທີ່ສຳຄັນທີ່ສຸດຄື ເຮົາສາມາດອະທິດຖານຂໍໃຫ້ພະເຢໂຫວາຊ່ວຍເຮົາໃຫ້ຮັກສາຄວາມເປັນໝູ່ກັບຄົນທີ່ມີບຸກຄະລິກແລະນິດໄສທີ່ແຕກຕ່າງຈາກເຮົາໄດ້. ໃຫ້ຄິດລ່ວງໜ້າວ່າມີສະຖານະການໃດແດ່ທີ່ອາດເຮັດໃຫ້ເຮົາທົນບໍ່ໄຫວ ແລ້ວອະທິດຖານເພື່ອໃຫ້ໃຈເຢັນ. ຂໍໃຫ້ຈື່ໄວ້ວ່າພະເຢໂຫວາເປັນຜູ້ສ້າງເຮົາແລະເພິ່ນເຂົ້າໃຈດີວ່າເຮົາແຕ່ລະຄົນບໍ່ຄືກັນ. ສະນັ້ນ ຕອນທີ່ເຈົ້າອະທິດຖານ ຂໍໃຫ້ໝັ້ນໃຈວ່າພະເຢໂຫວາຮູ້ວ່າເຈົ້າຈຳເປັນຕ້ອງມີຫຍັງເພື່ອຈະອົດທົນຕໍ່ໆໄປໄດ້. ແຕ່ຖ້າເຈົ້າຮູ້ສຶກວ່າຈະອົດທົນບໍ່ໄຫວແລ້ວ ໃຫ້ອະທິດຖານຂໍພະລັງບໍລິສຸດຈາກພະເຢໂຫວາເພື່ອຊ່ວຍເຈົ້າໃຫ້ຄວບຄຸມໂຕເອງໄດ້.—ລກ. 11:13; ຄລຕ. 5:22, 23
ເມື່ອພີ່ນ້ອງເຈັບປ່ວຍ
16. ເຮົາອາດເຈິຂໍ້ທ້າທາຍຫຍັງແດ່ຕອນທີ່ພີ່ນ້ອງເຈັບປ່ວຍ?
16 ເປັນຫຍັງເລື່ອງນີ້ຈຶ່ງເປັນຂໍ້ທ້າທາຍ? ເມື່ອພີ່ນ້ອງເຈັບປ່ວຍທາງຮ່າງກາຍຫຼືຈິດໃຈ ເຂົາເຈົ້າອາດເຮັດຫຍັງບາງຢ່າງທີ່ເຮັດໃຫ້ເຮົາຮັບມືໄດ້ຍາກ. ຕົວຢ່າງເຊັ່ນ: ເຂົາເຈົ້າອາດບໍ່ຢາກລົມກັບເຮົາ ມີອາລົມອ່ອນໄຫວງ່າຍ ຫຼືອາດເຮັດຫຍັງບາງຢ່າງທີ່ເຮົາບໍ່ຄາດຄິດ. ບາງເທື່ອເຂົາເຈົ້າອາດຈະເວົ້າຫຼືເຮັດບາງຢ່າງທີ່ເຮັດໃຫ້ເຮົາເສຍໃຈ. (ໂຢບ 6:2, 3) ຍ້ອນເຮົາບໍ່ຮູ້ວ່າພີ່ນ້ອງກຳລັງເຈິບັນຫາຫຍັງຢູ່ ເຮົາຈຶ່ງອາດຄາດໝາຍຈາກເຂົາເຈົ້າຫຼາຍເກີນໄປ.
17. ເຈົ້າໄດ້ຮຽນຫຍັງຈາກພະເຢຊູຕອນທີ່ເພິ່ນປົວບາຣະຕີມາຍທີ່ເປັນຄົນຕາບອດ?
17 ຮຽນຈາກຄວາມເມດຕາແລະຄວາມເຫັນອົກເຫັນໃຈຂອງພະເຢຊູ. ພະເຢຊູເມດຕາແລະເຫັນອົກເຫັນໃຈຄົນທີ່ມີຄວາມທຸກແມ່ນແຕ່ກັບຄົນທີ່ເພິ່ນບໍ່ເຄີຍເຈິມາກ່ອນ. ຕົວຢ່າງເຊັ່ນ: ຂໍໃຫ້ຄິດເຖິງຕອນທີ່ເພິ່ນປົວຜູ້ຊາຍຕາບອດຄົນໜຶ່ງທີ່ຊື່ບາຣະຕີມາຍ. ເມື່ອບາຣະຕີມາຍໄດ້ຍິນວ່າພະເຢຊູກຳລັງຈະກາຍມາແຖວນັ້ນ ລາວຈຶ່ງຮ້ອງສຽງດັງເພື່ອໃຫ້ພະເຢຊູສົນໃຈລາວ. ຫຼາຍຄົນໄດ້ບອກໃຫ້ບາຣະຕີມາຍມິດ. ແຕ່ລາວຢາກໃຫ້ພະເຢຊູປິ່ນປົວລາວແທ້ໆລາວຈຶ່ງຮ້ອງດັງກວ່າເກົ່າ. ອາດຈະມີບາງຄົນທີ່ບໍ່ມັກສິ່ງທີ່ບາຣະຕີມາຍເຮັດບໍ? ອາດຈະມີ. ແຕ່ພະເຢຊູ “ຮູ້ສຶກອີ່ຕົນ” ບາຣະຕີມາຍ ເຊິ່ງໝາຍຄວາມວ່າເພິ່ນຮູ້ສຶກເຫັນອົກເຫັນໃຈລາວຫຼາຍແທ້ໆ. (ມທ. 20:34; ມຣກ. 10:46-52) ພະເຢຊູເວົ້າກັບບາຣະຕີມາຍແບບກະລຸນາແລະຊົມເຊີຍທີ່ລາວມີຄວາມເຊື່ອ. ຈາກນັ້ນ ພະເຢຊູກໍປົວລາວໃຫ້ສາມາດເຫັນຮຸ່ງໂດຍການອັດສະຈັນ.
18. ເຮົາຈະຊ່ວຍໝູ່ທີ່ກຳລັງເຈິຄວາມທຸກໄດ້ແນວໃດ? (1 ເທຊະໂລນິກ 5:14)
18 ເຈົ້າຈະຮັກສາຄວາມເປັນໝູ່ໄວ້ໄດ້ແນວໃດ? ໃຫ້ເປັນຄົນທີ່ມີຄວາມເມດຕາແລະເຫັນອົກເຫັນໃຈ. ຄຸນລັກສະນະເຫຼົ່ານີ້ຈະຊ່ວຍເຈົ້າໃຫ້ “ເວົ້າປອບໃຈ” ພີ່ນ້ອງທີ່ເຈັບປ່ວຍທາງຮ່າງກາຍຫຼືຈິດໃຈໄດ້. (ອ່ານ 1 ເທຊະໂລນິກ 5:14) ຂໍໃຫ້ຈື່ວ່າໝູ່ແທ້ພ້ອມທີ່ຈະຊ່ວຍເຫຼືອກັນສະເໝີໂດຍສະເພາະ “ໃນຍາມທີ່ຍາກລຳບາກ.” (ສພສ. 17:17) ໝູ່ແບບນີ້ບໍ່ພຽງແຕ່ຮູ້ສຶກເຫັນອົກເຫັນໃຈຕໍ່ຄົນທີ່ເຈິຄວາມທຸກ ແຕ່ລາວຈະພະຍາຍາມເຮັດທຸກສິ່ງທີ່ລາວເຮັດໄດ້ເພື່ອໃຫ້ໝູ່ສະບາຍໃຈ ເວົ້າໃຫ້ກຳລັງໃຈ ແລະລົງມືຊ່ວຍເຫຼືອນຳ.
19. ເຮົາຈະເຮັດຫຍັງໄດ້ແດ່ເພື່ອຈະສະແດງຄວາມເມດຕາແລະເຫັນອົກເຫັນໃຈ? (ເບິ່ງຮູບນຳ)
19 ເຮົາຈະເຮັດຫຍັງໄດ້ແດ່ເພື່ອຈະສະແດງຄວາມເມດຕາແລະເຫັນອົກເຫັນໃຈ? ແນ່ນອນວ່າເຈົ້າບໍ່ສາມາດເຮັດໃຫ້ພີ່ນ້ອງເຊົາເຈັບປ່ວຍໄດ້. ແຕ່ເຈົ້າສາມາດພະຍາຍາມເຂົ້າໃຈຄວາມຮູ້ສຶກແລະເຂົ້າໃຈວ່າພີ່ນ້ອງກຳລັງເຈິຫຍັງຢູ່. (ມທ. 7:12; 1ປຕ. 3:8) ໃຫ້ຕັ້ງໃຈຟັງເມື່ອພີ່ນ້ອງເວົ້າກ່ຽວກັບສິ່ງທີ່ລາວກຳລັງເຈິ. ຖ້າເຫັນວ່າເໝາະສົມກໍໃຫ້ເວົ້າສິ່ງທີ່ໃຫ້ກຳລັງໃຈລາວ. (ສພສ. 12:25) ບໍ່ຄວນຄິດເອົາເອງວ່າເຈົ້າເຂົ້າໃຈສະຖານະການຂອງລາວດີ. (ສພສ. 18:13) ໃຫ້ອົດທົນກັບລາວແລະຄາດໝາຍຈາກລາວຕາມຄວາມເປັນຈິງ.—ອຟຊ. 4:32
ໝູ່ແທ້ຈະໃຫ້ກຳລັງໃຈກັນໂດຍສະແດງຄວາມເມດຕາແລະເຫັນອົກເຫັນໃຈກັນ (ເບິ່ງຂໍ້ 19)
20. ເຈົ້າຢາກເປັນໝູ່ແບບໃດ?
20 ເຮົາຮູ້ສຶກເຫັນຄ່າແທ້ໆທີ່ມີໝູ່ໃນອົງການຂອງພະເຢໂຫວາ. ແຕ່ເຮົາກໍຕ້ອງຈື່ໄວ້ວ່າເຮົາທຸກຄົນບໍ່ສົມບູນແບບແລະພວກເຮົາຫຼາຍຄົນກໍເຄີຍເຈິເລື່ອງທີ່ບໍ່ດີໃນອະດີດ. ຍ້ອນແນວນີ້ ບາງເທື່ອເຮົາຈຶ່ງເວົ້າຫຼືເຮັດໃຫ້ຄົນອື່ນເສຍໃຈ. ສະນັ້ນ ເຮົາຈຶ່ງຮູ້ສຶກຂອບໃຈຫຼາຍເມື່ອພີ່ນ້ອງສະແດງຄວາມຖ່ອມ ອົດທົນ ເມດຕາ ແລະເຫັນອົກເຫັນໃຈເຮົາ ແລະຍັງຮັກສາຄວາມເປັນໝູ່ກັບເຮົາໄວ້. ສະນັ້ນ ຂໍໃຫ້ເຮົາພະຍາຍາມເຕັມທີທີ່ຈະເປັນໝູ່ແບບນັ້ນຄືກັນ.
ເພງທີ 124 ສັດຊື່ຕະຫຼອດໄປ
a ຄຳອະທິບາຍຮູບ: ພີ່ນ້ອງຊາຍທີ່ອາຍຸຫຼາຍກັບພີ່ນ້ອງຊາຍທີ່ຍັງໜຸ່ມມີຄວາມຄິດເຫັນບໍ່ຄືກັນໃນເລື່ອງການຈັດເຂດການຮັບໃຊ້ຂອງປະຊາຄົມ. ແຕ່ຕໍ່ມາ ເຂົາເຈົ້າກໍຮັບໃຊ້ນຳກັນຢ່າງມີຄວາມສຸກ.