ລູກເປັນ “ມໍລະດົກຈາກພະເຢໂຫວາ”
ເມື່ອເວົ້າເຖິງຄຳວ່າ “ມໍລະດົກ” ເຈົ້າຄິດເຖິງຫຍັງ? ເຈົ້າອາດຄິດເຖິງເງິນ ດິນ ເຮືອນ ຫຼືຊັບສົມບັດອື່ນໆທີ່ຕົກທອດມາຈາກຄອບຄົວ. ບໍ່ວ່າຈະເປັນມໍລະດົກແບບໃດ ມັນກໍເປັນສິ່ງທີ່ມີຄ່າ ແລະແນ່ນອນວ່າເຈົ້າຄືຊິຢາກຮັກສາມັນໄວ້ດີໆ.
ຄຳພີໄບເບິນບອກວ່າລູກເປັນ “ມໍລະດົກຈາກພະເຢໂຫວາ.” (ພສ. 127:3) ແນ່ນອນວ່າພໍ່ແມ່ທີ່ເປັນພະຍານພະເຢໂຫວາເບິ່ງວ່າລູກເປັນຂອງຂວັນທີ່ມີຄ່າຈາກພະເຢໂຫວາ ແລະເຂົາເຈົ້າຢາກເຮັດສຸດຄວາມສາມາດເພື່ອປົກປ້ອງແລະເບິ່ງແຍງລູກຢ່າງດີທາງດ້ານຮ່າງກາຍ ທາງດ້ານອາລົມ ແລະທາງດ້ານຄວາມເຊື່ອ.
ແຕ່ໜ້າເສຍດາຍທີ່ພໍ່ແມ່ບາງຄົນໃນທຸກມື້ນີ້ບໍ່ໄດ້ເບິ່ງວ່າລູກເປັນຂອງຂວັນຈາກພະເຈົ້າ. (ອຊຢ. 49:15; 2ຕມ. 3:1-3) ພໍ່ແມ່ບາງຄົນຢາກເບິ່ງແຍງລູກຢ່າງດີ ແຕ່ກໍເຮັດໄດ້ຍາກຍ້ອນມີຂໍ້ທ້າທາຍຫຼາຍຢ່າງ. ຂໍ້ທ້າທາຍເຫຼົ່ານັ້ນມີຫຍັງແດ່? ພະເຢໂຫວາຄາດໝາຍຫຍັງຈາກພໍ່ແມ່? ແລະພໍ່ແມ່ທີ່ເປັນພະຍານຕ້ອງເຮັດຫຍັງແດ່ເພື່ອຈະປະສົບຜົນສຳເລັດໃນການລ້ຽງລູກ?
ຂໍ້ທ້າທາຍຕ່າງໆ
ຄວາມກົດດັນຈາກຄົນໃນຄອບຄົວແລະຈາກສັງຄົມ. ໃນບາງປະເທດ ຄອບຄົວທີ່ມີລູກຫຼາຍຄົນມັກຈະໄດ້ຮັບຄວາມນັບຖືຈາກສັງຄົມ. ສະນັ້ນ ຜົວເມຍຫຼາຍຄູ່ອາດຖືກກົດດັນຈາກຄົນໃນຄອບຄົວຫຼືຈາກເພື່ອນບ້ານໃຫ້ມີລູກຫຼາຍຄົນທັງໆທີ່ເຂົາເຈົ້າບໍ່ສາມາດເບິ່ງແຍງໄດ້.
ຄວາມກັງວົນກ່ຽວກັບອະນາຄົດ. ໃນບາງປະເທດມີອັດຕາການຕາຍຂອງແອນ້ອຍສູງຍ້ອນຂາດສານອາຫານ ເຈັບປ່ວຍ ຫຼືມີທ່ານໝໍແລະໂຮງໝໍບໍ່ພຽງພໍ ຍ້ອນແນວນີ້ຜົວເມຍບາງຄູ່ຈຶ່ງຢາກມີລູກຫຼາຍຄົນເພື່ອລູກຂອງເຂົາເຈົ້າບາງຄົນຈະມີຊີວິດລອດຈົນໃຫຍ່. ສ່ວນບາງຄູ່ອາດເລືອກທີ່ຈະມີລູກຫຼາຍຄົນເພື່ອຫວັງໃຫ້ລູກເບິ່ງແຍງເຂົາເຈົ້າຕອນເຖົ້າ. ເລື່ອງແບບນີ້ມັກເກີດຂຶ້ນໃນປະເທດທີ່ລັດຖະບານບໍ່ໄດ້ໃຫ້ຄວາມຊ່ວຍເຫຼືອຜູ້ເຖົ້າ.
ບັນຫາເລື່ອງການຄຸມກຳເນີດ. ໃນບາງປະເທດ ບໍ່ມີຢາຄຸມກຳເນີດຫຼາຍແບບທີ່ຈະເລືອກຊື້ໄດ້. ບາງຄົນບໍ່ກ້າກິນຢາຄຸມກຳເນີດຍ້ອນຢ້ານຜົນຂ້າງຄຽງຈາກຢາທີ່ມີຄຸນນະພາບຕ່ຳເຊິ່ງຂາຍໃນເຂດທີ່ເຂົາເຈົ້າຢູ່. ສ່ວນບາງຄົນບໍ່ສາມາດຊື້ຢາຄຸມກຳເນີດໄດ້ຍ້ອນມັນແພງຫຼາຍ.a
ພະເຢໂຫວາຄາດໝາຍຫຍັງຈາກພໍ່ແມ່?
ໃຊ້ເວລາກັບລູກແຕ່ລະຄົນ
ຈັດກຽມສິ່ງຈຳເປັນໃຫ້ລູກ. ພະເຢໂຫວາຄາດໝາຍໃຫ້ພໍ່ແມ່ເຮັດວຽກໜັກເພື່ອຈັດກຽມອາຫານ ເຄື່ອງນຸ່ງ ແລະບ່ອນຢູ່ໃຫ້ລູກຈົນກວ່າເຂົາເຈົ້າຈະເປັນຜູ້ໃຫຍ່. ພະເຢໂຫວາຍັງຄາດໝາຍໃຫ້ພໍ່ແມ່ສອນລູກ. ສະນັ້ນ ພໍ່ແມ່ທີ່ເປັນພະຍານຈະບໍ່ສົ່ງລູກໃຫ້ໄປຮຽນຢູ່ໂຮງຮຽນກິນນອນ. ແທນທີ່ຈະເຮັດແບບນັ້ນ ເຂົາເຈົ້າຢາກໃຫ້ລູກຢູ່ເຮືອນນຳຈົນລູກໃຫຍ່ແລະຊ່ວຍລູກໃຫ້ຮຽນຮູ້ທີ່ຈະເຮັດສິ່ງຕ່າງໆທີ່ເປັນປະໂຫຍດຕໍ່ລູກ. ນອກຈາກນັ້ນ ພໍ່ແມ່ຍັງໃຊ້ເວລາກັບລູກແຕ່ລະຄົນເພື່ອໃຫ້ລູກຮູ້ສຶກປອດໄພແລະໄດ້ຮັບຄວາມຮັກ. ແຕ່ພະເຢໂຫວາກໍເປັນພະເຈົ້າທີ່ມີເຫດຜົນ ເພິ່ນບໍ່ໄດ້ຄາດໝາຍໃຫ້ພໍ່ແມ່ເປັນຄົນລວຍ. ທີ່ຈິງ ພະເຢໂຫວາໃຫ້ລູກຊາຍຂອງເພິ່ນມາເກີດໃນຄອບຄົວທີ່ບໍ່ໄດ້ຮັ່ງມີປານໃດ ເຂົາເຈົ້າຕ້ອງເຮັດວຽກໜັກເພື່ອຈະສາມາດເບິ່ງແຍງລູກຂອງເພິ່ນໄດ້.—ມທ. 13:55, 56; ລກ. 2:24
ຫຼັກການໃນຄຳພີໄບເບິນ: “ຖ້າຜູ້ໃດບໍ່ລ້ຽງບໍ່ເບິ່ງແຍງຄົນໃນຄອບຄົວຂອງໂຕເອງ ໂດຍສະເພາະຄົນທີ່ຢູ່ໃນເຮືອນຫຼັງດຽວກັນ ຜູ້ນັ້ນກໍປະຕິເສດຄວາມເຊື່ອແລະແຮ່ງຊົ່ວກວ່າຄົນທີ່ບໍ່ມີຄວາມເຊື່ອຊ້ຳ.”—1ຕມ. 5:8
ພະເຢໂຫວາເຂົ້າໃຈວ່າພໍ່ແມ່ອາດຢາກໃຫ້ລູກເບິ່ງແຍງເຂົາເຈົ້າຕອນທີ່ເຖົ້າແລ້ວ. ທີ່ຈິງ ວິທີໜຶ່ງທີ່ລູກສາມາດສະແດງຄວາມນັບຖືຕໍ່ພໍ່ແມ່ແມ່ນເບິ່ງແຍງພໍ່ແມ່ຕອນທີ່ເຖົ້າແລ້ວ. (ອພຍ. 20:12; 1ຕມ. 5:4) ແຕ່ພະເຢໂຫວາຈະພໍໃຈເມື່ອພໍ່ແມ່ຄິດວ່າຈະເບິ່ງແຍງລູກແນວໃດແທນທີ່ຈະຄິດວ່າລູກຈະເບິ່ງແຍງເຂົາເຈົ້າແນວໃດ.—2ກຣ. 12:14
ສອນລູກເລື່ອງພະເຢໂຫວາ. ພໍ່ແມ່ທີ່ເປັນພະຍານມີໜ້າທີ່ສອນລູກໃຫ້ຮັກແລະນະມັດສະການພະເຢໂຫວາ. ເພິ່ນຖືວ່າການຊ່ວຍລູກໃຫ້ມີຄວາມເຊື່ອເປັນໜ້າທີ່ສຳຄັນຢ່າງໜຶ່ງທີ່ພໍ່ແມ່ຕ້ອງເຮັດ.—ພບຍ. 6:6, 7
ຫຼັກການໃນຄຳພີໄບເບິນ: “ໃຫ້ລ້ຽງລູກ [ຂອງເຈົ້າ] ດ້ວຍຫຼັກການແລະຄຳສອນຂອງພະເຢໂຫວາ.”—ອຟຊ. 6:4
ພະເຢໂຫວາຢາກຊ່ວຍເຈົ້າໃຫ້ປະສົບຜົນສຳເລັດໃນການລ້ຽງລູກ
ລົມກັນລ່ວງໜ້າວ່າຈະມີລູກຈັກຄົນ
ວາງແຜນລ່ວງໜ້າ. ຖ້າເຈົ້າກຳລັງຄິດຈະມີລູກ ໃຫ້ຄິດດີໆກ່ຽວກັບສະພາບການຂອງເຈົ້າ. ຕົວຢ່າງເຊັ່ນ: ຖ້າເຈົ້າມີລູກຫຼາຍຄົນ ເຈົ້າຈະສາມາດຫາເງິນໃຫ້ພຽງພໍທີ່ຈະຊື້ອາຫານ ເຄື່ອງນຸ່ງ ແລະໃຫ້ລູກເຂົ້າໂຮງຮຽນໄດ້ບໍ? ຖ້າບໍ່ໄດ້ ໃຫ້ລົມກັບຄູ່ຂອງເຈົ້າແລະຕັດສິນໃຈເບິ່ງວ່າຈະມີລູກຈັກຄົນເພື່ອຈະສາມາດເບິ່ງແຍງເຂົາເຈົ້າໄດ້ໃນແບບທີ່ພະເຢໂຫວາຕ້ອງການ. ແນ່ນອນວ່າພະເຢໂຫວາເຂົ້າໃຈຖ້າທຸກຢ່າງບໍ່ໄດ້ເປັນໄປຕາມທີ່ເຈົ້າວາງແຜນໄວ້. (ປຍຈ. 9:11) ແຕ່ເພິ່ນຈະອວຍພອນຄວາມພະຍາຍາມຂອງເຈົ້າ.
ຫຼັກການໃນຄຳພີໄບເບິນ: “ແຜນການຂອງຄົນດຸໝັ່ນຈະເຮັດໃຫ້ປະສົບຄວາມສຳເລັດແນ່ນອນ ແຕ່ທຸກຄົນທີ່ຟ້າວເຮັດສິ່ງຕ່າງໆແບບບໍ່ຄິດຈະຕ້ອງກາຍເປັນຄົນທຸກ.”—ສພສ. 21:5
“ເຈົ້າຢາກຈະສ້າງຫໍຄອຍ ເຈົ້າຈະບໍ່ນັ່ງລົງແລະຄິດໄລ່ເບິ່ງຄ່າໃຊ້ຈ່າຍກ່ອນບໍເພື່ອຈະຮູ້ວ່າມີເງິນພໍທີ່ຈະສ້າງໃຫ້ແລ້ວຫຼືບໍ່?”—ລກ. 14:28
ໃຫ້ພະເຢໂຫວາສຳຄັນທີ່ສຸດໃນຄອບຄົວຂອງເຈົ້າ. ໃຫ້ການນະມັດສະການພະເຢໂຫວາເປັນສິ່ງສຳຄັນທີ່ສຸດສຳລັບຄອບຄົວຂອງເຈົ້າ. ຖ້າເຈົ້າມີລູກແລ້ວ ໃຫ້ພະຍາຍາມສອນລູກແຕ່ລະຄົນໃຫ້ຮັກພະເຢໂຫວາ. ຊ່ວຍລູກໃຫ້ຕັ້ງໃຈຟັງແລະຮຽນຮູ້ຢູ່ການປະຊຸມ. ໃຫ້ເຮັດການນະມັດສະການປະຈຳຄອບຄົວທຸກອາທິດ. ສອນລູກໃຫ້ຮູ້ວິທີປະກາດ. ບໍ່ຄວນຖິ້ມໜ້າທີ່ຮັບຜິດຊອບຂອງເຈົ້າໃນການເປັນພໍ່ແມ່ໃຫ້ລູກຜູ້ທີ່ໃຫຍ່ແລ້ວ ຍາດຕິພີ່ນ້ອງ ຫຼືຄົນອື່ນ. ການລ້ຽງລູກໃຫ້ຮັກພະເຢໂຫວາຕ້ອງໃຊ້ເວລາແລະຄວາມພະຍາຍາມຫຼາຍ ແຕ່ມັນກໍຄຸ້ມຄ່າແທ້ໆ.
ຫຼັກການໃນຄຳພີໄບເບິນ: “ສິ່ງທີ່ເຮັດໃຫ້ຂ້ອຍມີຄວາມສຸກຫຼາຍທີ່ສຸດແມ່ນໄດ້ຍິນວ່າພວກລູກຂອງຂ້ອຍຍັງໃຊ້ຊີວິດຕາມຄວາມຈິງ.”—3ຢຮ. 4b
ໄວ້ວາງໃຈພະເຢໂຫວາ. ບໍ່ວ່າເຈົ້າກຳລັງຄິດທີ່ຈະມີລູກຫຼືມີລູກແລ້ວ ໃຫ້ໝັ້ນໃຈວ່າສິ່ງທີ່ພະເຢໂຫວາຄາດໝາຍໃຫ້ເຈົ້າເຮັດໃນຖານະເປັນພໍ່ແມ່ສຳຄັນກວ່າສິ່ງທີ່ຄົນໃນທ້ອງຖິ່ນຄາດໝາຍຈາກເຈົ້າ.
ການສອນລູກໃຫ້ຮັກພະເຢໂຫວາຕ້ອງໃຊ້ເວລາແລະຄວາມພະຍາຍາມ
ຖ້າເຈົ້າເລືອກທີ່ຈະມີລູກໜ້ອຍຄົນ ຂໍໃຫ້ໝັ້ນໃຈວ່າພະເຢໂຫວາຈະເບິ່ງແຍງເຈົ້າຕອນທີ່ເຈົ້າເຖົ້າແລ້ວ. ບໍ່ວ່າຄົນອື່ນອາດຈະຄິດແນວໃດ ຢ່າຮູ້ສຶກວ່າເຈົ້າຕ້ອງມີລູກເພື່ອໃຫ້ລູກຫາເງິນມາລ້ຽງເຈົ້າຕອນເຖົ້າ. ເຈົ້າບໍ່ຕ້ອງຢ້ານວ່າຈະບໍ່ມີໃຜເບິ່ງແຍງເຈົ້າ. ພະເຢໂຫວາສັນຍາວ່າຈະເບິ່ງແຍງເຈົ້າ ແລະເພິ່ນຈະເຮັດຕາມຄຳສັນຍາສະເໝີ.—ຢຊ. 23:14
ຫຼັກການໃນຄຳພີໄບເບິນ: “ໃຫ້ໄວ້ວາງໃຈພະເຢໂຫວາສຸດຫົວໃຈຂອງລູກ ແລະຢ່າເພິ່ງຄວາມເຂົ້າໃຈຂອງໂຕເອງ. ບໍ່ວ່າລູກຈະເຮັດຫຍັງກໍໃຫ້ຄິດເຖິງເພິ່ນສະເໝີ ແລ້ວເພິ່ນຈະບອກທາງທີ່ຖືກຕ້ອງໃຫ້ລູກ.”—ສພສ. 3:5, 6
“ຕັ້ງແຕ່ຂ້ອຍຍັງໜຸ່ມຈົນຮອດຕອນນີ້ທີ່ຂ້ອຍເຖົ້າແລ້ວ ຂ້ອຍຍັງບໍ່ເຄີຍເຫັນຄົນທີ່ເຮັດສິ່ງທີ່ຖືກຕ້ອງຖືກປະຖິ້ມຈັກເທື່ອ ແລະບໍ່ເຄີຍເຫັນລູກຫຼານຂອງລາວຕ້ອງໄປເປັນຂໍທານ.”—ພສ. 37:25
“ດັ່ງນັ້ນ ພວກເຈົ້າຕ້ອງໃຫ້ການປົກຄອງຂອງພະເຈົ້າແລະການເຊື່ອຟັງເພິ່ນເປັນສິ່ງສຳຄັນທີ່ສຸດໃນຊີວິດສະເໝີ ແລ້ວເພິ່ນຈະໃຫ້ພວກເຈົ້າມີທຸກສິ່ງທີ່ຈຳເປັນ.”—ມທ. 6:33
ລູກເປັນຂອງຂວັນທີ່ມີຄ່າທີ່ພະເຢໂຫວາໃຫ້ພໍ່ແມ່. ພະເຢໂຫວາຕ້ອງມີຄວາມສຸກຫຼາຍແທ້ໆເມື່ອເຫັນພໍ່ແມ່ເອົາໃຈໃສ່ເບິ່ງແຍງລູກຂອງໂຕເອງຕາມທີ່ເພິ່ນຢາກໃຫ້ເຂົາເຈົ້າເຮັດ. ສຳລັບຜູ້ທີ່ເປັນພໍ່ແມ່ ການເຮັດຕາມສິ່ງທີ່ພະເຢໂຫວາຄາດໝາຍຈາກເຂົາເຈົ້າສຳຄັນຫຼາຍກວ່າການເຮັດຕາມສິ່ງທີ່ຄົນໃນທ້ອງຖິ່ນເຮັດ. ຍ້ອນແນວນີ້ເຂົາເຈົ້າຈຶ່ງຕັດສິນໃຈດີໆວ່າຈະມີລູກຈັກຄົນ. ໂດຍວິທີນີ້ ເຂົາເຈົ້າກໍສາມາດເບິ່ງແຍງລູກແຕ່ລະຄົນໄດ້ຢ່າງດີທາງດ້ານຮ່າງກາຍ ທາງດ້ານອາລົມ ແລະທາງດ້ານຄວາມເຊື່ອ. ເມື່ອເຮັດແບບນີ້ກໍສະແດງວ່າຜູ້ທີ່ເປັນພໍ່ແມ່ຮັກລູກຫຼາຍແລະຖືວ່າລູກເປັນຂອງຂວັນທີ່ມີຄ່າເຊິ່ງກໍຄືເປັນ “ມໍລະດົກຈາກພະເຢໂຫວາ.”
a ຜົວເມຍທີ່ເປັນພະຍານພະເຢໂຫວາຈະຕັດສິນໃຈເອົາເອງວ່າຈະມີລູກຈັກຄົນ? ຈະມີລູກຕອນໃດ? ແລະຈະໃຊ້ວິທີຄຸມກຳເນີດບໍ? ເລື່ອງນີ້ເປັນການຕັດສິນໃຈສ່ວນໂຕ ສະນັ້ນບໍ່ຄວນມີໃຜມາວິພາກວິຈານເຂົາເຈົ້າ. (ຣມ. 14:4, 10-13) ແນ່ນອນວ່າເຂົາເຈົ້າຈະບໍ່ໃຊ້ວິທີຄຸມກຳເນີດທີ່ຈະເຮັດໃຫ້ຫຼຸລູກ. ນອກຈາກນັ້ນ ພະຍານທີ່ແຕ່ງດອງແລ້ວຄວນຄິດເຖິງຄຳແນະນຳທີ່ຢູ່ໃນ 1 ໂກຣິນໂທ 7:3-5.
b ໃນພະຄຳພີຂໍ້ນີ້ ຄຳວ່າ “ລູກ” ໝາຍເຖິງພວກລູກສິດທີ່ໂຢຮັນສອນຄວາມຈິງໃຫ້. ແຕ່ພໍ່ແມ່ກໍຮູ້ສຶກແບບດຽວກັນນີ້ກັບລູກຂອງເຂົາເຈົ້າທີ່ຮັບໃຊ້ພະເຢໂຫວາ.