ວັນທີ 10-16 ສິງຫາ 2026
ເພງທີ 122 ຂໍໃຫ້ຢືນຢັດໝັ້ນຄົງ!
ເຮົາຈະຮັກສາຄວາມພັກດີຕໍ່ພະເຢໂຫວາໄດ້ແນວໃດເມື່ອຄວາມເຊື່ອຖືກທົດສອບ?
“ນາຍເອີ້ຍ ທ່ານມີຄຳສອນທີ່ໃຫ້ຊີວິດຕະຫຼອດໄປ ພວກເຮົາຈະໄປຫາຜູ້ໃດໄດ້ອີກ?”—ຢຮ. 6:68
ຈຸດສຳຄັນ
ເຮົາສາມາດຮັກສາຄວາມພັກດີຕໍ່ພະເຢໂຫວາໄດ້ບໍ່ວ່າເຮົາຈະເຈິກັບການທົດສອບຄວາມເຊື່ອແບບໃດກໍຕາມ.
1-2. ເກີດຫຍັງຂຶ້ນຕອນທີ່ພະເຢຊູສອນຢູ່ເມືອງກາເປນາອູມ?
ມື້ໜຶ່ງ ຕອນທີ່ພະເຢຊູສອນຄົນກຸ່ມໜຶ່ງຢູ່ເມືອງກາເປນາອູມ. ເພິ່ນເວົ້າວ່າ: “ຖ້າພວກເຈົ້າບໍ່ກິນຊີ້ນແລະກິນເລືອດຂອງລູກມະນຸດ ພວກເຈົ້າຈະບໍ່ໄດ້ຊີວິດ.” ເພິ່ນຍັງເວົ້າຕື່ມອີກວ່າ: “ຄົນທີ່ກິນຊີ້ນແລະກິນເລືອດຂອງຂ້ອຍຈະມີຊີວິດຕະຫຼອດໄປ ແລະຂ້ອຍຈະປຸກລາວໃຫ້ຟື້ນຄືນມາຈາກຕາຍໃນວັນສຸດທ້າຍ.” (ຢຮ. 6:53, 54) ເມື່ອລູກສິດຂອງພະເຢຊູໄດ້ຍິນເພິ່ນເວົ້າແບບນີ້ ເຂົາເຈົ້າສ່ວນຫຼາຍກໍຕົກໃຈແລະເວົ້າວ່າ: “ຄຳເວົ້ານີ້ພວກເຮົາຮັບບໍ່ໄດ້ ພວກເຮົາບໍ່ຟັງແລ້ວ.”—ຢຮ. 6:60
2 ພວກລູກສິດເຫຼົ່ານັ້ນທີ່ຮັບບໍ່ໄດ້ກັບຄຳເວົ້າຂອງພະເຢຊູກໍເຊົາຕິດຕາມເພິ່ນ. ນີ້ໝາຍຄວາມວ່າເຂົາເຈົ້າບໍ່ມີຄວາມເຊື່ອໃນພະເຢຊູເລີຍບໍ? ທີ່ຈິງ ກ່ອນເລື່ອງນີ້ຈະເກີດຂຶ້ນ ບາງຄົນລວມທັງພວກລູກສິດຂອງພະເຢຊູຮູ້ສຶກປະທັບໃຈຫຼາຍໃນສິ່ງທີ່ເພິ່ນເຮັດຈົນເຂົາເຈົ້າເວົ້າວ່າ: “ຜູ້ນີ້ເປັນຜູ້ພະຍາກອນຄົນນັ້ນແທ້ໆທີ່ຈະມາໃນໂລກ.” (ຢຮ. 6:14) ນັ້ນກໍສະແດງວ່າພວກລູກສິດເຫຼົ່ານີ້ມີຄວາມເຊື່ອໃນພະເຢຊູຢູ່. ແຕ່ເມື່ອຄວາມເຊື່ອຂອງເຂົາເຈົ້າຖືກທົດສອບ ເຂົາເຈົ້າກໍບໍ່ໄດ້ພັກດີຕໍ່ເພິ່ນ.
3. ພວກອັກຄະສາວົກມີທ່າທີແນວໃດກັບຄຳເວົ້າຂອງພະເຢຊູ ແລະຍ້ອນຫຍັງ? (ເບິ່ງຮູບນຳ)
3 ແຕ່ພວກອັກຄະສາວົກບໍ່ໄດ້ເປັນຄືກັບຄົນເຫຼົ່ານັ້ນ. ຕອນທີ່ພະເຢຊູຖາມເຂົາເຈົ້າວ່າເຂົາເຈົ້າຢາກເຊົາຕິດຕາມເພິ່ນຄືກັນບໍ? ເປໂຕຕອບວ່າ: “ນາຍເອີ້ຍ ທ່ານມີຄຳສອນທີ່ໃຫ້ຊີວິດຕະຫຼອດໄປ ພວກເຮົາຈະໄປຫາຜູ້ໃດໄດ້ອີກ? ພວກເຮົາເຊື່ອແລະຮູ້ແລ້ວວ່າທ່ານເປັນຜູ້ບໍລິສຸດຂອງພະເຈົ້າ.” (ຢຮ. 6:68, 69) ສັງເກດວ່າເປໂຕບໍ່ໄດ້ເວົ້າວ່າລາວກັບພວກອັກຄະສາວົກຄົນອື່ນໆເຂົ້າໃຈໃນສິ່ງທີ່ພະເຢຊູເວົ້າແທ້ໆຕອນທີ່ເພິ່ນບອກວ່າເຂົາເຈົ້າຕ້ອງກິນຊີ້ນແລະກິນເລືອດຂອງເພິ່ນ. ບໍ່ວ່າເຂົາເຈົ້າຈະເຂົ້າໃຈແນວໃດໃນຕອນນັ້ນ ເຂົາເຈົ້າກໍເລືອກທີ່ຈະພັກດີຕໍ່ພະເຢຊູ. ຍ້ອນຫຍັງ? ຍ້ອນເຂົາເຈົ້າໝັ້ນໃຈວ່າພະເຢຊູ “ເປັນພະຄລິດທີ່ພະເຈົ້າສົ່ງມາ.”—ລກ. 9:20, 35
ເຖິງວ່າລູກສິດຫຼາຍຄົນປະຖິ້ມພະເຢຊູ ແຕ່ເປໂຕກັບອັກຄະສາວົກຄົນອື່ນໆຍັງຢູ່ກັບເພິ່ນ (ເບິ່ງຂໍ້ 3)
4. ເຮົາອາດເຈິການທົດສອບຫຍັງແດ່?
4 ມີຫຼາຍສະຖານະການທີ່ອາດທົດສອບຄວາມພັກດີທີ່ເຮົາມີຕໍ່ພະເຢໂຫວາ. ຕົວຢ່າງເຊັ່ນ: ສະຖານະການໜຶ່ງອາດເປັນຕອນທີ່ອົງການປັບປ່ຽນຄວາມເຂົ້າໃຈໃນຄຳພີໄບເບິນຫຼືປັບປ່ຽນວິທີເຮັດວຽກຮັບໃຊ້. ອີກສະຖານະການໜຶ່ງອາດແມ່ນຕອນທີ່ເຮົາບໍ່ເຂົ້າໃຈວ່າເປັນຫຍັງພະເຢໂຫວາຍອມໃຫ້ເຮົາເຈິເລື່ອງຮ້າຍໆ. ນອກຈາກນັ້ນ ຄວາມເຊື່ອຂອງເຮົາອາດຖືກທົດສອບໄດ້ເມື່ອໝູ່ສະໜິດເຮັດໃຫ້ເຮົາເສຍໃຈຫຼືເມື່ອຄົນທີ່ເຮົານັບຖືປະຕິບັດກັບເຮົາແບບບໍ່ຍຸຕິທຳ.
5. ເປັນຫຍັງເຮົາຕ້ອງເສີມຄວາມເຊື່ອໃຫ້ເຂັ້ມແຂງ? ຂໍໃຫ້ຍົກຕົວຢ່າງ (ໂກໂລຊາຍ 1:23)
5 ເພື່ອທີ່ເຮົາຈະຮັກສາຄວາມພັກດີຕໍ່ພະເຢໂຫວາເມື່ອເຈິການທົດສອບ ເຮົາຕ້ອງມີຄວາມເຊື່ອທີ່ເຂັ້ມແຂງ. ຕົວຢ່າງເຊັ່ນ: ຕຶກທີ່ຢູ່ໃນເຂດທີ່ມັກເກີດແຜ່ນດິນໄຫວເລື້ອຍໆຈະຕ້ອງມີຮາກຖານທີ່ແຂງແຮງເພື່ອມັນຈະບໍ່ພັງລົງມາ. ຄ້າຍຄືກັນ ເຮົາຕ້ອງມີຄວາມເຊື່ອທີ່ເຂັ້ມແຂງເພື່ອເຮົາຈະສາມາດຜ່ານການທົດສອບຕ່າງໆຕາມທີ່ເວົ້າມາໃນຂໍ້ກ່ອນໜ້ານີ້ໄດ້. ສະນັ້ນ ຖ້າເຮົາເສີມຄວາມເຊື່ອໃຫ້ເຂັ້ມແຂງຢູ່ສະເໝີ ເຮົາກໍຈະໝັ້ນຄົງແລະຮັບໃຊ້ພະເຢໂຫວາດ້ວຍຄວາມສັດຊື່ຕໍ່ໆໄປບໍ່ວ່າຈະເຈິກັບການທົດສອບແບບໃດກໍຕາມ.—1ກຣ. 15:58; ອ່ານໂກໂລຊາຍ 1:23
6. ອັນໃດຊ່ວຍພວກອັກຄະສາວົກໃຫ້ຮັກສາຄວາມພັກດີຕໍ່ພະເຢຊູ?
6 ອັນໃດຊ່ວຍພວກອັກຄະສາວົກໃຫ້ຮັກສາຄວາມພັກດີຕໍ່ພະເຢຊູຕອນທີ່ຫຼາຍຄົນຖິ້ມເພິ່ນໄປ? ພວກອັກຄະສາວົກໝັ້ນໃຈວ່າພະເຢໂຫວາສົມຄວນໄດ້ຮັບການນະມັດສະການຍ້ອນເພິ່ນເປັນຜູ້ສ້າງທຸກສິ່ງ. ເຂົາເຈົ້າໝັ້ນໃຈວ່າພະເຢຊູເປັນລູກຂອງພະເຈົ້າທີ່ “ມີຄຳສອນທີ່ໃຫ້ຊີວິດຕະຫຼອດໄປ.” ເຂົາເຈົ້າຮູ້ວ່າພະເຢໂຫວາຢູ່ກັບພະເຢຊູແລະຊ່ວຍເຫຼືອເພິ່ນສະເໝີ. ແທນທີ່ຈະຄິດແຕ່ວ່າມີການທົດສອບຄວາມເຊື່ອແບບໃດແດ່ທີ່ເຮົາອາດຈະເຈິ ໃຫ້ເຮົາສົນໃຈໄປທີ່ຄວາມຈິງ 3 ເລື່ອງທີ່ຈະຊ່ວຍເຮົາໃຫ້ຮັກສາຄວາມພັກດີຕໍ່ພະເຢໂຫວາໄດ້ບໍ່ວ່າເຮົາຈະເຈິກັບການທົດສອບແບບໃດກໍຕາມ. ຄວາມຈິງເຫຼົ່ານີ້ຄື (1) ພະເຢໂຫວາເປັນຜູ້ສ້າງທຸກສິ່ງ (2) ພະເຢໂຫວາເປັນຜູ້ດົນໃຈໃຫ້ຂຽນຄຳພີໄບເບິນ ແລະ (3) ພະເຢໂຫວາກຳລັງຊີ້ນຳຄົນຂອງເພິ່ນໃນທຸກມື້ນີ້. ຖ້າເຮົາໝັ້ນໃຈໃນຄວາມຈິງ 3 ເລື່ອງນີ້ແທ້ໆເຮົາກໍຈະສາມາດຮັກສາຄວາມພັກດີຕໍ່ພະເຢໂຫວາໄດ້ເມື່ອເຈິການທົດສອບ.
ພະເຢໂຫວາເປັນຜູ້ສ້າງ
7. ພະນິມິດ 4:11 ບອກຄວາມຈິງຫຍັງກັບເຮົາ ແລະເລື່ອງນີ້ຊ່ວຍເຮົາແນວໃດຕອນທີ່ເຮົາເຈິການທົດສອບຄວາມເຊື່ອ?
7 ອ່ານພະນິມິດ 4:11. ຂໍ້ຄຳພີນີ້ເຕືອນເຮົາວ່າພະເຢໂຫວາເປັນຜູ້ສ້າງທຸກສິ່ງ. ພຽງແຕ່ຄວາມຈິງເລື່ອງນີ້ເລື່ອງດຽວກໍເຮັດໃຫ້ເຮົາເຫັນແລ້ວວ່າເພິ່ນສົມຄວນໄດ້ຮັບການນະມັດສະການຈາກເຮົາ. ເມື່ອເຮົາຄິດຕຶກຕອງເຖິງພະລັງອຳນາດຂອງເພິ່ນ ເຮົາກໍໝັ້ນໃຈໄດ້ເລີຍວ່າເພິ່ນສາມາດຊ່ວຍເຮົາໃຫ້ຜ່ານການທົດສອບທຸກຢ່າງໄດ້. ແຕ່ຊາຕານມັກໃຊ້ຄຳຕົວະຫຼອກລວງເຮັດໃຫ້ຄົນໃນໂລກນີ້ສົງໄສວ່າມີພະເຈົ້າແທ້ໆບໍ່. ແມ່ນແຕ່ນັກວິທະຍາສາດທີ່ມີຊື່ສຽງບາງຄົນອາດເຖິງຂັ້ນບອກວ່າຊີວິດເກີດຂຶ້ນມາເອງ. ຖ້າເຮົາບໍ່ເຊື່ອເຕັມຮ້ອຍວ່າພະເຢໂຫວາເປັນຜູ້ສ້າງແລະບໍ່ໝັ້ນໃຈວ່າເພິ່ນຮັກເຮົາແທ້ໆເຮົາກໍອາດຈະເລີ່ມສົງໄສວ່າເພິ່ນມີຢູ່ແທ້ບໍແລະເພິ່ນຈະຊ່ວຍເຮົາບໍເມື່ອເຈິການທົດສອບ.—ຮຣ. 11:6
8-9. ເຈົ້າຄວນເຮັດຫຍັງຖ້າເຈົ້າເລີ່ມສົງໄສວ່າພະເຢໂຫວາເປັນຜູ້ສ້າງແທ້ບໍ່? (ເບິ່ງຮູບນຳ)
8 ຖ້າເຈົ້າເລີ່ມສົງໄສວ່າພະເຢໂຫວາເປັນຜູ້ສ້າງແທ້ບໍ່ ໃຫ້ລົງມືເຮັດຫຍັງບາງຢ່າງທັນທີ. ໃຫ້ເຈົ້າຄົ້ນຄວ້າປຶ້ມຕ່າງໆຂອງອົງການຢ່າງລະອຽດເພື່ອຊອກຫາຂໍ້ມູນທີ່ພິສູດວ່າພະເຢໂຫວາເປັນຜູ້ສ້າງທຸກສິ່ງ. ເຈົ້າສາມາດຊອກຂໍ້ມູນທີ່ເສີມຄວາມເຊື່ອຂອງເຈົ້າໃນເລື່ອງນີ້ໄດ້ໃນຈຸນລະສານມີຜູ້ສ້າງສິ່ງທີ່ມີຊີວິດບໍ? ແລະຕົ້ນກຳເນີດຊີວິດ—ຫ້າຄຳຖາມທີ່ໜ້າຄິດ. ນອກຈາກນັ້ນ ເຈົ້າອາດຈະເບິ່ງບົດຄວາມຊຸດ “ມີຜູ້ອອກແບບບໍ?” ໃນເວັບໄຊ jw.org. ພີ່ນ້ອງຍິງໄວລຸ້ນຊື່ເຈດຊິກ້າທີ່ຢູ່ອາເມຣິກາເວົ້າວ່າ: “ຫຼັງຈາກທີ່ຂ້ອຍອ່ານຈຸນລະສານຕົ້ນກຳເນີດຊີວິດ ຂ້ອຍກໍຮູ້ສຶກໝັ້ນໃຈໃນຄວາມຈິງທີ່ວ່າຕ້ອງມີຜູ້ອອກແບບທີ່ສະຫຼາດຫຼາຍ. ທີ່ຈິງ ຂ້ອຍກໍຮູ້ເລື່ອງນີ້ຢູ່ແລ້ວ ແຕ່ເມື່ອຂ້ອຍໄດ້ທົບທວນເຫດຜົນຕ່າງໆໃນຈຸນລະສານນີ້ ມັນແຮ່ງເຮັດໃຫ້ຂ້ອຍໝັ້ນໃຈແລະບໍ່ມີຂໍ້ສົງໄສເລີຍ.” ນອກຈາກນັ້ນ ຫຼາຍຄົນໄດ້ຮັບປະໂຫຍດຈາກປຶ້ມຊີວິດທີ່ມີຄວາມສຸກຕະຫຼອດໄປ! ໃນບົດທີ 6 ແລະ 7. ເຈົ້າອາດໄດ້ອ່ານປຶ້ມເຫຼົ່ານີ້ມາແລ້ວ ແຕ່ລອງອ່ານອີກເທື່ອໜຶ່ງດີບໍ?
9 ໃນການສຶກສາສ່ວນໂຕເທື່ອໜ້າ ເຈົ້າອາດຄົ້ນຄວ້າເບິ່ງຫຼັກຖານທີ່ພິສູດວ່າພະເຈົ້າມີຢູ່ແທ້. ການຄົ້ນຄວ້າບໍ່ພຽງແຕ່ຈະຊ່ວຍເຈົ້າໃຫ້ໝັ້ນໃຈຫຼາຍຂຶ້ນວ່າພະເຢໂຫວາມີຢູ່ແທ້ ແຕ່ຈະຊ່ວຍເຈົ້າໃຫ້ເຫັນຄຸນລັກສະນະຕ່າງໆຂອງເພິ່ນຫຼາຍຂຶ້ນນຳ. (ໂຣມ 1:20) ນອກຈາກນັ້ນ ເຈົ້າຍັງສາມາດເອົາສິ່ງທີ່ເຈົ້າໄດ້ຮຽນຮູ້ໄປຊ່ວຍຄົນທີ່ສົງໄສວ່າພະເຈົ້າມີແທ້ບໍ່. ເຮົາເຫັນໄດ້ວ່າພະເຢໂຫວາໃຫ້ຫຼັກຖານຫຼາຍຢ່າງທີ່ພິສູດວ່າເພິ່ນເປັນຜູ້ສ້າງ.
Nebula: IAC/RGO/David Malin Images; fish and car: Mercedes-Benz USA; plane: Kristen Bartlett/University of Florida
ເຈົ້າອາດເຄີຍອ່ານຈຸນລະສານມີຜູ້ສ້າງສິ່ງທີ່ມີຊີວິດບໍ? ມາແລ້ວ ແຕ່ລອງອ່ານອີກເທື່ອໜຶ່ງດີບໍ? (ເບິ່ງຂໍ້ 8)
ພະເຢໂຫວາເປັນຜູ້ດົນໃຈໃຫ້ຂຽນຄຳພີໄບເບິນ
10. ເປັນຫຍັງຄຳພີໄບເບິນຈຶ່ງສຳຄັນຫຼາຍສຳລັບເຮົາ? (2 ຕີໂມທຽວ 3:16, 17)
10 ອ່ານ 2 ຕີໂມທຽວ 3:16, 17. ຄຳພີໄບເບິນເປັນປຶ້ມທີ່ມາຈາກພະເຢໂຫວາເຊິ່ງມີຂ່າວສານທີ່ເພິ່ນຢາກໃຫ້ມະນຸດຮູ້. ຄຳພີໄບເບິນມີຄຳຕອບຂອງຄຳຖາມທີ່ສຳຄັນກ່ຽວກັບຊີວິດ ແລະບອກເຮົາໃຫ້ຮູ້ວ່າພະເຢໂຫວາຕ້ອງການຫຍັງແລະເພິ່ນຢາກໃຫ້ເຮົາເຮັດຫຍັງ. ເຮົາເຊື່ອວ່າພະເຢໂຫວາເປັນຜູ້ແຕ່ງຄຳພີໄບເບິນ ນີ້ຈຶ່ງເຮັດໃຫ້ຄຳພີໄບເບິນເປັນປຶ້ມທີ່ສຳຄັນທີ່ສຸດໃນຊີວິດຂອງເຮົາ. ເຮົາຢາກເຮັດໃຫ້ແນ່ໃຈວ່າ ເຮົາເຂົ້າໃຈສິ່ງທີ່ອ່ານໃນຄຳພີໄບເບິນແລະພະຍາຍາມສຸດຄວາມສາມາດທີ່ຈະເອົາມາໃຊ້ໃນຊີວິດ.
11. ອັນໃດທີ່ເຮັດໃຫ້ເຮົາໝັ້ນໃຈວ່າຄຳພີໄບເບິນເປັນປຶ້ມທີ່ໄດ້ຮັບການດົນໃຈຈາກພະເຈົ້າ?
11 ເປັນຫຍັງເຮົາຈຶ່ງໝັ້ນໃຈວ່າພະເຢໂຫວາເປັນຜູ້ດົນໃຈໃຫ້ຂຽນຄຳພີໄບເບິນ. ມີຫຼາຍເຫດຜົນທີ່ເຮັດໃຫ້ເຮົາໝັ້ນໃຈໄດ້. ຄຳພີໄບເບິນບັນທຶກເລື່ອງໃນປະຫວັດສາດໄດ້ຢ່າງຖືກຕ້ອງ. (ລກ. 3:1, 2) ຄຳພີໄບເບິນຍັງອະທິບາຍຢ່າງຖືກຕ້ອງກ່ຽວກັບສິ່ງຕ່າງໆໃນທຳມະຊາດ. (ໂຢບ 26:7) ຄຳພີໄບເບິນເປັນປຶ້ມທີ່ມີການແຈກຢາຍຫຼາຍສຸດໃນປະຫວັດສາດເຖິງວ່າຊາຕານໄດ້ພະຍາຍາມທຳລາຍຫຼາຍເທື່ອ. ມີປະມານ 40 ຄົນທີ່ຂຽນຄຳພີໄບເບິນ ແລະໃຊ້ເວລາຫຼາຍກວ່າ 1.600 ປີ ແຕ່ເນື້ອໃນທີ່ຢູ່ໃນນັ້ນສອດຄ່ອງກັນທັງໝົດ. ຄຳພີໄບເບິນຍັງມີຄຳແນະນຳທີ່ໃຊ້ໄດ້ທຸກຍຸກທຸກສະໄໝເຊິ່ງຊ່ວຍຫຼາຍລ້ານຄົນໃນທຸກມື້ນີ້. (ສພສ. 13:20; 15:21; ມທ. 7:12) ນອກຈາກນັ້ນ ໃນຄຳພີໄບເບິນມີຄຳພະຍາກອນຫຼາຍເລື່ອງທີ່ເກີດຂຶ້ນແທ້ທີ່ພິສູດໃຫ້ເຫັນວ່າເຮົາສາມາດເຊື່ອຖືຄຳພີໄບເບິນໄດ້. (ຢຊ. 23:14) ເຫດຜົນທັງໝົດນີ້ເຮັດໃຫ້ເຮົາໝັ້ນໃຈວ່າຄຳພີໄບເບິນເປັນປຶ້ມທີ່ໄດ້ຮັບການດົນໃຈຈາກພະເຈົ້າແທ້ໆ.
12. ຖ້າເຮົາເລີ່ມສົງໄສວ່າຄຳພີໄບເບິນມາຈາກພະເຈົ້າແທ້ບໍ່ ເຮົາຄວນເຮັດແນວໃດ?
12 ຖ້າເຮົາເລີ່ມສົງໄສວ່າຄຳພີໄບເບິນມາຈາກພະເຈົ້າແທ້ບໍ່ ເຮົາຄວນເຮັດແນວໃດ? ເຮົາຄວນອະທິດຖານຫາພະເຢໂຫວາແລະບອກເພິ່ນວ່າເຮົາຮູ້ສຶກແນວໃດ ຂໍໃຫ້ເພິ່ນຊ່ວຍ ແລະຄົ້ນຄວ້າກ່ຽວກັບເລື່ອງນັ້ນ. ໃຫ້ເຮົາມາເບິ່ງຕົວຢ່າງຂອງພີ່ນ້ອງຊາຍໄວລຸ້ນທີ່ຊື່ຈໍແດນ. ລາວໃຫຍ່ມາໃນຄອບຄົວທີ່ເປັນພະຍານ. ລາວເວົ້າວ່າ: “ຂ້ອຍບໍ່ໄດ້ເຊື່ອເລື່ອງໃດເລື່ອງໜຶ່ງພຽງແຕ່ຍ້ອນພໍ່ແມ່ຫຼືຄົນອື່ນໆບອກໃຫ້ເຊື່ອ. ຂ້ອຍຕ້ອງເຮັດໃຫ້ໂຕເອງໝັ້ນໃຈແທ້ໆວ່າສິ່ງທີ່ຂ້ອຍເຊື່ອແມ່ນຄວາມຈິງ. ຂ້ອຍຍອມຮັບວ່າມີບາງເທື່ອຂ້ອຍກໍຍັງສົງໄສໃນບາງເລື່ອງຢູ່. ແຕ່ຖ້າຕອນໃດທີ່ຂ້ອຍເປັນແບບນັ້ນ ຂ້ອຍຈະພະຍາຍາມຄົ້ນຄວ້າຈາກປຶ້ມຕ່າງໆຂອງອົງການເພື່ອຫາຄຳຕອບກ່ຽວກັບເລື່ອງທີ່ຂ້ອຍສົງໄສ.” ຖ້າເຮົາພະຍາຍາມເຮັດໃຫ້ໂຕເອງໝັ້ນໃຈຫຼາຍຂຶ້ນເລື້ອຍໆວ່າຄຳພີໄບເບິນມາຈາກພະເຢໂຫວາແທ້ໆເຮົາກໍຈະມີຄວາມເຊື່ອເຂັ້ມແຂງຫຼາຍຂຶ້ນ.—1ກຣ. 3:12, 13
ພະເຢໂຫວາກຳລັງຊີ້ນຳຄົນຂອງເພິ່ນໃນທຸກມື້ນີ້
13. ເຮົາຄວນເຮັດແນວໃດຖ້າເຮົາເລີ່ມສົງໄສວ່າໃຜທີ່ເປັນຄົນຂອງພະເຈົ້າໃນທຸກມື້ນີ້?
13 ຖ້າເຮົາເລີ່ມສົງໄສວ່າພະຍານພະເຢໂຫວາເປັນຄົນຂອງພະເຈົ້າແທ້ໆບໍ່ ເຮົາຕ້ອງເຮັດຫຍັງບາງຢ່າງເພື່ອເຮັດໃຫ້ໂຕເອງເຊົາສົງໄສໃນເລື່ອງນີ້. ໃຫ້ເຮົາຖາມໂຕເອງວ່າ: ‘ໃຜທີ່ກຳລັງພະຍາຍາມໃຊ້ຊີວິດຕາມມາດຕະຖານໃນຄຳພີໄບເບິນ? ໃຜທີ່ເອົາຄຳສອນໃນຄຳພີໄບເບິນມາໃຊ້ໃນທຸກແງ່ມຸມຂອງຊີວິດ?’ (2ຕມ. 4:3, 4) ‘ໃຜທີ່ກຳລັງເຮັດຕາມຄວາມຕ້ອງການຂອງພະເຢໂຫວາໃນທຸກມື້ນີ້?’—ມທ. 7:20, 21
14. ພະຍານພະເຢໂຫວາກຳລັງເຮັດໃຫ້ຄຳພະຍາກອນໃນມັດທາຍ 24:14 ເກີດຂຶ້ນແທ້ແນວໃດ?
14 ຄວາມຕ້ອງການຂອງພະເຢໂຫວາໃນທຸກມື້ນີ້ແມ່ນ ເພິ່ນຢາກໃຫ້ທຸກຄົນໃນໂລກໄດ້ຍິນຂ່າວດີກ່ອນທີ່ຈຸດຈົບຈະມາຮອດ. ສະນັ້ນ ເຮົາຄວນຖາມໂຕເອງວ່າ: ‘ໃຜທີ່ກຳລັງເຮັດວຽກປະກາດໃນທຸກມື້ນີ້?’ (ມທ. 24:14) ຄຳຕອບກໍເຫັນໄດ້ຢ່າງຊັດເຈນວ່າ ພະເຢໂຫວາກຳລັງໃຊ້ຄົນຂອງເພິ່ນເຊິ່ງກໍຄືພະຍານພະເຢໂຫວາໃຫ້ເຮັດວຽກນີ້. ມີແຕ່ພະຍານພະເຢໂຫວາເທົ່ານັ້ນທີ່ປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າໃນຫຼາຍກວ່າ 240 ດິນແດນ. ເຮົາເຮັດວຽກນີ້ມາຫຼາຍກວ່າ 100 ປີແລ້ວ. ເຫັນໄດ້ແຈ້ງວ່າ ການປະກາດແລະການສອນຄົນໃຫ້ເຂົ້າມາເປັນລູກສິດເປັນວຽກທີ່ສຳຄັນທີ່ສຸດສຳລັບພວກເຮົາມາໂດຍຕະຫຼອດ.—ມທ. 28:19, 20
15. ພະຍານພະເຢໂຫວາເຮັດໃຫ້ຊື່ຂອງເພິ່ນໄດ້ຮັບຄວາມນັບຖືແນວໃດໃນທຸກມື້ນີ້? (ມັດທາຍ 6:9; ເອຊາຢາ 43:10)
15 ອ່ານມັດທາຍ 6:9 ແລະ ເອຊາຢາ 43:10. ເຮົາຮູ້ສຶກເປັນກຽດທີ່ໄດ້ໃຊ້ຊື່ຂອງພະເຢໂຫວາແລະພູມໃຈທີ່ຖືກເອີ້ນວ່າເປັນພະຍານຂອງເພິ່ນ. ຄົນສ່ວນຫຼາຍໃນທຸກມື້ນີ້ບໍ່ສົນໃຈຊື່ຂອງພະເຈົ້າ ແຕ່ເຮົາເອົາຊື່ຂອງພະເຈົ້າມາໃສ່ໄວ້ບ່ອນເກົ່າທີ່ມັນຄວນຢູ່ໃນຄຳພີໄບເບິນ. ໃນຄຳພີໄບເບິນສະບັບແປໂລກໃໝ່ມີຊື່ພະເຢໂຫວາຫຼາຍກວ່າ 7.000 ເທື່ອ.
16. ເປັນຫຍັງເຮົາຈຶ່ງເວົ້າໄດ້ວ່າພະຍານພະເຢໂຫວາກຳລັງເຮັດຕາມຄຳສັ່ງທີ່ຢູ່ໃນໂຢຮັນ 13:34, 35? (ເບິ່ງຮູບນຳ)
16 ອ່ານໂຢຮັນ 13:34, 35. ຫຼາຍຄົນໃນທຸກມື້ນີ້ຊັງກັນແລະແຕກແຍກກັນ ແຕ່ພະຍານພະເຢໂຫວາບໍ່ໄດ້ເປັນແບບນັ້ນ. ພວກເຮົາຮັກກັນແທ້ໆແລະເປັນນ້ຳໜຶ່ງໃຈດຽວກັນ. ພວກເຮົາມາຈາກຫຼາຍປະເທດເຊິ່ງມີພູມຫຼັງແລະວັດທະນະທຳທີ່ຕ່າງກັນ ແຕ່ເຮົາກໍພະຍາຍາມເຕັມທີທີ່ຈະຢູ່ຮ່ວມກັນຢ່າງສັນຕິແລະຮັກກັນ. ຕອນທີ່ເຈົ້າເດີນທາງໄປບ່ອນອື່ນ ເຈົ້າເຄີຍເຂົ້າຮ່ວມປະຊຸມກັບປະຊາຄົມອື່ນບໍ? ຖ້າເຄີຍ ເຈົ້າຄືຊິສັງເກດເຫັນວ່າພີ່ນ້ອງຮັກກັນແລະເປັນນ້ຳໜຶ່ງໃຈດຽວກັນບໍ່ວ່າຈະຢູ່ບ່ອນໃດ. ເລື່ອງນີ້ເຮັດໃຫ້ເຫັນແຈ້ງວ່າພະເຢໂຫວາກຳລັງໃຊ້ພະຍານຂອງເພິ່ນໃຫ້ເຮັດຕາມຄວາມຕ້ອງການຂອງເພິ່ນ. ຖ້າເຮົາຈື່ເລື່ອງນີ້ໄວ້ສະເໝີ ມັນຈະຊ່ວຍເຮົາໃຫ້ຮັກສາຄວາມພັກດີຕໍ່ພະເຢໂຫວາໄດ້ບໍ່ວ່າຈະເຈິການທົດສອບຄວາມເຊື່ອແບບໃດກໍຕາມ.
ຍ້ອນພະເຢໂຫວາ ຄົນຂອງເພິ່ນທີ່ຢູ່ທົ່ວໂລກຈຶ່ງຮັກກັນແລະເປັນນ້ຳໜຶ່ງໃຈດຽວກັນ (ເບິ່ງຂໍ້ 16)a
ຢ່າປະຖິ້ມພະເຢໂຫວາ
17-18. ເຮົາອາດເຈິກັບສະຖານະການຫຍັງແດ່ທີ່ຍາກຈະຮັບມືໄດ້ ແຕ່ເຮົາສາມາດເວົ້າຫຍັງໄດ້ຢ່າງໝັ້ນໃຈ?
17 ເຮົາຢູ່ໃນສະໄໝສຸດທ້າຍທີ່ມີແຕ່ຄວາມຫຍຸ້ງຍາກລຳບາກແລະອັນຕະລາຍ ມັນຈຶ່ງເປັນເລື່ອງຍາກທີ່ເຮົາຈະຮັບມືໄດ້. (2ຕມ. 3:1, 13) ເຮົາອາດຈະເຈິກັບສະຖານະການອື່ນໆອີກທີ່ບໍ່ງ່າຍ ເຊັ່ນ: ອົງການຂອງພະເຢໂຫວາອາດຈະໃຫ້ຄຳແນະນຳທີ່ເຮົາຮູ້ສຶກວ່າແປກຫຼືຍາກທີ່ຈະເຮັດຕາມ. ພີ່ນ້ອງອາດເຂົ້າໃຈເຮົາຜິດຫຼືເຮັດໃຫ້ເຮົາເສຍໃຈ. ນອກຈາກນັ້ນ ເຮົາອາດບໍ່ເຫັນທາງອອກຂອງບັນຫາທີ່ເຮົາເຈິທັນທີ ຫຼືເຮົາອາດຍັງບໍ່ເຂົ້າໃຈວ່າເປັນຫຍັງເລື່ອງທີ່ບໍ່ດີຈຶ່ງເກີດຂຶ້ນກັບເຮົາ.
18 ເຖິງວ່າສະຖານະການເຫຼົ່ານີ້ເຮັດໃຫ້ເຮົາຮູ້ສຶກກັງວົນແລະເຄັ່ງຕຶງຫຼາຍ ແຕ່ເຮົາກໍສາມາດພັກດີຕໍ່ພະເຢໂຫວາຕໍ່ໄປໄດ້ຖ້າເຮົາໝັ້ນໃຈວ່າເພິ່ນເປັນຜູ້ສ້າງ ຄຳພີໄບເບິນມາຈາກເພິ່ນ ແລະໝັ້ນໃຈວ່າພະຍານພະເຢໂຫວາເປັນປະຊາຊົນຂອງເພິ່ນ. ເມື່ອເຮົາໝັ້ນໃຈແບບນັ້ນ ເຮົາກໍຈະສາມາດເວົ້າກັບພະເຢໂຫວາໄດ້ຄືກັບທີ່ເປໂຕເວົ້າກັບພະເຢຊູວ່າ: “ທ່ານມີຄຳສອນທີ່ໃຫ້ຊີວິດຕະຫຼອດໄປ ພວກເຮົາຈະໄປຫາຜູ້ໃດໄດ້ອີກ?”
ເພງທີ 123 ເຊື່ອຟັງກົດລະບຽບຂອງອົງການພະເຈົ້າຢ່າງພັກດີ
a ຄຳອະທິບາຍຮູບ: ແມ່ກັບລູກສາວທີ່ຢູ່ເທິງລົດເມດີໃຈທີ່ໄດ້ເຫັນພີ່ນ້ອງກຳລັງເຮັດວຽກຮັບໃຊ້.