ວັນທີ 8-14 ມິຖຸນາ 2026
ເພງທີ 8 ພະເຢໂຫວາເປັນທີ່ເພິ່ງຂອງພວກເຮົາ
ພະເຢໂຫວາເຮັດໃຫ້ຄວາມຕ້ອງການຂອງເພິ່ນເກີດຂຶ້ນແທ້ສະເໝີ
“ພະເຢໂຫວາ ພະເຈົ້າທີ່ເວົ້າແຕ່ຄວາມຈິງ ພະອົງໄດ້ໄຖ່ລູກແລ້ວ.”—ພສ. 31:5
ຈຸດສຳຄັນ
ເຮົາຈະຮຽນວ່າເປັນຫຍັງເຮົາໝັ້ນໃຈໄດ້ວ່າພະເຢໂຫວາຈະເຮັດຕາມຄຳສັນຍາຂອງເພິ່ນສະເໝີແລະອີກບໍ່ດົນເພິ່ນຈະເຮັດໃຫ້ຄຳຕົວະແລະການຫຼອກລວງທັງໝົດຂອງຊາຕານບໍ່ມີອີກຕໍ່ໄປ.
1. ຕາມເພງສັນລະເສີນ 31:2-5 ເປັນຫຍັງເຮົາສາມາດໄວ້ໃຈພະເຢໂຫວາໄດ້?
ເຮົາຢູ່ໃນໂລກທີ່ຊາຕານປົກຄອງທີ່ມີແຕ່ການຂີ້ຕົວະ ຫຼອກລວງ ແລະຫັກຫຼັງກັນເປັນເລື່ອງທຳມະດາ. ມັນຈຶ່ງຍາກທີ່ຈະຮູ້ວ່າເຮົາຈະໄວ້ໃຈໃຜໄດ້ແດ່. ຕົວຢ່າງເຊັ່ນ: ນັກທຸລະກິດມັກໂກງຄູ່ແຂ່ງຂອງໂຕເອງ. ຫຼາຍຄົນມັກໂຄສະນາສິນຄ້າເກີນຈິງ. ສ່ວນບາງຄົນຮູ້ສຶກວ່າແມ່ນແຕ່ໝູ່ສະໜິດກໍໄວ້ໃຈບໍ່ໄດ້ຍ້ອນເຂົາເຈົ້າບໍ່ຮັກສາຄຳເວົ້າ. ແຕ່ເຮົາດີໃຈທີ່ຮູ້ວ່າເຮົາສາມາດໄວ້ໃຈພະເຢໂຫວາໄດ້ສະເໝີຍ້ອນເພິ່ນເປັນ “ພະເຈົ້າທີ່ເວົ້າແຕ່ຄວາມຈິງ.” (ອ່ານເພງສັນລະເສີນ 31:2-5) ພະເຢໂຫວາບໍ່ເຄີຍເວົ້າຕົວະ ທຸກສິ່ງທີ່ເພິ່ນເວົ້າເປັນຄວາມຈິງ. ເຮົາໝັ້ນໃຈໄດ້ວ່າເພິ່ນຈະເຮັດຕາມທຸກສິ່ງທີ່ເພິ່ນເວົ້າໄວ້ສະເໝີ.
2. ເຮົາຈະຮຽນຫຍັງໃນບົດນີ້?
2 ໃນບົດນີ້ ທຳອິດເຮົາຈະມາເບິ່ງບາງເຫດຜົນວ່າເປັນຫຍັງເຮົາຈຶ່ງໄວ້ໃຈພະເຢໂຫວາໄດ້ຢ່າງເຕັມທີ. ຈາກນັ້ນ ເຮົາຈະເບິ່ງວ່າພະເຢໂຫວາພະເຈົ້າທີ່ເວົ້າແຕ່ຄວາມຈິງຈະທຳລາຍໂລກຊົ່ວຂອງຊາຕານແນວໃດ ແລະເພິ່ນກຳລັງເຮັດຫຍັງຕັ້ງແຕ່ຕອນນີ້ເພື່ອໃຫ້ຄວາມຕ້ອງການຂອງເພິ່ນສຳເລັດ. ການຮຽນກ່ຽວກັບເລື່ອງນີ້ຈະຊ່ວຍເຮົາໃຫ້ກ້າຫານແລະບໍ່ຢ້ານທີ່ຈະບອກຄົນອື່ນໃຫ້ຮູ້ຄວາມຈິງກ່ຽວກັບພະເຢໂຫວາ.
ເປັນຫຍັງເຮົາໄວ້ໃຈພະເຢໂຫວາໄດ້?
3. ເປັນຫຍັງເຮົາສາມາດໄວ້ໃຈພະເຢໂຫວາໄດ້ຢ່າງເຕັມທີ?
3 ເຮົາໄວ້ໃຈພະເຢໂຫວາໄດ້ຍ້ອນເພິ່ນເປັນຜູ້ສ້າງ. ເພິ່ນເປັນຜູ້ສ້າງຟ້າ ສ້າງໂລກ ແລະ ສ້າງສິ່ງທີ່ມີຊີວິດທັງໝົດ. (ປຖກ. 1:1; ພສ. 36:9; ພນມ. 4:11) ເພິ່ນສ້າງໂລກໃຫ້ມີທຸກສິ່ງທີ່ຈຳເປັນເພື່ອເຮົາຈະມີຊີວິດຢູ່ໄດ້ ເຊັ່ນ: ນ້ຳແລະອາກາດ. ເພິ່ນເປັນຜູ້ຄວບຄຸມທຸກສິ່ງທຸກຢ່າງແລະຈະຄວບຄຸມຕະຫຼອດໄປ. ຍ້ອນພະເຢໂຫວາເປັນຜູ້ສ້າງເຮົາ ເພິ່ນຮູ້ທຸກສິ່ງ ແລະມີລິດເດດທີ່ບໍ່ມີຂີດຈຳກັດ ເຮົາຈຶ່ງໄວ້ໃຈເພິ່ນໄດ້ຢ່າງເຕັມທີໃຫ້ເພິ່ນຊີ້ນຳຊີວິດເຮົາແລະໝັ້ນໃຈວ່າເພິ່ນຈະໃຫ້ເຮົາມີອະນາຄົດທີ່ດີ.
4. ເຮົາຮູ້ໄດ້ແນວໃດວ່າພະເຢໂຫວາຮັກເຮົາ?
4 ເຮົາໄວ້ໃຈພະເຢໂຫວາໄດ້ຍ້ອນເພິ່ນຮັກເຮົາ. ພະເຢໂຫວາສ້າງມະນຸດຍ້ອນເພິ່ນຢາກໃຫ້ເຂົາເຈົ້າມີຄວາມສຸກຄືກັບເພິ່ນ. ພະເຢໂຫວາສ້າງເຮົາໃຫ້ຄ້າຍຄືກັບເພິ່ນແລະໃຫ້ເຮົາສາມາດສະແດງຄຸນລັກສະນະທີ່ດີຄືກັບເພິ່ນ ເຊັ່ນ: ຄວາມຮັກແລະຄວາມເມດຕາ. (ປຖກ. 1:26) ເພິ່ນໃຫ້ເຮົາມີອິດສະຫຼະໃນການເລືອກ. ເພິ່ນໄດ້ສ້າງໂລກໃຫ້ເປັນບ່ອນຢູ່ທີ່ງາມໆສຳລັບເຮົາ. (ພສ. 115:16) ເພິ່ນຍັງມອບວຽກທີ່ໜ້າຕື່ນເຕັ້ນໃຫ້ພໍ່ແມ່ຄູ່ທຳອິດຂອງເຮົາເພື່ອເຮັດໃຫ້ໂລກກາຍເປັນສວນທີ່ງາມໆ. (ປຖກ. 1:28; 2:15) ນອກຈາກນັ້ນ ເພິ່ນຍັງໃຫ້ເຂົາເຈົ້າມີອາຫານການກິນທີ່ອຸດົມສົມບູນ ມີພືດແລະສັດຫຼາຍໆຊະນິດ ແລະສິ່ງອື່ນໆອີກຫຼາຍຢ່າງເພື່ອໃຫ້ເຂົາເຈົ້າມີຊີວິດທີ່ມີຄວາມສຸກ. ສິ່ງເຫຼົ່ານີ້ສະແດງໃຫ້ເຫັນວ່າເພິ່ນຮັກເຮົາຫຼາຍແລະຄວາມຮັກທີ່ໝັ້ນຄົງຂອງເພິ່ນ “ຈະມີຢູ່ຕະຫຼອດໄປ.”—ພສ. 103:17
5. (ກ) ເມື່ອອາດາມກັບເອວາບໍ່ເຊື່ອຟັງພະເຢໂຫວາ ເພິ່ນໄດ້ລົ້ມເລີກທີ່ຈະເຮັດຕາມຄວາມຕັ້ງໃຈຂອງເພິ່ນບໍ? (ຂ) ມີຄຳສັນຍາຫຍັງແດ່ທີ່ພະເຢໂຫວາເຮັດໃຫ້ເກີດຂຶ້ນແທ້? (ເບິ່ງຂອບ “ພະເຢໂຫວາເວົ້າຄວາມຈິງສະເໝີ”)
5 ເຮົາສາມາດໄວ້ໃຈພະເຢໂຫວາໄດ້ຍ້ອນເພິ່ນຮັກສາຄຳເວົ້າສະເໝີ. ພະເຢໂຫວາ “ບໍ່ໄດ້ສ້າງໂລກໄວ້ຊື່ໆ ແຕ່ສ້າງເພື່ອໃຫ້ຄົນອາໄສຢູ່.” (ອຊຢ. 45:18, 19) ເມື່ອອາດາມກັບເອວາ ບໍ່ເຊື່ອຟັງພະເຢໂຫວາ ເຂົາເຈົ້າຈຶ່ງຕ້ອງຕາຍ. ເມື່ອເປັນແນວນີ້ ອາດເບິ່ງຄືວ່າຄວາມຕ້ອງການຂອງພະເຢໂຫວາບໍ່ເປັນໄປຕາມທີ່ເພິ່ນຕັ້ງໃຈໄວ້. ແຕ່ບໍ່ມີຫຍັງຈະຢຸດພະເຢໂຫວາໄດ້ ເພິ່ນເຮັດຕາມສິ່ງທີ່ເພິ່ນສັນຍາໄວ້ສະເໝີ. (ອຊຢ. 46:10, 11) ຄວາມຕ້ອງການທີ່ວ່າເພິ່ນຢາກໃຫ້ໂລກນີ້ມີແຕ່ຄົນດີບໍ່ໄດ້ປ່ຽນແປງເລີຍ. ຍ້ອນແນວນີ້ ພະເຢໂຫວາຈຶ່ງໃຫ້ອາດາມກັບເອວາມີລູກ. ນອກຈາກນັ້ນ ເພິ່ນຍັງໄດ້ໃຫ້ລູກຄົນດຽວຂອງເພິ່ນມາເປັນຄ່າໄຖ່ເພື່ອຊ່ວຍລູກຫຼານຂອງອາດາມແລະໃຫ້ເຂົາເຈົ້າມີຄວາມຫວັງທີ່ຈະມີຊີວິດຕະຫຼອດໄປ.—ຢຮ. 3:16
ພະເຢໂຫວາໄດ້ເຮັດຫຍັງເພື່ອໃຫ້ຄວາມຕ້ອງການຂອງເພິ່ນເກີດຂຶ້ນແທ້?
6. ພະເຢໂຫວາໄດ້ບອກຫຍັງໄວ້ລ່ວງໜ້າຫຼັງຈາກອາດາມກັບເອວາບໍ່ເຊື່ອຟັງເພິ່ນ?
6 ຜູ້ທີ່ເຮັດໃຫ້ອາດາມກັບເອວາບໍ່ເຊື່ອຟັງພະເຢໂຫວາແມ່ນ ‘ງູໂຕທຳອິດ. ມັນຖືກເອີ້ນວ່າມານຮ້າຍແລະຊາຕານ.’a (ພນມ. 12:9; ປຖກ. 3:4, 5; ຢຮ. 8:44) ພະເຢໂຫວາໄດ້ຕັດສິນໄວ້ແລ້ວວ່າ ໃນທີ່ສຸດຊາຕານຈະຕ້ອງຖືກທຳລາຍ. (ປຖກ. 3:15) ແຕ່ກ່ອນຈະຮອດຕອນນັ້ນ ຫຼາຍຄົນຈະເຮັດແຕ່ແນວບໍ່ດີຄືກັບຊາຕານ. ເຖິງຈະເປັນແນວນັ້ນ ຍັງຈະມີບາງຄົນທີ່ຍັງຮັກສາຄວາມສັດຊື່ຕໍ່ພະເຢໂຫວາຢູ່.
7. ໃຜທີ່ຢູ່ຝ່າຍຊາຕານແລະເຂົາເຈົ້າຈະມີຈຸດຈົບແນວໃດ?
7 ມີຫຼາຍຄົນທີ່ກຳລັງເຮັດຕາມຕົວຢ່າງທີ່ບໍ່ດີຂອງຊາຕານເຊິ່ງໃນນັ້ນມີທັງທູດສະຫວັນທີ່ກະບົດພະເຢໂຫວາແລະມະນຸດທີ່ບໍ່ຢາກເຊື່ອຟັງເພິ່ນ. ຍ້ອນເຂົາເຈົ້າຕໍ່ຕ້ານຫຼືຂັດຂວາງຄວາມຕ້ອງການຂອງພະເຢໂຫວາ ເຂົາເຈົ້າຈຶ່ງກາຍເປັນຝ່າຍຂອງຊາຕານ. ແຕ່ເມື່ອຮອດເວລາທີ່ພະເຢໂຫວາກຳນົດໄວ້ ຊາຕານແລະຜູ້ທີ່ຢູ່ຝ່າຍມັນຈະຖືກທຳລາຍ.—ດນອ. 2:44; ຣມ. 16:20
8. ພະເຢຊູໄດ້ເຮັດຫຍັງໃນປີ 1914? (ເບິ່ງຮູບນຳ)
8 ມີຫຼັກຖານຫຍັງທີ່ເຮັດໃຫ້ເຮົາໝັ້ນໃຈວ່າຄວາມຕ້ອງການຂອງພະເຢໂຫວາທີ່ຈະທຳລາຍຊາຕານແລະຜູ້ທີ່ຢູ່ຝ່າຍມັນຈະເກີດຂຶ້ນແທ້? ໃນປີ 1914 ພະເຢໂຫວາໄດ້ຕັ້ງພະເຢຊູໃຫ້ເປັນກະສັດໃນການປົກຄອງຂອງເພິ່ນ ແລະພະເຢຊູໄດ້ເຮັດສົງຄາມກັບຊາຕານແລະທູດສະຫວັນຊົ່ວ ແລ້ວກໍຖິ້ມພວກມັນລົງມາໃນໂລກ. (ພນມ. 12:7-9) ເຖິງວ່າສົງຄາມຈະເກີດຂຶ້ນຢູ່ໃນສະຫວັນ ແຕ່ມະນຸດທີ່ຢູ່ໂລກກໍໄດ້ຮັບຜົນກະທົບຈາກສົງຄາມນີ້ຄືກັນ. ຄຳພີໄບເບິນບອກວ່າ “ໂລກແລະທະເລຈະເດືອດຮ້ອນ ຍ້ອນມານຮ້າຍລົງມາດ້ວຍຄວາມໃຈຮ້າຍຫຼາຍ ແລະມັນຮູ້ວ່າເວລາຂອງມັນເຫຼືອແຕ່ໜ້ອຍດຽວ.” (ພນມ. 12:12) ນັບແຕ່ປີ 1914 ເປັນຕົ້ນມາ ເປົ້າໝາຍຂອງຊາຕານແມ່ນພະຍາຍາມເຮັດໃຫ້ຫຼາຍຄົນມາຢູ່ຝ່າຍມັນໃຫ້ຫຼາຍທີ່ສຸດເທົ່າທີ່ເປັນໄປໄດ້. ຍ້ອນແນວນີ້ ສະພາບການຂອງໂລກຈຶ່ງຮ້າຍແຮງຂຶ້ນເລື້ອຍໆ. ແຕ່ອີກບໍ່ດົນ ພະເຢຊູ “ຈະໄດ້ໄຊຊະນະຢ່າງເດັດຂາດ” ໃນຕອນນັ້ນ ຄົນທີ່ຢູ່ຝ່າຍຊາຕານທັງໝົດຈະຖືກທຳລາຍ. ສ່ວນຊາຕານກໍຈະບໍ່ມີສິດປົກຄອງໂລກນີ້ອີກຕໍ່ໄປ ແລະໃນທີ່ສຸດມັນກໍຈະຖືກທຳລາຍຄືກັນ. (ພນມ. 6:2) ພະເຢຊູຈະເຮັດໃຫ້ຊື່ຂອງພະເຢໂຫວາໄດ້ຮັບຄວາມນັບຖືຫຼາຍທີ່ສຸດຕະຫຼອດໄປໂດຍເຮັດໃຫ້ທຸກຄົນເຫັນແຈ້ງວ່າຊາຕານເປັນຜູ້ທີ່ຊົ່ວຮ້າຍຫຼາຍແລະເວົ້າຕົວະກ່ຽວກັບພະເຢໂຫວາ. (ພສ. 45:4-6) ແລ້ວທຸກຄົນຈະຮູ້ວ່າພະເຢໂຫວາເປັນພະເຈົ້າທີ່ເວົ້າແຕ່ຄວາມຈິງ.—ອຊກ. 38:23
World War I: U.S. National Archives photo; bomb: USAF photo; pandemic: blvdone/stock.adobe.com; riot: inhauscreative/E+ via Getty Images
ນັບແຕ່ປີ 1914 ເປັນຕົ້ນມາ ສະພາບການຂອງໂລກຮ້າຍແຮງຂຶ້ນເລື້ອຍໆ (ເບິ່ງຂໍ້ 8)
ພະເຢໂຫວາລວບລວມຄົນທີ່ຮັກຄວາມຈິງ
9. ພະເຢໂຫວາກຳລັງລວບໃຜໃນທຸກມື້ນີ້?
9 ຕອນນີ້ ພະເຢໂຫວາກຳລັງລວບລວມ “ທຸກສິ່ງທັງໃນສະຫວັນແລະໃນໂລກໃຫ້ຢູ່ໃຕ້ພະຄລິດ.” (ອຟຊ. 1:10) “ທຸກສິ່ງ...ໃນສະຫວັນ” ໝາຍເຖິງຜູ້ຖືກເລືອກທີ່ພະເຢໂຫວາເລືອກໃຫ້ປົກຄອງຮ່ວມກັບພະເຢຊູໃນສະຫວັນ. “ທຸກສິ່ງ...ໃນໂລກ” ໝາຍເຖິງຄົນທີ່ຈະມີຊີວິດຕະຫຼອດໄປໃນໂລກໃໝ່. ຜູ້ທີ່ນະມັດສະການພະເຢໂຫວາທັງສອງກຸ່ມນີ້ຈະມີສ່ວນຮ່ວມໃນການເປີດໂປງຄຳຕົວະຂອງຊາຕານແລະຊ່ວຍຄົນທີ່ມີຫົວໃຈທີ່ດີໃຫ້ຮູ້ຈັກຄວາມຈິງ.
10. ພະເຢໂຫວາໄດ້ຊ່ວຍຜູ້ຄົນໃຫ້ຫຼຸດພົ້ນຈາກຄຳສອນຕົວະຂອງສາສະໜາປອມແນວໃດ? (ພະນິມິດ 14:6, 7)
10 ພະເຢໂຫວາກຳລັງລວບລວມຄົນທີ່ຮັກຄວາມຈິງໂດຍໃຫ້ມີການປະກາດຂ່າວດີໄປທົ່ວໂລກ. ວຽກປະກາດນີ້ເປັນວຽກທີ່ໃຫຍ່ທີ່ສຸດເທົ່າທີ່ເຄີຍເຮັດໃນປະຫວັດສາດ. (ອ່ານພະນິມິດ 14:6, 7) ເຖິງວ່າພະເຢໂຫວາຈະໃຊ້ມະນຸດໃຫ້ປະກາດຂ່າວດີກັບຄົນອື່ນ ແຕ່ທູດສະຫວັນກໍມີສ່ວນຮ່ວມໃນການລວບລວມຄົນທີ່ມີຫົວໃຈທີ່ດີໃຫ້ເຂົ້າມາເປັນພະຍານພະເຢໂຫວາ. ວຽກປະກາດນີ້ໄດ້ເປີດໂປງຄຳສອນຕົວະຂອງບາບີໂລນໃຫຍ່ນັ້ນກໍຄືສາສະໜາປອມທັງໝົດທີ່ຢູ່ທົ່ວໂລກ. ຊາຕານໄດ້ໃຊ້ສາສະໜາປອມເຫຼົ່ານີ້ເພື່ອເຜີຍແພ່ຄຳຕົວະກ່ຽວກັບພະເຢໂຫວາມາຫຼາຍຮ້ອຍປີແລ້ວ. (ພນມ. 18:2, 4) ແຕ່ອີກບໍ່ດົນສາສະໜາປອມທັງໝົດຈະຖືກທຳລາຍໃຫ້ໝົດໄປ ແລ້ວ ພະເຢໂຫວາພະເຈົ້າທີ່ເວົ້າແຕ່ຄວາມຈິງຈະໄດ້ຮັບການຍ້ອງຍໍສັນລະເສີນຕາມທີ່ເພິ່ນສົມຄວນໄດ້ຮັບ.—ພນມ. 17:16
11. ເຮົາຈະຮູ້ໄດ້ແນວໃດວ່າໃຜເປັນຜູ້ນະມັດສະການແທ້ຂອງພະເຢໂຫວາ?
11 ຄົນທີ່ຮັກຄວາມຈິງມາຈາກທຸກຊົນຊັ້ນ ທຸກພູມຫຼັງ ທຸກວັດທະນະທຳ ແລະທຸກປະເທດ. (ພນມ. 7:9, 10) ເມື່ອເຂົາເຈົ້າໄດ້ຍິນ “ຂ່າວດີ” ເຂົາເຈົ້າກໍຮູ້ວ່າສິ່ງທີ່ໄດ້ຮຽນເປັນຄວາມຈິງແລະຢາກເປັນຜູ້ຮັບໃຊ້ພະເຢໂຫວາ. (ມຣກ. 13:10) ແຮ່ງເວລາຜ່ານໄປ ແຮ່ງເຫັນໄດ້ແຈ້ງຂຶ້ນເລື້ອຍໆວ່າໃຜທີ່ກຳລັງນະມັດສະການພະເຢໂຫວາໃນແບບຖືກຕ້ອງແລະໃຜທີ່ບໍ່ໄດ້ເຮັດແບບນັ້ນ. ຜູ້ພະຍາກອນມາລາກີບອກລ່ວງໜ້າວ່າ “ພວກເຈົ້າຈະເຫັນຄວາມແຕກຕ່າງລະຫວ່າງຄົນດີກັບຄົນຊົ່ວ ແລະຄົນທີ່ຮັບໃຊ້ພະເຈົ້າກັບຄົນທີ່ບໍ່ໄດ້ຮັບໃຊ້ເພິ່ນ.” (ມລກ. 3:18) ພະຍານພະເຢໂຫວາສະແດງໃຫ້ເຫັນວ່າເຂົາເຈົ້າເປັນຜູ້ນະມັດສະການແທ້ຂອງພະເຈົ້າທີ່ເວົ້າແຕ່ຄວາມຈິງໂດຍການປະພຶດຂອງເຂົາເຈົ້າແລະວຽກປະກາດທີ່ເຂົາເຈົ້າເຮັດ.
12. ວຽກປະກາດຊ່ວຍໃຫ້ຄວາມຕ້ອງການຂອງພະເຢໂຫວາເກີດຂຶ້ນແທ້ແນວໃດ?
12 ໂດຍການປະກາດ “ຂ່າວດີເລື່ອງການປົກຄອງຂອງພະເຈົ້າ” ເຮົາກໍກຳລັງເຊື່ອຟັງຄຳສັ່ງຂອງພະເຢຊູ ແລະກຳລັງເຮັດໃຫ້ຄຳພະຍາກອນກ່ຽວກັບເລື່ອງນີ້ເກີດຂຶ້ນແທ້. (ມທ. 24:14; 28:18-20) ຍ້ອນວຽກປະກາດທີ່ເຮົາເຮັດ ຫຼາຍຄົນຈາກທົ່ວໂລກຈຶ່ງເຂົ້າມາເປັນລູກສິດຂອງພະເຢຊູແລະມີຄວາມຫວັງທີ່ຈະໄດ້ນະມັດສະການພະເຢໂຫວາຕະຫຼອດໄປ. ເຮົາຮູ້ສຶກເປັນກຽດຫຼາຍແທ້ໆທີ່ພະເຢໂຫວາໃຫ້ເຮົາມີສ່ວນໃນການເຮັດໃຫ້ຄວາມຕ້ອງການຂອງເພິ່ນເກີດຂຶ້ນແທ້.
ເຮົາສາມາດໝັ້ນໃຈໄດ້ວ່າພະເຢໂຫວາຈະເຮັດຕາມທີ່ເພິ່ນສັນຍາໄວ້
13. ໃຜແມ່ນເປົ້າໝາຍຫຼັກທີ່ຊາຕານໂຈມຕີ ແລະຍ້ອນຫຍັງ?
13 ຊາຕານໃຈຮ້າຍຫຼາຍຍ້ອນມັນຮູ້ວ່າ “ເວລາຂອງມັນເຫຼືອແຕ່ໜ້ອຍດຽວ” ກ່ອນທີ່ໂລກຊົ່ວຂອງມັນຈະຖືກລາຍ. (ພນມ. 12:12, 13) ເປົ້າໝາຍຫຼັກທີ່ຊາຕານໂຈມຕີແມ່ນຜູ້ຖືກເລືອກ. ເຂົາເຈົ້າເປັນຜູ້ທີ່ “ເຮັດຕາມກົດໝາຍຂອງພະເຈົ້າແລະເຮັດວຽກປະກາດເລື່ອງພະເຢຊູ.” (ພນມ. 12:17; 14:12) ໃຜກໍຕາມທີ່ສະໜັບສະໜູນຜູ້ຖືກເລືອກແລະສະໜັບສະໜູນວຽກທີ່ເຂົາເຈົ້າເຮັດກໍຕ້ອງຖືກຊາຕານໂຈມຕີຄືກັນ.
14. ຈະເກີດຫຍັງຂຶ້ນຕອນທີ່ຊາຕານໂຈມຕີປະຊາຊົນຂອງພະເຢໂຫວາ? (ເບິ່ງຮູບນຳ)
14 ຫຼັງຈາກບາບີໂລນໃຫຍ່ຖືກທຳລາຍ ຜູ້ທີ່ຢູ່ຝ່າຍຊາຕານຈະພະຍາຍາມໂຈມຕີປະຊາຊົນຂອງພະເຢໂຫວາທັງໝົດ. ການໂຈມຕີນີ້ຈະເຮັດໃຫ້ເກີດສົງຄາມອາມາເຄໂດນ. (ພນມ. 16:13, 14, 16) ພະເຢຊູກັບກອງທັບທູດສະຫວັນຈະປົກປ້ອງຜູ້ທີ່ນະມັດສະການພະເຢໂຫວາແລະທຳລາຍທຸກສິ່ງທຸກຢ່າງທີ່ເຫຼືອຢູ່ໃນໂລກຊົ່ວຂອງຊາຕານ. (ພນມ. 19:19-21) ຄົນຊົ່ວແລະຄົນຂີ້ຕົວະຈະບໍ່ມີອີກຕໍ່ໄປ. (ພນມ. 21:8) ທຸກຄົນຈະຮູ້ວ່າພະເຢໂຫວາເຮັດສິ່ງທີ່ຖືກຕ້ອງແລະເວົ້າແຕ່ຄວາມຈິງສະເໝີ.
ໃນສົງຄາມອາມາເຄໂດນ ພະເຢຊູກັບກອງທັບທູດສະຫວັນຂີ່ມ້າເຂົ້າມາທຳລາຍສັດຕູຂອງພະເຈົ້າ (ເບິ່ງຂໍ້ 14)
15. ເປັນຫຍັງເຮົາໝັ້ນໃຈໄດ້ວ່າສິ່ງທີ່ພະເຢໂຫວາສັນຍາໄວ້ກ່ຽວກັບອະນາຄົດຈະເກີດຂຶ້ນແທ້? (ເອຊາຢາ 65:16, 17) (ເບິ່ງຮູບນຳ)
15 ໃນທຸກມື້ນີ້ ຄົນທີ່ຢູ່ທົ່ວໂລກແຕກແຍກກັນຫຼາຍກວ່າທີ່ຜ່ານມາ. ແຕ່ປະຊາຊົນຂອງພະເຢໂຫວາເປັນນ້ຳໜຶ່ງໃຈດຽວກັນຍ້ອນມີພະເຢໂຫວາຊ່ວຍ. ພະເຢໂຫວາກຳລັງລວບລວມທຸກຄົນທີ່ຮັກຄວາມຈິງໃຫ້ເຂົ້າມາໃນຄອບຄົວຂອງເພິ່ນ. ບໍ່ມີຫຍັງສາມາດຢຸດພະເຢໂຫວາບໍ່ໃຫ້ອວຍພອນປະຊາຊົນຂອງເພິ່ນແລະຢຸດວຽກທີ່ເຂົາເຈົ້າເຮັດເພື່ອເພິ່ນໄດ້. (ອ່ານເອຊາຢາ 65:16, 17) ເຮົາໝັ້ນໃຈໄດ້ວ່າສິ່ງທີ່ພະເຢໂຫວາສັນຍາໄວ້ຈະເກີດຂຶ້ນແທ້. ຍ້ອນຫຍັງ? ຍ້ອນສິ່ງທີ່ອັກຄະສາວົກໂປໂລເວົ້າໃນໂຣມ 8:38, 39 ຊ່ວຍເຮົາໃຫ້ໝັ້ນໃຈວ່າ “ຈະບໍ່ມີຫຍັງສາມາດຂັດຂວາງຄວາມຮັກທີ່ພະເຈົ້າສະແດງຕໍ່ພວກເຮົາ. ບໍ່ວ່າຈະເປັນຄວາມຕາຍ ຫຼືຊີວິດ ຫຼືທູດສະຫວັນ ຫຼືລັດຖະບານ ຫຼືສິ່ງທີ່ມີຢູ່ຕອນນີ້ ຫຼືສິ່ງທີ່ຈະມາໃນອະນາຄົດ ຫຼືອຳນາດຫຼືຄວາມສູງ ຫຼືຄວາມເລິກ ຫຼືສິ່ງອື່ນໆທີ່ຖືກສ້າງຂຶ້ນມາ. ບໍ່ມີຫຍັງຈະສາມາດຂັດຂວາງຄວາມຮັກທີ່ພະເຈົ້າສະແດງຕໍ່ພວກເຮົາຜ່ານທາງພະຄລິດເຢຊູຜູ້ເປັນນາຍຂອງພວກເຮົາ.”
ໃນໂລກໃໝ່ ບັນຫາທີ່ເຮົາເຈິໃນຕອນນີ້ຈະໝົດໄປ ແລະເຮົາຈະບໍ່ຈື່ມັນອີກເລີຍ (ເບິ່ງຂໍ້ 15)
16. ເປັນຫຍັງເຈົ້າສາມາດໄວ້ໃຈພະເຢໂຫວາໄດ້ຢ່າງເຕັມທີ?
16 ມີຫຼາຍເຫດຜົນທີ່ເຮົາສາມາດໄວ້ໃຈພະເຢໂຫວາພະເຈົ້າທີ່ເວົ້າແຕ່ຄວາມຈິງ. ເພິ່ນເປັນຜູ້ສ້າງ. ເພິ່ນຮັກເຮົາຫຼາຍ. ເພິ່ນກຳລັງລວບລວມຄົນຈາກທຸກຊາດໃຫ້ເຂົ້າມານະມັດສະການເພິ່ນຫຼາຍຂຶ້ນເລື້ອຍໆ. (ອຊຢ. 60:22; ຊຄຢ. 8:23) ເຮົາຮູ້ວ່າພະເຢໂຫວາເຮັດໃຫ້ຄວາມຕ້ອງການຂອງເພິ່ນເກີດຂຶ້ນແທ້ສະເໝີ ແລະອີກບໍ່ດົນເພິ່ນຈະກຳຈັດຊາຕານເພື່ອຈະບໍ່ໃຫ້ຄຳຕົວະຂອງມັນມີຢູ່ໃນໂລກອີກຕໍ່ໄປ. ເຮົາອະທິດຖານຄືກັບດາວິດໄດ້ທີ່ວ່າ “ຂໍໃຫ້ພະເຢໂຫວາພະເຈົ້າ...ໄດ້ຮັບການສັນລະເສີນ. ເພິ່ນເປັນຜູ້ດຽວເທົ່ານັ້ນທີ່ເຮັດສິ່ງທີ່ເປັນຕາງຶດ. ຂໍໃຫ້ຊື່ທີ່ຍິ່ງໃຫຍ່ຂອງເພິ່ນໄດ້ຮັບການສັນລະເສີນຕະຫຼອດໄປ ແລະຂໍໃຫ້ແສງລັດສະໝີຂອງເພິ່ນແຜ່ໄປທົ່ວໂລກ.”—ພສ. 72:18, 19
ເພງທີ 2 ຊື່ຂອງພະອົງຄືເຢໂຫວາ
a ຄຳພີໄບເບິນບໍ່ໄດ້ບອກວ່າທູດສະຫວັນຊົ່ວນີ້ຊື່ຫຍັງ. ຄຳພີໄບເບິນເອີ້ນມັນວ່າ “ມານຮ້າຍ” ເຊິ່ງແປວ່າ “ຜູ້ທີ່ມັກໃສ່ຮ້າຍ” ແລະ “ຊາຕານ” ເຊິ່ງແປວ່າ “ຜູ້ຕໍ່ຕ້ານ.”