ວັນທີ 27 ເມສາ–3 ພຶດສະພາ 2026
ເພງທີ 99 ພີ່ນ້ອງເປັນແສນເປັນລ້ານຄົນ
ກຽມພ້ອມຮັບມືກັບບັນຫາທີ່ເຈົ້າອາດຈະເຈິຫຼັງຈາກຮັບບັບເຕມາ
“ຂໍຊ່ວຍໃຫ້ລູກຍ່າງຢູ່ໃນທາງຂອງພະອົງ.”—ພສ. 17:5
ຈຸດສຳຄັນ
ຜູ້ທີ່ຮັບບັບເຕມາໃໝ່ຈະກຽມໂຕແນວໃດເພື່ອຮັບມືກັບບັນຫາທີ່ເຂົາເຈົ້າອາດຈະເຈິຫຼັງຈາກຮັບບັບເຕມາ.
1-2. ມີຂັ້ນຕອນຫຍັງແດ່ທີ່ເຮົາສາມາດເຮັດໄດ້ເພື່ອກຽມໂຕໃຫ້ພ້ອມສຳລັບບັນຫາຕ່າງໆທີ່ເຮົາອາດຈະເຈິຫຼັງຈາກຮັບບັບເຕມາ? ຂໍໃຫ້ຍົກຕົວຢ່າງ
ເຮົາຄາດໝາຍໄດ້ວ່າເຮົາຈະເຈິກັບບັນຫາຫຼາຍຢ່າງໃນໂລກທີ່ຊາຕານປົກຄອງ. ເຮົາຮູ້ເລື່ອງນີ້ຍ້ອນພະເຢຊູເຕືອນພວກລູກສິດຂອງເພິ່ນວ່າເຂົາເຈົ້າຈະເຈິກັບບັນຫາທີ່ອາດເຮັດໃຫ້ຄວາມເຊື່ອຂອງເຂົາເຈົ້າອ່ອນລົງ. (ມທ. 18:7) ຕົວຢ່າງເຊັ່ນ: ເຮົາອາດຈະມີບັນຫາກັບພີ່ນ້ອງຮ່ວມຄວາມເຊື່ອ. ແຕ່ຖ້າເຮົາກຽມໂຕໃຫ້ພ້ອມ ເຮົາກໍຍັງຈະສະໜິດກັບພະເຢໂຫວາຕໍ່ໆໄປເຖິງວ່າຈະເຈິກັບບັນຫາໃດກໍຕາມ.
2 ຂໍໃຫ້ເຮົາຄິດເຖິງຕົວຢ່າງນີ້. ປະຊາຊົນຂອງພະເຢໂຫວາໄດ້ຮັບການເຕືອນເລື້ອຍໆໃຫ້ກຽມພ້ອມຮັບມືກັບໄພທຳມະຊາດຕ່າງໆ. ເຮົາຈະເຮັດແບບນັ້ນໄດ້ແນວໃດ? ທຳອິດ ເຮົາຕ້ອງຮູ້ວ່າໄພທຳມະຊາດແບບໃດທີ່ອາດຈະເກີດຂຶ້ນໃນເຂດທີ່ເຮົາຢູ່. ເລື່ອງນີ້ສຳຄັນແທ້ໆຖ້າເຮົາເປັນຄົນທີ່ຫາກໍຍ້າຍມາຢູ່ເຂດນັ້ນໃໝ່. ຫຼັງຈາກທີ່ຮູ້ແລ້ວວ່າໄພທຳມະຊາດແບບໃດທີ່ອາດຈະເກີດຂຶ້ນ ເຮົາຕ້ອງວາງແຜນວ່າຈະເຮັດຫຍັງໄດ້ແດ່ເພື່ອກຽມພ້ອມຮັບມືກັບໄພທຳມະຊາດແຕ່ລະຢ່າງ. (ສພສ. 21:5) ຄ້າຍຄືກັນ ເປັນເລື່ອງທີ່ດີທີ່ເຮົາຈະຕ້ອງຮູ້ວ່າມີບັນຫາຫຍັງແດ່ທີ່ເຮົາອາດຈະເຈິຫຼັງຈາກຮັບບັບເຕມາ ແລະກຽມໂຕຕັ້ງແຕ່ຕອນນີ້ເພື່ອເຮົາຈະພ້ອມຖ້າເລື່ອງແບບນັ້ນເກີດຂຶ້ນກັບເຮົາ. ເມື່ອເຮັດແບບນີ້ ບັນຫາເຫຼົ່ານັ້ນກໍຈະບໍ່ກະທົບໃສ່ເຮົາຫຼາຍແລະຈະບໍ່ສົ່ງຜົນເສຍຫາຍຕໍ່ສາຍສຳພັນຂອງເຮົາກັບພະເຢໂຫວາ. (ພສ. 17:5) ໃນບົດນີ້ ເຮົາຈະເບິ່ງບັນຫາ 3 ຢ່າງທີ່ເຮົາອາດຈະເຈິຫຼັງຈາກທີ່ຮັບບັບເຕມາແລ້ວ ແລະເຮົາຈະກຽມໂຕໃຫ້ພ້ອມແນວໃດສຳລັບບັນຫາແຕ່ລະຢ່າງ.a
ເມື່ອພີ່ນ້ອງເຮັດໃຫ້ເຮົາເສຍໃຈ
3. ເຮົາອາດເຈິບັນຫາຫຍັງໃນປະຊາຄົມຫຼັງຈາກຮັບບັບເຕມາ?
3 ເຈົ້າຈື່ໄດ້ບໍວ່າເຈົ້າຮູ້ສຶກແນວໃດຕອນທີ່ເຈົ້າເຂົ້າຮ່ວມປະຊຸມເທື່ອທຳອິດແລະເຫັນປະຊາຊົນຂອງພະເຢໂຫວາສະແດງຄວາມຮັກຕໍ່ກັນ? ຍ້ອນເຫັນຄວາມຮັກແບບນັ້ນ ເຈົ້າຈຶ່ງໝັ້ນໃຈວ່າເຈົ້າເຈິສາສະໜາແທ້ແລ້ວ. (ຢຮ. 13:35; ກລຊ. 3:12) ພີ່ນ້ອງຍິງຊື່ບລັງກ້າbກໍຮູ້ສຶກແບບນັ້ນ. ແຕ່ລາວພັດເຈິເລື່ອງທີ່ບໍ່ຄາດຄິດຫຼັງຈາກຮັບບັບເຕມາ. ລາວເວົ້າວ່າ: “ມີພີ່ນ້ອງຍິງຄົນໜຶ່ງປະຕິບັດບໍ່ດີກັບຂ້ອຍ. ຂ້ອຍຍັງໄດ້ຍິນລາວເວົ້າໃນແງ່ລົບກ່ຽວກັບພີ່ນ້ອງຄົນອື່ນ. ຂ້ອຍບໍ່ຄິດເລີຍວ່າຈະເຈິເລື່ອງແບບນີ້. ຂ້ອຍຕົກໃຈຫຼາຍທີ່ມີເລື່ອງຈັ່ງຊີ້ເກີດຂຶ້ນຍ້ອນຂ້ອຍຮຽນວ່າພະຍານພະເຢໂຫວາພະຍາຍາມຮັກສາສັນຕິສຸກແລະສະແດງຄວາມຮັກຕໍ່ກັນ.” ແນ່ນອນວ່າພີ່ນ້ອງພະຍາຍາມຫຼາຍແທ້ໆທີ່ຈະປູກຝັງຄຸນລັກສະນະແບບຄລິດສະຕຽນ ແຕ່ເຂົາເຈົ້າກໍເປັນຄົນບໍ່ສົມບູນແບບ. (ອຟຊ. 4:23, 24; 1ຢຮ. 1:8) ສະນັ້ນ ບາງເທື່ອອາດເປັນໄປໄດ້ທີ່ບາງຄົນຈະເວົ້າຫຼືເຮັດບາງຢ່າງທີ່ເຮັດໃຫ້ເຈົ້າເສຍໃຈ. (ຢກບ. 3:8) ເປັນຕາໜ້າເສຍດາຍທີ່ເລື່ອງແບບນີ້ເຮັດໃຫ້ບາງຄົນເຊົາຮັບໃຊ້ພະເຢໂຫວາ.
4. ອັນໃດຈະຊ່ວຍເຈົ້າໃຫ້ກຽມພ້ອມເມື່ອພີ່ນ້ອງເຮັດໃຫ້ເຈົ້າຄຽດຫຼືເຮັດໃຫ້ເຈົ້າເສຍໃຈ? (ເອເຟໂຊ 4:32)
4 ເຈົ້າຈະເຮັດຫຍັງໄດ້ແດ່ໃນຕອນນີ້ເພື່ອຈະກຽມພ້ອມເມື່ອພີ່ນ້ອງເຮັດໃຫ້ເຈົ້າຄຽດຫຼືເຮັດໃຫ້ເຈົ້າເສຍໃຈ? ໃຫ້ເຈົ້າເອົາຄຳແນະນຳໃນເອເຟໂຊ 4:32 (ອ່ານ) ໄປໃຊ້ເລື້ອຍໆ. ຖ້າເຈົ້າພະຍາຍາມເຕັມທີທີ່ຈະສະແດງຄວາມເມດຕາແລະຄວາມເຫັນອົກເຫັນໃຈ ເຈົ້າກໍຈະຫຼີກລ່ຽງການມີບັນຫາກັບຄົນອື່ນໄດ້ແນ່ນອນ. ນອກຈາກນັ້ນ ໃຫ້ພ້ອມທີ່ຈະໃຫ້ອະໄພຄົນອື່ນຢ່າງໃຈກວ້າງເມື່ອເຂົາເຈົ້າເຮັດຜິດຕໍ່ເຈົ້າ. ອັນໃດຈະຊ່ວຍເຈົ້າໃຫ້ເຮັດແບບນັ້ນໄດ້? ໃຫ້ຄິດເບິ່ງວ່າເຈົ້າໄດ້ອະທິດຖານຂໍໃຫ້ພະເຢໂຫວາໃຫ້ອະໄພເຈົ້າເລື້ອຍປານໃດ ແລະເພິ່ນຍົກໂທດໃຫ້ເຈົ້າເລື້ອຍສ່ຳໃດ. (ມທ. 6:12) ເມື່ອເຈົ້າຄິດເຖິງຄວາມໃຈກວ້າງຂອງພະເຢໂຫວາທີ່ໃຫ້ອະໄພເຈົ້າຫຼາຍເທື່ອ ມັນກໍງ່າຍຂຶ້ນທີ່ເຈົ້າຈະໃຫ້ອະໄພຄົນອື່ນ.
5. ພະຄຳພີຂໍ້ໃດຊ່ວຍເຮົາໄດ້ເມື່ອມີຄົນເຮັດໃຫ້ເຮົາຄຽດ? (ສຸພາສິດ 19:11) (ເບິ່ງຮູບນຳ)
5 ອ່ານສຸພາສິດ 19:11. ຄຳພີໄບເບິນບອກວ່າຄົນທີ່ມີຄວາມເຂົ້າໃຈcຈະບໍ່ໃຈຮ້າຍງ່າຍເມື່ອມີຄົນເຮັດໃຫ້ເຮົາຄຽດ. ຫຼັກການນີ້ໄດ້ຊ່ວຍພີ່ນ້ອງຍິງທີ່ຊື່ຣິມາທີ່ຮັບບັບເຕມາໄດ້ຫຼາຍປີແລ້ວ. ລາວເວົ້າວ່າ: “ເມື່ອພີ່ນ້ອງເວົ້າຫຼືເຮັດບາງຢ່າງທີ່ເຮັດໃຫ້ຂ້ອຍຄຽດຫຼືເສຍໃຈ ຂ້ອຍກໍຈະຄິດເຖິງສຸພາສິດ 19:11. ຂ້ອຍຈະຄິດເຖິງສະພາບການແລະພູມຫຼັງຂອງເຂົາເຈົ້າ ແລະພະຍາຍາມຄິດວ່າເປັນຫຍັງເຂົາເຈົ້າຈຶ່ງເຮັດແບບນັ້ນ. ຂ້ອຍຍັງໄດ້ຊວນເຂົາເຈົ້າໄປປະກາດນຳກັນ. ການເຮັດແບບນີ້ຊ່ວຍຂ້ອຍໃຫ້ຮູ້ຈັກເຂົາເຈົ້າດີຂຶ້ນ.” ນີ້ເປັນຄຳແນະນຳທີ່ດີ. ເຈົ້າສາມາດຮູ້ຈັກພີ່ນ້ອງຕັ້ງແຕ່ຕອນນີ້. ເມື່ອເຈົ້າເຂົ້າໃຈພີ່ນ້ອງຫຼາຍຂຶ້ນ ມັນກໍຈະງ່າຍຂຶ້ນທີ່ເຈົ້າຈະຍົກໂທດໃຫ້ເຂົາເຈົ້າຖ້າເຂົາເຈົ້າເວົ້າຫຼືເຮັດໃນສິ່ງທີ່ເຮັດໃຫ້ເຈົ້າເສຍໃຈ.
ຖ້າເຈົ້າກັບພີ່ນ້ອງມີເລື່ອງບໍ່ເຂົ້າໃຈກັນ ໃຫ້ພະຍາຍາມຊວນລາວໄປປະກາດນຳກັນ (ເບິ່ງຂໍ້ 5)
6. ອັນໃດຈະຊ່ວຍເຈົ້າໃຫ້ສະໜິດກັບພີ່ນ້ອງຢູ່ສະເໝີ?
6 ເຈົ້າສາມາດເຮັດຫຍັງເພື່ອຈະມີສາຍສຳພັນທີ່ດີກັບພີ່ນ້ອງໃນປະຊາຄົມ? ເມື່ອເຈົ້າພະຍາຍາມຮູ້ຈັກກັບພີ່ນ້ອງ ໃຫ້ເບິ່ງຈຸດທີ່ດີຂອງເຂົາເຈົ້າ. (ສົມທຽບກັບສຸພາສິດ 10:12; ຣມ. 12:10; ຟລປ. 2:2, 3) ພີ່ນ້ອງຊາຍຊື່ມາກທີ່ຫາກໍຮັບບັບເຕມາໃໝ່ໄດ້ເຮັດແບບນັ້ນ. ເມື່ອລາວເລີ່ມໃຊ້ເວລາກັບພີ່ນ້ອງໃນປະຊາຄົມຫຼາຍຂຶ້ນ ລາວກໍເຫັນຈຸດທີ່ບໍ່ດີບາງຢ່າງຂອງເຂົາເຈົ້າ. ອັນໃດຊ່ວຍມາກໃຫ້ສະໜິດກັບພະເຢໂຫວາແລະພີ່ນ້ອງຕໍ່ໆໄປເຖິງວ່າຈະເຫັນຈຸດທີ່ບໍ່ດີຂອງເຂົາເຈົ້າ? ລາວເວົ້າວ່າ: “ຂ້ອຍເຫັນວ່າຄວາມຜິດທີ່ພີ່ນ້ອງເຮັດເປັນສິ່ງເລັກໆນ້ອຍໆ ເມື່ອທຽບກັບສິ່ງບໍ່ດີຫຼາຍຢ່າງທີ່ຫຼາຍຄົນໃນໂລກນີ້ເຮັດ. ຂ້ອຍຈຶ່ງເຫັນວ່າຂ້ອຍບໍ່ຄວນຄິດເຖິງແຕ່ຈຸດທີ່ບໍ່ດີຂອງພີ່ນ້ອງ ແຕ່ຄວນຄິດເຖິງຈຸດທີ່ດີຂອງເຂົາເຈົ້າແທນ.” ຖ້າເຈົ້າເຮັດແບບດຽວກັນນີ້ ເຈົ້າກໍຈະສະໜິດກັບພີ່ນ້ອງຢູ່ສະເໝີ.
ເມື່ອເຈົ້າເລີ່ມຄິດເຖິງສິ່ງທີ່ໄດ້ປະຖິ້ມໄປແລ້ວ
7. ອັນໃດອາດເຮັດໃຫ້ເຮົາຄິດເຖິງສິ່ງທີ່ໄດ້ປະຖິ້ມໄປແລ້ວ?
7 ເມື່ອເຈົ້າເຂົ້າມາເປັນພະຍານພະເຢໂຫວາໃໝ່ໆ ແນ່ນອນວ່າເຈົ້າຄືຊິດີໃຈແທ້ໆທີ່ໄດ້ປະຖິ້ມແລະບໍ່ມີສ່ວນໃນໂລກຂອງຊາຕານ. ເຈົ້າອາດຈະຄິດວ່າ: ‘ແມ່ນໃຜຊິໄປຄິດຮອດໂລກແບບນັ້ນ?’ ແຕ່ເມື່ອເຈິບັນຫາໃນຊີວິດ ເຈົ້າອາດເລີ່ມຄິດຮອດສິ່ງທີ່ເຈົ້າໄດ້ປະຖິ້ມໄປແລ້ວ ແລະເຈົ້າອາດເຖິງຂັ້ນຢາກກັບໄປເຮັດສິ່ງທີ່ເຈົ້າເຄີຍເຮັດກ່ອນທີ່ຈະມາຮັບໃຊ້ພະເຢໂຫວາ. (ສົມທຽບກັບຈົດເຊັນບັນຊີ 11:4-6) ຕົວຢ່າງເຊັ່ນ: ພີ່ນ້ອງບາງຄົນອາດຕັດສິນໃຈເຊົາເຮັດວຽກອາຊີບທີ່ເຮັດໃຫ້ມີຊື່ສຽງ ແຕ່ເປັນວຽກທີ່ຕ້ອງໃຊ້ເວລາຫຼາຍ. ບາງຄົນອາດມີໝູ່ສະໜິດ ແຕ່ໝູ່ກໍເຊົາຫຼິ້ນນຳເມື່ອເຂົາເຈົ້າເລີ່ມຮຽນຄຳພີໄບເບິນ. ສ່ວນບາງຄົນກໍໄດ້ຖິ້ມນິດໄສບາງຢ່າງທີ່ເຮັດໃຫ້ເຂົາເຈົ້າມີຄວາມສຸກ ແຕ່ເປັນນິດໄສທີ່ພະເຢໂຫວາຊັງ. ຄືຊິເປັນຕາເສຍດາຍແທ້ໆຖ້າເຮົາຍອມໃຫ້ສິ່ງທີ່ເຮົາໄດ້ປະຖິ້ມໄປແລ້ວມາເຮັດໃຫ້ເຮົາຫ່າງອອກຈາກພະເຢໂຫວາ. ເຈົ້າຈະເຮັດຫຍັງໄດ້ຕັ້ງແຕ່ຕອນນີ້ເພື່ອຈະບໍ່ກັບໄປຫາສິ່ງທີ່ໄດ້ປະຖິ້ມໄປແລ້ວບໍ່ວ່າເຈົ້າຈະເຈິບັນຫາແບບໃດໃນຊີວິດກໍຕາມ?
8. ເຮົາຮຽນຫຍັງຈາກຕົວຢ່າງຂອງອັບຣາຮາມກັບຊາຣາ?
8 ໃນຄຳພີໄບເບິນມີຕົວຢ່າງຂອງຜູ້ຮັບໃຊ້ທີ່ສັດຊື່ຂອງພະເຢໂຫວາຫຼາຍຄົນທີ່ຖ້າເຂົາເຈົ້າຈະຄິດເຖິງສິ່ງທີ່ໄດ້ປະຖິ້ມໄປແລ້ວກໍຄິດເຖິງໄດ້. ຕົວຢ່າງເຊັ່ນ: ອັບຣາຮາມກັບຊາຣາໄດ້ເຊື່ອຟັງພະເຢໂຫວາແລະເຮັດຕາມສິ່ງທີ່ເພິ່ນບອກ. ເຂົາເຈົ້າໄດ້ອອກຈາກເມືອງອູເຣທີ່ງາມໆເຊິ່ງມີກຳແພງອ້ອມຢ່າງໜາແໜ້ນແລ້ວໄປອາໄສຢູ່ໃນເຕັ້ນ. (ຮຣ. 11:8, 9) ທີ່ຈິງ ບາງເທື່ອເຂົາເຈົ້າອາດຈະຄິດເຖິງຄວາມສະດວກສະບາຍຢູ່ເມືອງອູເຣ. ແຕ່ຖ້າເຂົາເຈົ້າ “ຄິດເຖິງບ່ອນທີ່ໂຕເອງຈາກມາເລື້ອຍໆ” ຫຼືຖ້າເຂົາເຈົ້າມີແຕ່ຄິດເຖິງສິ່ງທີ່ເຂົາເຈົ້າໄດ້ປະຖິ້ມໄປແລ້ວ ເຂົາເຈົ້າກໍອາດຈະຢາກກັບໄປຫາຊີວິດທີ່ສະດວກສະບາຍກໍໄດ້. ແຕ່ເຂົາເຈົ້າບໍ່ໄດ້ເຮັດແບບນັ້ນ ເຂົາເຈົ້າເບິ່ງໄປທີ່ອະນາຄົດ.—ຮຣ. 11:15, 16
9. ໂປໂລຄິດແນວໃດກັບສິ່ງທີ່ລາວໄດ້ປະຖິ້ມໄປແລ້ວ? (ຟີລິບປອຍ 3:7, 8, 13)
9 ອັກຄະສາວົກໂປໂລໄດ້ປ່ຽນແປງຊີວິດເພື່ອຮັບໃຊ້ພະເຢໂຫວາ. ກ່ອນຈະເຂົ້າມາເປັນຄລິດສະຕຽນ ລາວໄດ້ຮຽນກົດໝາຍຂອງຄົນຢິວກັບຄາມາລີເອັນທີ່ເປັນຄູສອນກົດໝາຍທີ່ມີຊື່ສຽງ. (ກຈກ. 22:3) ໂປໂລມີໂອກາດທີ່ຈະໄດ້ເປັນຜູ້ນຳຄົນສຳຄັນໃນສາສະໜາຢິວ. (ຄລຕ. 1:13, 14) ແຕ່ເມື່ອລາວໄດ້ຮຽນຄວາມຈິງກ່ຽວກັບພະເຢຊູ ລາວກໍໄດ້ປະຖິ້ມທຸກສິ່ງທຸກຢ່າງ. ຊີວິດຂອງລາວງ່າຍບໍຫຼັງຈາກເຂົ້າມາເປັນຄລິດສະຕຽນ? ບໍ່ງ່າຍເລີຍ. ລາວຖືກເອົາແສ້ຟາດ ຖືກຂັງຄຸກ ແລະຖືກຄົນຊາດດຽວກັນຊັງ. (2ກຣ. 11:23-26) ຖ້າໂປໂລຄິດເຖິງແຕ່ບັນຫາທີ່ລາວເຈິແລະສົມທຽບຊີວິດໃນຕອນນີ້ກັບຊີວິດແຕ່ກີ້ ລາວກໍຄືຊິຮູ້ສຶກວ່າໂຕເອງຄິດຜິດທີ່ປ່ຽນແປງຊີວິດແລະເຂົ້າມາເປັນຄລິດສະຕຽນ. ແຕ່ໂປໂລບໍ່ໄດ້ຄິດແບບນັ້ນ ລາວຖືວ່າເປັນສິດທິພິເສດຫຼາຍທີ່ໄດ້ເຂົ້າມາເປັນລູກສິດຂອງພະເຢຊູແລະລໍຖ້າທີ່ຈະໄດ້ຮັບລາງວັນທີ່ມີກຽດໃນອະນາຄົດ. ໂປໂລໝັ້ນໃຈວ່າສິ່ງດີໆເຫຼົ່ານີ້ມີຄ່າຫຼາຍກວ່າທຸກສິ່ງທຸກຢ່າງທີ່ລາວໄດ້ປະຖິ້ມ.—ອ່ານຟີລິບປອຍ 3:7, 8, 13
10. ເຮົາຄວນຄິດເຖິງເລື່ອງຫຍັງເປັນປະຈຳ? (ມາຣະໂກ 10:29, 30) (ເບິ່ງຮູບນຳ)
10 ເຮົາໄດ້ບົດຮຽນຫຍັງ? ຖ້າເຈົ້າເລີ່ມຄິດເຖິງສິ່ງຕ່າງໆທີ່ໄດ້ປະຖິ້ມໄປແລ້ວເພື່ອຈະເຂົ້າມາເປັນຄລິດສະຕຽນ ຂໍໃຫ້ເຈົ້າຈື່ໄວ້ຄືກັນວ່າເປັນຫຍັງເຈົ້າຈຶ່ງປະຖິ້ມສິ່ງເຫຼົ່ານັ້ນ. (ປຍຈ. 7:10) ໃຫ້ສົມທຽບສິ່ງທີ່ເຈົ້າໄດ້ປະຖິ້ມກັບສິ່ງດີໆຫຼາຍຢ່າງທີ່ເຈົ້າໄດ້ຮັບເມື່ອເຂົ້າມາໃນຄວາມຈິງ. ຕົວຢ່າງເຊັ່ນ: ເຈົ້າໄດ້ເປັນໝູ່ສະໜິດກັບພະເຈົ້າຜູ້ຍິ່ງໃຫຍ່ສູງສຸດໃນເອກະພົບ. (ສພສ. 3:32) ເຈົ້າມີພີ່ນ້ອງໃນປະຊາຄົມແລະພີ່ນ້ອງຢູ່ທົ່ວໂລກທີ່ຮັກເຈົ້າຫຼາຍແທ້ໆ. (ອ່ານມາຣະໂກ 10:29, 30) ເຈົ້າຍັງມີອະນາຄົດທີ່ດີແທ້ໆທີ່ລໍຖ້າເຈົ້ານຳ! (ອຊຢ. 65:21-23) ຖ້າເຈົ້າຄິດຕຶກຕອງເປັນປະຈຳກ່ຽວກັບສິ່ງດີໆທີ່ເຈົ້າໄດ້ຮັບຈາກການຮັບໃຊ້ພະເຢໂຫວາ ເຈົ້າກໍຈະບໍ່ຄິດເຖິງປານໃດໃນສິ່ງທີ່ເຈົ້າໄດ້ປະຖິ້ມໄປແລ້ວ.
ແທນທີ່ຈະຄິດເຖິງແຕ່ສິ່ງທີ່ເຈົ້າໄດ້ປະຖິ້ມໄປແລ້ວ ໃຫ້ມີຄວາມສຸກກັບວຽກຮັບໃຊ້ທີ່ພະເຢໂຫວາໃຫ້ເຈົ້າເຮັດໃນຕອນນີ້ (ເບິ່ງຂໍ້ 10)e
11. ເຈົ້າຮຽນຫຍັງຈາກເລື່ອງຂອງພີ່ນ້ອງໂຣດສ໌ແມຣີ້?
11 ພີ່ນ້ອງຍິງຊື່ໂຣດສ໌ແມຣີ້ຮັບບັບເຕມາຕອນອາຍຸປະມານ 50 ປີ. ໃຫ້ເຮົາເບິ່ງວ່າອັນໃດໄດ້ຊ່ວຍລາວບໍ່ໃຫ້ຄິດເຖິງສິ່ງທີ່ລາວໄດ້ປະຖິ້ມໄປແລ້ວ. ລາວເວົ້າວ່າ: “ຕອນທຳອິດ ຂ້ອຍຄິດຮອດການສະຫຼອງຄລິດສະມາດຍ້ອນມັນເປັນເວລາທີ່ຂ້ອຍກັບຄອບຄົວມີຄວາມສຸກນຳກັນ. ຂ້ອຍມັກເອົາຂອງຂວັນໃຫ້ຄົນທີ່ຂ້ອຍຮັກ. ຂ້ອຍມັກທີ່ເຫັນລູກແລະຫຼານນັ່ງຢູ່ອ້ອມຕົ້ນຄລິດສະມາດແລະເປີດຂອງຂວັນທີ່ຂ້ອຍເອົາໃຫ້ເຂົາເຈົ້າຢ່າງມີຄວາມສຸກ.” ອັນໃດຊ່ວຍພີ່ນ້ອງໂຣດສ໌ແມຣີ້? ລາວເວົ້າວ່າ: “ຂ້ອຍໄດ້ຮຽນຮູ້ວ່າຂ້ອຍສາມາດໃຊ້ເວລາກັບຄອບຄົວໃນໂອກາດອື່ນທີ່ບໍ່ແມ່ນວັນຄລິດສະມາດ. ໃນແຕ່ລະປີຈະມີມື້ໜຶ່ງທີ່ຂ້ອຍຊວນຄົນໃນຄອບຄົວມາເຮືອນເພື່ອໃຊ້ເວລານຳກັນ ແລ້ວຂ້ອຍຈະເອົາຂອງຂວັນໃຫ້ເຂົາເຈົ້າແລະບອກເຂົາເຈົ້າວ່າຂ້ອຍຮັກເຂົາເຈົ້າຫຼາຍ.” ພີ່ນ້ອງໂຣດສ໌ແມຣີ້ຍັງເຈິກັບບັນຫາອີກຢ່າງໜຶ່ງນຳ. ລາວເລົ່າວ່າ: “ເມື່ອຂ້ອຍຮຽນຄຳພີໄບເບິນ ພວກໝູ່ຂອງຂ້ອຍກໍເຊົາຫຼິ້ນນຳຂ້ອຍ. ບາງເທື່ອຂ້ອຍກໍຄິດຮອດເຂົາເຈົ້າແລະຮູ້ສຶກເຫງົາ.”d ອັນໃດໄດ້ຊ່ວຍພີ່ນ້ອງໂຣດສ໌ແມຣີ້? ລາວຊວນພີ່ນ້ອງຍິງໄປປະກາດກັບລາວ. ລາວເວົ້າວ່າ: “ການເຮັດແບບນີ້ເຮັດໃຫ້ຂ້ອຍໄດ້ໝູ່ໃໝ່ຫຼາຍຄົນເຊິ່ງຂ້ອຍຮັກແລະເຫັນຄ່າເຂົາເຈົ້າຫຼາຍ.” ເຈົ້າຮຽນຫຍັງຈາກເລື່ອງຂອງພີ່ນ້ອງໂຣດສ໌ແມຣີ້? ເຈົ້າອາດຄິດເຖິງສິ່ງທີ່ເຈົ້າໄດ້ປະຖິ້ມໄປແລ້ວເຊິ່ງເຮັດໃຫ້ເຈົ້າມີຄວາມສຸກກ່ອນທີ່ເຈົ້າຈະມາຮັບໃຊ້ພະເຢໂຫວາ ແຕ່ກໍມີສິ່ງອື່ນໆທີ່ດີກວ່າທີ່ເຈົ້າເຮັດໄດ້ເຊິ່ງຈະເຮັດໃຫ້ເຈົ້າມີຄວາມສຸກແທ້ໃນຕອນນີ້. (ຟລປ. 4:8, 9) ຂໍໃຫ້ຈື່ໄວ້ວ່າ ພະເຢໂຫວາໃຫ້ເຈົ້າຫຼາຍກວ່າສະເໝີເມື່ອທຽບກັບສິ່ງທີ່ເຈົ້າເສຍໄປ.
ເມື່ອພີ່ນ້ອງບາງຄົນເຊົາຮັບໃຊ້ພະເຢໂຫວາ
12. ອາດເກີດຫຍັງຂຶ້ນໃນປະຊາຄົມເຊິ່ງເຮັດໃຫ້ຍາກຫຼາຍທີ່ຈະຍອມຮັບໄດ້?
12 ເມື່ອເຈົ້າເຂົ້າມາເປັນພະຍານພະເຢໂຫວາ ເຈົ້າຄືຊິມີຄວາມສຸກຫຼາຍທີ່ໄດ້ອອກຈາກໂລກຊົ່ວນີ້ແລະເຂົ້າມາຢູ່ໃນສັງຄົມພີ່ນ້ອງທີ່ມີແຕ່ຄົນທີ່ຮັກພະເຢໂຫວາແລະມີສິນລະທຳທີ່ດີ. (ອຊຢ. 65:14) ແຕ່ບາງເທື່ອເຈົ້າກໍອາດໄດ້ຍິນວ່າມີການເຮັດຜິດຮ້າຍແຮງແລະມີພີ່ນ້ອງບາງຄົນຖືກຕັດອອກຈາກປະຊາຄົມ. (1ກຣ. 5:13) ຂໍໃຫ້ເບິ່ງວ່າເລື່ອງແບບນີ້ສົ່ງຜົນແນວໃດຕໍ່ພີ່ນ້ອງຍິງທີ່ຊື່ຊາມາ. ລາວເວົ້າວ່າ: “ຫຼັງຈາກຂ້ອຍຮັບບັບເຕມາໄດ້ບໍ່ດົນ ຜູ້ເບິ່ງແຍງຄົນໜຶ່ງໄດ້ເຮັດຜິດຮ້າຍແຮງ ແລະລາວຖືກຕັດອອກຈາກປະຊາຄົມ. ຂ້ອຍຕົກໃຈຫຼາຍຍ້ອນບໍ່ຄິດວ່າຜູ້ເບິ່ງແຍງຈະເຮັດຜິດຕໍ່ພະເຢໂຫວາແລະຕໍ່ພີ່ນ້ອງ.” ແນ່ນອນວ່າເຮົາຄວນໝັ້ນໃຈວ່າພີ່ນ້ອງຮັກພະເຢໂຫວາແລະຢາກສັດຊື່ຕໍ່ເພິ່ນສະເໝີ. (1ກຣ. 13:4, 7) ແຕ່ເຮົາຕ້ອງເບິ່ງຕາມຄວາມເປັນຈິງນຳ. ໃນແຕ່ລະປີມີບາງຄົນຖືກຕັດອອກຈາກປະຊາຄົມ ແລະມັນອາດຍາກຫຼາຍສຳລັບເຈົ້າຖ້າຜູ້ນັ້ນເປັນໝູ່ສະໜິດ ເປັນຄົນໃນຄອບຄົວ ຫຼືເປັນຄົນທີ່ເຈົ້ານັບຖືຫຼາຍ.
13. ເຮົາຈະກຽມໂຕແນວໃດຕັ້ງແຕ່ຕອນນີ້ຖ້າໝູ່ສະໜິດຫຼືຄົນໃນຄອບຄົວຂອງເຮົາເຊົາຮັບໃຊ້ພະເຢໂຫວາ?
13 ເຈົ້າຈະກຽມໂຕແນວໃດຕັ້ງແຕ່ຕອນນີ້ເພື່ອຊ່ວຍເຈົ້າໃຫ້ຮັກສາຄວາມສັດຊື່ຕໍ່ພະເຢໂຫວາຖ້າໝູ່ສະໜິດຫຼືຄົນໃນຄອບຄົວເຊົາຮັບໃຊ້ເພິ່ນ? ໃຫ້ເຈົ້າເສີມສ້າງສາຍສຳພັນຂອງເຈົ້າກັບພະເຢໂຫວາໃຫ້ເຂັ້ມແຂງຢູ່ສະເໝີ. (ຢກບ. 4:8) ໃຫ້ຈື່ໄວ້ວ່າການທີ່ເຈົ້າຮັກແລະຮັບໃຊ້ພະເຢໂຫວາບໍ່ໄດ້ຂຶ້ນຢູ່ກັບຄົນອື່ນ ແຕ່ຂຶ້ນຢູ່ກັບໂຕເຈົ້າເອງ. ຕົວຢ່າງເຊັ່ນ: ເຖິງວ່າເຮົາຈະນະມັດສະການພະເຢໂຫວານຳກັນກັບຄົນໃນຄອບຄົວແລະກັບພີ່ນ້ອງໃນປະຊາຄົມເລື້ອຍໆ ແຕ່ເຮົາກໍຕ້ອງອະທິດຖານຫາພະເຢໂຫວາແລະອ່ານຄຳພີໄບເບິນເປັນສ່ວນໂຕນຳ.—ພສ. 1:2; 62:8
14. ເຮົາໄດ້ບົດຮຽນຫຍັງຈາກອັກຄະສາວົກເປໂຕ? (ໂຢຮັນ 6:66-68)
14 ເຮົາຍັງໄດ້ບົດຮຽນຈາກສິ່ງທີ່ອັກຄະສາວົກເປໂຕເຮັດເມື່ອພວກລູກສິດຫຼາຍຄົນເຊົາຕິດຕາມພະເຢຊູ. ຕອນນັ້ນເປໂຕອາດຈະສັບສົນກໍໄດ້. ແຕ່ຂໍໃຫ້ສັງເກດສິ່ງທີ່ລາວເວົ້າໃນໂຢຮັນ 6:66-68. (ອ່ານ) ແທນທີ່ເປໂຕຈະສົນໃຈສິ່ງທີ່ຄົນອື່ນເຮັດ ລາວສົນໃຈໃນຄວາມຈິງທີ່ລາວໄດ້ຮັບຈາກພະເຢຊູ. ຍ້ອນແນວນີ້ລາວຈຶ່ງບໍ່ໄດ້ເຊົາຕິດຕາມພະເຢຊູ. ຄ້າຍຄືກັນ ສິ່ງທີ່ຄົນອື່ນເຮັດບໍ່ໄດ້ເຮັດໃຫ້ຄຸນຄ່າຂອງຄວາມຈິງທີ່ເຈົ້າໄດ້ຮັບຈາກອົງການຂອງພະເຢໂຫວາຫຼຸດໜ້ອຍລົງ. ສະນັ້ນ ຂໍໃຫ້ເຈົ້າເຫັນຄ່າຄວາມຈິງທີ່ເຈົ້າໄດ້ຮຽນແລະຮັກສາຄວາມສັດຊື່ຕໍ່ພະເຢໂຫວາຕໍ່ໆໄປ. ພີ່ນ້ອງຊາມາທີ່ເວົ້າເຖິງກ່ອນໜ້ານີ້ເວົ້າວ່າ: “ຂ້ອຍເຕືອນໂຕເອງຕະຫຼອດວ່າ ເມື່ອຄົນໜຶ່ງເຮັດຜິດບໍ່ໄດ້ໝາຍຄວາມວ່າທຸກຄົນໃນປະຊາຄົມຫຼືອົງການຂອງພະເຢໂຫວາບໍ່ດີ ແລະມັນກໍບໍ່ໄດ້ໝາຍຄວາມວ່າພະເຢໂຫວາຍອມຮັບການກະທຳຂອງລາວ.”
15. ເຈົ້າໄດ້ບົດຮຽນຫຍັງຈາກເລື່ອງຂອງເອມິລີ້?
15 ໃຫ້ເຮົາມາເບິ່ງເລື່ອງຂອງເອມິລີ້. ຫຼັງຈາກເອມິລີ້ຮັບບັບເຕມາໄດ້ພຽງອາທິດດຽວ ແມ່ຂອງລາວກໍປະຖິ້ມຄອບຄົວແລະຖືກຕັດອອກຈາກປະຊາຄົມ. ເອມິລີ້ເວົ້າວ່າ: “ຂ້ອຍບໍ່ຄິດເລີຍວ່າເລື່ອງແບບນີ້ຈະເກີດຂຶ້ນກັບຂ້ອຍ. ນີ້ເປັນເລື່ອງທີ່ຍາກທີ່ສຸດໃນຊີວິດຂອງຂ້ອຍ ແລະຂ້ອຍກໍຄິດຮອດແມ່ຫຼາຍ.” ອັນໃດຊ່ວຍເອມິລີ້ໃຫ້ຮັບມືໄດ້? ລາວເວົ້າວ່າ: “ຂ້ອຍບໍ່ໄດ້ຢູ່ຄົນດຽວ. ຂ້ອຍຍັງມີພໍ່ແລະມີພີ່ນ້ອງໃນປະຊາຄົມທີ່ຊ່ວຍເຫຼືອຂ້ອຍ. ພີ່ນ້ອງໃນປະຊາຄົມເປັນຄືກັບຄອບຄົວຂອງຂ້ອຍເລີຍ. ທີ່ຈິງ ພີ່ນ້ອງທຸກຄົນກໍກຳລັງຮັບມືກັບບັນຫາຂອງໂຕເອງຢູ່. ນີ້ຈຶ່ງເປັນເລື່ອງສຳຄັນຫຼາຍທີ່ເຮົາຈະສະໜິດກັນແລະໃຫ້ກຳລັງໃຈກັນສະເໝີ.” (1ປຕ. 5:9) ເຈົ້າບໍ່ຕ້ອງລໍຖ້າໃຫ້ເຈິກັບບັນຫາກ່ອນແລ້ວຈຶ່ງສະໜິດກັບພີ່ນ້ອງ. ໃຫ້ເຈົ້າພະຍາຍາມສະໜິດກັບພີ່ນ້ອງຕັ້ງແຕ່ຕອນນີ້. ຖ້າເຈົ້າເຮັດແບບນັ້ນ ບໍ່ວ່າເຈົ້າຈະເຈິກັບບັນຫາຫຍັງເຈົ້າກໍຈະບໍ່ຮູ້ສຶກໂດດດ່ຽວ.
16. ເຮົາຄວນຈື່ຫຍັງໄວ້? (ເບິ່ງຮູບນຳ)
16 ຂໍໃຫ້ຈື່ໄວ້ຄືກັນວ່າພະເຢໂຫວາຮັກຜູ້ໃດເພິ່ນກໍສັ່ງສອນຜູ້ນັ້ນ. (ຮຣ. 12:6) ເພິ່ນຢາກໃຫ້ທຸກຄົນທີ່ຖືກຕັດອອກຈາກປະຊາຄົມກັບມາຫາເພິ່ນ. (2ປຕ. 3:9) ດັ່ງນັ້ນ ຖ້າໝູ່ສະໜິດຫຼືຄົນໃນຄອບຄົວຂອງເຈົ້າຖືກຕັດອອກຈາກປະຊາຄົມ ໃຫ້ເຈົ້າໝັ້ນໃຈວ່າຜູ້ເບິ່ງແຍງຈະເຮັດທຸກສິ່ງທີ່ເຮັດໄດ້ເພື່ອຊ່ວຍລາວໃຫ້ກັບມາຫາພະເຢໂຫວາ.—2ຕມ. 2:24, 25
ຖ້າໝູ່ສະໜິດຫຼືຄົນໃນຄອບຄົວຂອງເຈົ້າຖືກຕັດອອກຈາກປະຊາຄົມ ໃຫ້ຈື່ໄວ້ວ່າຜູ້ເບິ່ງແຍງຢາກຊ່ວຍລາວໃຫ້ກັບມາຫາພະເຢໂຫວາ (ເບິ່ງຂໍ້ 16)f
17. ເຮົາໝັ້ນໃຈໃນເລື່ອງຫຍັງໄດ້?
17 ເຮົາໄດ້ຮຽນແລ້ວວ່າມີບັນຫາບາງຢ່າງທີ່ເຈົ້າອາດຈະເຈິຫຼັງຈາກຮັບບັບເຕມາ. ເຖິງວ່າບັນຫາບາງຢ່າງອາດເຮັດໃຫ້ເຈົ້າຮູ້ສຶກຢ້ານ ແຕ່ເຈົ້າກໍບໍ່ຕ້ອງກັງວົນຫຼາຍເກີນໄປ. ມີຫຼາຍຢ່າງທີ່ເຈົ້າເຮັດໄດ້ເພື່ອຈະກຽມໂຕໃຫ້ພ້ອມຮັບມືກັບມັນ ແລະບໍ່ລືມວ່າເຈົ້າມີຜູ້ຊ່ວຍທີ່ເກັ່ງທີ່ສຸດ ນັ້ນກໍຄືພະເຢໂຫວາ. ເພິ່ນໄດ້ຊ່ວຍເຈົ້າມາແລ້ວ ແລະເພິ່ນຈະຊ່ວຍເຈົ້າຕະຫຼອດໄປ. (1ປຕ. 5:10) ພະເຢໂຫວາຈະໃຫ້ກຳລັງແລະຊ່ວຍເຈົ້າໃຫ້ອົດທົນກັບບັນຫາອັນໃດກໍຕາມທີ່ເຈົ້າຕ້ອງເຈິ. ຖ້າເຈົ້າຍອມຮັບຄວາມຊ່ວຍເຫຼືອຈາກພະເຢໂຫວາຕໍ່ໆໄປ ກໍຈະບໍ່ມີບັນຫາໃດມາເຮັດໃຫ້ເຈົ້າຫ່າງຈາກເພິ່ນໄດ້.—ພສ. 119:165; ຣມ. 8:38, 39
ເພງທີ 154 ຮັກທີ່ໝັ້ນຄົງຕະຫຼອດໄປ
a ເຖິງວ່າບົດນີ້ເວົ້າເຖິງຄົນທີ່ຮັບບັບເຕມາໃໝ່ ເຮົາທຸກຄົນກໍຈະໄດ້ຮັບປະໂຫຍດຈາກບົດນີ້ຄືກັນ.
b ຊື່ສົມມຸດ
c ຄວາມເຂົ້າໃຈຍັງລວມເຖິງຄວາມສາມາດທີ່ຈະເບິ່ງເລິກກວ່າສິ່ງທີ່ເຫັນພາຍນອກ. ຄຸນລັກສະນະນີ້ຊ່ວຍເຮົາໃຫ້ເຂົ້າໃຈວ່າເປັນຫຍັງບາງຄົນຈຶ່ງເວົ້າຫຼືເຮັດແບບນັ້ນ.
d ບໍ່ພຽງແຕ່ຜູ້ນຳການສຶກສາເທົ່ານັ້ນທີ່ຄວນຊ່ວຍນັກສຶກສາແລະພີ່ນ້ອງທີ່ຮັບບັບເຕມາໃໝ່ໃຫ້ຮູ້ສຶກວ່າໄດ້ຮັບການຕ້ອນຮັບໃນປະຊາຄົມ ແຕ່ເຮົາທຸກຄົນຄວນເຮັດແບບນັ້ນຄືກັນ. ເບິ່ງບົດຄວາມ “ທຸກຄົນໃນປະຊາຄົມສາມາດຊ່ອຍນັກສຶກສາໃຫ້ກ້າວໜ້າຈົນຮັບບັບເຕມາໄດ້” ໃນຫໍສັງເກດການ ເດືອນມີນາ ປີ 2021 ຂໍ້ 15 ແລະ 16.
e ຄຳອະທິບາຍຮູບ: ຕອນທີ່ພີ່ນ້ອງຍິງຄົນໜຶ່ງກຳລັງປະກາດ ລາວເຫັນທີມນັກກິລາຍິງກຳລັງເຕະບານຢູ່ ເຊິ່ງມັນເຮັດໃຫ້ລາວຄິດເຖິງຕອນທີ່ລາວເປັນນັກກິລາ. ຕໍ່ມາ ພີ່ນ້ອງຍິງຄົນນີ້ໄດ້ປະກາດກັບນັກກິລາຍິງຄົນໜຶ່ງທີ່ອາດເຄີຍຢູ່ໃນທີມດຽວກັນກັບລາວ.
f ຄຳອະທິບາຍຮູບ: ຜູ້ເບິ່ງແຍງ 2 ຄົນໄປຫາຜູ້ຊາຍຄົນໜຶ່ງທີ່ຖືກຕັດອອກຈາກປະຊາຄົມ ເຂົາເຈົ້າຊວນລາວໃຫ້ກັບມາຫາພະເຢໂຫວາ.