ວັນທີ 15-21 ມິຖຸນາ 2026
ເພງທີ 122 ຂໍໃຫ້ຢືນຢັດໝັ້ນຄົງ!
ໃຫ້ມີຄວາມຄິດທີ່ຖືກຕ້ອງສະເໝີເມື່ອເຈິຄວາມທຸກຍາກລຳບາກ
“ເຖິງວ່າລູກຈະເຈິຄວາມທຸກຍາກລຳບາກ ແຕ່ລູກກໍຍັງມັກກົດໝາຍຂອງພະອົງ.”—ພສ. 119:143
ຈຸດສຳຄັນ
ເຮົາຈະຮຽນວ່າການມີຄວາມຄິດທີ່ຖືກຕ້ອງເມື່ອເຈິຄວາມທຸກຍາກລຳບາກຈະຊ່ວຍເຮົາໃຫ້ຮັກສາຄວາມສັດຊື່ແລະມີຄວາມສຸກໄດ້.
1-2. ເຮົາຕ້ອງເຮັດຫຍັງເພື່ອຈະຮັບມືກັບຄວາມທຸກຍາກລຳບາກໄດ້? (ເບິ່ງຮູບນຳ)
ເຈົ້າກຳລັງເຈິກັບຄວາມບໍ່ຍຸຕິທຳ ຖືກຄອບຄົວຕໍ່ຕ້ານ ຫຼືຖືກຂົ່ມເຫງຍ້ອນຄວາມເຊື່ອບໍ? ເຈົ້າກຳລັງອົດທົນກັບບັນຫາສຸຂະພາບຫຼືຄວາມເຖົ້າແກ່ບໍ? ຫຼືເຈົ້າກຳລັງຮັບມືກັບຄວາມໂສກເສົ້າຍ້ອນຄົນທີ່ເຈົ້າຮັກຕາຍບໍ? ຄືກັບຜູ້ຮັບໃຊ້ຂອງພະເຢໂຫວາຄົນອື່ນໆ ເຈົ້າອາດຈະມີຊີວິດທີ່ “ມີແຕ່ຄວາມທຸກຍາກແລະເຈັບປວດໃຈ.”—ພສ. 90:10
2 ເຮົາຕ້ອງມີຄວາມຄິດທີ່ຖືກຕ້ອງເພື່ອຈະຮັບມືກັບຄວາມທຸກຍາກລຳບາກໄດ້. ເປັນຫຍັງເລື່ອງນີ້ຈຶ່ງສຳຄັນ? ຂໍໃຫ້ຄິດເຖິງຕົວຢ່າງປຽບທຽບຕໍ່ໄປນີ້: ບັນຫາທີ່ເຈົ້າເຈິໃນຊີວິດເປັນຄືກັບອັນຕະລາຍທີ່ເຈົ້າເຈິຕອນຂັບລົດ. ເຈົ້າອາດຈະລ້ຽວຊ້າຍຫຼືລ້ຽວຂວາ ຜ່ອນຄວາມໄວລົງ ຫຼືຢຸດລົດບຶດໜຶ່ງ ກໍຂຶ້ນກັບອັນຕະລາຍທີ່ເຈົ້າເຈິ. ເພື່ອຈະຮູ້ວ່າຈະຕ້ອງເຮັດແນວໃດ ເຈົ້າຕ້ອງຮູ້ກ່ອນວ່າອັນຕະລາຍນັ້ນແມ່ນຫຍັງ. ແຕ່ເຈົ້າຈະບໍ່ສາມາດເບິ່ງເຫັນອັນຕະລາຍໄດ້ຖ້າກະຈົກໜ້າລົດເປື້ອນ. ຄ້າຍຄືກັນ ເພື່ອຈະຮັບມືກັບຄວາມທຸກຍາກລຳບາກໄດ້ ເຮົາຕ້ອງເບິ່ງບັນຫາຄືກັບທີ່ພະເຢໂຫວາເບິ່ງ. ໃນບົດນີ້ເຮົາຈະຮຽນກ່ຽວກັບ 3 ຈຸດຄື: (1) ໃຫ້ມີຄວາມຄິດທີ່ຖືກຕ້ອງກ່ຽວກັບຄວາມທຸກຍາກລຳບາກ (2) ການມີຄວາມຄິດທີ່ບໍ່ຖືກຕ້ອງກ່ຽວກັບສະພາບການຂອງເຮົາເປັນອັນຕະລາຍຕໍ່ເຮົາແນວໃດ ແລະ (3) ເຮົາຈະເຮັດຫຍັງໄດ້ແດ່ເພື່ອຈະມີຄວາມຄິດທີ່ຖືກຕ້ອງສະເໝີເມື່ອເຈິຄວາມທຸກຍາກລຳບາກ.
ເຮົາຕ້ອງມີຄວາມຄິດທີ່ຖືກຕ້ອງກ່ຽວກັບຄວາມທຸກຍາກລຳບາກເພື່ອເຮົາຈະຮັບມືກັບມັນໄດ້ (ເບິ່ງຂໍ້ 2)
ໃຫ້ມີຄວາມຄິດທີ່ຖືກຕ້ອງກ່ຽວກັບຄວາມທຸກຍາກລຳບາກ
3. ເປັນຫຍັງເຮົາບໍ່ສາມາດຫຼີກລ່ຽງບັນຫາໄດ້ໃນຕອນນີ້?
3 ຄວາມທຸກຍາກລຳບາກເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ໃນໂລກຊົ່ວຂອງຊາຕານ. ເຮົາເຈິຄວາມທຸກຍາກລຳບາກຍ້ອນເຮົາຢູ່ໃນໂລກທີ່ຊາຕານປົກຄອງແລະຍ້ອນເຮົາບໍ່ສົມບູນແບບ. ນອກຈາກນັ້ນ ແຮ່ງໂລກຊົ່ວຂອງຊາຕານໃກ້ຈະເຖິງຈຸດຈົບເຮົາກໍແຮ່ງຈະເຈິກັບບັນຫາຫຼາຍກວ່າເກົ່າ ບໍ່ວ່າຈະເກີດຈາກໄພທຳມະຊາດ ຫຼືຈາກນ້ຳມືມະນຸດ ຫຼືຈາກສິ່ງທີ່ຄົນຊົ່ວເຮັດ. (ມທ. 24:8; 2ຕມ. 3:13) ຖ້າພະເຢໂຫວາມາຊ່ວຍແກ້ບັນຫາທຸກຢ່າງຕອນນີ້ ກໍສ່ຳກັບວ່າເພິ່ນກຳລັງສະໜັບສະໜູນການປົກຄອງຂອງຊາຕານ. ຖ້າຊາຕານຍັງປົກຄອງໂລກນີ້ຢູ່ ເຮົາກໍຍັງຕ້ອງເຈິກັບບັນຫາຕໍ່ໄປ.—ປຍຈ. 9:12
4. ມີເຫດຜົນຫຍັງອີກທີ່ເຮົາເຈິຄວາມທຸກຍາກລຳບາກ?
4 ຄລິດສະຕຽນແຮ່ງເຈິກັບບັນຫາຍ້ອນເຊື່ອຟັງພະເຢຊູ. ພະເຢຊູບອກພວກລູກສິດເລື້ອຍໆວ່າເຂົາເຈົ້າຈະຖືກຂົ່ມເຫງຍ້ອນເຊື່ອຟັງເພິ່ນ. (ມທ. 24:9; ຢຮ. 16:2) ການຮູ້ເລື່ອງນີ້ຊ່ວຍເຮົາໃຫ້ຮັກສາຄວາມເຊື່ອໄວ້ໄດ້ເມື່ອເຈິຄວາມທຸກຍາກລຳບາກ. (1ທຊ. 3:3, 4) ເມື່ອເຮົາຮັກສາຄວາມສັດຊື່ຕອນທີ່ເຈິຄວາມທຸກຍາກລຳບາກ ເຮົາກໍໝັ້ນໃຈວ່າເຮົາຍັງຢູ່ໃນທາງທີ່ພາໄປເຖິງຊີວິດຕະຫຼອດໄປ. ນອກຈາກນັ້ນ ເຮົາຍັງສະແດງໃຫ້ເຫັນວ່າເຮົາເລືອກຢູ່ຝ່າຍໃຜລະຫວ່າງພະເຢໂຫວາກັບຊາຕານໃນປະເດັນເລື່ອງສິດທິການປົກຄອງຂອງພະເຈົ້າ. ຊາຕານໂຈມຕີຊື່ຂອງພະເຢໂຫວາໂດຍອ້າງວ່າມະນຸດຮັບໃຊ້ພະເຈົ້າຍ້ອນເຫດຜົນທີ່ເຫັນແກ່ໂຕເທົ່ານັ້ນ. ເພື່ອພິສູດຄຳເວົ້າຂອງມັນ ຊາຕານຈຶ່ງໂຈມຕີປະຊາຊົນຂອງພະເຢໂຫວາຢ່າງໜັກ. (ໂຢບ 1:9-11) ເມື່ອເຮົາອົດທົນກັບບັນຫາທີ່ເຮົາເຈິຍ້ອນເຮົາຮັກພະເຢໂຫວາແທ້ໆ ເຮົາກໍເຮັດໃຫ້ເພິ່ນມີຄວາມສຸກຫຼາຍ.—ສພສ. 27:11
5. ເຮົາຮຽນຫຍັງຈາກປັນຍາຈານ 7:13, 14? (ເບິ່ງຮູບນຳ)
5 ພະເຢໂຫວາຍອມໃຫ້ມີຄວາມທຸກຍາກລຳບາກ. ພະເຢໂຫວາບໍ່ເຄີຍເຮັດສິ່ງທີ່ຊົ່ວຫຼືບໍ່ເຄີຍທົດສອບເຮົາດ້ວຍຄວາມຊົ່ວ. (ຢກບ. 1:13) ແຕ່ເປັນຫຍັງກະສັດໂຊໂລໂມນຂຽນວ່າ “ໃນມື້ທີ່ລຳບາກ” ເປັນ “ສິ່ງທີ່ພະເຈົ້າເຮັດ”? (ອ່ານປັນຍາຈານ 7:13, 14) ຫຼາຍເທື່ອ ເມື່ອຄຳພີໄບເບິນເວົ້າວ່າພະເຢໂຫວາເປັນຜູ້ເຮັດໃຫ້ບາງສິ່ງເກີດຂຶ້ນ ແຕ່ທີ່ຈິງແລ້ວເພິ່ນພຽງແຕ່ຍອມໃຫ້ສິ່ງນັ້ນເກີດຂຶ້ນ. ໂຊໂລໂມນໃຫ້ຄຳແນະນຳທີ່ດີເຊິ່ງຊ່ວຍເຮົາໃຫ້ມີຄວາມຄິດທີ່ຖືກຕ້ອງກ່ຽວກັບຄວາມທຸກຍາກລຳບາກ. ຢ່າງທຳອິດ ເຮົາຕ້ອງເບິ່ງຕາມຄວາມເປັນຈິງວ່າເຮົາເປັນຄົນທີ່ບໍ່ສົມບູນແບບແລະຢູ່ໃນໂລກທີ່ຊາຕານປົກຄອງ ເຮົາຈຶ່ງມີທັງມື້ທີ່ດີແລະມື້ທີ່ບໍ່ດີ. ຕອນທີ່ເຮົາມີ “ມື້ທີ່ດີ” ໃຫ້ເຮົາຂອບໃຈພະເຢໂຫວາແລະໃຫ້ເບິ່ງມື້ນັ້ນວ່າເປັນຂອງຂວັນຈາກເພິ່ນ. ຢ່າງທີສອງ ໂຊໂລໂມນເຕືອນເຮົາວ່າ ເຮົາ “ບໍ່ສາມາດຮູ້ໄດ້ວ່າໃນອະນາຄົດຈະເກີດຫຍັງຂຶ້ນ.” ສະນັ້ນ ເຮົາບໍ່ມີທາງຮູ້ໄດ້ເລີຍວ່າມື້ນັ້ນຈະເປັນມື້ທີ່ດີຫຼືມື້ທີ່ບໍ່ດີ. ທັງຄົນດີແລະຄົນຊົ່ວຈະເຈິກັບບັນຫາທີ່ບໍ່ໄດ້ຄາດຄິດຄືກັນ.
ເຮົາຕ້ອງເບິ່ງຕາມຄວາມເປັນຈິງແລະຍອມຮັບວ່າໃນໂລກທີ່ຊາຕານປົກຄອງ ເຮົາຈະມີທັງມື້ທີ່ດີແລະມື້ທີ່ບໍ່ດີ (ເບິ່ງຂໍ້ 5)
6. ເປັນຫຍັງພະເຢໂຫວາອາດຍອມໃຫ້ເຮົາເຈິຄວາມທຸກຍາກລຳບາກ? (ເຮັບເຣີ 12:7, 11)
6 ຖ້າເຮົາມີຄວາມຄິດທີ່ຖືກຕ້ອງກ່ຽວກັບຄວາມທຸກຍາກລຳບາກ ເຮົາຈະເຫັນວ່າພະເຢໂຫວາກຳລັງສອນເຮົາໃຫ້ເພິ່ງເພິ່ນບໍ່ແມ່ນເພິ່ງໂຕເອງ. ພະເຢໂຫວາສົນໃຈວ່າເຮົາເຈິກັບບັນຫາຫຍັງແດ່ ເພິ່ນເສຍໃຈເມື່ອເຮົາເຈິຄວາມທຸກ ແລະເພິ່ນຢາກຊ່ວຍເຮົາແທ້ໆ. ເຖິງພະເຢໂຫວາຈະຍອມໃຫ້ເຮົາເຂົ້າໄປໃນ “ຮ່ອມພູມືດໆ” ຫຼືຍອມໃຫ້ມີບາງສິ່ງເກີດຂຶ້ນເຊິ່ງເຮັດໃຫ້ເຮົາມີຄວາມທຸກຫຼາຍ ແຕ່ເພິ່ນຈະຊ່ວຍເຮົາໃຫ້ຮູ້ວ່າຕ້ອງເຮັດແນວໃດ ເພິ່ນເຮັດໃຫ້ເຮົາໝັ້ນໃຈວ່າເພິ່ນຮັກເຮົາຫຼາຍ ແລະເພິ່ນຈະໃຫ້ກຳລັງກັບເຮົາເພື່ອຈະອົດທົນໄດ້. (ພສ. 23:4) ຄວາມທຸກຍາກລຳບາກຍັງຊ່ວຍເຮົາໃຫ້ເຫັນຈຸດອ່ອນຂອງໂຕເອງ ແລະດ້ວຍຄວາມຊ່ວຍເຫຼືອຈາກພະເຢໂຫວາເຮົາສາມາດປັບປຸງຄຸນລັກສະນະຂອງເຮົາໄດ້. (ອ່ານເຮັບເຣີ 12:7, 11) ຕົວຢ່າງເຊັ່ນ: ໂຢບຕ້ອງປັບປຸງໂຕເອງໃນເລື່ອງຄວາມຖ່ອມ. ພະເຢໂຫວາບໍ່ໄດ້ເປັນຜູ້ເຮັດໃຫ້ໂຢບເຈິຄວາມທຸກຍາກລຳບາກ ແຕ່ເພິ່ນຍອມໃຫ້ມັນເກີດຂຶ້ນກັບລາວແລະໃຊ້ໂອກາດນັ້ນເພື່ອສອນບົດຮຽນທີ່ສຳຄັນໃຫ້ລາວ. (ໂຢບ 42:1-6) ເຮົາສາມາດໝັ້ນໃຈໄດ້ວ່າ ຖ້າພະເຢໂຫວາຍອມໃຫ້ເຮົາເຈິກັບສະຖານະການທີ່ຍາກລຳບາກ ເພິ່ນກໍຈະຊ່ວຍເຮົາໃຫ້ຮັກສາຄວາມສັດຊື່ຕໍ່ເພິ່ນຕໍ່ໆໄປ ແລະເພິ່ນຈະໃຫ້ລາງວັນເຮົາແນ່ນອນ.—ຣມ. 8:35-39
7. ເປັນຫຍັງເຈົ້າມີຄວາມສຸກໄດ້ແມ່ນແຕ່ຕອນທີ່ເຈົ້າຖືກຂົ່ມເຫງຍ້ອນຄວາມເຊື່ອ?
7 ເຮົາມີຄວາມສຸກໄດ້ຕອນທີ່ຖືກຂົ່ມເຫງ. ຖ້າເຈົ້າຖືກຂົ່ມເຫງຍ້ອນຄວາມເຊື່ອ ຢ່າຄິດວ່າພະເຢໂຫວາບໍ່ພໍໃຈເຈົ້າຫຼືບໍ່ຊ່ວຍເຈົ້າແລ້ວ. ແທນທີ່ຈະຄິດແບບນັ້ນ ຂໍໃຫ້ຈື່ໄວ້ວ່າເຈົ້າຖືກຂົ່ມເຫງຍ້ອນເຈົ້າເຊື່ອຟັງພະເຢໂຫວາ. ພະເຢໂຫວາພໍໃຈເຈົ້າແລະຈະໃຫ້ລາງວັນເຈົ້າ. (ມທ. 5:10-12) ການມີຄວາມຄິດທີ່ຖືກຕ້ອງຕອນທີ່ເຈົ້າຖືກຂົ່ມເຫງຍ້ອນເປັນຄລິດສະຕຽນຈະຊ່ວຍເຈົ້າໃຫ້ມີຄວາມສຸກແລະມີຄວາມນັບຖືໂຕເອງຄືກັບທີ່ພວກອັກຄະສາວົກມີ. (ກຈກ. 5:40-42) ນອກຈາກນັ້ນ ເຈົ້າອາດຊ່ວຍຜູ້ທີ່ບໍ່ແມ່ນພະຍານພະເຢໂຫວາໃຫ້ຮຽນຮູ້ຄວາມຈິງແລະ “ຍ້ອງຍໍສັນລະເສີນພະເຈົ້າ.” (1ປຕ. 2:12) ຄືກັບໂຢເຊັບ ພະເຢໂຫວາໄດ້ຊ່ວຍແລະໃຫ້ລາງວັນລາວຕອນທີ່ລາວຍັງຢູ່ໃນຄຸກ ບໍ່ແມ່ນແຕ່ຕອນທີ່ຖືກປ່ອຍອອກຈາກຄຸກເທົ່ານັ້ນ. ພະເຢໂຫວາກໍຈະເຮັດແບບດຽວກັນນີ້ກັບເຮົາຕອນທີ່ເຮົາກຳລັງເຈິຄວາມທຸກຍາກລຳບາກ.—ປຖກ. 39:3, 23
8. ມີຫຍັງອີກທີ່ຊ່ວຍເຮົາໃຫ້ຕັ້ງໃຈທີ່ຈະຮັກສາຄວາມສັດຊື່ເຖິງວ່າຈະເຈິຄວາມທຸກຍາກລຳບາກ?
8 ບັນຫາທີ່ເຮົາເຈິຈະໝົດໄປ. ເລື່ອງຂອງໂຢບເຮັດໃຫ້ເຮົາຮູ້ວ່າຄວາມທຸກຍາກລຳບາກທີ່ເຮົາເຈິຈະມີມື້ໝົດໄປ. ທີ່ຈິງ “ພະເຢໂຫວາໄດ້ອວຍພອນໃຫ້ໂຢບຫຼາຍກວ່າໃນຕອນທຳອິດອີກ.” (ໂຢບ 42:12) ຄ້າຍຄືກັນ ໃນໂລກໃໝ່ພະເຢໂຫວາຈະອວຍພອນເຮົາໃນວິທີທີ່ດີທີ່ສຸດ. ຊີວິດໃນຕອນນີ້ທີ່ມີແຕ່ບັນຫາຈະຢູ່ພຽງແຕ່ໄລຍະສັ້ນໆເທົ່ານັ້ນເມື່ອທຽບກັບຊີວິດຕະຫຼອດໄປໃນໂລກໃໝ່. ເຮົາຢາກເຫັນວິທີທີ່ພະເຢໂຫວາເຮັດຕາມຄຳສັນຍາຂອງເພິ່ນທີ່ວ່າຈະໃຫ້ລາງວັນເຮົາໃນອະນາຄົດ. ສະນັ້ນ ຂໍໃຫ້ເຮົາຕັ້ງໃຈຮັບໃຊ້ເພິ່ນຢ່າງສັດຊື່ຕໍ່ໆໄປ.—ມທ. 24:13
ການມີຄວາມຄິດທີ່ບໍ່ຖືກຕ້ອງເປັນອັນຕະລາຍຕໍ່ເຮົາແນວໃດ?
9. ການມີຄວາມຄິດທີ່ບໍ່ຖືກຕ້ອງກ່ຽວກັບບັນຫາທີ່ເຮົາເຈິເປັນອັນຕະລາຍຕໍ່ເຮົາແນວໃດ?
9 ບໍ່ວ່າເຮົາຈະເຈິຄວາມທຸກຍາກລຳບາກແບບໃດ ເຮົາຕ້ອງມີຄວາມຄິດທີ່ຖືກຕ້ອງເພື່ອຈະບໍ່ໃຫ້ບັນຫາເພີ່ມຂຶ້ນຫຼາຍກວ່າເກົ່າ. ຕົວຢ່າງເຊັ່ນ: ເຮົາອາດຮູ້ສຶກວ່າພະເຢໂຫວາເປັນຜູ້ເຮັດໃຫ້ເຮົາເຈິບັນຫາ. ມີຊ່ວງໜຶ່ງໂຢບຮູ້ສຶກວ່າພະເຢໂຫວາເປັນຕົ້ນເຫດເຮັດໃຫ້ລາວເຈິເລື່ອງຮ້າຍໆ ແລະຄວາມຄິດທີ່ບໍ່ຖືກຕ້ອງນີ້ເຮັດໃຫ້ລາວພະຍາຍາມ “ພິສູດວ່າໂຕເອງເປັນຝ່າຍຖືກ ບໍ່ແມ່ນພະເຈົ້າ.” (ໂຢບ 32:2) ນາໂອມີກໍຄືກັນ ຕອນທຳອິດລາວໂທດພະເຢໂຫວາວ່າເພິ່ນເປັນຜູ້ເຮັດໃຫ້ລາວເຈິຄວາມທຸກຍາກລຳບາກ. (ນຣ. 1:13, 20, 21) ຖ້າໂຢບແລະນາໂອມີຍັງມີຄວາມຄິດທີ່ບໍ່ຖືກຕ້ອງແບບນັ້ນຕໍ່ໄປ ເຂົາເຈົ້າອາດຈະຄຽດໃຫ້ພະເຢໂຫວາແລະເຊົາຮັບໃຊ້ເພິ່ນກໍໄດ້. (ສພສ. 19:3) ແຕ່ພະເຢໂຫວາໄດ້ຊ່ວຍໂຢບກັບນາໂອມີໃຫ້ມີຄວາມຄິດທີ່ຖືກຕ້ອງກ່ຽວກັບບັນຫາທີ່ເຂົາເຈົ້າເຈິ ແລະເພິ່ນໄດ້ອວຍພອນເຂົາເຈົ້າຍ້ອນເຂົາເຈົ້າສັດຊື່ຕໍ່ເພິ່ນ.
10. ຕອນທີ່ເຮົາເຈິຄວາມທຸກ ເຮົາອາດເລີ່ມສົງໄສເລື່ອງຫຍັງ?
10 ເຖິງວ່າເຮົາໝັ້ນໃຈວ່າພະເຢໂຫວາບໍ່ໄດ້ເປັນຕົ້ນເຫດຂອງຄວາມທຸກທີ່ເຮົາເຈິ ແຕ່ເຮົາອາດເລີ່ມສົງໄສວ່າເພິ່ນຍັງເປັນຫ່ວງເຮົາຢູ່ບໍ. ຄວາມຄິດໃນແງ່ລົບແບບນີ້ເຮັດໃຫ້ເຮົາທໍ້ໃຈແລະໝົດແຮງໄດ້. (ສພສ. 24:10) ກະສັດດາວິດແລະຜູ້ພະຍາກອນຮາບາກຸກຕ່າງກໍເຈິກັບຄວາມທຸກຍາກລຳບາກ ແລະບາງເທື່ອເຂົາເຈົ້າກໍສົງໄສວ່າພະເຢໂຫວາຟັງຄຳອະທິດຖານຮ້ອງຂໍຄວາມຊ່ວຍເຫຼືອຂອງເຂົາເຈົ້າຢູ່ບໍ. (ພສ. 10:1; ຮບກ. 1:2) ແຕ່ເຂົາເຈົ້າກໍບໍ່ໄດ້ເຊົາອະທິດຖານ. ພະເຢໂຫວາຕອບຄຳອະທິດຖານຂອງເຂົາເຈົ້າແລະຊ່ວຍເຂົາເຈົ້າຕໍ່ໆໄປ. ເພິ່ນກໍຈະເຮັດແບບນັ້ນກັບເຈົ້າຄືກັນ.—ພສ. 10:17
11. ຖ້າເຮົາມີຄວາມຄິດທີ່ບໍ່ຖືກຕ້ອງກ່ຽວກັບຄວາມທຸກຍາກລຳບາກອາດເຮັດໃຫ້ເຮົາເປັນແນວໃດ?
11 ຖ້າເຮົາມີຄວາມຄິດທີ່ບໍ່ຖືກຕ້ອງກ່ຽວກັບຄວາມທຸກຍາກລຳບາກ ເຮົາອາດຕົກໃຈແລະຮູ້ສຶກວ່າເລື່ອງນີ້ບໍ່ຄວນເກີດຂຶ້ນກັບເຮົາ. (1ປຕ. 4:12) ເຮົາຮຽນເລື່ອງນີ້ໄດ້ຈາກພວກລູກສິດຂອງພະເຢຊູ. ຕອນທີ່ພະເຢຊູບອກເຂົາເຈົ້າວ່າເພິ່ນຈະຖືກຂົ່ມເຫງແລະຖືກຂ້າ ເຂົາເຈົ້າບໍ່ຢາກເຊື່ອວ່າເລື່ອງນັ້ນຈະເກີດຂຶ້ນກັບເພິ່ນ. (ລກ. 18:33, 34) ເຖິງວ່າພະເຢຊູໄດ້ບອກພວກລູກສິດຢ່າງຈະແຈ້ງແລ້ວວ່າຈະເກີດຫຍັງຂຶ້ນກັບເພິ່ນ ແຕ່ເປໂຕຄິດວ່າພະເຢໂຫວາຄືຊິບໍ່ຍອມໃຫ້ພະເຢຊູເຈິກັບຄວາມທຸກລຳບາກແບບນັ້ນ. ພະເຢຊູຮູ້ວ່າຄວາມຄິດຂອງເປໂຕຈະເຮັດໃຫ້ເພິ່ນບໍ່ສາມາດເຮັດຕາມຄວາມຕ້ອງການຂອງພະເຢໂຫວາ ສະນັ້ນເພິ່ນຈຶ່ງຕຳໜິລາວ. (ມຣກ. 8:31-33) ແມ່ນແຕ່ຫຼັງຈາກພະເຢຊູຕາຍ ພວກລູກສິດກໍຍັງບໍ່ເຂົ້າໃຈວ່າເປັນຫຍັງເພິ່ນຈຶ່ງຕ້ອງຖືກຂ້າ. ແຕ່ພະເຢຊູກໍບໍ່ໄດ້ໝົດຫວັງໃນໂຕພວກລູກສິດ. ຕອນທີ່ພະເຢຊູເວົ້າກັບເຂົາເຈົ້າຫຼັງຈາກທີ່ເພິ່ນຄືນມາຈາກຕາຍ ເພິ່ນຊ່ວຍເຂົາເຈົ້າໃຫ້ມີຄວາມຄິດທີ່ຖືກຕ້ອງກ່ຽວກັບຄວາມທຸກຍາກລຳບາກທີ່ເພິ່ນເຈິໂດຍ “ອະທິບາຍຂໍ້ພະຄຳພີຢ່າງລະອຽດໃຫ້ [ເຂົາເຈົ້າ] ເຂົ້າໃຈ.” (ລກ. 24:25-27, 32, 44-48) ການຄິດຕຶກຕອງກ່ຽວກັບສິ່ງທີ່ພະເຢຊູສອນຊ່ວຍພວກລູກສິດໃຫ້ກຽມພ້ອມສຳລັບການຕໍ່ຕ້ານທີ່ເຂົາເຈົ້າຈະເຈິໃນອີກບໍ່ດົນຍ້ອນຕິດຕາມເພິ່ນ. ການຄິດຕຶກຕອງໃນສິ່ງທີ່ຄຳພີໄບເບິນບອກກ່ຽວກັບການຂົ່ມເຫງແລະການທົດສອບຈະຊ່ວຍເຮົາໃຫ້ກຽມພ້ອມສຳລັບຄວາມທຸກຍາກລຳບາກໄດ້ຄືກັນ.
12. ການມີຄວາມຄິດທີ່ບໍ່ຖືກຕ້ອງກ່ຽວກັບສະພາບການຂອງເຮົາອາດເຮັດໃຫ້ເຮົາຮູ້ສຶກແນວໃດ?
12 ການມີຄວາມຄິດທີ່ບໍ່ຖືກຕ້ອງອາດເຮັດໃຫ້ເຮົາຮູ້ສຶກວ່າເຮົາຖືກປະຕິບັດແບບບໍ່ຍຸຕິທຳຫຼືອາດເຮັດໃຫ້ເຮົາເບິ່ງສະພາບການຂອງໂຕເອງເກີນຄວາມເປັນຈິງ. ຕົວຢ່າງເຊັ່ນ: ພີ່ນ້ອງບາງຄົນອາດຮູ້ສຶກວ່າມັນບໍ່ຍຸຕິທຳສຳລັບເຂົາເຈົ້າທີ່ຕ້ອງເສຍໂອກາດຫຼືຕ້ອງສະລະສິດທິພິເສດບາງຢ່າງໃນວຽກຮັບໃຊ້. ໃຫ້ເຮົາມາເບິ່ງບົດຮຽນໜຶ່ງທີ່ພະເຢຊູສອນໃນຕົວຢ່າງປຽບທຽບເລື່ອງຄົນງານທີ່ເຮັດວຽກໃນສວນໝາກລະແຊັງ. ຄົນງານກຸ່ມໜຶ່ງຮູ້ສຶກບໍ່ພໍໃຈຍ້ອນເຂົາເຈົ້າຄິດວ່າເຂົາເຈົ້າໄດ້ບໍ່ຮັບຄ່າຈ້າງຕາມຄວາມເໝາະສົມ ແຕ່ເຈົ້າຂອງສວນບອກຄົນງານຜູ້ໜຶ່ງໃນກຸ່ມນັ້ນວ່າ: “ຂ້ອຍບໍ່ໄດ້ເຮັດຜິດຕໍ່ເຈົ້າ.” (ມທ. 20:10-13) ການທີ່ຄົນງານຮູ້ສຶກບໍ່ພໍໃຈບໍ່ແມ່ນຍ້ອນເຈົ້າຂອງສວນປະຕິບັດກັບເຂົາເຈົ້າແບບບໍ່ຍຸຕິທຳ ແຕ່ເປັນຍ້ອນເຂົາເຈົ້າຄາດໝາຍໃນສິ່ງທີ່ເຂົາເຈົ້າບໍ່ຄວນຄາດໝາຍ. ເຮົາບໍ່ຢາກໃຫ້ເລື່ອງແບບນັ້ນເກີດຂຶ້ນກັບເຮົາ. ເຮົາຈະເຮັດຫຍັງໄດ້ແດ່ເພື່ອຈະມີຄວາມຄິດທີ່ຖືກຕ້ອງເມື່ອເຈິສະຖານະການທີ່ຫຍຸ້ງຍາກ?
ສິ່ງທີ່ເຮົາເຮັດໄດ້ເພື່ອຈະມີຄວາມຄິດທີ່ຖືກຕ້ອງເມື່ອເຈິຄວາມທຸກຍາກລຳບາກ
13. ເມື່ອເຈິຄວາມທຸກຍາກລຳບາກອາດເຮັດໃຫ້ເຈົ້າຮູ້ສຶກແນວໃດ?
13 ເຈົ້າອາດຮູ້ຂໍ້ຄຳພີຫຼາຍຂໍ້ທີ່ເວົ້າເຖິງຄວາມທຸກຍາກລຳບາກ. ເຈົ້າອາດເຄີຍໃຊ້ຂໍ້ຄຳພີເຫຼົ່ານີ້ເພື່ອຊ່ວຍຄົນອື່ນໃຫ້ຮັບມືກັບບັນຫາ. ແຕ່ເມື່ອເຈົ້າເອງເຈິຄວາມທຸກຍາກລຳບາກ ເຈົ້າອາດຮູ້ສຶກວ່າຍາກທີ່ຈະມີຄວາມຄິດທີ່ຖືກຕ້ອງຢູ່ສະເໝີ. ຕົວຢ່າງເຊັ່ນ: ເຈົ້າອາດຮູ້ສຶກວ່າພະເຢໂຫວາກຳລັງລົງໂທດເຈົ້າຍ້ອນຄວາມຜິດທີ່ເຈົ້າເຄີຍເຮັດຫຼືຮູ້ສຶກວ່າເພິ່ນບໍ່ຟັງຄຳອະທິດຖານຂອງເຈົ້າ. ແລ້ວເຈົ້າຈະເຮັດຫຍັງໄດ້ແດ່ເພື່ອຈະມີຄວາມຄິດທີ່ຖືກຕ້ອງຢູ່ສະເໝີ?
14. ເຈົ້າສາມາດອະທິດຖານຂໍຫຍັງໄດ້ເມື່ອເຈິຄວາມທຸກຍາກລຳບາກ? (ຟີລິບປອຍ 4:13)
14 ໃຫ້ອະທິດຖານຂໍຄວາມຊ່ວຍເຫຼືອຈາກພະເຢໂຫວາ. ໃຫ້ບອກພະເຢໂຫວາວ່າເຈົ້າເຈິຄວາມທຸກຍາກລຳບາກຫຍັງແດ່ແລະມັນເຮັດໃຫ້ເຈົ້າຮູ້ສຶກແນວໃດ. ເຈົ້າສາມາດອະທິດຖານແບບເຈາະຈົງໄດ້ວ່າຢາກໃຫ້ພະເຢໂຫວາຊ່ວຍຫຍັງເຈົ້າ. ເຈົ້າສາມາດຂໍພະລັງບໍລິສຸດເພື່ອຊ່ວຍເຈົ້າໃຫ້ມີກຳລັງແລະສະຕິປັນຍາເພື່ອເຈົ້າຈະອົດທົນໄດ້. ແຕ່ເຈົ້າຕ້ອງຈື່ໄວ້ວ່າພະເຢໂຫວາອາດບໍ່ໄດ້ຕອບຄຳອະທິດຖານຂອງເຈົ້າໃນແບບທີ່ເຈົ້າຄິດໄວ້. (ອຟຊ. 3:20) ເພິ່ນອາດໃຫ້ທູດສະຫວັນຫຼືພີ່ນ້ອງມາຊ່ວຍເຈົ້າ. (ພສ. 34:7) ສະນັ້ນ ໃຫ້ຍອມຮັບການຊ່ວຍເຫຼືອຈາກພະເຢໂຫວາບໍ່ວ່າເພິ່ນຈະຊ່ວຍເຈົ້າໂດຍວິທີໃດກໍຕາມ. ພະເຢໂຫວາຈະໃຫ້ພະລັງບໍລິສຸດກັບເຈົ້າຕາມທີ່ເຈົ້າຈຳເປັນຕ້ອງໄດ້ຮັບເພື່ອເຈົ້າຈະຮັບມືກັບບັນຫາໄດ້.—ອ່ານຟີລິບປອຍ 4:13
15. ເຮົາຕ້ອງເຮັດຫຍັງເປັນປະຈຳຕອນທີ່ເຈິຄວາມທຸກຍາກລຳບາກ? (ເບິ່ງຮູບນຳ)
15 ໃຫ້ເຮັດກິດຈະກຳທາງຄວາມເຊື່ອຢູ່ສະເໝີ. ໃຫ້ເຈົ້າເຮັດກິດຈະກຳທາງຄວາມເຊື່ອເປັນປະຈຳເທົ່າທີ່ເຈົ້າເຮັດໄດ້ເຖິງວ່າຈະເຮັດໄດ້ບໍ່ຫຼາຍຄືແຕ່ກ່ອນ. ເຈົ້າຈຳເປັນຕ້ອງມີຄວາມຄິດຄືກັບພະເຢໂຫວາໃຫ້ຫຼາຍຂຶ້ນກວ່າເກົ່າໃນໄລຍະທີ່ເຈິ “ຄວາມທຸກຍາກລຳບາກ.” (ພສ. 119:143) ໃຫ້ອ່ານຄຳພີໄບເບິນທຸກມື້ ຄິດຕຶກຕອງສິ່ງທີ່ອ່ານ ແລະສຶກສາຄົ້ນຄວ້າໃຫ້ເລິກເຊິ່ງ. ໄປປະກາດໃຫ້ຫຼາຍເທົ່າທີ່ເປັນໄປໄດ້. ເຂົ້າຮ່ວມການປະຊຸມເປັນປະຈຳແລະອອກຄວາມຄິດເຫັນ. ໃຊ້ເວລາກັບພີ່ນ້ອງ ແລະພະຍາຍາມບໍ່ຢູ່ຄົນດຽວເຖິງວ່າເຈົ້າຢາກເຮັດແບບນັ້ນກໍຕາມ.—ສພສ. 18:1
ເຮັດສິ່ງທີ່ເຈົ້າເຮັດໄດ້ເພື່ອເຮັດກິດຈະກຳທາງຄວາມເຊື່ອເປັນປະຈຳ (ເບິ່ງຂໍ້ 15)
16. ເຈົ້າອາດສົງໄສເລື່ອງຫຍັງແດ່ເມື່ອເຈິຄວາມທຸກຍາກລຳບາກ ແລະເຈົ້າຈະແກ້ໄຂຂໍ້ສົງໄສເຫຼົ່ານັ້ນແນວໃດ? (2 ໂກຣິນໂທ 10:4, 5)
16 ໃຫ້ແກ້ໄຂຂໍ້ສົງໄສ. ຕອນທີ່ເຈົ້າເຈິຄວາມທຸກຍາກລຳບາກ ເຈົ້າອາດຕ້ອງກຳຈັດຄວາມຄິດທີ່ “ຝັງຮາກເລິກ” ທີ່ຢູ່ໃນໃຈເຈົ້າ ເຊິ່ງລວມເຖິງເລື່ອງທີ່ເຈົ້າສົງໄສກ່ຽວກັບໂຕເອງຫຼືກ່ຽວກັບພະເຢໂຫວາ. (ອ່ານ 2 ໂກຣິນໂທ 10:4, 5) ເຈົ້າສາມາດແກ້ໄຂຂໍ້ສົງໄສເຫຼົ່ານັ້ນໄດ້ໂດຍໃຊ້ “ຄວາມຮູ້ກ່ຽວກັບພະເຈົ້າ” ທີ່ຢູ່ໃນຄຳພີໄບເບິນແລະໃນປຶ້ມຕ່າງໆຂອງອົງການ. ຕົວຢ່າງເຊັ່ນ: ເຈົ້າສົງໄສບໍວ່າພະເຢໂຫວາຍັງພໍໃຈເຈົ້າຢູ່ຫຼືບໍ່? ໃຫ້ຮຽນຈາກປະສົບການຂອງໂປໂລ. ຕອນທີ່ໂປໂລໄປປະກາດ ລາວເຈິຄວາມທຸກຍາກລຳບາກທີ່ໜັກໜ່ວງຫຼາຍ ແຕ່ສິ່ງເຫຼົ່ານີ້ພັດແຮ່ງເຮັດໃຫ້ລາວໝັ້ນໃຈຫຼາຍຂຶ້ນວ່າພະເຢໂຫວາແລະພະເຢຊູພໍໃຈໃນໂຕລາວ. (2ກຣ. 11:23-27) ເຈົ້າສົງໄສບໍວ່າພະເຢໂຫວາຍົກໂທດຄວາມຜິດທີ່ເຈົ້າເຄີຍເຮັດໃນອະດີດແທ້ໆ? ຖ້າສົງໄສ ໃຫ້ຂຽນຂໍ້ຄຳພີທີ່ສະແດງໃຫ້ເຫັນວ່າພະເຢໂຫວາຍົກໂທດຄວາມຜິດຂອງເຮົາແທ້ໆ. (ອຊຢ. 43:25) ຈາກນັ້ນ ໃຫ້ອ່ານຂໍ້ຄຳພີເຫຼົ່ານັ້ນແລະຄິດຕຶກຕອງ. (ພສ. 119:97) ເລື່ອງຮ້າຍໆທີ່ເຈົ້າເຈິເຮັດໃຫ້ເຈົ້າສົງໄສບໍວ່າພະເຢໂຫວາປົກປ້ອງຜູ້ຮັບໃຊ້ທີ່ສັດຊື່ຂອງເພິ່ນແທ້ໆ? ໃຫ້ຄົ້ນຄວ້າເບິ່ງປຶ້ມຕ່າງໆຂອງອົງການໃນຫົວຂໍ້ທີ່ວ່າ ເປັນຫຍັງພະເຈົ້າຈຶ່ງຍອມໃຫ້ມີຄວາມທຸກແລະເພິ່ນຈະປົກປ້ອງຄວາມເຊື່ອຂອງເຮົາແນວໃດບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ. (ພສ. 91:9-12) ນອກຈາກນັ້ນ ໃຫ້ອ່ານເລື່ອງຂອງພີ່ນ້ອງທີ່ເຈິເລື່ອງຮ້າຍໆ ແລະເຂົາເຈົ້າໄດ້ເຮັດແນວໃດເພື່ອຮັບມືກັບສິ່ງທີ່ເຂົາເຈົ້າເຈິແລະຍັງຮັບໃຊ້ພະເຢໂຫວາຢ່າງມີຄວາມສຸກຕໍ່ໆໄປໄດ້.a
17. ເຮົາຄວນເຮັດແນວໃດຖ້າເຮົາເຈິຄວາມທຸກຍາກລຳບາກ?
17 ຕອນນີ້ເຈົ້າກຳລັງມີຄວາມສຸກກັບ “ມື້ທີ່ດີ” ທີ່ບໍ່ມີຄວາມທຸກຍາກລຳບາກບໍ? ຖ້າເປັນແບບນັ້ນ ໃຫ້ຂອບໃຈພະເຢໂຫວາແລະໃຊ້ໂອກາດນີ້ໃຫ້ຄຸ້ມຄ່າທີ່ສຸດເພື່ອຄິດຕຶກຕອງກ່ຽວກັບສິ່ງດີໆທີ່ພະເຢໂຫວາເຮັດເພື່ອເຈົ້າ. (ປຍຈ. 7:14) ແຕ່ຖ້າເຈົ້າເຈິຄວາມທຸກຍາກລຳບາກ ໃຫ້ເຈົ້າມີຄວາມຄິດທີ່ຖືກຕ້ອງຢູ່ສະເໝີແລະໃຫ້ເພິ່ງພະເຢໂຫວາເຕັມທີຕໍ່ໆໄປ. ເມື່ອເຈົ້າເຮັດແບບນີ້ ພະເຢໂຫວາກໍຈະ “ຊ່ວຍເຈົ້າໃຫ້ມີທາງອອກເພື່ອຈະອົດທົນໄດ້.” (1ກຣ. 10:13) ແຕ່ເຮົາຈະຊ່ວຍພີ່ນ້ອງຂອງເຮົາແນວໃດຖ້າເຂົາເຈົ້າເຈິຄວາມທຸກຍາກລຳບາກ? ເຮົາຈະຮຽນເລື່ອງນີ້ໃນບົດຕໍ່ໄປ.
ເພງທີ 150 ຈົ່ງຊອກຫາພະເຈົ້າເພື່ອເຈົ້າຈະລອດ
a ຕົວຢ່າງເຊັ່ນ: ເຈົ້າສາມາດອ່ານບົດຄວາມ “ຄອບຄົວໃຈແຕກສະຫຼາຍແຕ່ກໍມີຄວາມສຸກໄດ້ອີກເທື່ອໜຶ່ງ” ຢູ່ໃນເວັບໄຊ jw.org ເພື່ອຈະຮູ້ວ່າອັນໃດຊ່ວຍພີ່ນ້ອງເດວິດ ມາຊາແລະຄອບຄົວຂອງລາວໃຫ້ຮັບມືໄດ້ຕອນທີ່ລູກຊາຍຂອງລາວຕາຍ. (ພາສາໄທ)