ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫສ18 ສະບັບທີ 3 ໜ້າ 12
  • ໃຜ​ເປັນ​ຕົ້ນເຫດ​ຂອງ​ຄວາມ​ທຸກ​ລຳບາກ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໃຜ​ເປັນ​ຕົ້ນເຫດ​ຂອງ​ຄວາມ​ທຸກ​ລຳບາກ?
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສາທາລະນະ)—2018
  • ເລື່ອງທີ່ຄ້າຍກັນ
  • ເປັນ​ຫຍັງ​ຈຶ່ງ​ມີ​ຄວາມ​ທຸກ​ຫຼາຍ​ແທ້?
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ເປັນ​ຫຍັງ​ພະເຈົ້າ​ຍອມ​ໃຫ້​ມີ​ຄວາມ​ທຸກ​ທໍລະມານ?
    ຄຳພີໄບເບິນສອນແນວໃດແທ້ໆ?
  • ເປັນ​ຫຍັງ​ໂລກ​ຈຶ່ງ​ມີ​ຄວາມ​ຊົ່ວ​ແລະ​ຄວາມ​ທຸກ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ໃຜ​ແມ່ນ​ສັດຕູ​ຂອງ​ພະເຈົ້າ?
    ທ່ານສາມາດເປັນເພື່ອນຂອງພະເຈົ້າ!
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສາທາລະນະ)—2018
ຫສ18 ສະບັບທີ 3 ໜ້າ 12
ໜ່ວຍ​ກູ້​ໄພ​ມາ​ຮອດ​ຈຸດ​ທີ່​ເກີດ​ອຸບັດຕິເຫດ​ລົດ​ຕຳ​ກັນ

ໃຜ​ເປັນ​ຕົ້ນເຫດ​ຂອງ​ຄວາມ​ທຸກ​ລຳບາກ?

ຖ້າ​ບໍ່​ແມ່ນ​ພະເຈົ້າ ຄັນຊັ້ນ​ແມ່ນ​ໃຜ​ທີ່​ເປັນ​ຕົ້ນເຫດ​ຂອງ​ຄວາມ​ທຸກ​ລຳບາກ ຄວາມ​ອຶກ​ຢາກ ຄວາມ​ທຸກຍາກ ສົງຄາມ​ທີ່​ໂຫດ​ຮ້າຍ ພະຍາດ​ຮ້າຍ​ແຮງ ແລະ​ໄພ​ທຳມະຊາດ? ຄຳພີ​ໄບເບິນ​ບອກ​ໃຫ້​ຮູ້​ສາເຫດ​ຫຼັກ 3 ຢ່າງ​ທີ່​ເຮັດ​ໃຫ້​ມະນຸດ​ເຈິ​ຄວາມ​ທຸກຍາກ​ລຳບາກ ນັ້ນ​ຄື:

  1. ຄວາມ​ເຫັນ​ແກ່​ໂຕ ຄວາມ​ໂລບ ແລະ​ຄວາມ​ກຽດຊັງ. “ມະນຸດ​ປົກຄອງ​ມະນຸດ​ແລະ​ຄົນ​ທີ່​ຢູ່​ໃຕ້​ການ​ປົກຄອງ​ກໍ​ຕ້ອງ​ທົນທຸກ​ລຳບາກ.” (ປັນຍາຈານ 8:9) ຫຼາຍ​ເທື່ອ​ຄົນ​ເຮົາ​ຕ້ອງ​ເຈິ​ກັບ​ຄວາມ​ຍາກ​ລຳບາກ​ຍ້ອນ​ຕົກ​ເປັນ​ເຫຍື່ອ​ຂອງ​ຄວາມ​ເຫັນ​ແກ່​ໂຕ ຄວາມ​ໂຫດ​ຮ້າຍ ແລະ​ຄວາມ​ບໍ່​ສົມບູນແບບ​ຂອງ​ຄົນ​ອື່ນ.

  2. ເວລາ​ແລະ​ເຫດການ​ທີ່​ບໍ່​ໄດ້​ຄາດ​ຄິດ. ຫຼາຍ​ເທື່ອ​ຄົນ​ເຮົາ​ຕ້ອງ​ເຈິ​ກັບ​ຄວາມ​ຍາກ​ລຳບາກ ຍ້ອນ “ເວລາ​ແລະ​ເຫດການ​ທີ່​ບໍ່​ຄາດ​ຄິດ​ເກີດຂຶ້ນ​ກັບ​ເຂົາເຈົ້າ​ທຸກ​ຄົນ.” (ປັນຍາຈານ 8:9) ນີ້​ໝາຍ​ຄວາມ​ວ່າ ບາງ​ເທື່ອ​ຄົນ​ເຮົາ​ກໍ​ເຈິ​ອຸບັດຕິເຫດ​ຍ້ອນ​ຢູ່​ຜິດ​ບ່ອນ​ຜິດ​ເວລາ ຫຼື​ຍ້ອນ​ຄວາມ​ປະໝາດ ຫຼື​ເຮັດ​ຜິດ​ພາດ.

  3. ຜູ້​ປົກຄອງ​ໂລກ​ທີ່​ຊົ່ວ​ຮ້າຍ. ຄຳພີ​ໄບເບິນ​ບອກ​ແຈ້ງໆ​ເລີຍ​ວ່າ​ສາເຫດ​ຫຼັກ​ທີ່​ເຮັດ​ໃຫ້​ມະນຸດ​ມີ​ຄວາມ​ທຸກ​ລຳບາກ​ກໍ​ຍ້ອນ “ໂລກ​ທັງໝົດ​ຢູ່​ໃນ​ອຳນາດ​ຊາຕານ​ໂຕ​ຊົ່ວ​ຮ້າຍ.” (1 ໂຢຮັນ 5:19) “ໂຕ​ຊົ່ວ​ຮ້າຍ” ນີ້​ກໍ​ຄື​ຊາຕານ ເຊິ່ງ​ເປັນ​ທູດສະຫວັນ​ທີ່​ມີ​ລິດເດດ​ຂອງ​ພະ​ເຢໂຫວາ​ພະເຈົ້າ ແຕ່​ມັນ “ບໍ່​ໄດ້​ຍຶດ​ໝັ້ນ​ໃນ​ຄວາມ​ຈິງ.” (ໂຢຮັນ 8:44) ທູດສະຫວັນ​ຈຳນວນ​ໜຶ່ງ​ໄດ້​ໄປ​ຢູ່​ຝ່າຍ​ຊາຕານ​ແລະ​ກະບົດ​ຕໍ່​ພະ​ເຢໂຫວາ​ເພື່ອ​ພວກ​ມັນ​ຈະ​ເຮັດ​ຕາມ​ຄວາມ​ຕ້ອງການ​ທີ່​ເຫັນ​ແກ່​ໂຕ​ຂອງ​ໂຕເອງ ຍ້ອນ​ແນວ​ນີ້​ພວກ​ມັນ​ຈຶ່ງ​ຖືກ​ເອີ້ນ​ວ່າ​ປີສາດ. (ປະຖົມມະການ 6:1-5) ນັບ​ຕັ້ງແຕ່​ຊາຕານ​ກັບ​ພວກ​ປີສາດ​ກະບົດ ພວກ​ມັນ​ໄດ້​ໃຊ້​ອິດທິພົນ​ທີ່​ຊົ່ວ​ຮ້າຍ​ຄວບຄຸມ​ທຸກ​ຢ່າງ​ໃນ​ໂລກ​ໂດຍ​ສະເພາະ​ໃນ​ສະໄໝ​ຂອງ​ເຮົາ. ຕອນນີ້​ຊາຕານ​ໃຈ​ຮ້າຍ​ຫຼາຍ​ແລະ “ກຳລັງ​ລໍ້ລວງ​ທົ່ວ​ໂລກ​ໃຫ້​ຫຼົງ​ຜິດ.” (ພະ​ນິມິດ 12:9, 12) ຊາຕານ​ເປັນ​ຈອມ​ບົງການ​ທີ່​ໂຫດຫ້ຽມ. ມັນ​ດີ​ໃຈ​ຫຼາຍ​ເມື່ອ​ເຫັນ​ມະນຸດ​ເຈິ​ກັບ​ຄວາມ​ທຸກ​ລຳບາກ. ຊາຕານ​ຫັ້ນ​ແຫຼະ​ທີ່​ເປັນ​ຕົ້ນເຫດ​ຂອງ​ຄວາມ​ທຸກ​ລຳບາກ ບໍ່​ແມ່ນ​ພະ​ເຢໂຫວາ​ພະເຈົ້າ.

ລອງ​ຄິດ​ເບິ່ງ: ມີ​ແຕ່​ຄົນ​ທີ່​ຫົວໃຈ​ໂຫດຫ້ຽມ​ແລະ​ຊົ່ວ​ຮ້າຍ​ເທົ່າ​ນັ້ນ​ທີ່​ເຮັດ​ໃຫ້​ຄົນ​ບໍລິສຸດ​ຕ້ອງ​ທຸກ​ທໍລະມານ. ແຕ່​ຄຳພີ​ໄບເບິນ​ບອກ​ວ່າ: “ພະເຈົ້າ​ເປັນ​ຄວາມ​ຮັກ.” (1 ໂຢຮັນ 4:8) ຍ້ອນ​ຄຸນລັກສະນະ​ນີ້​ຂອງ​ເພິ່ນ ເຮົາ​ຈຶ່ງ​ໝັ້ນໃຈ​ໄດ້​ວ່າ “ເປັນ​ໄປ​ບໍ່​ໄດ້​ທີ່​ພະເຈົ້າ​ທ່ຽງແທ້​ຈະ​ເຮັດ​ຊົ່ວ ແລະ​ບໍ່​ມີ​ທາງ​ທີ່​ຜູ້​ມີ​ລິດເດດ​ສູງ​ສຸດ​ຈະ​ເຮັດ​ຜິດ.”—ໂຢບ 34:10

ແຕ່​ເຈົ້າ​ອາດ​ສົງໄສ​ວ່າ ‘ພະເຈົ້າ​ຜູ້​ມີ​ລິດເດດ​ສູງ​ສຸດ​ຈະ​ປ່ອຍ​ໃຫ້​ຊາຕານ​ທີ່​ຊົ່ວ​ຮ້າຍ​ປົກຄອງ​ໂລກ​ນີ້​ໄປ​ອີກ​ດົນ​ປານ​ໃດ?’ ເຮົາ​ໄດ້​ເຫັນ​ແລ້ວ​ວ່າ ພະ​ເຢໂຫວາ​ຊັງ​ຄວາມ​ຊົ່ວ​ແລະ​ເພິ່ນ​ເຈັບ​ປວດ​ໃຈ​ຫຼາຍ​ທີ່​ເຫັນ​ເຮົາ​ເຈິ​ຄວາມ​ຍາກ​ລຳບາກ. ຄຳພີ​ໄບເບິນ​ຍັງ​ບອກ​ເຮົາ​ວ່າ: “ໃຫ້​ຝາກ​ຄວາມ​ອຸກໃຈ​ທັງໝົດ​ໄວ້​ກັບ​ພະເຈົ້າ ຍ້ອນ​ເພິ່ນ​ເປັນ​ຫ່ວງ​ພວກ​ເຈົ້າ.” (1 ເປໂຕ 5:7) ພະ​ເຢໂຫວາ​ຮັກ​ເຮົາ​ແລະ​ເພິ່ນ​ມີ​ລິດເດດ​ທີ່​ຈະ​ກຳຈັດ​ຄວາມ​ທຸກ​ລຳບາກ​ແລະ​ຄວາມ​ບໍ່​ຍຸຕິທຳ​ທຸກ​ຢ່າງ​ໃຫ້​ໝົດ​ໄປ. ບົດ​ຕໍ່​ໄປ​ຈະ​ເວົ້າ​ເຖິງ​ເລື່ອງ​ນີ້.a

a ສຳລັບ​ຂໍ້ມູນ​ເພີ່ມເຕີມ​ທີ່​ວ່າ​ເປັນ​ຫຍັງ​ໂລກ​ນີ້​ຈຶ່ງ​ມີ​ຄວາມ​ທຸກ​ລຳບາກ​ຫຼາຍ​ແທ້ ຂໍ​ໃຫ້​ເບິ່ງ​ບົດ​ທີ 26 ໃນ​ປຶ້ມ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ທີ່​ຈັດພິມ​ໂດຍ​ພະຍານ​ພະ​ເຢໂຫວາ​ແລະ​ສາມາດ​ດາວໂຫຼດ​ປຶ້ມ​ນີ້​ໄດ້​ຟຣີ​ໃນ​ເວັບໄຊ jw.org.

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌