ວັນທີ 30 ມີນາ–5 ເມສາ 2026
ເພງທີ 76 ເຈົ້າຮູ້ສຶກແນວໃດ?
ເວົ້າຄວາມຈິງໃນຄຳພີໄບເບິນແບບກະລຸນາ
“ພະເຢໂຫວາ ພະເຈົ້າທີ່ເວົ້າແຕ່ຄວາມຈິງ.”—ພສ. 31:5
ຈຸດສຳຄັນ
ເຮົາຈະເວົ້າຄວາມຈິງກັບຄົນອື່ນແນວໃດເພື່ອມັນຈະເປັນປະໂຫຍດຕໍ່ເຂົາເຈົ້າຫຼາຍທີ່ສຸດ.
1. ເຮົາຕ້ອງເຮັດຫຍັງເພື່ອຈະໄດ້ເປັນສ່ວນໜຶ່ງໃນຄອບຄົວຂອງພະເຢໂຫວາ?
ຕອນທີ່ເຮົາເຈິກັບພີ່ນ້ອງເທື່ອທຳອິດ ຄຳຖາມໜຶ່ງທີ່ເຮົາມັກຖາມກັນແມ່ນ: “ເຈົ້າຮູ້ຈັກຄວາມຈິງໄດ້ແນວໃດ?” ບາງຄົນຕອບວ່າ ເຂົາເຈົ້າ “ໃຫຍ່ມາໃນຄວາມຈິງ.” ສ່ວນບາງຄົນອາດຈະຕອບວ່າ “ມີຄົນປະກາດກັບເຂົາເຈົ້າ.” ເຮົາຕອບແບບນັ້ນກໍຍ້ອນວ່າຄວາມຈິງໃນຄຳພີໄບເບິນສົ່ງຜົນຕໍ່ຊີວິດເຮົາໃນທຸກແງ່ມຸມ. ເປັນຫຍັງຈຶ່ງເວົ້າແນວນັ້ນ? ຍ້ອນເຮົາຮູ້ວ່າເຮົາສາມາດເຂົ້າມາເປັນສ່ວນໜຶ່ງໃນຄອບຄົວຂອງພະເຢໂຫວາໄດ້ຖ້າເຮົາພິສູດໃຫ້ເຫັນວ່າເຮົາຮັກຄວາມຈິງແລະໃຊ້ຊີວິດຕາມຄວາມຈິງ ເຊິ່ງລວມເຖິງການເປັນຄົນສັດຊື່ທາງຄຳເວົ້າແລະການກະທຳ.—ພສ. 15:1-3
2. (ກ) ພະເຢຊູມີຊື່ສຽງແນວໃດ? (ຂ) ຄວາມຈິງທີ່ພະເຢຊູສອນສົ່ງຜົນຕໍ່ຄົນອື່ນແນວໃດ?
2 ພະເຢຊູເວົ້າຄວາມຈິງສະເໝີ. ພວກສັດຕູຂອງພະເຢຊູຍອມຮັບວ່າເພິ່ນຈະເວົ້າຄວາມຈິງເຖິງວ່າສິ່ງທີ່ເພິ່ນເວົ້າຄົນຈະບໍ່ມັກກໍຕາມ. (ມທ. 22:16) ພະເຢຊູບອກພວກລູກສິດກ່ຽວກັບຜົນທີ່ເກີດຈາກຄວາມຈິງທີ່ເພິ່ນສອນ. ເພິ່ນເວົ້າວ່າ: “ຂ້ອຍມາເຮັດໃຫ້ເກີດຄວາມແຕກແຍກລະຫວ່າງລູກຊາຍກັບພໍ່ ລູກສາວກັບແມ່ ແລະລູກໃພ້ກັບແມ່ຍ່າ.” (ມທ. 10:35) ພະເຢຊູບໍ່ຢາກໃຫ້ຄົນອື່ນມີຄວາມຮູ້ສຶກໃນແງ່ລົບຕໍ່ກັບສິ່ງທີ່ເພິ່ນແລະພວກລູກສິດປະກາດ ແຕ່ເພິ່ນກໍຮູ້ວ່າມັນຈະຕ້ອງເກີດຂຶ້ນ. (ມທ. 23:37) ເພິ່ນຮູ້ວ່າສິ່ງທີ່ເພິ່ນສອນຈະແຍກຄົນອອກເປັນ 2 ກຸ່ມ ນັ້ນຄື: ຄົນທີ່ຮັກຄວາມຈິງໃນຄຳພີໄບເບິນແລະຄົນທີ່ບໍ່ຮັກ.—2ທຊ. 2:9-11
3. ເຮົາຈະຮຽນຫຍັງໃນບົດນີ້?
3 ຄືກັບພະເຢຊູ ເຮົາພະຍາຍາມທີ່ຈະເປັນຄົນສັດຊື່ແລະເວົ້າຄວາມຈິງສະເໝີເຖິງວ່າການເຮັດແບບນັ້ນຄົນຈະບໍ່ມັກກໍຕາມ. ເຮົາປະກາດແລະສອນຄວາມຈິງໃນຄຳພີໄບເບິນເຖິງວ່າບາງຄົນອາດຈະບໍ່ພໍໃຈກັບສິ່ງທີ່ເຮົາເວົ້າ. ນີ້ໝາຍຄວາມວ່າເຮົາຈະບໍ່ສົນໃຈເລີຍບໍວ່າເຮົາຊິເວົ້າຄວາມຈິງແນວໃດແລະເວົ້າຕອນໃດ? ບໍ່ແມ່ນແບບນັ້ນ! ໃນບົດນີ້ ທຳອິດເຮົາຈະຕອບຄຳຖາມທີ່ວ່າ ເຮົາຈະຮູ້ຈັກຄວາມຈິງໄດ້ຈາກໃສ? ຈາກນັ້ນ ເຮົາຈະຕອບຄຳຖາມຕໍ່ໄປນີ້: ເປັນຫຍັງເຮົາຄວນເວົ້າຄວາມຈິງ? ເຮົາຄວນເວົ້າຄວາມຈິງແນວໃດ? ແລະເຮົາຄວນເວົ້າຄວາມຈິງຕອນໃດ? ຄຳຕອບຂອງຄຳຖາມເຫຼົ່ານີ້ຈະຊ່ວຍເຮົາໃຫ້ເວົ້າຄວາມຈິງໃນແບບທີ່ກະລຸນາ ນັ້ນຄື ເວົ້າແບບຜ່ອນສັ້ນຜ່ອນຍາວແລະເວົ້າໃນເວລາທີ່ເໝາະສົມ.
ເຮົາຈະຮູ້ຈັກຄວາມຈິງໄດ້ຈາກໃສ?
4. ເປັນຫຍັງຈຶ່ງເວົ້າໄດ້ວ່າພະເຢໂຫວາເປັນແຫຼ່ງຂອງຄວາມຈິງ?
4 ພະເຢໂຫວາເປັນແຫຼ່ງຂອງຄວາມຈິງ. ທຸກສິ່ງທີ່ເພິ່ນເວົ້າເປັນຄວາມຈິງ. ຕົວຢ່າງເຊັ່ນ: ສິ່ງທີ່ພະເຢໂຫວາບອກເຮົາວ່າອັນໃດຖືກອັນໃດຜິດເປັນຄວາມຈິງ. (ພສ. 19:9; 119:142, 151) ທຸກສິ່ງທີ່ເພິ່ນເວົ້າກ່ຽວກັບອະນາຄົດຈະເກີດຂຶ້ນແທ້. (ອຊຢ. 55:10, 11) ເພິ່ນເຮັດຕາມຄຳສັນຍາສະເໝີ. (ຈຊບ. 23:19) ພະເຢໂຫວາບໍ່ມີທາງເວົ້າຕົວະ. (ຮຣ. 6:18) ສະນັ້ນ ເຮົາຈຶ່ງເຂົ້າໃຈໄດ້ວ່າເປັນຫຍັງຈຶ່ງເອີ້ນພະເຢໂຫວາວ່າເປັນ “ພະເຈົ້າທີ່ເວົ້າແຕ່ຄວາມຈິງ.”—ພສ. 31:5
5. ເປັນຫຍັງຈຶ່ງບໍ່ແມ່ນເລື່ອງຍາກທີ່ຈະຮູ້ຈັກ “ພະເຈົ້າທີ່ເວົ້າແຕ່ຄວາມຈິງ”? ຂໍໃຫ້ອະທິບາຍ (ກິດຈະການ 17:27)
5 ບາງຄົນເວົ້າວ່າເປັນເລື່ອງທີ່ຍາກຫຼາຍທີ່ຈະຮູ້ຈັກພະເຢໂຫວາ “ພະເຈົ້າທີ່ເວົ້າແຕ່ຄວາມຈິງ.” ແຕ່ມັນບໍ່ຖືກທີ່ເຂົາເຈົ້າເວົ້າແບບນັ້ນ. ມີຫຼັກຖານຫຼາຍຢ່າງທີ່ຢູ່ອ້ອມໂຕເຮົາທີ່ສະແດງໃຫ້ເຫັນວ່າພະເຢໂຫວາມີຢູ່ແທ້. (ຣມ. 1:20) ຕອນທີ່ອັກຄະສາວົກໂປໂລເວົ້າກັບຄົນກຣີກກຸ່ມໜຶ່ງທີ່ມີການສຶກສາສູງຢູ່ເມືອງອາແຖນ ລາວເວົ້າວ່າພະເຈົ້າຢາກໃຫ້ເຮົາ “ຮູ້ຈັກເພິ່ນ ຍ້ອນເພິ່ນບໍ່ໄດ້ຢູ່ໄກຈາກພວກເຮົາແຕ່ລະຄົນ.” (ອ່ານກິດຈະການ 17:27) ທີ່ຈິງ ພະເຢໂຫວາຊັກນຳຄົນຖ່ອມທີ່ກຳລັງຊອກຫາຄວາມຈິງໃຫ້ເຂົ້າມາຫາເພິ່ນ.—ຢຮ. 6:44
6. ໃນຄຳພີໄບເບິນມີຄວາມຈິງເລື່ອງຫຍັງແດ່ ແລະເປັນຫຍັງເຮົາຈຶ່ງຮູ້ສຶກຂອບໃຈທີ່ໄດ້ຮູ້ຄວາມຈິງເຫຼົ່ານີ້?
6 ວິທີໜຶ່ງທີ່ເຮົາຈະຮູ້ຈັກພະເຢໂຫວາແມ່ນໂດຍການຮຽນຄຳພີໄບເບິນ. ຄົນທີ່ຂຽນຄຳພີໄບເບິນໄດ້ຮັບການຊີ້ນຳຈາກພະລັງບໍລິສຸດຂອງພະເຈົ້າ. (2ປຕ. 1:20, 21) ສະນັ້ນ ທຸກສິ່ງທີ່ຢູ່ໃນຄຳພີໄບເບິນຈຶ່ງເປັນຄວາມຈິງແລະເຊື່ອຖືໄດ້. ຕົວຢ່າງເຊັ່ນ: ເຮົາສາມາດໝັ້ນໃຈໃນສິ່ງທີ່ຄຳພີໄບເບິນເວົ້າກ່ຽວກັບຈຸດເລີ່ມຕົ້ນຂອງເອກະພົບແລະສິ່ງທີ່ມີຊີວິດໃນໂລກນີ້. (ປຖກ. 1:1, 26) ເຮົາສາມາດເຊື່ອໃນສິ່ງທີ່ຄຳພີໄບເບິນບອກທີ່ວ່າເປັນຫຍັງເຮົາທຸກຄົນຈຶ່ງມີບາບ ຕ້ອງຕາຍ ແລະມີຄວາມທຸກລຳບາກຫຼາຍແທ້. (ຣມ. 5:12; 6:23) ເຮົາໝັ້ນໃຈໄດ້ເຕັມຮ້ອຍໃນສິ່ງທີ່ຄຳພີໄບເບິນບອກທີ່ວ່າພະເຢໂຫວາຈະໃຫ້ພະເຢຊູແກ້ໄຂຄວາມເສຍຫາຍທັງໝົດທີ່ຊາຕານ “ພໍ່ຂອງການຕົວະ” ໄດ້ກໍ່ຂຶ້ນ. (ຢຮ. 8:44; ຣມ. 16:20) ນອກຈາກນັ້ນ ເຮົາຍັງສາມາດໝັ້ນໃຈໃນຄຳສັນຍາທີ່ຢູ່ໃນຄຳພີໄບເບິນທີ່ບອກວ່າພະເຢຊູຈະທຳລາຍຄົນຊົ່ວ ປຸກຄົນຕາຍໃຫ້ຟື້ນຄືນມາ ຟື້ນຟູໂລກໃຫ້ເປັນສວນທີ່ງາມໆຄືເກົ່າ ແລະຊ່ວຍເຮົາໃຫ້ກາຍເປັນຄົນສົມບູນແບບ. (ຢຮ. 11:25, 26; 1ຢຮ. 3:8) ເຮົາຮູ້ສຶກເປັນກຽດຫຼາຍແທ້ໆທີ່ພະເຢໂຫວາສອນເຮົາໃຫ້ຮູ້ຄວາມຈິງກ່ຽວກັບເພິ່ນ ແລະເພິ່ນໃຫ້ໂອກາດເຮົາທີ່ຈະສອນຄວາມຈິງນີ້ໃຫ້ຄົນອື່ນ.—ມທ. 28:19, 20
ເປັນຫຍັງເຮົາຈຶ່ງເວົ້າຄວາມຈິງ?
7-8. ແຮງກະຕຸ້ນຂອງເຮົາໃນການເວົ້າຄວາມຈິງເປັນເລື່ອງສຳຄັນບໍ? ຂໍໃຫ້ຍົກຕົວຢ່າງ (ມາຣະໂກ 3:11, 12) (ເບິ່ງຮູບນຳ)
7 ຄືກັບທີ່ໄດ້ເວົ້າມາແລ້ວ ເຮົາຕ້ອງເວົ້າຄວາມຈິງຖ້າເຮົາຢາກເປັນສ່ວນໜຶ່ງໃນຄອບຄົວຂອງພະເຢໂຫວາ. ແຕ່ເພື່ອຈະເຮັດໃຫ້ພະເຢໂຫວາພໍໃຈ ເຮົາບໍ່ພຽງແຕ່ຕ້ອງເວົ້າຄວາມຈິງເທົ່ານັ້ນ ຈຸດປະສົງທີ່ເຮົາເວົ້າຄວາມຈິງກໍເປັນເລື່ອງທີ່ສຳຄັນຕໍ່ພະເຢໂຫວາ. ຂໍໃຫ້ເບິ່ງສິ່ງທີ່ເກີດຂຶ້ນຕອນທີ່ພະເຢຊູຮັບໃຊ້ຢູ່ໃນໂລກນີ້. (ອ່ານມາຣະໂກ 3:11, 12) ຕອນທີ່ພະເຢຊູປະກາດຢູ່ໃກ້ທະເລຄາລີເລ ມີຄົນກຸ່ມໃຫຍ່ໄດ້ມາຢູ່ອ້ອມເພິ່ນ. ໃນຄົນເຫຼົ່ານັ້ນ ມີບາງຄົນຖືກປີສາດສິງ ແລະເຂົາເຈົ້າໄດ້ໝູບລົງຕໍ່ໜ້າເພິ່ນແລ້ວຮ້ອງວ່າ: “ທ່ານເປັນລູກຂອງພະເຈົ້າ.” ເປັນຫຍັງພວກປີສາດຈຶ່ງເວົ້າຄວາມຈິງກ່ຽວກັບພະເຢຊູ? ຈຸດປະສົງຂອງພວກມັນອາດຈະຢາກໃຫ້ຄົນທີ່ໄດ້ຍິນເຊື່ອພວກມັນ ແລ້ວຈາກນັ້ນກໍເຮັດໃຫ້ເຂົາເຈົ້າເຊົາຮັບໃຊ້ພະເຢໂຫວາ. ສິ່ງທີ່ພວກປີສາດເວົ້າເປັນຄວາມຈິງ ແຕ່ແຮງກະຕຸ້ນຂອງພວກມັນເປັນການເຫັນແກ່ໂຕ. ຍ້ອນພະເຢຊູຮູ້ແຮງກະຕຸ້ນຂອງພວກມັນ ເພິ່ນຈຶ່ງບໍ່ພໍໃຈທີ່ພວກມັນເວົ້າແບບນັ້ນ. ທີ່ຈິງ ພະເຢຊູສັ່ງພວກປີສາດບໍ່ໃຫ້ບອກຄົນອື່ນວ່າເພິ່ນແມ່ນໃຜ.
8 ເຮົາໄດ້ບົດຮຽນຫຍັງຈາກເລື່ອງນີ້? ແຮງກະຕຸ້ນຂອງເຮົາໃນການເວົ້າຄວາມຈິງເປັນສິ່ງທີ່ສຳຄັນຕໍ່ພະເຢໂຫວາ. ສະນັ້ນ ເປັນເລື່ອງສຳຄັນຫຼາຍທີ່ເຮົາສອນຄວາມຈິງກ່ຽວກັບພະເຢໂຫວາໃຫ້ຄົນອື່ນຍ້ອນເຮົາຮັກເພິ່ນ ແລະຖ້າມີຄົນຍ້ອງເຮົາໃນສິ່ງທີ່ເຮົາສອນ ເຮົາຈະຍົກຄຳຍ້ອງຍໍນັ້ນໃຫ້ພະເຢໂຫວາ ບໍ່ແມ່ນໃຫ້ໂຕເຮົາເອງ.—ມທ. 5:16 ສົມທຽບກັບກິດຈະການ 14:12-15
ເມື່ອສອນຄວາມຈິງໃນຄຳພີໄບເບິນ ເຈົ້າດຶງຄວາມສົນໃຈໄປໃສ່ໃຜ? (ເບິ່ງຂໍ້ 7-8)
9. ເຮົາຄວນຫຼີກລ່ຽງທີ່ຈະບໍ່ເຮັດຫຍັງ ແລະຍ້ອນຫຍັງ?
9 ໃຫ້ຄິດເຖິງອີກສະຖານະການໜຶ່ງທີ່ເຮົາຕ້ອງຫຼີກລ່ຽງເພື່ອເຮົາຈະບໍ່ເຮັດໃຫ້ຄົນອື່ນຍ້ອງຍໍເຮົາ. ສົມມຸດວ່າຜູ້ເບິ່ງແຍງຄົນໜຶ່ງບອກເຮົາເລື່ອງທີ່ເປັນຄວາມລັບ ຈາກນັ້ນເຮົາກໍໄປເລົ່າໃຫ້ຄົນອື່ນຟັງຕໍ່. ຖ້າຕໍ່ມາຄົນທີ່ເຮົາເລົ່າໃຫ້ຟັງຮູ້ວ່າສິ່ງທີ່ເຮົາບອກເຂົາເຈົ້າເປັນຄວາມຈິງ ເຂົາເຈົ້າອາດຈະປະທັບໃຈທີ່ເຮົາຮູ້ເລື່ອງນັ້ນ ແລະເຂົາເຈົ້າອາດຈະຄິດວ່າເຮົາຄືຊິຮູ້ຫຼາຍເລື່ອງທີ່ເປັນຄວາມລັບ. ການທີ່ເຮົາເຮັດແບບນີ້ອາດເຮັດໃຫ້ຄົນອື່ນປະທັບໃຈ ແຕ່ນີ້ເປັນສິ່ງທີ່ພະເຢໂຫວາບໍ່ມັກ. (ສພສ. 11:13) ຍ້ອນຫຍັງ? ຍ້ອນເຮົາບໍ່ພຽງແຕ່ບອກເລື່ອງທີ່ເປັນຄວາມລັບເທົ່ານັ້ນ ແຕ່ແຮງກະຕຸ້ນທີ່ເຮົາບອກຄວາມຈິງກໍບໍ່ຖືກຕ້ອງຄືກັນ.
ເຮົາຄວນເວົ້າຄວາມຈິງແນວໃດ?
10. “ຄຳເວົ້າທີ່ກະລຸນາ” ເປັນຄຳເວົ້າແບບໃດ? (ໂກໂລຊາຍ 4:6)
10 ອ່ານໂກໂລຊາຍ 4:6. ອັກຄະສາວົກໂປໂລເຕືອນພີ່ນ້ອງຢູ່ເມືອງໂກໂລຊາຍວ່າ ຄຳເວົ້າຂອງເຂົາເຈົ້າຄວນເປັນ “ຄຳເວົ້າທີ່ກະລຸນາສະເໝີ.” ນີ້ໝາຍຄວາມວ່າແນວໃດ? ຄຳພາສາກຣີກທີ່ໃຊ້ໃນຂໍ້ນີ້ໝາຍຄວາມວ່າສິ່ງທີ່ເຮົາເວົ້າຄວນເປັນປະໂຫຍດຕໍ່ຄົນອື່ນ ແລະເປັນຄຳເວົ້າທີ່ກະລຸນາແລະເປັນຕາດຶງດູດໃຈນຳ.
11-12. ເປັນຫຍັງເຮົາຕ້ອງລະວັງກ່ຽວກັບວິທີທີ່ເຮົາສອນຄວາມຈິງໃນຄຳພີໄບເບິນ? ຂໍໃຫ້ຍົກຕົວຢ່າງ (ເບິ່ງຮູບນຳ)
11 ເຮົາຕ້ອງເຮັດຕາມຄຳແນະນຳຂອງໂປໂລທີ່ໃຫ້ຄຳເວົ້າຂອງເຮົາເປັນຄຳເວົ້າທີ່ກະລຸນາເມື່ອສອນຄວາມຈິງໃນຄຳພີໄບເບິນໃຫ້ຄົນອື່ນ. ຄວາມຈິງໃນຄຳພີໄບເບິນຖືກສົມທຽບວ່າເປັນຄືກັບດາບທີ່ຄົມໆທີ່ແທງຊອດເຖິງຂັ້ນແຍກອອກລະຫວ່າງຕົວຕົນທີ່ເຫັນພາຍນອກກັບສິ່ງທີ່ຄົນເຮົາເປັນແທ້ໆ. (ຮຣ. 4:12) ແຕ່ຖ້າເຮົາໃຊ້ຄຳພີໄບເບິນແບບບໍ່ຖືກຕ້ອງ ເຮົາອາດເຮັດໃຫ້ຄົນອື່ນບໍ່ພໍໃຈຫຼືໃຈຮ້າຍໃຫ້ເຮົາ. ເລື່ອງນີ້ອາດເກີດຂຶ້ນໄດ້ແນວໃດ?
12 ໃຫ້ນຶກພາບສາກເຫດການຕໍ່ໄປນີ້: ຕອນທີ່ປະກາດ ເຮົາເຈິກັບຜູ້ຊາຍຄົນໜຶ່ງທີ່ເປັນຄົນຈິງໃຈເຊິ່ງອະທິດຖານເຖິງຮູບບູຊາເປັນປະຈຳ ແລະລາວມີຄວາມສຸກໃນການສະຫຼອງຄລິດສະມາດກັບຄອບຄົວ. ເຮົາອາດໃຊ້ຄຳພີໄບເບິນເພື່ອໃຫ້ຜູ້ຊາຍຄົນນັ້ນເຫັນວ່າເປັນເລື່ອງໂງ່ແທ້ໆທີ່ຈະອະທິດຖານເຖິງຮູບບູຊາທີ່ບໍ່ມີຊີວິດ ແລະເຮົາອາດໃຊ້ຄຳພີໄບເບິນເພື່ອເຮັດໃຫ້ລາວເຫັນວ່າຄລິດສະມາດບໍ່ແມ່ນການສະຫຼອງທີ່ຄຳພີໄບເບິນບອກໃຫ້ເຮັດ. (ອຊຢ. 44:14-20; 2ກຣ. 6:14-17) ຖ້າເຮົາເຮັດແບບນີ້ຕັ້ງແຕ່ເທື່ອທຳອິດທີ່ລົມກັບຜູ້ຊາຍຄົນນີ້ ແມ່ນຢູ່ວ່າສິ່ງທີ່ເຮົາບອກລາວເປັນຄວາມຈິງ ແຕ່ເຮົາກໍບໍ່ໄດ້ໃຊ້ຄຳພີໄບເບິນໃນແບບທີ່ຖືກຕ້ອງ.
ເຈົ້າຈະສອນຄວາມຈິງຢ່າງຊຳນິຊຳນານໄດ້ແນວໃດ? (ເບິ່ງຂໍ້ 11-12)a
13. ເຮົາຈະປັບຄຳເວົ້າຂອງເຮົາແນວໃດໃຫ້ເປັນຄືກັບອາຫານທີ່ປຸງດ້ວຍເກືອ?
13 ໂປໂລຍັງບອກພີ່ນ້ອງທີ່ອ່ານຈົດໝາຍຂອງລາວວ່າ ເຂົາເຈົ້າຄວນປັບຄຳເວົ້າຂອງເຂົາເຈົ້າໃຫ້ເປັນຄືກັບອາຫານທີ່ປຸງດ້ວຍເກືອ. ລາວບໍ່ໄດ້ໝາຍຄວາມວ່າເຮົາຄວນພະຍາຍາມສະເໜີຄວາມຈິງໃນແບບທີ່ເຮັດໃຫ້ຄົນອື່ນເຂົ້າໃຈຜິດຫຼືເຊື່ອງຄວາມຈິງໄວ້. ແທນທີ່ຈະເປັນແບບນັ້ນ ລາວກະຕຸ້ນເຮົາໃຫ້ໃຊ້ຄຳເວົ້າທີ່ “ປຸງ” ແລ້ວເພື່ອເຮົາຈະສະເໜີຄວາມຈິງໃນແບບທີ່ດຶງດູດໃຈຜູ້ທີ່ເຮົາລົມນຳ. (ໂຢບ 12:11) ການເຮັດແບບນັ້ນອາດຈະບໍ່ງ່າຍ. ໃນເລື່ອງອາຫານການກິນ ເຮົາອາດຈະຄິດວ່າລົດຊາດທີ່ເຮົາຖືວ່າແຊບມັນກໍຈະແຊບສຳລັບຄົນອື່ນຄືກັນ. ຄ້າຍຄືກັນ ເຮົາອາດຈະຄິດວ່າວິທີທີ່ເຮົາເວົ້າເປັນຕາດຶງດູດໃຈທຸກຄົນ ແຕ່ມັນບໍ່ໄດ້ເປັນແນວນັ້ນ. ຕົວຢ່າງເຊັ່ນ: ຄົນຈາກບາງວັດທະນະທຳອາດຈະສະເໜີຄວາມຄິດເຫັນແບບກົງໆເລີຍເຖິງວ່າຈະເວົ້າກັບຜູ້ທີ່ອາຍຸຫຼາຍກວ່າເຂົາເຈົ້າກໍຕາມ. ແຕ່ຄົນຈາກບາງວັດທະນະທຳອາດຮູ້ສຶກວ່າວິທີເວົ້າແບບນັ້ນຍອມຮັບບໍ່ໄດ້ແລະເຖິງຂັ້ນຫຍາບຄາຍຊ້ຳ. ໂປໂລບອກວ່າເຮົາຕ້ອງຮູ້ວ່າ “ຄວນຕອບແຕ່ລະຄົນແນວໃດ.” ນີ້ໝາຍຄວາມວ່າເຮົາຄວນປັບວິທີທີ່ເຮົາເວົ້າຕາມວັດທະນະທຳແລະຄວາມມັກຂອງຜູ້ທີ່ເຮົາລົມນຳ ບໍ່ແມ່ນຕາມແບບທີ່ເຮົາມັກ.
ເຮົາຄວນເວົ້າຄວາມຈິງຕອນໃດ?
14. ຕອນທີ່ຢູ່ໃນໂລກນີ້ ພະເຢຊູສອນພວກລູກສິດທຸກເລື່ອງທີ່ເພິ່ນຮູ້ບໍ? ຂໍໃຫ້ອະທິບາຍ
14 ພະເຢຊູເວົ້າແບບກະລຸນາສະເໝີກັບພວກລູກສິດ ແລະເພິ່ນໄດ້ສອນເຂົາເຈົ້າຫຼາຍເລື່ອງແບບກະລຸນາ. (ມຣກ. 6:34) ແຕ່ກໍຍັງມີຫຼາຍເລື່ອງທີ່ເຂົາເຈົ້າຈະຕ້ອງໄດ້ຮຽນຮູ້. ພະເຢຊູບໍ່ໄດ້ພະຍາຍາມສອນເຂົາເຈົ້າທຸກເລື່ອງທີ່ເພິ່ນຮູ້. ເພິ່ນຄິດເຖິງຂີດຈຳກັດຂອງເຂົາເຈົ້າ. ເພິ່ນເຂົ້າໃຈວ່າຕອນນັ້ນຍັງບໍ່ຮອດເວລາທີ່ເຂົາເຈົ້າຈະຮຽນຮູ້ຄວາມຈິງບາງຢ່າງ. ທີ່ຈິງ ພະເຢຊູເວົ້າວ່າເຂົາເຈົ້າຍັງບໍ່ສາມາດເຂົ້າໃຈຄວາມຈິງເຫຼົ່ານັ້ນໄດ້ເທື່ອ. (ຢຮ. 16:12) ເລື່ອງນີ້ສອນຫຍັງເຮົາ?
15. ເຮົາຕ້ອງສອນນັກສຶກສາທຸກສິ່ງທີ່ເຮົາຮູ້ບາດດຽວບໍ? ຂໍໃຫ້ອະທິບາຍ (ສຸພາສິດ 15:23) (ເບິ່ງຮູບນຳ)
15 ຕົວຢ່າງຂອງພະເຢຊູສະແດງໃຫ້ເຫັນວ່າການຮູ້ຄວາມຈິງບໍ່ໄດ້ໝາຍຄວາມວ່າເຮົາຕ້ອງສອນທຸກສິ່ງທີ່ເຮົາຮູ້ບາດດຽວ. ເຮົາຈະເຮັດຕາມຕົວຢ່າງຂອງພະເຢຊູໄດ້ແນວໃດ? ເຮົາຕ້ອງຄິດເຖິງສະພາບການຂອງຄົນອື່ນ. ໃຫ້ຄິດເຖິງຜູ້ຊາຍທີ່ມີຄວາມສຸກໃນການສະຫຼອງຄລິດສະມາດກັບຄອບຄົວອີກເທື່ອໜຶ່ງ. ເຮົາຮູ້ວ່າຄຳພີໄບເບິນບໍ່ໄດ້ບອກໃຫ້ສະຫຼອງຄລິດສະມາດ ແລະພະເຢໂຫວາກໍບໍ່ມັກການສະຫຼອງນີ້. ແຕ່ໃຫ້ລອງນຶກພາບວ່າເຈົ້າໄດ້ເລີ່ມສອນຄຳພີໄບເບິນໃຫ້ຜູ້ຊາຍຄົນນີ້ 1 ຫຼື 2 ອາທິດກ່ອນຮອດຄລິດສະມາດ. ເຈົ້າຈະເປັນຄົນທີ່ເວົ້າແບບກະລຸນາບໍຖ້າເຈົ້າໃຫ້ລາວເບິ່ງສິ່ງທີ່ຄຳພີໄບເບິນບອກກ່ຽວກັບການສະຫຼອງທີ່ບໍ່ໄດ້ເປັນໄປຕາມຫຼັກການໃນຄຳພີໄບເບິນ ແລະຄາດໝາຍໃຫ້ລາວເຊົາສະຫຼອງຄລິດສະມາດທັນທີ? ແມ່ນຢູ່ວ່ານັກສຶກສາບາງຄົນອາດຈະໃຊ້ຫຼັກການທຸກຢ່າງທີ່ເຂົາເຈົ້າຮຽນໃນຄຳພີໄບເບິນທັນທີເລີຍ ແຕ່ບາງຄົນອາດຕ້ອງໃຊ້ເວລາເພື່ອປັບປ່ຽນຄວາມຄິດແລະການກະທຳຂອງໂຕເອງ. ເຮົາສາມາດຊ່ວຍນັກສຶກສາໃຫ້ກ້າວໜ້າຖ້າເຮົາບອກສິ່ງທີ່ເຂົາເຈົ້າຈຳເປັນຕ້ອງຮູ້ເມື່ອຮອດເວລາແລະເມື່ອເຂົາເຈົ້າຍອມຮັບເລື່ອງແບບນັ້ນໄດ້.—ອ່ານສຸພາສິດ 15:23
ໃຫ້ເຮັດຕາມຕົວຢ່າງຂອງພະເຢຊູໃນການຕັດສິນໃຈວ່າຄວນເວົ້າຄວາມຈິງຕອນໃດແລະຈະເວົ້າຫຼາຍໜ້ອຍສ່ຳໃດ (ເບິ່ງຂໍ້ 15)
16. ເຮົາຈະຊ່ວຍນັກສຶກສາແນວໃດໃຫ້ “ໃຊ້ຊີວິດຕາມຄວາມຈິງ”?
16 ມີບໍ່ເທົ່າໃດເລື່ອງທີ່ເຮັດໃຫ້ເຮົາມີຄວາມສຸກສ່ຳກັບການຊ່ວຍຄົນອື່ນໃຫ້ຮຽນຮູ້ຄວາມຈິງກ່ຽວກັບພະເຢໂຫວາ. ເຮົາສາມາດຊ່ວຍເຂົາເຈົ້າໃຫ້ “ໃຊ້ຊີວິດຕາມຄວາມຈິງ” ຖ້າເຮົາເຮັດສິ່ງຕໍ່ໄປນີ້: ເປັນຕົວຢ່າງທີ່ດີໃຫ້ເຂົາເຈົ້າຕໍ່ໆໄປ. (3ຢຮ. 3, 4) ເຮັດໃຫ້ແນ່ໃຈວ່າການໃຊ້ຊີວິດຂອງເຈົ້າສະແດງໃຫ້ເຫັນວ່າເຈົ້າເຊື່ອໃນຄຳສັນຍາຕ່າງໆທີ່ຢູ່ໃນຄຳພີໄບເບິນ. ເວົ້າຄວາມຈິງດ້ວຍແຮງກະຕຸ້ນທີ່ຖືກຕ້ອງ. ເວົ້າແບບກະລຸນາໂດຍໃຊ້ຄຳເວົ້າທີ່ສຸພາບອ່ອນໂຍນໃນເວລາທີ່ເໝາະສົມເມື່ອສອນຄວາມຈິງໃນຄຳພີໄບເບິນ. ຍົກຄຳຍ້ອງຍໍຕ່າງໆທີ່ເຈົ້າໄດ້ຮັບໃຫ້ພະເຢໂຫວາ. ຖ້າເຈົ້າເຮັດແບບນີ້ ເຈົ້າຈະສະແດງໃຫ້ເຫັນວ່າເຈົ້າຮັບໃຊ້ພະເຢໂຫວາພະເຈົ້າທີ່ເວົ້າແຕ່ຄວາມຈິງ.
ເພງທີ 160 “ຂ່າວດີ”!
a ຄຳອະທິບາຍຮູບ: ໃນຮູບທຳອິດ ພີ່ນ້ອງຊາຍເຫັນຕົ້ນຄລິດສະມາດຢູ່ໃນເຮືອນຂອງຜູ້ຊາຍຄົນໜຶ່ງ ແລະລາວໃຫ້ຜູ້ຊາຍຄົນນັ້ນເບິ່ງບົດຄວາມທີ່ເວົ້າເຖິງຕົ້ນກຳເນີດຂອງຄລິດສະມາດວ່າບໍ່ເປັນໄປຕາມຫຼັກການໃນຄຳພີໄບເບິນ. ໃນຮູບທີ 2 ພີ່ນ້ອງຊາຍໃຫ້ຜູ້ຊາຍຄົນນັ້ນເບິ່ງບົດຄວາມທີ່ມີຄຳແນະນຳຕ່າງໆທີ່ເປັນປະໂຫຍດສຳລັບຄົນທີ່ເປັນພໍ່. ການສະເໜີ 2 ແບບນີ້ ແບບໃດຈະເກີດຜົນດີຫຼາຍກວ່າ?